ຂໍ້ຕົກລົງວ່າດ້ວຍ ເນື້ອໃນການໂຄສະນາສິນຄ້າ

商品广告内容协议

Agreement on Content of Commercial Advertisements

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງເນື້ອໃນການໂຄສະນາສິນຄ້າພາຍໃນປະເທດລາວ, ຮຽກຮ້ອງໃຫ້ຂໍ້ມູນໂຄສະນາຖືກຕ້ອງແລະຈິງ, ຫ້າມການເວົ້າເກີນຈິງຫຼືການໃສ່ຮ້າຍຄູ່ແຂ່ງ, ແລະກຳນົດຂັ້ນຕອນການຮັບຮອງແລະອະນຸມັດເນື້ອໃນໂຄສະນາ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ເນື້ອໃນການໂຄສະນາສິນຄ້າ
ເນື້ອໃນການໂຄສະນາສິນຄ້າ ແມ່ນຢັ້ງຢືນເນື້ອໃນຂອງການໂຄສະນາສິນຄ້າ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ ທີ່ມີຂໍ້ມູນຂ່າວສານຖືກຕ້ອງ, ຊັດເຈນ ແລະ ຄົບຖ້ວນຕາມຄວາມເປັນຈິງ ກ່ຽວກັບປະເພດ, ຊະນິດ, ຄຸນລັກສະນະ, ຄຸນນະພາບຂອງສິນຄ້າ, ເຄື່ອງໝາຍການຄ້າ, ບໍ່ໂຄສະນາເກີນຄວາມເປັນຈິງ, ຮັບປະກັນການໂຄສະນາບໍ່ໃຫ້ມີລັກສະນະສຽດສີ ແລະ ຫັນປະຫາດສິນຄ້າຂອງຄູ່ແຂ່ງ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ສິນຄ້າ ໝາຍເຖິງ ວັດຖຸສິ່ງຂອງ ທີ່ໃຊ້ໃນການອຸປະໂພກ ຫຼື ບໍລິໂພກ ລວມທັງເອກະສານສະແດງສິດໃນວັດຖຸສິ່ງຂອງ;
2. ການໂຄສະນາທາງກວ້າງ ໝາຍເຖິງ ການໂຄສະນາຜ່ານປ້າຍໂຄສະນາປະເພດຕ່າງໆ ຕາມສະຖານທີ່ສາທາລະນະ, ການເປີດຕົວສິນຄ້າ ແລະ ການບໍລິການ;
3. ການໂຄສະນາຜ່ານພາຫະນະສື່ມວນຊົນ ໝາຍເຖິງ ສື່ສິ່ງພິມ, ສື່ເອເລັກໂຕຣນິກ ລວມທັງຜະລິດຕະພັນສື່ມວນຊົນ ເຊັ່ນ: ໜັງສືພິມ, ວາລະສານ, ລາຍການວິທະຍຸ, ໂທລະພາບ, ອິນເຕີເນັດ, ເວັບໄຊ ແລະ ອື່ນໆ;
4. ສື່ແບບໃໝ່ ໝາຍເຖິງ ພາຫະນະໂຄສະນາປະເພດໜຶ່ງຂອງສື່ເອເລັກໂຕຣນິກ ທີ່ສາມາດສື່ສານໄດ້ສອງທາງດ້ວຍການນຳໃຊ້ ເຕັກໂນໂລຊີ ສື່ສານທັນສະໄໝ ໃນການສົ່ງຂໍ້ມູນຂ່າວສານ ເປັນຕົວອັກສອນ, ພາບ ແລະ ສຽງ ຜ່ານເຄືອຂ່າຍອິນເຕີເນັດ ເຊັ່ນ: ເຟສບຸກ, ຢູທູບ, ທະວິດເຕີ, ຕິກຕັອກ ແລະ ອື່ນໆ;
5. ຜູ້ຊົມໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຊື້ ແລະ ນຳໃຊ້ສິນຄ້າ ໂດຍບໍ່ມີຈຸດປະສົງທາງການຄ້າ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 18 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ