ຄຳແນະນຳ ກ່ຽວກັບ ການສ້າງຂໍ້ຕົກລົງ
关于制定协议/决定的指导意见
Guidelines on the Formulation of Agreements/Decisions
ບົດສະຫຼຸບ
ຄຳແນະນຳນີ້ໄດ້ລະອຽດຂໍ້ກຳນົດຂອງກົດໝາຍວ່າດ້ວຍການບັນຍັດກົດໝາຍ, ໃຫ້ຂັ້ນຕອນທີ່ເປັນເອກະພາບສຳລັບອົງການກະຊວງ ແລະ ຂັ້ນແຂວງໃນການກຳນົດມະຕິຂອງເຈົ້າແຂວງ, ຮັບປະກັນຄຸນນະພາບ, ຖືກຕ້ອງຕາມກົດໝາຍ ແລະ ຕອບສະໜອງຄວາມຕ້ອງການຂອງສັງຄົມ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ຄຳແນະນຳສະບັບນີ້ວາງອອກເພື່ອຜັນຂະຫຍາຍບາງມາດຕາຂອງກົດໝາຍວ່າດ້ວຍການສ້າງນິຕິກຳ ເຊິ່ງເປັນບ່ອນອີງໃຫ້ແກ່ພະແນກການ, ອົງການທຽບເທົ່າພະແນກການຂັ້ນແຂວງ ໃຫ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ຄົບຖ້ວນ ກ່ຽວກັບບາດກ້າວການສ້າງຂໍ້ຕົກລົງຂອງເຈົ້າແຂວງ ຢ່າງເປັນເອກະພາບກັນ ເຊັ່ນ: ການສ້າງແຜນການ, ການປະເມີນຜົນກະທົບ, ການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ການຂຽນເນື້ອໃນຮ່າງຂໍ້ຕົກລົງ.
ເພື່ອໃຫ້ພະແນກການ, ອົງການທຽບເທົ່າພະແນກການຂັ້ນແຂວງ ສ້າງຂໍ້ຕົກລົງໃຫ້ມີຄຸນນະພາບ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ສອດຄ່ອງຕາມກົດໝາຍວ່າດ້ວຍການສ້າງນິຕິກຳສະບັບປັບປຸງກຳນົດໄວ້.
ເພື່ອເຮັດໃຫ້ຂໍ້ຕົກລົງທີ່ສ້າງນັ້ນ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນກໍຄືສັງຄົມທຸກພາກສ່ວນ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ