ດຳລັດວ່າດ້ວຍ ກະສິກຳແບບມີສັນຍາ

关于合同农业的法令

Decree on Contract Farming

ບົດສະຫຼຸບ

ດຳລັດສະບັບນີ້ຄຸ້ມຄອງການເຊັນ, ຮັບຮອງ, ປະຕິບັດ, ລະງັບ, ປ່ຽນແປງ ແລະ ຍົກເລີກສັນຍາໃນກະສິກຳສັນຍາ, ເນັ້ນໃສ່ຂັ້ນຕອນ ແລະ ເງື່ອນໄຂຂອງສັນຍາການຜະລິດ, ປຸງແຕ່ງ ແລະ ບໍລິການກະສິກຳ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 29 ການເຊັນສັນຍາ
ການເຊັນສັນຍາ ແມ່ນ ການລົງນາມໃສ່ສັນຍາ ພາຍຫຼັງຄູ່ສັນຍາໄດ້ມີການເຫັນດີເປັນເອກະພາບຕໍ່ກັບເນື້ອໃນ ແລະ ເງື່ອນໄຂຂອງສັນຍາທີ່ໄດ້ຮ່ວມກັນສ້າງຂຶ້ນ ໂດຍແມ່ນລວມຫຸ້ນ, ການຈັດຕັ້ງ, ນິຕິບຸກຄົນ, ບຸກຄົນ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບສິດ ຕາມກົດໝາຍ ລົງລາຍເຊັນຮ່ວມກັນທັງສອງຝ່າຍ ຫຼື ຫຼາຍຝ່າຍ.
ພາຍຫຼັງເຊັນສັນຍາຮ່ວມກັນແລ້ວ ຄູ່ສັນຍາ ຕ້ອງນຳເອົາສັນຍາດັ່ງກ່າວ ໄປສະເໜີຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງທີ່ກ່ຽວຂ້ອງ ບ່ອນທີ່ດິນຕັ້ງຢູ່ ພາຍໃນກຳນົດເວລາ ຫ້າ ວັນລັດຖະການ ນັບແຕ່ວັນລົງລາຍເຊັນຮ່ວມກັນຂອງຄູ່ສັນຍາ ເພື່ອພິຈາລະນາ ແລະ ຢັ້ງຢືນຄວາມຖືກຕ້ອງກ່ຽວກັບການຜະລິດ, ການປຸງແຕ່ງ ແລະ ການບໍລິການ ກະສິກຳ.

ມາດຕາ ມາດຕາ 2

ມາດຕາ 2 ການຢັ້ງຢືນສັນຍາ
ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງທີ່ກ່ຽວຂ້ອງ ຕ້ອງຄົ້ນຄວ້າ, ພິຈາລະນາ ແລະ ຢັ້ງຢືນ ຫຼື ປະຕິເສດ ສັນຍາ ພາຍໃນກຳນົດເວລາ ສິບວັນລັດຖະການ ນັບແຕ່ວັນໄດ້ຮັບຫັງສືສະເໜີເປັນຕົ້ນໄປ. ໃນກໍລະນີປະຕິເສດສັນຍາ ຍ້ອນເຫັນວ່າບໍ່ສອດຄ່ອງກັບເງື່ອນໄຂສັນຍາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 25 ຂອງດຳລັດສະບັບນີ້ ເປັນຕົ້ນ ກຳນົດກິດຈະການ ກ່ຽວກັບການຜະລິດ, ການປຸງແຕ່ງ ຫຼື ການບໍລິການ ກະສິກຳ ບໍ່ແຈ້ງ, ບໍ່ມີຄວາມຈິງ ຫຼື ບໍ່ສາມາດປະຕິບັດໄດ້ ຕ້ອງແຈ້ງຕອບເປັນລາຍລັກອັກສອນແກ່ຜູ້ສະເໜີ ໃຫ້ຮັບຊາບເຖິງເຫດຜົນຂອງການປະຕິເສດນັ້ນ.

ສັນຍາ ທີ່ຜ່ານການຢັ້ງຢືນຈາກຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງທີ່ກ່ຽວຂ້ອງແລ້ວ, ຄູ່ສັນຍາສາມາດເອົາສັນຍາດັ່ງກ່າວ ໄປຢັ້ງຢືນທະບຽນສານ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ