关于饲料生产厂管理的协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານຜະລິດອາຫານສັດ
Agreement on Management of Feed Production Plants
简介
该协议调整老挝境内饲料生产厂的设立、运营与管理,核心内容包括申请条件、审批程序、文件要求及检查流程。
Summary
This agreement regulates the establishment, operation, and management of feed production plants in Laos, with core contents including application conditions, approval procedures, document requirements, and inspection processes.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການສ້າງຕັ້ງ, ການດຳເນີນງານ ແລະ ການຄຸ້ມຄອງໂຮງງານຜະລິດອາຫານສັດພາຍໃນປະເທດລາວ, ເນື້ອໃນຫຼັກປະກອບດ້ວຍເງື່ອນໄຂການສະໝັກ, ຂັ້ນຕອນການອະນຸມັດ, ຂໍ້ກຳນົດເອກະສານ ແລະ ຂັ້ນຕອນການກວດກາ.
条文
第ມາດຕາ 1条
第1条 饲料生产企业管理
饲料生产企业管理是指对经营者的组织、设立、运营、检查、监督饲料生产的质量和效益的过程,包括国有和私营经营者。还包括对厂房建设、设备配备和专业人员的全面管理,以进行饲料的加工、灌装、包装、储存和分销。
ພາສາລາວ (老挝语原文)
ມາດຕາ 1 ການຄຸ້ມຄອງໂຮງງານຜະລິດອາຫານສັດ
ການຄຸ້ມຄອງໂຮງງານຜະລິດອາຫານສັດ ແມ່ນ ຂະບວນການຄວບຄຸມ ກ່ຽວກັບ ການຈັດຕັ້ງ, ການສ້າງຕັ້ງ, ການດຳເນີນງານ, ການກວດກາ, ຕິດຕາມ ການຜະລິດອາຫານສັດ ທີ່ມີຄຸນນະພາບ ແລະ ປະສິດທິຜົນ ຂອງຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ. ລວມທັງການຄຸ້ມຄອງການກໍ່ສ້າງໂຮງເຮືອນ, ປະກອບເຄື່ອງມື ແລະ ບຸກຄະລາກອນສະເພາະດ້ານ ຢ່າງຄົບຊຸດ ເພື່ອດຳເນີນການປຸງແຕ່ງ, ບັນຈຸ, ຫຸ້ມຫໍ່, ເກັບຮັກສາ ແລະ ການຈຳໜ່າຍ ອາຫານສັດ.
第ມາດຕາ 2条
第4条
术语解释
本协议中使用的术语定义如下:
动物饲料:指动物可以食用的物质,包括经过加工成成品、半成品或未加工的物质,可用于饲养牲畜和水生动物,以获得所需的产品;
原料:指任何提供营养的物质,对摄入的动物有益,动物饲料原料可来源于天然来源,如植物、其他动物,或通过化学合成获得,如氨基酸、各种维生素,或通过生物方式获得,如来自植物和动物的蛋白质;
动物饲料生产:指将来自植物和动物的不同原料(籽粒、粗粉、细粉、混合粉、液体、其他糖渣等)通过研磨、粉碎、进料和称重混合在一起,以获得各种类型的动物饲料产品;
废弃物:指在动物饲料厂的建设、运营和停产过程中产生的无法利用的物质,包括固体、液体和气体废弃物。
适用范围
本协议适用于在老挝人民民主共和国境内从事动物饲料厂相关活动的个人、法人或组织,无论国内还是国外。
ພາສາລາວ (老挝语原文)
ມາດຕາ 4
ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນ ຂໍຕົກລົງສະບັບນີ ມີຄວາມໝາຍ ດັ່ງນີ້:
ອາຫານສັດ ໝາຍເຖິງ ວັດຖຸທີ່ສັດ ສາມາດ ກິນໄດ້ ຊຶ່ງປະກອບດ້ວຍ ວັດຖຸທີ່ຖືກປຸງແຕ່ງເປັນແບບສຳເລັດຮູບ, ເຄິ່ງສຳເລັດຮູບ ຫຼື ບໍ່ທັນໄດ້ປຸງແຕ່ງ ທີ່ສາມາດໃຊ້ເຂົ້າໃນການລ້ຽງສັດ ແລະ ສັດນ້ຳ ເພື່ອໃຫ້ໄດ້ຜົນຜະລິດຕາມທີ່ຕ້ອງການ;
ວັດຖຸດິບ ໝາຍເຖິງ ສານໃດໆກໍ່ຕາມທີ່ໃຫ້ໂພຊະນາການ ທີ່ເກີດປະໂຫຍດແກ່ສັດ ທີ່ກິນເຂົ້າໄປ ໂດຍວັດຖຸດິບອາຫານສັດ ອາດຈະໄດ້ມາຈາກແຫຼ່ງທຳມະຊາດ ເຊັ່ນ: ພືດ, ສັດ ອື່ນໆ ຫຼື ອາດໄດ້ຈາກການສັງເຄາະເຄມີ ເຊັ່ນ: ກົດອາມີໂນ, ວິຕາມິນຕ່າງໆ ຫຼື ທາງຊີວະ ເຊັ່ນ: ໂປຣຕີນໄດ້ຈາກພືດ ແລະ ສັດ;
ການຜະລິດອາຫານສັດ ໝາຍເຖິງ ການນຳເອົາວັດຖຸດິບ ທີ່ໄດ້ຈາກພືດ ແລະ ສັດ (ເມັດ, ຜົງຫຍາບ, ຜົງລະອຽດ, ຜົງປະສົມ, ຂອງແຫຼວ, ກາກນ້ຳຕານ ອື່ນໆ) ທີ່ແຕກຕ່າງກັນ ດ້ວຍການນຳໄປ ສີ, ບົດ, ປ້ອນ ແລະ ຊັ່ງນຳຫັກ ຖືກປະສົມເຂົ້າກັນ ເພື່ອໃຫ້ໄດ້ຜະລິດຕະພັນອາຫານສັດ ປະເພດຕ່າງໆ;
ສິ່ງເສດເຫຼືອ ໝາຍເຖິງ ສິ່ງທີ່ເກີດຂຶ້ນ ໃນໄລຍະການກໍ່ສ້າງ, ດຳເນີນ ແລະ ຢຸດເຊົາກິດຈະການໂຮງງານຜະລິດອາຫານສັດ ທີ່ບໍ່ສາມາດນຳໃຊ້ ໄດ້ ເປັນຕົ້ນ ສິ່ງເສດເຫຼືອປະເພດ ແຂງ, ແຫຼວ ແລະ ອາຍ.
ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີດຳເນີນກິດຈະການ ກ່ຽວກັບ ໂຮງງານຜະລິດອາຫານສັດ ຢູ່ ສປປ ລາວ.
第ມາດຕາ 3条
第3条
申请设立饲料生产厂
申请设立饲料生产厂是指按照饲料生产厂的技术条件和标准,通过研究、检查和审议,准备文件并编制经济技术可行性报告,以取得关于申请设立饲料生产厂的批准决定。
有意申请设立饲料生产厂的个人、法人或组织,对于年产四千吨以上的饲料生产,必须向农林部提交文件;对于年产低于四千吨的饲料生产,则向省级农林厅提交,以便研究原则性同意。
ພາສາລາວ (老挝语原文)
ມາດຕາ 3
ການຂໍອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ
ການຂໍອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ແມ່ນ ການກະກຽມປະກອບເອກະສານ ແລະ ສ້າງບົດວິພາກເສດຖະກິດ-ເຕັກນິກ ໃຫ້ຖືກຕ້ອງຕາມເງື່ອນໄຂ ແລະ ມາດຕະຖານເຕັກນິກໂຮງງານຜະລິດອາຫານສັດ ໂດຍຜ່ານການຄົ້ນຄວ້າ, ກວດກາ ແລະ ພິຈາລະນາອອກ ຂໍຕົກລົງ ວ່າດ້ວຍການຂໍອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ຕ້ອງສະເໜີເອກະສານຕໍ່ ກະຊວງກະສິກຳ ແລະ ປ່າໄມ້ ສຳລັບ ການຜະລິດອາຫານສັດ ສີ່ພັນໂຕນ ຕໍ່ປີ ຂຶ້ນໄປ ແລະ ການຜະລິດອາຫານສັດ ຕ່ຳກວ່າ ສີ່ພັນໂຕນ ຕໍ່ປີ ໃຫ້ສະເໜີຕໍ່ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ເພື່ອຄົ້ນຄວ້າເຫັນດີທາງດ້ານຫຼັກການ.
第ມາດຕາ 4条
第4条
申请设立饲料生产厂的条件
个人、法人或组织有意设立饲料生产厂的,须具备以下条件:
1. 是依照企业法合法成立的法人;
2. 拥有投资资金、机器、设备及运输工具;
3. 拥有具备饲料生产知识和经验的技术人员;
4. 拥有建厂场地和生产区域或原料来源;
5. 具备规章规定的其他条件。
ພາສາລາວ (老挝语原文)
ມາດຕາ 4
ເງື່ອນໄຂການຂໍອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສ້າງຕັ້ງໂຮງງານຜະລິດອາຫານສັດ ຕ້ອງມີເງື່ອນໄຂດັ່ງນີ້:
1. ເປັນນິຕິບຸກຄົນ ທີ່ຖືກຕ້ອງຕາມກົດໝາຍ ວ່າດ້ວຍວິສາຫະກິດ;
2. ມີງົບປະມານການລົງທຶນ, ເຄື່ອງຈັກ, ວັດຖຸປະກອນ ແລະ ພາຫະນະຮັບໃຊ້;
3. ມີນັກວິຊາການທີ່ມີຄວາມຮູ້ ແລະ ປະສົບການ ກ່ຽວກັບການຜະລິດອາຫານສັດ;
4. ມີພື້ນທີ່ສ້າງຕັ້ງໂຮງງານ ແລະ ພື້ນທີ່ການຜະລິດ ຫຼື ແຫຼ່ງວັດຖຸດິບ;
5. ມີເງື່ອນໄຂອື່ນ ຕາມທີ່ກຳນົດໄວ້ໃນລະບຽບການ.
第ມາດຕາ 5条
第5条 申请设立饲料生产厂的文件
申请设立饲料生产厂的文件包括如下:
按照畜牧与渔业司规定的格式填写的申请表;
与饲料相关的农业和林业经营许可证;
身份证或户口簿或护照的复印件(如果是外国人);
在老挝人民民主共和国的职业许可证(如果是外国人);
经济技术可行性研究报告及其完整版本;
企业登记证或投资证明书的复印件;
来自自然资源与环境厅的环境证明;
来自公共工程与运输厅的建筑设计证明;
土地证或土地租赁合同或土地使用权转让书的复印件;
通知函。
ພາສາລາວ (老挝语原文)
ມາດຕາ 5 ເອກະສານຂໍອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ
ການປະກອບເອກະສານ ຂໍອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ປະກອບມີ ດັ່ງນີ້:
ໃບຄຳຮ້ອງ ຕາມແບບພິມ ທີ່ກົມລ້ຽງສັດ ແລະ ການປະມົງ ກຳນົດ;
ໃບອະນຸຍາດດຳເນີນກິດຈະການກະສິກຳ ແລະ ປ່າໄມ້ ກ່ຽວກັບ ອາຫານສັດ;
ສຳເນົາ ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ຫັງສືເດີນທາງ ຖ້າເປັນຄົນຕ່າງປະເທດ;
ໃບອະນຸຍາດປະກອບອາຊີບຢູ່ ສປປ ລາວ ຖ້າເປັນຄົນຕ່າງປະເທດ;
ໃບຢັ້ງຢືນບົດວິພາກເສດຖະກິດ-ເຕັກນິກ ພ້ອມດ້ວຍ ບົດສະບັບສົມບູນ;
ສຳເນົາ ໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນການລົງທຶນ;
ໃບຢັ້ງຢືນສິ່ງແວດລ້ອມ ຈາກຂະແບນງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
ໃບຢັ້ງຢືນແບບກໍ່ສ້າງ ຈາກຂະແບນງການໂຍທາທິການ ແລະ ຂົນສົ່ງ;
ສຳເນົາ ໃບຕາດິນ ຫຼື ໃບສັນຍາເຊົ່າທີ່ດິນ ຫຼື ໃບມອບກຳມະສິດທີ່ດິນ;
ໃບແຈ້ງໂທດ.
第ມາດຕາ 6条
第6条 签发关于批准设立饲料厂的决定前的检查
签发关于批准设立饲料厂的决定前的检查,应按以下步骤进行:
1. 对年生产能力超过四千吨以上的饲料厂的检查,委托畜牧与渔业局负责;对于年生产能力不超过四千吨的饲料厂,委托省级农林厅牵头组建专业技术检查委员会,由省级畜牧与渔业部门、县级农林办公室、相关部门以及拟设立饲料厂所在地的地方政府组成;
2. 进行文件检查;
3. 会同当地相关部门进行实地检查;
4. 制作记录并以书面形式向畜牧与渔业局或省级农林厅报告检查结果,在三个工作日内告知;
5. 收到专业技术检查委员会的报告后,畜牧与渔业局向农林部报告,省级农林厅向省级政府报告以供审议。
ພາສາລາວ (老挝语原文)
ມາດຕາ 6 ການກວດກາກ່ອນອອກຂໍ້ຕົກລົງວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ
ການກວດກາກ່ອນອອກຂໍ້ຕົກລົງວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:
1. ການກວດກາໂຮງງານຜະລິດອາຫານສັດທີ່ມີກຳລັງການຜະລິດໄດ້ຫຼາຍກວ່າສີ່ພັນໂຕນຕໍ່ປີຂຶ້ນໄປ ມອບໃຫ້ກົມລ້ຽງສັດ ແລະ ການປະມົງ, ສຳລັບໂຮງງານຜະລິດອາຫານສັດທີ່ມີກຳລັງການຜະລິດໄດ້ບໍ່ເກີນສີ່ພັນໂຕນຕໍ່ປີ ມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ເປັນໃຈກາງໃນການແຕ່ງຕັ້ງຄະນະວິຊາການກວດກາສະເພາະກິດ ໂດຍໃຫ້ປະກອບດ້ວຍຂະແໜງລ້ຽງສັດ ແລະ ການປະມົງຂັ້ນແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ, ຂະແໜງການທີ່ກ່ຽວຂ້ອງ ພ້ອມທັງອົງການປົກຄອງທ້ອງຖິ່ນບ່ອນທີ່ຈະຕັ້ງໂຮງງານຜະລິດອາຫານສັດ;
2. ດຳເນີນການກວດກາເອກະສານ;
3. ລົງກວດກາສະຖານທີ່ຕົວຈິງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໃນທ້ອງຖິ່ນ;
4. ສ້າງບົດບັນທຶກ ແລະ ລາຍງານຜົນການກວດກາເປັນລາຍລັກອັກສອນໃຫ້ກົມລ້ຽງສັດ ແລະ ການປະມົງ ຫຼື ລາຍງານຫາພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ຊາບ ພາຍໃນສາມວັນລັດຖະການ;
5. ພາຍຫຼັງໄດ້ຮັບບົດລາຍງານຈາກຄະນະວິຊາການກວດກາສະເພາະກິດແລ້ວ ໃຫ້ກົມລ້ຽງສັດ ແລະ ການປະມົງ ລາຍງານຕໍ່ກະຊວງກະສິກຳ ແລະ ປ່າໄມ້, ສຳລັບພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ໃຫ້ລາຍງານອົງການປົກຄອງແຂວງ ເພື່ອພິຈາລະນາ.
第ມາດຕາ 7条
第7条 审议批准设立饲料生产厂
农林部或省级行政机构根据分级管理权限,在收到畜牧与渔业司或省级农林厅的报告之日起十个工作日内,审议批准设立饲料生产厂。如不予批准设立,须书面通知申请人理由。
ພາສາລາວ (老挝语原文)
ມາດຕາ 7 ການພິຈາລະນາ ອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ
ກະຊວງກະສິກຳ ແລະ ປ່າໄມ້ ຫຼື ອົງການປົກຄອງແຂວງ ພິຈາລະນາ ການອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ຕາມການແບ່ງຂັ້ນຄຸ້ມຄອງ ພາຍໃນ ສິບ ວັນລັດຖະການ ນັບແຕ່ ວັນທີ່ໄດ້ຮັບບົດລາຍງານ ຈາກກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ. ໃນກໍລະນີ ບໍ່ອະນຸຍາດສ້າງຕັ້ງ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ຂໍອະນຸຍາດ ຮັບຊາບ.
第ມາດຕາ 8条
第10条 允许开工建设饲料厂
获得农林部或省级行政机关关于批准设立饲料厂决定的申请人,应在收到批准设立饲料厂决定之日起九十天内,按照相关行业部门认可的设计进行建设。如无法开工建设,须书面通知畜牧与渔业局或省级农林厅说明原因。
ພາສາລາວ (老挝语原文)
ມາດຕາ 10 ການອະນຸຍາດໃຫ້ລົງມືກໍ່ສ້າງໂຮງງານຜະລິດອາຫານສັດ
ຜູ້ຂໍອະນຸຍາດທີ່ໄດ້ຮັບຂໍ້ຕົກລົງວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດຈາກກະຊວງກະສິກຳ ແລະ ປ່າໄມ້ ຫຼື ອົງການປົກຄອງຂັ້ນແຂວງ ແລ້ວ ໃຫ້ດຳເນີນການກໍ່ສ້າງຕາມແບບທີ່ໄດ້ຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ ບໍ່ເກີນເກົ້າສິບວັນ ນັບແຕ່ວັນທີ່ໄດ້ຮັບຂໍ້ຕົກລົງວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ. ຖ້າຫາກບໍ່ສາມາດລົງມືກໍ່ສ້າງໄດ້ ໃຫ້ແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຊາບ.
第ມາດຕາ 9条
第9条 饲料厂建设进度报告
获得许可开始建设饲料厂的人,必须通知畜牧与渔业局或省级农林厅,以便指派委员会进行检查并共同编写报告,共三次如下:
1. 第一次:当建设完成百分之三十;
2. 第二次:当建设完成百分之六十;
3. 第三次:当建设完成百分之一百。
ພາສາລາວ (老挝语原文)
ມາດຕາ 9 ການລາຍງານຄວາມຄືບໜ້າຂອງການກໍ່ສ້າງໂຮງງານຜະລິດອາຫານສັດ
ຜູ້ໄດ້ຮັບອະນຸຍາດໃຫ້ລົງມືກໍ່ສ້າງໂຮງງານຜະລິດອາຫານສັດ ຕ້ອງແຈ້ງໃຫ້ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຊາບ ເພື່ອແຕ່ງຕັ້ງຄະນະລົງກວດກາ ແລະ ສ້າງບົດລາຍງານຮ່ວມກັນຢ່າງຫ້ອຍ ສາມ ຄັ້ງ ດັ່ງນີ້:
1. ຄັ້ງທຳອິດ ເມື່ອການກໍ່ສ້າງ ສຳເລັດ ສາມສິບ ສ່ວນຮ້ອຍ;
2. ຄັ້ງທີສອງ ເມື່ອການກໍ່ສ້າງ ສຳເລັດ ຫົກສິບ ສ່ວນຮ້ອຍ;
3. ຄັ້ງທີສາມ ເມື່ອການກໍ່ສ້າງ ສຳເລັດ ຮ້ອຍ ສ່ວນຮ້ອຍ.
第ມາດຕາ 10条
第10条 申请动物饲料生产工厂经营许可证
在动物饲料生产工厂建设完成后,开始生产之前,必须向农林部或省级农林厅申请动物饲料生产活动经营许可证。
ພາສາລາວ (老挝语原文)
ມາດຕາ 10 ການຂໍໃບຢັ້ງຢືນການດຳເນີນກິດຈະການໂຮງງານຜະລິດອາຫານສັດ
ພາຍຫຼັງກໍ່ສ້າງໂຮງງານຜະລິດອາຫານສັດສຳເລັດແລ້ວ ກ່ອນຈະດຳເນີນການຜະລິດ ຕ້ອງຂໍໃບຢັ້ງຢືນການດຳເນີນກິດຈະການຜະລິດອາຫານສັດ ຈາກກະຊວງກະສິກຳ ແລະ ປ່າໄມ້ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ.
第ມາດຕາ 11条
第11条 申请动物饲料生产厂经营许可证的条件
申请动物饲料生产厂经营许可证的条件如下:
1. 动物饲料生产厂的建设已全部完成,包括建筑物建设、机器安装、安全系统安装、卫生设施、厂内废物和污染物的处理和处置系统,符合技术建设规划并与经济技术分析报告一致;
2. 已完成试生产和质量检查;
3. 已完成动物饲料注册。
ພາສາລາວ (老挝语原文)
ມາດຕາ 11 ເງື່ອນໄຂການຂໍໃບຢັ້ງຢືນການດຳເນີນກິດຈະການໂຮງງານຜະລິດອາຫານສັດ
ການຂໍໃບຢັ້ງຢືນການດຳເນີນກິດຈະການໂຮງງານຜະລິດອາຫານສັດ ມີເງື່ອນໄຂດັ່ງນີ້:
1. ສຳເລັດການກໍ່ສ້າງໂຮງງານຜະລິດອາຫານສັດ ໂດຍສົມບູນ ເປັນຕົ້ນ ສຳເລັດການກໍ່ສ້າງອາຄານ, ຕິດຕັ້ງເຄື່ອງຈັກ, ຕິດຕັ້ງລະບົບປ້ອງກັນຄວາມປອດໄພ, ສິ່ງອຳນວຍຄວາມສະດວກດ້ານສຸຂານາໄມ, ມີລະບົບກຳຈັດ ແລະ ບຳບັດສິ່ງເສດເຫຼືອ, ມົນລະພິດ ພາຍໃນໂຮງງານ ໂດຍຖືກຕ້ອງຕາມແຜນຜັງເຕັກນິກການກໍ່ສ້າງ ແລະ ສອດຄ່ອງກັບ ບົດວິເຄາະເສດຖະກິດ-ເຕັກນິກ;
2. ສຳເລັດການທົດລອງຜະລິດ ແລະ ກວດກາຄຸນນະພາບ;
3. ສຳເລັດການຂຶ້ນທະບຽນອາຫານສັດ.
第ມາດຕາ 12条
第12条 饲料试生产
进行饲料试生产必须申请试生产许可,通过向畜牧与渔业局提交申请以供审议,并附上样品和文件如下:
1. 标签和所有规格的饲料包装空袋样品一套;
2. 饲料生产随附文件完整一套;
3. 饲料样品重量至少五百克。
获得许可后,在试生产期间生产的饲料不得销售、分发或出售产品,但仅可用于自身的饲养试验。
ພາສາລາວ (老挝语原文)
ມາດຕາ 12 ການທົດລອງຜະລິດອາຫານສັດ
ການດຳເນີນທົດລອງຜະລິດອາຫານສັດ ຕ້ອງຂໍອະນຸຍາດການຜະລິດທົດລອງ ໂດຍການຍື່ນຄຳຮ້ອງຕໍ່ກົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາ ພ້ອມທັງປະກອບຕົວຢ່າງ ແລະ ເອກະສານ ດັ່ງນີ້:
1. ສະຫຼາກ ແລະ ຕົວຢ່າງເປົາບັນຈຸອາຫານສັດທຸກຂະໜາດ ໜຶ່ງຊຸດ;
2. ເອກະສານກຳກັບການຜະລິດອາຫານສັດ ຄົບໜຶ່ງຊຸດ;
3. ຕົວຢ່າງອາຫານສັດ ນ້ຳໜັກຢ່າງໜ້ອຍ ຫ້າຮ້ອຍ ກຣາມ.
ພາຍຫຼັງທີ່ໄດ້ຮັບການອະນຸຍາດແລ້ວ ອາຫານສັດທີ່ຜະລິດ ໃນໄລຍະການຜະລິດທົດລອງ ບໍ່ອະນຸຍາດໃຫ້ຈຳໜ່າຍ, ແຈກຢາຍ ຫຼື ຂາຍຜະລິດຕະພັນ ແຕ່ສາມາດນຳໃຊ້ ສຳລັບການທົດລອງການລ້ຽງສັດ ຂອງຕົນເທົ່ານັ້ນ.
本页展示前 12 条,全文共 39 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读