信用担保公司规定

ຂໍ້ຕົກລົງວ່າດ້ວຍ ບໍລິສັດຄ້ຳປະກັນສິນເຊື່ອ

Regulations on Credit Guarantee Companies

简介

该法规调整信用担保公司的设立、运营与监管,核心是规范其经营许可、风险管理及担保服务,以促进中小企业融资和金融稳定。

Summary

This regulation governs the establishment, operation, and supervision of credit guarantee companies, focusing on regulating their business licenses, risk management, and guarantee services to promote SME financing and financial stability.

ບົດສະຫຼຸບ

ລະບຽບການນີ້ປັບປຸງການສ້າງຕັ້ງ, ດຳເນີນທຸລະກິດ ແລະ ກຳກັບດູແລບໍລິສັດຄ້ຳປະກັນສິນເຊື່ອ, ເນື້ອໃນຫຼັກແມ່ນຄຸ້ມຄອງໃບອະນຸຍາດປະກອບການ, ການຄຸ້ມຄອງຄວາມສ່ຽງ ແລະ ການບໍລິການຄ້ຳປະກັນ ເພື່ອສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ສະຖຽນລະພາບທາງການເງິນ.

条文

第ມາດຕາ 1条

第1条 目的
本协议规定了关于信用担保公司经营许可、运营、管理和监督的原则、规章和措施,以确保其正确和稳定的运营,旨在为金融基础设施的发展创造条件,便利个人、法人或企业(特别是微型、小型和中型企业)获得资本来源,为国家经济-社会发展做出贡献。
信用担保公司是依法正式设立的金融机构。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ
ຂໍຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການອະນຸຍາດດໍາເນີນທຸລະກິດ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມ ກວດກາ ບໍລິສັດຄໍ້າປະກັນສິນເຊື່ອ ເພື່ອໃຫ້ເຄື່ອນໄຫວຖືກຕ້ອງ ແລະ ໝັ້ນຄົງ ແນໃສ່ສ້າງເງື່ອນໄຂແກ່ການພັດທະນາພື້ນຖານໂຄງລ່າງດ້ານການເງິນ, ອໍານວຍຄວາມສະດວກໃຫ້ແກ່ການເຂົ້າເຖິງແຫຼ່ງທຶນ ຂອງບຸກຄົນ, ນິຕິບຸກຄົນ ຫຼື ວິສາຫະກິດ ໂດຍສະເພາະຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.

ບໍລິສັດຄໍ້າປະກັນສິນເຊື່ອ ແມ່ນ ສະຖາບັນການເງິນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍ.

第ມາດຕາ 2条

第2条 信用担保公司是指从事信用担保业务并按照本协议规定获得许可提供信用担保服务的公司。

ພາສາລາວ (老挝语原文)

ມາດຕາ 2 ບໍລິສັດຄໍ້າປະກັນສິນເຊື່ອ ແມ່ນບໍລິສັດທີ່ປະກອບທຸລະກິດຄໍ້າປະກັນສິນເຊື່ອ ແລະ ໄດ້ຮັບອະນຸຍາດໃຫ້ບໍລິການຄໍ້າປະກັນສິນເຊື່ອ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.

第ມາດຕາ 3条

第3条 词语解释
本协议中使用的词语定义如下:

1. 信贷担保服务 指为借款人对已注册金融机构的债务履行提供担保服务,通过向该金融机构出具信贷担保函,保证信贷担保公司将在被担保借款人无法按合同规定向该金融机构偿还债务时,代为偿还;

2. 已注册金融机构 指受老挝人民民主共和国银行监管的金融机构,已在信贷担保公司注册,成为可根据信贷担保公司规定的条件申请担保的金融机构;

3. 借款人 指从金融机构获得信贷的个人或法人,有义务按合同规定偿还债务;

4. 信贷 指贷款和金融债务;

5. 贷款 指金融机构以一般贷款、透支、预付款及其他老挝人民民主共和国银行规定的贷款形式提供的借款;

6. 金融债务 指金融机构与客户以信贷额度、信用证、保函、付款保函等形式达成的合同义务,以及其他老挝人民民主共和国银行规定的形式;

7. 管理人员 指董事会成员、董事会委员会成员、总经理、部门负责人、科室负责人和分支机构负责人;

8. 关联借款人 指两个或两个以上相互关联的借款人,具体如下:
- 其中一名借款人对另一名借款人拥有控制权;
- 同一人对所有借款人拥有控制权;
- 用于偿还债务的资金来源对所有借款人相同;
- 借款人之间存在密切的内部关系,若其中一名借款人遇到财务困难,其他借款人或所有借款人也可能遇到同样的问题。

9. 控制权 指个人或法人在某一企业中的权力,具体如下:
1) 直接或间接持有该企业有表决权股份的百分之五十或以上;
2) 能够选举该企业董事会或同等机构的多数成员;
3) 有权控制管理层的决策或公司政策的制定;
4) 能够指示或指导该企业董事会多数成员或持有该企业有表决权股份百分之五十或以上的股东,按照其意愿行事,以经营该企业。

10. 一级资本 指信贷担保公司用于吸收损失的核心资本,根据老挝人民民主共和国银行的规定确定。

11. 适当人选 指任何人,其历史表明其诚实、可信、公正、廉洁、决策正确,并具备相关管理职位、大股东或老挝人民民主共和国银行规定的适当专业资格、资质和经验。

ພາສາລາວ (老挝语原文)

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ການໃຫ້ບໍລິການຄ້ຳປະກັນສິນເຊື່ອ ໝາຍເຖິງ ການໃຫ້ບໍລິການຄ້ຳປະກັນການປະຕິບັດພັນທະຂອງຜູ້ກູ້ຢືມຕໍ່ກັບເຈົ້າໜີ້ ຊຶ່ງເປັນສະຖາບັນການເງິນທີ່ໄດ້ລົງທະບຽນ ດ້ວຍການອອກຫັງສືຄ້ຳປະກັນສິນເຊື່ອໃຫ້ແກ່ສະຖາບັນການເງິນດັ່ງກ່າວ ເພື່ອຮັບປະກັນວ່າ ບໍລິສັດຄ້ຳປະກັນສິນເຊື່ອ ຈະຊຳລະໜີ້ແທນຜູ້ກູ້ຢືມ ທີ່ໄດ້ຮັບການຄ້ຳປະກັນ ໃນກໍລະນີທີ່ຜູ້ກູ້ຢືມດັ່ງກ່າວ ບໍ່ສາມາດຊຳລະໜີ້ໃຫ້ສະຖາບັນການເງິນນັ້ນ ຕາມທີ່ໄດ້ກຳນົດໄວ້ໃນສັນຍາ;

2. ສະຖາບັນການເງິນທີ່ໄດ້ລົງທະບຽນ ໝາຍເຖິງ ສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ຊຶ່ງໄດ້ລົງທະບຽນນຳບໍລິສັດຄ້ຳປະກັນສິນເຊື່ອ ເພື່ອກາຍເປັນສະຖາບັນການເງິນ ທີ່ສາມາດຂໍການຄ້ຳປະກັນ ຕາມເງື່ອນໄຂທີ່ບໍລິສັດຄ້ຳປະກັນສິນເຊື່ອ ກຳນົດ;

3. ຜູ້ກູ້ຢືມ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ຮັບສິນເຊື່ອຈາກສະຖາບັນການເງິນ ຊຶ່ງມີພັນທະໃນການຊຳລະໜີ້ ຕາມທີ່ໄດ້ກຳນົດໄວ້ໃນສັນຍາ;

4. ສິນເຊື່ອ ໝາຍເຖິງ ເງິນກູ້ ແລະ ພາລະຜູກພັນທາງການເງິນ;

5. ເງິນກູ້ ໝາຍເຖິງ ເງິນທີ່ສະຖາບັນການເງິນໃຫ້ກູ້ຢືມໃນຮູບແບບ ເງິນກູ້ທົ່ວໄປ, ເງິນເບີກເກີນບັນຊີ, ເງິນຈ່າຍລ່ວງໜ້າ ແລະ ເງິນກູ້ປະເພດອື່ນ ຕາມການກຳນົດຂອງທະນາຄານແຫ່ງ ສປປ ລາວ;

6. ພາລະຜູກພັນທາງການເງິນ ໝາຍເຖິງ ຂໍ້ຜູກພັນໃນສັນຍາທີ່ສະຖາບັນການເງິນໄດ້ຕົກລົງກັບລູກຄ້າໃນຮູບແບບ: ວົງເງິນສິນເຊື່ອ, ບັງສືສິນເຊື່ອ, ຫັງສືຄ້ຳປະກັນ, ຫັງສືຮັບຮອງການຈ່າຍເງິນ ແລະ ອື່ນໆ ຕາມການກຳນົດຂອງທະນາຄານແຫ່ງ ສປປ ລາວ;

7. ຜູ້ບໍລິຫານ ໝາຍເຖິງ ສະມາຊິກສະພາບໍລິຫານ, ສະມາຊິກຄະນະກຳມະການຂອງສະພາບໍລິຫານ, ຄະນະອຳນວຍການ, ຄະນະຝ່າຍ, ຄະນະພະແນກ ແລະ ຄະນະສາຂາ;

8. ຜູ້ກູ້ຢືມທີ່ກ່ຽວຂ້ອງກັນ ໝາຍເຖິງ ຜູ້ກູ້ຢືມແຕ່ສອງ ຫຼື ຫຼາຍກວ່າສອງ ລາຍ ທີ່ກ່ຽວຂ້ອງກັນ ດັ່ງນີ້:
- ໜຶ່ງໃນຜູ້ກູ້ຢືມເຫຼົ່ານັ້ນ ມີອຳນາດຄວບຄຸມຜູ້ກູ້ຢືມລາຍອື່ນ;
- ບຸກຄົນດຽວກັນເປັນຜູ້ມີອຳນາດຄວບຄຸມ ຜູ້ກູ້ຢືມທັງສອງ ຫຼື ທັງໝົດ;
- ແຫຼ່ງທຶນທີ່ຈະນຳມາຊຳລະໜີ້ ແມ່ນແຫຼ່ງດຽວກັນສຳລັບຜູ້ກູ້ຢືມ ທັງສອງ ຫຼື ທັງໝົດ;
- ຜູ້ກູ້ຢືມ ມີສາຍພົວພັນພາຍໃນຫຼາຍ ຊຶ່ງຖ້າຜູ້ກູ້ຢືມຜູ້ໃດໜຶ່ງ ປະສົບບັນຫາຄວາມຫຍຸ້ງຍາກທາງການເງິນ, ຜູ້ກູ້ຢືມອື່ນ ຫຼື ທັງໝົດ ອາດປະສົບບັນຫາ ເຊັ່ນດຽວກັນ.

9. ອຳນາດຄວບຄຸມ ໝາຍເຖິງ ການທີ່ບຸກຄົນ ຫຼື ນິຕິບຸກຄົນ ໃດໜຶ່ງ ມີອຳນາດໃນວິສາຫະກິດໃດໜຶ່ງ ດັ່ງນີ້:
1) ຖືຮຸ້ນທາງກົງ ຫຼື ທາງອ້ອມ ແຕ່ຫ້າສິບ ສ່ວນຮ້ອຍ ຂຶ້ນໄປ ຂອງຈຳນວນຮຸ້ນ ທີ່ສາມາດລົງຄະແນນສຽງໄດ້ ຂອງວິສາຫະກິດດັ່ງກ່າວ;
2) ສາມາດເລືອກຕັ້ງສະມາຊິກສະພາບໍລິຫານ ຫຼື ທຽບເທົ່າ ໃນຈຳນວນສຽງສ່ວນໃຫຍ່ ຂອງວິສາຫະກິດນັ້ນ;
3) ມີອຳນາດຄວບຄຸມ ການຕັດສິນໃຈຂອງຜູ້ບໍລິຫານ ຫຼື ການວາງນະໂຍບາຍຂອງບໍລິສັດ;
4) ສາມາດສັ່ງ ຫຼື ຊີ້ນຳ ສະມາຊິກສະພາບໍລິຫານສ່ວນໃຫຍ່ ຫຼື ຜູ້ຖືຮຸ້ນ ທີ່ຖືຮຸ້ນ ແຕ່ຫ້າສິບສ່ວນຮ້ອຍ ຂຶ້ນໄປ ຂອງຈຳນວນຮຸ້ນ ທີ່ສາມາດລົງຄະແນນສຽງໄດ້ ຂອງວິສາຫະກິດນັ້ນ ໃຫ້ປະຕິບັດຕາມຄວາມຕ້ອງການຂອງຕົນ ໃນການດຳເນີນກິດຈະການຂອງວິສາຫະກິດນັ້ນ.

10. ທຶນຊັ້ນໜຶ່ງ ໝາຍເຖິງ ທຶນຕົ້ນຕໍ ທີ່ໃຊ້ເປັນທຶນຮອງຮັບຄວາມເສຍຫາຍ ຂອງບໍລິສັດຄ້ຳປະກັນສິນເຊື່ອ ຕາມການກຳນົດຂອງທະນາຄານແຫ່ງ ສປປ ລາວ.

11. ຜູ້ທີ່ມີຄວາມເໝາະສົມ ໝາຍເຖິງ ບຸກຄົນໃດໜຶ່ງ ທີ່ມີປະຫວັດສະແດງໃຫ້ເຫັນເຖິງ ຄວາມຈິງໃຈ, ຄວາມໜ້າເຊື່ອຖື, ຄວາມເປັນທຳ, ຄວາມຊື່ສັດບໍລິສຸດ, ການຕັດສິນໃຈທີ່ຖືກຕ້ອງ ພ້ອມທັງມີຄຸນສົມບັດດ້ານວິຊາຊີບ, ຄຸນວຸດທິ ແລະ ປະສົບການທີ່ເໝາະສົມ ສຳລັບຕຳແໜ່ງຜູ້ບໍລິຫານທີ່ກ່ຽວຂ້ອງ, ຜູ້ຖືຮຸ້ນລາຍໃຫຍ່ ຫຼື ຕາມການກຳນົດຂອງທະນາຄານແຫ່ງ ສປປ ລາວ.

第ມາດຕາ 4条

第4条 关于信贷担保业务活动的原则
信贷担保业务活动必须遵循以下原则:
1. 符合法律法规;
2. 确保透明度和可检查性;
3. 确保公平和公正;
4. 在维护财务稳健的基础上进行。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບການເຄື່ອນໄຫວວຽກງານຄໍ້າປະກັນສິນເຊື່ອ
ການເຄື່ອນໄຫວວຽກງານຄໍ້າປະກັນສິນເຊື່ອ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
2. ຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້;
3. ຮັບປະກັນຄວາມສະເໝີພາບ ແລະ ຍຸຕິທຳ;
4. ດຳເນີນບົນພື້ນຖານການຮັກສາຄວາມໝັ້ນຄົງທາງດ້ານການເງິນ.

第ມາດຕາ 5条

第5条 适用范围
本协议适用于在老挝人民民主共和国境内从事与信用担保工作相关的个人、法人及国家组织。

ພາສາລາວ (老挝语原文)

ມາດຕາ 5 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງລັດ ທີ່ເຄື່ອນໄຫວກ່ຽວຂ້ອງກັບວຽກງານຄ້ຳປະກັນສິນເຊື່ອ ຢູ່ ສປປ ລາວ.

第ມາດຕາ 5条

第5条 设立形式
信用担保公司必须按照企业法规定的公司形式设立和经营业务。

ພາສາລາວ (老挝语原文)

ມາດຕາ 5 ຮູບການສ້າງຕັ້ງ
ບໍລິສັດຄ້າປະກັນສິນເຊື່ອ ຕ້ອງສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ຮູບການບໍລິສັດ ຕາມທີ່ໄດ້ກຳ
ນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ.

第ມາດຕາ 6条

第6条 申请经营业务
有意申请经营信贷担保业务的个人、法人及国家组织,必须先向工业和贸易部门进行企业注册。之后,再编制文件向商业银行管理局申请经营业务许可。

ພາສາລາວ (老挝语原文)

ມາດຕາ 6 ການຂໍອະນຸຍາດດຳເນີນທຸລະກິດ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງລັດ ທີ່ມີຈຸດປະສົງຂໍອະນຸຍາດດຳເນີນທຸລະກິດຄໍ້າປະກັນສິນເຊື່ອ ຕ້ອງຂຶ້ນທະບຽນວິສາຫະກິດຈາກຂະແໜງອຸດສາຫະກຳ ແລະ ການຄ້າ ກ່ອນ. ຫຼັງຈາກນັ້ນ ຈຶ່ງປະກອບສຳນວນເອກະສານຍື່ນຂໍອະນຸຍາດດຳເນີນທຸລະກິດ ນຳກົມຄຸ້ມຄອງທະນາຄານທຸລະກິດ.

第ມາດຕາ 7条

第7条 申请经营许可证的文件
申请经营许可证的文件包括以下文件:

1. 综合文件:

1) 根据老挝人民民主共和国银行格式的营业许可证申请书;

2) 企业登记证副本;

3) 合资协议或公司设立协议(独资有限责任公司除外);

4) 股东大会关于批准经济技术可行性研究报告、章程及任命首届管理人员的决议(独资有限责任公司除外);

5) 经济技术可行性研究报告;

6) 章程;

7) 资金来源证明文件,须经接受该资金来源的金融机构证明(对于货币形式的资金来源),由相关资产管理登记机构证明(对于已登记管理的实物形式的资金来源),以及相关的买卖文件(对于未登记管理的实物形式的资金来源)。用于出资的资金来源证明文件必须包括相关创始股东最近六个月的银行对账单,由接受该资金来源的金融机构出具,以及关于该资金来源取得的说明及相关证明文件;

8) 同意老挝人民民主共和国银行可以检查资金来源的书面同意书;

9) 关于申请经营许可证者及管理人员(如申请人为法人)以及将被任命为申请设立公司的管理人员的犯罪记录或与犯罪有关的信息报告,或任何国内外机构发现的负面信息,按照老挝人民民主共和国银行规定的格式;

10) 授权委托书(如委托他人代为办理经营许可证申请);

11) 申请经营许可证者及管理人员的简历、学历证明、培训证明、经验及专业资格;

12) 老挝公民的住址通知及身份证副本;

13) 外国人的护照副本及住址通知或类似文件,须经相关国家机构认证;

14) 关于会计、风险管理、内部审计、人事管理、产品服务等方面的操作手册。

对于由国家设立并持有百分之百股份的信贷担保公司申请经营许可证,无需提供第3、7、8、9、12和13项规定的文件;或者在国家与其他方共同持股的情况下,作为国家的股东无需提供第7、8、9、12和13项规定的文件。对于作为公务员的管理人员,无需提供第9项规定的文件。

2. 对于作为法人的股东的文件:

1) 经外部审计机构审计的最近连续三年的财务状况证明文件;

2) 该法人全部股权结构的证明文件,包括从持股中实际受益的人;

3) 董事会、股东大会或有权机构关于决定在老挝人民民主共和国设立信贷担保公司的决议;

4) 有权机构允许在老挝人民民主共和国设立信贷担保公司的许可文件,依据相关国家法律法规(适用于外国法人);

5) 有权机构关于最近三年遵守稳健性规定的证明文件(适用于金融机构)。

3. 对于作为个人的股东的文件,包括按照老挝人民民主共和国银行格式的资产负债申报表。

本条第一款第3项和第6项规定的文件必须经老挝人民民主共和国法院登记机构认证。

申请经营许可证的文件必须以老挝语提交。对于从外语翻译成老挝语的文件,必须经老挝人民民主共和国法院登记机构或依法获得许可的翻译企业认证翻译的准确性。

ພາສາລາວ (老挝语原文)

ມາດຕາ 7 ສຳນວນເອກະສານຂໍອະນຸຍາດດຳເນີນທຸລະກິດ
ສຳນວນເອກະສານຂໍອະນຸຍາດດຳເນີນທຸລະກິດ ປະກອບດ້ວຍ ເອກະສານຕົນຕໍ ດັ່ງນີ້:

1. ເອກະສານລວມ:

1) ຄຳຮ້ອງຂໍອະນຸຍາດດຳເນີນທຸລະກິດ ຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ;

2) ສຳເນົາໃບທະບຽນວິສາຫະກິດ;

3) ສັນຍາຮ່ວມທຶນ ຫຼື ສັນຍາຮ່ວມສ້າງຕັ້ງບໍລິສັດ (ຍົກເວັ້ນກໍລະນີສ້າງຕັ້ງເປັນບໍລິສັດຈຳກັດຜູ້ດຽວ);

4) ມະຕິກອງປະຊຸມຂອງຜູ້ຖືຮຸ້ນ ກ່ຽວກັບການຮັບຮອງບົດວິເຄາະເສດຖະກິດ-ເຕັກນິກ, ກົດລະບຽບ ແລະ ການແຕ່ງຕັ້ງຜູ້ບໍລິຫານຊຸດທຳອິດ (ຍົກເວັ້ນກໍລະນີສ້າງຕັ້ງເປັນບໍລິສັດຈຳກັດຜູ້ດຽວ);

5) ບົດວິເຄາະເສດຖະກິດ-ເຕັກນິກ;

6) ກົດລະບຽບ;

7) ເອກະສານຢັ້ງຢືນແຫຼ່ງທຶນ ໂດຍໄດ້ຮັບການຢັ້ງຢືນຈາກສະຖາບັນການເງິນທີ່ຮັບຝາກແຫຼ່ງທຶນດັ່ງກ່າວ (ສຳລັບແຫຼ່ງທຶນທີ່ເປັນເງິນ), ຈາກອົງການຄຸ້ມຄອງທະບຽນຊັບສິນທີ່ກ່ຽວຂ້ອງ (ສຳລັບແຫຼ່ງທຶນທີ່ເປັນວັດຖຸຊຶ່ງມີການຈົດທະບຽນຄຸ້ມຄອງ) ແລະ ເອກະສານຊື້-ຂາຍທີ່ກ່ຽວຂ້ອງ (ສຳລັບແຫຼ່ງທຶນທີ່ເປັນວັດຖຸຊຶ່ງບໍ່ມີການຈົດທະບຽນຄຸ້ມຄອງ). ເອກະສານຫຼັກຖານຢັ້ງຢືນແຫຼ່ງທຶນທີ່ຈະມາປະກອບທຶນ ຕ້ອງປະກອບດ້ວຍ ໃບສະກັດກາຍບັນຊີຫົກເດືອນຍ້ອນຫຼັງ ຂອງຜູ້ຖືຮຸ້ນສ້າງຕັ້ງທີ່ກ່ຽວຂ້ອງ ຊຶ່ງອອກໂດຍສະຖາບັນການເງິນທີ່ຮັບຝາກແຫຼ່ງທຶນດັ່ງກ່າວ, ຄຳຊີ້ແຈງກ່ຽວກັບການໄດ້ມາຂອງແຫຼ່ງທຶນດັ່ງກ່າວ ພ້ອມດ້ວຍເອກະສານຢັ້ງຢືນທີ່ກ່ຽວຂ້ອງ;

8) ໜັງສືຍິນຍອມໃຫ້ທະນາຄານແຫ່ງ ສປປ ລາວ ສາມາດກວດສອບແຫຼ່ງທຶນ;

9) ໃບລາຍງານຂໍ້ມູນປະຫວັດອາຊະຍາກຳ ຫຼື ການກ່ຽວພັນກັບອາຊະຍາກອນ ທັງພາຍໃນ ແລະ ຕ່າງປະເທດ ຫຼື ບັນດາຂໍ້ມູນດ້ານລົບທີ່ອົງການໃດໜຶ່ງ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຄົ້ນພົບກ່ຽວກັບຜູ້ຂໍອະນຸຍາດດຳເນີນທຸລະກິດ ແລະ ຜູ້ບໍລິຫານ ຂອງຜູ້ຂໍສ້າງຕັ້ງທີ່ເປັນນິຕິບຸກຄົນ ແລະ ຜູ້ທີ່ຈະຖືກແຕ່ງຕັ້ງເປັນຜູ້ບໍລິຫານຂອງບໍລິສັດທີ່ຂໍສ້າງຕັ້ງ ຕາມແບບພິມທີ່ທະນາຄານແຫ່ງ ສປປ ລາວ ກຳນົດ;

10) ໃບມອບສິດໃຫ້ຜູ້ຕາງໜ້າ (ໃນກໍລະນີມອບໃຫ້ຜູ້ອື່ນຕາງໜ້າດຳເນີນການຂໍອະນຸຍາດດຳເນີນທຸລະກິດແທນ);

11) ຊີວະປະຫວັດ, ໃບຢັ້ງຢືນຄຸນວຸດທິ, ໃບຢັ້ງຢືນການຜ່ານງານ, ປະສົບການ ແລະ ວິຊາຊີບຂອງຜູ້ຂໍອະນຸຍາດດຳເນີນທຸລະກິດ ແລະ ຜູ້ບໍລິຫານ;

12) ໃບແຈ້ງທີ່ຢູ່ ແລະ ສຳເນົາບັດປະຈຳຕົວ ສຳລັບພົນລະເມືອງລາວ;

13) ສຳເນົາໜັງສືຜ່ານແດນ ແລະ ໃບແຈ້ງທີ່ຢູ່ ຫຼື ເອກະສານທີ່ຄ້າຍຄືກັນ ໂດຍມີການຢັ້ງຢືນຈາກອົງການຂອງປະເທດທີ່ກ່ຽວຂ້ອງ ສຳລັບຄົນຕ່າງປະເທດ;

14) ຄູ່ມືດຳເນີນງານກ່ຽວກັບວຽກງານບັນຊີ, ການບໍລິຫານຄວາມສ່ຽງ, ການກວດກາພາຍໃນ, ການຄຸ້ມຄອງພະນັກງານ, ການບໍລິການຜະລິດຕະພັນ ແລະ ອື່ນໆ.

ສຳລັບການຂໍອະນຸຍາດດຳເນີນທຸລະກິດຂອງບໍລິສັດຄ້າປະກັນສິນເຊື່ອ ທີ່ລັດສ້າງຕັ້ງຂຶ້ນ ແລະ ຖືຮຸ້ນ ຮ້ອຍສ່ວນຮ້ອຍ ບໍ່ຈຳເປັນປະກອບເອກະສານຕາມຂໍ້ 3, 7, 8, 9, 12 ແລະ 13 ຫຼື ໃນກໍລະນີລັດຮ່ວມຖືຮຸ້ນກັບພາກສ່ວນອື່ນ ຜູ້ຖືຮຸ້ນທີ່ເປັນລັດ ບໍ່ຈຳເປັນປະກອບເອກະສານຕາມຂໍ້ 7, 8, 9, 12 ແລະ 13. ສຳລັບຜູ້ບໍລິຫານທີ່ເປັນພະນັກງານ-ລັດຖະກອນ ບໍ່ຈຳເປັນປະກອບເອກະສານຕາມຂໍ້ 9.

2. ເອກະສານສຳລັບຜູ້ຖືຮຸ້ນທີ່ເປັນນິຕິບຸກຄົນ:

1) ເອກະສານຢັ້ງຢືນຖານະການເງິນ ໂດຍໄດ້ຮັບການກວດສອບຈາກອົງການກວດສອບພາຍນອກ ສາມປີຍ້ອນຫຼັງຕໍ່ເນື່ອງ;

2) ເອກະສານຢັ້ງຢືນໂຄງສ້າງການຖືຮຸ້ນທັງໝົດ ຂອງນິຕິບຸກຄົນດັ່ງກ່າວ ລວມທັງຜູ້ໄດ້ຮັບຜົນປະໂຫຍດທີ່ແທ້ຈິງຈາກການຖືຮຸ້ນ;

3) ມະຕິຕົກລົງຂອງສະພາບໍລິຫານ, ກອງປະຊຸມຜູ້ຖືຮຸ້ນ ຫຼື ຜູ້ທີ່ມີສິດອຳນາດ ກ່ຽວກັບການຕົກລົງສ້າງຕັ້ງບໍລິສັດຄ້າປະກັນສິນເຊື່ອ ຢູ່ ສປປ ລາວ;

4) ໜັງສືອະນຸຍາດຈາກອົງການທີ່ມີສິດອຳນາດ ໃຫ້ມາສ້າງຕັ້ງບໍລິສັດຄ້າປະກັນສິນເຊື່ອ ຢູ່ ສປປ ລາວ ຕາມລະບຽບກົດໝາຍຂອງປະເທດທີ່ກ່ຽວຂ້ອງ (ສຳລັບນິຕິບຸກຄົນຕ່າງປະເທດ);

5) ໜັງສືຢັ້ງຢືນກ່ຽວກັບການປະຕິບັດລະບຽບການຮັກສາຄວາມໝັ້ນຄົງ ຈາກອົງການທີ່ມີສິດອຳນາດ ໃນໄລຍະ ສາມ ປີຍ້ອນຫຼັງ (ສຳລັບສະຖາບັນການເງິນ).

3. ເອກະສານສຳລັບຜູ້ຖືຮຸ້ນທີ່ເປັນບຸກຄົນ ປະກອບດ້ວຍໃບແຈ້ງຊັບສິນ-ໜີ້ສິນ ຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ.

ສຳນວນເອກະສານທີ່ກຳນົດໄວ້ໃນຂໍ້ 1 (3) ແລະ (6) ຂອງມາດຕານີ້ ຕ້ອງໄດ້ຮັບການຢັ້ງຢືນຄວາມຖືກຕ້ອງ ໂດຍອົງການທະບຽນສານຂອງ ສປປ ລາວ.

ສຳນວນເອກະສານຂໍອະນຸຍາດດຳເນີນທຸລະກິດ ຕ້ອງປະກອບເປັນພາສາລາວ. ສຳລັບເອກະສານທີ່ມີການແປຈາກພາສາຕ່າງປະເທດເປັນພາສາລາວ ຕ້ອງໄດ້ຮັບການຢັ້ງຢືນຄວາມຖືກຕ້ອງຂອງການແປ ໂດຍອົງການທະບຽນສານຂອງ ສປປ ລາວ ຫຼື ວິສາຫະກິດທີ່ດຳເນີນທຸລະກິດແປພາສາ ຊຶ່ງໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

第ມາດຕາ 8条

第8条 审议经营许可申请卷宗

在收到正确且完整的经营许可申请卷宗后,按照本决定的规定,商业银行监管司将对申请卷宗进行审议,并在三十天内向申请人通知原则同意或拒绝经营许可。

ພາສາລາວ (老挝语原文)

ມາດຕາ 8 ການພິຈາລະນາສຳນວນຄຳຮ້ອງຂໍອະນຸຍາດດຳເນີນທຸລະກິດ

ພາຍຫຼັງທີ່ໄດ້ຮັບສຳນວນຄຳຮ້ອງຂໍອະນຸຍາດດຳເນີນທຸລະກິດ ຢ່າງຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນຂໍຕົກລົງສະບັບນີ້ ກົມຄຸ້ມຄອງທະນາຄານທຸລະກິດ ຈະພິຈາລະນາສຳນວນຄຳຮ້ອງ ແລະ ແຈ້ງຕອບເຫັນດີທາງດ້ານຫຼັກການ ຫຼື ປະຕິເສດການຂໍອະນຸຍາດດຳເນີນທຸລະກິດ ໃຫ້ຜູ້ຂໍອະນຸຍາດດຳເນີນທຸລະກິດ ພາຍໃນເວລາສາມສິບວັນ.

第ມາດຕາ 9条

第9条 出具原则性同意书

商业银行监管司将出具原则性同意书,如果认为申请人提交的文件齐全、正确,符合本协议第8条的规定,具有良好、合理且可行的经济技术分析,具有严密、完整且符合老挝人民民主共和国法律的规章制度,并具备以下完整条件:
1. 对于作为法人的股东:
- 连续三年经营盈利且无累计亏损;
- 财务状况良好,资金来源充足、清晰且符合法律规定;
- 股权结构清晰且真实;
- 不参与洗钱或恐怖融资。
2. 对于作为自然人的股东:
- 若为主要股东,须具备适当的资质和经验;
- 为适当人选;
- 未曾因盗窃、诈骗、侵占、伪造文件、受贿或行贿、贪污、洗钱、恐怖融资或其他金融货币相关刑事犯罪被法院判刑;
- 不在洗钱或恐怖融资黑名单中。
3. 对于管理人员:
- 具有良好的品行;
- 为适当人选;
- 具有管理经验和知识、能力,适合所负责的职务;
- 未曾因盗窃、诈骗、侵占、伪造文件、受贿或行贿、贪污、洗钱、恐怖融资或其他金融货币相关刑事犯罪被法院判刑;
- 未曾被免去其他法人管理人员职务,未曾被法院宣告破产,或曾担任其他法人管理人员,因其作为或疏忽导致该法人根据法院判决破产。

获得原则性同意书的人不得开展业务,但可用于作为参考依据以履行准备条件,该同意书有效期为一百二十天,自签署之日起计算。获得原则性同意书的人必须按照本协议第12条规定的条件履行准备条件。若未能在上述期限内履行准备条件,原则性同意书将失效。

获得原则性同意书的人完成上述准备条件后,商业银行监管司将进行实地检查,以考虑颁发经营许可证。

ພາສາລາວ (老挝语原文)

ມາດຕາ 9 ການອອກຫັງສືເຫັນດີທາງດ້ານຫຼັກການ

ກົມຄຸ້ມຄອງທະນາຄານທຸລະກິດ ຈະອອກຫັງສຶເຫັນດີທາງດ້ານຫຼັກການ ຖ້າເຫັນວາຜູ້ຂໍອະນຸຍາດດຳເນີນທຸລະກິດ ປະກອບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີໄດ້ກຳນົດໄວ້ໃນມາດຕາ 8 ຂອງຂໍ້ຕົກລົງສະບັບນີ້, ມີບົດວິພາກເສດຖະກິດ-ເຕັກນິກທີດີ, ສົມເຫດສົມຜົນ ແລະ ສາມາດຈັດຕັ້ງປະຕິບັດໄດ້, ມີກົດລະບຽບທີຮັດກຸມ, ຄົບຖ້ວນ ແລະ ສອດຄອງກັບກົດບນາຍຂອງ ສປປ ລາວ ພ້ອມທັງມີເງຶອນໄຂຄົບຖ້ວນ ດັ່ງນີ້:
1. ສຳລັບຜູ້ຖືຮຸ້ນທີ່ເປັນນິຕິບຸກຄົນ:
- ການດຳເນີນທຸລະກິດໄລຍະ ສາມປີ ມີຜົນກຳໄລຕໍ່ເນືອງ ແລະ ບໍ່ມີການຂາດທຶນສະສົມ;
- ມີຖານະການເງິນດີ, ມີແຫຼ່ງທຶນພຽງພໍ, ຈະແຈ້ງ ແລະ ຖືກຕ້ອງຕາມກົດບນາຍ;
- ມີໂຄງປະກອບຜູ້ຖືຮຸ້ນຂອງຕົນ ທີ່ຈະແຈ້ງ ແລະ ເປັນຈິງ;
- ບໍ່ມີສ່ວນຮ່ວມໃນການຟອກເງິນ ຫຼື ການສະໜອງທຶນໃຫ້ແກການກໍ່ການຮ້າຍ.
2. ສຳລັບຜູ້ຖືຮຸ້ນທີ່ເປັນບຸກຄົນ:
- ກໍລະນີເປັນຜູ້ຖືຮຸ້ນລາຍໃຫຍ່, ຕ້ອງມີຄຸນວຸດທິ ແລະ ປະສົບການທີ່ເໝາະສົມ;
- ເປັນຜູ້ທີ່ມີຄວາມເໝາະສົມ;
- ບໍ່ເຄີຍຖືກສານຕັດສິນລົງໂທດທາງອາຍາໃນສະຖານລັກຊັບ, ສໍ້ໂກງຊັບ, ຍັກຍອກຊັບ, ປອມແປງເອກະສານ, ຮັບ ຫຼື ໃຫ້ສິນບົນ, ສໍ້ລາດບັງຫຼວງ, ການຟອກເງິນ, ການສະໜອງທຶນໃຫ້ແກການກໍ່ການຮ້າຍ ຫຼື ການກະທຳຜິດທາງອາຍາອື່ນ ທີ່ກ່ຽວຂ້ອງທາງດ້ານການເງິນ-ເງິນຕາ;
- ບໍ່ຢູ່ໃນບັນຊີດຳກ່ຽວກັບການຟອກເງິນ ຫຼື ການສະໜອງທຶນໃຫ້ແກການກໍ່ການຮ້າຍ.
3. ສຳລັບຜູ້ບໍລິຫານ:
- ມີຄວາມສາມາດທາງດ້ານການປະພຶດ;
- ເປັນຜູ້ທີ່ມີຄວາມເໝາະສົມ;
- ມີປະສົບການທາງດ້ານບໍລິຫານຈັດການ ແລະ ມີຄວາມຮູ້, ຄວາມສາມາດ ທີ່ເໝາະສົມກັບໜ້າທີ່ທີ່ຈະຮັບຜິດຊອບ;
- ບໍ່ເຄີຍຖືກສານຕັດສິນລົງໂທດທາງອາຍາໃນສະຖານລັກຊັບ, ສໍ້ໂກງຊັບ, ຍັກຍອກຊັບ, ປອມແປງເອກະສານ, ຮັບ ຫຼື ໃຫ້ສິນບົນ, ສໍ້ລາດບັງຫຼວງ, ການຟອກເງິນ, ການສະໜອງທຶນໃຫ້ແກການກໍ່ການຮ້າຍ ຫຼື ການກະທຳຜິດທາງອາຍາອື່ນ ທີ່ກ່ຽວຂ້ອງທາງດ້ານການເງິນ-ເງິນຕາ;
- ບໍ່ເຄີຍຖືກປົດອອກຈາກການເປັນຜູ້ບໍລິຫານໃນນິຕິບຸກຄົນອື່ນ, ບໍ່ຖືກສານຕັດສິນໃຫ້ເປັນຜູ້ລົ້ມລະລາຍມາກ່ອນ ຫຼື ເຄີຍເປັນຜູ້ບໍລິຫານໃນນິຕິບຸກຄົນອື່ນ ທີ່ຕົນໄດ້ກະທຳ ຫຼື ເມີນເສີຍ ຊຶ່ງເປັນສາເຫດຫຼັກເຮັດໃຫ້ນິຕິບຸກຄົນອື່ນນັ້ນ ລົ້ມລະລາຍ ຕາມການຕັດສິນຂອງສານ.

ຜູ້ທີ່ໄດ້ຮັບຫັງສືເຫັນດີທາງດ້ານຫຼັກການ ບໍ່ສາມາດດຳເນີນທຸລະກິດ, ແຕ່ສາມາດນຳໃຊ້ເພື່ອປະກອບເປັນຫຼັກຖານອ້າງອີງ ເພື່ອປະຕິບັດເງື່ອນໄຂຄວາມພ້ອມ ຊຶ່ງຫັງສືດັ່ງກ່າວມີອາຍຸການນຳໃຊ້ ໜຶ່ງຮ້ອຍຊາວ ວັນ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຜູ້ທີ່ໄດ້ຮັບຫັງສືເຫັນດີທາງດ້ານຫຼັກການ ຕ້ອງປະຕິບັດເງື່ອນໄຂຄວາມພ້ອມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້. ກໍລະນີບໍ່ສາມາດປະຕິບັດເງື່ອນໄຂຄວາມພ້ອມພາຍໃນເວລາດັ່ງກ່າວ, ຫັງສືເຫັນດີທາງດ້ານຫຼັກການກໍຈະຕົກໄປ.

ພາຍຫຼັງຜູ້ທີ່ໄດ້ຮັບຫັງສືເຫັນດີທາງດ້ານຫຼັກການ ໄດ້ປະຕິບັດເງື່ອນໄຂຄວາມພ້ອມດັ່ງກ່າວສຳເລັດ ກົມຄຸ້ມຄອງທະນາຄານທຸລະກິດ ຈະລົງກວດກາຕົວຈິງ ເພື່ອພິຈາລະນາອອກໃບອະນຸຍາດດຳເນີນທຸລະກິດ.

第ມາດຕາ 10条

第10条 注册资本
获准从老挝人民民主共和国银行经营信贷担保业务的公司的注册资本最低为一百亿基普,其中实物出资不得超过百分之二十五,且须经老挝人民民主共和国银行认可的资产评估公司进行评估。

申请经营信贷担保业务许可的申请人必须在银行服务局开立存款账户,并在获得原则性批准后,将注册资本足额存入该账户。以外币计价的注册资本将在老挝人民民主共和国银行颁发经营许可证之日兑换为基普。注册资本的缴付必须通过银行账户系统进行,无论资金来源是国内还是国外。

ພາສາລາວ (老挝语原文)

ມາດຕາ 10 ທຶນຈົດທະບຽນ
ບໍລິສັດຄ້າປະກັນສິນເຊື່ອທີ່ຈະໄດ້ຮັບອະນຸຍາດດຳເນີນທຸລະກິດຈາກທະນາຄານແຫ່ງ ສປປ ລາວ ຕ້ອງມີທຶນຈົດທະບຽນຕຳ່ສຸດ ໜຶ່ງຮ້ອຍຕື້ກີບ, ໃນນັ້ນສາມາດປະກອບທຶນທີ່ເປັນວັດຖຸໄດ້ບໍ່ເກີນ ຊາວຫ້າສ່ວນຮ້ອຍ ໂດຍຕ້ອງໄດ້ຮັບການປະເມີນມູນຄ່າຈາກບໍລິສັດປະເມີນມູນຄ່າຊັບສິນ ຕາມການເຫັນດີຂອງທະນາຄານແຫ່ງ ສປປ ລາວ.

ຜູ້ສະເໜີຂໍອະນຸຍາດດຳເນີນທຸລະກິດຄ້າປະກັນສິນເຊື່ອ ຕ້ອງເປີດບັນຊີເງິນຝາກຢູ່ກົມບໍລິການທະນາຄານ ແລະ ຕ້ອງຖອກທຶນຈົດທະບຽນໃຫ້ຄົບຖ້ວນ ເຂົ້າບັນຊີດັ່ງກ່າວ ພາຍຫຼັງທີ່ໄດ້ຮັບຫັງສືເຫັນດີທາງດ້ານຫຼັກການ. ທຶນຈົດທະບຽນທີ່ເປັນເງິນຕາຕ່າງປະເທດຈະຖືກແລກປ່ຽນເປັນເງິນກີບ ໃນວັນທີທະນາຄານແຫ່ງ ສປປ ລາວ ອອກໃບອະນຸຍາດດຳເນີນທຸລະກິດ. ການຖອກທຶນຈົດທະບຽນ ຕ້ອງດຳເນີນຜ່ານລະບົບບັນຊີທະນາຄານ ທັງແຫຼ່ງທຶນທີ່ມາຈາກພາຍໃນ ແລະ ຕ່າງປະເທດ.

第ມາດຕາ 11条

第11条 经营许可证的颁发
老挝人民民主共和国银行将在十日内向申请经营许可证的申请人颁发经营许可证,如果具备以下条件:
1. 注册资本已足额缴纳;
2. 拥有符合标准且数量充足的员工;
3. 拥有合适的办公场所;
4. 具备现代化的数据库系统,能够安全高效地管理内部工作,能够与老挝人民民主共和国银行的信息和报告系统连接,并确保按照老挝人民民主共和国的法律法规履行报告义务;
5. 拥有与会计、风险管理、内部审计、人事管理、产品服务、反洗钱和反恐融资等方面相关的管理和运营系统,并符合老挝人民民主共和国的法律法规。
信用担保公司必须在获得经营许可证之日起九十天内开始经营活动。

ພາສາລາວ (老挝语原文)

ມາດຕາ 11 ການອອກໃບອະນຸຍາດດຳເນີນທຸລະກິດ
ທະນາຄານແຫ່ງ ສປປ ລາວ ຈະອອກໃບອະນຸຍາດດຳເນີນທຸລະກິດໃຫ້ຜູ້ຂໍອະນຸຍາດດຳເນີນທຸລະກິດ ພາຍໃນເວລາ ສິບ ວັນ ຖ້າມີເງື່ອນໄຂຄວາມພ້ອມ ດັ່ງນີ້:
1. ຖອກທຶນຈົດທະບຽນຢ່າງຄົບຖ້ວນ;
2. ມີພະນັກງານທີ່ໄດ້ມາດຕະຖານ ໃນຈຳນວນພຽງພໍ;
3. ມີອາຄານສຳນັກງານ ທີ່ເໝາະສົມ;
4. ມີຄວາມພ້ອມທາງດ້ານລະບົບຖານຂໍ້ມູນທີ່ທັນສະໄໝ ສາມາດບໍລິຫານວຽກງານພາຍໃນໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບ, ສາມາດເຊື່ອມໂຍງກັບລະບົບຂໍ້ມູນ ແລະ ການລາຍງານຂອງທະນາຄານແຫ່ງ ສປປ ລາວ ແລະ ຮັບປະກັນການປະຕິບັດລະບອບລາຍງານ ໂດຍສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ;
5. ມີລະບົບບໍລິຫານ ແລະ ຄຸ້ມຄອງດຳເນີນງານ ກ່ຽວກັບວຽກງານການບັນຊີ, ການບໍລິຫານຄວາມສ່ຽງ, ການກວດກາພາຍໃນ, ການຄຸ້ມຄອງພະນັກງານ, ການບໍລິການຜະລິດຕະພັນ, ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ອື່ນໆ ທີ່ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ.
ບໍລິສັດຄ້າປະກັນສິນເຊື່ອ ຕ້ອງເຄື່ອນໄຫວທຸລະກິດພາຍໃນເວລາ ເກົ້າສິບ ວັນ ນັບແຕ່ວັນທີ່ ໄດ້ຮັບໃບອະນຸຍາດດຳເນີນທຸລະກິດ ເປັນຕົ້ນໄປ.

本页展示前 12 条,全文共 75 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译