省级灾害管理基金规定
ຂໍ້ຕົກລົງວ່າດ້ວຍ ກອງທຶນຄຸ້ມຄອງໄພພິບັດແຂວງ
Regulations on Provincial Disaster Management Funds
简介
该法规调整波里坎赛省灾害管理基金的设立、筹资、管理与使用,核心是规范基金用于救助自然灾害和人为灾害受害者,并明确各方出资义务。
Summary
This regulation governs the establishment, fundraising, management, and use of the disaster management fund in Bolikhamxay Province, focusing on regulating the fund's use for assisting victims of natural and man-made disasters and specifying the contribution obligations of all parties.
ບົດສະຫຼຸບ
ລະບຽບການນີ້ປັບປຸງການສ້າງຕັ້ງ, ການລະດົມທຶນ, ການຄຸ້ມຄອງ ແລະ ການນຳໃຊ້ກອງທຶນຄຸ້ມຄອງໄພພິບັດໃນແຂວງບໍລິຄຳໄຊ, ເນື້ອໃນຫຼັກແມ່ນຄຸ້ມຄອງການນຳໃຊ້ກອງທຶນເພື່ອຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ ແລະ ໄພທີ່ເກີດຈາກມະນຸດ, ແລະ ກຳນົດພັນທະການປະກອບສ່ວນຂອງທຸກພາກສ່ວນ.
条文
第ມາດຕາ 1条
第1条 省级灾害管理基金
灾害管理基金是波里坎赛省的基金,设在省劳动和社会福利厅,旨在筹集和积累资金,用于救助遭受灾害的受害者,例如:自然灾害和人为灾害。
ພາສາລາວ (老挝语原文)
ມາດຕາ 1 ກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ
ກອງທຶນຄຸ້ມຄອງໄພພິບັດ ແມ່ນກອງທຶນຂອງແຂວງບໍລິຄຳໄຊ ທີ່ຕັ້ງຢູ່ພະແນກແຮງງານ ແລະ ສະຫວັດການສັງຄົມແຂວງ ສ້າງຕັ້ງຂຶ້ນເພື່ອລະດົມ ແລະ ສະສົມທຶນ ນຳໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກຜູ້ປະສົບເຄາະຮ້າຍຈາກໄພພິບັດ ເຊັ່ນ: ໄພພິບັດທີ່ເກີດຂຶ້ນໂດຍທຳມະຊາດ ແລະ ໄພພິບັດທີ່ມະນຸດສ້າງຂຶ້ນ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 基金 指从多个部门积累的资金和物资,用于灾害工作;
2. 管理 指保护和维护资金和物资,以便按照目标使用;
3. 灾害 指由自然或人为引起的严重危险事件,范围广泛,对健康、生命、财产、经济、基础设施以及社会民众的短期和长期生活造成重大损害;
4. 自然灾害 指自然事件、现象和变化,如洪水、干旱、风暴、雾霾、地震、滑坡、病虫害、流行病;
5. 人为灾害 指因人类行为引起的紧急事件和环境危害,如火灾、森林火灾、粉尘、辐射、化学品泄漏、未爆炸弹药、事故;
6. 紧急救助 指立即向受灾者提供紧急援助;
7. 救助物资 指资金、食品、家居用品、衣物、建筑和职业工具;
8. 筹资 指从全社会捐款、公告、领导人和各级灾害管理委员会的要素卡中获得的现金或物资收入;
9. 其他收入 指通过任何形式的筹资活动获得的收入,经领导人和各级灾害管理委员会批准。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ກອງທຶນ ໝາຍເຖິງ ການສະສົມເງິນ ແລະ ວັດຖຸ ທີ່ໄດ້ຈາກຫຼາຍພາກສ່ວນ ເພື່ອຮັບໃຊ້ເຂົ້າໃນວຽກງານໄພພິບັດ;
2. ການຄຸ້ມຄອງ ໝາຍເຖິງການປົກປັກຮັກສາເງິນ ແລະ ວັດຖຸ ເພື່ອນຳໃຊ້ ໃຫ້ຖືກຕາມເປົ້າໝາຍ;
3. ໄພພິບັດ ໝາຍເຖິງເຫດການທີ່ເປັນອັນຕະລາຍຮ້າຍແຮງ ທີ່ເກີດຂຶ້ນຈາກທຳມະຊາດ ຫຼື ມະນຸດສ້າງຂຶ້ນ ທີ່ເປັນວົງກວ້າງ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ສຸຂະພາບ, ຊີວິດ, ຊັບສິນ, ເສດຖະກິດ, ພື້ນຖານໂຄງລ່າງ ແລະ ການດຳລົງຊີວິດຂອງຄົນໃນສັງຄົມ ທັງໄລຍະສັ້ນ ແລະ ໄລຍະຍາວ;
4. ໄພພິບັດທາງທຳມະຊາດ ໝາຍເຖິງເຫດການ, ປາກົດການ ແລະ ການປ່ຽນແປງທາງທຳມະຊາດ ເປັນຕົ້ນ ໄພນໍ້າຖ້ວມ, ໄພແຫ້ງແລ້ງ, ລົມພາຍຸ, ໄພໝອກ, ແຜ່ນດິນໄຫວ, ດິນເຈື່ອນ, ສັດຕູພືດ, ພະຍາດລະບາດ;
5. ໄພພິບັດທີ່ມະນຸດສ້າງຂຶ້ນ ໝາຍເຖິງເຫດການສຸກເສີນ ແລະ ອັນຕະລາຍທາງດ້ານສິ່ງແວດລ້ອມ ເນື່ອງຈາກການກະທຳຂອງມະນຸດ ເປັນຕົ້ນ ອັກຄີໄພ, ໄຟໄໝ້ລາມປ່າ, ຝຸ່ນລະອອງ, ກຳມັນຕະພາບລັງສີ, ສານເຄມີຮົ່ວໄຫຼ, ລະເບີດຕົກຄ້າງທີ່ຍັງບໍ່ທັນແຕກ, ອຸບປະຕິໄພ;
6. ການຊ່ວຍເຫຼືອສຸກເສີນ ໝາຍເຖິງການໃຫ້ການຊ່ວຍເຫຼືອອັນຮີບດ່ວນທັນທີທັນໃດໃຫ້ຜູ້ກຳລັງປະສົບໄພ;
7. ກອງທຶນທີ່ໃຊ້ໃນການຊ່ວຍເຫຼືອ ໝາຍເຖິງເງິນ, ສະບຽງອາຫານ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ, ສິ່ງປຸກສ້າງ ແລະ ເຄື່ອງມືປະກອບອາຊີບ;
8. ການປຸກລະດົມທຶນ ໝາຍເຖິງລາຍຮັບທີ່ເປັນເງິນສົດ ຫຼື ວັດຖຸ ທີ່ໄດ້ຮັບຈາກການປະກອບສ່ວນຂອງທົ່ວສັງຄົມ, ການອອກແຈ້ງການ, ບັດແຜ່ປັດໄຈຂອງການນຳ ແລະ ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ;
9. ລາຍຮັບອື່ນໆ ໝາຍເຖິງລາຍຮັບທີ່ໄດ້ມາຈາກການຈັດກິດຈະກຳລະດົມທຶນໃນຮູບແບບໃດໜຶ່ງ ທີ່ໄດ້ຮັບການອະນຸຍາດຈາກການນຳ ແລະ ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ.
第ມາດຕາ 3条
第4条 国家政策
省级行政机关鼓励和促进个人、法人、所有部门(包括公共和私营部门)在省内为灾害管理基金做出贡献,重视灾害管理基金的管理和使用,使其高效、有效和可持续,为提供预算、车辆、设备、人员以支持灾害管理基金工作的开展创造便利条件。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດ
ອົງການປົກຄອງແຂວງ ຊຸກຍູ້ສົ່ງເສີມບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທຸກພາກສ່ວນທັງພາກລັດ ແລະ ເອກະຊົນພາຍໃນແຂວງ ປະກອບສ່ວນເຂົາໃນກອງທຶນຄຸ້ມຄອງໄພພິບັດ ຖືສຳຄັນໃນການຄຸ້ມຄອງ ແລະ ນຳໃຊ້ກອງທຶນຄຸ້ມຄອງໄພພິບັດໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ມີຄວາມຍືນຍົງ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການສະໜອງງົບປະມານ, ພາຫະນະ, ອຸປະກອນ, ບຸກຄະລາກອນ ໃຫ້ແກ່ການເຄືອນໄຫວວຽກງານກອງທຶນຄຸ້ມຄອງໄພພິບັດ.
第ມາດຕາ 4条
第4条 原则
灾害管理基金的管理和使用遵循以下基本原则:
1. 符合党的路线方针、宪法、法律和法规;
2. 正确按照目标、节约和有效;
3. 灵活、迅速、公正、透明和可检查;
4. 依法定期进行监督和检查;
5. 保障各方的参与和协调。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການ
ການຄຸ້ມຄອງ ແລະ ນຳໃຊ້ກອງທຶນຄຸ້ມຄອງໄພພິບັດ ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:
1. ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ;
2. ຖືກຕ້ອງຕາມເປົ້າໝາຍ, ປະຢັດ ແລະ ມີປະສິດທິຜົນ;
3. ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທຳ, ໂປ່ງໃສ ແລະ ກວດສອບໄດ້;
4. ມີການກວດກາ ແລະ ກວດສອບຢ່າງເປັນປະຈຳ ຕາມກົດໝາຍ;
5. ຮັບປະກັນການມີສ່ວນຮ່ວມ ແລະ ປະສານສົມທົບຂອງທຸກພາກສ່ວນ.
第ມາດຕາ 5条
第5条 对灾害管理基金的义务
按照第(二)项和第(三)项的规定
ພາສາລາວ (老挝语原文)
ມາດຕາ 5 ພັນທະຕໍ່ກອງທຶນຄຸ້ມຄອງໄພພິບັດ
ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ ຂ ແລະ ຂໍ້
第ມາດຕາ 6条
第6条 波里坎赛省境内的个人、法人及组织有义务以现金形式出资。
ພາສາລາວ (老挝语原文)
ມາດຕາ 6 ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຢູ່ພາຍໃນແຂວງບໍລິຄຳໄຊ ມີພັນທະໃນການປະກອບສ່ວນເປັນເງິນ
第ມາດຕາ 7条
第7条 适用范围
本协议适用于在波里坎赛省活动的个人、法人及所有组织。
ພາສາລາວ (老挝语原文)
ມາດຕາ 7 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ ທີ່ເຄື່ອນໄຫວຢູ່ໃນ ແຂວງບໍລິຄຳໄຊ.
第ມາດຕາ 8条
第8条 基金的收入来源
灾害管理基金的主要收入来源如下:
1. 根据年度预算分配的国家预算,包括根据省级政府每年批准的省级应急资金;
2. 强制性缴款收入如下:
- 每户每年10,000基普(贫困和赤贫家庭除外);
- 政治领域、文化-社会领域、法院、检察院、省级群众组织,每个单位每年150,000基普,县级每个单位每年50,000基普;
- 经济领域、省级军事指挥部、省级公安指挥部,每个单位每年300,000基普,县级每个单位每年100,000基普;
- 合伙企业,每个注册单位每年500,000基普;
- 国有企业,每个注册单位每年400,000基普;
- 有限责任公司,每个注册单位每年300,000基普;
- 一人有限责任公司,每个注册单位每年200,000基普;
- 个人企业,每个注册单位每年100,000基普;
3. 紧急灾害期间的资金筹集(捐款)收入;
4. 存放在波里坎赛省经营业务的银行的灾害管理基金存款利息;
5. 其他合法收入。
ພາສາລາວ (老挝语原文)
ມາດຕາ 8 ແຫຼ່ງລາຍຮັບຂອງກອງທຶນ
ແຫຼ່ງລາຍຮັບຂອງກອງທຶນຄຸ້ມຄອງໄພພິບັດ ຕົ້ນຕໍມີດັ່ງນີ້:
1. ງົບປະມານແຫ່ງລັດຕາມການຈັດສັນງົບປະມານປະຈຳປີ ຮ່ວມເງິນແຮສຸກເສີນຂອງແຂວງ ຕາມການອະນຸມັດຂອງອົງການປົກຄອງແຂວງ ແຕ່ລະປີ;
2. ລາຍຮັບຈາກການປະກອບສ່ວນເປັນພັນທະ ມີດັ່ງນີ້:
- 10.000 ກີບຕໍ່ຄອບຄົວຕໍ່ປີ (ຍົກເວັ້ນຄອບຄົວທຸກຍາກ-ອານາຖາ);
- ຂົງເຂດການເມືອງ, ຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດສານ ໄອຍະການ, ອົງການຈັດຕັ້ງມະຫາຊົນ ຂັ້ນແຂວງ ພາກສ່ວນລະ 150.000 ກີບຕໍ່ປີ, ຂັ້ນເມືອງພາກສ່ວນລະ 50.000 ກີບຕໍ່ປີ;
- ຂົງເຂດເສດຖະກິດ, ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ ຂັ້ນແຂວງ ພາກສ່ວນລະ 300.000 ກີບຕໍ່ປີ, ຂັ້ນເມືອງພາກສ່ວນລະ 100.000 ກີບຕໍ່ປີ;
- ວິສາຫະກິດຫຸ້ນສ່ວນ ພາກສ່ວນລະ 500.000 ກີບຕໍ່ທະບຽນຕໍ່ປີ;
- ວິສາຫະກິດຂອງລັດ ພາກສ່ວນລະ 400.000 ກີບຕໍ່ທະບຽນຕໍ່ປີ;
- ບໍລິສັດຈຳກັດ ພາກສ່ວນລະ 300.000 ກີບຕໍ່ທະບຽນຕໍ່ປີ;
- ບໍລິສັດຈຳກັດຜູ້ດຽວ ພາກສ່ວນລະ 200.000 ກີບຕໍ່ທະບຽນຕໍ່ປີ;
- ວິສາຫະກິດສ່ວນບຸກຄົນ ພາກສ່ວນລະ 100.000 ກີບຕໍ່ທະບຽນຕໍ່ປີ;
3. ລາຍຮັບຈາກການລະດົມທຶນ (ປະກອບສ່ວນ) ໄລຍະເກີດໄພພິບັດສຸກເສີນຮີບດ່ວນ;
4. ດອກເບັ້ຍເງິນຝາກກອງທຶນຄຸ້ມຄອງໄພພິບັດຢູ່ທະນາຄານທີ່ດຳເນີນທຸລະກິດຢູ່ແຂວງບໍລິຄຳໄຊ;
5. ລາຍຮັບອື່ນໆທີ່ຖືກຕ້ອງຕາມກົດໝາຍ.
第ມາດຕາ 9条
第9条 收入征收
收入征收委托相关部门征收如下:
甲、省级灾害管理委员会秘书处,以省劳动和社会福利厅为中心,从省级各部门征收义务,在汇总来自省和县的收入后,扣除总额的百分之一(1%),之后按照每年第二季度的规定缴入灾害管理基金;
乙、县级灾害管理委员会秘书处,以县劳动和社会福利办公室为中心,从县级各办公室征收义务,同时还负责从在其县内经营的企业单位征收义务,然后汇总来自村和县的收入,扣除总额的百分之三(3%),之后在每年第一季度内上缴给省级灾害管理委员会秘书处;
丙、村政权组织负责从居住在其村内的家庭征收义务,扣除村级征收金额的百分之十(10%),然后在每年一月内上缴给县劳动和社会福利办公室。
ພາສາລາວ (老挝语原文)
ມາດຕາ 9 ການຈັດເກັບລາຍຮັບ
ການຈັດເກັບລາຍຮັບມອບໃຫ້ພາກສ່ວນກ່ຽວຂ້ອງຈັດເກັບດັ່ງນີ້:
ກ. ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໂດຍແມ່ນພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງເປັນໃຈກາງໃນການຈັດເກັບພັນທະຈາກບັນດາພະແນກການຂັ້ນແຂວງ, ພາຍຫຼັງສັງລວມລາຍຮັບຈາກແຂວງ ແລະ ເມືອງແລ້ວຫັກໄວ້ 1 ສ່ວນຮ້ອຍ (1%) ຂອງມູນຄ່າທັງໝົດ, ຫຼັງຈາກນັ້ນມອບເຂົ້າກອງທຶນຄຸ້ມຄອງໄພພິບັດຕາມລະບຽບການພາຍໃນງວດສອງຂອງທຸກໆປີ;
ຂ. ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໂດຍແມ່ນຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງເປັນໃຈກາງ ໃນການຈັດເກັບພັນທະຈາກບັນດາສຳນັກງານຫ້ອງການຂັ້ນເມືອງ ພ້ອມນີ້ ຍັງເຮັດໜ້າທີ່ເກັບພັນທະຈາກຫົວໜ່ວຍທຸລະກິດທີ່ດຳເນີນທຸລະກິດຢູ່ເມືອງຂອງຕົນ ແລ້ວສັງລວມລາຍຮັບຈາກບ້ານ ແລະ ເມືອງແລ້ວຫັກໄວ້ 3 ສ່ວນຮ້ອຍ (3%) ຂອງມູນຄ່າທັງໝົດ, ຫຼັງຈາກນັ້ນສົ່ງໃຫ້ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງພາຍໃນງວດໜຶ່ງ ຂອງທຸກໆປີ;
ຄ. ອົງການປົກຄອງບ້ານເປັນຜູ້ຈັດເກັບພັນທະຈາກຄອບຄົວທີ່ດຳລົງຊີວິດຢູ່ບ້ານຂອງຕົນ, ຫັກໄວ້ຂັ້ນບ້ານ 10 ສ່ວນຮ້ອຍ (10%) ຂອງມູນຄ່າທີ່ຈັດເກັບໄດ້ ແລ້ວມອບໃຫ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ພາຍໃນເດືອນມັງກອນຂອງທຸກໆປີ.
第ມາດຕາ 10条
第10条 收入管理
灾害管理基金的收入管理如下:
1. 收入管理是在省金库账户和具备条件的商业银行开立账户,根据省基金管理委员会的决定;
2. 可以通过以下两种方式向省灾害管理基金缴款:
- 直接交给省灾害管理基金秘书处;
- 存入省金库账户或基金开立账户的商业银行账户;
每次缴款必须遵守财务原则,并在每年3月31日前完成,缴款后应通知基金秘书处,以便跟踪、检查和监督;
3. 实物收入可按以下方式交付:
实物收入交给省基金秘书处,存放在省劳动和社会福利厅仓库或县劳动和社会福利办公室仓库,并附有正确的接收凭证和收入跟踪账目,以确保不丢失或损坏。
ພາສາລາວ (老挝语原文)
ມາດຕາ 10 ການຄຸ້ມຄອງລາຍຮັບ
ການຄຸ້ມຄອງລາຍຮັບກອງທຶນຄຸ້ມຄອງໄພພິບັດ ມີດັ່ງນີ້:
1. ການຄຸ້ມຄອງລາຍຮັບ ແມ່ນເປີດບັນຊີຢູ່ບັນຊີຄັງເງິນປະຈຳແຂວງ ແລະ ທະນາຄານທຸລະກິດທີ່ມີຄວາມພ້ອມ ຕາມການຕົກລົງຂອງຄະນະຮັບຜິດຊອບກອງທຶນແຂວງ;
2. ສາມາດມອບເງິນເຂົ້າກອງທຶນຄຸ້ມຄອງໄພພິບັດແຂວງ ໄດ້ສອງວິທີ ດັ່ງນີ້:
- ມອບໂດຍກົງໃຫ້ກອງເລຂາຄະນະຮັບຜິດຊອບກອງທຶນຄຸ້ມຄອງໄພພິບັດແຂວງ;
- ມອບເຂົ້າບັນຊີຄັງເງິນປະຈຳແຂວງ ຫຼື ບັນຊີທະນາຄານທຸລະກິດທີ່ກອງທຶນມີບັນຊີ;
ການມອບເງິນແຕ່ລະຄັ້ງ ຕ້ອງປະຕິບັດຕາມຫຼັກການ-ການເງິນ ແລະ ມອບໃຫ້ສຳເລັດກ່ອນວັນທີ 31 ມີນາ ຂອງແຕ່ລະປີ ແລະ ພາຍຫຼັງມອບແລ້ວ ໃຫ້ແຈ້ງກອງເລຂາຄະນະຮັບຜິດຊອບກອງທຶນ ເພື່ອຕິດຕາມ ກວດກາ ແລະ ຄຸ້ມຄອງ;
3. ລາຍຮັບເປັນວັດຖຸ ສາມາດມອບໄດ້ ດັ່ງນີ້:
ລາຍຮັບເປັນວັດຖຸ ມອບໃຫ້ກອງເລຂາຄະນະຮັບຜິດຊອບກອງທຶນແຂວງ ເກັບຮັກສາໄວ້ຢູ່ສາງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຫຼື ສາງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໂດຍມີເອກະສານຢັ້ງຢືນການຮັບຢ່າງຖືກຕ້ອງ ແລະ ມີບັນຊີຕິດຕາມລາຍຮັບ ເພື່ອຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ.
第ມາດຕາ 11条
第11条 支出管理
省级支出管理如下:
1. 有权签署支出命令的人员,按职务如下:
1) 省级灾害管理基金负责委员会主席;
2) 省级灾害管理基金负责委员会副主席;
3) 省级灾害管理基金负责委员会秘书处主任。
2. 每次从基金存款账户中取款,必须有三分之二有权支出命令人的签名,按照签名样式方可取款,且取款金额不得超过基金账户余额的百分之七十(70%),并保留基金的百分之三十(30%);
3. 每次物资支出必须获得批准,并有主席或副主席的支出命令签名,必须有收货和送货的确认,按照劳动和社会福利部的样式;
4. 在紧急情况下,被省级灾害管理委员会主席授权的人可以直接支出基金,用于援助受灾人员;但完成后必须向主席报告。
ພາສາລາວ (老挝语原文)
ມາດຕາ 11 ການຄຸ້ມຄອງລາຍຈ່າຍ
ການຄຸ້ມຄອງລາຍຈ່າຍຂັ້ນແຂວງ ມີດັ່ງນີ້:
1. ຜູ້ທີ່ມີສິດລົງລາຍເຊັນໃນການສັ່ງຈ່າຍ ໂດຍຕຳແໜ່ງດັ່ງນີ້:
1) ປະທານ ຄະນະຮັບຜິດຊອບກອງທຶນຄຸ້ມຄອງໄພພິບັດແຂວງ;
2) ຮອງປະທານ ຄະນະຮັບຜິດຊອບກອງທຶນຄຸ້ມຄອງໄພພິບັດແຂວງ;
3) ຫົວໜ້າກອງເລຂາ ຄະນະຮັບຜິດຊອບກອງທຶນຄຸ້ມຄອງໄພພິບັດແຂວງ.
2. ການຖອນເງິນຈາກບັນຊີເງິນຝາກກອງທຶນ ແຕ່ລະຄັ້ງຕ້ອງມີສອງໃນສາມລາຍເຊັນຂອງຜູ້ມີສິດສັ່ງຈ່າຍ ຕາມແບບພິມລາຍເຊັນຈຶ່ງສາມາດຖອນໄດ້ ແລະ ຈຳນວນເງິນທີ່ຖອນຕ້ອງບໍ່ໃຫ້ເກີນ ເຈັດສິບສ່ວນຮ້ອຍ (70%) ຂອງເງິນກອງທຶນຢູ່ໃນບັນຊີ ແລະ ແຮໄວ້ ສາມສິບສ່ວນຮ້ອຍ (30%) ຂອງກອງທຶນ;
3. ການເບີກຈ່າຍວັດຖຸແຕ່ລະຄັ້ງຕ້ອງໄດ້ຮັບອະນຸຍາດ ແລະ ມີລາຍເຊັນສັ່ງຈ່າຍຂອງປະທານ ຫຼື ຮອງປະທານ, ຕ້ອງມີການຢັ້ງຢືນການຮັບເຄື່ອງ ແລະ ນຳສົ່ງເຄື່ອງ ຕາມແບບພິມຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
4. ໃນກໍລະນີສຸກເສີນ ແມ່ນຜູ້ທີ່ຖືກມອບສິດ ຈາກປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ສາມາດສັ່ງຈ່າຍກອງທຶນໂດຍກົງ ເຂົ້າໃນການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດ; ແຕ່ພາຍຫຼັງສຳເລັດແລ້ວຕ້ອງລາຍງານ ປະທານ.
第ມາດຕາ 12条
第12条 收支总结
每次收支总结,无论是现金还是实物,必须进行登记、支出、正确记账,按照财政部各时期颁布的会计制度,可核查,并定期向省灾害基金负责委员会报告,按月、三个月、六个月、九个月和一年。
ພາສາລາວ (老挝语原文)
ມາດຕາ 12 ການສະຫຼຸບລາຍຮັບ-ລາຍຈ່າຍ
ການສະຫຼຸບລາຍຮັບ-ລາຍຈ່າຍທຸກຄັ້ງ ເປັນເງິນ, ວັດຖຸ ຕ້ອງມີການຈົດເຂົ້າ, ຈົດອອກ, ລົງບັນຊີຖືກຕ້ອງ ຕາມລະບົບບັນຊີຂອງກະຊວງການເງິນວາງອອກແຕ່ລະໄລຍະ ສາມາດກວດສອບໄດ້ ແລະ ລາຍງານຄະນະ ຮັບຜິດຊອບກອງທຶນໄພພິບັດແຂວງ ເປັນເດືອນ, ສາມເດືອນ, ຫົກເດືອນ, ເກົ້າເດືອນ ແລະ ນຶ່ງປີ ເປັນປົກກະຕິ.
本页展示前 12 条,全文共 42 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读