ຂໍ້ຕົກລົງວ່າດ້ວຍ ການກຳນົດລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ (ກມ 21 ຫາ ກມ 71) ເຂດບ້ານ ໂຄກສີວິໄລ ເມືອງ ໄຊທານີ ຫາ ບ້ານ ສົມສະຫວາດ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ (ກມ 21 ຫາ ກມ 66)
13号国道南段(21公里至71公里)改造修复项目受影响资产单位补偿价格规定(科西维莱村至索姆萨瓦村段,21公里至66公里)
Regulations on Compensation Prices for Affected Asset Units in the Renovation and Restoration Project of the Southern Section of National Highway 13 (from Km 21 to Km 71, Section from Kosiwei Village to Somsava Village, Km 21 to Km 66)
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດລາຄາຄ່າຊົດເຊີຍ ແລະ ນະໂຍບາຍສຳລັບທີ່ດິນ, ອາຄານ ແລະ ພືດຜົນທີ່ຖືກຜົນກະທົບຈາກໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ສາຍໃຕ້, ເພື່ອຮັບປະກັນການປົກປ້ອງສິດຜົນປະໂຫຍດຂອງປະຊາຊົນຢ່າງຍຸດຕິທຳ ແລະ ໂປ່ງໃສ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການປະຕິບັດນະໂຍບາຍ ແລະ ລາຄາຫົວຫວຍທົດແທນຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຂອງນະຄອນຫຼວງວຽງຈັນ, ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ແນ່ໃສ່ປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຮັບປະກັນຄວາມສະເທີພາບ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້ ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ຕາມແຜນຍຸດທະສາດຂອງ ນະຄອນຫຼວງວຽງຈັນ ໃນ ແຕ່ລະໄລຍະ.
ມາດຕາ ມາດຕາ 2
ມາດຕາ 2 ນິຍາມ
ຫົວໜ່ວຍລາຄາທົດແທນ ແມ່ນການກຳນົດລາຄາການຄິດໄລ່ທົດແທນຄ່າເສຍຫາຍ ປະເພດທີ່ດິນປຸກສ້າງ, ຜົນລະປຸກ ແລະ ຄ່າເສຍໂອກາດ ທີ່ໄດ້ຮັບຜົນກະທົບ ເພື່ອນຳໄປຄິດໄລ່ມູນຄ່າທົດແທນຄ່າເສຍຫາຍ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ (ກມ 21 ຫາ ກມ 71) ເຂດບ້ານໂຄກສີວິໄລ ເມືອງໄຊທານີ ຫາ ບ້ານສົມສະຫວາດ ເມືອງປາກງືມ ນະຄອນຫຼວງວຽງຈັນ (ກມ 21 ຫາ ກມ 60).
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 38 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ