ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ
关于跨境外汇交易服务管理的协议
Agreement on Cross-Border Foreign Exchange Transaction Service Management
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການບໍລິການທຸລະກຳເງິນຕາຂ້າມຊາຍແດນຂອງທະນາຄານການຄ້າ, ກຳນົດການຂໍອະນຸຍາດ, ຂໍ້ກຳນົດເອກະສານ ແລະ ກົດລະບຽບການນຳໃຊ້ ແລະ ຕໍ່ອາຍຸໃບອະນຸຍາດທີ່ມີອາຍຸ 3 ປີ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການຄຸ້ມຄອງການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ
ການຄຸ້ມຄອງການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ ແມ່ນ ການຈັດຕັ້ງປະຕິບັດບັນດາ ຫຼັກການ, ລະບຽບການ ແລະ ມາດຕະການ ໃນການເຄືອນໄຫວຂອງທະນາຄານທຸລະກິດ ກ່ຽວກັບການໃຫ້ບໍລິການ ສະກຸນເງິນກີບ ແລະ ສະກຸນເງິນຂອງປະເທດຄູ່ຮ່ວມມື.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ທຸລະກຳເງິນຕາຂ້າມສະກຸນ ໝາຍເຖິງ ການຊຳລະ, ການໂອນ, ການຮັບຝາກ, ການສະໜອງສິນເຊື່ອ ແລະ ການແລກປ່ຽນເງິນຕາ ສະກຸນເງິນກີບ ແລະ ສະກຸນເງິນຂອງປະເທດຄູ່ຮ່ວມມື ຂອງທະນາຄານທຸລະກິດທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ;
2. ປະເທດຄູ່ຮ່ວມມື ໝາຍເຖິງ ປະເທດໃດໜຶ່ງ ຫຼື ຫຼາຍປະເທດ ທີ່ທະນາຄານແຫ່ງ ສປປ ລາວ ໄດ້ຮ່ວມມືກັບທະນາຄານກາງຂອງປະເທດດັ່ງກ່າວ ໃນຮູບແບບທະວີພາຄີ ຫຼື ພະຫຸພາຄີ ເພື່ອສົ່ງເສີມການນຳໃຊ້ສະກຸນເງິນຂອງຕົນ ເຂົ້າໃນການດຳເນີນທຸລະກຳເງິນຕາຂ້າມສະກຸນ;
3. ທະນາຄານທຸລະກິດຂອງປະເທດຄູ່ຮ່ວມມື ໝາຍເຖິງ ທະນາຄານທຸລະກິດທີ່ໄດ້ຮັບອະນຸຍາດ ຈາກທະນາຄານກາງຂອງປະເທດດັ່ງກ່າວ ໃຫ້ດຳເນີນທຸລະກຳເງິນຕາຂ້າມສະກຸນ.
ມາດຕາ ມາດຕາ 3
ມາດຕາ 4 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ທະນາຄານທຸລະກິດ ແລະ ກົມພາຍໃນທະນາຄານແຫ່ງ ສປປ ລາວ ທີ່ກ່ຽວຂ້ອງກັບການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 15 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ