ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດ ຢູ່ ສປປລາວ
老挝人民民主共和国外币存款账户管理协议
Agreement on Management of Foreign Currency Deposit Accounts in the Lao PDR
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງເງື່ອນໄຂ, ຂັ້ນຕອນການສະໝັກ ແລະ ເອກະສານທີ່ຈຳເປັນສຳລັບການເປີດບັນຊີເງິນຝາກຕ່າງປະເທດຂອງບຸກຄົນ, ວິສາຫະກິດ ແລະ ອົງກອນທີ່ມີ ຫຼື ບໍ່ມີທີ່ຢູ່ອາໄສໃນ ສປປ ລາວ, ແຕ່ບໍ່ລວມເອົາບັນຊີທີ່ກ່ຽວຂ້ອງກັບການນຳເຂົ້າ-ສົ່ງອອກ ແລະ ການລົງທຶນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການຄຸ້ມຄອງບັນຊີເງິນຝາກເງິນຕາຕາງປະເທດ ຢູ່ ສປປ ລາວ
ການຄຸ້ມຄອງບັນຊີເງິນຝາກເງິນຕາຕາງປະເທດ ຢູ່ ສປປ ລາວ ແມ່ນ ການຈັດຕັ້ງປະຕິບັດບັນດາ ຫຼັກການ, ລະບຽບການ ແລະ ມາດຕະການ ໃນການເປີດ ແລະ ການເຄື່ອນໄຫວ ບັນຊີເງິນຝາກເງິນຕາຕາງປະເທດ ຂອງຜູ້ມີ ແລະ ບໍ່ມີ ພູມລຳເນົາ ຢູ່ ສປປ ລາວ ນຳທະນາຄານທຸລະກິດໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
ມາດຕາ ມາດຕາ 2
ມາດຕາ 2 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບຜູ້ມີ ແລະ ບໍ່ມີ ພູມລຳເນົາ ຢູ່ ສປປ ລາວ ລວມທັງທະນາຄານທຸລະກິດ, ກົມພາຍໃນ ທຫລ ແລະ ທຫລ ປະຈຳພາກ ທີ່ເຄື່ອນໄຫວກ່ຽວຂ້ອງກັບການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດ ຢູ່ ສປປ ລາວ.
ຂໍຕົກລົງສະບັບນີ້ ບໍ່ນຳໃຊ້ສຳລັບບັນຊີເງິນຝາກກ່ຽວກັບ ການນຳເຂົ້າ-ສົ່ງອອກ ແລະ ການລົງທຶນ.
ມາດຕາ ມາດຕາ 3
ມາດຕາ 4 ການເປີດບັນຊີເງິນຝາກເງິນຕາຕາງປະເທດ
ຜູ້ມີ ແລະ ບໍ່ມີ ພູມລຳເນົາ ຢູ່ ສປປ ລາວ ສາມາດນຳເອົາເງິນຕາຕາງປະເທດທີ່ຢູ່ໃນການຄອບຄອງຂອງຕົນ ໄປຝາກໄວ້ທີ່ທະນາຄານທຸລະກິດໃດໜຶ່ງ ເຊິ່ງທະນາຄານດັ່ງກ່າວ ເປັນຜູ້ເປີດບັນຊີເງິນຝາກເງິນຕາຕາງປະເທດ ດ້ວຍການອອກຊື່ ແລະ ເລກບັນຊີ ໃຫ້ແກ່ຜູ້ຝາກເງິນ.
ປະເພດຂອງບັນຊີເງິນຝາກເງິນຕາຕາງປະເທດ ປະກອບດ້ວຍ ບັນຊີເງິນຝາກກະແສລາຍວັນ, ບັນຊີເງິນຝາກປະຢັດ, ບັນຊີເງິນຝາກປະຈຳ ແລະ ບັນຊີເງິນຝາກປະເພດອື່ນ ທີ່ທະນາຄານທຸລະກິດໃຫ້ບໍລິການ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 20 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ