关于信贷信息工作管理的协议

ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງວຽກງານຂໍ້ມູນຂ່າວສານສິນເຊື່ອ

Agreement on Credit Information Work Management

简介

该协议规范老挝信贷信息的收集、报告、检查与保存流程,要求会员定期向国家信用信息公司提交准确数据,并确保信息安全与系统恢复能力。

Summary

This agreement regulates the collection, reporting, inspection, and storage of credit information in Laos, requiring members to submit accurate data regularly to the national credit information company and ensure information security and system recovery capabilities.

ບົດສະຫຼຸບ

ສັນຍາສະບັບນີ້ຄຸ້ມຄອງການເກັບກຳ, ລາຍງານ, ກວດສອບ ແລະ ເກັບຮັກສາຂໍ້ມູນສິນເຊື່ອໃນປະເທດລາວ, ຮຽກຮ້ອງໃຫ້ສະມາຊິກສົ່ງຂໍ້ມູນທີ່ຖືກຕ້ອງໃຫ້ບໍລິສັດຂໍ້ມູນສິນເຊື່ອແຫ່ງຊາດເປັນປະຈຳ ແລະ ຮັບປະກັນຄວາມປອດໄພຂອງຂໍ້ມູນ ແລະ ຄວາມສາມາດໃນການຟື້ນຟູລະບົບ.

条文

第ມາດຕາ 1条

第2条 信用信息工作的管理
信用信息工作的管理是指按照本政令和本协议的规定,对信用信息的收集、保存、修改以及信用信息产品的创建和提供等原则、规章和措施的组织实施。

ພາສາລາວ (老挝语原文)

ມາດຕາ 2 ການຄຸ້ມຄອງວຽກງານຂໍ້ມູນຂ່າວສານສິນເຊື່ອ
ການຄຸ້ມຄອງວຽກງານຂໍ້ມູນຂ່າວສານສິນເຊື່ອ ແມ່ນການຈັດຕັ້ງປະຕິບັດບັນດາຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການເກັບກຳ, ການຮັກສາ, ການແກ້ໄຂ ຂໍ້ມູນຂ່າວສານສິນເຊື່ອ ລວມທັງການສ້າງ ແລະ ການສະໜອງ ຜະລິດຕະພັນຂໍ້ມູນຂ່າວສານສິນເຊື່ອ ຕາມທີ່ໄດ້ກຳນົດໄວ້ໃນດຳລັດວ່າດ້ວຍວຽກງານຂໍ້ມູນຂ່າວສານສິນເຊື່ອ ແລະ ຂໍ້ຕົກລົງສະບັບນີ້.

第ມາດຕາ 2条

第2条 适用范围
本协议适用于会员、个人、法人以及与征信信息工作相关的组织。

ພາສາລາວ (老挝语原文)

ມາດຕາ 2 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ສະມາຊິກ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວກ່ຽວຂ້ອງກັບວຽກງານຂໍ້ມູນຂ່າວສານສິນເຊື່ອ.

第ມາດຕາ 3条

第4条 数据收集

数据收集应按以下规定进行:

1. 会员必须按照信用信息法令第8条的规定,收集、核实来源并汇总客户的信用信息,包括其他信息,按照老挝人民民主共和国国家信用信息公司的报告格式,确保准确和完整;

2. 老挝人民民主共和国国家信用信息公司主动从其确定的报告格式的会员处收集信用信息,并根据共同协议从相关部门收集信息。

ພາສາລາວ (老挝语原文)

ມາດຕາ 4 ການເກັບກຳຂໍ້ມູນ

ການເກັບກຳຂໍ້ມູນ ໃຫ້ປະຕິບັດ ດັ່ງນີ້:

1. ສະມາຊິກ ຕ້ອງເກັບກຳ, ຢັ້ງຢືນແຫຼ່ງທີ່ມາ ແລະ ສັງລວມ ຂໍ້ມູນຂ່າວສານສິນເຊື່ອຂອງລູກຄ້າ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງດຳລັດວ່າດ້ວຍວຽກງານຂໍ້ມູນຂ່າວສານສິນເຊື່ອ ລວມທັງ ຂໍ້ມູນອື່ນ ຕາມແບບພິມລາຍງານຂອງບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ;

2. ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ເປັນເຈົ້າການເກັບກຳຂໍ້ມູນຂ່າວສານສິນເຊື່ອ ຈາກສະມາຊິກຕາມແບບພິມລາຍງານທີ່ຕົນກຳນົດ ແລະ ເກັບກຳຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງ ຕາມການຕົກລົງເຫັນດີຮ່ວມກັນ.

第ມາດຕາ 4条

第4条 数据报告

成员必须将其收集的信用信息报告给老挝人民民主共和国信用信息公司,具体如下:

1. 根据关于信用信息工作的法令第8条第1、2、3和4项规定的信用信息:通过信用信息系统报告,至少每月一次。如有对旧贷款额度的信用信息更新或批准新的贷款额度,必须每次报告;

2. 根据关于信用信息工作的法令第8条第5项规定的自身和客户的信用信息:通过信用信息系统每年报告一次,最迟于次年4月15日;

3. 客户的贷款状况数据:以电子形式(8501 格式)按月、半年和年度定期报告,最迟于下月15日;

4. 与关于信用信息工作的法令第8条规定的数据相关的数据,如成员代码、客户代码、分行代码、贷款代码、抵押品代码:每次变更时以书面形式报告,以便老挝人民民主共和国信用信息公司在下次数据提交前进行更正;

5. 已停止活动的信用信息:自停止活动之日起继续报告一年。

ພາສາລາວ (老挝语原文)

ມາດຕາ 4 ການລາຍງານຂໍ້ມູນ

ສະມາຊິກ ຕ້ອງລາຍງານຂໍ້ມູນຂ່າວສານສິນເຊື່ອທີ່ຕົນໄດ້ເກັບກຳ ໃຫ້ບໍລິສັດຂໍ້ມູນຂ່າວສານສິນເຊື່ອ ແຫ່ງ ສປປ ລາວ ດັ່ງນີ້:

1. ຂໍ້ມູນຂ່າວສານສິນເຊື່ອ ທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂໍ້ 1, 2, 3 ແລະ 4 ຂອງດຳລັດວ່າດ້ວຍ ວຽກງານຂໍ້ມູນຂ່າວສານສິນເຊື່ອ: ລາຍງານຜ່ານລະບົບຂໍ້ມູນຂ່າວສານສິນເຊື່ອ ຢ່າງໜ້ອຍເດືອນລະຄັ້ງ. ກໍລະນີ ມີການປັບປຸງຂໍ້ມູນຂ່າວສານສິນເຊື່ອວົງເກົ່າ ຫຼື ການອະນຸມັດສິນເຊື່ອວົງໃໝ່ ຕ້ອງລາຍງານທຸກຄັ້ງ;

2. ຂໍ້ມູນຂ່າວສານສິນເຊື່ອຂອງຕົນ ແລະ ລູກຄ້າ ທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂໍ້ 5 ຂອງດຳລັດວ່າ ດ້ວຍວຽກງານຂໍ້ມູນຂ່າວສານສິນເຊື່ອ: ລາຍງານຜ່ານລະບົບຂໍ້ມູນຂ່າວສານສິນເຊື່ອ ປີລະຄັ້ງ ຊ້າສຸດ ວັນທີ 15 ເດືອນ ເມສາ ຂອງປີຖັດໄປ;

3. ຂໍ້ມູນຖານະເງິນກູ້ຂອງລູກຄ້າ: ລາຍງານໃນຮູບແບບເອເລັກໂຕຣນິກ (8501 ກິ]9) ເປັນປະຈຳເດືອນ, ຫົກເດືອນ ແລະ ປີ ຊ້າສຸດ ວັນທີ 15 ຂອງເດືອນຖັດໄປ;

4. ຂໍ້ມູນທີ່ຕິດພັນກັບ ຂໍ້ມູນທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງດຳລັດວ່າດ້ວຍວຽກງານຂໍ້ມູນຂ່າວ ສານສິນເຊື່ອ ເປັນຕົ້ນ ລະຫັດສະມາຊິກ, ລະຫັດລູກຄ້າ, ລະຫັດສາຂາ, ລະຫັດເງິນກູ້, ລະຫັດຫຼັກຊັບຄຳປະກັນ: ລາຍງານການປ່ຽນແປງທຸກຄັ້ງ ຢ່າງເປັນລາຍລັກອັກສອນ ເພື່ອໃຫ້ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ດຳເນີນການແກ້ໄຂ ກ່ອນການນຳສົ່ງຂໍ້ມູນໃນຄັ້ງຖັດໄປ;

5. ຂໍ້ມູນຂ່າວສານສິນເຊື່ອ ທີ່ໄດ້ປິດການເຄື່ອນໄຫວ: ສືບຕໍ່ລາຍງານ ໄປອີກໜຶ່ງປີ ນັບແຕ່ວັນປິດ ການເຄື່ອນໄຫວ ເປັນຕົ້ນໄປ.

第ມາດຕາ 5条

第5条 检查和保存信用信息

老挝人民民主共和国信用信息公司必须检查和筛选从成员处收到的信用信息,以确保信息的准确性。如果发现不正确的信息,老挝人民民主共和国信用信息公司必须以书面形式或通过任何通信渠道通知成员,以便在五个工作日内进行更正,然后再将信息输入信用信息系统。

老挝人民民主共和国信用信息公司和成员必须按照关于信用信息工作的法令第8条的规定保存信用信息。

ພາສາລາວ (老挝语原文)

ມາດຕາ 5 ການກວດກາ ແລະ ເກັບຮັກສາຂໍ້ມູນຂາວສານສິນເຊື້ອ

ບໍລິສັດຂໍ້ມູນຂາວສານສິນເຊື່ອແຫ່ງ ສປປ ລາວ ຕ້ອງກວດກາ ແລະ ກັ່ນຕອງ ຂໍ້ມູນຂາວສານສິນເຊື່ອ ທີ່ໄດ້ຮັບຈາກສະມາຊິກ ເພື່ອຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນ. ໃນກໍລະນີພົບເຫັນຂໍ້ມູນທີ່ບໍ່ຖືກຕ້ອງ, ບໍລິສັດຂໍ້ມູນຂາວສານສິນເຊື່ອແຫ່ງ ສປປ ລາວ ຕ້ອງແຈ້ງໃຫ້ສະມາຊິກຢ່າງເປັນລາຍລັກອັກສອນ ຫຼື ຜ່ານຊ່ອງທາງການສື່ສານໃດໜຶ່ງ ເພື່ອແກ້ໄຂໃຫ້ຖືກຕ້ອງ ພາຍໃນ ຫ້າ ວັນລັດຖະການ ກ່ອນນຳສົ່ງເຂົ້າລະບົບຂໍ້ມູນຂາວສານສິນເຊື່ອ.

ບໍລິສັດຂໍ້ມູນຂາວສານສິນເຊື່ອແຫ່ງ ສປປ ລາວ ແລະ ສະມາຊິກ ຕ້ອງເກັບຮັກສາຂໍ້ມູນຂາວສານສິນເຊື່ອ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງດຳລັດວ່າດ້ວຍວຽກງານຂໍ້ມູນຂາວສານສິນເຊື່ອ.

第ມາດຕາ 6条

第6条 信用信息安全维护
老挝人民民主共和国信用信息公司及成员必须从技术和管理上保障信用信息系统安全,并能够恢复在每种情况下丢失的信用信息,例如自然灾害、火灾、计算机系统攻击或其他危险。

ພາສາລາວ (老挝语原文)

ມາດຕາ 6 ການຮັກສາຄວາມປອດໄພຂອງຂໍ້ມູນຂ່າວສານສິນເຊື່ອ
ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ແລະ ສະມາຊິກ ຕ້ອງຮັບປະກັນທາງດ້ານເຕັກນິກ ແລະ ການຈັດການ ລະບົບຂໍ້ມູນຂ່າວສານສິນເຊື່ອ ເພື່ອຮັກສາຄວາມປອດໄພ ແລະ ໃຫ້ສາມາດກູ້ຄືນຂໍ້ມູນຂ່າວສານສິນເຊື່ອ ທີ່ສູນເສຍໃນແຕ່ລະກໍລະນີ ເປັນຕົ້ນ ໄພພິບັດທາງທຳມະຊາດ, ອັກຄີໄພ, ການໂຈມຕີລະບົບຄອມພິວເຕີ ຫຼື ໄພອັນຕະລາຍອື່ນ.

第ມາດຕາ 7条

第7条 信用信息的使用

信用信息的使用应如下进行:

1. 老挝人民民主共和国信用信息公司用于创建信用信息产品,如信用信息法令第12条所规定。用于创建信用信息产品的信用信息的时间期限,应按照老挝人民民主共和国信用信息公司各时期的规定执行;

2. 成员将信用信息产品用于审查批准新借款人的信贷、批准老客户的新信贷额度、续签信贷合同、债务重组以及与信用风险管理相关的其他业务活动;

3. 个人、法人实体和组织使用其自身的信用信息来检查其信用信息的准确性,并根据老挝人民民主共和国信用信息公司的指导、法律和相关法规用于其他目的;

4. 个人、法人实体和组织使用其他个人、法人实体和组织的信用信息,须获得数据所有者的书面同意。但用于老挝人民民主共和国银行、审计机关或其他依法有权机关的业务活动除外。

ພາສາລາວ (老挝语原文)

ມາດຕາ 7 ການນຳໃຊ້ຂໍ້ມູນຂ່າວສານສິນເຊື່ອ

ການນຳໃຊ້ຂໍ້ມູນຂ່າວສານສິນເຊື່ອ ໃຫ້ປະຕິບັດ ດັ່ງນີ້:

1. ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ນຳໃຊ້ເຂົ້າໃນການສ້າງຜະລິດຕະພັນຂໍ້ມູນຂ່າວສານສິນເຊື່ອ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 12 ຂອງດຳລັດວ່າດ້ວຍວຽກງານຂໍ້ມູນຂ່າວສານສິນເຊື່ອ. ກຳນົດເວລາຂອງຂໍ້ມູນຂ່າວສານສິນເຊື່ອທີ່ນຳໃຊ້ເຂົ້າໃນການສ້າງຜະລິດຕະພັນຂໍ້ມູນຂ່າວສານສິນເຊື່ອ ໃຫ້ປະຕິບັດຕາມການກຳນົດຂອງບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໃນແຕ່ລະໄລຍະ;

2. ສະມາຊິກ ນຳໃຊ້ຜະລິດຕະພັນຂໍ້ມູນຂ່າວສານສິນເຊື່ອ ເຂົ້າໃນການຄົ້ນຄວ້າພິຈາລະນາອະນຸມັດສິນເຊື່ອໃຫ້ຜູ້ກູ້ຢືມລາຍໃໝ່, ອະນຸມັດສິນເຊື່ອວົງເງິນໃໝ່ໃຫ້ລູກຄ້າລາຍເກົ່າ, ຕໍ່ສັນຍາສິນເຊື່ອ, ປັບປຸງໂຄງສ້າງໜີ້ ແລະ ການເຄື່ອນໄຫວວຽກງານອື່ນ ທີ່ກ່ຽວຂ້ອງກັບການບໍລິຫານຄວາມສ່ຽງສິນເຊື່ອ;

3. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ນຳໃຊ້ຂໍ້ມູນຂ່າວສານສິນເຊື່ອຂອງຕົນ ເຂົ້າໃນການກວດກາຄວາມຖືກຕ້ອງຂອງຂໍ້ມູນຂ່າວສານສິນເຊື່ອຂອງຕົນ ແລະ ນຳໃຊ້ເຂົ້າໃນຈຸດປະສົງອື່ນ ຕາມການແນະນຳຂອງບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;

4. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ນຳໃຊ້ຂໍ້ມູນຂ່າວສານສິນເຊື່ອ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ໂດຍໄດ້ຮັບການຍິນຍອມຈາກເຈົ້າຂອງຂໍ້ມູນ ຢ່າງເປັນລາຍລັກອັກສອນ. ເວັ້ນເສຍແຕ່ການນຳໃຊ້ຂໍ້ມູນເຂົ້າໃນການເຄື່ອນໄຫວວຽກງານ ຂອງທະນາຄານແຫ່ງ ສປປ ລາວ, ອົງການກວດກາ ຫຼື ອົງການອື່ນ ທີ່ມີສິດຕາມກົດໝາຍ.

第ມາດຕາ 8条

第8条 信用信息产品的创建

老挝人民民主共和国信用信息公司汇总、分析数据,设计系统和数据库,以创建信用信息产品如下:

1. 信用数据报告,包含作为个人和法人的客户的一般信息,如借贷历史、抵押品,以帮助成员分析提供信贷的基本风险;

2. 信用评分报告,是通过客户财务可信度评估标准显示个人和法人信用评分排序的信息,以帮助决定向客户提供信贷;

3. 信用数据检查与监控报告,显示支付信息和债务偿还进度,以帮助降低信贷和投资风险;

4. 市场分析专项报告,包含信贷供给的统计数据,如信贷产品、客户群体、信贷供给目标,以帮助成员决定扩展其服务单位或分支机构;

5. 破产报告,是财务文件,通过法院的审议判决正式显示业务经营状况和破产原因;

6. 预警报告,显示客户在向成员申请和批准信贷方面的动态,以帮助成员为可能发生的未来信用风险管理做好准备;

7. 公共事业数据报告,包含客户的一般信息、公共事业缴费历史,如电费、水费、电信费,显示个人和法人的公共事业缴费行为,以显示客户的财务纪律;

8. 其他报告,根据老挝人民民主共和国信用信息公司和老挝人民民主共和国银行各时期的规定。

ພາສາລາວ (老挝语原文)

ມາດຕາ 8 ການສ້າງຜະລິດຕະພັນຂໍ້ມູນຂ່າວສານສິນເຊື່ອ

ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ສັງລວມ, ວິເຄາະຂໍ້ມູນ, ອອກແບບລະບົບ ແລະ ຖານຂໍ້ມູນ ເພື່ອສ້າງເປັນຜະລິດຕະພັນຂໍ້ມູນຂ່າວສານສິນເຊື່ອ ດັ່ງນີ້:

1. ບົດລາຍງານຂໍ້ມູນສິນເຊື່ອ ຊຶ່ງປະກອບດ້ວຍ ຂໍ້ມູນທົ່ວໄປຂອງລູກຄ້າ ທີ່ເປັນບຸກຄົນ ແລະ ນິຕິບຸກຄົນ ເປັນຕົ້ນ ປະຫວັດການກູ້ຢືມ, ຫຼັກຊັບຄ້ຳປະກັນ ເພື່ອຊ່ວຍໃຫ້ສະມາຊິກ ວິເຄາະຄວາມສ່ຽງຂັ້ນພື້ນຖານ ໃນການສະໜອງສິນເຊື່ອ;

2. ບົດລາຍງານຄະແນນສິນເຊື່ອ ຊຶ່ງເປັນຂໍ້ມູນທີ່ສະແດງໃຫ້ເຫັນການຈັດລຳດັບຄະແນນສິນເຊື່ອ ຂອງບຸກຄົນ ແລະ ນິຕິບຸກຄົນ ໂດຍຜ່ານມາດຕະຖານການປະເມີນຄວາມໜ້າເຊື່ອຖືທາງດ້ານການເງິນຂອງລູກຄ້າ ເພື່ອຊ່ວຍໃນການຕັດສິນໃຈສະໜອງສິນເຊື່ອໃຫ້ແກ່ລູກຄ້າ;

3. ບົດລາຍງານກວດກາ, ຕິດຕາມຂໍ້ມູນສິນເຊື່ອ ຊຶ່ງສະແດງໃຫ້ເຫັນຂໍ້ມູນການຊຳລະ ແລະ ຄວາມຄືບໜ້າໃນການຊຳລະໜີ້ ເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງທາງດ້ານສິນເຊື່ອ ແລະ ການລົງທຶນ;

4. ບົດລາຍງານສະເພາະດ້ານໃນການວິເຄາະຕະຫຼາດ ຊຶ່ງປະກອບດ້ວຍ ສະຖິຕິຂອງການສະໜອງສິນເຊື່ອ ເປັນຕົ້ນ ຜະລິດຕະພັນສິນເຊື່ອ, ກຸ່ມລູກຄ້າ, ເປົ້າໝາຍການສະໜອງສິນເຊື່ອ ເພື່ອຊ່ວຍໃຫ້ສະມາຊິກ ໃນການຕັດສິນໃຈຂະຫຍາຍໜ່ວຍບໍລິການ ຫຼື ສາຂາ ຂອງຕົນ;

5. ບົດລາຍງານການລົ້ມລະລາຍ ແມ່ນເອກະສານທາງດ້ານການເງິນ ທີ່ສະແດງໃຫ້ເຫັນເຖິງການລາຍງານສະພາບການດຳເນີນທຸລະກິດ ແລະ ສາເຫດຂອງການລົ້ມລະລາຍ ຢ່າງເປັນທາງການ ໂດຍການພິຈາລະນາຕັດສິນຂອງສານ;

6. ບົດລາຍງານແຈ້ງເຕືອນລ່ວງໜ້າ ຊຶ່ງສະແດງໃຫ້ເຫັນເຖິງສະພາບການເຄື່ອນໄຫວຂອງລູກຄ້າ ໃນການຂໍ ແລະ ການອະນຸມັດສິນເຊື່ອ ນຳສະມາຊິກ ເພື່ອຊ່ວຍໃຫ້ສະມາຊິກກຽມພ້ອມໃນການບໍລິຫານຄວາມສ່ຽງສິນເຊື່ອ ທີ່ອາດຈະເກີດຂຶ້ນໃນອະນາຄົດ;

7. ບົດລາຍງານຂໍ້ມູນສາທາລະນຸປະໂພກ ຊຶ່ງປະກອບດ້ວຍ ຂໍ້ມູນທົ່ວໄປຂອງລູກຄ້າ, ປະຫວັດການຊຳລະຄ່າສາທາລະນຸປະໂພກ ເປັນຕົ້ນ ຄ່າໄຟຟ້າ, ຄ່ານຳ້ປະປາ, ຄ່າໂທລະຄົມມະນາຄົມ ຊຶ່ງສະແດງໃຫ້ເຫັນເຖິງພຶດຕິກຳການຊຳລະຄ່າສາທາລະນຸປະໂພກ ຂອງບຸກຄົນ ແລະ ນິຕິບຸກຄົນ ເພື່ອສະແດງໃຫ້ເຫັນເຖິງວິໄນທາງດ້ານການເງິນຂອງລູກຄ້າ;

8. ບົດລາຍງານອື່ນ ຕາມການກຳນົດຂອງບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ແລະ ທະນາຄານແຫ່ງ ສປປ ລາວ ໃນແຕ່ລະໄລຍະ.

第ມາດຕາ 9条

第9条 信用信息产品的提供
老挝人民民主共和国信用信息公司可以通过以下两种形式提供信用信息产品:
1. 向需要使用信用信息产品的成员提供,通过信用信息系统;
2. 向需要使用信用信息产品的个人、法人及组织提供,根据其申请,并符合其内部规定。

ພາສາລາວ (老挝语原文)

ມາດຕາ 9 ການສະໜອງຜະລິດຕະພັນຂໍ້ມູນຂ່າວສານສິນເຊື່ອ
ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ສາມາດສະໜອງຜະລິດຕະພັນຂໍ້ມູນຂ່າວສານສິນເຊື່ອດ້ວຍ ສອງ ຮູບການ ດັ່ງນີ້:
1. ສະໜອງໃຫ້ສະມາຊິກ ທີ່ຕ້ອງການນຳໃຊ້ຜະລິດຕະພັນຂໍ້ມູນຂ່າວສານສິນເຊື່ອ ໂດຍຜ່ານລະບົບຂໍ້ມູນຂ່າວສານສິນເຊື່ອ;
2. ສະໜອງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຕ້ອງການນຳໃຊ້ຜະລິດຕະພັນຂໍ້ມູນຂ່າວສານສິນເຊື່ອ ຕາມການສະເໜີ ໂດຍສອດຄ່ອງກັບລະບຽບການພາຍໃນຂອງຕົນ.

第ມາດຕາ 10条

第10条 技术系统的开发与改进
成员必须开发与改进技术系统,以便其信用信息系统能够接收老挝人民民主共和国信用信息公司的打印报告格式数据。

如果成员有开发或改进技术系统的计划,且该计划导致信用信息及相关数据发生变化,成员必须将上述开发或改进计划以书面形式通知老挝人民民主共和国信用信息公司,以便该公司在下一次报告前对数据进行相应更新。

ພາສາລາວ (老挝语原文)

ມາດຕາ 10 ການພັດທະນາ ແລະ ປັບປຸງລະບົບເຕັກໂນໂລຊີ
ສະມາຊິກ ຕ້ອງພັດທະນາ ແລະ ປັບປຸງ ລະບົບເຕັກໂນໂລຊີ ເພື່ອໃຫ້ລະບົບຂໍ້ມູນຂ່າວສານສິນເຊື່ອ
ຂອງຕົນ ສາມາດຮອງຮັບຂໍ້ມູນແບບພິມລາຍງານຂອງບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ.

ໃນກໍລະນີສະມາຊິກ ມີແຜນການພັດທະນາ ຫຼື ປັບປຸງ ລະບົບເຕັກໂນໂລຊີ ທີ່ສົ່ງຜົນເຮັດໃຫ້ຂໍ້ມູນ
ຂ່າວສານສິນເຊື່ອ ແລະ ຂໍ້ມູນທີ່ຕິດພັນ ມີການປ່ຽນແປງ ສະມາຊິກຕ້ອງແຈ້ງແຜນພັດທະນາ ຫຼື ປັບປຸງດັ່ງ
ກ່າວ ໃຫ້ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ຢ່າງເປັນລາຍລັກອັກສອນ ເພື່ອໃຫ້ບໍລິສັດດັ່ງກ່າວ
ປັບປຸງຂໍ້ມູນໃຫ້ສອດຄ່ອງກັນ ກ່ອນການລາຍງານຄັ້ງຕໍ່ໄປ.

第ມາດຕາ 11条

第11条 设立和职责
老挝人民民主共和国信用信息公司是一个根据关于信用信息工作的法令及相关规定设立的企业,受老挝人民民主共和国银行管理。
老挝人民民主共和国信用信息公司的职责是作为整个金融货币领域所有信用信息的中心,并向成员、个人、法人及组织提供信用信息产品,以预防和限制信用风险,促进可持续融资渠道的获取,为维护金融货币稳定做出贡献。

ພາສາລາວ (老挝语原文)

ມາດຕາ 11 ທີຕັ້ງ ແລະ ພາລະບົດບາດ
ບໍລິສັດຂໍ້ມູນຂາວສານສິນເຊືອແຫ່ງ ສປປ ລາວ ແມ່ນວິສາຫະກິດໜຶ່ງ ທີ່ຖືກສ້າງຕັ້ງຂຶ້ນຕາມດຳລັດ
ວ່າດ້ວຍວຽກງານຂໍ້ມູນຂາວສານສິນເຊືອ ແລະ ລະບຽບການທີ່ກ່ຽວຂ້ອງ ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງ
ທະນາຄານແຫ່ງ ສປປ ລາວ.
ບໍລິສັດຂໍ້ມູນຂາວສານສິນເຊືອແຫ່ງ ສປປ ລາວ ມີພາລະບົດບາດເປັນສູນກາງຂໍ້ມູນຂາວສານສິນ
ເຊືອທັງໝົດ ໃນທົ່ວຂະແໜງການເງິນ-ເງິນຕາ ແລະ ສະໜອງຜະລິດຕະພັນຂໍ້ມູນຂາວສານສິນເຊືອໃຫ້ແກ່
ສະມາຊິກ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເພື່ອ ປ້ອງກັນ ແລະ ຈຳກັດ ຄວາມສ່ຽງດ້ານສິນເຊືອ,
ສົ່ງເສີມການເຂົ້າເຖິງແຫຼ່ງທຶນແບບຍືນຍົງ ປະກອບສ່ວນຮັກສາສະຖຽນລະພາບດ້ານການເງິນ-ເງິນຕາ.

第ມາດຕາ 12条

第12条 权利和义务
老挝人民民主共和国征信公司具有以下权利和义务:
1. 制定和完善与征信工作管理相关的政策、业务计划和征信系统发展计划;
2. 研究开发征信产品,以满足成员、个人、法人及组织的需求;
3. 建立和完善辅助机构并配备适当人员,以服务于自身工作;
4. 在其权限范围内制定、完善与征信工作相关的法规和手册;
5. 开发、维护和管理征信系统,使其现代化、安全、稳定、优质且可靠;
6. 监督和检查成员征信工作的组织实施;
7. 向成员索取征信信息;
8. 确定入会费、信息查询费、系统维护费以及与提供征信服务相关的其他服务费;
9. 确定征信报告格式,供成员和相关方组织实施;
10. 根据相关规定颁发和撤销入会许可证,包括暂停成员资格;
11. 对违反征信工作规定的成员采取措施;
12. 与相关部门协调实施征信工作,并建议对违法者按照相关法律法规采取措施;
13. 建立机制和渠道,为老挝人民民主共和国银行各司局及同级单位在征信工作的运作和管理中提供便利,以适应形势;
14. 对成员进行征信工作培训,包括信息收集、检查、报告和征信产品查询;
15. 定期向商业银行监管司报告征信工作动态、财务报告及其他信息;
16. 参加国内外各方的会议、培训、研讨会、考察、提出意见和交流经验,以发展征信工作;
17. 行使其他权利和履行其他义务,按照相关规定。

ພາສາລາວ (老挝语原文)

ມາດຕາ 12 ສິດ ແລະ ຫ້າທີ
ບໍລິສັດຂໍ້ມູນຂ່າວສານສິນເຊືອແຫ່ງ ສປປ ລາວ ມີສິດ ແລະ ຫ້າທີ ດັ່ງນີ້:
1. ສ້າງ ແລະ ປັບປຸງ ນະໂຍບາຍທີ່ຕິດພັນກັບການຄຸ້ມຄອງວຽກງານຂໍ້ມູນຂ່າວສານສິນເຊືອ, ແຜນທຸລະກິດ ແລະ ແຜນພັດທະນາລະບົບຂໍ້ມູນຂ່າວສານສິນເຊືອ;
2. ຄົ້ນຄວ້າພັດທະນາຜະລິດຕະພັນຂໍ້ມູນຂ່າວສານສິນເຊືອ ເພື່ອຕອບສະໜອງຄວາມຕ້ອງການຂອງສະມາຊິກ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
3. ສ້າງ ແລະ ປັບປຸງ ກົງຈັກຊ່ວຍວຽກ ແລະ ປະກອບບຸກຄະລາກອນ ທີ່ເໝາະສົມ ເພື່ອຮັບໃຊ້ວຽກງານຂອງຕົນ;
4. ສ້າງ, ປັບປຸງ ນິຕິກຳ ແລະ ຄູ່ມື ທີ່ຕິດພັນກັບວຽກງານຂໍ້ມູນຂ່າວສານສິນເຊືອ ຕາມຂອບເຂດສິດຂອງຕົນ;
5. ພັດທະນາ, ບຳລຸງຮັກສາ ແລະ ຄຸ້ມຄອງ ລະບົບຂໍ້ມູນຂ່າວສານສິນເຊືອ ໃຫ້ມີຄວາມທັນສະໄໝ, ປອດໄພ, ໝັ້ນຄົງ, ມີຄຸນນະພາບ ແລະ ຄວາມໜ້າເຊື່ອຖື;
6. ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານຂໍ້ມູນຂ່າວສານສິນເຊືອ ຂອງສະມາຊິກ;
7. ຮຽກເອົາຂໍ້ມູນຂ່າວສານສິນເຊືອຈາກສະມາຊິກ;
8. ກຳນົດຄ່າ ເຂົ້າເປັນສະມາຊິກ, ເຂົ້າຄົ້ນຫາຂໍ້ມູນ ແລະ ບຳລຸງຮັກສາລະບົບ ແລະ ຄ່າບໍລິການອື່ນ ທີ່ກ່ຽວຂ້ອງກັບການສະໜອງຂໍ້ມູນຂ່າວສານສິນເຊືອ;
9. ກຳນົດແບບພິມລາຍງານຂໍ້ມູນຂ່າວສານສິນເຊືອ ໃຫ້ສະມາຊິກ ແລະ ຜູ້ກ່ຽວຂ້ອງ ຈັດຕັ້ງປະຕິບັດ;
10. ອອກ ແລະ ຖອນ ໃບອະນຸຍາດການເຂົ້າເປັນສະມາຊິກ ລວມທັງໂຈະການເປັນສະມາຊິກ ຕາມລະບຽບການທີ່ກ່ຽວຂ້ອງ;
11. ນຳໃຊ້ມາດຕະການຕໍ່ສະມາຊິກ ທີ່ລະເມີດລະບຽບການກ່ຽວກັບວຽກງານຂໍ້ມູນຂ່າວສານສິນເຊືອ;
12. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານຂໍ້ມູນຂ່າວສານສິນເຊືອ ພ້ອມທັງສະເໜີປະຕິບັດມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
13. ສ້າງກົນໄກ ແລະ ຊ່ອງທາງ ເພື່ອອຳນວຍຄວາມສະດວກ ໃຫ້ບັນດາກົມ ແລະ ທຽບເທົ່າກົມ ຂອງທະນາຄານແຫ່ງ ສປປ ລາວ ໃນການເຄື່ອນໄຫວ ແລະ ຄຸ້ມຄອງວຽກງານຂໍ້ມູນຂ່າວສານສິນເຊືອ ຢ່າງທັນສະພາບການ;
14. ຝຶກອົບຮົມວຽກງານຂໍ້ມູນຂ່າວສານສິນເຊືອໃຫ້ສະມາຊິກ ເປັນຕົ້ນ ການເກັບກຳ, ການກວດກາ, ການລາຍງານ ແລະ ການເຂົ້າຄົ້ນຫາ ຜະລິດຕະພັນຂໍ້ມູນຂ່າວສານສິນເຊືອ;
15. ລາຍງານການເຄື່ອນໄຫວວຽກງານຂໍ້ມູນຂ່າວສານສິນເຊືອ, ເອກະສານລາຍງານການເງິນ ແລະ ຂໍ້ມູນອື່ນ ໃຫ້ກົມຄຸ້ມຄອງທະນາຄານທຸລະກິດ ໃນແຕ່ລະໄລຍະ;
16. ເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ, ສຳມະນາ, ທັດສະນະສຶກສາ, ປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນ ກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາວຽກງານຂໍ້ມູນຂ່າວສານສິນເຊືອ;
17. ນຳໃຊ້ສິດ ແລະ ປະຕິບັດຫ້າທີອື່ນ ຕາມລະບຽບການທີ່ກ່ຽວຂ້ອງ.

本页展示前 12 条,全文共 20 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译