ຂໍ້ຕົກລົງເພີ້ມເຕີມວ່າດ້ວຍ ການປັບປຸງບາງມາດຕາຂອງ ຂໍ້ຕົກລົງວ່າດ້ວຍ ກຳນົດໝາຍການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 0200/ກງ
关于修订第0200/ກງ号关于国家预算支出、节约及反对铺张浪费协议部分条款的补充协议
Supplementary Agreement Amending Certain Provisions of Agreement No. 0200/ກງ on State Budget Expenditure, Savings, and Anti-Waste
ບົດສະຫຼຸບ
ສັນຍາສະບັບນີ້ຄຸ້ມຄອງອົງການຈັດຕັ້ງພັກ-ລັດທີ່ນຳໃຊ້ງົບປະມານແຫ່ງລັດ ແລະ ທຶນຊ່ວຍເຫຼືອພັດທະນາຢ່າງເປັນທາງການ, ເນັ້ນໃສ່ການຄຸ້ມຄອງລາຍຈ່າຍ, ປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສະເພາະອົງການຈັດຕັ້ງພັກ-ລັດ ທັງສູນກາງ ແລະ ທ້ອງຖິ່ນ ທີ່ນຳໃຊ້ງົບປະມານຂອງລັດ ແລະ ເງິນຊ່ວຍເຫຼືອທາງການເພື່ອການພັດທະນາ ໃນຂອບເຂດທົ່ວປະເທດ.
ມາດຕາ ມາດຕາ 2
ມາດຕາ 2 ການຈັດຕັ້ງປະຕິບັດ
ມອບໃຫ້ກົມງົບປະມານແຫ່ງລັດ, ຄັງເງິນແຫ່ງຊາດ ແລະ ຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ, ມີການປະຢັດ ແລະ ມີປະສິດທິຜົນ.
ໃນການຈັດຕັ້ງປະຕິບັດຕົວຈິງ ຫາກພົບບັນຫາທີ່ບໍ່ຈະແຈ້ງ ຫຼື ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ຮີບຮ້ອນປະສານ ກົມງົບປະມານແຫ່ງລັດ ຄືນໂດຍໄວ ເພື່ອຮີບຮ່ອນຄົ້ນຄວ້າ, ລາຍງານ ແລະ ປັບປຸງແກ້ໄຂໃຫ້ທັນເວລາ.
ມາດຕາ ມາດຕາ 3
ມາດຕາ 4 ຜົນສັກສິດ
ບັນດາເນື້ອໃນທີ່ກຳນົດໄວ້ໃນນິຕິກຳອື່ນ ທີ່ຂັດຂ້ອງກັບຂໍ້ຕົກລົງສະບັບນີ້ ແມ່ນຖືກຍົກເລີກ; ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີລົງລາຍເຊັນ ແລະ ເລີ່ມນຳໃຊ້ ແຕ່ວັນທີ 01 ປີ 2025 ເປັນຕົ້ນໄປ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ