ຂໍ້ຕົກລົງວ່າດ້ວຍ ເຂດສະຫງວນນຳ້ ແລະ ຊັບພະຍາກອນນຳ້
关于水资源及水资源保护区划的协议
Agreement on Water Resources and Water Resource Protection Zoning
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການກຳນົດເຂດປ່າສະຫງວນແຫຼ່ງນ້ຳ ແລະ ການຄຸ້ມຄອງຢູ່ ສປປ ລາວ, ໂດຍມີຈຸດໃຈກາງແມ່ນການກຳນົດຄວາມຮັບຜິດຊອບໃນການແບ່ງເຂດປ່າສະຫງວນ, ຂອບເຂດປ່າສະຫງວນ ແລະ ຂໍ້ຈຳກັດການນຳໃຊ້ ເພື່ອຮັບປະກັນຄຸນນະພາບນ້ຳ, ປະລິມານນ້ຳ ແລະ ຄວາມສົມດຸນຂອງລະບົບນິເວດ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ເຂດສະຫງວນນໍ້າ ແລະ ຊັບພະຍາກອນນ້ຳ
ເຂດສະຫງວນນໍ້າ ແລະ ຊັບພະຍາກອນນ້ຳ ແມ່ນ ພື້ນທີ່ສະຫງວນໄວ້ ເພື່ອປົກປັກຮັກສາຄຸນນະພາບ ແລະ ປະລິມານຂອງນ້ຳ ເພື່ອບໍລິໂພກ ແລະ ອຸປະໂພກ, ປ້ອງກັນໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ອະນຸລັກພັນພືດ ແລະ ສັດນ້ຳ, ລະບົບນິເວດ, ຄຸນຄ່າມໍລະດົກທາງດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ການຄົ້ນຄວ້າ ແລະ ການທົດລອງວິທະຍາສາດ ຊຶ່ງເຂດສະຫງວນດັ່ງກ່າວ ໄດ້ກຳນົດເຂົ້າໃນແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານ.
ມາດຕາ ມາດຕາ 2
ມາດຕາ 2 ອະທິບາຍຄຳສັບ
1. ເຂດສະຫງວນ ໝາຍເຖິງ ພື້ນທີ່ສະຫງວນໄວ້ ໃນການຄຸ້ມຄອງນ້ຳ ແລະ ຊັບພະຍາກອນນ້ຳ, ອະນຸລັກທຳມະຊາດ, ປົກປັກຮັກສາພັນພຶດ, ພັນສັດ, ລະບົບນິເວດ ແລະ ສິ່ງມີຄຸນຄ່າທາງດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ, ການທ່ອງທ່ຽວ, ສິ່ງແວດລ້ອມ, ການສຶກສາ ແລະ ການທົດລອງທາງວິທະຍາສາດ;
2. ລະບົບນິເວດ ໝາຍເຖິງ ສາຍພົວພັນລະຫວ່າງ ສິ່ງມີຊີວິດ ແລະ ບໍ່ມີຊີວິດ ທີ່ຄົງຕົວຢູ່ຕາມທຳມະຊາດ;
3. ຊີວະນານາພັນ ໝາຍເຖິງ ຄວາມຫຼາກຫຼາຍຂອງລະບົບນິເວດ, ຊະນິດ ແລະ ແນວພັນຂອງສິ່ງມີຊີວິດ ເຊັ່ນ ພືດ, ສັດ, ແມງໄມ້ ແລະ ຈຸລິນຊີ ຢູ່ໃນຂອບເຂດທຳມະຊາດໃດໜຶ່ງ;
4. ຫຼັກໝາຍ ໝາຍເຖິງ ຫຼັກເຂດທີ່ຝັງໃສ່ຈຸດແຈເຂດແດນຕອນດິນຂອງເຂດສະຫງວນນ້ຳ ແລະ ຊັບພະຍາກອນນ້ຳ ເພື່ອເປັນຫຼັກຖານຈຸດອ້າງອີງໃຫ້ແກ່ການສຳຫຼວດ ວັດແທກສ້າງແຜນທີ່ຕອນດິນ ຂອງເຂດສະຫງວນນ້ຳ ແລະ ຊັບພະຍາກອນນ້ຳ;
5. ມາດຕາສ່ວນແຜນທີ່ ໝາຍເຖິງ ອັດຕາສ່ວນພົວພັນລະຫວ່າງ ໄລຍະຢູ່ເທິງແຜນທີ່ເຈ້ຍ ຕໍ່ກັບໄລຍະຕົວຈິງຢູ່ເທິງໜ້າໂລກ ແລະ ວັດຖຸສິ່ງຂອງ ອີງໃສ່ງານທີ່ຈະນຳໄປໃຊ້.
ມາດຕາ ມາດຕາ 3
ມາດຕາ 4 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວ ຢູ່ ສປປ ລາວ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 38 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ