商品广告内容协议
ຂໍ້ຕົກລົງວ່າດ້ວຍ ເນື້ອໃນການໂຄສະນາສິນຄ້າ
Agreement on Content of Commercial Advertisements
简介
该法规调整老挝境内商品广告内容,要求广告信息准确真实,禁止夸大或诋毁竞争对手,并规定广告内容认证与审批程序。
Summary
This regulation adjusts the content of commercial advertisements in Laos, requiring accurate and truthful advertising information, prohibiting exaggeration or denigration of competitors, and specifying procedures for content certification and approval.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງເນື້ອໃນການໂຄສະນາສິນຄ້າພາຍໃນປະເທດລາວ, ຮຽກຮ້ອງໃຫ້ຂໍ້ມູນໂຄສະນາຖືກຕ້ອງແລະຈິງ, ຫ້າມການເວົ້າເກີນຈິງຫຼືການໃສ່ຮ້າຍຄູ່ແຂ່ງ, ແລະກຳນົດຂັ້ນຕອນການຮັບຮອງແລະອະນຸມັດເນື້ອໃນໂຄສະນາ.
条文
第ມາດຕາ 1条
第2条 商品广告内容
商品广告内容是指来自工业和贸易部门的商品广告内容,其信息必须准确、清晰、完整、真实,涉及商品的类别、种类、特性、质量、商标,不得夸大宣传,保证广告不具有诋毁和贬低竞争对手商品的性质。
ພາສາລາວ (老挝语原文)
ມາດຕາ 2 ເນື້ອໃນການໂຄສະນາສິນຄ້າ
ເນື້ອໃນການໂຄສະນາສິນຄ້າ ແມ່ນຢັ້ງຢືນເນື້ອໃນຂອງການໂຄສະນາສິນຄ້າ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ ທີ່ມີຂໍ້ມູນຂ່າວສານຖືກຕ້ອງ, ຊັດເຈນ ແລະ ຄົບຖ້ວນຕາມຄວາມເປັນຈິງ ກ່ຽວກັບປະເພດ, ຊະນິດ, ຄຸນລັກສະນະ, ຄຸນນະພາບຂອງສິນຄ້າ, ເຄື່ອງໝາຍການຄ້າ, ບໍ່ໂຄສະນາເກີນຄວາມເປັນຈິງ, ຮັບປະກັນການໂຄສະນາບໍ່ໃຫ້ມີລັກສະນະສຽດສີ ແລະ ຫັນປະຫາດສິນຄ້າຂອງຄູ່ແຂ່ງ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. “商品”指用于消费或使用的物品,包括证明物品权利的文件;
2. “户外广告”指通过公共场所各类广告牌、商品发布及服务进行的广告;
3. “大众媒体广告”指通过印刷媒体、电子媒体以及媒体产品进行的广告,如:报纸、杂志、广播节目、电视、互联网、网站等;
4. “新媒体”指电子媒体的一种广告载体,能够利用现代通信技术通过互联网网络以文字、图像和声音进行双向传播,如:Facebook、YouTube、Twitter、TikTok等;
5. “消费者”指购买和使用商品且无商业目的的个人、法人或组织。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ສິນຄ້າ ໝາຍເຖິງ ວັດຖຸສິ່ງຂອງ ທີ່ໃຊ້ໃນການອຸປະໂພກ ຫຼື ບໍລິໂພກ ລວມທັງເອກະສານສະແດງສິດໃນວັດຖຸສິ່ງຂອງ;
2. ການໂຄສະນາທາງກວ້າງ ໝາຍເຖິງ ການໂຄສະນາຜ່ານປ້າຍໂຄສະນາປະເພດຕ່າງໆ ຕາມສະຖານທີ່ສາທາລະນະ, ການເປີດຕົວສິນຄ້າ ແລະ ການບໍລິການ;
3. ການໂຄສະນາຜ່ານພາຫະນະສື່ມວນຊົນ ໝາຍເຖິງ ສື່ສິ່ງພິມ, ສື່ເອເລັກໂຕຣນິກ ລວມທັງຜະລິດຕະພັນສື່ມວນຊົນ ເຊັ່ນ: ໜັງສືພິມ, ວາລະສານ, ລາຍການວິທະຍຸ, ໂທລະພາບ, ອິນເຕີເນັດ, ເວັບໄຊ ແລະ ອື່ນໆ;
4. ສື່ແບບໃໝ່ ໝາຍເຖິງ ພາຫະນະໂຄສະນາປະເພດໜຶ່ງຂອງສື່ເອເລັກໂຕຣນິກ ທີ່ສາມາດສື່ສານໄດ້ສອງທາງດ້ວຍການນຳໃຊ້ ເຕັກໂນໂລຊີ ສື່ສານທັນສະໄໝ ໃນການສົ່ງຂໍ້ມູນຂ່າວສານ ເປັນຕົວອັກສອນ, ພາບ ແລະ ສຽງ ຜ່ານເຄືອຂ່າຍອິນເຕີເນັດ ເຊັ່ນ: ເຟສບຸກ, ຢູທູບ, ທະວິດເຕີ, ຕິກຕັອກ ແລະ ອື່ນໆ;
5. ຜູ້ຊົມໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຊື້ ແລະ ນຳໃຊ້ສິນຄ້າ ໂດຍບໍ່ມີຈຸດປະສົງທາງການຄ້າ.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国境内通过各类广告媒体进行商品广告的个人、法人或组织,无论其在国内还是国外。
本协议确认根据老挝人民民主共和国经济部门分类代码第45、46和47号的消费品和日用品广告内容。
本协议不涵盖由公共卫生部门管理的食品、药品和医疗产品类商品的广告。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໂຄສະນາສິນຄ້າ ຜ່ານສື່ໂຄສະນາສິນຄ້າ ໃນຮູບແບບຕ່າງໆ ຢູ່ ສປປ ລາວ.
ຂໍ້ຕົກລົງສະບັບນີ້ ຢັ້ງຢືນເນື້ອໃນການໂຄສະນາສິນຄ້າອຸປະໂພກ, ບໍລິໂພກ ຕາມລະຫັດສາລະບານການຈັດແບ່ງຂະແໜງເສດຖະກິດຂອງ ສປປ ລາວ ລະຫັດ 45, 46 ແລະ 47.
ຂໍ້ຕົກລົງສະບັບນີ້ ບໍ່ກວມເອົາການໂຄສະນາ ສິນຄ້າປະເພດອາຫານ, ຢາ ແລະ ຜະລິດຕະພັນການແພດ ທີ່ຂະແໜງການສາທາລະນະສຸກ ເປັນຜູ້ຄຸ້ມຄອງ.
第ມາດຕາ 4条
第4条 商品广告的形式
商品广告有两种形式:
1. 广泛宣传;
2. 通过大众传播媒介进行广告。
ພາສາລາວ (老挝语原文)
ມາດຕາ 4 ຮູບການໂຄສະນາສິນຄ້າ
ການໂຄສະນາສິນຄ້າ ມີ ສອງ ຮູບການ ຄື:
1. ການໂຄສະນາທາງກວ້າງ;
2. ການໂຄສະນາຜ່ານພາຫະນະສື່ມວນຊົນ.
第ມາດຕາ 5条
第5条 申请认证商品广告内容
有意申请认证商品广告内容的个人、法人必须向工业和贸易厅提交申请,并附上以下文件:
1. 按照商业竞争和贸易检查司印制的表格填写的申请书;
2. 工业和贸易厅出具的老挝语商品标签内容认证证书,但根据规定无需贴老挝语标签的某些商品除外;
3. 将要进行广告的商品广告内容详情;
4. 将要进行广告的文件、图片或商品样品。
ພາສາລາວ (老挝语原文)
ມາດຕາ 5 ການສະເໜີຂໍຢັ້ງຢືນເນື້ອໃນການໂຄສະນາສິນຄ້າ
ບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງຂໍຢັ້ງຢືນເນື້ອໃນການໂຄສະນາສິນຄ້າ ຕ້ອງຍື່ນຄຳຮ້ອງ ຕໍ່
ຂະແໜງການອຸດສາຫະກຳ ແລະ ການຄ້າ ໂດຍປະກອບເອກະສານ ດັ່ງນີ້:
1. ຄຳຮ້ອງ ຕາມແບບພິມຂອງກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ;
2. ໃບຢັ້ງຢືນເນື້ອໃນສະຫຼາກສິນຄ້າເປັນພາສາລາວ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ,
ຍົກເວັ້ນບາງສິນຄ້າ ທີ່ບໍ່ຈຳເປັນຕ້ອງຕິດສະຫຼາກສິນຄ້າເປັນພາສາລາວ ຕາມລະບຽບການ;
3. ລາຍລະອຽດເນື້ອໃນການໂຄສະນາສິນຄ້າ ທີ່ຈະນຳໄປໂຄສະນາ;
4. ເອກະສານ ຮູບພາບ ຫຼື ຕົວຢ່າງສິນຄ້າ ທີ່ຈະໂຄສະນາ.
第ມາດຕາ 6条
第6条 审议确认商品广告内容
在收到按照本协议第6条规定的正确和完整的文件后,工业和贸易部门必须对将要进行广告的商品广告内容进行研究和检查,如果认为商品广告内容正确、明确、完整且符合事实,必须在收到文件之日起五个工作日内出具商品广告内容确认书。
如果文件不正确或不完整,必须在三个工作日内书面通知申请人以便修改。
如果无法出具商品广告内容确认书,必须在收到文件之日起五个工作日内书面通知申请人理由。
ພາສາລາວ (老挝语原文)
ມາດຕາ 6 ການພິຈາລະນາ ຢັ້ງຢືນເນື້ອໃນການໂຄສະນາສິນຄ້າ
ພາຍຫຼັງທີ່ໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້, ຂະແໜງການອຸດສາຫະກຳ ແລະ ການຄ້າ ຕ້ອງຄົ້ນຄວ້າກວດກາເນື້ອໃນການໂຄສະນາສິນຄ້າ ທີ່ຈະນຳໄປໂຄສະນາ, ຖ້າເຫັນວ່າເນື້ອໃນການໂຄສະນາສິນຄ້າຖືກຕ້ອງ, ຊັດເຈນ ແລະ ຄົບຖ້ວນ ຕາມຄວາມເປັນຈິງ ຕ້ອງອອກໃບຢັ້ງຢືນເນື້ອໃນການໂຄສະນາສິນຄ້າ ພາຍໃນ ຫ້າ ວັນລັດຖະການ ນັບແຕ່ວັນຮັບເອກະສານເປັນຕົ້ນໄປ.
ກໍລະນີ ເອກະສານບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ຍື່ນໜັງສືສະເຫຼີຍຊາບ ພາຍໃນ ສາມ ວັນລັດຖະການ ເພື່ອປັບປຸງແກ້ໄຂ.
ກໍລະນີ ບໍ່ສາມາດອອກໃບຢັ້ງຢືນເນື້ອໃນການໂຄສະນາສິນຄ້າ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຍື່ນໜັງສືສະເຫຼີຍຊາບ ພາຍໃນ ຫ້າ ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານເປັນຕົ້ນໄປ.
第ມາດຕາ 7条
第7条 商品广告内容证明书
商品广告内容证明书是由工业和商业部门出具的证明商品广告内容正确、清晰、完整且符合事实的文件。
商品广告内容证明书一经签发,可永久使用。
如有意申请变更商品广告内容,必须按照第6条的规定重新提交文件,并附上商品广告内容证明书原件。
ພາສາລາວ (老挝语原文)
ມາດຕາ 7 ໃບຢັ້ງຢືນເນື້ອໃນການໂຄສະນາສິນຄ້າ
ໃບຢັ້ງຢືນເນື້ອໃນການໂຄສະນາສິນຄ້າ ແມ່ນເອກະສານຢັ້ງຢືນເນື້ອໃນການໂຄສະນາສິນຄ້າ ທີ່ຖືກຕ້ອງ, ຊັດເຈນ ແລະ ຄົບຖ້ວນຕາມຄວາມເປັນຈິງ ຈາກຂະແບງການອຸດສາຫະກຳ ແລະ ການຄ້າ.
ໃບຢັ້ງຢືນເນື້ອໃນການໂຄສະນາສິນຄ້າ ອອກໃຫ້ຄັ້ງດຽວສາມາດນຳໃຊ້ໄດ້ຕະຫຼອດໄປ.
ກໍລະນີ ທີ່ມີຈຸດປະສົງຂໍປ່ຽນແປງເນື້ອໃນການໂຄສະນາສິນຄ້າ ຕ້ອງໄດ້ປະກອບເອກະສານຄືນໃໝ່ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6 ພ້ອມດ້ວຍໃບຢັ້ງຢືນເນື້ອໃນການໂຄສະນາສິນຄ້າ ສະບັບຕົ້ນ.
第ມາດຕາ 8条
第8条 暂停商品广告内容证明书
商品广告内容证明书在下列任一情况下将被暂停:
1. 对商品进行虚假宣传或提供信息,超出事实,不符合商品广告内容证明书的认证;
2. 未经许可更改商品广告内容;
3. 为未获得商品广告内容证明书的其他商品做广告。
在收到工业和贸易部门书面警告暂停后,经营者必须在三个月内纠正违规行为。
ພາສາລາວ (老挝语原文)
ມາດຕາ 8 ການໂຈະໃບຢັ້ງຢືນເນື້ອໃນການໂຄສະນາສິນຄ້າ
ໃບຢັ້ງຢືນເນື້ອໃນການໂຄສະນາສິນຄ້າ ຈະຖືກໂຈະ ໃນກໍລະນີໃດໜຶ່ງ ດັ່ງນີ້:
1. ໂຄສະນາ ຫຼື ສະໜອງຂໍ້ມູນຂ່າວສານ ກ່ຽວກັບສິນຄ້າເກີນຄວາມຈິງ ທີ່ບໍ່ຖືກຕ້ອງຕາມການຢັ້ງຢືນເນື້ອໃນການໂຄສະນາສິນຄ້າ;
2. ປ່ຽນແປງເນື້ອໃນການໂຄສະນາສິນຄ້າ ໂດຍບໍ່ຮັບອະນຸຍາດ;
3. ໂຄສະນາສິນຄ້າອື່ນ ທີ່ບໍ່ແມ່ນສິນຄ້າ ທີ່ໄດ້ຮັບໃບຢັ້ງຢືນເນື້ອໃນໂຄສະນາສິນຄ້າ.
ພາຍຫຼັງທີ່ໄດ້ມີການກ່າວເຕືອນເປັນລາຍລັກອັກສອນໃຫ້ໂຈະ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ, ຜູ້ດຳເນີນທຸລະກິດຕ້ອງປັບປຸງແກ້ໄຂຂໍ້ຄົງຄ້າງ ພາຍໃນ ສາມ ເດືອນ.
第ມາດຕາ 9条
第9条 暂停商品广告内容证明书
商品广告内容证明书在下列任一情况下将被暂停:
1. 广告内容不符合事实;
2. 广告具有欺骗性或误导性;
3. 广告影响良好道德或国家优良文化;
4. 广告影响消费者健康或安全;
5. 广告未遵守相关标准或规定。
ພາສາລາວ (老挝语原文)
ມາດຕາ 9 ການສັງໂຈະໃບຢັ້ງຢືນເນື້ອໃນການໂຄສະນາສິນຄ້າ
ໃບຢັ້ງຢືນເນື້ອໃນການໂຄສະນາສິນຄ້າ ຈະຖືກສັງໂຈະ ໃນກໍລະນີໃດໜຶ່ງ ດັ່ງນີ້:
1. ເນື້ອໃນການໂຄສະນາສິນຄ້າບໍ່ຖືກຕ້ອງຕາມຄວາມເປັນຈິງ;
2. ການໂຄສະນາສິນຄ້າມີລັກສະນະຫຼອກລວງ ຫຼື ເຮັດໃຫ້ເຂົ້າໃຈຜິດ;
3. ການໂຄສະນາສິນຄ້າກະທົບຕໍ່ສິນລະທຳອັນດີງາມ ຫຼື ວັດທະນະທຳອັນດີງາມຂອງຊາດ;
4. ການໂຄສະນາສິນຄ້າກະທົບຕໍ່ສຸຂະພາບ ຫຼື ຄວາມປອດໄພຂອງຜູ້ຊົມໃຊ້;
5. ການໂຄສະນາສິນຄ້າບໍ່ປະຕິບັດຕາມມາດຕະຖານ ຫຼື ລະບຽບການທີ່ກ່ຽວຂ້ອງ.
第ມາດຕາ 10条
第10条 一般禁止
禁止个人、法人或组织有下列行为:
1. 使用暴力、胁迫、阻挠和妨碍消费者保护官员履行职责;
2. 帮助、包庇违反法律法规者;
3. 为广告内容认证工作的利益充当中间人或行贿;
4. 宣传或提供不真实的信息;
5. 伪造文件和使用伪造文件;
6. 宣传不符合法律法规规定的商品;
7. 有其他违反法律法规的行为。
ພາສາລາວ (老挝语原文)
ມາດຕາ 10 ຂໍ້ຫ້າມທົ່ວໄປ
ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:
1. ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ກົດໜ່ວງຖ່ວງດຶງ ແລະ ຂັດຂວາງການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້;
2. ໃຫ້ການຊ່ວຍເຫຼືອ, ປົກປ້ອງຜູ້ລະເມີດກົດໝາຍ ແລະ ລະບຽບການ;
3. ເປັນສື່ກາງ ຫຼື ໃຫ້ສິນບົນ ເພື່ອຜົນປະໂຫຍດໃນວຽກງານຢັ້ງຢືນເນື້ອໃນການໂຄສະນາສິນຄ້າ;
4. ໂຄສະນາ ຫຼື ສະໜອງຂໍ້ມູນ ທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ;
5. ປອມແປງເອກະສານ ແລະ ນຳໃຊ້ເອກະສານປອມແປງ;
6. ໂຄສະນາສິນຄ້າ ທີ່ບໍ່ສອດຄ່ອງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
7. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
第ມາດຕາ 11条
第11条 经营者的禁止行为
禁止经营者有下列行为:
1. 对商品进行虚假或夸大宣传,或提供与商品广告内容认证不符的信息;
2. 未经工业和贸易部门对商品广告内容进行认证,宣传其他商品;
3. 未经许可更改商品广告内容;
4. 伪造文件或使用伪造文件,泄露秘密,销毁、篡改与商品广告有关的文件、证据或物证;
5. 阻碍、不合作、使用暴力或威胁负责保护消费者及相关方的官员,在其进行商品广告内容认证工作的监督和检查时;
6. 向负责商品广告内容认证工作的官员或工作人员行贿、共谋;
7. 宣传不符合法律和法规规定的商品;
8. 有其他违反法律和法规的行为。
ພາສາລາວ (老挝语原文)
ມາດຕາ 11 ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ
ຫ້າມຜູ້ດຳເນີນທຸລະກິດມີພຶດຕິກຳດັ່ງນີ້:
1. ໂຄສະນາ ຫຼື ສະເໜີຂໍ້ມູນຂ່າວສານ ກ່ຽວກັບສິນຄ້າເກີນຄວາມຈິງ ທີ່ບໍ່ຖືກຕ້ອງຕາມການຢັ້ງຢືນເນື້ອໃນການໂຄສະນາສິນຄ້າ;
2. ໂຄສະນາສິນຄ້າອື່ນ ໂດຍບໍ່ໄດ້ຮັບການຢັ້ງຢືນເນື້ອໃນການໂຄສະນາສິນຄ້າ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ;
3. ປ່ຽນແປງເນື້ອໃນການໂຄສະນາສິນຄ້າ ໂດຍບໍ່ໄດ້ຮັບອະນຸຍາດ;
4. ປອມແປງເອກະສານ ຫຼື ນຳໃຊ້ເອກະສານປອມ, ເປີດເຜີຍຄວາມລັບ, ທຳລາຍ, ສັບປ່ຽນເອກະສານ, ຫຼັກຖານ ຫຼື ຂອງກາງ ກ່ຽວກັບການໂຄສະນາສິນຄ້າ;
5. ຂັດຂວາງ, ບໍ່ໃຫ້ຄວາມຮ່ວມມື ແລະ ໃຊ້ຄວາມຮຸນແຮງ ຫຼື ນາບຂູ່ ຕໍ່ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການລົງຕິດຕາມ, ກວດກາ ກ່ຽວກັບວຽກງານຢັ້ງຢືນເນື້ອໃນການໂຄສະນາສິນຄ້າ;
6. ໃຫ້ສິນບົນ, ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ ຫຼື ພະນັກງານ ທີ່ຮັບຜິດຊອບວຽກງານຢັ້ງຢືນເນື້ອໃນການໂຄສະນາສິນຄ້າ;
7. ໂຄສະນາສິນຄ້າ ທີ່ບໍ່ສອດຄ່ອງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
8. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
第ມາດຕາ 12条
第12条 对工作人员和保护消费者的官员的禁止
禁止工作人员和保护消费者的官员有以下行为:
1. 履行职责时不公正、不符合法律和法规;
2. 压制、滥用权利、职责和职位,以强迫、威胁、暴力对待与商品广告相关的其他人;
3. 疏忽自身责任,不负责任地放弃职责,不公正或有偏见地对待任何个人、法人或组织;
4. 索取、要求或收受贿赂,串通或以任何其他形式谋取个人或团体利益;
5. 伪造文件或使用伪造文件,泄露秘密,压制或销毁、篡改与商品广告相关的文件、证据或物证,这些文件、证据或物证与商品广告内容的认证不符;
6. 有其他违反法律法规的行为。
ພາສາລາວ (老挝语原文)
ມາດຕາ 12 ຫ້າມສຳລັບພະນັກງານ ແລະ ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້
ຫ້າມພະນັກງານ ແລະ ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ ມີພຶດຕິກຳດັ່ງນີ້:
1. ປະຕິບັດໜ້າທີ່ ໂດຍບໍ່ມີຄວາມຍຸຕິທຳ ແລະ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
2. ກົດຂີ່ຂົ່ມເຫັງ, ສວຍໃຊ້ສິດ, ໜ້າທີ່ ແລະ ຕຳແໜ່ງ ເພື່ອບັງຄັບ, ນາບຂູ່, ໃຊ້ຄວາມຮຸນແຮງ ຕໍ່ບຸກຄົນອື່ນທີ່ກ່ຽວຂ້ອງກັບການໂຄສະນາສິນຄ້າ;
3. ເມີນເສີຍຕໍ່ຄວາມຮັບຜິດຊອບຂອງຕົນ, ປະລະໜ້າທີ່ໂດຍບໍ່ມີຄວາມຮັບຜິດຊອບ, ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ ຫຼື ລຳອຽງຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ;
4. ທວງເອົາ, ຂໍເອົາ ຫຼື ຮັບສິນບົນ, ສົມຮູ້ຮ່ວມຄິດ ຫຼື ມີພຶດຕິກຳອື່ນທຸກຮູບແບບ ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ພັກພວກຂອງຕົນ;
5. ປອມແປງເອກະສານ ຫຼື ນຳໃຊ້ເອກະສານປອມ, ເປີດເຜີຍຄວາມລັບ, ກົດຂີ່ຂົ່ມເຫັງ ຫຼື ທຳລາຍ, ສັບປ່ຽນເອກະສານ, ຫຼັກຖານ ຫຼື ຂອງກາງ ກ່ຽວກັບການໂຄສະນາສິນຄ້າ ທີ່ບໍ່ສອດຄ່ອງກັບການຢັ້ງຢືນເນື້ອໃນການໂຄສະນາສິນຄ້າ;
6. ມີພຶດຕິກຳອື່ນ ທີ່ລະເມີດກົດໝາຍ ແລະ ລະບຽບການ.
本页展示前 12 条,全文共 18 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读