ຂໍ້ຕົກລົງວ່າດ້ວຍ ມາດຕະຖານລາວຄິວອາ ເພື່ອການຊຳລະ
老挝标准结算协议
Lao Standard Settlement Agreement
ບົດສະຫຼຸບ
ກົດໝາຍນີ້ກຳນົດມາດຕະຖານການຊຳລະເງິນຜ່ານລະຫັດ QR ຂອງລາວ, ຮູບແບບຂໍ້ມູນ ແລະ ກົດລະບຽບການຈັດລຳດັບທີ່ເປັນເອກະພາບ, ໃຊ້ກັບຜູ້ຄວບຄຸມລະບົບການຊຳລະເງິນ ແລະ ຜູ້ໃຫ້ບໍລິການ, ເພື່ອສະໜັບສະໜູນການຊຳລະເງິນພາຍໃນ ແລະ ຂ້າມແດນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ມາດຕະຖານລາວຄິວອາ ເພື່ອການຊຳລະ
ມາດຕະຖານລາວຄິວອາ ເພື່ອການຊຳລະ ແມ່ນ ການກຳນົດເນື້ອໃນຂໍ້ມູນຂອງລະຫັດຄິວອາ ເພື່ອຮອງຮັບການໃຫ້ບໍລິການຊຳລະເງິນ ຢູ່ ສປປ ລາວ ທີ່ມີມາດຕະຖານດຽວກັນ ແລະ ສອດຄ້ອງຕາມມາດຕະຖານອີເອັມວີ ຄິວອາຊີ
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ລາວຄິວອາ (LAO QR) ໝາຍເຖິງ ລະຫັດຄິວອາ ເພື່ອຊຳລະຄ່າສິນຄ້າ, ຄ່າບໍລິການ, ໂອນເງິນ ຫຼື ເຮັດທຸລະກຳທາງການເງິນ ທີ່ສ້າງ ແລະ ພັດທະນາຕາມມາດຕະຖານດຽວກັນ ເພື່ອໃຫ້ສາມາດນຳໃຊ້ເຂົ້າໃນການຊຳລະຮ່ວມກັນ ທັງພາຍໃນ ແລະ ຕ່າງປະເທດ;
2. ຜູ້ຮັບຊຳລະ (Merchant) ໝາຍເຖິງ ຜູ້ຂາຍສິນຄ້າ ຫຼື ບໍລິການ ທີ່ຮັບຊຳລະຄ່າສິນຄ້າ ຫຼື ບໍລິການ ດ້ວຍເຄື່ອງມືການຊຳລະ ຫຼື ສື່ການຊຳລະ ຜ່ານລາວຄິວອາຂອງຜູ້ໃຫ້ບໍລິການຊຳລະເງິນ ຢູ່ສະຖານທີ່ຕ່າງໆ ເຊັ່ນ: ຮ້ານຄ້າ, ໂຮງແຮມ, ສະຖານທີ່ທ່ອງທ່ຽວ ທີ່ສະແດງລາວຄິວອາ ໃຫ້ຜູ້ໃຊ້ບໍລິການເປັນຜູ້ສະແກນ;
3. ອີເອັມວີໂຄ ຄິວອາຊີພີເອັສ (EMVCo QR Code Specification) ໝາຍເຖິງ ມາດຕະຖານຂອງອີເອັມວີໂຄ ເປັນຜູ້ຄົ້ນຄວ້າ ແລະ ປະກາດນຳໃຊ້ເປັນມາດຕະຖານສາກົນ ທີ່ຜູ້ຮັບຊຳລະເປັນຜູ້ສະແດງລາວຄິວອາ ໃຫ້ຜູ້ໃຊ້ບໍລິການສະແກນ (Merchant Presented QR);
4. ອີເອັມວີໂຄ (EMVCo) ໝາຍເຖິງ ອົງການດ້ານເຕັກນິກລະດັບໂລກ ທີ່ສ້າງຕັ້ງຂຶ້ນຈາກການຮ່ວມມືກັນຂອງກຸ່ມຜູ້ໃຫ້ບໍລິການເຄືອຂ່າຍບັດສາກົນ ປະກອບດ້ວຍ American Express, Discover, JCB, Mastercard, UnionPay ແລະ Visa.
ມາດຕາ ມາດຕາ 3
ມາດຕາ 3 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ຜູ້ຄວບຄຸມລະບົບການຊຳລະເງິນທົ່ວໄປ ແລະ ຜູ້ໃຫ້ບໍລິການຊຳລະເງິນ ທີ່ເຄື່ອນໄຫວກ່ຽວຂ້ອງກັບການກຳນົດມາດຕະຖານລາວຄິວອາ ເພື່ອການຊຳລະ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 21 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ