ຂໍ້ຕົກລົງ ວ່າດ້ວຍເຂດສະຫງວນຂອງ ວົງວຽນ ແລະ ທາງຫຼວງຢູ່ເຂດພູດອຍທີ່ມີພື້ນທີ່ສູງຊັນ
山区陡坡路段环岛与公路保护区规定
Regulations on Roundabouts and Road Protection Zones in Mountainous Steep Slope Sections
ບົດສະຫຼຸບ
ລະບຽບການນີ້ປັບປຸງການກຳນົດ ແລະ ຄຸ້ມຄອງເຂດປ້ອງກັນທາງຫຼວງບໍລິເວນເກາະກາງທາງແຍກ ແລະ ທາງລາດຊັນເຂດພູດອຍ, ເນື້ອໃນຫຼັກແມ່ນກຳນົດຂອບເຂດເຂດປ້ອງກັນ, ວິທີຄຳນວນພື້ນທີ່ສະຫງວນ ແລະ ມາດຕະຖານການປົກປັກຮັກສາພື້ນທີ່ເທິງດິນ ແລະ ໃຕ້ດິນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ເຂດສະຫງວນຂອງວົງວຽນ ແລະ ທາງຫຼວງຢູ່ເຂດພູດອຍທີ່ມີພື້ນທີ່ສູງຊັນ
ເຂດສະຫງວນຂອງວົງວຽນ ແມ່ນພື້ນທີ່ທັງໝົດທີ່ຢູ່ໃນວົງວຽນ ແລະ ອ້ອມຮອບວົງວຽນ ຢູ່ໜ້າດິນ, ເທິງໜ້າດິນ ແລະ ໃຕ້ດິນ ທີ່ສະຫງວນໄວ້ເພື່ອ ປ້ອງກັນ, ພັດທະນາ ແລະ ຂະຫຍາຍວົງວຽນ.
ເຂດສະຫງວນຂອງທາງຫຼວງຢູ່ເຂດພູດອຍທີ່ມີພື້ນທີ່ສູງຊັນ ແມ່ນພື້ນທີ່ທັງໝົດຂອງທາງຫຼວງເຂດພູດອຍທີ່ມີພື້ນທີ່ສູງຊັນ ຢູ່ໜ້າດິນ, ເທິງໜ້າດິນ ແລະ ໃຕ້ດິນ ທີ່ມີລະດັບຂອງໜ້າດິນແຕກຕ່າງກັນເກີນ 25 ແມັດ ໃນໄລຍະ 1 ກິໂລແມັດ ຊຶ່ງສະຫງວນໄວ້ເພື່ອ ປ້ອງກັນ, ພັດທະນາ ແລະ ຂະຫຍາຍທາງຫຼວງ.
ມາດຕາ ມາດຕາ 2
ມາດຕາ 2 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ແລະ ເຄື່ອນໄຫວ ກ່ຽວກັບວຽກງານເຂດສະຫງວນຂອງ ວົງວຽນ ແລະ ທາງຫຼວງຢູ່ເຂດພູດອຍທີ່ມີພື້ນທີ່ສູງຊັນ ໃນຂອບເຂດທົ່ວປະເທດ.
ມາດຕາ ມາດຕາ 3
ມາດຕາ 4 ການກຳນົດເຂດສະຫງວນຂອງວົງວຽນ ແລະ ທາງຫຼວງຢູ່ເຂດພູດອຍທີ່ມີພື້ນທີ່ສູງຊັນ
ເຂດສະຫງວນຂອງວົງວຽນ ແລະ ທາງຫຼວງຢູ່ເຂດພູດອຍທີ່ມີພື້ນທີ່ສູງຊັນ ກຳນົດດັ່ງນີ້:
1. ເຂດສະຫງວນຢູ່ເທິງດິນຂອງວົງວຽນ;
2. ເຂດສະຫງວນຢູ່ເທິງດິນຂອງທາງຫຼວງຢູ່ເຂດພູດອຍທີ່ມີພື້ນທີ່ສູງຊັນ;
3. ເຂດສະຫງວນຢູ່ເທິງດິນ ແລະ ໃຕ້ດິນຂອງວົງວຽນ ແລະ ທາງຫຼວງຢູ່ເຂດພູດອຍທີ່ມີພື້ນທີ່ສູງຊັນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 18 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ