ຂໍ້ຕົກລົງວ່າດ້ວຍ ການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ

关于在老挝人民民主共和国境内使用外币的协议

Agreement on Use of Foreign Currency within the Lao People's Democratic Republic

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການນຳໃຊ້ເງິນຕາຕ່າງປະເທດພາຍໃນປະເທດລາວ, ກຳນົດໃຫ້ການນຳໃຊ້ເງິນຕາຕ່າງປະເທດຕ້ອງອີງໃສ່ເງິນກີບເປັນຫຼັກ ແລະ ເງິນຕາຕ່າງປະເທດເປັນສ່ວນເສີມ, ແລະ ຈຳກັດໃຫ້ສາມາດຊຳລະ ຫຼື ຮັບເງິນເປັນເງິນຕາຕ່າງປະເທດໄດ້ສະເພາະໃນສະຖານະການສະເພາະ (ເຊັ່ນ: ການຄ້າຊາຍແດນ, ການຂົນສົ່ງສາກົນ ແລະ ອື່ນໆ).

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ
ການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ແມ່ນ ການກຳນົດມູນຄ່າ, ຕິດປະກາດ, ໂຄສະນາ, ຊຳລະ ແລະ/ຫຼື ຮັບຊຳລະ ຄ່າສິນຄ້າ, ຄ່າບໍລິການ ແລະ ຄ່າອື່ນ ລວມທັງການກຳນົດໂຄງສ້າງລາຄາສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ເປັນເງິນຕາຕ່າງປະເທດ.

ມາດຕາ ມາດຕາ 2

ມາດຕາ 2 ຫຼັກການກ່ຽວກັບການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ
ການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ຮັບປະກັນການນຳໃຊ້ເງິນຕາຕ່າງປະເທດຢ່າງປະຢັດ, ສອດຄ່ອງກັບກົດໝາຍ, ລວມສູນ, ເປັນເອກະພາບ ແລະ ຮັບປະກັນຖານະການຊຳລະກັບຕ່າງປະເທດ ໃຫ້ມີຄວາມເຂັ້ມແຂງ;
2. ຮັບປະກັນການຄຸ້ມຄອງເປົ້າໝາຍທີ່ສາມາດນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ໃຫ້ນຳໃຊ້ເງິນຕາຕ່າງປະເທດ ຖືກຕ້ອງຕາມຈຸດປະສົງ, ເປົ້າໝາຍ ແລະ ມີຄວາມເປັນລະບຽບຮຽບຮ້ອຍ;
3. ຮັບປະກັນການນຳໃຊ້ເງິນຕາຕ່າງປະເທດ ຂອງວິສາຫະກິດ ແລະ ການຈັດຕັ້ງ ທີ່ມີການເຄື່ອນໄຫວຂ້າມປະເທດ ໃຫ້ສອດຄ່ອງກັບຄຸນລັກສະນະຂອງແຕ່ລະກິດຈະການ.

ມາດຕາ ມາດຕາ 3

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວກ່ຽວຂ້ອງກັບການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ