ດຳລັດວ່າດ້ວຍ ພາລະກອນ

关于劳动的法令

Decree on Labor

ບົດສະຫຼຸບ

ຂໍ້ກຳນົດນີ້ຄຸ້ມຄອງວຽກງານການຈັດການບຸກຄະລາກອນພາຍໃນປະເທດລາວ, ກຳນົດຄຳນິຍາມຂອງພະນັກງານລັດ, ຫຼັກການກິດຈະກຳດ້ານບຸກຄະລາກອນ ແລະ ຂອບເຂດການນຳໃຊ້, ເພື່ອແນໃສ່ເຮັດໃຫ້ການຈັດການບຸກຄະລາກອນເປັນລະບົບ, ທັນສະໄໝ ແລະ ເປັນມືອາຊີບ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມກວດກາ ວຽກງານພາລະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນຢ່າງຖືກຕ້ອງ, ເປັນລະບົບ, ເຂັ້ມແຂງ ແລະ ທັນສະໄໝ ແນໃສ່ຮັບປະກັນໃຫ້ພາລະກອນ ໄດ້ຮັບການຄຸ້ມຄອງ ແລະ ພັດທະນາ ໃຫ້ມີຄຸນນະພາບ ແລະ ເປັນມືອາຊີບ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ ມາດຕາ 2

ມາດຕາ 2 ພາລະກອນ
ພາລະກອນ ແມ່ນ ຜູ້ທີ່ຖືກບັນຈຸ, ສັບຊ້ອນ, ແຕ່ງຕັ້ງ ຫຼື ວ່າຈ້າງ ຢູ່ຫົວໜ່ວຍວິຊາການ ທີ່ຂຶ້ນກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຊຶ່ງໄດ້ຮັບເງິນເດືອນ, ເງິນອຸດໜູນ ຫຼື ຄ່າຕອບແທນ ຈາກງົບປະມານຂອງລັດ ຫຼື ລາຍຮັບວິຊາການຂອງຫົວໜ່ວຍວິຊາການເປັນເຈົ້າຕົນເອງ ຕາມກົດໝາຍ ຫຼື ສັນຍາ.
ພາລະກອນ ປະກອບດ້ວຍ ພາລະກອນປະຈຳ ແລະ ພາລະກອນຕາມສັນຍາ.

ມາດຕາ ມາດຕາ 3

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຫົວໜ່ວຍວິຊາການ ໝາຍເຖິງ ກົງຈັກການຈັດຕັ້ງວິຊາການ-ເຕັກນິກ ທີ່ຈັດຕັ້ງປະຕິບັດວຽກງານດ້ານວິຊາການ ທີ່ມີລາຍຮັບ ຫຼື ບໍ່ມີລາຍຮັບ ເປັນຕົ້ນ ມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນ, ໂຮງໝໍ, ສະຖາບັນ, ສູນ, ກອງ, ສະຖານີ;
2. ຕຳແໜ່ງບໍລິຫານ ໝາຍເຖິງ ຕຳແໜ່ງນຳພາ-ຄຸ້ມຄອງວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງພະນັກງານປະຈຳ ຢູ່ຫົວໜ່ວຍວິຊາການ;
3. ຕຳແໜ່ງວິຊາການ ໝາຍເຖິງ ຖານະ ຫຼື ລະດັບ ທາງດ້ານວິຊາການ ຂອງພະນັກງານປະຈຳ ບົນພື້ນຖານ ປະສົບການ, ອາຍຸການ, ຄວາມຮູ້, ຄວາມສາມາດ ແລະ ວຸດທິການສຶກສາ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 82 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ