关于租赁公司信贷资产分类及计提租赁损失准备的协议

ຂໍ້ຕົກລົງວ່າດ້ວຍ ການຈັດຊັ້ນ ແລະ ຫັກເງິນແຮ ຄ່າເຊົ່າສິນເຊື່ອຂອງບໍລິສັດເຊົ່າສິນເຊື່ອ

Agreement on Credit Asset Classification and Lease Loss Provisioning for Leasing Companies

简介

该法规调整老挝融资租赁公司的信贷资产分类与坏账计提,要求将租赁债权按逾期程度分为五类并计提损失准备。

Summary

This regulation governs credit asset classification and bad debt provisioning for leasing companies in Laos, requiring lease receivables to be classified into five categories based on overdue status and provisions to be made.

ບົດສະຫຼຸບ

ກົດລະບຽບນີ້ຄຸ້ມຄອງການຈັດປະເພດສິນຊັບສິນເຊື່ອ ແລະ ການຕັ້ງສຳຮອງໜີ້ສູນເສຍຂອງບໍລິສັດລີຊຊິ່ງໃນປະເທດລາວ, ຮຽກຮ້ອງໃຫ້ຈັດປະເພດລູກໜີ້ລີຊຊິ່ງຕາມລະດັບການຄ້າງຊຳລະອອກເປັນ 5 ປະເພດ ແລະ ຕັ້ງສຳຮອງການສູນເສຍ.

条文

第ມາດຕາ 1条

第2条 租赁公司信贷租赁的分类和坏账准备
租赁公司信贷租赁的分类和坏账准备是指对租赁公司应收租赁款进行分类,并按本协议规定的比例计提坏账准备。

ພາສາລາວ (老挝语原文)

ມາດຕາ 2 ການຈັດຊັ້ນ ແລະ ການຫັກເງິນແຮ ຄາເຊົ່າສິນເຊື່ອ ຂອງບໍລິສັດເຊົ່າສິນເຊື່ອ
ການຈັດຊັ້ນ ແລະ ການຫັກເງິນແຮ ຄາເຊົ່າສິນເຊື່ອ ຂອງບໍລິສັດເຊົ່າສິນເຊື່ອ ແມ່ນ ການຈັດຊັ້ນໜີ້ທີ່ຕ້ອງຮັບ ຈາກຜູ້ເຊົ່າສິນເຊື່ອ ໂດຍແບ່ງອອກເປັນຊັ້ນ ແລະ ຫັກເງິນແຮ ຕາມອັດຕາສ່ວນ ທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.

第ມາດຕາ 2条

第2条 词语解释

本协议中使用的词语定义如下:

1. “不良债权”是指被分类为次级、可疑和损失的租赁债权;

2. “租赁费”是指承租人应向租赁公司支付的租赁本金和利息;

3. “期”是指根据租赁合同约定的租赁费支付期限,一期等于一个月。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ

ຄຳສັບທີນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ໜີ້ທີ່ຕ້ອງຮັບທວງຍາກ ໝາຍເຖິງ ຄ່າເຊົ່າສິນເຊື່ອທີ່ຖືກຈັດເປັນ ຊັ້ນຕໍ່າກວ່າມາດຕະຖານ, ຊັ້ນສົງໄສ ແລະ ຊັ້ນສູນ;

2. ຄ່າເຊົ່າສິນເຊື່ອ ໝາຍເຖິງ ຕົ້ນທຶນ ແລະ ດອກເບ້ຍ ຂອງການເຊົ່າສິນເຊື່ອ ຊຶ່ງຜູ້ເຊົ່າສິນເຊື່ອ ມີພັນທະໃນການຊຳລະໃຫ້ບໍລິສັດເຊົ່າສິນເຊື່ອ;

3. ງວດ ໝາຍເຖິງ ກຳນົດເວລາການຊຳລະຄ່າເຊົ່າສິນເຊື່ອ ຕາມທີ່ໄດ້ຕົກລົງກັນໄວ້ໃນສັນຍາເຊົ່າສິນເຊື່ອ ຊຶ່ງ ໜຶ່ງງວດ ເທົ່າກັບ ໜຶ່ງເດືອນ.

第ມາດຕາ 3条

第3条 适用范围
本协议适用于在老挝人民民主共和国经营业务的融资租赁公司。

ພາສາລາວ (老挝语原文)

ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບໍລິສັດເຊົ່າສິນເຊື່ອ ທີ່ດຳເນີນທຸລະກິດຢູ່ ສປປ ລາວ.

第ມາດຕາ 4条

第5条 租赁信贷的分类
租赁公司必须将租赁信贷分为以下五类:
1. 正常类,或称第1类;
2. 关注类,或称第2类;
3. 次级类,或称第3类;
4. 可疑类,或称第4类;
5. 损失类,或称第5类。

ພາສາລາວ (老挝语原文)

ມາດຕາ 5 ການຈັດຊັ້ນຄາເຊົ່າສິນເຊື່ອ
ບໍລິສັດເຊົ່າສິນເຊື່ອ ຕ້ອງຈັດຊັ້ນຄາເຊົ່າສິນເຊື່ອເປັນ ຫ້າ ຊັ້ນ ດັ່ງນີ້:
1. ຊັ້ນປົກກະຕິ ຫຼື ເອີ້ນວ່າ ຊັ້ນ 1;
2. ຊັ້ນຄວນເອົາໃຈໃສ່ ຫຼື ເອີ້ນວ່າ ຊັ້ນ 2;
3. ຊັ້ນຕໍ່າກວ່າມາດຕະຖານ ຫຼື ເອີ້ນວ່າ ຊັ້ນ 3;
4. ຊັ້ນສົງໄສ ຫຼື ເອີ້ນວ່າ ຊັ້ນ 4;
5. ຊັ້ນສູນ ຫຼື ເອີ້ນວ່າ ຊັ້ນ 5.

第ມາດຕາ 5条

第5条 正常级别
正常级别是指承租人正常履行合同,全额支付租赁费或逾期支付不超过一期,自合同约定的付款到期日起计算。

ພາສາລາວ (老挝语原文)

ມາດຕາ 5 ຊັ້ນປົກກະຕິ
ຊັ້ນປົກກະຕິ ແມ່ນ ຄ່າເຊົ່າສິນເຊື່ອທີ່ຜູ້ເຊົ່າສິນເຊື່ອ ໄດ້ປະຕິບັດສັນຍາເປັນປົກກະຕິ ໂດຍມີການຊຳລະຄ່າເຊົ່າສິນເຊື່ອຄົບຖ້ວນ ຫຼື ຄ້າງຊຳລະ ບໍ່ເກີນ ໜຶ່ງງວດ ນັບແຕ່ວັນຄົບກຳນົດຊຳລະ ຕາມທີ່ ໄດ້ກຳນົດໄວ້ໃນສັນຍາ.

第ມາດຕາ 6条

第6条 关注层级 是指租赁信贷中逾期未付的款项,从一期加一天起算,但不超过三期,自合同规定的付款到期日起计算。

ພາສາລາວ (老挝语原文)

ມາດຕາ 6 ຊັ້ນຄວນເອົາໃຈໃສ່ ແມ່ນ ຄ່າເຊົ່າສິນເຊື່ອ ທີ່ມີການຄ້າງຊຳລະ ແຕ່ໜຶ່ງງວດບວກໜຶ່ງວັນ ແຕ່ບໍ່ເກີນ ສາມງວດ ນັບແຕ່ຄົບກຳນົດເວລາຊຳລະ ຕາມທີ່ໄດ້ກຳນົດໄວ້ໃນສັນຍາ.

第ມາດຕາ 7条

第7条 次级标准
次级标准是指符合下列任一或全部条件的租赁信贷:
1. 逾期三整期加一天但不超过四期;
2. 已被列为关注类但仍继续逾期;
3. 违反法律、法令、老挝中央银行规章、内部规定或租赁公司信贷管理手册批准租赁信贷;
4. 还款资金来源不足,导致租赁信贷偿还能力下降。

ພາສາລາວ (老挝语原文)

ມາດຕາ 7 ຊັ້ນຕໍ່າກວ່າມາດຕະຖານ
ຊັ້ນຕໍ່າກວ່າມາດຕະຖານ ແມ່ນ ຄ່າເຊົ່າສິນເຊື່ອທີ່ຕົກຢູ່ໃນເງື່ອນໄຂໃດໜຶ່ງ ຫຼື ທັງໝົດ ດັ່ງນີ້:
1. ຄ້າງຊຳລະ ແຕ່ ສາມງວດບວກໜຶ່ງວັນ ແຕ່ບໍ່ເກີນ ສີ່ງວດ;
2. ຖືກຈັດເປັນຊັ້ນຄວນເອົາໃຈໃສ່ ແຕ່ຍັງສືບຕໍ່ຄ້າງຊຳລະ;
3. ອະນຸມັດການເຊົ່າສິນເຊື່ອ ໂດຍບໍ່ສອດຄ່ອງກັບກົດໝາຍ, ດຳລັດ, ລະບຽບການຂອງທະນາຄານແຫ່ງ ສປປ ລາວ, ລະບຽບພາຍໃນ ຫຼື ຄູ່ມືບໍລິຫານສິນເຊື່ອ ຂອງບໍລິສັດເຊົ່າສິນເຊື່ອ;
4. ມີແຫຼ່ງທຶນໃນການຊຳລະ ບໍ່ພຽງພໍ ເຮັດໃຫ້ຄວາມສາມາດໃນການຊຳລະຄ່າເຊົ່າສິນເຊື່ອຫຼຸດລົງ.

第ມາດຕາ 8条

第8条 可疑类
可疑类是指符合下列一项或全部条件的租赁款:

1. 拖欠租赁款超过一期但不超过六期;
2. 被列为次级类但仍继续拖欠;
3. 租赁合同未获得具有稳定财务状况的第三方的担保;
4. 存在损失全部租赁款的高风险,但有可证实的信息表明承租人仍有能力支付租赁款,例如处于业务重组阶段或有资产可用于偿还分期付款。

ພາສາລາວ (老挝语原文)

ມາດຕາ 8 ຊັ້ນສົງໄສ
ຊັ້ນສົງໄສ ແມ່ນ ຄ່າເຊົ່າສິນເຊື່ອທີ່ຕົກຢູ່ໃນເງື່ອນໄຂໃດໜຶ່ງ ຫຼື ທັງໝົດ ດັ່ງນີ້:

1. ຄ້າງຊຳລະຄ່າເຊົ່າສິນເຊື່ອ ແຕ່ສີ່ງວດບວກໜຶ່ງວັນ ແຕ່ບໍ່ເກີນ ຫົກງວດ;
2. ຖືກຈັດເປັນຊັ້ນຕໍ່າກວ່າມາດຕະຖານ ແຕ່ຍັງສືບຕໍ່ຄ້າງຊຳລະ;
3. ສັນຍາເຊົ່າສິນເຊື່ອ ບໍ່ໄດ້ຮັບການຄ້ຳປະກັນ ຈາກບຸກຄົນທີສາມ ທີ່ມີຖານະການເງິນໝັ້ນຄົງ;
4. ມີຄວາມສ່ຽງສູງທີ່ຈະສູນເສຍຄ່າເຊົ່າສິນເຊື່ອທັງໝົດ ແຕ່ມີຂໍ້ມູນທີ່ຢັ້ງຢືນໄດ້ວ່າ ຜູ້ເຊົ່າສິນເຊື່ອ ຍັງມີຄວາມສາມາດຊຳລະຄ່າເຊົ່າສິນເຊື່ອ ເປັນຕົ້ນ ຢູ່ໃນຂັ້ນຕອນການປັບປຸງທຸລະກິດ ຫຼື ມີຊັບສິນຮອງຮັບໃນການຊຳລະຄ່າງວດ.

第ມາດຕາ 9条

第9条 损失类

损失类是指符合下列一项或全部条件的租赁费:

1. 拖欠租赁费超过六个月加一天;

2. 被列为可疑类但仍继续拖欠;

3. 经评估认为无法收回租赁费,例如无法联系承租人、承租人死亡、租赁财产被盗;

4. 有权机关下令扣押租赁财产,因涉及刑事犯罪;

5. 有权机关下令承租人成为被告并被羁押三个月以上或被判处剥夺自由。

ພາສາລາວ (老挝语原文)

ມາດຕາ 9 ຊັ້ນສູນ

ຊັ້ນສູນ ໝາຍເຖິງ ຄ່າເຊົ່າສິນເຊື່ອທີ່ຕົກຢູ່ໃນເງື່ອນໄຂໃດໜຶ່ງ ຫຼື ທັງໝົດ ດັ່ງນີ້:

1. ຄ້າງຊຳລະຄ່າເຊົ່າສິນເຊື່ອ ແຕ່ ຫົກງວດບວກໜຶ່ງວັນ ຂຶ້ນໄປ;

2. ຖືກຈັດເປັນຊັ້ນສົງໄສ ແຕ່ຍັງສືບຕໍ່ຄ້າງຊຳລະ;

3. ປະເມີນແລ້ວເຫັນວ່າ ບໍ່ສາມາດເກັບຄ່າເຊົ່າສິນເຊື່ອຄືນໄດ້ ເປັນຕົ້ນ ບໍ່ສາມາດຕິດຕໍ່ຜູ້ເຊົ່າສິນເຊື່ອ, ຜູ້ເຊົ່າສິນເຊື່ອເສຍຊີວິດ, ຊັບສິນເຊົ່າຖືກລັກ;

4. ມີຄຳສັ່ງຈາກອົງການທີ່ມີສິດອຳນາດ ໃຫ້ອາຍັດຊັບສິນເຊົ່າ ເນື່ອງຈາກມີສ່ວນພົວພັນກັບການກະທຳຜິດທາງອາຍາ;

5. ມີຄຳສັ່ງຈາກອົງການທີ່ມີສິດອຳນາດ ໃຫ້ຜູ້ເຊົ່າສິນເຊື່ອ ເປັນຜູ້ຖືກຫາ ແລະ ຖືກກັກຂັງພາງ ແຕ່ ສາມເດືອນ ຂຶ້ນໄປ ຫຼື ຖືກລົງໂທດຕັດອິດສະລະພາບ.

第ມາດຕາ 10条

第10条 应收利息的计算
融资租赁公司应当自租赁款被归类为不良应收款之日起,停止将应收利息确认为收入,同时将已确认的利息收入冲回作为支出。对于融资租赁公司继续计算的利息,应在财务报表外进行备查登记。

ພາສາລາວ (老挝语原文)

ມາດຕາ 10 ການຄິດໄລ່ດອກເບ້ຍຄ້າງຮັບ
ບໍລິສັດເຊົ່າສິນເຊື່ອ ຕ້ອງຢຸດຄິດໄລ່ດອກເບ້ຍຄ້າງຮັບເຂົ້າເປັນລາຍຮັບ ນັບແຕ່ວັນທີ່ຄ່າເຊົ່າສິນເຊື່ອ
ຖືກຈັດເປັນໜີ້ຕ້ອງຮັບທວງຍາກ ພ້ອມທັງເກັບຄືນລາຍຮັບດອກເບ້ຍອອກເປັນລາຍຈ່າຍ. ສຳລັບດອກເບ້ຍທີ່
ບໍລິສັດເຊົ່າສິນເຊື່ອສືບຕໍ່ຄິດໄລ່ ໃຫ້ບັນທຶກຕິດຕາມຢູ່ນອກເອກະສານລາຍງານການເງິນ.

第ມາດຕາ 11条

第11条 租赁坏账准备金的扣除
租赁公司必须按照以下比例正确、足额地扣除租赁坏账准备金:
正常类:扣除百分之零点五(0.5%);
关注类:扣除百分之五(5%);
次级类:扣除百分之二十五(25%);
可疑类:扣除百分之五十(50%);
损失类:扣除百分之一百(100%)。
租赁坏账准备金的计算方法:以租赁应收款余额乘以各租赁资产类别的准备金比例。

ພາສາລາວ (老挝语原文)

ມາດຕາ 11 ການຫັກເງິນແຮຄາເຊົ່າສິນເຊືອ
ບໍລິສັດເຊົ່າສິນເຊືອ ຕ້ອງຫັກເງິນແຮຄາເຊົ່າສິນເຊືອ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມອັດຕາສ່ວນ ດັ່ງນີ້:
ຊັ້ນປົກກະຕິ ໃຫ້ຫັກສູນຈຸດຫ້າສ່ວນຮ້ອຍ (0.5%);
ຊັ້ນຄວນເອົາໃຈໃສ່ ໃຫ້ຫັກຫ້າສ່ວນຮ້ອຍ (5%);
ຊັ້ນຕໍ່າກວ່າມາດຕະຖານ ໃຫ້ຫັກຊາວຫ້າສ່ວນຮ້ອຍ (25%);
ຊັ້ນສົງໄສ ໃຫ້ຫັກຫ້າສິບສ່ວນຮ້ອຍ (50%);
ຊັ້ນສູນ ໃຫ້ຫັກໜຶ່ງຮ້ອຍສ່ວນຮ້ອຍ (100%).
ວິທີຄິດໄລ່ການຫັກເງິນແຮຄາເຊົ່າສິນເຊືອ ໃຫ້ເອົາຍອດເຫຼືອຄາເຊົ່າສິນເຊືອ ຄູນໃສ່ອັດຕາສ່ວນເງິນແຮແຕ່ລະຊັ້ນຂອງຄາເຊົ່າສິນເຊືອ.

第ມາດຕາ 12条

第12条 分类和按国际标准计提租赁资产减值准备
作为代表处公司集团成员或已在老挝证券交易所上市的公司,可以按照国际标准或证券管理委员会的相关规定进行分类和计提租赁资产减值准备,该规定比本协议内容更为严格,须经老挝国家银行同意。

ພາສາລາວ (老挝语原文)

ມາດຕາ 12 ການຈັດຊັ້ນ ແລະ ການຫັກເງິນແຮຄາເຊົ່າສິນເຊືອຕາມມາດຕະຖານສາກົນ
ບໍລິສັດເຊົ່າສິນເຊືອ ທີເປັນບໍລິສັດໃນກຸ່ມຂອງບໍລິສັດຕາງປະເທດ ຫຼື ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບຂອງ ສປປ ລາວ ສາມາດຈັດຊັ້ນ ແລະ ຫັກເງິນແຮ ຄາເຊົ່າສິນເຊືອ ຕາມມາດຕະຖານສາກົນ ຫຼື ລະບຽບການທີ່ກ່ຽວຂ້ອງຂອງຄະນະກຳມະການຄຸ້ມຄອງຫຼັກຊັບ ທີ່ມີຄວາມເຂັ້ມງວດກວ່າເນື້ອໃນຂອງຂໍ້ຕົກລົງສະບັບນີ້ ຕາມການເຫັນດີຂອງທະນາຄານແຫ່ງ ສປປ ລາວ.

本页展示前 12 条,全文共 25 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译