农林部门活动监测与检查指南
ຄຳແນະນຳກ່ຽວກັບ ການຕິດຕາມ, ກວດກາ ການເຄື່ອນໄຫວວຽກງານຂອງຂະແໜງການກະສິກຳ ແລະ ປ່າໄມ້
Guidelines for Monitoring and Inspection of Activities in the Agriculture and Forestry Sector
简介
该法规调整农林部对国有投资项目的监测检查活动,核心是规定常规、命令及突击三种检查形式,旨在确保项目合规透明并预防腐败。
Summary
This regulation governs the monitoring and inspection activities of the Ministry of Agriculture and Forestry on state-invested projects, specifying three inspection forms: routine, ordered, and surprise, aiming to ensure project compliance, transparency, and prevent corruption.
ບົດສະຫຼຸບ
ກົດລະບຽບນີ້ຄຸ້ມຄອງການຕິດຕາມກວດກາໂຄງການລົງທຶນຂອງລັດໂດຍກະຊວງກະສິກຳ ແລະ ປ່າໄມ້, ເນັ້ນໃສ່ການກວດກາ 3 ຮູບແບບຄື: ປົກກະຕິ, ຕາມຄຳສັ່ງ ແລະ ກະທັນຫັນ, ເພື່ອຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະ ປ້ອງກັນການສໍ້ລາດບັງຫຼວງ.
条文
第条
老挝人民民主共和国
和平、独立、民主、统一、繁荣
农林部 第....-:.. .-.......... 号
指导意见
关于跟踪、检查农林部门工作活动
- 依据《国家检查法(修订版)》,第25/国会号,2022年12月29日;
- 依据《农林部组织与活动令》,第603/总理号,2021年10月15日;
- 依据检查司第0655/检司号函,2024年12月10日;
- 依据办公厅第0415/办号函,2025年1月30日。
为了贯彻落实各时期颁布的法律法规,确保
统一在农业和林业领域按照职责、计划、国家投资的所有类型项目(使用国家预算、合资资金、无偿援助资金、国内或国外贷款)进行检查工作的组织实施,使其按照法规、法律和项目目标以及已确定的活动计划正确运作,旨在满足国家及人民的成果和整体利益,防止违反法规、法律的行为,并遏制腐败行为,使国家在农业、林业和农村发展工作中的投资得到透明、节约和高效的执行。
农业和林业部部长发布指导意见:
1. 目标和预期水平
1. 为给由农林部任命的国有投资项目跟踪检查委员会提供依据,使其在跟踪检查活动中依法依规进行,旨在实现透明、清晰,纠正腐败现象、贪污受贿、违反国家法律法规的行为,并及时处理检查结果;
2. 为使农林领域的国有投资项目执行者认识、理解一致,积极主动与检查委员会协调,以高度责任感确保跟踪检查按既定计划进行;
3. 为有效预防和打击农林领域的腐败行为。
愿景与成效;
4. 为使国家监察和反腐败工作的组织实施具有高效和显著成效,拥有预算、车辆、设备服务于从项目源头开始的监察工作。
二、监督、检查的形式
农业和林业领域的监督、检查包括常规监督、检查,其中包括从项目源头开始的国家投资项目监督、检查,根据命令或建议进行的监督、检查,以及突击监督、检查。
1. 常规监督、检查
常规监督、检查是指按照计划定期、有明确时间进行的检查,事先通知被检查对象,其中包括对投资项目的监督、检查。
国家资金从源头开始,为了了解、看到和掌握情况、信息,以便组织执行政策、法律、法规、职责、权利、义务和责任在行政管理、专业技术规章执行、技术、管理原则、审计结果方面,根据国家审计机构的建议,在必要、紧急的情况下,根据国会决议、省级人民议会决议,采用主要方法如下:
1) 跟踪检查职责履行和年度计划执行情况,每年至少一次;
2) 与相关部门协调,统一准备计划、活动议程、纪要草案、针对性问题和检查目标,必须配合准备各类文件。
检查组所需的文件,并便利提供各种文件资料;
3) 向党委、指导委员会提出建议,通报检查组的目标、决议和工作计划,并指定目标,任命联合工作组;
4) 分析评估,明确优点、成绩、弱点、遗留问题、各项建议,以及检查组提出的解决办法建议;
5) 总结监督检查结果,达成一致并共同签署纪要,然后向上级报告,供审议解决。
2. 根据命令或建议进行的监督检查
根据命令或建议进行的监督检查是指根据决议、决定、命令进行的监督检查,
上级的指示和通知,包括个人、法人或组织的请求,按照法律和法规,通过通知使目标被检查知晓,主要采用以下方法:
1) 向党委、指导委员会提出,通报目的、协议和工作活动计划,由跟踪检查委员会负责,同时让目标指定联合工作组;
2) 收集整理相关法规,核实用于实际跟踪检查的数据,这些数据已在活动计划中确定;
3) 研究、分析、调查、评估、比较数据,使之清晰、客观、完整,作为根据检查内容进行总结的基础;
4) 详细总结跟踪检查结果,特别是总结已确定的计划。
在检查和进行实际检查中,以便看到跟踪、检查的结果,同时与各项法规、党的规章、国家法律、上级指导方针进行比较,然后提出解决方法或纠正措施,以达到统一并共同签字。
3. 突击跟踪、检查
突击跟踪、检查是指紧急检查,不事先通知被检查对象。突击跟踪、检查的内容与根据个人、法人或组织的命令或建议进行的跟踪、检查内容相同,但须严格遵守相关法律法规。
4. 国家投资项目从头开始的跟踪、检查
国家投资项目从头开始的跟踪、检查是指对投资者进行常规跟踪、检查。
实施项目,以便了解、看到并掌握情况、信息,用于组织执行国家投资项目,从项目开始起。
需要跟踪、检查的国家投资项目是所有使用国家预算、合资资金、无偿援助资金、国内和国外贷款资金的项目,在农业和林业领域,每年至少一次,采用以下主要方法:
1) 协调并向项目业主、项目实施者提出书面计划,同时有深入提问、询问、记录报告以及项目的各种文件交接,以使各部门在组织实施计划、工作和各步骤中承担责任;
2) 被检查的目标必须配合检查组检查各种文件。
包括项目提案、项目合同、项目计划和活动的执行、聘请咨询公司、专家和合同人员、修缮工程招标、采购车辆、服务设备、资产会计文件和财务文件,以及报告、说明、澄清尚未明确的问题,在发现存在腐败风险的情况下;
3) 检查委员会负责评估分析,明确项目的优点、成果、弱点、遗留问题、各项项目任务以及提出改进建议;
4) 跟踪检查结果的总结必须在跟踪检查委员会、项目执行方和相关方之间达成一致,并共同签署纪要,之后
然后如实向上级报告,并将检查结果告知项目执行者,组织执行,并进行严格跟踪检查。
执行者的义务
111. 反腐败
反腐败是指确定原则、规章和措施,以预防和打击腐败,防止国家、集体、社会的财产或公民的合法权利和利益受到损害、侵占或欺诈,将违法者绳之以法,保护无辜者,旨在使国家机关透明、坚强,并随时可接受检查,在发现任何腐败行为时,具体如下:
1) 侵占国家或集体财产;
2) 欺诈国家或集体财产;
3) 行贿;
4) 受贿;
5) 滥用职务、职权、职责以侵占国家、集体或个人财产;
6) 滥用国家或集体财产;
7) 超越职权范围使用职务、职权、职责以侵占国家、集体或个人财产;
8) 盗窃、伪造施工技术标准、设计、计算等;
9) 招标或特许经营欺诈;
10) 伪造文件或使用伪造文件;
11) 泄露秘密以谋取私利;
12) 扣留、拖延文件。
检查和反腐败工作必须严格按照《反腐败法》执行,主要方法如下:
1) 调查、通知、报告、建议或投诉,并收集数据,如果发现
有必要按照《投诉处理法》(修订版)第17号/国会,2022年7月7日的规定,投诉需有投诉人的姓名、日期、月份、年份、签名和指纹,以及相关机构的地址,投诉人提交至该机构;
2) 准备并制定实地检查计划,与其他相关部门和地方协调;
3) 检查相关个人或组织的文件和财产,包括检查财务-会计、收入-支出、援助资金和贷款的使用;
4) 传唤相关组织代表或个人前来解释说明;
5) 总结、评估并报告检查结果。
资产申报是指有职位、权力、职责的人在任职前后,必须清晰、诚实、纯洁地申报自己、配偶及受其管理的子女的资产和债务,并对申报内容承担法律责任。
第三节 协调机制
1) 中央至地方的各级监察局、国家监察部门及监察办公室,在农业和林业领域,主动与各被监察目标协调配合,共同组织实施本指导意见,以取得良好效果;
2) 被监察目标应提供便利并配合,按照法律、相关法规及本指导意见的规定进行监督检查。
3) 监察局负责宣传、传播和推动国家投资项目严格遵守本指导意见;
4) 国家投资项目监察委员会不得参与项目实施委员会,例如项目指导委员会、招标委员会、评标委员会在采购和招标中,以及项目财务管理委员会,而是专门设立跟踪、监察、观察委员会,从项目开始。
用于监察活动的预算
1) 用于跟踪、监察国家行政工作的预算,是年度计划中确定的预算,部级使用年度分配中的调整-补充预算。
办公室、各司、研究院及部属二级技术单位,省级国家监察部门的监察活动使用省级农林厅的预算,县级监察单位使用县级农林办公室的预算,按分级管理进行;
2) 跟踪、监察国家投资项目,包括国家预算、合资资金、无偿援助资金及国内外贷款资金,具体如下:
- 正在实施且尚未结束的项目,必须负责提供必要的车辆和设备便利,以支持监察工作;
- 所有新开始设计阶段的国家投资项目,必须负责提供
提供必要的车辆和物资便利,用于检查工作,从项目开始就按照关于跟踪检查国家投资项目的第01/ລບ号令(2015年1月6日)执行。
措施和实施方法
1) 让检查司主动与办公室、各司、研究所、二级技术单位以及隶属于农林部的国有农业服务企业协调,这些单位是国家投资项目的负责方,共同按照本指导意见有效实施;
2) 省级农林局的各国家检查部门以及县级农林办公室的国家检查单位,主动按照本指导意见组织实施。
本指令严格执行;
3) 在执行本指令后,如遇到任何困难问题,请向上级报告,以便及时调整和修改。
本指令自2025年4月3日起生效。
林康·当萨万
ພາສາລາວ (老挝语原文)
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງກະສິກຳ ແລະ ປ່າໄມ້ ຄ ເລກທີ....-:.. .-.......... ປ
ຄຳແນະນຳ
ກ່ຽວກັບ ການຕິດຕາມ, ກວດກາ ການເຄື່ອນໄຫວວຽກງານ
ຂອງຂະແໜງການກະສິກຳ ແລະ ປ່າໄມ້
- ອີງຕາມ ກົດໝາຍ ວາດ້ວຍການກວດກາລັດ (ສະບັບປັບປຸງ) ສະບັບເລກທີ 25/ສພຊ, ລົງວັນທີ 29 ທັນວາ 2022;
- ອີງຕາມ ດຳລັດ ວາດ້ວຍການຈັດຕັ້ງ ແລະ ການເຄືອນໄຫວຂອງກະຊວງ ກະສິກຳ ແລະ ປາໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;
- ອີງຕາມ ຫັງສືສະເຫຼີຂອງ ກົມກວດກາ ສະບັບເລກທີ 0655/ກກ, ລົງວັນທີ 10 ທັນວາ 2024;
- ອີງຕາມ ຫັງສືສະເຫຼີຂອງຫ້ອງການ ສະບັບເລກທີ 0415/ຫກ, ລົງວັນທີ 30 ມັງກອນ 2025.
ເພືອຜັນຂະຫຍາຍ ແລະ ຈັດຕັ່ງປະຕິບັດບັນດານິຕິກຳທີໄດ້ກຳນົດອອກໃນແຕລະໄລຍະ, ຮັບປະກັນຄວາມເປັນ
ເອກະພາບ ໃນການຈັດຕັ້ງປະຕິບັດວຽກງານກວດກາ ຢູ່ໃນຂະແໜງການກະສິກຳ ແລະ ປ່າໄມ້ ຕາມພາລະບົດບາດ,
ແຜນການ, ໂຄງການລົງທຶນຂອງລັດ ທຸກປະເພດທີນຳໃຊ້ງົບປະມານແຫງລັດ, ທຶນສົມທົບ, ທຶນຊ່ວຍເຫຼືອລ້າ ແລະ
ທຶນກູ້ຢືມລາກພາຍໃນ ຫຼື ຕາງປະເທດ ໃຫ້ເຄືອນໄຫວຖືກຕ້ອງຕາມລະບຽບ, ກົດໝາຍ ແລະ ຈຸດປະສົງຂອງໂຄງການ
ກໍຄືແຜນການກິດຈະກຳທີໄດ້ກຳນົດໄວ້ ແນໃສຕອບສະໜອງຜົນ ໄດ້ຮັບ ແລະ ຜົນປະໂຫຍດລວມຂອງຊາດ ແລະ
ປະຊາຊົນ, ປ້ອງກັນການລະເມີດລະບຽບ, ກົດໝາຍ ແລະ ສະກັດກັນພຶດຕິກຳ ທີເປັນການສໍ້ລາດບັງຫຼວງ ເຮັດໃຫ້ການ
ລົງທຶນຂອງລັດ ໃນວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບການປະຕິບັດດ້ວຍຄວາມໂປ່ງໃສ,
ປະຢັດ ແລະ ມີປະສິດທິຜົນສູງ.
ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳ:
1. ຈຸດປະສົງ ແລະ ລະດັບຄາດໜາຍ
1. ເພື່ອເປັນບ່ອນອີງໃຫ້ແກ່ຄະນະຕິດຕາມ ກວດກາ ໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ທີ່ໄດ້ຮັບການແຕ່ງຕັ້ງຈາກກະຊວງກະສິກຳ ແລະ ປ່າໄມ້ ໃນການເຄື່ອນໄຫວຕິດຕາມ, ກວດກາ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ແນໃສ່ເຮັດໃຫ້ມີຄວາມໂປ່ງໃສ, ຊັດເຈນ, ແກ້ໄຂປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ, ການລະເມີດກົດໝາຍ ແລະ ລະບຽບການຂອງລັດ ພ້ອມທັງແກ້ໄຂຜົນຂອງການກວດກາໃຫ້ທັນເວລາ;
2. ເພື່ອໃຫ້ຜູ້ປະຕິບັດໂຄງການລົງທຶນຂອງລັດ ໃນຂະແໜງການກະສິກຳ ແລະ ປ່າໄມ້ ຮັບຮູ້, ເຂົ້າໃຈເປັນເອກະພາບ, ເປັນເຈົ້າການໃນການປະສານງານກັບຄະນະກວດກາ ດ້ວຍຄວາມຮັບຜິດຊອບສູງ ຮັບປະກັນໃຫ້ການຕິດຕາມ, ກວດກາ ເປັນໄປຕາມແຜນການທີ່ໄດ້ກຳນົດໄວ້;
3. ເພື່ອເປັນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນຂະແໜງການກະສິກຳ ແລະ ປ່າໄມ້ ໃຫ້ມີປະສິດທິພາບ.
ທິພາບ ແລະ ປະສິດທິຜົນ;
4. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກວດກາລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ ມີປະສິດທິພາບ ແລະ ປະສິດທິຜົນສູງ ມີງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ ໃຫ້ແກ່ວຽກງານກວດກາເລີ່ມແຕ່ຫົວທີຂອງ ທຸກໆໂຄງການ.
ນິ. ຮູບແບບການຕິດຕາມ, ກວດກາ
ການຕິດຕາມ, ກວດກາ ໃນຂະແໜງການກະສິກຳ ແລະ ປ່າໄມ້ ປະກອບດ້ວຍ ການຕິດຕາມ, ກວດກາ ແບບ ປົກກະຕິ ຊຶ່ງລວມທັງການຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ການຕິດຕາມ, ກວດກາຕາມ ຄຳສັ່ງ ຫຼື ຄຳສະເໜີ ແລະ ການຕິດຕາມ, ກວດກາແບບກະທັນຫັນ.
1. ການຕິດຕາມ, ກວດກາ ແບບປົກກະຕິ
ການຕິດຕາມ, ກວດກາແບບປົກກະຕິ ແມ່ນການກວດກາຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາ ອັນແນ່ນອນ ໂດຍການແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ ຊຶ່ງລວມທັງການຕິດຕາມ, ກວດກາ ໂຄງການລົງ
ທຶນຂອງລັດເລີ່ມແຕ່ຫົວທີ ເພື່ອໃຫ້ຮູ້, ເຫັນ ແລະ ກຳໄດ້ສະພາບການ, ຂໍ້ມູນໃນ ການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ, ລະບຽບການ, ພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງບໍລິຫານ, ການປະຕິບັດລະບຽບການດ້ານວິຊາສະເພາະ, ເຕັກນິກ, ຫຼັກການຄຸ້ມຄອງ, ຜົນກວດສອບ ຕາມຄຳສະເໜີຂອງອົງການກວດສອບແຫ່ງລັດ ໃນກໍລະນີຈຳເປັນ, ຮີບດ່ວນ, ຕາມມະຕິກອງປະຊຸມ ຂອງສະພາແຫ່ງຊາດ, ມະຕິກອງປະຊຸມ ຂອງສະພາປະຊາຊົນຂັ້ນແຂວງ ດ້ວຍການນຳໃຊ້ວິທີການຕົ້ນຕໍ ດັ່ງນີ້:
1) ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ພາລະບົດບາດ ແລະ ແຜນການປະຈຳປີ ຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ;
2) ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເອກະພາບໃນການກະກຽມແຜນການ, ວາລະການເຄື່ອນໄຫວ, ຮ່າງບົດບັນທຶກ, ຄຳຖາມເຈາະຈີ້ມ ແລະ ເປົ້າໝາຍຖືກກວດກາ ຕ້ອງໃຫ້ຄວາມຮ່ວມມືໃນການກະກຽມບັນດາເອກະສານ.
ກະສານທີ່ຄະນະກວດກາຕ້ອງການ ພ້ອມທັງອຳນວຍຄວາມສະດວກ ໃນການສະໜອງຂໍ້ມູນເອກະສານຕ່າງໆ;
3) ສະເໜີຕໍ່ ຄະນະພັກ, ຄະນະຊີ້ນຳ ແຈ້ງຈຸດປະສົງ, ຂໍ້ຕົກລົງ ແລະ ແຜນການເຄື່ອນໄຫວວຽກງານ ຂອງຄະນະຕິດຕາມ, ກວດກາ ພ້ອມທັງໃຫ້ເປົ້າໝາຍແຕ່ງຕັ້ງຄະນະຮ່ວມເຮັດວຽກ;
4) ຕີລາຄາໄຈ້ແຍກໃຫ້ເຫັນໄດ້ ດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ, ບັນດາຂໍ້ສະເໜີຕ່າງໆ ຂອງເປົ້າໝາຍ ແລະ ຂໍ້ສະເໜີວິທີການແກ້ໄຂຂອງຄະນະລົງຕິດຕາມ, ກວດກາ;
5) ສະຫຼຸບຜົນການຕິດຕາມ, ກວດກາ ເພື່ອຄວາມເປັນເອກະພາບກັນ ແລະ ເຊັນບົດບັນທຶກຮ່ວມກັນ, ຫຼັງຈາກນັ້ນ ຈຶ່ງລາຍງານໃຫ້ຂັ້ນເທິງຊາບ ເພື່ອພິຈາລະນາແກ້ໄຂ.
2. ການຕິດຕາມ, ກວດກາ ຕາມຄຳສັ່ງ ຫຼື ຄຳສະເໜີ
ການຕິດຕາມ, ກວດກາ ຕາມຄຳສັ່ງ ຫຼື ຄຳສະເໜີ ແມ່ນການຕິດຕາມ, ກວດກາ ຕາມມະຕິ, ຂໍ້ຕົກລົງ, ຄຳສັ່ງ,
ຄຳແນະນຳ ແລະ ແຈ້ງການ ຂອງຂັ້ນເທິງ ລວມທັງຄຳສະເຫີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕາມກົດໝາຍ ແລະ ລະບຽບການ ໂດຍມີການແຈ້ງໃຫ້ເປົ້າໜາຍຖືກກວດກາຮູ້ລວງຫ້າ ດ້ວຍການນຳໃຊ້ວິທີການຕົ້ນຕໍ ດັ່ງນີ້:
1) ສະເໜີຕໍ່ຄະນະພັກ, ຄະນະຊີ້ນຳ ແຈ້ງຈຸດປະສົງ, ຂໍ້ຕົກລົງ ແລະ ແຜນການເຄື່ອນໄຫວວຽກງານຂອງຄະນະຕິດຕາມ, ກວດກາ ພ້ອມທັງໃຫ້ເປົ້າໜາຍແຕ່ງຕັ່ງຄະນະຮວມເຮັດວຽກ;
2) ເກັບກຳ ທ້ອນໂຮມບັນດານິຕິກຳທີກຽວຂ້ອງ, ກວດກາພິສຸດຂໍ້ມູນ ທີ່ນຳໃຊ້ ເຂົ້າໃນການຕິດຕາມ, ກວດກາຕົວຈິງ ທີໄດ້ກຳນົດໄວ້ໃນແຜນການເຄືອນໄຫວ;
3) ຄົ້ນຄວ້າ, ວິເຄາະ, ວິໄຈ, ຕີລາຄາ, ຂໍ້ມູນ ສົມທຽບຂໍ້ມູນໃຫ້ຊັດເຈນ, ພາວະວິໄສ ແລະ ຄົບຖ້ວນ ເພືອເປັນພື້ນຖານໃຫ້ແກການສະຫຼຸບຕາມເນື້ອໃນກວດກາ;
4) ສະຫຼຸບລາຍງານຜົນການຕິດຕາມ, ກວດກາ ຢ່າງລະອຽດ ໂດຍສະເພາະ ການສະຫຼຸບແຜນການທີ່ກຳນົດ
ໄວ້ໃນການກວດກາ ແລະ ດຳເນີນການກວດກາຕົວຈິງ, ຊຶ່ງໃຫ້ເຫັນຜົນການຕິດຕາມ, ກວດກາ ພ້ອມທັງສົມທຽບໃສ່ ບັນດານິຕິກຳ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍທິດຊີ້ນຳຂັ້ນເທິງກ່ອນສະເໜີ ວິທີການແກ້ໄຂ ຫຼື ມາດຕະການແກ້ໄຂ ເພື່ອຄວາມເປັນເອກະພາບ ແລະ ລົງລາຍເຊັນຮ່ວມກັນ.
3. ການຕິດຕາມ, ກວດກາ ແບບກະທັນຫັນ
ການຕິດຕາມ, ກວດກາ ແບບກະທັນຫັນ ແມ່ນການກວດກາຢ່າງຮີບດ່ວນ ໂດຍບໍ່ມີການແຈ້ງໃຫ້ເປົ້າໝາຍ ຖືກກວດ ຮູ້ລ່ວງໜ້າ. ສຳລັບເນື້ອໃນການຕິດຕາມ, ກວດກາ ແບບກະທັນຫັນ ແມ່ນຄືກັນກັບເນື້ອໃນການຕິດຕາມ, ກວດກາ ຕາມຄຳສັ່ງ ຫຼື ຄຳສະເໜີ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
4. ການຕິດຕາມ, ກວດກາ ໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ
ການຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ແມ່ນການຕິດຕາມ, ກວດກາ ປົກກະຕິຕໍ່ຜູ້
ປະຕິບັດໂຄງການ ເພື່ອໃຫ້ຮູ້, ເຫັນ ແລະ ກຳໄດ້ສະພາບການ, ຂໍ້ມູນໃນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ນັບແຕ່ເລີ່ມຕົ້ນໂຄງການເປັນຕົ້ນໄປ.
ໂຄງການລົງທຶນຂອງລັດທີ່ຕ້ອງຕິດຕາມ, ກວດກາ ແມ່ນທຸກໂຄງການທີ່ນຳໃຊ້ງົບປະມານແຫ່ງລັດ, ທຶນສົມທົບ, ທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມຈາກພາຍໃນ ແລະ ຕ່າງປະເທດ ໃນຂະແໜງການກະສິກຳ ແລະ ປ່າໄມ້ ຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ ດ້ວຍການນຳໃຊ້ວິທີການຕົ້ນຕໍ ດັ່ງນີ້:
1) ປະສານ ແລະ ສະເໜີແຜນການໃຫ້ເຈົ້າຂອງໂຄງການ, ຜູ້ປະຕິບັດໂຄງການ ເປັນລາຍລັກອັກສອນ ພ້ອມທັງມີຄຳຖາມເຈາະຈີ້ມ, ຊັກຖາມ, ບັນທຶກການລາຍງານ ແລະ ການມອບ-ຮັບເອກະສານຕ່າງໆ ຂອງໂຄງການ ເພື່ອໃຫ້ມີຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ໃນການຈັດຕັ້ງປະຕິບັດແຜນການ, ວຽກງານ ແລະ ຂັ້ນຕອນຕ່າງໆ;
2) ເປົ້າໝາຍທີ່ຖືກກວດກາ ຕ້ອງໃຫ້ຄວາມຮ່ວມມືຕໍ່ຄະນະກວດກາ ໃນການກວດກາບັນດາເອກະສານຕ່າງໆ
ເປັນຕົ້ນ ບົດສະເໜີໂຄງການ, ສັນຍາໂຄງການ, ການປະຕິບັດແຜນການ ແລະ ກິດຈະກຳຕ່າງໆ ຂອງໂຄງການ, ການຈັດຈ້າງບໍລິສັດທີ່ປຶກສາ, ຊ່ຽວຊານ ແລະ ພະນັກງານຕາມສັນຍາ, ການປະມູນການກໍ່ສ້າງສ້ອມແປງ, ການຈັດຊື້-ຈັດຈ້າງພາຫະນະ, ອຸປະກອນຮັບໃຊ້, ເອກະສານບັນຊີຊັບສິນ ແລະ ເອກະສານທາງດ້ານການເງິນ ພ້ອມທັງລາຍງານ, ອະທິບາຍ, ຊີ້ແຈງ ບັນຫາທີ່ຍັງບໍ່ທັນຈະແຈ້ງ ໃນກໍລະນີທີ່ພົບເຫັນບັນຫາທີ່ເຫັນວ່າມີຄວາມສ່ຽງໃນການສໍ້ລາດບັງຫຼວງ;
3) ຄະນະກວດກາ ເປັນຜູ້ຕີລາຄາໄຈ້ແຍກໃຫ້ເຫັນໄດ້ ດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງຂອງໂຄງການ, ບັນດາຫ້າວຽກໂຄງການ ແລະ ຂໍ້ສະເໜີວິທີການແກ້ໄຂ;
4) ການສະຫຼຸບຜົນການຕິດຕາມ ກວດກາ ຕ້ອງໄດ້ຜ່ານກັນພາຍໃນຄະນະຕິດຕາມ ກວດກາ, ຜູ້ປະຕິບັດໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄວາມເປັນເອກະພາບກັນ ແລະ ເຊັນບົດບັນທຶກຮ່ວມກັນ, ຫຼັງຈາກ
ນັ້ນ ຈິງລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ສົ່ງຜົນການກວດກາ ໃຫ້ຜູ້ປະຕິບັດໂຄງການຊາບ ແລະ ຈັດຕັ້ງປະຕິບັດໂດຍມີການຕິດຕາມ, ກວດກາ ຢ່າງເຂັມງວດ.
ງຄ້າງ ຂອງຜູ້ປະຕິບັດ
111. ການຕ້ານການສໍ້ລາດບັງຫຼວງ
ການຕ້ານການສໍ້ລາດບັງຫຼວງ ແມ່ນການກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເພື່ອບໍ່ໃຫ້ຊັບສິນຂອງລັດ, ລວມໝູ່, ສັງຄົມ ຫຼື ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງພົນລະເມືອງ ຖືກເສຍຫາຍ, ຖືກຍັກຍອກ ຫຼື ສໍ້ໂກງ, ນຳເອົາຜູ້ກະທຳຜິດ ມາດຳເນີນຄະດີ ແລະ ປົກປ້ອງຜູ້ບໍລິສຸດ ແນໃສ່ເຮັດໃຫ້ອົງການລັດ ມີຄວາມໂປ່ງໃສ, ເຂັ້ມແຂງ ແລະ ສາມາດກວດກາໄດ້ທຸກເວລາ, ໃນກໍລະນີ ພົບເຫັນພຶດຕິກຳ ທີ່ເປັນການສໍ້ລາດບັງຫຼວງໃດໜຶ່ງ ດັ່ງນີ້:
1) ການຍັກຍອກຊັບຂອງລັດ ຫຼື ລວມໝູ່;
2) ການສໍ້ໂກງຊັບຂອງລັດ ຫຼື ລວມໝູ່;
3) ການໃຫ້ສິນບົນ;
4) ການຮັບສິນບົນ;
5) ການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່ ເພື່ອເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ;
6) ການສວຍໃຊ້ຊັບຂອງລັດ ຫຼື ລວມໝູ່;
7) ການໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່ ເກີນຂອບເຂດ ເພື່ອເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ;
8) ການລັກໂລບ, ປອມແປງມາດຕະຖານເຕັກນິກກໍ່ສ້າງ, ອອກແບບ, ຄິດໄລ່ ແລະ ອື່ນໆ;
9) ການໂກງການປະມູນ ຫຼື ການສຳປະທານ;
10) ການປອມແປງເອກະສານ ຫຼື ການນຳໃຊ້ເອກະສານປອມ;
11) ການເປີດເຜີຍຄວາມລັບ ເພື່ອຫາຜົນປະໂຫຍດສ່ວນຕົວ;
12) ການກົດຫວງ, ຖ້ວງດຶງເອກະສານ.
ການດຳເນີນການກວດກາ ແລະ ການສໍ້ລາດບັງຫຼວງ ຕ້ອງປະຕິບັດຕາມ ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຢ່າງເຂັມງວດ ດ້ວຍການນຳໃຊ້ວິທີການຕົ້ນຕໍ ດັ່ງນີ້:
1) ຄົ້ນຄວ້າ ແຈ້ງການ, ແຈ້ງຄວາມ, ລາຍງານ, ການສະເໜີ ຫຼື ຄຳຮ້ອງຟ້ອງ ແລະ ລົງເກັບກຳຂໍ້ມູນ ຖ້າເຫັນວ່າ
ມີຄວາມຈຳເປັນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ວ່າດ້ວຍການແກ້ໄຂຄຳຮ້ອງທຸກ (ສະບັບປັບປຸງ) ສະບັບເລກທີ 17/ສພຊ, ລົງວັນທີ 07 ກໍລະກົດ 2022 ທີ່ກຳນົດໃຫ້ ຄຳຮ້ອງທຸກ ມີຊື່, ວັນທີ, ເດືອນ, ປີ, ລາຍເຊັນ ແລະ ລາຍໂປ້ມືຂອງຜູ້ຮ້ອງທຸກ ແລະ ສະຖານທີ່ຂອງອົງການທີ່ກ່ຽວຂ້ອງ ຊຶ່ງຜູ້ຮ້ອງທຸກຍື່ນເຖິງ;
2) ກະກຽມ ແລະ ສ້າງແຜນການລົງກວດກາຕົວຈິງ ໂດຍປະສານສົມທົບກັບຂະແໜງການອື່ນ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ;
3) ກວດກາເອກະສານ ແລະ ຊັບສິນ ຂອງບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຕົ້ນ ກວດກາການເງິນ-ການບັນຊີ, ລາຍຮັບ-ລາຍຈ່າຍ, ການໃຊ້ຈ່າຍທຶນຊ່ວຍເຫຼືອ ແລະ ເງິນກູ້ຢືມ;
4) ຮຽກເຊີນຜູ້ຕາງໜ້າການຈັດຕັ້ງ ຫຼື ບຸກຄົນທີ່ກ່ຽວຂ້ອງ ມາອະທິບາຍໃຫ້ຄວາມກະຈ່າງແຈ້ງ;
5) ສະຫຼຸບ, ຕີລາຄາ ແລະ ລາຍງານຜົນຂອງການກວດກາ.
ການແຈ້ງຊັບສິນ ແມ່ນຜູ້ມີຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່ ກ່ອນ ແລະ ຫຼັງຮັບເຕົ້າແໜ່ງ, ຕ້ອງແຈ້ງຊັບສິນ ແລະ ໜີ້ສິນຂອງຕົນ, ຂອງຜົວ ຫຼື ເມຍ ແລະ ລູກ ທີ່ຢູ່ໃນການຄຸ້ມຄອງຂອງຕົນຢ່າງຊັດເຈນ, ສັດຊື່ບໍລິສຸດ ແລະ ມີຄວາມຮັບຜິດຊອບຕໍ່ກົດໝາຍ ກ່ຽວກັບເນື້ອໃນການແຈ້ງນັ້ນ.
ໝວດ. ກົນໄກການປະສານງານ
1) ກົມກວດກາ, ຂະແໜງກວດກາລັດ ແລະ ຫ້ອງງານກວດກາລັດແຕ່ລະຂັ້ນ, ນັບແຕ່ສູນກາງຮອດທ້ອງຖິ່ນ ໃນຂະແໜງການກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບບັນດາເປົ້າໝາຍທີ່ຖືກກວດກາ ຮ່ວມກັນຈັດຕັ້ງປະຕິບັດຕາມ ຄຳແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ;
2) ເປົ້າໝາຍທີ່ຖືກກວດກາ ອຳນວຍຄວາມສະດວກ ພ້ອມທັງໃຫ້ຄວາມຮ່ວມມື ໃນການລົງຕິດຕາມ ກວດກາ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ, ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງ ແລະ ຄຳແນະນຳສະບັບນີ້;
3) ກົມກວດກາ ເປັນເຈົ້າການໂຄສະນາ, ເຜີຍແຜ່ ແລະ ຊຸກຍູ້ ບັນດາໂຄງການລົງທຶນຂອງລັດ ໃຫ້ປະຕິບັດຕາມຄຳແນະນຳສະບັບນີ້ຢ່າງເຂັມງວດ;
4) ຄະນະກວດກາ ໂຄງການລົງທຶນຂອງລັດ ຈະບໍ່ປະກອບເຂົ້າໃນຄະນະຈັດຕັ້ງປະຕິບັດໂຄງການ ເປັນຕົ້ນ ຄະນະຊີ້ນຳໂຄງການ, ຄະນະກຳມະການປະມູນ, ຄະນະກຳມະການສົມທຽບລາຄາ ໃນການຈັດຊື້-ຈັດຈ້າງ ແລະ ຄະນະຄຸ້ມຄອງການເງິນໂຄງການ ໂດຍມີການແຕ່ງຕັ້ງເປັນຄະນະຕິດຕາມ, ກວດກາ, ສັງເກດການສະເພາະ ເລີ່ມແຕ່ຫົວທີ.
ງົບປະມານຮັບໃຊ້ ໃນການເຄື່ອນໄຫວເຂົ້າໃນວຽກງານກວດກາ
1) ງົບປະມານຮັບໃຊ້ເຂົ້າວຽກງານຕິດຕາມ, ກວດກາ ວຽກງານບໍລິຫານລັດ ແມ່ນງົບປະມານທີ່ໄດ້ກຳນົດໄວ້ໃນແຜນການປະຈຳປີ, ຂັ້ນກະຊວງ ແມ່ນນຳໃຊ້ງົບປະມານບ້ວງດັດສົມ-ສົ່ງເສີມ ຕາມການຈັດແບ່ງປະຈຳປີ
ຂອງຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການ ລະດັບສອງ ທີ່ຂຶ້ນກັບກະຊວງ, ການເຄື່ອນໄຫວກວດກາ ຂອງຂະແໜງກວດກາລັດ ຂັ້ນແຂວງ ແມ່ນນຳໃຊ້ງົບປະມານ ຂອງພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ແລະ ຫົວໜ່ວຍງານກວດກາ ຂັ້ນເມືອງ ແມ່ນນຳໃຊ້ງົບປະມານຂອງ ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ຕາມການແບ່ງຂັ້ນຄຸ້ມຄອງ;
2) ການຕິດຕາມ, ກວດກາ ບັນດາໂຄງການລົງທຶນຂອງລັດ ປະກອບດ້ວຍງົບປະມານແຫ່ງລັດ, ທຶນສົມທົບ, ທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມ ຈາກພາຍໃນ ຫຼື ຕ່າງປະເທດ ໂດຍປະຕິບັດ ດັ່ງນີ້:
- ໂຄງການທີ່ກຳລັງຈັດຕັ້ງປະຕິບັດ ແລະ ຍັງບໍ່ທັນສິ້ນສຸດໂຄງການ ຕ້ອງໄດ້ຮັບຜິດຊອບ ອຳນວຍຄວາມສະດວກດ້ານພາຫະນະ ແລະ ວັດຖຸປະກອນຮັບໃຊ້ທີ່ຈຳເປັນ ສະໜອງໃຫ້ແກ່ວຽກງານກວດກາ;
- ບັນດາໂຄງການລົງທຶນຂອງລັດ ທີ່ເລີ່ມຕົ້ນການອອກແບບໂຄງການໃໝ່ ຕ້ອງໄດ້ຮັບຜິດຊອບ ອຳນວຍ
ຄວາມສະດວກດ່ານພາຫະນະ ແລະ ວັດຖຸປະກອນຮັບໃຊ້ທີຈຳເປັນ ສະໜອງໃຫ້ແກວຽກງານກວດກາ ເພື່ອ
ນຳໃຊ້ເຂົ້າໃນວຽກງານກວດກາເລີ່ມແຕ່ຫົວທີ ຕາມດຳລັດ ວ່າດ້ວຍການຕິດຕາມ ກວດກາ ໂຄງການລົງທຶນ
ຂອງລັດເລີ່ມແຕ່ຫົວທີ ສະບັບເລກທີ 01/ລບ, ລົງວັນທີ 06 ມັງກອນ 2015.
ໄພູ[. ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ
1) ໃຫ້ ກົມກວດກາ ເປັນເຈົ້າການປະສານສົມທົບກັບ ຫ້ອງການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການ
ລະດັບສອງ ແລະ ລັດວິສາຫະກິດບໍລິການກະສິກຳ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ທີເປັນຜູ້
ຮັບຜິດຊອບໂຄງການລົງທຶນຂອງລັດ ພ້ອມກັນຈັດຕັ້ງປະຕິບັດຕາມ ຄຳແນະນຳສະບັບ ນີ້ ໃຫ້ໄດ້ຮັບຜົນດີ;
2) ບັນດາຂະແໜງກວດກາລັດ ຂອງພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ແລະ ໜ່ວຍງານກວດກາລັດ
ຂອງຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມ ຄຳແນະນຳສະບັບ
ບັບນີ້ ຢ່າງເຂັມງວດ;
3) ພາຍຫຼັງທີໄດ້ຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້ ຫາກມີບັນຫາຫຍຸ້ງຍາກປະການໃດ ໃຫ້ລາຍງານຂັ້ນເທິງ
ເພືອປັບປຸງແກ້ໄຂໃຫ້ທັນສະພາບການ.
ຄຳແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 03 ເມສາ 2025 ເປັນຕົ້ນໄປ.
ປອ. ລິນຄຳ ດວງສະຫວັນ