ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງການປຸງແຕ່ງ, ຜະລິດ, ນຳໃຊ້ ຜະລິດຕະພັນຊີວະພາບ, ຢີນ ແລະ ສະເຕັມເຊວ

生物制品、基因与干细胞加工、生产及使用管理规定

Regulations on the Processing, Production, and Use of Biological Products, Genes, and Stem Cells

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການປຸງແຕ່ງ, ການຜະລິດ, ການນຳໃຊ້ ແລະ ການທົດລອງຜະລິດຕະພັນຊີວະພາບ, ພັນທຸກຳ ແລະ ຈຸລັງຕົ້ນຢູ່ໃນລາວ, ໂດຍກຳນົດໃຫ້ບຸກຄົນ ຫຼື ອົງກອນທີ່ດຳເນີນກິດຈະກຳທີ່ກ່ຽວຂ້ອງຕ້ອງໄດ້ຮັບໃບອະນຸຍາດຈາກກະຊວງສາທາລະນະສຸກ ແລະ ປະຕິບັດຕາມລະບຽບການນຳເຂົ້າ, ສົ່ງອອກ ແລະ ຄຸ້ມຄອງຄຸນນະພາບ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການຄຸ້ມຄອງການປຸງແຕ່ງ, ຜະລິດ, ນຳໃຊ້, ທົດລອງ ກ່ຽວກັບ ຜະລິດຕະພັນຊີວະພາບ
ການຄຸ້ມຄອງ ການປຸງແຕ່ງ, ຜະລິດ, ນຳໃຊ້, ທົດລອງ ກ່ຽວກັບ ຜະລິດຕະພັນຊີວະພາບ ແມ່ນ ການຄຸ້ມຄອງທັງໝົດທີ່ກ່ຽວຂ້ອງກັບ ການຄົ້ນຄວ້າ ພິຈາລະນາການລົງທຶນ ທີ່ກ່ຽວຂ້ອງກັບ ການຜະລິດ, ການປຸງແຕ່ງ ແລະ ການນຳເຂົ້າ-ສົ່ງອອກ, ການເກັບຮັກສາ, ການຄົ້ນຄວ້າທົດລອງ, ການຂຶ້ນທະບຽນຜະລິດຕະພັນ, ຕະຫຼອດຮອດ ການກວດກາກ່ອນ ແລະ ຫຼັງ ການນຳໃຊ້ ຫຼື ການຈຳໜ່າຍ ແລະ ຄຸ້ມຄອງຜະລິດຕະພັນຊີວະພາບ.
ການຄຸ້ມຄອງ ການປຸງແຕ່ງ, ຜະລິດ, ນຳໃຊ້, ທົດລອງ ຜະລິດຕະພັນຈຸລັງ ແລະ ສະເຕັມເຊລ ແມ່ນ ຂະບວນການໃນການນຳໃຊ້ວັດຖຸດິບ ທີ່ມາຈາກຊີ້ນສ່ວນຂອງມະນຸດ ຊຶ່ງຕ້ອງຜ່ານການເຫັນດີຈາກຄະນະກຳມະການຈັນຍາທຳ ປະກອບດ້ວຍ ຈຸລັງ ແລະ ສະເຕັມເຊລ ທີ່ຕ້ອງການ ນຳໄປ ປຸງແຕ່ງ ເພື່ອທົດລອງ, ນຳໃຊ້ ຫຼື ນຳໄປ ຜະລິດຜ່ານຂະບວນການ ເປັນຜະລິດຕະພັນ ສຳເລັດຮູບ ແລະ ຜ່ານຂະບວນການທີ່ເປັນມາດຕະຖານທີ່ຜ່ານການຮັບຮອງ ໂດຍການຢັ້ງຢືນສະເພາະຕາມລະບຽບວິຊາການທີ່ກ່ຽວຂ້ອງ.

ມາດຕາ ມາດຕາ 2

ມາດຕາ 4 ຫຼັກການກ່ຽວກັບວຽກງານ ການປຸງແຕ່ງ, ຜະລິດ, ທົດລອງ ແລະ ນຳໃຊ້ ຜະລິດຕະພັນຊີວະພາບ, ຢີນ ແລະ ສະເຕັມເຊວ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດກ່ຽວກັບ ການປຸງແຕ່ງ, ຜະລິດ, ທົດລອງ ແລະ ນຳໃຊ້ ຜະລິດຕະພັນຊີວະພາບ, ຢີນ ແລະ ສະເຕັມເຊວ ເຂົ້າໃນການປິ່ນປົວ ແລະ ເສີມຄວາມງາມ ໃນ ສປປ ລາວ ຕ້ອງໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ.

ມາດຕາ ມາດຕາ 3

ມາດຕາ 3 ນະໂຍບາຍຂອງລັດ
ລັດມີນະໂຍບາຍສົ່ງເສີມ ໃຫ້ທຸກຄົນໃນສັງຄົມ ສາມາດເຂົ້າເຖິງການບໍລິການທີ່ມີຄຸນນະພາບ, ສົ່ງເສີມການດຳເນີນທຸລະກິດ ແລະ ບໍລິການທາງດ້ານສຸຂະພາບ ສອດຄ່ອງຕາມລະບຽບກົດໝາຍ ທາງດ້ານການປຸງແຕ່ງ, ຜະລິດ, ທົດລອງ ແລະ ນຳໃຊ້ ຜະລິດຕະພັນຊີວະພາບ, ຢີນ ແລະ ສະເຕັມເຊວ ໂດຍໃຫ້ກະຊວງສາທາລະນະສຸກເປັນຜູ້ຄຸ້ມຄອງ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 28 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ