关于知识产权登记服务代表的协议

ຂໍ້ຕົກລົງ ວ່າດ້ວຍຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ

Agreement on Intellectual Property Registration Service Representatives

简介

该协议调整老挝境内知识产权登记代理服务,规定代理人资格、申请条件及证书颁发程序。

Summary

This agreement governs intellectual property registration agency services in Laos, specifying agent qualifications, application conditions, and certificate issuance procedures.

ບົດສະຫຼຸບ

ສັນຍາສະບັບນີ້ຄຸ້ມຄອງການບໍລິການຕົວແທນຈົດທະບຽນຊັບສິນທາງປັນຍາພາຍໃນປະເທດລາວ, ກຳນົດຄຸນສົມບັດຂອງຕົວແທນ, ເງື່ອນໄຂການສະໝັກ ແລະ ຂັ້ນຕອນການອອກໃບຢັ້ງຢືນ.

条文

第ມາດຕາ 1条

第2条 知识产权登记代理
知识产权登记代理人是指为知识产权所有人提供提交申请、建议及办理其他与知识产权登记相关事宜的服务的代理人。

ພາສາລາວ (老挝语原文)

ມາດຕາ 2 ຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ
ຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ແມ່ນຜູ້ຕາງໜ້າໃຫ້ບໍລິການດຳເນີນການຍື່ນຄຳຮ້ອງ, ຄຳສະເໜີ ແລະ ດຳເນີນການອື່ນ ກ່ຽວກັບການຈົດທະບຽນຊັບສິນທາງປັນຍາ ໃຫ້ແກ່ເຈົ້າຂອງຊັບສິນທາງປັນຍາ.

第ມາດຕາ 2条

第2条 词语解释
本协议中使用的词语具有以下含义:
1. 从事法律业务的法人 指获得司法部颁发的法律业务经营许可证的法律咨询公司;
2. 知识产权代理服务代表证明 指由知识产权局、工业和贸易部颁发的用于证明作为知识产权代理服务公司开展业务的文件。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ຢູ່ໃນຂໍຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ນິຕິບຸກຄົນທີ່ດຳເນີນທຸລະກິດທາງດ້ານກົດໝາຍ ໝາຍເຖິງ ບໍລິສັດທີ່ປຶກສາກົດໝາຍ ທີ່ໄດ້ຮັບໃບອະນຸຍາດເຄື່ອນໄຫວວິສາຫະກິດກົດໝາຍ ທີ່ອອກໃຫ້ໂດຍກະຊວງຍຸຕິທຳ;
2. ໃບຢັ້ງຢືນເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ໝາຍເຖິງ ເອກະສານທີ່ໃຊ້ຢັ້ງຢືນການດຳເນີນກິດຈະການເປັນບໍລິສັດຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ທີ່ອອກໃຫ້ໂດຍກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ.

第ມາດຕາ 3条

第4条 适用范围
本协议适用于在老挝人民民主共和国境内与知识产权代理服务相关的人员、法人及组织,无论其在国内还是国外。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບວຽກງານຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ຢູ່ ສປປ ລາວ.

第ມາດຕາ 4条

第5条 申请成为知识产权登记服务代理人的条件
有意申请成为知识产权登记服务代理人者,须具备以下条件:
1. 已获得从事法律业务或一般咨询业务的许可;
2. 必须至少有两名员工,且已通过知识产权局关于知识产权工作的培训;
3. 若有至少两名员工在知识产权工作领域拥有至少两年工作经验,则无需通过关于知识产权工作的培训。

ພາສາລາວ (老挝语原文)

ມາດຕາ 5 ເງື່ອນໄຂການຂໍອະນຸຍາດເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ
ຜູ້ທີ່ມີຈຸດປະສົງຂໍອະນຸຍາດເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ຕ້ອງມີເງື່ອນໄຂດັ່ງນີ້:
1. ໄດ້ຮັບອະນຸຍາດດຳເນີນທຸລະກິດທາງດ້ານກົດໝາຍ ຫຼື ດຳເນີນທຸລະກິດທີ່ປຶກສາທົ່ວໄປ;
2. ຕ້ອງມີພະນັກງານ ຢ່າງໜ້ອຍ ສອງ ຄົນ ຂຶ້ນໄປ ທີ່ຜ່ານການຝຶກອົບຮົມ ກ່ຽວກັບວຽກງານຊັບສິນທາງປັນຍາ ຈາກກົມຊັບສິນທາງປັນຍາ;
3. ໃນກໍລະນີ ມີພະນັກງານ ສອງ ຄົນ ຂຶ້ນໄປ ທີ່ມີປະສົບການໃນການເຮັດວຽກໃນຂົງເຂດວຽກງານຊັບສິນທາງປັນຍາ ຢ່າງໜ້ອຍ ສອງ ປີ, ບໍ່ຈຳເປັນຕ້ອງຜ່ານການຝຶກອົບຮົມ ກ່ຽວກັບວຽກງານຊັບສິນທາງປັນຍາ.

第ມາດຕາ 5条

第5条 申请成为知识产权登记服务代理人
申请成为知识产权登记服务代理人,应向知识产权局提交申请,并附上以下文件:
1. 按照知识产权局格式的申请书;
2. 企业登记证副本;
3. 法律业务经营许可证或一般咨询业务经营许可证副本;
4. 知识产权局颁发的知识产权工作培训证书或知识产权工作领域工作经验证明副本。

ພາສາລາວ (老挝语原文)

ມາດຕາ 5 ການຂໍອະນຸຍາດເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ
ການຂໍອະນຸຍາດເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ໃຫ້ຍື່ນຄຳຮ້ອງຕໍ່ກົມຊັບສິນທາງປັນຍາ ໂດຍປະກອບເອກະສານ ດັ່ງນີ້:
1. ຄຳຮ້ອງ ຕາມແບບພິມຂອງກົມຊັບສິນທາງປັນຍາ;
2. ສຳເນົາໃບທະບຽນວິສາຫະກິດ;
3. ສຳເນົາໃບອະນຸຍາດດຳເນີນທຸລະກິດທາງດ້ານກົດໝາຍ ຫຼື ໃບອະນຸຍາດດຳເນີນທຸລະກິດທີ່ປຶກສາທົ່ວໄປ;
4. ສຳເນົາໃບຢັ້ງຢືນການຝຶກອົບຮົມ ກ່ຽວກັບວຽກງານຊັບສິນທາງປັນຍາ ຈາກກົມຊັບສິນທາງປັນຍາ ຫຼື ໃບຢັ້ງຢືນປະສົບການໃນການເຮັດວຽກໃນຂົງເຂດວຽກງານຊັບສິນທາງປັນຍາ.

第ມາດຕາ 6条

第6条 知识产权登记代理服务代表证书的审议
在收到正确和完整的文件后,知识产权局必须在收到文件之日起五个工作日内审议并颁发知识产权登记代理服务代表证书。
如果文件不正确或不完整,知识产权局必须在收到文件之日起三日内书面通知申请人以便修改。
如果无法颁发知识产权登记代理服务代表证书,知识产权局必须在十个工作日内书面通知申请人。

ພາສາລາວ (老挝语原文)

ມາດຕາ 6 ການພິຈາລະນາອອກໃບຢັ້ງຢືນເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ
ພາຍຫຼັງໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ກົມຊັບສິນທາງປັນຍາ ຕ້ອງພິຈາລະນາອອກໃບຢັ້ງຢືນເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ພາຍໃນ ຫ້າ ວັນລັດຖະການນັບຕັ້ງແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.
ໃນກໍລະນີ ເອກະສານ ບໍ່ຖືກຕ້ອງ ແລະ ຄົບຖ້ວນ ກົມຊັບສິນທາງປັນຍາ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ຍືນຄຳຮ້ອງຊາບ ພາຍໃນ ສາມ ວັນນັບແຕ່ວັນໄດ້ຮັບເອກະສານ ເພື່ອປັບປຸງແກ້ໄຂ.
ກໍລະນີ ບໍ່ສາມາດອອກໃບຢັ້ງຢືນເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ, ກົມຊັບສິນທາງປັນຍາ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ຍືນຄຳຮ້ອງຊາບ ພາຍໃນ ສິບ ວັນລັດຖະການ.

第ມາດຕາ 7条

第7条 有效期、续期或变更信息
知识产权代理服务登记代理人证书有效期为三年,可以续期,但必须在证书到期前六十日内提交续期申请。
续期或变更知识产权代理服务登记代理人证书信息,应向知识产权局提交申请,并附上以下文件:
1. 按照知识产权局格式的续期或变更信息申请表;
2. 知识产权代理服务登记代理人证书原件;
3. 企业登记证副本;
4. 法律业务经营许可证或一般咨询业务经营许可证副本;
5. 知识产权工作培训证书副本或知识产权领域工作经验证明副本。

ພາສາລາວ (老挝语原文)

ມາດຕາ 7 ອາຍຸ, ການຕໍ່ອາຍຸ ຫຼື ປ່ຽນແປງຂໍ້ມູນ
ໃບຢັ້ງຢືນເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ມີອາຍຸ ສາມ ປີ ແລະ ສາມາດຕໍ່ໄດ້ ແຕ່ຕ້ອງຍື່ນຄຳຮ້ອງຂໍຕໍ່ອາຍຸ ພາຍໃນ ຫົກສິບວັນ ກ່ອນໃບຢັ້ງຢືນດັ່ງກ່າວ ຈະໝົດອາຍຸ.
ການຕໍ່ອາຍຸ ຫຼື ການປ່ຽນແປງຂໍ້ມູນໃບຢັ້ງຢືນເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ໃຫ້ຍື່ນຄຳຮ້ອງຕໍ່ກົມຊັບສິນທາງປັນຍາ ໂດຍປະກອບເອກະສານ ດັ່ງນີ້:
1. ໃບຄຳຮ້ອງຂໍຕໍ່ອາຍຸ ຫຼື ປ່ຽນແປງຂໍ້ມູນ ຕາມແບບພິມຂອງກົມຊັບສິນທາງປັນຍາ;
2. ໃບຢັ້ງຢືນເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ສະບັບຕົ້ນ;
3. ສຳເນົາໃບທະບຽນວິສາຫະກິດ;
4. ສຳເນົາ ໃບອະນຸຍາດດຳເນີນທຸລະກິດທາງດ້ານກົດໝາຍ ຫຼື ໃບອະນຸຍາດດຳເນີນທຸລະກິດທີ່ປຶກສາທົ່ວໄປ;
5. ສຳເນົາ ໃບຢັ້ງຢືນການຝຶກອົບຮົມ ກ່ຽວກັບວຽກງານຊັບສິນທາງປັນຍາ ຫຼື ສຳເນົາ ໃບຢັ້ງຢືນປະສົບການໃນການເຮັດວຽກໃນຂົງເຂດວຽກງານຊັບສິນທາງປັນຍາ.

第ມາດຕາ 8条

第8条 知识产权登记代理人的权利和义务

1. 提供咨询,代为提交登记申请、建议,处理知识产权行政纠纷或进行其他程序,以知识产权所有人的知识产权登记代理人名义,向知识产权局或省、首都的工业和商业厅办理;

2. 按照法律和规章规定的条件和时间,正确、完整地提交文件;

3. 保证服务质量,做到优质、透明、公正、符合职业道德并对法律负责;

4. 保管知识产权所有人的信息和文件;

5. 作为知识产权局或省、首都的工业和商业厅与知识产权所有人之间的协调中心;

6. 维护知识产权所有人的权利和利益;

7. 每年3月31日前向知识产权局提交其服务总结报告;

8. 执行知识产权局的通知;

9. 履行法律和规章规定的其他权利和义务。

ພາສາລາວ (老挝语原文)

ມາດຕາ 8 ສິດ ແລະ ພັນທະຂອງຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ

1. ໃຫ້ຄຳປຶກສາ, ໃຫ້ບໍລິການຍື່ນຄຳຮ້ອງຂໍຈົດທະບຽນ, ຄຳສະເໜີ ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ຫຼື ດຳເນີນການອື່ນ ນຳກົມຊັບສິນທາງປັນຍາ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໃນນາມ ເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ເຈົ້າຂອງສິດຊັບສິນທາງປັນຍາ;

2. ດຳເນີນການ ຍື່ນເອກະສານໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມເງື່ອນໄຂ ແລະ ເວລາທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;

3. ຮັບປະກັນການບໍລິການໃຫ້ມີ ຄຸນນະພາບ, ໂປ່ງໃສ, ຍຸຕິທຳ, ຈັນຍາບັນ ແລະ ຄວາມຮັບຜິດຊອບຕໍ່ໜ້າກົດໝາຍ;

4. ເກັບຮັກສາຂໍ້ມູນ ແລະ ເອກະສານຕ່າງໆ ຂອງເຈົ້າຂອງສິດຊັບສິນທາງປັນຍາ;

5. ເປັນໃຈກາງປະສານງານ ລະຫວ່າງ ກົມຊັບສິນທາງປັນຍາ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ເຈົ້າຂອງສິດຊັບສິນທາງປັນຍາ;

6. ຮັກສາສິດ ແລະ ຜົນປະໂຫຍດຂອງເຈົ້າຂອງສິດຊັບສິນທາງປັນຍາ;

7. ຍື່ນບົດລາຍງານ ສະຫຼຸບການໃຫ້ບໍລິການຂອງຕົນ ໃຫ້ກົມຊັບສິນທາງປັນຍາ ບໍ່ເກີນວັນທີ 31 ມີນາ ຂອງທຸກປີ;

8. ຈັດຕັ້ງປະຕິບັດຕາມ ແຈ້ງການຂອງກົມຊັບສິນທາງປັນຍາ;

9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

第ມາດຕາ 9条

第9条 暂停或撤销知识产权代理服务登记证明
暂停知识产权代理服务登记证明的情形如下:
1. 知识产权代理服务登记证明持有人自愿申请暂停;
2. 在书面警告后暂停,经营者须在被责令暂停后三个月内纠正存在的问题。

撤销知识产权代理服务登记证明的情形如下:
1. 知识产权代理服务登记证明持有人自愿申请撤销;
2. 在被责令暂停后三个月内未纠正存在的问题;
3. 在被暂停期间继续开展经营活动;
4. 人民法院判决停止经营活动。

ພາສາລາວ (老挝语原文)

ມາດຕາ 9 ການໂຈະ ຫຼື ຍົກເລີກ ໃບຢັ້ງຢືນເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ
ການໂຈະ ໃບຢັ້ງຢືນເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ຕາມແຕ່ກໍລະນີ ດັ່ງນີ້:
1. ຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ສະເໜີໂຈະດ້ວຍຄວາມສະໝັກໃຈ;
2. ໂຈະພາຍຫຼັງທີ່ໄດ້ມີການກ່າວເຕືອນເປັນລາຍລັກອັກສອນ ຊຶ່ງຜູ້ດຳເນີນກິດຈະການຕ້ອງປັບປຸງແກ້ໄຂຂໍ້ຄົງຄ້າງພາຍຫຼັງທີ່ຖືກສັ່ງໂຈະ ພາຍໃນກຳນົດເວລາ ສາມ ເດືອນ.

ການຍົກເລີກ ໃບຢັ້ງຢືນເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ຕາມແຕ່ກໍລະນີ ດັ່ງນີ້:
1. ຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ສະເໜີຍົກເລີກດ້ວຍຄວາມສະໝັກໃຈ;
2. ບໍ່ປັບປຸງແກ້ໄຂຂໍ້ຄົງຄ້າງ ພາຍໃນກຳນົດເວລາ ສາມ ເດືອນ ພາຍຫຼັງທີ່ຖືກສັ່ງໂຈະ;
3. ຍັງສືບຕໍ່ເຄື່ອນໄຫວດຳເນີນກິດຈະການ ໃນເວລາທີ່ຖືກສັ່ງໂຈະ;
4. ມີຄຳຕັດສິນຈາກສານປະຊາຊົນ ໃຫ້ຢຸດເຊົາການດຳເນີນກິດຈະການ.

第ມາດຕາ 10条

第10条 一般禁止
禁止个人、法人和其他组织有下列行为:
1. 设置障碍、阻碍或干扰工作人员在组织实施知识产权代理服务登记工作中的活动;
2. 向负责知识产权代理服务登记工作的官员和工作人员行贿;
3. 伪造文件和使用伪造文件;
4. 有其他违反法律和法规的行为。

ພາສາລາວ (老挝语原文)

ມາດຕາ 10 ຂໍ້ຫ້າມທົ່ວໄປ
ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:
1. ສ້າງອຸປະສັກ, ສິ່ງກີດຂວາງ ຫຼື ຂັດຂວາງ ການເດື່ອນໄຫວວຽກງານຂອງພະນັກງານ ໃນການຈັດຕັ້ງ
ປະຕິບັດວຽກງານຜູ້ຕາງຫ້າບໍລິການຈົດທະບຽນຊັບສິນທາງປັນຍາ;
2. ໃຫ້ສິນບົນແກ່ເຈົ້າຫ້າທີ່ ແລະ ພະນັກງານທີ່ຮັບຜິດຊອບວຽກງານຜູ້ຕາງຫ້າບໍລິການຈົດທະບຽນ
ຊັບສິນທາງປັນຍາ;
3. ປອມແປງເອກະສານ ແລະ ນຳໃຊ້ເອກະສານປອມແປງ;
4. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

第ມາດຕາ 11条

第11条 知识产权代理服务公司的禁止行为
禁止知识产权代理服务公司有以下行为:

1. 从事不符合法律、法规且未经知识产权局许可的活动;

2. 允许他人使用、出租或转让知识产权代理服务资格证书;

3. 使用已过期的知识产权代理服务经营许可证;

4. 故意伪造或提供与用户提供的材料不符的文件、信息、证据、说明、答辩;

5. 为与其正在提供服务的知识产权权利人存在争议的对方当事人担任代理人;

6. 对其他经营者进行诽谤、损害或使用不正当的市场支配力;

7. 未经授权披露用户的保密信息;

8. 雇佣在老挝人民民主共和国知识产权领域工作的管理人员作为知识产权代理服务公司的员工;

9. 有其他违反法律和法规的行为。

ພາສາລາວ (老挝语原文)

ມາດຕາ 11 ຂໍ້ຫ້າມ ສຳລັບບໍລິສັດຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ
ຫ້າມຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ ມີພຶດຕິກຳ ດັ່ງນີ້:

1. ດຳເນີນກິດຈະການທີ່ບໍ່ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ບໍ່ໄດ້ຮັບອະນຸຍາດ ຈາກກົມຊັບສິນທາງປັນຍາ;

2. ອະນຸຍາດ ໃຫ້ຜູ້ອື່ນນຳໃຊ້, ເຊົ່າ ຫຼື ໂອນໃບຢັ້ງຢືນເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ;

3. ນຳໃຊ້ໃບອະນຸຍາດດຳເນີນກິດຈະການເປັນຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາທີ່ໝົດອາຍຸ;

4. ເຈດຕະນາ ປອມແປງ ຫຼື ສະໜອງ ເອກະສານ, ຂໍ້ມູນ, ຫຼັກຖານ, ຄຳຊີ້ແຈງ, ຄຳໂຕ້ແຍ້ງ ທີ່ບໍ່ຖືກຕ້ອງກັບສິ່ງທີ່ຜູ້ໃຊ້ບໍລິການສະໜອງໃຫ້;

5. ເປັນຜູ້ຕາງໜ້າໃຫ້ແກ່ຄູ່ກໍລະນີ ທີ່ມີຂໍ້ຂັດແຍ່ງກັບເຈົ້າຂອງສິດຊັບສິນທາງປັນຍາທີ່ຕົນເອງໃຫ້ບໍລິການຢູ່;

6. ໂຄສະນາໃສ່ຮ້າຍປ້າຍສີ ຫຼື ສ້າງຄວາມເສຍຫາຍ ຫຼື ໃຊ້ອຳນາດທາງການຕະຫຼາດທີ່ບໍ່ເປັນທຳຕໍ່ຜູ້ປະກອບການອື່ນ;

7. ເປີດເຜີຍຂໍ້ມູນທີ່ເປັນຄວາມລັບຂອງຜູ້ໃຊ້ບໍລິການ ໂດຍບໍ່ໄດ້ຮັບອະນຸຍາດ;

8. ວ່າຈ້າງພະນັກງານຄຸ້ມຄອງທີ່ເຮັດວຽກໃນຂົງເຂດຊັບສິນທາງປັນຍາ ຢູ່ ສປປ ລາວ ເປັນພະນັກງານຂອງບໍລິສັດຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ;

9. ມີພຶດຕິກຳອື່ນ ທີ່ລະເມີດຕໍ່ກົດໝາຍ ແລະ ລະບຽບການ.

第ມາດຕາ 12条

第12条 对工作人员和公务员的禁止行为
禁止工作人员和公务员有以下行为:
1. 滥用权力、职责、职务、串通或任何其他形式以谋取个人利益;
2. 索取、要求、收受贿赂、偏见、拖延和伪造文件;
3. 玩忽职守或违反法律法规的行为;
4. 伪造文件或使用伪造文件,泄露国家秘密、公务秘密或销毁文件;
5. 有其他违反法律法规的行为。

ພາສາລາວ (老挝语原文)

ມາດຕາ 12 ຂໍ້ຫ້າມສຳລັບພະນັກງານ ແລະ ເຈົ້າໜ້າທີ່
ຫ້າມພະນັກງານ ແລະ ເຈົ້າໜ້າທີ່ ມີພຶດຕິກຳ ດັ່ງນີ້:
1. ສວຍໃຊ້ ອຳນາດ, ໜ້າທີ່, ຕຳແໜ່ງ, ສົມຮູ້ຮ່ວມຄິດ ຫຼື ມີວິທີການອື່ນທຸກຮູບແບບ ເພື່ອຫາຜົນປະໂຫຍດສ່ວນຕົວ;
2. ທວງເອົາ, ຂໍເອົາ, ຮັບສິນບົນ, ລຳອຽງ, ກົດໜ່ວງຖ່ວງດຶງ ແລະ ປອມແປງເອກະສານ;
3. ເມີນເສີຍຕໍ່ຄວາມຮັບຜິດຊອບຂອງຕົນ ຫຼື ຕໍ່ພຶດຕິກຳທີ່ລະເມີດກົດໝາຍ ແລະ ລະບຽບການ;
4. ປອມແປງເອກະສານ ຫຼື ນຳໃຊ້ເອກະສານປອມແປງ, ເປີດເຜີຍຄວາມລັບຂອງລັດ, ຄວາມລັບທາງລັດຖະການ ຫຼື ທຳລາຍເອກະສານ;
5. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

本页展示前 12 条,全文共 22 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译