关于技术单位自主化的法令
ດຳລັດວ່າດ້ວຍ ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ
Decree on Autonomy of Technical Units
简介
该法规规定了技术单位自主化的五个等级及其条件,核心是依据技术服务收入占比和国家预算削减比例划分自主化程度。
Summary
This regulation defines five levels of autonomy for technical units and their conditions, with the core being the classification based on the proportion of technical service income and the reduction ratio of the state budget.
ບົດສະຫຼຸບ
ລະບຽບການນີ້ກຳນົດລະດັບການເປັນເອກະລາດ 5 ລະດັບ ແລະ ເງື່ອນໄຂຂອງແຕ່ລະລະດັບສຳລັບໜ່ວຍງານດ້ານເຕັກນິກ, ເນື້ອໃນຫຼັກແມ່ນຈັດລະດັບການເປັນເອກະລາດໂດຍອີງໃສ່ສັດສ່ວນລາຍຮັບຈາກການບໍລິການດ້ານເຕັກນິກ ແລະ ສັດສ່ວນການຕັດງົບປະມານແຫ່ງລັດ.
条文
第ມາດຕາ 1条
第7条 学术单位自主化等级
学术单位自主化分为以下五个等级:
1. 学术单位自主化等级1;
2. 学术单位自主化等级2;
3. 学术单位自主化等级3;
4. 学术单位自主化等级4;
5. 学术单位自主化等级5。
ພາສາລາວ (老挝语原文)
ມາດຕາ 7 ລະດັບການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ
ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ມີ ຫ້າ ລະດັບ ດັ່ງນີ້:
1. ຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 1;
2. ຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 2;
3. ຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 3;
4. ຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 4;
5. ຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 5.
第ມາດຕາ 2条
第2条 技术单位自主化 第1级
技术单位自主化第1级具有以下条件:
1. 为一级或二级预算单位,其技术服务收入超过经批准的预算计划中行政支出部分的百分之七十(70%);
2. 能够每年至少减少国家预算拨款百分之零点五(0.5%);
3. 将自主化前产生的非创收库存资产移交给国家;
4. 经过评估并获得相关部委、机关、地方行政机关同意自主化。
ພາສາລາວ (老挝语原文)
ມາດຕາ 2 ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 1
ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 1 ມີເງື່ອນໄຂດັ່ງນີ້:
1. ເປັນຫົວໜ່ວຍງົບປະມານ ຂັ້ນໜຶ່ງ ຫຼື ຂັ້ນສອງ ທີ່ມີລາຍຮັບຄ່າບໍລິການທາງດ້ານວິຊາການ ຫຼາຍກວ່າ ເຈັດສິບ ສ່ວນຮ້ອຍ (70%) ຂອງພາກລາຍຈ່າຍບໍລິຫານ ຕາມສາລະບານງົບປະມານ ບົນພື້ນຖານແຜນງົບປະມານ ທີ່ໄດ້ຮັບອະນຸມັດ;
2. ສາມາດຫຼຸດການສະໜອງງົບປະມານຂອງລັດ ຢ່າງໜ້ອຍປີລະ ສູນຈຸດຫ້າ ສ່ວນຮ້ອຍ (0.5%);
3. ຫັນພີສິນຄົງຄ້າງທີ່ບໍ່ສ້າງລາຍຮັບ ທີ່ເກີດກ່ອນການຫັນເປັນເຈົ້າຕົນເອງ ໃຫ້ລັດ;
4. ຜ່ານການປະເມີນ ແລະ ໄດ້ຮັບການເຫັນດີ ໃຫ້ຫັນເປັນເຈົ້າຕົນເອງ ຈາກ ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
第ມາດຕາ 3条
第3条 技术单位自主化 第2级
技术单位自主化第2级具有以下条件:
1. 为一级或二级预算单位,其技术服务收入占行政管理支出的百分之百(100%)且超过调整、促进及维护支出部分的百分之七十(70%),依据预算计划在已批准的预算基础上;
2. 能够每年至少减少国家预算拨款百分之一点五(1.5%);
3. 将自主化前产生的非创收库存移交给国家,如果此前尚未成为自主化技术单位;
4. 经过评估并获得相关部委、机构及地方政府的同意,转为自主化或升级,如果此前已是第1级自主化技术单位。
ພາສາລາວ (老挝语原文)
ມາດຕາ 3 ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 2
ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 2 ມີ ເງື່ອນໄຂ ດັ່ງນີ້:
1. ເປັນຫົວໜ່ວຍງົບປະມານ ຂັ້ນໜຶ່ງ ຫຼື ຂັ້ນສອງ ທີ່ມີລາຍຮັບຄ່າບໍລິການທາງດ້ານວິຊາການ ຮ້ອຍ ສ່ວນຮ້ອຍ (100%) ຂອງພາກລາຍຈ່າຍບໍລິຫານ ແລະ ຫຼາຍກວ່າ ເຈັດສິບ ສ່ວນຮ້ອຍ (70%) ຂອງ ພາກລາຍຈ່າຍດັດສົມ, ສົ່ງເສີມ ແລະ ເງິນບຳລຸງ ຕາມສາລະບານງົບປະມານ ບົນພື້ນຖານແຜນງົບປະມານ ທີ່ໄດ້ຮັບອະນຸມັດ;
2. ສາມາດຫຼຸດການສະໜອງງົບປະມານຂອງລັດ ຢ່າງໜ້ອຍປີລະ ໜຶ່ງຈຸດຫ້າ ສ່ວນຮ້ອຍ (1.5%);
3. ຫັນພ້ອມສິນຄົງຄ້າງທີ່ບໍ່ສ້າງລາຍຮັບ ທີ່ເກີດກ່ອນການຫັນເປັນເຈົ້າຕົນເອງ ໃຫ້ລັດ ໃນກໍລະນີ ຍັງບໍ່ທັນເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງມາກ່ອນ;
4. ຜ່ານການປະເມີນ ແລະ ໄດ້ຮັບການເຫັນດີ ໃຫ້ຫັນເປັນເຈົ້າຕົນເອງ ຫຼື ໃຫ້ຍົກລະດັບ ໃນກໍລະນີ ເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 1 ມາກ່ອນ ຈາກ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
第ມາດຕາ 4条
第4条 技术单位自主化第三级
技术单位自主化第三级具有以下条件:
1. 是一级或二级预算单位,其技术服务收入达到行政管理支出、调整支出、促进和维持费用部分的百分之百(100%),并且超过根据已批准的预算计划在预算报表中行政管理用固定资产购置支出部分的百分之七十(70%);
2. 能够每年至少减少国家预算拨款百分之二点五(2.5%);
3. 在之前已为第一级和第二级技术单位自主化的情况下,用于偿还国家因处理不产生收入的遗留债务而垫付的资金;
4. 经过评估并获得相关部委、机构和地方政府的同意,转为自主化或升级,在之前已为第二级技术单位自主化的情况下。
ພາສາລາວ (老挝语原文)
ມາດຕາ 4 ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 3
ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 3 ມີ ເງື່ອນໄຂ ດັ່ງນີ້:
1. ເປັນຫົວໜ່ວຍງົບປະມານ ຂັ້ນໜຶ່ງ ຫຼື ຂັ້ນສອງ ທີ່ມີລາຍຮັບຄ່າບໍລິການທາງດ້ານວິຊາການ ຮ້ອຍສ່ວນຮ້ອຍ (100%) ຂອງ ພາກລາຍຈ່າຍບໍລິຫານ, ພາກລາຍຈ່າຍດັດສົມ, ສົ່ງເສີມ ແລະ ເງິນບຳລຸງ ແລະ ຫຼາຍກວ່າ ເຈັດສິບ ສ່ວນຮ້ອຍ (70%) ຂອງ ພາກລາຍຈ່າຍຊື້ຊັບສົມບັດຮັບໃຊ້ບໍລິຫານ ຕາມສາລະບານງົບປະມານ ບົນພື້ນຖານແຜນງົບປະມານ ທີ່ໄດ້ຮັບອະນຸມັດ;
2. ສາມາດຫຼຸດການສະໜອງງົບປະມານຂອງລັດ ຢ່າງໜ້ອຍປີລະ ສອງຈຸດຫ້າ ສ່ວນຮ້ອຍ (2.5%);
3. ໃຊ້ແທນເງິນຄືນໃຫ້ແກ່ລັດ ທີ່ໄດ້ຮັບໃຊ້ໜີ້ສິນຄົງຄ້າງທີ່ບໍ່ສ້າງລາຍຮັບ ທີ່ເກີດກ່ອນການຫັນເປັນເຈົ້າຕົນເອງ ໃນກໍລະນີເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 1 ແລະ ລະດັບ 2 ມາກ່ອນ;
4. ຜ່ານການປະເມີນ ແລະ ໄດ້ຮັບການເຫັນດີ ໃຫ້ຫັນເປັນເຈົ້າຕົນເອງ ຫຼື ໃຫ້ຍົກລະດັບ ໃນກໍລະນີເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 2 ມາກ່ອນ ຈາກ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
第ມາດຕາ 5条
第5条 将技术单位转变为自主单位第4级
将技术单位转变为自主单位第4级,条件如下:
1. 为一级或二级预算单位,其技术服务收入达到行政管理支出、调整支出、促进和维护费、行政服务采购支出的百分之百(100%),以及超过工资和津贴支出、政策支出和各种补助支出(根据预算明细表,基于已批准的预算计划)的百分之七十(70%);
2. 能够每年至少减少百分之五(5%)的国家预算拨款;
3. 在转变为自主单位之前,至少解决百分之五十(50%)的库存积压;
4. 通过评估并获得相关部委、组织和地方行政机构的同意,以转变为自主单位或升级(如果之前是第3级技术自主单位)。
ພາສາລາວ (老挝语原文)
ມາດຕາ 5 ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງລະດັບ 4
ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 4 ມີ ເງື່ອນໄຂ ດັ່ງນີ້:
1. ເປັນຫົວໜ່ວຍງົບປະມານ ຂັ້ນໜຶ່ງ ຫຼື ຂັ້ນສອງ ທີ່ມີລາຍຮັບຄ່າບໍລິການທາງດ້ານວິຊາການ ຮ້ອຍສ່ວນຮ້ອຍ (100%) ຂອງ ພາກລາຍຈ່າຍບໍລິຫານ, ພາກລາຍຈ່າຍດັດສົມ, ສົ່ງເສີມ ແລະ ເງິນບຳລຸງ, ພາກລາຍຈ່າຍຊື້ສົມບັດຮັບໃຊ້ບໍລິຫານ ແລະ ຫຼາຍກວ່າ ເຈັດສິບ ສ່ວນຮ້ອຍ (70%) ຂອງ ພາກລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນ, ພາກລາຍຈ່າຍເງິນນະໂຍບາຍ ແລະ ເງິນຊ່ວຍເຫຼືອຕ່າງໆ ຕາມສາລະບານງົບປະມານ ບົນພື້ນຖານແຜນງົບປະມານທີ່ໄດ້ຮັບອະນຸມັດ;
2. ສາມາດຫຼຸດການສະໜອງງົບປະມານຂອງລັດ ຢ່າງໜ້ອຍປີລະ ຫ້າ ສ່ວນຮ້ອຍ (5%);
3. ແກ້ໄຂທີສິນຄົງຄ້າງ ກ່ອນການຫັນເປັນເຈົ້າຕົນເອງ ໃຫ້ໄດ້ຢ່າງໜ້ອຍ ຫ້າສິບ ສ່ວນຮ້ອຍ (50%);
4. ຜ່ານການປະເມີນ ແລະ ໄດ້ຮັບການເຫັນດີ ໃຫ້ຫັນເປັນເຈົ້າຕົນເອງ ຫຼື ໃຫ້ຍົກລະດັບ ໃນກໍລະນີເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 3 ມາກ່ອນ ຈາກ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
第ມາດຕາ 6条
第6条 技术单位自主化 第5级
技术单位自主化第5级具有以下条件:
1. 为一级或二级预算单位,其技术服务收入占正常行政管理支出的百分之百(100%)且超过国家投资支出的百分之七十(70%),依据经批准的预算计划中的预算表;
2. 能够每年至少减少国家预算拨款百分之十(10%);
3. 在自主化前处理库存积压达到百分之九十(90%);
4. 通过评估并获得相关部委、机关和地方行政机关的同意,准予自主化或升级,若此前已是第4级技术单位自主化。
ພາສາລາວ (老挝语原文)
ມາດຕາ 6 ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 5
ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 5 ມີເງື່ອນໄຂດັ່ງນີ້:
1. ເປັນຫົວໜ່ວຍງົບປະມານ ຂັ້ນໜຶ່ງ ຫຼື ຂັ້ນສອງ ທີ່ມີລາຍຮັບຄ່າບໍລິການທາງດ້ານວິຊາການ ຮ້ອຍສ່ວນຮ້ອຍ (100%) ຂອງພາກລາຍຈ່າຍບໍລິຫານປົກກະຕິ ແລະ ຫຼາຍກວ່າ ເຈັດສິບສ່ວນຮ້ອຍ (70%) ຂອງພາກລາຍຈ່າຍລົງທຶນຂອງລັດ ຕາມສາລະບານງົບປະມານ ບົນພື້ນຖານແຜນງົບປະມານ ທີ່ໄດ້ຮັບອະນຸມັດ;
2. ສາມາດຫຼຸດການສະໜອງງົບປະມານຂອງລັດ ຢ່າງໜ້ອຍປີລະ ສິບສ່ວນຮ້ອຍ (10%);
3. ແກ້ໄຂພັດສິນຄົງຄ້າງ ກ່ອນການຫັນເປັນເຈົ້າຕົນເອງ ໃຫ້ໄດ້ ເກົ້າສິບສ່ວນຮ້ອຍ (90%);
4. ຜ່ານການປະເມີນ ແລະ ໄດ້ຮັບການເຫັນດີ ໃຫ້ຫັນເປັນເຈົ້າຕົນເອງ ຫຼື ໃຫ້ຍົກລະດັບ ໃນກໍລະນີເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລະດັບ 4 ມາກ່ອນ ຈາກ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
第ມາດຕາ 7条
第7条 学术单位自主化的形式
学术单位自主化有两种形式:
1. 按照国家计划;
2. 按照提议。
ພາສາລາວ (老挝语原文)
ມາດຕາ 7 ຮູບແບບການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ
ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ມີ ສອງ ຮູບແບບ ຄື:
1. ຕາມແຜນການຂອງລັດ;
2. ຕາມການສະເໜີ.
第ມາດຕາ 8条
第8条 按照国家计划转变技术单位为自治单位
内政部和财政部主动协调各部、机关、地方行政机关及其他相关部门,研究确定具备条件转变为自治单位的技术单位,提交中央负责转变技术单位为自治单位的委员会审议纳入转变技术单位为自治单位的计划,然后提交政府审议批准。
ພາສາລາວ (老挝语原文)
ມາດຕາ 8 ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງຕາມແຜນການຂອງລັດ
ກະຊວງພາຍໃນ ແລະ ກະຊວງການເງິນ ເປັນເຈົ້າການປະສານສົມທົບກັບ ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຄົ້ນຄວ້າກຳນົດຫົວໜ່ວຍວິຊາການ ທີ່ມີເງື່ອນໄຂໃນການຫັນເປັນເຈົ້າຕົນເອງ ສະເໜີຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງຂັ້ນສູນກາງ ພິຈາລະນາເອົາເຂົ້າແຜນການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລ້ວນຳສະເໜີລັດຖະບານພິຈາລະນາຮັບຮອງ.
第ມາດຕາ 9条
第9条 根据提议自主化技术单位
不属于国家技术单位自主化计划但具备自主化条件的技术单位,应向其所隶属的部、机关和地方行政机关提出,以便研究并提交内政部。
在收到提议后,内政部应与财政部及其他相关部门协调,研究并提交中央技术单位自主化负责委员会审议,以便提交政府审议批准。
ພາສາລາວ (老挝语原文)
ມາດຕາ 9 ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງຕາມການສະເໜີ
ຫົວໜ່ວຍວິຊາການ ທີ່ບໍ່ນອນໃນແຜນການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງຂອງລັດ ແຕ່ມີເງື່ອນໄຂໃນການຫັນເປັນເຈົ້າຕົນເອງ ໃຫ້ສະເໜີກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ຕົນຂຶ້ນກັບ ເພື່ອຄົ້ນຄວ້າ ແລະ ນຳສະເໜີກະຊວງພາຍໃນ.
ພາຍຫຼັງທີ່ໄດ້ຮັບການສະເໜີແລ້ວ ໃຫ້ກະຊວງພາຍໃນ ປະສານສົມທົບກັບກະຊວງການເງິນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ສະເໜີຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງຂັ້ນສູນກາງ ພິຈາລະນາ ເພື່ອນຳສະເໜີລັດຖະບານ ພິຈາລະນາຮັບຮອງ.
第ມາດຕາ 10条
第10条 学术单位自主化步骤
学术单位自主化有以下五个步骤:
1. 任命负责学术单位自主化的委员会;
2. 制定学术单位自主化方案;
3. 研究学术单位自主化;
4. 决定学术单位自主化;
5. 组织实施。
ພາສາລາວ (老挝语原文)
ມາດຕາ 10 ຂັ້ນຕອນການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ
ການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ມີ ຫ້າ ຂັ້ນຕອນ ດັ່ງນີ້:
1. ແຕ່ງຕັ້ງຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ;
2. ສ້າງບົດວິພາກຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ;
3. ຄົ້ນຄວ້າຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ;
4. ຕົກລົງກ່ຽວກັບການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ;
5. ຈັດຕັ້ງປະຕິບັດ.
第ມາດຕາ 11条
第11条 设立负责将技术单位转变为自主单位的委员会
各部、组织和地方行政机关设立负责将技术单位转变为自主单位的委员会,基于与内部部门、财政及其他相关部门的协调,以研究将其负责的技术单位转变为自主技术单位。
关于设立、权利和义务的细节,由负责将技术单位转变为自主单位的委员会另行规定。
ພາສາລາວ (老挝语原文)
ມາດຕາ 11 ການແຕ່ງຕັ້ງຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ
ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ງຕັ້ງຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ບົນພື້ນຖານການປະສານສົມທົບກັບຂະແໜງການພາຍໃນ, ການເງິນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າຫັນຫົວໜ່ວຍວິຊາການທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ.
ລາຍລະອຽດກ່ຽວກັບ ການແຕ່ງຕັ້ງ, ສິດ ແລະ ໜ້າທີ່ ຂອງຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
第ມາດຕາ 12条
第12条 制定学术单位自主化研究报告
制定学术单位自主化研究报告是对学术单位在转变为自主化学术单位以及发展自主化学术单位方面的可行性进行研究、分析和调研,主要包括以下主要内容:
1. 过去一段时期工作任务执行情况;
2. 关于机构、人员的信息;
3. 资产账目、负债账目;
4. 过去五年预算收支计划执行情况;
5. 学术单位自主化发展计划。
部、机关和地方行政机关的学术单位自主化负责委员会领导学术单位制定学术单位自主化研究报告,以提交部、机关和地方行政机关审议。
ພາສາລາວ (老挝语原文)
ມາດຕາ 12 ການສ້າງບົດວິພາກຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ
ການສ້າງບົດວິພາກຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແມ່ນ ການສຶກສາ, ວິເຄາະ ວິໄຈ ຄວາມເປັນໄປໄດ້ຂອງຫົວໜ່ວຍວິຊາການ ໃນການຫັນເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ການພັດທະນາຫົວໜ່ວຍວິຊາການເປັນເຈົ້າຕົນເອງ ຊຶ່ງປະກອບດ້ວຍ ເນື້ອໃນຕົ້ນຕໍ ດັ່ງນີ້:
1. ສະພາບການປະຕິບັດຫ້າທີ່ວຽກງານໃນໄລຍະຜ່ານມາ;
2. ຂໍ້ມູນກ່ຽວກັບ ກົງຈັກ, ບຸກຄະລາກອນ;
3. ບັນຊີຊັບສິນ, ບັນຊີທີ່ສິນ;
4. ສະພາບການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍ ງົບປະມານ ໃນໄລຍະຫ້າປີ ຜ່ານມາ;
5. ແຜນພັດທະນາຫົວໜ່ວຍວິຊາການເປັນເຈົ້າຕົນເອງ.
ຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ຂອງ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ນຳພາຫົວໜ່ວຍວິຊາການ ໃນການສ້າງບົດວິພາກຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ເພື່ອນຳສະເໜີ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ພິຈາລະນາ.
本页展示前 12 条,全文共 66 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读