关于在老挝人民民主共和国境内使用外币的协议
ຂໍ້ຕົກລົງວ່າດ້ວຍ ການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ
Agreement on Use of Foreign Currency within the Lao People's Democratic Republic
简介
该协议调整在老挝境内使用外币的行为,规定外币使用须以基普为主、外币为辅,并限定在特定场景(如边境贸易、国际运输等)方可进行外币支付或收款。
Summary
This agreement adjusts the use of foreign currencies in Laos, stipulating that foreign currency use must prioritize the Lao kip, with foreign currencies as supplementary, and is limited to specific scenarios such as border trade and international transport for payments or receipts.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການນຳໃຊ້ເງິນຕາຕ່າງປະເທດພາຍໃນປະເທດລາວ, ກຳນົດໃຫ້ການນຳໃຊ້ເງິນຕາຕ່າງປະເທດຕ້ອງອີງໃສ່ເງິນກີບເປັນຫຼັກ ແລະ ເງິນຕາຕ່າງປະເທດເປັນສ່ວນເສີມ, ແລະ ຈຳກັດໃຫ້ສາມາດຊຳລະ ຫຼື ຮັບເງິນເປັນເງິນຕາຕ່າງປະເທດໄດ້ສະເພາະໃນສະຖານະການສະເພາະ (ເຊັ່ນ: ການຄ້າຊາຍແດນ, ການຂົນສົ່ງສາກົນ ແລະ ອື່ນໆ).
条文
第ມາດຕາ 1条
第2条 在老挝人民民主共和国使用外币
在老挝人民民主共和国使用外币是指以外国货币确定价值、标价、广告、支付和/或收取商品、服务及其他费用,包括在老挝人民民主共和国以外国货币确定商品和服务的价格结构。
ພາສາລາວ (老挝语原文)
ມາດຕາ 2 ການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ
ການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ແມ່ນ ການກຳນົດມູນຄ່າ, ຕິດປະກາດ, ໂຄສະນາ, ຊຳລະ ແລະ/ຫຼື ຮັບຊຳລະ ຄ່າສິນຄ້າ, ຄ່າບໍລິການ ແລະ ຄ່າອື່ນ ລວມທັງການກຳນົດໂຄງສ້າງລາຄາສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ເປັນເງິນຕາຕ່າງປະເທດ.
第ມາດຕາ 2条
第2条 关于在老挝人民民主共和国使用外币的原则
在老挝人民民主共和国使用外币应遵循以下原则:
1. 确保节约、合法、集中、统一地使用外币,并确保对外支付地位稳固;
2. 确保对可在老挝人民民主共和国使用外币的目标进行管理,使外币的使用符合目的、目标并有条不紊;
3. 确保从事跨境活动的企业和组织使用外币符合各自业务的性质。
ພາສາລາວ (老挝语原文)
ມາດຕາ 2 ຫຼັກການກ່ຽວກັບການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ
ການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ຮັບປະກັນການນຳໃຊ້ເງິນຕາຕ່າງປະເທດຢ່າງປະຢັດ, ສອດຄ່ອງກັບກົດໝາຍ, ລວມສູນ, ເປັນເອກະພາບ ແລະ ຮັບປະກັນຖານະການຊຳລະກັບຕ່າງປະເທດ ໃຫ້ມີຄວາມເຂັ້ມແຂງ;
2. ຮັບປະກັນການຄຸ້ມຄອງເປົ້າໝາຍທີ່ສາມາດນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ໃຫ້ນຳໃຊ້ເງິນຕາຕ່າງປະເທດ ຖືກຕ້ອງຕາມຈຸດປະສົງ, ເປົ້າໝາຍ ແລະ ມີຄວາມເປັນລະບຽບຮຽບຮ້ອຍ;
3. ຮັບປະກັນການນຳໃຊ້ເງິນຕາຕ່າງປະເທດ ຂອງວິສາຫະກິດ ແລະ ການຈັດຕັ້ງ ທີ່ມີການເຄື່ອນໄຫວຂ້າມປະເທດ ໃຫ້ສອດຄ່ອງກັບຄຸນລັກສະນະຂອງແຕ່ລະກິດຈະການ.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国境内从事与使用外币有关的活动的个人、法人和组织,无论其是国内还是国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວກ່ຽວຂ້ອງກັບການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ.
第ມາດຕາ 4条
第4条 在老挝人民民主共和国使用外币的要素
在老挝人民民主共和国使用外币包括以下要素:
1. 定价、标价和宣传;
2. 支付和/或收款;
3. 确定价格结构。
ພາສາລາວ (老挝语原文)
ມາດຕາ 4 ອົງປະກອບການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ
ການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ມີອົງປະກອບ ດັ່ງນີ້:
1. ການກຳນົດມູນຄ່າ, ຕິດປະກາດ ແລະ ໂຄສະນາ;
2. ການຊຳລະ ແລະ/ຫຼື ຮັບຊຳລະ;
3. ການກຳນົດໂຄງສ້າງລາຄາ.
第ມາດຕາ 5条
第5条 定价、标价和广告
在老挝人民民主共和国获准使用外币的目标,其定价、标价和广告的商品价格、服务价格和其他价格以外币表示时,必须以基普为主,外币为辅。
除本条第一款规定的目标外,商品价格、服务价格和其他价格的定价、标价和广告只能以基普表示。
ພາສາລາວ (老挝语原文)
ມາດຕາ 5 ການກຳນົດມູນຄ່າ, ຕິດປະກາດ ແລະ ໂຄສະນາ
ເປົ້າໝາຍນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ທີ່ໄດ້ຮັບອະນຸຍາດໃຫ້ກຳນົດມູນຄ່າ, ຕິດປະກາດ ແລະ ໂຄສະນາ ຄ່າສິນຄ້າ, ຄ່າບໍລິການ ແລະ ຄ່າອື່ນ ເປັນເງິນຕາຕ່າງປະເທດ ຕ້ອງເອົາເງິນກີບ ເປັນຫຼັກ ແລະ ເງິນຕາຕ່າງປະເທດ ເປັນສຳຮອງ.
ນອກຈາກເປົ້າໝາຍທີ່ໄດ້ກຳນົດໄວ້ໃນວັກທີໜຶ່ງຂອງມາດຕານີ້ ໃຫ້ກຳນົດມູນຄ່າ, ຕິດປະກາດ ແລະ ໂຄສະນາ ຄ່າສິນຄ້າ, ຄ່າບໍລິການ ແລະ ຄ່າອື່ນ ເປັນເງິນກີບ ເທົ່ານັ້ນ.
第ມາດຕາ 6条
第6条 支付和/或收款
个人、法人和组织可以支付和/或收取货物、服务和其他费用,与在老挝人民民主共和国境内有使用外币目的的人以基普或外币进行,用于以下任何一项或全部活动:
1. 位于边境口岸和国际机场的企业向国外销售的货物和服务费用;
2. 向有出口外汇收入的出口商提供的货物和服务费用;
3. 与进出老挝人民民主共和国相关的签证费、手续费、服务费、国家义务;
4. 国际货物和旅客运输费用;
5. 边境口岸和国际机场的进出口货物仓储服务费;
6. 陆港服务费,包括仓储、装卸、运输、集装箱堆存、运输车辆维修、货物称重、包装、消毒;
7. 与商业银行进行外币交易相关的手续费、服务费、利息和其他费用;
8. 国外保险费,包括旅行保险、国外项目保险、运输保险和再保险;
9. 酒店住宿费、国际旅游服务费;
10. 赌场业务服务费;
11. 有货物或服务出口的企业、从政府租赁或特许经营并有外汇收入的企业履行国家义务;
12. 执行财政货币政策工作;
13. 提供无偿援助;
14. 国际公开招标的投标项目价值;
15. 经老挝人民民主共和国银行批准的其他费用。
ພາສາລາວ (老挝语原文)
ມາດຕາ 6 ການຊຳລະ ແລະ/ຫຼື ຮັບຊຳລະ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສາມາດຊຳລະ ແລະ/ຫຼື ຮັບຊຳລະ ຄ່າສິນຄ້າ, ຄ່າບໍລິການ ແລະ ຄ່າອື່ນ ກັບບຸກຄົນທີ່ມີເປົ້າໝາຍນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ເປັນເງິນກີບ ຫຼື ເງິນຕາຕ່າງປະເທດ ເຂົ້າໃນກິດຈະການໃດໜຶ່ງ ຫຼື ທັງໝົດ ດັ່ງນີ້:
1. ຄ່າສິນຄ້າ ແລະ ຄ່າບໍລິການ ຂອງວິສາຫະກິດ ທີ່ຕັ້ງຢູ່ ດ່ານຊາຍແດນ ແລະ ດ່ານສະໜາມບິນສາກົນ ຂາຍອອກໄປຕ່າງປະເທດ;
2. ຄ່າສິນຄ້າ ແລະ ຄ່າບໍລິການ ທີ່ສະໜອງໃຫ້ຜູ້ສົ່ງອອກ ຊຶ່ງມີລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ;
3. ຄ່າວີຊາ, ຄ່າທຳນຽມ, ຄ່າບໍລິການ, ພັນທະຕໍ່ລັດ ທີ່ກ່ຽວຂ້ອງກັບການເຂົ້າ-ອອກ ສປປ ລາວ;
4. ຄ່າຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ລະຫວ່າງປະເທດ;
5. ຄ່າບໍລິການສາງສິນຄ້າ ສຳລັບສິນຄ້ານຳເຂົ້າ-ສົ່ງອອກ ຢູ່ດ່ານຊາຍແດນ ແລະ ດ່ານສະໜາມບິນສາກົນ;
6. ຄ່າບໍລິການຂອງທ່າບົກ ເປັນຕົ້ນ ສາງສິນຄ້າ, ຂົນຖ່າຍສິນຄ້າ, ຂົນສົ່ງສິນຄ້າ, ລານຕູ້ສິນຄ້າ, ສ້ອມແປງລົດຂົນສົ່ງ, ເງີ່ສິນຄ້າ, ຫຸ້ມຫໍ່, ຂ້າເຊື້ອພະຍາດ;
7. ຄ່າທຳນຽມ, ຄ່າບໍລິການ, ດອກເບ້ຍ ແລະ ຄ່າອື່ນ ທີ່ກ່ຽວຂ້ອງກັບການດຳເນີນທຸລະກຳເປັນເງິນຕາຕ່າງປະເທດ ກັບທະນາຄານທຸລະກິດ;
8. ຄ່າປະກັນໄພກັບຕ່າງປະເທດ ເປັນຕົ້ນ ປະກັນໄພການເດີນທາງ, ປະກັນໄພໂຄງການຢູ່ຕ່າງປະເທດ, ປະກັນໄພການຂົນສົ່ງ ແລະ ປະກັນໄພຕໍ່;
9. ຄ່າພັກແຮມ, ຄ່າບໍລິການທ່ອງທ່ຽວລະຫວ່າງປະເທດ;
10. ຄ່າບໍລິການຂອງທຸລະກິດກາຊີໂນ;
11. ການປະຕິບັດພັນທະຕໍ່ລັດ ຂອງວິສາຫະກິດ ທີ່ມີການສົ່ງອອກສິນຄ້າ ຫຼື ການບໍລິການ, ຜູ້ທີ່ໄດ້ເຊົ່າ ຫຼື ສຳປະທານ ຈາກລັດຖະບານ ຊຶ່ງມີລາຍຮັບເປັນເງິນຕາຕ່າງປະເທດ;
12. ການປະຕິບັດວຽກງານນະໂຍບາຍການເງິນ-ເງິນຕາ;
13. ການໃຫ້ເງິນຊ່ວຍເຫຼືອລ້າ;
14. ມູນຄ່າໂຄງການປະມູນ ຂອງການປະມູນເປີດກວ້າງສາກົນ;
15. ຄ່າອື່ນ ຕາມການອະນຸຍາດຂອງທະນາຄານແຫ່ງ ສປປ ລາວ.
第ມາດຕາ 7条
第7条 价格结构的确定
从国外进口的商品和服务可以以外币确定价格结构,但必须按照本协议第6条的规定确定价值、标示和宣传,并使用商业银行的汇率。
对于非从国外进口或没有从国外进口的生产要素的商品和服务,只能以基普确定价格结构。
使用外币确定价格结构的原则和规定另行规定。
ພາສາລາວ (老挝语原文)
ມາດຕາ 7 ການກຳນົດໂຄງສ້າງລາຄາ
ສິນຄ້າ ແລະ ການບໍລິການ ທີ່ນຳເຂົ້າຈາກຕ່າງປະເທດ ສາມາດກຳນົດໂຄງສ້າງລາຄາ ເປັນເງິນຕາຕ່າງປະເທດ, ແຕ່ຕ້ອງກຳນົດມູນຄ່າ, ຕິດປະກາດ ແລະ ໂຄສະນາ ສອດຄ້ອງກັບມາດຕາ 6 ຂອງຂໍ້ຕົກລົງສະບັບນີ້ ແລະ ນຳໃຊ້ອັດຕາແລກປ່ຽນຂອງທະນາຄານທຸລະກິດ.
ສຳລັບ ສິນຄ້າ ແລະ ການບໍລິການ ທີ່ບໍ່ໄດ້ນຳເຂົ້າຈາກຕ່າງປະເທດ ຫຼື ບໍ່ມີປັດໄຈການຜະລິດນຳເຂົ້າຈາກຕ່າງປະເທດ ຕ້ອງກຳນົດໂຄງສ້າງລາຄາເປັນເງິນກີບ ເທົ່ານັ້ນ.
ຫຼັກການ ແລະ ລະບຽບການ ຂອງການນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການກຳນົດໂຄງສ້າງລາຄາ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
第ມາດຕາ 8条
第8条 货币兑换与汇率
外币兑换必须在商业银行和/或老挝人民银行授权的外币兑换市场进行。
用于确定价值、标价、广告、支付、收款以及以外币定价的价格结构所使用的汇率,应采用商业银行各时期公布的汇率。
ພາສາລາວ (老挝语原文)
ມາດຕາ 8 ການແລກປ່ຽນເງິນຕາ ແລະ ອັດຕາແລກປ່ຽນ
ການແລກປ່ຽນເງິນຕາຕ່າງປະເທດ ຕ້ອງດຳເນີນຢູ່ທະນາຄານທຸລະກິດ ແລະ/ຫຼື ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ.
ອັດຕາແລກປ່ຽນ ທີ່ນຳໃຊ້ເຂົ້າໃນການ ກຳນົດມູນຄ່າ, ຕິດປະກາດ, ໂຄສະນາ, ຊຳລະ, ຮັບຊຳລະ ແລະ ກຳນົດໂຄງສ້າງລາຄາ ເປັນເງິນຕາຕ່າງປະເທດ ໃຫ້ນຳໃຊ້ອັດຕາແລກປ່ຽນ ຂອງທະນາຄານທຸລະກິດ ທີ່ປະກາດໃຊ້ໃນແຕ່ລະໄລຍະ.
第ມາດຕາ 9条
第9条 可以在老挝使用外币的目标
可以在老挝使用外币的目标是从事国际业务或具有国际活动的组织,包括:
1. 可以立即实施的目标;
2. 需要申请许可的目标。
ພາສາລາວ (老挝语原文)
ມາດຕາ 9 ເປົ້າໝາຍທີ່ສາມາດນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ
ເປົ້າໝາຍທີ່ສາມາດນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ແມ່ນ ຫົວໜ່ວຍທີ່ດຳເນີນທຸລະກິດ ລະຫວ່າງປະເທດ ຫຼື ການຈັດຕັ້ງທີ່ມີການເຄື່ອນໄຫວລະຫວ່າງປະເທດ ຊຶ່ງປະກອບດ້ວຍ:
1. ເປົ້າໝາຍທີ່ສາມາດປະຕິບັດໄດ້ທັນທີ;
2. ເປົ້າໝາຍທີ່ຕ້ອງຂໍອະນຸຍາດ.
第ມາດຕາ 10条
第10条 可立即实施的目标
可立即实施的目标是指可以在老挝境内使用外币而无需申请许可,并可在以下范围内使用外币:
1. 国家部门可以出台金融货币政策工具,以保障金融货币稳定;
2. 国家部门可以通过商业银行提供或接受赠款;
3. 在边境口岸、国际机场负责征收国家预算收入的国家部门或企业,可以收取与出入老挝相关的签证费、手续费、服务费、国家税费;
4. 外国的大使馆、总领事馆和领事馆可以收取、确定金额并公布与其人员入境相关的签证费、手续费、服务费;
5. 商业银行可以在其业务活动范围内确定、公布、宣传、支付和收取手续费、服务费、利息及其他费用;
6. 经营住宿服务的企业,如酒店、度假村、旅馆,可以通过其使用外语的在线宣传媒体公布和宣传住宿费,并可以通过来自国外的电子支付工具收取上述住宿费,存入其在老挝商业银行开立的存款账户;
7. 国际公开招标项目可以确定、支付和收取项目金额。
ພາສາລາວ (老挝语原文)
ມາດຕາ 10 ເປົ້າໝາຍທີ່ສາມາດປະຕິບັດໄດ້ທັນທີ
ເປົ້າໝາຍທີ່ສາມາດປະຕິບັດໄດ້ທັນທີ ແມ່ນ ເປົ້າໝາຍທີ່ສາມາດນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ໂດຍບໍ່ຕ້ອງຂໍອະນຸຍາດ ແລະ ສາມາດນຳໃຊ້ເງິນຕາຕ່າງປະເທດ ໃນຂອບເຂດ ດັ່ງນີ້:
1. ຂະແໜງການຂອງລັດ ສາມາດອອກເຄື່ອງມືນະໂຍບາຍການເງິນ-ເງິນຕາ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເງິນ-ເງິນຕາ;
2. ຂະແໜງການຂອງລັດ ສາມາດ ໃຫ້ ຫຼື ຮັບ ເງິນຊ່ວຍເຫຼືອລ້າ ໂດຍຜ່ານທະນາຄານທຸລະກິດ;
3. ຂະແໜງການຂອງລັດ ຫຼື ວິສາຫະກິດ ທີ່ຈັດເກັບລາຍຮັບງົບປະມານແຫ່ງລັດປະຈຳຢູ່ ດ່ານຊາຍແດນ, ດ່ານສະໜາມບິນສາກົນ ສາມາດຮັບຊຳລະ ຄ່າວີຊາ, ຄ່າທຳນຽມ, ຄ່າບໍລິການ, ພັນທະຕໍ່ລັດ ທີ່ກ່ຽວຂ້ອງກັບການເຂົ້າ-ອອກ ສປປ ລາວ;
4. ສະຖານເອກອັກຄະລັດຖະທູດ, ສະຖານກົງສຸນໃຫຍ່ ແລະ ສະຖານກົງສຸນ ຂອງຕ່າງປະເທດ ສາມາດຮັບຊຳລະ, ກຳນົດມູນຄ່າ ແລະ ຕິດປະກາດ ຄ່າວີຊາ, ຄ່າທຳນຽມ, ຄ່າບໍລິການ ທີ່ກ່ຽວຂ້ອງກັບການເດີນທາງເຂົ້າປະເທດຂອງຕົນ;
5. ທະນາຄານທຸລະກິດ ສາມາດກຳນົດມູນຄ່າ, ຕິດປະກາດ, ໂຄສະນາ, ຊຳລະ ແລະ ຮັບຊຳລະ ຄ່າທຳນຽມ, ຄ່າບໍລິການ, ດອກເບ້ຍ ແລະ ຄ່າອື່ນ ໃນຂອບເຂດການເຄື່ອນໄຫວທຸລະກິດຂອງຕົນ;
6. ວິສາຫະກິດທີ່ດຳເນີນທຸລະກິດໃຫ້ບໍລິການສະຖານທີ່ພັກແຮມ ເປັນຕົ້ນ ໂຮງແຮມ, ຣີສອດ, ເຮືອນພັກ ສາມາດຕິດປະກາດ ແລະ ໂຄສະນາ ຄ່າພັກແຮມ ຜ່ານສື່ໂຄສະນາອອນລາຍຂອງຕົນທີ່ໃຊ້ພາສາຕ່າງປະເທດ ແລະ ສາມາດຮັບຊຳລະ ຄ່າພັກແຮມດັ່ງກ່າວ ດ້ວຍເຄື່ອງມືການຊຳລະທາງເອເລັກໂຕຣນິກ ມາແຕ່ຕ່າງປະເທດ ເຂົ້າບັນຊີເງິນຝາກເງິນຂອງຕົນ ທີ່ເປີດກັບທະນາຄານທຸລະກິດຢູ່ ສປປ ລາວ;
7. ໂຄງການປະມູນເປີດກວ້າງສາກົນ ສາມາດກຳນົດມູນຄ່າ, ຊຳລະ ແລະ ຮັບຊຳລະ ມູນຄ່າໂຄງການ.
第ມາດຕາ 11条
第11条 需申请许可的目标
需申请许可的目标是指在老挝人民民主共和国境内有使用外币目的,必须向老挝人民民主共和国银行申请许可才能使用外币的目标,范围如下:
1. 有出口商品或服务的企业,从政府租赁或特许经营并获得外币收入,旨在履行对国家的义务,通过商业银行进行。
2. 提供国际货物和旅客运输服务的企业,包括上述服务的代理,以及在边境和机场口岸提供仓储服务的企业,范围如下:
2.1. 通过其外文在线广告渠道公布和宣传国际货物运输费和旅客票费;
2.2. 在国际货物运输和旅客票务或边境仓储服务的购销文件中确定价值;
2.3. 通过商业银行收取国际货物运输费和旅客票费;
2.4. 通过商业银行收取进出口货物的仓储服务费,例如仓储、货物转运服务。
3. 位于边境口岸和国际机场、向国外销售的企业,例如免税店、餐厅、商店,在其经营场所内使用外币,范围如下:
3.1. 以外文公布和宣传商品和服务价格;
3.2. 在商品和服务的购销文件中确定价值;
3.3. 收取商品和服务费用。
4. 提供仓储、货物转运、货物运输、集装箱清洗、运输车辆维修、集装箱、包装、消毒等服务的国际陆港业务,范围如下:
4.1. 通过其外文在线广告渠道公布和宣传陆港服务价格;
4.2. 在陆港服务购销文件中确定价值;
4.3. 通过商业银行收取陆港服务费。
5. 有义务以外币向国外支付,并向有出口外币收入的出口商提供商品和服务的企业,范围如下:
5.1. 在商品和服务的购销文件中确定价值;
5.2. 通过商业银行收取商品和服务费用。
6. 从事国际保险业务的企业,例如旅行保险、海外项目保险、运输保险和再保险,范围如下:
6.1. 在保险购销文件中确定价值;
6.2. 通过银行系统以外币收取保险费。
7. 国际旅游企业,活动范围如下:
7.1. 在其经营场所内和通过其外文在线广告渠道公布和宣传旅游服务;
7.2. 在旅游服务费用文件中确定价值;
7.3. 通过商业银行收取旅游服务费。
8. 经营赌场的企业,在其业务活动范围内收取服务费。
9. 其他经老挝人民民主共和国银行许可的目标。
ພາສາລາວ (老挝语原文)
ມາດຕາ 11 ເປົ້າໝາຍທີ່ຕ້ອງຂໍອະນຸຍາດ
ເປົ້າໝາຍທີ່ຕ້ອງຂໍອະນຸຍາດ ແມ່ນ ເປົ້າໝາຍທີ່ມີຈຸດປະສົງນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ຊຶ່ງຕ້ອງຂໍອະນຸຍາດນຳທະນາຄານແຫ່ງ ສປປ ລາວ ເພື່ອນຳໃຊ້ເງິນຕາຕ່າງປະເທດ ໃນຂອບເຂດ ດັ່ງນີ້:
1. ວິສາຫະກິດ ທີ່ມີການສົ່ງອອກສິນຄ້າ ຫຼື ການບໍລິການ, ຜູ້ທີ່ໄດ້ ເຊົ່າ ຫຼື ສຳປະທານ ຈາກ ລັດຖະບານ ຊຶ່ງມີລາຍຮັບເປັນເງິນຕາຕ່າງປະເທດ ທີ່ມີຈຸດປະສົງປະຕິບັດພັນທະຕໍ່ລັດ ໂດຍດຳເນີນຜ່ານທະນາຄານທຸລະກິດ.
2. ວິສາຫະກິດທີ່ໃຫ້ບໍລິການຂົນສົ່ງສິນຄ້າ ແລະ ໂດຍສານ ລະຫວ່າງປະເທດ ລວມທັງ ຕົວແທນ ໃຫ້ບໍລິການດັ່ງກ່າວ ແລະ ວິສາຫະກິດທີ່ໃຫ້ບໍລິການສາງສິນຄ້າ ຢູ່ດ້ານຊາຍແດນ ແລະ ດ່ານສະໜາມບິນ ໃນຂອບເຂດ ດັ່ງນີ້:
2.1. ຕິດປະກາດ ແລະ ໂຄສະນາ ຄ່າຂົນສົ່ງສິນຄ້າ ແລະ ປີ້ໂດຍສານ ລະຫວ່າງປະເທດ ຜ່ານ ຊ່ອງທາງໂຄສະນາອອນລາຍຂອງຕົນທີ່ເປັນພາສາຕ່າງປະເທດ;
2.2. ກຳນົດມູນຄ່າໃນເອກະສານການ ຊື້ ຂາຍ ກ່ຽວກັບການຂົນສົ່ງສິນຄ້າ ແລະ ປີ້ ໂດຍສານ ລະຫວ່າງປະເທດ ຫຼື ບໍລິການສາງສິນຄ້າ ຢູ່ດ້ານຊາຍແດນ;
2.3. ຮັບຊຳລະ ຄ່າຂົນສົ່ງສິນຄ້າ ແລະ ປີ້ ໂດຍສານ ລະຫວ່າງປະເທດ ໂດຍດຳເນີນຜ່ານ ທະນາຄານທຸລະກິດ;
2.4. ຮັບຊຳລະຄ່າບໍລິການສາງສິນຄ້າ ສຳລັບສິນຄ້ານຳເຂົ້າ ແລະ ສົ່ງອອກ ເປັນຕົ້ນ ບໍລິການ ຝາກສາງ, ປ່ຽນຖ່າຍສິນຄ້າ ໂດຍຜ່ານທະນາຄານທຸລະກິດ.
3. ວິສາຫະກິດທີ່ຕັ້ງຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ ຂາຍອອກໄປຕ່າງປະເທດ ເປັນຕົ້ນ ຮ້ານຄ້າປອດພາສີ, ຮ້ານອາຫານ, ຮ້ານຂາຍເຄື່ອງ ນຳໃຊ້ເງິນຕາຕ່າງປະເທດພາຍໃນສະຖານທີ່ດຳເນີນທຸລະກິດ ຂອງຕົນ ໃນຂອບເຂດ ດັ່ງນີ້:
3.1. ຕິດປະກາດ ແລະ ໂຄສະນາ ຄ່າສິນຄ້າ ແລະ ການບໍລິການ ທີ່ເປັນພາສາຕ່າງປະເທດ;
3.2. ກຳນົດມູນຄ່າໃນເອກະສານການ ຊື້ ຂາຍ ສິນຄ້າ ແລະ ການບໍລິການ;
3.3. ຮັບຊຳລະ ຄ່າສິນຄ້າ ແລະ ການບໍລິການ.
4. ກິດຈະການທ່າບົກລະຫວ່າງປະເທດ ທີ່ໃຫ້ບໍລິການ ສາງສິນຄ້າ, ປ່ຽນຖ່າຍສິນຄ້າ, ຂົນສົ່ງ ສິນຄ້າ, ລ້າງຕູ້ຄອນເທນເນີ, ສ້ອມແປງລົດຂົນສົ່ງ, ຕູ້ຄອນເທນເນີ, ຫຸ້ມຫໍ່, ຂ້າເຊື້ອພະຍາດ ໃນຂອບເຂດ ດັ່ງນີ້:
4.1. ຕິດປະກາດລາຄາ ແລະ ໂຄສະນາ ຄ່າບໍລິການຂອງທ່າບົກ ຜ່ານສື່ຊ່ອງທາງໂຄສະນາອອນ ລາຍຂອງຕົນທີ່ເປັນພາສາຕ່າງປະເທດ;
4.2. ກຳນົດມູນຄ່າໃນເອກະສານການ ຊື້ ຂາຍ ຄ່າບໍລິການຂອງທ່າບົກ;
4.3. ຮັບຊຳລະຄ່າບໍລິການຂອງທ່າບົກ ໂດຍດຳເນີນຜ່ານທະນາຄານທຸລະກິດ.
5. ວິສາຫະກິດ ທີ່ມີພັນທະຊຳລະເປັນເງິນຕາຕ່າງປະເທດກັບຕ່າງປະເທດ ແລະ ເປັນຜູ້ສະໜອງສິນຄ້າ ແລະ ການບໍລິການ ໃຫ້ຜູ້ສົ່ງອອກທີ່ມີລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ໃນຂອບເຂດ ດັ່ງນີ້:
5.1. ກຳນົດມູນຄ່າໃນເອກະສານການ ຊື້ ຂາຍ ສິນຄ້າ ແລະ ການບໍລິການ;
5.2. ຮັບຊຳລະຄ່າສິນຄ້າ ແລະ ການບໍລິການ ໂດຍດຳເນີນຜ່ານທະນາຄານທຸລະກິດ.
6. ວິສາຫະກິດ ທີ່ເຄື່ອນໄຫວທຸລະກິດປະກັນໄພກັບຕ່າງປະເທດ ເປັນຕົ້ນ ປະກັນໄພການເດີນ ທາງ, ປະກັນໄພໂຄງການຢູ່ຕ່າງປະເທດ, ປະກັນໄພການຂົນສົ່ງ ແລະ ປະກັນໄພຕໍ່ ໃນຂອບເຂດ ດັ່ງນີ້:
6.1. ກຳນົດມູນຄ່າໃນເອກະສານການ ຊື້ ຂາຍ ປະກັນໄພ;
6.2. ຮັບຊຳລະ ຄ່າປະກັນໄພ ເປັນເງິນຕາຕ່າງປະເທດ ໂດຍຜ່ານລະບົບທະນາຄານ.
7. ວິສາຫະກິດນຳທ່ຽວລະຫວ່າງປະເທດ ເຄື່ອນໄຫວ ໃນຂອບເຂດ ດັ່ງນີ້:
7.1. ຕິດປະກາດ ແລະ ໂຄສະນາ ບໍລິການທ່ອງທ່ຽວ ໃນຂອບເຂດສະຖານທີ່ດຳເນີນທຸລະກິດ ແລະ ຜ່ານສື່ໂຄສະນາອອນລາຍຂອງຕົນທີ່ເປັນພາສາຕ່າງປະເທດ;
7.2. ກຳນົດມູນຄ່າໃນເອກະສານຄ່າບໍລິການທ່ອງທ່ຽວ;
7.3. ຮັບຊຳລະ ຄ່າບໍລິການທ່ອງທ່ຽວ ຜ່ານທະນາຄານທຸລະກິດ.
8. ວິສາຫະກິດທີ່ດຳເນີນທຸລະກິດກາຊິໂນ ຮັບຊຳລະຄ່າບໍລິການ ໃນຂອບເຂດການເຄື່ອນໄຫວ ທຸລະກິດຂອງຕົນ.
9. ເປົ້າໝາຍອື່ນ ຕາມການອະນຸຍາດຂອງທະນາຄານແຫ່ງ ສປປ ລາວ.
第ມາດຕາ 12条
第12条 申请许可
需要使用外币在老挝人民民主共和国境内的目标,必须向外汇管理司或老挝人民民主共和国银行地区分行提交申请书及附件,申请在老挝人民民主共和国境内使用外币,按其营业地点或办事处所在地。
ພາສາລາວ (老挝语原文)
ມາດຕາ 12 ການຂໍອະນຸຍາດ
ເປົ້າໝາຍທີ່ຕ້ອງຂໍອະນຸຍາດ ທີ່ມີຈຸດປະສົງນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ຕ້ອງຍື່ນຫັງສືສະເໜີ ແລະ ເອກະສານປະກອບ ຂໍອະນຸຍາດນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ຕໍ່ກົມຄຸ້ມຄອງເງິນຕາຕ່າງປະເທດ ຫຼື ສາຂາທະນາຄານແຫ່ງ ສປປ ລາວ ປະຈຳພາກ ຕາມສະຖານທີ່ຕັ້ງທຸລະກິດ ຫຼື ສຳນັກງານ ຂອງຕົນ.
本页展示前 12 条,全文共 26 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读