ຄຳແນະນຳວ່າດ້ວຍ ການປັບປຸງເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ
关于调整补贴及各项政策资金的指导意见
Guidelines on Adjusting Subsidies and Policy Funds
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງເງິນເດືອນ, ເງິນອຸດໜູນ ແລະ ທຶນນະໂຍບາຍສຳລັບພະນັກງານລັດ, ທະຫານ ແລະ ກຸ່ມອື່ນໆ, ເນື້ອໃນຫຼັກລວມມີການເພີ່ມເງິນເດືອນພື້ນຖານ, ເພີ່ມເງິນອຸດໜູນການດຳລົງຊີວິດ, ລວມເງິນອຸດໜູນຕຳແໜ່ງ ແລະ ປັບປຸງເງິນອາວຸໂສ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງການເງິນ ເລກທີ ະະງບ /ກງ
ນະຄອນຫຼວງວຽງຈັນ, ວັນທີ 9 ທັນວາ 2024
ຄຳແນະນຳ
ວ່າດ້ວຍການປັບປຸງເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ
- ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງການເງິນ (ສະບັບປັບປຸງ) ສະບັບເລກທີ 353/ນຍ, ລົງວັນທີ 2 ສິງຫາ 2024;
- ອີງຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 236/ຫສນຍ, ລົງວັນທີ 14 ພະຈິກ 2024;
- ອີງຕາມ ຄຳແນະນຳ ກ່ຽວກັບການຄິດໄລ່ເງິນເດືອນພື້ນຖານ ແລະເງິນອຸດໜູນຕ່າງໆ ຂອງພະນັກງານ ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ ແລະ ເສຍອົງຄະ ສະບັບເລກທີ 2924/ກາ, ລົງວັນທີ 19 ຕຸລາ 2012;
ອີງຕາມ ການສະເໜີ ຂອງກົມງົບປະມານແຫ່ງລັດ ສະບັບເລກທີ 102/ກງລ, ລົງວັນທີ 5 ມັງກອນ 2024.
ເພື່ອປະຕິບັດຕາມນະໂຍບາຍຂອງລັດຖະບານ ໃນການເພີ່ມຄ່າຄອງຊີບ ແລະ ປັບປຸງເງິນອຸດໜູນ ແລະ ເງິນນະໂຍບາຍ
ຕ່າງໆ ໃຫ້ສອດຄ່ອງ ແລະ ໃກ້ຄຽງກັບປະຈຸບັນ.
ກະຊວງການເງິນ ອອກຄຳແນະນຳ ໃນການຈັດຕັ້ງປະຕິບັດ ດັ່ງນີ້:
1. ໃຫ້ສືບຕໍ່ຈັດຕັ້ງປະຕິບັດດັດສະນີ ແລະ ໂຄງສ້າງດັດສະນີ ຕາມທີ່ໄດ້ປະຕິບັດຜ່ານມາ ໃນມູນຄ່າ 7.350 ກີບ/ດັດສະນີ
ທົ່ວລະບົບເງິນເດືອນຂອງລັດ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ;
2. ໃຫ້ປະຕິບັດນະໂຍບາຍຊ່ວຍເຫຼືອສະເພາະ ພະນັກງານ-ລັດຖະກອນ, ພະນັກງານບຳນານ ແລະ ພະນັກງານເສຍອົງຄະ ທີ່
ມີເງິນເດືອນພື້ນຖານຂັ້ນຕ່ຳຫຼຸດ 1.700.000 ກີບ, ກໍລະນີຕ່ຳກວ່າ 1.700.000 ກີບ ລັດຖະບານຊ່ວຍເຫຼືອເພີ່ມ ຕາມ
ຈຳນວນທີ່ບໍ່ພໍ;
3. ໃຫ້ຄິດໄລ່ເພີ່ມເງິນອຸດໜູນຄ່າຄອງຊີບທີ່ເປັນຜົນປະໂຫຍດອື່ນຕື່ມ 150.000 ກີບ/ຄົນ/ເດືອນ (ເພີ່ມເປັນຄັ້ງທີ 3) ລວມກັບອຸດໜູນຄ່າຄອງຊີບສອງຄັ້ງທີ່ຜ່ານມາ ເປັນຈຳນວນ 450.000 ກີບ/ຄົນ/ເດືອນ ໃຫ້ພະນັກງານ-ລັດຖະກອນ (ພະນັກງານປະຈຳການ, ພະນັກງານເຂົ້າການໃບປ 95%, ພະນັກງານໄປຮຽນຕໍ່ພາຍໃນ-ຕ່າງປະເທດ ຕາມນະໂຍບາຍຂອງລັດຖະບານ), ຄູນິດຈະພັດ, ທະຫານ, ຕຳຫຼວດ, ພະນັກງານບຳນານ, ເສຍອົງຄະ ແລະ 5 ເປົ້າໝາຍທີ່ນອນໃນລະບົບປະກັນສັງຄົມພາກລັດ ຄື: ເສຍອົງຄະຮາກຖານ, ບຳນານຄືນ, ສະມາຊິກຄອບຄົວ, ຜູ້ດູແລຕາມກົດໝາຍ ແລະ ຜູ້ດູແລຜູ້ເສຍອົງຄະພິເສດ ປະຕິບັດເອກະພາບໃນຂອບເຂດທົ່ວປະເທດ;
4. ປັບປຸງ ເງິນອຸດໜູນ ຕຳແໜ່ງບໍລິຫານປະເພດຕ່າງໆ ແລະ ວິຊາການ ຂອງພະນັກງານ-ລັດຖະກອນ ດ້ວຍການໂຮມເອົາເງິນອຸດໜູນນ້ຳມັນບຸກຄົນ, ເງິນອຸດໜູນຄ່າໂທລະສັບ (ຕຳແໜ່ງປະເພດ 1, 2 ແລະ 3) ແລະ ຄ່າໃຊ້ຈ່າຍໃນການຊື້
ປຶ້ມ, ບິກ, ສໍ, ໄມ້ບັນທັດ ແລະ ອື່ນໆ ທີ່ເປັນໃຊ້ສ່ວນບຸກຄົນ ທີ່ເຄີຍປະຕິບັດຢູ່ລາຍຈ່າຍບໍລິຫານຜ່ານມາ ລວມເຂົ້າເປັນເງິນອຸດໜູນດຽວ ເພື່ອເບີກຈ່າຍລວມສູນ ຢູ່ໃນໂຄງສ້າງເງິນເດືອນຂອງລັດຖະກອນ ທີ່ກຳນົດໃໝ່ ດັ່ງນີ້:
1) ຕຳແໜ່ງບໍລິຫານ ປະເພດ 1 ຈຳນວນ 1.200.000 ກີບ/ຄົນ/ເດືອນ
2) ຕຳແໜ່ງບໍລິຫານ ປະເພດ 2 ຈຳນວນ 1.000.000 ກີບ/ຄົນ/ເດືອນ
3) ຕຳແໜ່ງບໍລິຫານ ປະເພດ 3 ຈຳນວນ 850.000 ກີບ/ຄົນ/ເດືອນ
4) ຕຳແໜ່ງບໍລິຫານ ປະເພດ 4 ຈຳນວນ 550.000 ກີບ/ຄົນ/ເດືອນ
5) ຕຳແໜ່ງບໍລິຫານ ປະເພດ 5 ຈຳນວນ 450.000 ກີບ/ຄົນ/ເດືອນ
6) ຕຳແໜ່ງບໍລິຫານ ປະເພດ 6 ຈຳນວນ 400.000 ກີບ/ຄົນ/ເດືອນ
7) ຕຳແໜ່ງບໍລິຫານ ປະເພດ 7 ຈຳນວນ 350.000 ກີບ/ຄົນ/ເດືອນ
8) ຕຳແໜ່ງບໍລິຫານ ປະເພດ 8 ຈຳນວນ 300.000 ກີບ/ຄົນ/ເດືອນ
9) ວິຊາການ ຈຳນວນ 200.000 ກີບ/ຄົນ/ເດືອນ
ສຳລັບການປະຕິບັດເງິນອຸດໜູນຕຳແໜ່ງຂອງທະຫານ, ຕຳຫຼວດ ໃຫ້ສືບຕໍ່ປະຕິບັດຕາມ ອັດຕາເກົ່າທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ.
ປັບປຸງ ເງິນອຸດໜູນອາຍຸການ
ປະຕິບັດເງິນອຸດໜູນອາຍຸການໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ, ເສຍອົງຄະ, ບຳນານຄືນ ແລະ ສະມາຊິກຄອບຄົວ ຂອງທຸກໄລຍະປີການ, ລະອຽດ ດັ່ງນີ້:
1) ໄລຍະປີການ ແຕ່ 1 - 5 ປີ ຈາກ 2.500 ກີບ ເພີ່ມເປັນ 5.000 ກີບ/1 ປີການ
2) ໄລຍະປີການ ແຕ່ 6 - 15 ປີ ຈາກ 5.000 ກີບ ເພີ່ມເປັນ 10.000 ກີບ/1 ປີການ
3) ໄລຍະປີການ ແຕ່ 16 - 25 ປີ ຈາກ 7.500 ກີບ ເພີ່ມເປັນ 15.000 ກີບ/1 ປີການ
4) ໄລຍະປີການ ແຕ່ 26 ປີຂຶ້ນໄປ ຈາກ 10,000 ກີບ ເພີ່ມເປັນ 20.000 ກີບ/1 ປີການ
ປັບປຸງ ເງິນນະໂຍບາຍລູກ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ ແລະ ບຳນານຄືນ
ຈາກ 37.240 ກີບ/ຄົນ/ເດືອນ ເພີ່ມເປັນ 100.000 ກີບ/ຄົນ/ເດືອນ;
ປັບປຸງ ການປະຕິບັດເງິນນະໂຍບາຍເມຍ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຈາກ 29.400 ກີບ/ຄົນ/ເດືອນ ເພີ່ມເປັນ 100.000 ກີບ/ຄົນ/ເດືອນ;
ປັບປຸງ ເງິນອຸດໜູນວິຊາຊີບຂອງ ທະຫານ, ຕຳຫຼວດ ຈາກ 15% ເພີ່ມຂຶ້ນເປັນ 30% ຂອງເງິນເດືອນພື້ນຖານຕາມຊັ້ນ;
ບັນດາເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ທີ່ບໍ່ໄດ້ປັບປຸງໃນຄຳແນະນຳສະບັບນີ້ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມຄຳແນະນຳ ສະບັບເລກທີ 2924/ກາ, ລົງວັນທີ 19 ຕຸລາ 2012 ແລະ ນິຕິກຳອື່ນໆ ທີ່ໄດ້ຮັບຮອງ ແລະ ປະກາດໃຊ້ ໄລຍະຜ່ານມາ;
ໃຫ້ບັນດາທ່ານ ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານ ເຈົ້າແຂວງ, ຂະແໜງການເງິນ ແລະ ຂະແໜງການກ່ຽວຂ້ອງ ໃນທົ່ວປະເທດ ຈົ່ງຮັບຮູ້ ແລະ ເປັນເຈົ້າການ ຈັດຕັ້ງປະຕິບັດ ຄຳແນະນຳ
ສະບັບນີ້ໃຫ້ສຳເລັດ ແລະ ມີປະສິດທິຜົນ; ໃນການຈັດຕັ່ງປະຕິບັດຕົວຈິງຖ້າເຫັນວາມີຂໍ້ຫຍຸ້ງຍາກ ຫຼື ບໍ່ສອດຄອງ ໃຫ້ຮີບຮ້ອນລາຍງານມາຍັງກະຊວງການເງິນ;
ຄຳແນະນຳ ສະບັບ ນີ້ມີຜົນສັກສິດ ແລະ ເລີມຈັດຕັ້ງປະຕິບັດ ແຕວັນທີ 1 ມັງກອນ 2025 ເປັນຕົ້ນໄປ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ