关于劳动的法令

ດຳລັດວ່າດ້ວຍ ພາລະກອນ

Decree on Labor

简介

该法令调整老挝境内人事管理工作,规定公务员定义、人事活动原则及适用范围,旨在实现人事管理的系统化、现代化与专业化。

Summary

This decree governs personnel management in Laos, defining civil servants, principles of personnel activities, and scope of application, aiming to achieve systematic, modern, and professional personnel management.

ບົດສະຫຼຸບ

ຂໍ້ກຳນົດນີ້ຄຸ້ມຄອງວຽກງານການຈັດການບຸກຄະລາກອນພາຍໃນປະເທດລາວ, ກຳນົດຄຳນິຍາມຂອງພະນັກງານລັດ, ຫຼັກການກິດຈະກຳດ້ານບຸກຄະລາກອນ ແລະ ຂອບເຂດການນຳໃຊ້, ເພື່ອແນໃສ່ເຮັດໃຫ້ການຈັດການບຸກຄະລາກອນເປັນລະບົບ, ທັນສະໄໝ ແລະ ເປັນມືອາຊີບ.

条文

第ມາດຕາ 1条

第1条 宗旨
本政令规定关于管理和监督人事工作的原则、规章和措施,以使该工作正确、系统、有力、现代化地进行,旨在确保人事得到管理和开发,具有质量和专业性,为国家经济-社会发展做出贡献。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມກວດກາ ວຽກງານພາລະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນຢ່າງຖືກຕ້ອງ, ເປັນລະບົບ, ເຂັ້ມແຂງ ແລະ ທັນສະໄໝ ແນໃສ່ຮັບປະກັນໃຫ້ພາລະກອນ ໄດ້ຮັບການຄຸ້ມຄອງ ແລະ ພັດທະນາ ໃຫ້ມີຄຸນນະພາບ ແລະ ເປັນມືອາຊີບ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

第ມາດຕາ 2条

第2条 公务员
公务员是指被录用、任命、指派或雇佣于隶属于部、机关和地方行政机构的专业单位的人员,其根据法律或合同从国家预算或所属专业单位的专业收入中获得工资、补贴或报酬。
公务员包括常任公务员和合同制公务员。

ພາສາລາວ (老挝语原文)

ມາດຕາ 2 ພາລະກອນ
ພາລະກອນ ແມ່ນ ຜູ້ທີ່ຖືກບັນຈຸ, ສັບຊ້ອນ, ແຕ່ງຕັ້ງ ຫຼື ວ່າຈ້າງ ຢູ່ຫົວໜ່ວຍວິຊາການ ທີ່ຂຶ້ນກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຊຶ່ງໄດ້ຮັບເງິນເດືອນ, ເງິນອຸດໜູນ ຫຼື ຄ່າຕອບແທນ ຈາກງົບປະມານຂອງລັດ ຫຼື ລາຍຮັບວິຊາການຂອງຫົວໜ່ວຍວິຊາການເປັນເຈົ້າຕົນເອງ ຕາມກົດໝາຍ ຫຼື ສັນຍາ.
ພາລະກອນ ປະກອບດ້ວຍ ພາລະກອນປະຈຳ ແລະ ພາລະກອນຕາມສັນຍາ.

第ມາດຕາ 3条

第3条 词语解释
本法令中使用的词语定义如下:
1. 技术单位 指从事技术工作的技术-组织机制,无论是否有收入,例如大学、学院、学校、医院、研究院、中心、局、站;
2. 行政职务 指在技术单位中根据常任人员的职责、权利和义务进行领导-管理工作的职务;
3. 技术职务 指常任人员在经验、工龄、知识、能力和学历基础上的技术地位或等级。

ພາສາລາວ (老挝语原文)

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຫົວໜ່ວຍວິຊາການ ໝາຍເຖິງ ກົງຈັກການຈັດຕັ້ງວິຊາການ-ເຕັກນິກ ທີ່ຈັດຕັ້ງປະຕິບັດວຽກງານດ້ານວິຊາການ ທີ່ມີລາຍຮັບ ຫຼື ບໍ່ມີລາຍຮັບ ເປັນຕົ້ນ ມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນ, ໂຮງໝໍ, ສະຖາບັນ, ສູນ, ກອງ, ສະຖານີ;
2. ຕຳແໜ່ງບໍລິຫານ ໝາຍເຖິງ ຕຳແໜ່ງນຳພາ-ຄຸ້ມຄອງວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງພະນັກງານປະຈຳ ຢູ່ຫົວໜ່ວຍວິຊາການ;
3. ຕຳແໜ່ງວິຊາການ ໝາຍເຖິງ ຖານະ ຫຼື ລະດັບ ທາງດ້ານວິຊາການ ຂອງພະນັກງານປະຈຳ ບົນພື້ນຖານ ປະສົບການ, ອາຍຸການ, ຄວາມຮູ້, ຄວາມສາມາດ ແລະ ວຸດທິການສຶກສາ.

第ມາດຕາ 4条

第4条 关于人事工作活动的原则

人事工作活动应遵循以下原则:

1. 符合路线、政策、宪法、法律、战略规划和国家经济社会发展计划;

2. 民主集中、协商、集体决定、个人负责、少数服从多数、个人服从组织、下级服从上级;

3. 确保平等、透明、公正、公开、客观和可核查;

4. 分级管理、分工负责、协调配合各部门和地方行政机关。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບການເຄື່ອນໄຫວວຽກງານພາລະກອນ

ການເຄື່ອນໄຫວວຽກງານພາລະກອນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງກັບ ແນວທາງ ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ແຜນຍຸດທະສາດ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ;

2. ລວມສູນປະຊາທິປະໄຕ, ປຶກສາຫາລື, ຕົກລົງເປັນຄະນະ, ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍ ຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງ ແລະ ຂັ້ນລຸ່ມຂຶ້ນກັບຂັ້ນເທິງ;

3. ຮັບປະກັນ ຄວາມສະເໝີພາບ, ໂປ່ງໃສ, ຍຸຕິທຳ, ເປີດເຜີຍ, ພາວະວິໄສ ແລະ ສາມາດກວດສອບໄດ້;

4. ແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ແລະ ປະສານສົມທົບ ລະຫວ່າງຂະແໜງການ ແລະ ອົງການ ປົກຄອງທ້ອງຖິ່ນ.

第ມາດຕາ 5条

第5条 法令的适用范围
本法令适用于在老挝人民民主共和国境内从事和涉及人事工作的人员、个人、法人及组织。
本法令不适用于隶属于国防-安全力量的人员。

ພາສາລາວ (老挝语原文)

ມາດຕາ 5 ຂອບເຂດການນຳໃຊ້ດຳລັດ
ດຳລັດສະບັບນີ້ ນຳໃຊ້ສຳລັບ ພະນັກງານ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ແລະ ພົວພັນ ກັບວຽກງານພະນັກງານ ຢູ່ ສປປ ລາວ.
ດຳລັດສະບັບນີ້ ບໍ່ນຳໃຊ້ສຳລັບ ພະນັກງານ ທີ່ສັງກັດຢູ່ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

第ມາດຕາ 6条

第6条 国际合作
国家促进与外国、地区和国际在人事工作方面的关系与合作,通过交流经验、信息、科学研究、技术、培训、研讨会、考察以及提升知识、技术-技能能力,以发展人事工作,使其具有质量和专业化。

ພາສາລາວ (老挝语原文)

ມາດຕາ 6 ການຮ່ວມມືສາກົນ
ລັດ ສົ່ງເສີມ ການພົວພັນ, ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານພາລະກອນ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ການຄົ້ນຄວ້າ ວິທະຍາສາດ, ເຕັກໂນໂລຊີ, ການຝຶກອົບຮົມ, ການສຳມະນາ, ການທັດສະນະສຶກສາ ແລະ ການຍົກລະດັບ ຄວາມຮູ້, ຄວາມສາມາດ ທາງດ້ານວິຊາການ-ເຕັກນິກ ເພື່ອພັດທະນາພາລະກອນ ໃຫ້ມີຄຸນນະພາບ ແລະ ເປັນມືອາຊີບ.

第ມາດຕາ 7条

第7条 常任人员

常任人员是指被录用、调动、迁移或任命在技术单位执行工作任务,并从国家预算或技术单位自有技术收入中领取工资和补贴的人员,依照相关法律法规。

ພາສາລາວ (老挝语原文)

ມາດຕາ 7 ພະນັກງານປະຈຳ

ພະນັກງານປະຈຳ ແມ່ນ ບຸກຄົນທີ່ຖືກບັນຈຸ, ສັບຊ້ອນ, ຍົກຍ້າຍ ຫຼື ແຕ່ງຕັ້ງ ໃຫ້ປະຕິບັດໜ້າທີ່ວຽກງານ ຢູ່ຫົວໜ່ວຍວິຊາການ ຊຶ່ງໄດ້ຮັບເງິນເດືອນ ແລະ ເງິນອຸດໜູນ ຈາກງົບປະມານຂອງລັດ ຫຼື ລາຍຮັບວິຊາການ ຂອງຫົວໜ່ວຍວິຊາການເປັນເຈົ້າຕົນເອງ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

第ມາດຕາ 8条

第8条 常任公务员类别
常任公务员分为三类:
1. 担任行政职务的常任公务员;
2. 担任技术职务的常任公务员;
3. 技术类常任公务员。

ພາສາລາວ (老挝语原文)

ມາດຕາ 8 ປະເພດພາລະກອນປະຈຳ
ພາລະກອນປະຈຳ ມີ ສາມ ປະເພດ ດັງນີ:
1. ພາລະກອນປະຈຳທີ່ມີຕຳແຫ່ງບໍລິຫານ;
2. ພາລະກອນປະຈຳທີ່ມີຕຳແຫ່ງວິຊາການ;
3. ພາລະກອນປະຈຳວິຊາການ.

第ມາດຕາ 9条

第9条 行政职务常任公务员

行政职务常任公务员是指被任命担任某一级别行政职务,以领导和管理技术单位的人员。

ພາສາລາວ (老挝语原文)

ມາດຕາ 9 ພະນັກງານປະຈຳທີ່ມີຕຳແໜ່ງບໍລິຫານ

ພະນັກງານປະຈຳທີ່ມີຕຳແໜ່ງບໍລິຫານ ແມ່ນ ບຸກຄົນທີ່ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງບໍລິຫານ ລະດັບໃດໜຶ່ງ ເພື່ອນຳພາ-ຄຸ້ມຄອງຫົວໜ່ວຍວິຊາການ.

第ມາດຕາ 10条

第10条 具有技术职务的常任公务员
具有技术职务的常任公务员是指经认可并被任命担任某一技术职务,以按照授权履行技术职责的人员。

ພາສາລາວ (老挝语原文)

ມາດຕາ 10 ພາລະກອນປະຈຳທີມີຕຳແໜ່ງວິຊາການ
ພາລະກອນປະຈຳທີມີຕຳແໜ່ງວິຊາການ ແມ່ນ ບຸກຄົນທີ່ໄດ້ຮັບການຮັບຮອງ ແລະ ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງວິຊາການລະດັບໃດໜຶ່ງ ເພື່ອປະຕິບັດໜ້າທີ່ທາງດ້ານວິຊາການ ຕາມການມອບໝາຍ.

第ມາດຕາ 11条

第11条 专业技术人员
专业技术人员是指在某个专业技术单位或专业技术职位上从事专业技术工作的正式工作人员。

ພາສາລາວ (老挝语原文)

ມາດຕາ 11 ພາລະກອນປະຈຳວິຊາການ
ພາລະກອນປະຈຳວິຊາການ ແມ່ນ ພາລະກອນປະຈຳສົມບູນ ທີ່ປະຕິບັດວຽກງານທາງດ້ານວິຊາການ-ເຕັກນິກ ຢູ່ຫົວໜ່ວຍວິຊາການ ແຕ່ບໍລິຫານ ຫຼື ຕຳແຫ່ງວິຊາການໃດໜຶ່ງ.

第ມາດຕາ 12条

第12条 常任公务员的领域
常任公务员有以下两个领域:
1. 行政管理领域的常任公务员;
2. 专业技术领域的常任公务员。

行政管理领域的常任公务员是指在学术单位从事行政管理职责的人员。

专业技术领域的常任公务员是指在学术单位从事服务、科学研究、技术、专业技术工作的人员。

ພາສາລາວ (老挝语原文)

ມາດຕາ 12 ຂົງເຂດພາລະກອນປະຈຳ
ພາລະກອນປະຈຳ ມີ ສອງ ຂົງເຂດ ດັ່ງນີ້:
1. ພາລະກອນປະຈຳ ຂົງເຂດບໍລິຫານ;
2. ພາລະກອນປະຈຳ ຂົງເຂດວິຊາການ.

ພາລະກອນປະຈຳ ຂົງເຂດບໍລິຫານ ແມ່ນ ບຸກຄົນເຮັດໜ້າທີ່ຄຸ້ມຄອງບໍລິຫານ ຢູ່ຫົວໜ່ວຍວິຊາການ.

ພາລະກອນປະຈຳ ຂົງເຂດວິຊາການ ແມ່ນ ບຸກຄົນເຮັດໜ້າທີ່ ບໍລິການ, ຄົ້ນຄວ້າ ວິທະຍາສາດ, ເຕັກໂນໂລຊີ, ວິຊາການ-ເຕັກນິກ ຢູ່ຫົວໜ່ວຍວິຊາການ.

本页展示前 12 条,全文共 82 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译