ຄຳແນະນຳວ່າດ້ວຍ ການຮັບຮອງສິດທິບັດເອີຣົບ ຢູ່ ສປປ ລາວ ພາຍໃນສັນຍາ ວ່າດ້ວຍການຮັບຮອງສິດທິບັດເອີຣົບ
欧洲专利在老挝人民民主共和国认可指南(根据欧洲专利认可协议)
Guidelines for Recognition of European Patents in the Lao PDR (Under the European Patent Recognition Agreement)
ບົດສະຫຼຸບ
ຄູ່ມືສະບັບນີ້ຄຸ້ມຄອງຂັ້ນຕອນການຮັບຮອງສິດທິບັດເອີຣົບໃນປະເທດລາວ, ເນື້ອໃນຫຼັກກຳນົດວ່າສິດທິບັດເອີຣົບຫຼັງຈາກຍື່ນຄຳຮ້ອງ ແລະ ສົ່ງບົດແປແລ້ວ ຈະມີຜົນບັງຄັບໃຊ້ ແລະ ການປົກປ້ອງເທົ່າກັບສິດທິບັດພາຍໃນປະເທດ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 015/ອຄ
ນະຄອນຫລວງວຽງຈັນ, ວັນທີ 1 ມີນາ 2025
ຄຳແນະນຳ
ວ່າດ້ວຍການຮັບຮອງສິດທິບັດເອີຣົບ ຢູ່ ສປປ ລາວ
ພາຍໃຕ້ສັນຍາ ວ່າດ້ວຍການຮັບຮອງສິດທິບັດເອີຣົບ
- ອີງຕາມ ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ສະບັບເລກທີ 50/ສພຊ, ລົງວັນທີ 20 ພະຈິກ 2023;
- ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 275/ນຍ, ລົງວັນທີ 01 ກັນຍາ 2023;
- ອີງຕາມ ພັງສືສະເຫີຂອງກົມຊັບສິນທາງປັນຍາ ສະບັບເລກທີ 083/ກຊປ, ລົງວັນທີ 23 ມັງກອນ 2025.
ເພື່ອຈັດຕັ້ງປະຕິບັດວຽກງານຮັບຮອງສິດທິບັດເອີຣົບ ຢູ່ ສປປ ລາວ ໃຫ້ສອດຄ່ອງກັບສັນຍາ ວ່າດ້ວຍການ
ຮັບຮອງສິດທິບັດເອີຣົບ ລະຫວ່າງ ສປປ ລາວ ແລະ ອົງການສິດທິບັດເອີຣົບ ສະບັບລົງວັນທີ 13 ພຶດສະພາ 2024
ກ່ຽວກັບການຮັບຮອງສິດທິບັດເອີຣົບ ທີ່ໄດ້ຮັບອະນຸມັດຈາກສຳນັກງານສິດທິບັດເອີຣົບ, ແນໃສ່ຊຸກຍູ້, ສົ່ງເສີມການ
ຮັບຮອງສິດທິບັດເອີຣົບ ຢູ່ ສປປ ລາວ ແລະ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳແນະນຳ:
1. ການຮັບຮອງສິດທິບັດເອີຣົບ ຢູ່ ສປປ ລາວ ພາຍໃຕ້ສັນຍາ ວ່າດ້ວຍການຮັບຮອງສິດທິບັດເອີຣົບ
ການຮັບຮອງສິດທິບັດເອີຣົບ ຢູ່ ສປປ ລາວ ພາຍໃຕ້ສັນຍາ ວ່າດ້ວຍການຮັບຮອງສິດທິບັດເອີຣົບ ແມ່ນ ການ
ຮັບຮອງສິດທິບັດ ທີ່ໄດ້ຮັບການອະນຸມັດຈາກສຳນັກງານສິດທິບັດເອີຣົບ ແລະ ຮັບຮອງໃນນາມທາງການ ຢູ່ ສປປ ລາວ
ໂດຍກົມຊັບສິນທາງປັນຍາ.
11. ຂັ້ນຕອນການຮັບຮອງສິດທິບັດເອີຣົບ
1. ການຮັບຮອງສິດທິບັດເອີຣົບ
ຄຳຮ້ອງ ແລະ ສິດທິບັດເອີຣົບ ທີ່ຖືກຮັບຮອງ ຢູ່ ສປປ ລາວ ມີຜົນສັກສິດ ແລະ ໄດ້ຮັບການປົກປ້ອງ ເຊັ່ນດຽວກັນກັບຄຳຮ້ອງ ແລະ ສິດທິບັດພາຍໃນປະເທດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ສອດຄ່ອງກັບເງື່ອນໄຂທີ່ໄດ້ກຳນົດໄວ້ໃນສັນຍາ ວ່າດ້ວຍການຮັບຮອງສິດທິບັດເອີຣົບ ແລະ ລະບຽບການກ່ຽວຂ້ອງ.
2. ການສະເໜີຂໍຮັບຮອງສິດທິບັດ
ການສະເໜີຂໍຮັບຮອງສິດທິບັດ ໃຫ້ປະຕິບັດ ດັ່ງນີ້:
1) ສະເໜີຕໍ່ສຳນັກງານສິດທິບັດເອີຣົບ ກ່ອນ ຫຼື ຫຼັງວັນທີ ທີ່ສັນຍາ ວ່າດ້ວຍການຮັບຮອງສິດທິບັດເອີຣົບ ມີຜົນສັກສິດ.
2) ພາຍຫຼັງທີ່ໄດ້ຮັບແຈ້ງການ ກ່ຽວກັບການສະເໜີຂໍຮັບຮອງສິດທິບັດເອີຣົບ ຈາກສຳນັກງານສິດທິບັດເອີຣົບແລ້ວ ກົມຊັບສິນທາງປັນຍາ ຕ້ອງພິມເຜີຍແຜ່ການສະເໜີຂໍຮັບຮອງສິດທິບັດ ທັນທີ ໂດຍສອດຄ່ອງຕາມລະບຽບການ.
ເງື່ອນໄຂການພິມເຜີຍແຜ່ຄຳຮ້ອງທີໄດ້ກຳນົດໄວ້ໃນຂໍຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ;
3) ຜູ້ຮ້ອງຂໍຮັບຮອງສິດທິບັດເອີຮົບ ສາມາດຖອນຄຳຮ້ອງໄດ້ທຸກເວລາ, ກົມຊັບສິນທາງປັນຍາ ຈະຖືວ່າຄຳຮ້ອງຖືກຖອນ ໃນກໍລະນີ ໄດ້ຮັບແຈ້ງວ່າຜູ້ຮ້ອງຂໍບໍ່ໄດ້ຈ່າຍຄ່າທຳນຽມຕ່າງໆຕາມກຳນົດເວລາ ຫຼື ກໍລະນີ ທີ່ຄຳຮ້ອງຂໍຖືກແຈ້ງປະຕິເສດຂັ້ນສຸດທ້າຍ, ຖອນ ຫຼື ຖືກສະຫຼະສິດ ຈາກສຳນັກງານສິດທິບັດເອີຣົບ, ກົມຊັບສິນທາງປັນຍາ ຕ້ອງພິມເຜີຍແຜ່ສະຖານະດັງກ່າວ.
3. ຜົນບັງຄັບໃຊ້ຂອງຄຳຮ້ອງຂໍ
ຄຳຮ້ອງຂໍຮັບສິດທິບັດເອີຣົບ ຈະມີຜົນ
1) ຄຳຮ້ອງຂໍຮັບສິດທິບັດເອີຣົບ ພາຍໃນປະເທດ, ອາດຈະມີການຮ້ອງຂໍວັນບູລິມະສິດໃນກໍລະນີ ເຖິງວ່າການກວດສອບຈະມີຜົນເປັນຢ່າງໃດກໍ່ຕາມ;
2) ຄຳຮ້ອງຂໍຮັບສິດທິບັດເອີຣົບ ທີ່ໄດ້ຮັບການພິມເຜີຍແຜ່ຢູ່ສຳນັກງານສິດທິບັດເອີຣົບ ຈະຕ້ອງໄດ້ຮັບການປົກປ້ອງຊົ່ວຄາວ ເຊັ່ນດຽວກັນກັບຄຳຮ້ອງຂໍຮັບສິດທິບັດທີ່ໄດ້ຮັບການເຜີຍແຜ່ ຢູ່ ສປປ ລາວ ໂດຍໃຫ້ເລີ່ມຈາກວັນທີທີ່ເຜີຍແຜ່ຂໍ້ຮຽກຮ້ອງສິດສະບັບແປເປັນພາສາລາວ ແລະ ພາສາອັງກິດ ໄດ້ຖືກພິມເຜີຍແຜ່ສູ່ສາທາລະນະ ໃນຈົດໝາຍເຫດທາງລັດຖະການ ກ່ຽວກັບຊັບສິນທາງປັນຍາ;
3) ຄຳຮ້ອງຂໍຮັບສິດທິບັດເອີຣົບ ຈະບໍ່ໄດ້ຮັບການປົກປ້ອງຊົ່ວຄາວ ຖ້າຫາກຄຳສະເໜີຂໍຮັບຮອງສິດທິບັດຂອງຜູ້ຮ້ອງຂໍຖອນ ຫຼື ຖືກສະຫຼະສິດ.
4. ຜົນບັງຄັບໃຊ້ຂອງສິດທິບັດເອີຣົບ
ສິດທິບັດເອີຣົບ ມີຜົນບັງຄັບໃຊ້ ດັ່ງນີ້:
1) ສິດທິບັດເອີຣົບທີ່ໄດ້ຖືກຮັບຮອງແລ້ວ ຕ້ອງໄດ້ຮັບສິດເຊັ່ນດຽວກັນກັບສິດທິບັດພາຍໃນປະເທດ
ຕໍ່ກົດໝາຍວ່າດ້ວຍຊັບສິນທາງປັນຍາ ນັບຈາກວັນທີທີ່ໄດ້ພິມເຜີຍແຜ່ ກ່ຽວກັບການອອກສິດທິບັດຂອງສຳນັກງານ
ສິດທິບັດເອີຣົບ ຊຶ່ງຕ້ອງສອດຄ່ອງຕາມທີ່ໄດ້ກຳນົດໄວ້ບັນດາຂໍ້ຂ້າງລຸ່ມ;
2) ພາຍໃນ ສາມ ເດືອນນັບແຕ່ວັນທີ ທີ່ ໄດ້ພິມເຜີຍແຜ່ການອອກສິດທິບັດ ຢູ່ສຳນັກງານສິດທິບັດເອີຣົບ
ເຈົ້າຂອງສິດທິບັດ ຕ້ອງຍືນບົດແປຂໍ້ຮຽກຮ້ອງສິດ ເປັນພາສາລາວ ແລະ ພາສາອັງກິດ ຕາມທີ່ໄດ້ກຳນົດໄວ້ ສຳລັບການພິມເຜີຍແຜ່ໃຫ້ກົມຊັບສິນທາງປັນຍາ;
3) ກໍລະນີ ສິດທິບັດເອີຣົບ ຫາກມີການດັດແກ້ເນື່ອງຈາກ ມີການຄັດຄ້ານ ຫຼື ການອຸທອນ ເຈົ້າຂອງສິດທິບັດຕ້ອງຍືນບົດແປຂໍ້ຮຽກຮ້ອງສິດ ເປັນພາສາລາວ ແລະ ພາສາອັງກິດ ທີ່ໄດ້ຮັບການດັດແກ້ ພ້ອມທັງຊຳລະຄ່າບໍລິການພິມເຜີຍແຜ່ ໃຫ້ກົມຊັບສິນທາງປັນຍາ ພາຍໃນ ສາມ ເດືອນນັບແຕ່ວັນທີ ທີ່ສຳນັກງານສິດທິບັດເອີຣົບອອກແຈ້ງການ ກ່ຽວກັບການດັດແກ້ດັ່ງກ່າວ;
4) ຂໍ້ຮຽກຮ້ອງສິດ ຫາກມີການອ້າງອີງເຖິງເອກະສານອື່ນ, ສັນຍາລັກທີ່ໄດ້ນຳໃຊ້ໃນຮູບແຕ້ມ, ຮູບແຕ້ມ ແລະ ເອກະສານດັ່ງກ່າວ ຕ້ອງໄດ້ຄັດຕິດມານຳບົດແປຂໍ້ຮຽກຮ້ອງສິດ;
5) ກົມຊັບສິນທາງປັນຍາ ຕ້ອງພິມເຜີຍແຜ່ບົດແປຂໍ້ຮຽກຮ້ອງສິດທັງບນົດໂດຍທັນທີ;
6) ຖ້າວ່າບົດແປຂໍ້ຮຽກຮ້ອງສິດ ຫາກບໍ່ໄດ້ຍື່ນ ຫຼື ຈ່າຍຄ່າບໍລິການ ພິມເຜີຍແຜ່ຕາມເວລາທີ່ກຳນົດໄວ້, ສິດທິບັດເອີຣົບ ທີ່ຖືກຮັບຮອງນັ້ນຈະຖືວ່າເປັນໂມຄະ, ບົດແປດັ່ງກ່າວ ຍັງສາມາດຍືນເພື່ອຂໍຕໍ່ເວລາ ຫຼື ອາຍຸ ພາຍໃນ ສາມເດືອນ ແຕ່ເຈົ້າຂອງສິດທິບັດ ຕ້ອງຈ່າຍຄ່າປັບໄບນ ສຳລັບຄ່າບໍລິການການພິມເຜີຍແຜ່ ຮ້ອຍເປີເຊັນ;
7) ກໍລະນີ ສິດທິບັດເອີຣົບທີ່ໄດ້ຖືກຮັບຮອງ ແລະ ຄຳຮ້ອງຂໍຮັບສິດທິບັດເອີຣົບ ຫາກຖືກຍົກເລີກ ຊຶ່ງເປັນ
ຜົນຈາກການຄັດຄ້ານ ຫຼື ຂະບວນການຍົກເລີກ ຫຼື ການຈຳກັດສິດ ຢູ່ສຳນັກງານສິດທິບັດເອີຣົບ, ກົມຊັບສິນທາງປັນຍາ
ຂໍ້ 2. ບໍ່ໄດ້ຮັບຈົດທະບຽນ
ຈະຖືວ່າສິດທິບັດເອີຣົບທີ່ຖືກຮັບຮອງ ແລະ ຄຳຮ້ອງຂໍຮັບສິດທິບັດເອີຣົບ ບໍ່ໄດ້ຮັບສິດ ຫຼື ເປັນໂມຄະ ຈະບໍ່ໄດ້ຮັບສິດ
ແຈ້ງການ
ເຊັ່ນດຽວກັນກັບສິດທິບັດພາຍໃນປະເທດ ພາຍໃຕ້ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ບໍ່ໄດ້ຮັບການປົກປ້ອງຊົ່ວຄາວ ຕາມທີ່ໄດ້ກຳນົດໄວ້ໃນຄຳແນະນຳສະບັບນີ້.
5. ເອກະສານຕົ້ນສະບັບຂອງຄຳຮ້ອງ ແລະ ສິດທິບັດເອີຣົບ
ຄຳຮ້ອງ ແລະ ສິດທິບັດເອີຣົບ ທີ່ຍື່ນດຳເນີນການເປັນພາສາທາງການກັບສຳນັກງານສິດທິບັດເອີຣົບ ຖືວ່າເປັນເອກະສານຕົ້ນສະບັບ ເມື່ອນຳມາຍື່ນດຳເນີນການ ຢູ່ ສປປ ລາວ.
ເອກະສານແປຮຽກຮ້ອງສິດ ທີ່ໄດ້ຍື່ນຕາມທີ່ໄດ້ກຳນົດໃນຄຳແນະນຳສະບັບນີ້ ຖືວ່າເປັນເອກະສານສະບັບ
ຕົ້ນ, ຍົກເວັ້ນຢູ່ໃນຂັ້ນຕອນການຍົກເລີກຄຳຮ້ອງ, ຖ້າການແປຮຽກຮ້ອງສິດເປັນພາສາລາວຂອງຄຳຮ້ອງຂໍຮັບສິດທິບັດເປັນສາເຫດເຮັດໃຫ້ຂອບເຂດການປົກປ້ອງສິດແຄບກວ່າຂອບເຂດການປົກປ້ອງສິດຢູ່ໃນສະບັບຕົ້ນ ໃຫ້ຖືເອົາເອກະສານສະບັບຕົ້ນເປັນຫຼັກ.
ຜູ້ຮ້ອງຂໍຮັບສິດທິບັດເອີຣົບ ຫຼື ເຈົ້າຂອງສິດທິບັດ ທີ່ໄດ້ຮັບການຮັບຮອງ ສາມາດຍື່ນເອກະສານການແປຮຽກຮ້ອງສິດທີ່ດັດແກ້ໃຫ້ຖືກຕ້ອງໄດ້ທຸກເວລາ, ການແປຂໍ້ຮຽກຮ້ອງສິດທີ່ຖືກດັດແກ້ ຢູ່ໃນຄຳຮ້ອງຂໍຮັບສິດທິບັດເອີຣົບໄດ້ຮັບຮອງ ທີ່ໄດ້ພິມເຜີຍແຜ່ແລ້ວ ຈະຖືວ່າບໍ່ມີຜົນທາງດ້ານກົດໝາຍຈົນກວ່າກົມຊັບສິນທາງປັນຍາ ຈະພິມເຜີຍແຜ່ການດັດແກ້ສູ່ສາທາລະນະ.
ບຸກຄົນໃດໜຶ່ງທີ່ມີຄວາມບໍລິສຸດໃຈ ໃນການນຳໃຊ້ການປະດິດສ້າງ ຈາກການຄົ້ນຄວ້າຢ່າງຈິງຈັງ ແລະ ການ
ທຸ່ມເທຈາກການກະກຽມຂອງຕົນ ໃຫ້ຖືວ່າການນຳໃຊ້ການປະດິດສ້າງດັ່ງກ່າວນັ້ນ ບໍ່ໄດ້ເປັນການລະເມີດຄຳຮ້ອງ ຫຼື ສິດທິບັດ ທີ່ໄດ້ລະບຸໄວ້ຢູ່ໃນການແປຮຽກຮ້ອງສິດສະບັບຕົ້ນ. ພາຍຫຼັງການດັດແກ້ໄດ້ມີຜົນ, ການສືບຕໍ່ນຳໃຊ້ການປະດິດສ້າງດັ່ງກ່າວ ເຂົ້າໃນການດຳເນີນທຸລະກິດ ຫຼື ຄວາມຕ້ອງການຕ່າງໆ ບໍ່ຈຳເປັນຕ້ອງຈ່າຍຄ່າຊົດເຊີຍໃດໆ.
6. ສິດຂອງວັນທີ ທີ່ຍື່ນກ່ອນໜ້າ
ຄຳຮ້ອງ ແລະ ສິດທິບັດເອີຣົບ ທີ່ໄດ້ຈ່າຍຄ່າທຳນຽມ ສຳລັບການຮັບຮອງ ແລະ ສິດທິບັດເອີຣົບທີ່ໄດ້ຖືກຮັບຮອງສິດທິບັດແລ້ວ ມີຜົນບັງຄັບໃຊ້ທາງດ້ານກົດບນາຍ ຄືກັນກັບຄຳຮ້ອງຂໍຮັບ ແລະ ສິດທິບັດ ທີ່ໄດ້ຮັບການປົກປ້ອງຢູ່ພາຍບໃນປະເທດ.
ຄຳຮ້ອງຂໍຮັບ ແລະ ສິດທິບັດ ທີ່ໄດ້ຮັບການປົກປ້ອງຢູ່ພາຍໃນປະເທດ ມີຜົນບັງຄັບໃຊ້ທາງດ້ານກົດບນາຍຄືກັນກັບສິດທິບັດເອີຣົບ ທີ່ໄດ້ຖືກຮັບຮອງແລ້ວ.
7. ການປົກປ້ອງໃນເວລາດຽວກັນ
ກໍລະນີ ສິດທິບັດເອີຣົບທີ່ໄດ້ຖືກຮັບຮອງ ແລະ ສິດທິບັດທີ່ໄດ້ຍືນຄຳຮ້ອງວັນດຽວກັນ ຫຼື ໄດ້ມີການຮ້ອງຂໍວັນທີບູລິມະສິດ, ຊຶ່ງວັນທີບູລິມະສິດອັນດຽວກັນນັ້ນ ໄດ້ໃຫ້ການປົກປ້ອງ ແກ່ບຸກຄົນດຽວກັນ ຫຼື ຜູ້ໄດ້ຮັບການສືບທອດສິດ, ການຄັດຄ້ານສິດທິບັດ ທີ່ໄດ້ຮັບການປົກປ້ອງ ຢູ່ພາຍໃນປະເທດ ຈະບໍ່ມີຜົນສັກສິດນັບຈາກວັນສິ້ນສຸດລົງຂອງອາຍຸ ຫຼື ໃນການຍືນຂໍຄັດຄ້ານສິດທິບັດເອີຣົບ ຫຼື ນັບຈາກວັນທີ ທີ່ມີການຕົກລົງຂັ້ນສຸດທ້າຍ ແຕ່ການຕົກລົງໃຫ້ສິດທິບັດເອີຣົບ ຍັງມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍສິດທິບັດເອີຣົບ ຂອງອົງການສິດທິບັດເອີຣົບ ຈະບໍ່ມີຜົນບັງຄັບໃຊ້ໃນ
ຢູ່ ສປປ ລາວ, ເວັ້ນເສຍແຕ່ໄດ້ລະບຸບາງເນື້ອໃນຂອງສົນທິສັນຍາ
ການຈັດຕັ້ງປະຕິບັດວຽກງານຮັບຮອງສິດທິບັດເອີຣົບ ຢູ່
ດັ່ງກ່າວໄວ້ໃນຄຳແນະນຳສະບັບນີ້.
1. ຄ່າທຳນຽມການຮັບຮອງສິດທິບັດເອີຣົບ
ຄ່າທຳນຽມການຮັບຮອງສິດທິບັດເອີຣົບ ໃຫ້ປະຕິບັດ ດັ່ງ
1) ຄ່າທຳນຽມ ກ່ຽວກັບການຂໍຮັບຮອງສິດທິບັດ ຂອງຄຳແນະນຳສະບັບນີ້ ຕ້ອງຊຳລະໃຫ້ສຳນັກງານສິດທິບັດເອີຣົບ ພາຍຫຼັງທີ່ໄດ້ພິມເຜີຍແຜ່ລົງໃນວາລະສານສິດທິບັດເອີຣົບ ກ່ຽວກັບການພິມເຜີຍແຜ່ຜົນການຊອກຄົ້ນຂອງເອີຣົບ ພາຍໃນ ຫົກ ເດືອນນັບຈາກວັນທີ ທີ່ໄດ້ພິມເຜີຍແຜ່ ຫຼື ໃຫ້ຢູ່ໃນຊ່ວງເວລາຂອງການດຳເນີນການກວດສອບພາຍໃນເອີຣົບ;
2) ຄ່າທຳນຽມການຂໍຮັບຮອງສິດທິບັດ ສາມາດສືບຕໍ່ຊຳລະ ພາຍໃນ ສອງ ເດືອນນັບແຕ່ວັນຫົດອາຍຸຂອງ
ຕໍ່ໄປນີ້ ຫ້າສິບ ເປີເຊັນ
ໄລຍະເວລາພິມເຜີຍແຜ່ຜົນການຊອກຄົ້ນຂອງເອີຣົບ ພາຍໃນ ຫົກ ເດືອນ, ແຕ່ຕ້ອງຈ່າຍຄ່າປັບໄໝ ຂອງຄ່າທຳນຽມ;
3) ສຳລັບການຊຳລະຄ່າທຳນຽມຮັບຮອງສິດທິບັດ ໃຫ້ປະຕິບັດລະບຽບການ ກ່ຽວກັບຄ່າທຳນຽມຂອງ ສຳນັກງານສິດທິບັດເອີຣົບ, ຄ່າທຳນຽມການຮັບຮອງສິດທິບັດເອີຣົບ ເມື່ອຊຳລະແລ້ວ ຈະບໍ່ສາມາດຖອນຄືນ.
2. ຄ່າທຳນຽມສຳລັບຮັກສາອາຍຸການຂອງສິດທິບັດເອີຣົບ ທີ່ໄດ້ຖືກຮັບຮອງ
ຄ່າທຳນຽມ ສຳລັບຮັກສາອາຍຸການຂອງສິດທິບັດເອີຣົບ ທີ່ໄດ້ຖືກຮັບຮອງ ຕ້ອງໄດ້ຊຳລະໃຫ້ແກ່ກົມຊັບສິນ ທາງປັນຍາ ນັບຈາກປີທີ່ສິດທິບັດເອີຣົບໄດ້ຮັບການປົກປ້ອງ ແລະ ພາຍຫຼັງໄດ້ຮັບການພິມເຜີຍແຜ່.
ຄ່າທຳນຽມ ສຳລັບຮັກສາອາຍຸການຂອງສິດທິບັດເອີຣົບ ທີ່ໄດ້ຖືກຮັບຮອງແລ້ວ ບໍ່ທັນໄດ້ຮັບການຊຳລະ ພາຍ
ໃນສອງເດືອນນັບຈາກວັນທີທີ່ໄດ້ພິມເຜີຍແຜ່ລົງໃນວາລະສານສິດທິບັດເອີຣົບ, ຄ່າທຳນຽມດັ່ງກ່າວຍັງສາມາດຊຳລະໄດ້ຕາມໄລຍະເວລາທີ່ກົມຊັບສິນທາງປັນຍາໄດ້ກຳນົດ.
3. ການຊຳລະຄ່າທຳນຽມຢູ່ສປປລາວ
ການຊຳລະຄ່າທຳນຽມທີ່ກ່ຽວຂ້ອງກັບການຮັບຮອງສິດທິບັດເອີຣົບໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທຳນຽມແລະຄ່າບໍລິການຂອງສປປລາວທີ່ປະກາດໃຊ້ໃນແຕ່ລະໄລຍະ.
4. ການຈັດຕັ້ງປະຕິບັດວຽກງານຮັບຮອງສິດທິບັດເອີຣົບຢູ່ສປປລາວ
ກົມຊັບສິນທາງປັນຍາເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອເຜີຍແຜ່ແນະນຳແລະຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ໃຫ້ໄດ້ຮັບຜົນດີ.
5. ຜົນສັກສິດ
ຄຳແນະນຳສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນສີ່ສິບຫ້າວັນແລະໄດ້ລົງໃນຈົດໝາຍເຫດທາງລັດຖະການ.
ຄຳແນະນຳສະບັບນີ້ ກວມເອົາທັງຄຳຮ້ອງຂໍຮັບ ແລະ ສິດທິບັດເອີຣົບ ທີ່ໄດ້ຍືນຄຳຮ້ອງ ແລະ ໄດ້ຮັບສິດທິບັດ ກ່ອນວັນທີ ທີ່ສັນຍາ ວ່າດ້ວຍການຮັບຮອງສິດທິບັດສິດທິບັດເອີຣົບ ລະຫວ່າງ ສປປ ລາວ ແລະ ອົງການສິດທິບັດເອີຣົ ສະບັບລົງວັນທີ 13 ພຶດສະພາ 2024 ມີຜົນບັງຄັບໃຊ້
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ