关于贸易检查工作执行的协议

ຂໍ້ຕົກລົງວ່າດ້ວຍ ການປະຕິບັດວຽກງານກວດກາການຄ້າ

Agreement on Implementation of Trade Inspection Work

简介

该协议规范贸易检查工作的实施,明确贸易官员的任命、职责及三级检查结构,并规定检查员的条件与授权程序。

Summary

This agreement regulates the implementation of trade inspections, specifying the appointment, duties, and three-level inspection structure of trade officials, as well as the conditions and authorization procedures for inspectors.

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດການຈັດຕັ້ງປະຕິບັດວຽກງານກວດກາການຄ້າ, ຊີ້ແຈງການແຕ່ງຕັ້ງ, ໜ້າທີ່ ແລະ ໂຄງສ້າງການກວດກາສາມຂັ້ນຂອງພະນັກງານການຄ້າ, ພ້ອມທັງກຳນົດເງື່ອນໄຂ ແລະ ຂັ້ນຕອນການອະນຸຍາດໃຫ້ຜູ້ກວດກາ.

条文

第ມາດຕາ 1条

第2条 贸易检查工作的实施
贸易检查工作的实施是指贸易官员根据其职权和职责,按各级别进行跟踪、检查、罚款以及采取其他措施,对违反贸易检查工作相关法律法规的行为进行处理。

ພາສາລາວ (老挝语原文)

ມາດຕາ 2 ການປະຕິບັດວຽກງານກວດກາການຄ້າ
ການປະຕິບັດວຽກງານກວດກາການຄ້າ ແມ່ນການເຄື່ອນໄຫວວຽກງານຂອງເຈົ້າໜ້າທີ່ການຄ້າ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ ຕາມແຕ່ລະຂັ້ນ ໃນການຕິດຕາມ, ກວດກາ, ປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານກວດກາການຄ້າ.

第ມາດຕາ 2条

第2条 词语解释
本协议中使用的词语具有以下含义:
1. 贸易官员 指根据法律和法规任命的商业竞争官员、消费者保护官员和贸易检查官员;
2. 商业竞争和贸易检查人员 指在工业和贸易部门内从事商业竞争、消费者保护、贸易检查和处理贸易违法行为工作的公务员;
3. 信息来源 指从个人、法人或组织获取的关于违反贸易检查工作法律和法规的信息。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ເຈົ້າໜ້າທີ່ການຄ້າ ໝາຍເຖິງ ເຈົ້າໜ້າທີ່ແຂ່ງຂັນທາງທຸລະກິດ, ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ ແລະ ເຈົ້າໜ້າທີ່ກວດກາການຄ້າ ທີ່ໄດ້ຮັບການແຕ່ງຕັ້ງຕາມກົດໝາຍ ແລະ ລະບຽບການ;
2. ພະນັກງານແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ໝາຍເຖິງ ລັດຖະກອນ ທີ່ເຮັດໜ້າທີ່ ກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ, ປົກປ້ອງຜູ້ຊົມໃຊ້, ກວດກາການຄ້າ ແລະ ແກ້ໄຂການລະເມີດທາງການຄ້າ ທີ່ສັງກັດໃນຂະແໜງການອຸດສາຫະກຳ ແລະ ການຄ້າ;
3. ແຫຼ່ງຂ່າວ ໝາຍເຖິງ ການໄດ້ຮັບຂໍ້ມູນຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບ ກ່ຽວກັບວຽກງານກວດກາການຄ້າ.

第ມາດຕາ 3条

第4条 商业竞争和贸易检查人员的结构
商业竞争和贸易检查人员由以下三级组成:

1. 中央级包括:部长、负责商业竞争和贸易检查工作的副部长、司长、副司长以及隶属于商业竞争和贸易检查司的工作人员;

2. 省级包括:省、首都的工业与贸易厅厅长、负责商业竞争和贸易检查工作的工业与贸易厅副厅长以及负责商业竞争和贸易检查工作的工作人员;

3. 县级包括:县、市的工业与贸易办公室主任、负责商业竞争和贸易检查工作的工业与贸易办公室副主任以及负责商业竞争和贸易检查工作的工作人员。

ພາສາລາວ (老挝语原文)

ມາດຕາ 4 ໂຄງປະກອບຂອງພະນັກງານແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ
ພະນັກງານແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ປະກອບມີ ສາມ ຂັ້ນ ດັ່ງນີ້:

1. ຂັ້ນສູນກາງ ປະກອບມີ: ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານ ສັງກັດຢູ່ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ;

2. ຂັ້ນແຂວງ ປະກອບມີ: ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຜູ້ຊີ້ນຳວຽກງານແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ແລະ ພະນັກງານ ທີ່ຮັບຜິດຊອບວຽກງານແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ;

3. ຂັ້ນເມືອງ ປະກອບມີ: ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ, ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ຜູ້ຊີ້ນຳວຽກງານແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ແລະ ພະນັກງານ ທີ່ຮັບຜິດຊອບວຽກງານແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ.

第ມາດຕາ 4条

第4条 商业竞争和贸易检查官员的任命、免职和调动

各级贸易官员的任命、免职和调动,由工业和贸易部部长根据各级情况决定如下:

1. 中央级:由商业竞争和贸易检查司研究并提交部长,通过组织和人事司审议并发布决定;

2. 省级:由省、首都的工业和贸易厅提交商业竞争和贸易检查司,由其研究并提交部长,通过组织和人事司审议并发布决定;

3. 县级:由县、市的工业和贸易办公室提交省、首都的工业和贸易厅,以便商业竞争和贸易检查司研究并提交部长,通过组织和人事司审议并发布决定。

ພາສາລາວ (老挝语原文)

ມາດຕາ 4 ການແຕ່ງຕັ້ງ, ປົດຕຳແໜ່ງ ແລະ ຊັບຊ້ອນ ຂອງພະນັກງານແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ

ການແຕ່ງຕັ້ງ, ປົດຕຳແໜ່ງ ແລະ ຊັບຊ້ອນ ເຈົ້າໜ້າທີ່ການຄ້າ ໃນແຕ່ລະຂັ້ນ ແມ່ນລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ເປັນຜູ້ຕົກລົງ ຕາມແຕ່ລະຂັ້ນ ດັ່ງນີ້:

1. ຂັ້ນສູນກາງ: ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ເປັນຜູ້ຄົ້ນຄວ້າ ແລະ ນຳສະເໜີ ລັດຖະມົນຕີ ເພື່ອພິຈາລະນາ ອອກຂໍ້ຕົກລົງ ໂດຍຜ່ານກົມຈັດຕັ້ງ ແລະ ພະນັກງານ;

2. ຂັ້ນແຂວງ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ສະເໜີຕໍ່ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ເປັນຜູ້ຄົ້ນຄວ້າ ແລະ ນຳສະເໜີ ລັດຖະມົນຕີ ເພື່ອພິຈາລະນາ ອອກຂໍ້ຕົກລົງ ໂດຍຜ່ານກົມຈັດຕັ້ງ ແລະ ພະນັກງານ;

3. ຂັ້ນເມືອງ: ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ສະເໜີພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເພື່ອໃຫ້ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ເປັນຜູ້ຄົ້ນຄວ້າ ແລະ ນຳສະເໜີ ລັດຖະມົນຕີ ພິຈາລະນາ ອອກຂໍ້ຕົກລົງ ໂດຍຜ່ານກົມຈັດຕັ້ງ ແລະ ພະນັກງານ.

第ມາດຕາ 5条

第6条 授权或任命贸易官员
授权或任命贸易官员以按以下各级进行贸易检查:
1. 中央级:
- 负责商业竞争和贸易检查工作的副部长为授权或任命人,用于在多个省份进行特定贸易检查;
- 商业竞争和贸易检查司司长为授权或任命人,用于在某一省份进行特定贸易检查。
2. 省级:省、首都的工业与贸易厅厅长为授权或任命人,用于涉及两个县以上的贸易检查。
3. 县级:县、市的工业与贸易办公室主任为授权或任命人,用于在其县、市范围内进行贸易检查。

ພາສາລາວ (老挝语原文)

ມາດຕາ 6 ການມອບໝາຍ ຫຼື ແຕ່ງຕັ້ງເຈົ້າໜ້າທີ່ການຄ້າ
ການມອບໝາຍ ຫຼື ແຕ່ງຕັ້ງ ເຈົ້າໜ້າທີ່ການຄ້າ ເພື່ອດຳເນີນການກວດກາການຄ້າ ຕາມແຕ່ລະຂັ້ນ ດັ່ງນີ້:
1. ຂັ້ນສູນກາງ:
- ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ເປັນຜູ້ມອບໝາຍ ຫຼື ແຕ່ງຕັ້ງ ສຳລັບການດຳເນີນການກວດກາການຄ້າ ສະເພາະຫຼາຍແຂວງ;
- ຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ເປັນຜູ້ມອບໝາຍ ຫຼື ແຕ່ງຕັ້ງ ສຳລັບການດຳເນີນການກວດກາການຄ້າ ສະເພາະແຂວງໃດໜຶ່ງ.
2. ຂັ້ນແຂວງ: ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເປັນຜູ້ມອບໝາຍ ຫຼື ແຕ່ງຕັ້ງ ສຳລັບການດຳເນີນການກວດກາການຄ້າ ທີ່ຕິດພັນກັບສອງເມືອງ ຂຶ້ນໄປ.
3. ຂັ້ນເມືອງ: ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ເປັນຜູ້ມອບໝາຍ ຫຼື ແຕ່ງຕັ້ງ ສຳລັບການດຳເນີນການກວດກາການຄ້າ ໃນຂອບເຂດເມືອງ, ນະຄອນ ຂອງຕົນ.

第ມາດຕາ 6条

第6条 贸易检查员的条件

贸易检查员必须具备以下条件:

1. 具有革命道德品质,对所负责的工作忠诚廉洁;
2. 有能力或负责每次检查相关的工作;
3. 是工业和贸易部门的正式公务员;
4. 从未因欺诈、贪污或受贿而受到纪律处分或刑事处罚;
5. 接受过贸易检查工作的培训。

ພາສາລາວ (老挝语原文)

ມາດຕາ 6 ເງື່ອນໄຂຂອງເຈົ້າຫນ້າທີ່ການຄ້າ

ເຈົ້າຫນ້າທີ່ການຄ້າ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ມີຄຸນສົມບັດສິນທຳປະຕິວັດ, ສັດຊື່ບໍລິສຸດ ຕໍ່ຫນ້າທີ່ວຽກງານທີ່ຕົນຮັບຜິດຊອບ;
2. ມີຄວາມສາມາດ ຫຼື ຮັບຜິດຊອບວຽກງານທີ່ພົວພັນກັບການກວດກາໃນແຕ່ລະຄັ້ງ;
3. ເປັນລັດຖະກອນສົມບູນຂອງຂະແຫນງການອຸດສາຫະກຳ ແລະ ການຄ້າ;
4. ບໍ່ເຄີຍຖືກລົງວິໄນ ຫຼື ຖືກລົງໂທດໃນສະຖານະສໍ້ໂກງ, ຍັກຍອກ ຫຼື ສໍ້ລາດບັງຫຼວງ;
5. ຜ່ານການຝຶກອົບຮົມ ກ່ຽວກັບວຽກງານກວດກາການຄ້າ.

第ມາດຕາ 7条

第7条 中央贸易官员的权利和义务

中央贸易官员享有以下权利和义务:

1. 根据法律、关于贸易检查的法令和规章的规定,在全国范围内进行检查;

2. 检查不符合关于贸易检查工作的法律和规章的仓库或货物储存场所,在全国范围内;

3. 记录并每次向商业竞争和贸易检查司司长报告检查结果,以便考虑对违法者采取措施;

4. 管理被扣押或查封的文件、证据或物证,等待商业竞争和贸易检查司司长的审议结果;

5. 了解、建立信息来源,以协助监测和提供关于违反关于贸易检查工作的法律和规章的信息;

6. 与省级、首都、县级、市级贸易官员以及认为必要的相关部门协调配合进行检查;

7. 使用设备和车辆进行针对违法目标的检查活动;

8. 行使其他权利和履行其他义务,根据上级的授权或法律和规章的规定。

ພາສາລາວ (老挝语原文)

ມາດຕາ 7 ສິດ ແລະ ຫ້າທີ່ຂອງເຈົ້າຫ້າທີ່ການຄ້າ ຂັ້ນສູນກາງ

ເຈົ້າຫ້າທີ່ການຄ້າ ຂັ້ນສູນກາງ ມີສິດ ແລະ ຫ້າທີ່ ດັ່ງນີ້:

1. ດຳເນີນການກວດກາໃນຂອບເຂດທົ່ວປະເທດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ດຳລັດ ວ່າດ້ວຍການກວດກາການຄ້າ ແລະ ລະບຽບການ;

2. ກວດກາສາງ ຫຼື ສະຖານທີ່ເກັບມ້ຽນສິນຄ້າ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານກວດກາການຄ້າ ໃນຂອບເຂດທົ່ວປະເທດ;

3. ບັນທຶກ ແລະ ລາຍງານຜົນການກວດກາ ແຕ່ລະຄັ້ງໃຫ້ຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ເພື່ອພິຈາລະນານຳໃຊ້ມາດຕາການຕໍ່ຜູ້ລະເມີດ;

4. ຄຸ້ມຄອງເອກະສານ, ຫຼັກຖານ ຫຼື ຂອງກາງ ທີ່ຍຶດ ຫຼື ອາຍັດໄວ້ ເພື່ອລໍຖ້າຜົນຂອງການພິຈາລະນາຂອງຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ;

5. ຊອກຮູ້, ສ້າງແຫຼ່ງຂ່າວ ເພື່ອຊ່ວຍຕິດຕາມ ແລະ ສະໜອງຂໍ້ມູນ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານກວດກາການຄ້າ;

6. ປະສານສົມທົບກັບເຈົ້າໜ້າທີ່ການຄ້າ ຂັ້ນແຂວງ, ນະຄອນຫຼວງ, ຂັ້ນເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຫັນວ່າມີຄວາມຈຳເປັນໃນການດຳເນີນການກວດກາ;

7. ນຳໃຊ້ອຸປະກອນ, ພາຫະນະ ເຂົ້າໃນການເຄື່ອນໄຫວກວດກາ ເປົ້າໝາຍກະທຳຜິດ;

8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ ຫຼື ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

第ມາດຕາ 8条

第8条 省级、首都贸易官员的权利和义务

省级、首都贸易官员享有以下权利和义务:

1. 按照法律、贸易检查法令和规章的规定,在省、首都范围内进行检查;

2. 检查在其省、首都范围内不符合贸易法律和规章的仓库或货物储存场所;

3. 记录并报告每次检查结果,提交给其上级的省、首都工业与贸易厅厅长,以考虑对违法者采取措施;

4. 管理被扣押或查封的文件、证据或物证,等待其上级的省、首都工业与贸易厅厅长的审议结果;

5. 搜集情报、建立信息来源,以协助监测并提供有关违反贸易法律和规章的信息;

6. 与县级、市级贸易官员及相关方协调,认为必要时进行联合检查;

7. 使用设备和车辆进行流动检查,针对违法目标;

8. 行使其他权利和履行其他义务,根据上级的指派或法律和规章的规定。

ພາສາລາວ (老挝语原文)

ມາດຕາ 8 ສິດ ແລະ ຫ້າທີ່ຂອງເຈົ້າຫ້າທີ່ການຄ້າ ຂັ້ນແຂວງ, ນະຄອນຫຼວງ

ເຈົ້າຫ້າທີ່ການຄ້າ ຂັ້ນແຂວງ, ນະຄອນຫຼວງ ມີສິດ ແລະ ຫ້າທີ່ ດັ່ງນີ້:

1. ດຳເນີນການກວດກາ ໃນຂອບເຂດແຂວງ, ນະຄອນຫຼວງ ຕາມທີ່ ໄດ້ກຳນົດໄວ້ໃນກົດໝາຍ, ດຳລັດ ວ່າດ້ວຍການກວດກາການຄ້າ ແລະ ລະບຽບການ;

2. ກວດກາສາງ ຫຼື ສະຖານທີ່ເກັບມ້ຽນສິນຄ້າ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການດ້ານການຄ້າ ໃນຂອບເຂດແຂວງ, ນະຄອນຫຼວງ ຂອງຕົນ;

3. ບັນທຶກ ແລະ ລາຍງານ ຜົນການກວດກາແຕ່ລະຄັ້ງ ໃຫ້ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຂັ້ນຂອງຕົນ ເພື່ອພິຈາລະນາການນຳໃຊ້ມາດຕາການຕໍ່ຜູ້ລະເມີດ;

4. ຄຸ້ມຄອງເອກະສານ, ຫຼັກຖານ ຫຼື ຂອງກາງ ທີ່ຍຶດ ຫຼື ອາຍັດໄວ້ ເພື່ອລໍຖ້າຜົນຂອງການພິຈາລະນາຂອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຂັ້ນຂອງຕົນ;

5. ຊອກຮູ້, ສ້າງແຫຼ່ງຂ່າວ ເພື່ອຊ່ວຍຕິດຕາມ ແລະ ສະໜອງຂໍ້ມູນກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການດ້ານການຄ້າ;

6. ປະສານສົມທົບກັບເຈົ້າໜ້າທີ່ການຄ້າ ຂັ້ນເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຫັນວ່າມີຄວາມຈຳເປັນໃນການດຳເນີນການກວດກາ;

7. ນຳໃຊ້ອຸປະກອນ, ພາຫະນະ ເຂົ້າໃນການເຄື່ອນໄຫວກວດກາ ເປົ້າໝາຍກະທຳຜິດ;

8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ ຫຼື ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

第ມາດຕາ 9条

第9条 县级、市级贸易官员的权利和义务

县级、市级贸易检查官员享有以下权利和义务:

1. 按照法律、关于贸易检查的法令和规章规定的范围,在县、市范围内进行检查;

2. 检查不符合关于贸易检查工作的法律和规章的仓库或货物储存场所,在其管辖的县、市范围内;

3. 记录并报告每次检查结果,向其所属的县、市工业和贸易办公室主任,以便考虑对违法者采取措施;

4. 管理被扣押或查封的文件、证据或物证,等待其所属的县、市工业和贸易办公室主任的审议结果;

5. 了解情况、建立信息来源,以协助监测和提供关于违反贸易法律和规章的信息;

6. 与认为必要的相关部门和各方协调,以进行检查;

7. 使用设备和车辆进行针对违法目标的检查活动;

8. 行使其他权利和履行其他义务,根据上级的授权或法律和规章的规定。

ພາສາລາວ (老挝语原文)

ມາດຕາ 9 ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ການຄ້າ ຂັ້ນເມືອງ, ນະຄອນ

ເຈົ້າໜ້າທີ່ກວດກາການຄ້າ ຂັ້ນເມືອງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ດຳເນີນການກວດກາໃນຂອບເຂດເມືອງ, ນະຄອນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ດຳລັດ ວ່າດ້ວຍການກວດກາການຄ້າ ແລະ ລະບຽບການ;

2. ກວດກາສາງ ຫຼື ສະຖານທີ່ເກັບມ້ຽນສິນຄ້າ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານກວດກາການຄ້າ ໃນຂອບເຂດເມືອງ, ນະຄອນ ຂັ້ນຂອງຕົນ;

3. ບັນທຶກ ແລະ ລາຍງານ ຜົນການກວດກາແຕ່ລະຄັ້ງ ໃຫ້ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຂັ້ນຂອງຕົນ ເພື່ອພິຈາລະນານຳໃຊ້ມາດຕະການຕໍ່ຜູ້ລະເມີດ;

4. ຄຸ້ມຄອງເອກະສານ, ຫຼັກຖານ ຫຼື ຂອງກາງທີ່ຍຶດ ຫຼື ອາຍັດໄວ້ ເພື່ອລໍຖ້າຜົນຂອງການພິຈາລະນາຂອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຂອງຕົນ;

5. ຊອກຮູ້, ສ້າງແຫຼ່ງຂ່າວ ເພື່ອຊ່ວຍຕິດຕາມ ແລະ ສະໜອງຂໍ້ມູນ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການດ້ານການຄ້າ;

6. ປະສານສົມທົບກັບ ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຫັນວ່າມີຄວາມຈຳເປັນໃນການດຳເນີນການກວດກາ;

7. ນຳໃຊ້ອຸປະກອນ, ພາຫະນະ ເຂົ້າໃນການເຄື່ອນໄຫວກວດກາເປົ້າໝາຍກະທຳຜິດ;

8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ ຫຼື ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

第ມາດຕາ 10条

第10条 一般禁止
禁止个人、法人或组织有下列行为:
1. 使用暴力、胁迫、拖延和阻碍贸易官员履行职责;
2. 帮助、保护违反贸易法律和法规的人;
3. 作为中间人、行贿和受贿以谋取贸易检查工作中的利益;
4. 冒充和假冒贸易官员;
5. 有其他违反法律和法规的行为。

ພາສາລາວ (老挝语原文)

ມາດຕາ 10 ຂໍ້ຫ້າມທົ່ວໄປ
ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງມີພຶດຕິກຳ ດັ່ງນີ້:
1. ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ກົດຫວ່ງຖ່ວງດຶງ ແລະ ຂັດຂວາງ ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ການຄ້າ;
2. ໃຫ້ການຊ່ວຍເຫຼືອ, ປົກປ້ອງຜູ້ລະເມີດກົດໝາຍ ແລະ ລະບຽບການດ້ານການຄ້າ;
3. ເປັນສື່ກາງ, ໃຫ້ສິນບົນ ແລະ ຮັບສິນບົນ ເພື່ອຜົນປະໂຫຍດໃນວຽກງານກວດກາການຄ້າ;
4. ປອມຕົວ ແລະ ແອບອ້າງເປັນເຈົ້າໜ້າທີ່ການຄ້າ;
5. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

第ມາດຕາ 11条

第11条 对经营者的禁止行为
禁止经营者有下列行为:
1. 违反贸易法律和法规;
2. 不配合、阻碍、制造困难、威胁、使用粗言秽语、使用暴力或伤害贸易官员的身体;
3. 调换、销毁或损坏扣押物或证据;
4. 伪造、篡改与贸易检查相关的文件;
5. 有其他违反法律和法规的行为。

ພາສາລາວ (老挝语原文)

ມາດຕາ 11 ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ
ຫ້າມຜູ້ດຳເນີນທຸລະກິດມີພຶດຕິກຳດັ່ງນີ້:
1. ລະເມີດກົດໝາຍ ແລະ ລະບຽບການດ້ານການຄ້າ;
2. ບໍ່ໃຫ້ຄວາມຮ່ວມມື, ຂັດຂວາງ, ສ້າງຄວາມຫຍຸ້ງຍາກ, ຂົ່ມຂູ່, ໃຊ້ຄຳຫຍາບຄາຍ, ໃຊ້ຄວາມຮຸນແຮງ ຫຼື ທຳຮ້າຍຮ່າງກາຍເຈົ້າໜ້າທີ່ການຄ້າ;
3. ສັບປ່ຽນ, ທຳລາຍ ຫຼື ເຮັດໃຫ້ຂອງກາງ ຫຼື ຫຼັກຖານເສຍຫາຍ;
4. ປອມແປງ, ດັດແປງເອກະສານທີ່ພົວພັນກັບການດຳເນີນການກວດກາການຄ້າ;
5. ມີພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ.

第ມາດຕາ 12条

第12条 对工作人员和贸易官员的禁止行为
禁止工作人员和贸易官员有以下行为:
1. 滥用职位、职权和职责谋取私利;
2. 故意或无意将贸易官员证或制服交给他人使用;
3. 故意或无意将受委托的武器交给他人使用;
4. 不按照贸易检查法令规定的程序进行贸易检查;
5. 穿着贸易官员制服从事私人工作;
6. 调换、销毁或损坏扣押物或证据;
7. 有其他违反法律和规章的行为。

ພາສາລາວ (老挝语原文)

ມາດຕາ 12 ຂໍ້ຫ້າມສຳລັບພະນັກງານ ແລະ ເຈົ້າໜ້າທີ່ການຄ້າ
ຫ້າມສຳລັບພະນັກງານ ແລະ ເຈົ້າໜ້າທີ່ການຄ້າ ມີພຶດຕິກຳ ດັ່ງນີ້:
1. ສວຍໃຊ້ຖານະຕຳແໜ່ງ ສິດອຳນາດ ແລະ ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ;
2. ເອົາບັດເຈົ້າໜ້າທີ່ການຄ້າ ຫຼື ເຄື່ອງແບບໃຫ້ບຸກຄົນອື່ນນຳໃຊ້ ໂດຍເຈດຕະນາ ຫຼື ບໍ່ເຈດຕະນາ;
3. ເອົາອາວຸດທີ່ໄດ້ຮັບການມອບໝາຍໃຫ້ບຸກຄົນອື່ນນຳໃຊ້ ໂດຍເຈດຕະນາ ຫຼື ບໍ່ເຈດຕະນາ;
4. ບໍ່ປະຕິບັດຕາມຂັ້ນຕອນການດຳເນີນການກວດກາການຄ້າ ຕາມທີ່ໄດ້ກຳນົດໄວ້ໃນ ດຳລັດວ່າດ້ວຍການກວດກາການຄ້າ;
5. ໃສ່ຊຸດເຄື່ອງແບບຂອງເຈົ້າໜ້າທີ່ການຄ້າ ໄປເຮັດວຽກສ່ວນຕົວ;
6. ສັບປ່ຽນ, ທຳລາຍ ຫຼື ເຮັດໃຫ້ຂອງກາງ ຫຼື ຫຼັກຖານເສຍຫາຍ;
7. ມີພຶດຕິກຳອື່ນ ທີ່ລະເມີດກົດໝາຍ ແລະ ລະບຽບການ.

本页展示前 12 条,全文共 24 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译