ດຳລັດວ່າດ້ວຍ ການເຄື່ອນຍ້າຍ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນສັດ ແລະ ສັດນໍ້າ
关于动物、水生动物及其产品迁移、进口、出口、过境的法令
Decree on Movement, Import, Export, and Transit of Animals, Aquatic Animals, and Their Products
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການເຄື່ອນຍ້າຍ, ການນຳເຂົ້າ-ສົ່ງອອກ ແລະ ການຜ່ານແດນຂອງສັດ, ສັດນ້ຳ ແລະ ຜະລິດຕະພັນຂອງພວກມັນ, ໂດຍມີຈຸດໃຈກາງແມ່ນການກຳນົດຫຼັກການຄຸ້ມຄອງ ແລະ ມາດຕະການກວດກາ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ, ປົກປ້ອງສຸຂະພາບຂອງຄົນ ແລະ ສັດ ພ້ອມທັງຄວາມປອດໄພດ້ານສິ່ງແວດລ້ອມ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານເຄື່ອນຍ້າຍ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ, ສັດນ້ຳ, ຜະລິດຕະພັນ ສັດ ແລະ ສັດນ້ຳ ເພື່ອໃຫ້ ວຽກງານດັ່ງກ່າວ ດຳເນີນໄປຢ່າງມີປະສິດທິພາບ ແນໃສ່ ປ້ອງກັນ, ສະກັດກັນການລະບາດຂອງພະຍາດ ສັດ ແລະ ສັດນ້ຳ, ເຮັດໃຫ້ຊີວິດ ແລະ ສຸຂະພາບຂອງ ຄົນ, ສັດ, ສັດນ້ຳ ແລະ ສິ່ງແວດລ້ອມ ມີຄວາມປອດໄພ ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ມາດຕາ ມາດຕາ 2
ມາດຕາ 2 ການເຄື່ອນຍ້າຍ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ, ສັດນ້ຳ, ຜະລິດຕະພັນ ສັດ ແລະ ສັດນ້ຳ
ການເຄື່ອນຍ້າຍ ສັດ, ສັດນ້ຳ, ຜະລິດຕະພັນ ສັດ ແລະ ສັດນ້ຳ ແມ່ນ ທຸກການ ຂົນສົ່ງ ສັດ, ສັດນ້ຳ, ຜະລິດຕະພັນ ສັດ ແລະ ສັດນ້ຳ ຈາກ ເຂດໜຶ່ງໄປຫາເຂດອື່ນ ຢູ່ ພາຍໃນປະເທດ.
ການນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ, ສັດນ້ຳ, ຜະລິດຕະພັນ ສັດ ແລະ ສັດນ້ຳ ແມ່ນ ການນຳເອົາ ສັດ, ສັດນ້ຳ, ຜະລິດຕະພັນ ສັດ ແລະ ສັດນ້ຳ ເຂົ້າ ອອກ ດິນແດນຂອງ ສປປ ລາວ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 61 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ