关于黄金银行业务活动的协议

ຂໍ້ຕົກລົງ ວ່າດ້ວຍການເຄື່ອນໄຫວທຸລະກິດຂອງທະນາຄານຄຳ

Agreement on Gold Banking Activities

简介

该协议调整老挝黄金银行业务,核心内容规定产品定价需保护消费者权益、禁止欺诈及超范围经营,并明确违规处罚与监管职责。

Summary

This agreement governs gold banking business in Laos, stipulating that product pricing must protect consumer rights, prohibit fraud and overstepping business scope, and specify penalties and supervisory duties.

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງທຸລະກິດທະນາຄານຄຳຂອງລາວ, ເນື້ອໃນຫຼັກກຳນົດການກຳນົດລາຄາຜະລິດຕະພັນຕ້ອງປົກປ້ອງສິດຜູ້ບໍລິໂພກ, ຫ້າມການສໍ້ໂກງ ແລະ ດຳເນີນທຸລະກິດເກີນຂອບເຂດ, ພ້ອມທັງກຳນົດບົດລົງໂທດ ແລະ ໜ້າທີ່ກຳກັບຕິດຕາມຢ່າງຊັດເຈນ.

条文

第ມາດຕາ 1条

第19条 产品价格和服务费的确定

商业银行必须基于以下原则确定产品价格和服务费:
1. 考虑消费者的合法权益;
2. 结构清晰,包括成本和利润的计算方法,以及评估消费者的支付能力;
3. 确保合同义务不超过消费者的支付能力;
4. 符合相关规定,例如:与利率相关的产品,必须遵守老挝人民民主共和国银行不时发布的关于利率和服务费确定的规定。

商业银行监管司可以发出命令,要求停止收取被认为对消费者不公平的服务费,并予以退还。

商业银行必须在与消费者签订产品使用合同前,将产品价格和服务费告知消费者,并可通过适当渠道进行额外通知。

ພາສາລາວ (老挝语原文)

ມາດຕາ 19 ການກຳນົດລາຄາ ແລະ ຄ່າທຳນຽມຂອງຜະລິດຕະພັນ

ທະນາຄານຄ້າ ຕ້ອງມີການກຳນົດລາຄາ ແລະ ຄ່າທຳນຽມ ຂອງຜະລິດຕະພັນ ບົນພື້ນຖານດັ່ງນີ້:

1. ຄຳນຶງເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້;
2. ມີໂຄງສ້າງທີ່ຊັດເຈນ ລວມທັງວິທີການຄິດໄລ່ຕົ້ນທຶນ ແລະ ກຳໄລ ພ້ອມທັງການປະເມີນຄວາມສາມາດໃນການຊຳລະຂອງຜູ້ຊົມໃຊ້;
3. ຮັບປະກັນວ່າ ພັນທະໃນສັນຍາ ຕ້ອງບໍ່ເກີນຄວາມສາມາດຊຳລະຂອງຜູ້ຊົມໃຊ້;
4. ສອດຄ່ອງກັບລະບຽບການທີ່ກ່ຽວຂ້ອງ ເຊັ່ນ: ຜະລິດຕະພັນທີ່ຕິດພັນກັບອັດຕາດອກເບ້ຍ, ຕ້ອງປະຕິບັດຕາມລະບຽບການກ່ຽວກັບການກຳນົດອັດຕາດອກເບ້ຍ ແລະ ຄ່າທຳນຽມ ທີ່ທະນາຄານແຫ່ງ ສປປ ລາວ ວາງອອກ ແຕ່ລະໄລຍະ.

ກົມຄຸ້ມຄອງທະນາຄານທຸລະກິດ ສາມາດອອກຄຳສັ່ງໃຫ້ຢຸດຕິ, ໃຫ້ສົ່ງຄືນການເກັບຄ່າທຳນຽມ ທີ່ເຫັນວ່າບໍ່ເປັນທຳຕໍ່ຜູ້ຊົມໃຊ້.

ທະນາຄານຄ້າ ຕ້ອງແຈ້ງລາຄາ ແລະ ຄ່າທຳນຽມຂອງຜະລິດຕະພັນໃຫ້ແກ່ຜູ້ຊົມໃຊ້ຮັບຊາບ ກ່ອນການເຊັນສັນຍານຳໃຊ້ຜະລິດຕະພັນກັບທະນາຄານຄ້າ ແລະ ສາມາດແຈ້ງຜ່ານຊ່ອງທາງຕ່າງໆເພີ່ມເຕີມ ຕາມຄວາມເໝາະສົມ.

第ມາດຕາ 2条

第2条 消费者保护
商业银行必须按照2020年4月6日第225/号关于金融服务消费者保护的法令及相关规定执行消费者保护工作。

ພາສາລາວ (老挝语原文)

ມາດຕາ 2 ການປົກປ້ອງຜູ້ຊົມໃຊ້
ທະນາຄານຄີວ ຕ້ອງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ຕາມທີ່ກຳນົດໄວ້ໃນດຳລັດວ່າດ້ວຍການປົກປ້ອງຜູ້ຊົມໃຊ້ການບໍລິການທາງດ້ານການເງິນ ສະບັບເລກທີ 225/ລບ, ລົງວັນທີ 06 ເມສາ 2020 ແລະ ລະບຽບການທີ່ກ່ຽວຂ້ອງກຳນົດແລ້ວ.

第ມາດຕາ 3条

第21条 禁止行为
禁止黄金银行,包括管理人员和员工,有下列行为:
1. 从事和经营超出老挝人民民主共和国银行许可的业务;
2. 要求或设定不符合法律的条件,让用户在接受其服务或群体中执行;
3. 提供或披露不真实的信息;
4. 未经授权披露客户信息;
5. 未经授权或不符合规定进行客户账户交易;
6. 阻碍相关官员和员工执行监督、检查黄金银行业务的工作;
7. 交付假冒、无质量、不符合标准的黄金;
8. 伪造文件、隐瞒事实信息;
9. 其他违反法律和相关规定的行为。

ພາສາລາວ (老挝语原文)

ມາດຕາ 21 ຂໍ້ຫ້າມ
ຫ້າມທະນາຄານຄຳ ລວມທັງ ຜູ້ບໍລິຫານ ແລະ ພະນັກງານ ມີພຶດຕິກຳ ດັ່ງນີ້:
1. ເຄື່ອນໄຫວ ແລະ ດຳເນີນທຸລະກິດ ນອກເໜືອຈາກທຸລະກິດທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ;
2. ຮຽກ ຫຼື ກຳນົດເງື່ອນໄຂ ທີ່ບໍ່ຖືກຕ້ອງຕາມກົດໝາຍ ໃຫ້ຜູ້ຊົມໃຊ້ປະຕິບັດ ໃນການຮັບການບໍລິການຂອງຕົນ ຫຼື ໃນກຸ່ມ;
3. ສະເໜີ ຫຼື ເປີດເຜີຍຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ;
4. ເປີດເຜີຍຂໍ້ມູນຂອງລູກຄ້າໂດຍບໍ່ໄດ້ຮັບອະນຸຍາດ;
5. ດຳເນີນທຸລະກຳໃນບັນຊີຂອງລູກຄ້າ ໂດຍບໍ່ສອດຄ່ອງກັບລະບຽບການ ຫຼື ບໍ່ໄດ້ຮັບອະນຸຍາດ;
6. ສ້າງອຸປະສັກກີດຂວາງ ການປະຕິບັດຂອງເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ ໃນການປະຕິບັດວຽກງານຕິດຕາມ, ກວດກາ ການດຳເນີນທຸລະກິດຂອງທະນາຄານຄຳ;
7. ສົ່ງມອບຄຳປອມ, ບໍ່ມີຄຸນນະພາບ ແລະ ບໍ່ໄດ້ມາດຕະຖານ;
8. ປອມແປງເອກະສານ ແລະ ປິດບັງຂໍ້ມູນຄວາມຈິງ;
9. ພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ.

第ມາດຕາ 4条

第4条 对违规行为的措施
黄金银行,包括管理人员和员工,违反有关商业银行的法律和本协议规定的,将按照关于商业银行违规行为措施的第400/ທຫລ号协议(2022年5月30日)或其后续修订或变更版本执行措施。

ພາສາລາວ (老挝语原文)

ມາດຕາ 4 ມາດຕະການຕໍ່ການລະເມີດ
ທະນາຄານຄຳ ລວມທັງ ຜູ້ບໍລິຫານ ແລະ ພະນັກງານ ທີ່ລະເມີດກົດໝາຍວ່າດ້ວຍທະນາຄານທຸລະກິດ ແລະ ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການຕາມທີ່ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍມາດຕະການຕໍ່ການລະເມີດຂອງທະນາຄານທຸລະກິດ ສະບັບເລກທີ 400/ທຫລ, ລົງວັນທີ 30 ພຶດສະພາ 2022 ຫຼື ສະບັບທີ່ມີການປັບປຸງ ຫຼື ປ່ຽນແປງ ແຕ່ລະໄລຍະ.

第ມາດຕາ 5条

第5条 组织实施
责成商业银行管理司作为主管部门,跟踪和检查本协议的实施,确保取得良好效果。
各商业银行有义务严格遵守本协议。

ພາສາລາວ (老挝语原文)

ມາດຕາ 5 ການຈັດຕັ້ງປະຕິບັດ
ມອບໃຫ້ກົມຄຸ້ມຄອງທະນາຄານທຸລະກິດ ເປັນເຈົ້າການ ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.
ທະນາຄານຄຳ ມີໜ້າທີປະຕິບັດຕາມຂໍ້ຕົກລົງສະບັບນີ້ ຢ່າງເຂັມງວດ.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译