禁毒管制、预防与打击基金法令
ດຳລັດວ່າດ້ວຍ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ
Decree on the Fund for Drug Control, Prevention and Suppression
简介
该法规设立国家禁毒基金,规范其资金来源、管理原则、收入分配及使用目标,确保预算充足并用于毒品管制、预防与打击工作。
Summary
This regulation establishes the National Anti-Drug Fund, regulating its funding sources, management principles, income distribution, and usage objectives to ensure adequate budget for drug control, prevention, and suppression efforts.
ບົດສະຫຼຸບ
ກົດລະບຽບນີ້ສ້າງຕັ້ງກອງທຶນແຫ່ງຊາດເພື່ອຕ້ານຢາເສບຕິດ, ຄຸ້ມຄອງແຫຼ່ງທຶນ, ຫຼັກການບໍລິຫານ, ການແບ່ງປັນລາຍຮັບ ແລະ ເປົ້າໝາຍການນຳໃຊ້, ຮັບປະກັນງົບປະມານທີ່ພຽງພໍ ແລະ ນຳໃຊ້ເຂົ້າໃນວຽກງານຄວບຄຸມ, ປ້ອງກັນ ແລະ ຕ້ານຢາເສບຕິດ.
条文
第ມາດຕາ 1条
第2条 毒品管制、预防和打击基金
毒品管制、预防和打击基金,缩写为“ກສຢ”,英文为“Drug Control and Prevention Fund”,是为积累和筹集来自国内外各种来源的资金而设立的基金,以确保有充足、可持续的预算,并用于毒品管制、预防和打击工作。
ພາສາລາວ (老挝语原文)
ມາດຕາ 2 ກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດ
ກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດ ຂຽນຫຍໍ້ວ່າ "ກສຢ" ເປັນພາສາອັງກິດວ່າ "Drug Control and Prevention Fund" ແມ່ນກອງທຶນທີ່ສ້າງຂຶ້ນ ເພື່ອສະສົມ ແລະ ລະດົມທຶນ ຈາກແຫຼ່ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນໃຫ້ມີງົບປະມານພຽງພໍ, ຍືນຍົງ ແລະ ນຳໃຊ້ເຂົ້າໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.
第ມາດຕາ 2条
第2条 管理和使用禁毒基金的原则
管理和使用禁毒基金必须遵循以下原则:
1. 按照全国范围内的国家预算体系进行集中统一管理;
2. 确保基金的使用正确符合目标、高效和有效;
3. 确保准确、及时、现代、公正、透明和可核查;
4. 所有收入和支出必须按照法律和法规通过会计记录系统正常进行;
5. 确保与相关部门的协调配合。
ພາສາລາວ (老挝语原文)
ມາດຕາ 2 ຫຼັກການຄຸ້ມຄອງ ແລະ ນຳໃຊ້ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ
ການຄຸ້ມຄອງ ແລະ ນຳໃຊ້ ກສຢ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
1. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ຕາມລະບົບງົບປະມານແຫ່ງລັດ ໃນຂອບເຂດທົ່ວປະເທດ;
2. ຮັບປະກັນການນຳໃຊ້ກອງທຶນໃຫ້ຖືກຕ້ອງຕາມເປົ້າໝາຍ, ມີປະສິດທິພາບ ແລະ ປະສິດທິຜົນ;
3. ຮັບປະກັນຄວາມຖືກຕ້ອງ, ວ່ອງໄວ, ທັນສະໄໝ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້;
4. ທຸກລາຍຮັບ, ລາຍຈ່າຍ ຕ້ອງຜ່ານລະບົບການບັນທຶກບັນຊີ ຢ່າງເປັນປົກກະຕິ ຕາມກົດໝາຍ ແລະ ລະບຽບການ;
5. ຮັບປະກັນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
第ມາດຕາ 3条
第4条 基金的资金来源
国家禁毒基金的资金来源如下:
1. 根据年度预算分配的国家预算;
2. 拍卖与毒品案件相关的、由人民法院判决没收的财产、车辆、设备、租赁或特许权以及存款,包括该案件的刑事罚款;
3. 销售戒毒治疗、康复和职业培训中心的产品;
4. 来自外国和国际组织的援助;
5. 国内外个人、法人、组织的捐款;
6. 基金的存款利息;
7. 社会活动收入;
8. 其他合法收入。
ພາສາລາວ (老挝语原文)
ມາດຕາ 4 ແຫຼ່ງລາຍຮັບຂອງກອງທຶນ
ແຫຼ່ງລາຍຮັບຂອງ ກສຢ ໄດ້ມາຈາກ:
1. ງົບປະມານແຫ່ງລັດ ຕາມການຈັດສັນງົບປະມານປະຈຳປີ;
2. ການປະມູນຂາຍ ຊັບສິນ, ພາຫະນະ, ວັດຖຸປະກອບ, ຄ່າເຊົ່າ ຫຼື ສຳປະທານ ຊັບສິນ ແລະ ເງິນຝາກ ທີ່ສານປະຊາຊົນຕັດສີນຮິບ ຊຶ່ງພົວພັນກັບການດຳເນີນຄະດີກ່ຽວກັບຢາເສບຕິດ ລວມທັງຄ່າປັບໃບນທາງອາຍາ ກ່ຽວກັບຄະດີດັ້ງກ່າວ;
3. ການຂາຍຜະລິດຕະພັນຂອງສູນ ປີນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ໃຫ້ຜູ້ຕິດຢາເສບຕິດ;
4. ການຊ່ວຍເຫຼືອຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ;
5. ການປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
6. ດອກເບ້ຍເງິນຝາກ ຂອງກອງທຶນ;
7. ການເຄື່ອນໄຫວກິດຈະກຳທາງສັງຄົມ;
8. ລາຍຮັບອື່ນ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
第ມາດຕາ 4条
第4条 毒品案件所得收入的分配
从毒品案件处理中获得的收入,必须按照《国家预算法》的规定纳入国家预算,然后按如下分配:
1. 中央级:
- 百分之三十(30%)上缴国家预算;
- 百分之七十(70%)上缴中央禁毒基金。
2. 省级:
- 百分之三十(30%)上缴省、首都预算;
- 百分之十(10%)上缴中央禁毒基金;
- 百分之六十(60%)上缴省级禁毒基金。
根据本条第一款和第二款规定,将从毒品案件处理中获得的收入上缴国家预算和禁毒基金,必须在拍卖或收款后60天内完成。
ພາສາລາວ (老挝语原文)
ມາດຕາ 4 ການແບ່ງປັນລາຍຮັບທີ່ໄດ້ຈາກການດຳເນີນຄະດີກ່ຽວກັບຢາເສບຕິດ
ລາຍຮັບທີ່ໄດ້ຈາກການດຳເນີນຄະດີຢາເສບຕິດ ຕ້ອງຈົດຮັບເຂົ້າງົບປະມານແຫ່ງລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ແລ້ວໃຫ້ແບ່ງປັນ ດັ່ງນີ້:
1. ຂັ້ນສູນກາງ:
- ສາມສິບສ່ວນຮ້ອຍ (30%) ມອບເຂົ້າງົບປະມານແຫ່ງລັດ;
- ເຈັດສິບສ່ວນຮ້ອຍ (70%) ມອບເຂົ້າ ກສຢ ຂັ້ນສູນກາງ.
2. ຂັ້ນແຂວງ:
- ສາມສິບສ່ວນຮ້ອຍ (30%) ມອບເຂົ້າງົບປະມານຂອງແຂວງ, ນະຄອນຫຼວງ;
- ສິບສ່ວນຮ້ອຍ (10%) ມອບເຂົ້າ ກສຢ ຂັ້ນສູນກາງ;
- ຫົກສິບສ່ວນຮ້ອຍ (60%) ມອບເຂົ້າ ກສຢ ຂັ້ນແຂວງ.
ການມອບລາຍຮັບທີ່ໄດ້ຈາກການດຳເນີນຄະດີຢາເສບຕິດ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ທີ 1 ແລະ ຂໍ້ທີ 2 ຂອງມາດຕານີ້ ເຂົ້າງົບປະມານແຫ່ງລັດ ແລະ ກອງທຶນ ກສຢ ຕ້ອງດຳເນີນພາຍໃນກຳນົດເວລາ 60 ວັນ ພາຍຫຼັງປະມູນຂາຍ ຫຼື ເກັບລາຍຮັບ.
第ມາດຕາ 5条
第5条 资金使用目标
资金应用于以下目标:
1. 研究、制定、完善与毒品相关的政策、战略、法律和法规;
2. 宣传、传播和教育政策、战略、法律和法规,以提高全社会对毒品危害的认识和理解;
3. 执行毒品案件诉讼的专业工作,包括执行法院判决;
4. 为吸毒者提供治疗、康复和初步职业培训;
5. 研究毒品、受控化学品以及从违法者处缴获的毒品样本,以用于案件卷宗;
6. 对在禁毒工作中表现突出的官员以及因执行禁毒职责而受害的人员执行政策,包括对为解决毒品问题做出积极贡献的个人、法人和组织,按规定执行;
7. 促进和鼓励民众转行从事其他职业,替代种植含有毒品的植物;
8. 为相关官员提供关于毒品管制、预防和打击的能力建设培训;
9. 建设基础设施,如吸毒者治疗中心、毒品研究中心、毒品储存仓库;采购和维修用于专业工作的设备和物资;
10. 跟踪检查、保管被扣押、查封的物证,包括将财产转移至仓库保管以及销毁毒品;
11. 资金管理工作、动员和寻找资金来源以充实资金。
使用细则另行规定。
ພາສາລາວ (老挝语原文)
ມາດຕາ 5 ເປົ້າໝາຍການນຳໃຊ້ກອງທຶນ
ກອງທຶນໃຫ້ນຳໃຊ້ເຂົ້າໃນເປົ້າໝາຍ ດັ່ງນີ້:
1. ການຄົ້ນຄວ້າ ສ້າງ, ປັບປຸງ, ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບຢາເສບຕິດ;
2. ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການ ເພື່ອສ້າງຈິດສຳນຶກໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຂອງຢາເສບຕິດ;
3. ການປະຕິບັດວຽກງານວິຊາສະເພາະ ກ່ຽວກັບການດຳເນີນຄະດີຢາເສບຕິດ ລວມທັງການປະຕິບັດຄຳຕັດສິນຂອງສານ;
4. ການປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເບື້ອງຕົ້ນ ໃຫ້ແກ່ຜູ້ຕິດຢາເສບຕິດ;
5. ການຄົ້ນຄວ້າວິໄຈ ກ່ຽວກັບຢາເສບຕິດ, ສານເຄມີທີ່ຖືກຄວບຄຸມການນຳໃຊ້ ແລະ ຕົວຢ່າງຢາເສບຕິດ ທີ່ຍຶດໄດ້ຈາກຜູ້ກະທຳຜິດ ເພື່ອປະກອບສຳນວນຄະດີ;
6. ການປະຕິບັດນະໂຍບາຍຕໍ່ເຈົ້າໜ້າທີ່ ທີ່ມີຜົນງານດີເດັ່ນ ແລະ ຕໍ່ຜູ້ໄດ້ຮັບເຄາະຮ້າຍ ຈາກການປະຕິບັດໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ລວມທັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໃຫ້ການປະກອບສ່ວນຢ່າງຕັ້ງໜ້າ ໃນການແກ້ໄຂບັນຫາຢາເສບຕິດ ຕາມລະບຽບການ;
7. ການສົ່ງເສີມ, ຊຸກຍູ້ ໃຫ້ປະຊາຊົນຫັນປ່ຽນໄປປະກອບອາຊີບອື່ນ ແທນການປູກພືດ ທີ່ມີສານເສບຕິດ;
8. ການຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;
9. ການບູລະນະ ໂຄງລ່າງພື້ນຖານ ເປັນຕົ້ນ ສູນປິ່ນປົວຜູ້ຕິດຢາເສບຕິດ, ສູນວິໄຈຢາເສບຕິດ, ສາງເກັບມ້ຽນຢາເສບຕິດ; ຈັດຊື້ ແລະ ສ້ອມແປງ ເຄື່ອງວັດຖຸປະກອນ ຮັບໃຊ້ວຽກງານວິຊາສະເພາະ;
10. ການຕິດຕາມ ກວດກາ, ປົກປັກຮັກສາ ວັດຖຸເຄື່ອງຂອງກາງທີ່ ຍຶດ, ອາຍັດ ລວມທັງການເຄື່ອນຍ້າຍຊັບມາຮັກສາໄວ້ ໃນສາງ ແລະ ການທຳລາຍຢາເສບຕິດ;
11. ວຽກງານບໍລິຫານກອງທຶນ, ການປຸກລະດົມຂົນຂວາຍ ແລະ ຊອກຫາແຫຼ່ງທຶນ ເພື່ອປະກອບເຂົ້າກອງທຶນ.
ລາຍລະອຽດຂອງການນຳໃຊ້ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
第ມາດຕາ 6条
第6条 基金提款
从NSEDP存款账户中提款必须按照NSEDP管理委员会批准的计划、方案和项目执行,并符合基金规定及相关规定。每次NSEDP提款必须使用由NSEDP管理委员会授权人员签字的支票。
批准从基金存款账户中提款不得超过每个预算年度基金的总收入。
基金提款不得全部提取,必须保留百分之十在基金存款账户中。
ພາສາລາວ (老挝语原文)
ມາດຕາ 6 ການຖອນເງິນຂອງກອງທຶນ
ການຖອນເງິນອອກຈາກບັນຊີເງິນຝາກຂອງ ກສຢ ຕ້ອງປະຕິບັດຕາມ ແຜນການ, ແຜນງານ, ໂຄງການ ທີ່ຖືກຮັບຮອງໂດຍສະພາບໍລິຫານ ກສຢ, ຖືກຕ້ອງຕາມລະບຽບການຂອງກອງທຶນ ແລະ ລະບຽບການທີ່ກ່ຽວຂ້ອງ. ການຖອນເງິນ ຂອງ ກສຢ ແຕ່ລະຄັ້ງ ຕ້ອງຖອນດ້ວຍ ແຊັກ ທີ່ມີລາຍເຊັນ ຂອງຜູ້ທີ່ໄດ້ຮັບມອບສິດຈາກສະພາບໍລິຫານ ກສຢ.
ການອະນຸຍາດຖອນເງິນອອກຈາກບັນຊີເງິນຝາກ ຂອງກອງທຶນ ບໍ່ໃຫ້ເກີນລາຍຮັບທັງໝົດຂອງກອງທຶນ ໃນແຕ່ລະປີງົບປະມານ.
ການຖອນເງິນກອງທຶນ ບໍ່ສາມາດຖອນໄດ້ໝົດ ແລະ ຕ້ອງຮັກສາໄວ້ ສິບ ສ່ວນຮ້ອຍ ໃນບັນຊີເງິນຝາກ ຂອງກອງທຶນ.
第ມາດຕາ 7条
第7条 禁毒基金的地点
各级禁毒基金的地点如下:
1. 中央级设在公安部;
2. 省级设在省、首都公安指挥部。
ພາສາລາວ (老挝语原文)
ມາດຕາ 7 ທີ່ຕັ້ງຂອງກອງທຶນ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ
ກສຢ ແຕ່ລະຂັ້ນ ມີທີ່ຕັ້ງ ດັ່ງນີ້:
1. ຂັ້ນສູນກາງ ຕັ້ງຢູ່ ກະຊວງປ້ອງກັນຄວາມສະຫງັບ;
2. ຂັ້ນແຂວງ ຕັ້ງຢູ່ ກອງບັນຊາການປ້ອງກັນຄວາມສະຫງັບ ແຂວງ, ນະຄອນຫຼວງ.
第ມາດຕາ 8条
第8条 中央基金的组织结构
中央基金的组织结构如下:
1. 基金管理委员会;
2. 基金秘书处。
ພາສາລາວ (老挝语原文)
ມາດຕາ 8 ໂຄງປະກອບການຈັດຕັ້ງຂອງກອງທຶນຂັ້ນສູນກາງ
ໂຄງປະກອບການຈັດຕັ້ງຂອງກອງທຶນຂັ້ນສູນກາງ ມີດັ່ງນີ້:
1. ສະພາບໍລິຫານກອງທຶນ;
2. ກອງເລຂາກອງທຶນ.
第ມາດຕາ 9条
第9条 中央基金管理委员会
中央基金管理委员会是非常设机构,负责中央基金的管理工作。中央基金管理委员会由主席、副主席及若干委员组成,委员来自相关部门,由公安部根据警察总局的提议任命。中央基金管理委员会的任期为五(5)年。
ພາສາລາວ (老挝语原文)
ມາດຕາ 9 ສະພາບໍລິຫານກອງທຶນ ຂັ້ນສູນກາງ
ສະພາບໍລິຫານ ກສຢ ຂັ້ນສູນກາງ ແມ່ນ ອົງການທີ່ບໍ່ປະຈຳການ ມີພາລະບົດບາດຮັບຜິດຊອບການເຄື່ອນໄຫວວຽກງານຂອງ ກສຢ ຂັ້ນສູນກາງ. ສະພາບໍລິຫານຂອງ ກສຢ ຂັ້ນສູນກາງ ປະກອບດ້ວຍ ປະທານ, ຮອງປະທານ ແລະ ຄະນະກຳມະການຈຳນວນຫຶ່ງ ທີ່ມາຈາກຂະແບນງງການທີ່ກ່ຽວຂ້ອງ ຊຶ່ງຖືກແຕ່ງຕັ້ງໂດຍລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຕາມການສະເຫີຂອງກົມໃຫຍ່ຕຳຫຼວດ.
ສະພາບໍລິຫານ ກສຢ ຂັ້ນສູນກາງ ມີອາຍຸການ ຫ້າ (5) ປີ.
第ມາດຕາ 10条
第10条 中央基金管理委员会的人员构成
中央禁毒基金管理委员会的人员构成如下:
1. 公安部副部长担任主席;
2. 公安部警察总局局长担任副主席;
3. 公安部后勤总局副局长担任委员;
4. 公安部警察总局毒品检查与控制办公室主任担任委员;
5. 公安部警察总局禁毒警察局局长担任委员;
6. 财政部国有资产管理司司长担任委员;
7. 司法部法院判决执行管理司司长担任委员;
8. 最高人民检察院总监督检查司司长担任委员;
9. 最高人民法院技术管理与法院统计司司长担任委员;
10. 计划投资部国际合作司司长担任委员;
11. 卫生部治疗与康复司司长担任委员。
禁毒基金管理委员会的人员构成可根据需要由公安部部长决定进行调整。
禁毒基金管理委员会的人员在履行其职责时不得从禁毒基金领取工资和报酬。会议津贴和会议各项费用按照财政部的规定执行。
ພາສາລາວ (老挝语原文)
ມາດຕາ 10 ໂຄງປະກອບບຸກຄະລາກອນຂອງສະພາບໍລິຫານກອງທຶນຂັ້ນສູນກາງ
ສະພາບໍລິຫານ ກສຢ ຂັ້ນສູນກາງ ມີໂຄງປະກອບບຸກຄະລາກອນ ດັງນີ້:
1. ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນປະທານ;
2. ຫົວໜ້າ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເປັນຮອງປະທານ;
3. ຮອງຫົວໜ້າ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເປັນກຳມະການ;
4. ຫົວໜ້າຫ້ອງການ ກວດກາ ແລະ ຄວບຄຸມ ຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເປັນກຳມະການ;
5. ຫົວໜ້າ ກົມຕຳຫຼວດສະກັດກັນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເປັນກຳມະການ;
6. ຫົວໜ້າ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ເປັນກຳມະການ;
7. ຫົວໜ້າ ກົມຄຸ້ມຄອງການປະຕິບັດຄຳຕັດສິນຂອງສານ ກະຊວງຍຸຕິທຳ ເປັນກຳມະການ;
8. ຫົວໜ້າ ກົມຕິດຕາມກວດກາທົ່ວໄປ ອົງການໄອຍະການປະຊາຊົນສູງສຸດ ເປັນກຳມະການ;
9. ຫົວໜ້າ ກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ ສານປະຊາຊົນສູງສຸດ ເປັນກຳມະການ;
10. ຫົວໜ້າ ກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ເປັນກຳມະການ;
11. ຫົວໜ້າ ກົມປິ່ນປົວ ແລະ ຟື້ນຟູສະພາບ ກະຊວງສາທາລະນະສຸກ ເປັນກຳມະການ.
ໂຄງປະກອບບຸກຄະລາກອນ ຂອງ ສະພາບໍລິຫານ ກສຢ ສາມາດປັບປຸງ, ປ່ຽນແປງໄດ້ ຕາມຄວາມຈຳເປັນ ໂດຍການຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ບຸກຄະລາກອນ ຂອງສະພາບໍລິຫານ ກສຢ ຈະບໍ່ໄດ້ຮັບເງິນເດືອນ ແລະ ຄ່າແຮງງານຈາກ ກສຢ ໃນການປະຕິບັດໜ້າທີ່ຂອງຕົນ. ສຳລັບ ເບ້ຍປະຊຸມ ແລະ ຄ່າສິ້ນເປືອງຕ່າງໆຂອງກອງປະຊຸມ ໃຫ້ປະຕິບັດຕາມລະບຽບການ ຂອງກະຊວງການເງິນ.
第ມາດຕາ 11条
第11条 中央基金管理委员会的权利和义务
中央基金管理委员会在其职权范围内享有以下权利和义务:
1. 管理和运营中央基金,以落实和执行国家议程、战略计划、法律、政策和相关规章;
2. 根据法律和规章,决定在正常和紧急情况下使用中央基金;
3. 根据秘书处的提议,批准中央基金的年度预算计划和年度工作计划;
4. 根据秘书处的提议,批准关于中央基金管理和运营的规章;
5. 根据秘书处的提议,审议批准中央基金的运营报告、收支计划;
6. 任命中央基金秘书处及辅助工作人员;
7. 动员和寻求来自国内外个人、法人及组织的资金来源;
8. 监督、检查、审计基金的管理、运营和使用,确保符合计划和使用目标,透明且高效;
9. 每年两次总结并向其上级领导报告中央基金的工作情况;
10. 行使法律和规章规定的其他权利和履行其他义务。
ພາສາລາວ (老挝语原文)
ມາດຕາ 11 ສິດ ແລະ ຫ້າທີ່ ຂອງສະພາບໍລິຫານກອງທຶນ ຂັ້ນສູນກາງ
ສະພາບໍລິຫານ ກສຢ ຂັ້ນສູນກາງ ມີສິດ ແລະ ຫ້າທີ່ ຕາມຂອບເຂດຂອງຕົນ ດັງນີ້:
1. ຄຸ້ມຄອງ ແລະ ບໍລິຫານ ກສຢ ຂັ້ນສູນກາງ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ແຜນຍຸດທະສາດ, ກົດໝາຍ, ນະໂຍບາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
2. ຕົກລົງ ການນຳໃຊ້ ກສຢ ຂັ້ນສູນກາງ ໃນຍາມປົກກະຕິ ແລະ ຮີບດ່ວນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
3. ຮັບຮອງເອົາ ແຜນງົບປະມານ ແລະ ແຜນການເຄື່ອນໄຫວວຽກງານປະຈຳປີ ຂອງ ກສຢ ຂັ້ນສູນກາງ ຕາມການສະເໜີຂອງກອງເລຂາ;
4. ຮັບຮອງເອົາ ລະບຽບການ ກ່ຽວກັບການຄຸ້ມຄອງ ແລະ ການເຄື່ອນໄຫວຂອງ ກສຢ ຂັ້ນສູນກາງ ຕາມການສະເໜີຂອງກອງເລຂາ;
5. ພິຈາລະນາຮັບຮອງເອົາບົດລາຍງານ ການເຄື່ອນໄຫວ, ແຜນ ລາຍຮັບ-ລາຍຈ່າຍ ກສຢ ຂັ້ນສູນກາງ ຕາມການສະເໜີຂອງກອງເລຂາ;
6. ແຕ່ງຕັ້ງ ກອງເລຂາ ກສຢ ຂັ້ນສູນກາງ ແລະ ພະນັກງານຊ່ວຍວຽກ;
7. ລະດົມຂົນຂວາຍ ແລະ ຊອກຫາແຫຼ່ງທຶນຈາກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ;
8. ຕິດຕາມການ ກວດກາ, ກວດສອບ ຄຸ້ມຄອງການເຄື່ອນໄຫວ ແລະ ນຳໃຊ້ກອງທຶນ ໃນການບໍລິຫານຈັດການໃຫ້ຖືກຕ້ອງກັບແຜນການ ແລະ ສອດຄ່ອງກັບເປົ້າໝາຍນຳໃຊ້, ມີຄວາມໂປ່ງໃສ ແລະ ມີປະສິດທິຜົນສູງ;
9. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງ ກສຢ ຂັ້ນສູນກາງ ໃຫ້ການນຳຂັ້ນຂອງຕົນ ສອງຄັ້ງ ຕໍ່ ປີ;
10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
第ມາດຕາ 12条
第12条 中央基金秘书处
中央禁毒基金秘书处设在公安部禁毒局,具有协助管理委员会并直接负责中央禁毒基金行政管理的职责。中央禁毒基金秘书处由主任、副主任和若干工作人员组成,由基金管理委员会根据公安部禁毒局的提议任命或免职。中央禁毒基金秘书处主任对管理委员会直接负责中央禁毒基金的行政管理,副主任协助主任工作,并根据主任的分配具体负责某项工作。
ພາສາລາວ (老挝语原文)
ມາດຕາ 12 ກອງເລຂາກອງທຶນ ຂັ້ນສູນກາງ
ກອງເລຂາ ກສຢ ຂັ້ນສູນກາງ ຕັ້ງຢູ່ ຫ້ອງການກວດກາ ແລະ ຄວບຄຸມ ຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ມີພາລະບົດບາດ ຊ່ວຍວຽກສະພາບໍລິຫານ ແລະ ຮັບຜິດຊອບໂດຍກົງ ໃນການຄຸ້ມຄອງບໍລິຫານ ກສຢ ຂັ້ນສູນກາງ.
ກອງເລຂາ ກສຢ ຂັ້ນສູນກາງ ປະກອບດ້ວຍຫົວຫ້າ, ຮອງຫົວຫ້າ ແລະ ພະນັກງານ ຈຳນວນນຶ່ງ ຊຶ່ງຖືກແຕ່ງຕັ້ງ ຫຼື ປົດຕຳແໜ່ງ ໂດຍ ສະພາບໍລິຫານກອງທຶນ ຕາມການສະເໜີ ຂອງຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ.
ຫົວຫ້າກອງເລຂາ ກສຢ ຂັ້ນສູນກາງ ມີຄວາມຮັບຜິດຊອບໂດຍກົງ ຕໍ່ສະພາບໍລິຫານກ່ຽວກັບການຄຸ້ມຄອງບໍລິຫານ ກສຢ ຂັ້ນສູນກາງ, ຮອງຫົວຫ້າກອງເລຂາເປັນຜູ້ຊ່ວຍວຽກຫົວຫ້າກອງເລຂາ ແລະ ມີຫ້າທີ່ລົງເລິກຮັບຜິດຊອບວຽກງານໃດໜຶ່ງ ຕາມການມອບໝາຍຂອງຫົວຫ້າກອງເລຂາ.
本页展示前 12 条,全文共 28 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读