ຂໍ້ຕົກລົງວ່າດ້ວຍ ຂະບວນການປະເມີນຄວາມພຽງພໍຂອງທຶນ ພາຍໃນທະນາຄານທຸລະກິດ

商业银行内部资本充足评估程序规定

Regulations on the Internal Capital Adequacy Assessment Procedures of Commercial Banks

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດໃຫ້ທະນາຄານການຄ້າສ້າງຂັ້ນຕອນການປະເມີນຄວາມພຽງພໍຂອງທຶນພາຍໃນ, ກຳນົດຄວາມຮັບຜິດຊອບດ້ານການບໍລິຫານຄວາມສ່ຽງຂອງຄະນະກຳມະການບໍລິຫານ ແລະ ຜູ້ບໍລິຫານລະດັບສູງ, ພ້ອມທັງກຳນົດຫຼັກການປະຕິບັດ ແລະ ອົງປະກອບຫຼັກເຊັ່ນ ການທົດສອບຄວາມກົດດັນ ແລະ ຄວາມມັກຄວາມສ່ຽງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ຂະບວນການປະເມີນຄວາມພຽງພໍຂອງທຶນ ພາຍໃນທະນາຄານທຸລະກິດ
ຂະບວນການປະເມີນຄວາມພຽງພໍຂອງທຶນ ພາຍໃນທະນາຄານທຸລະກິດ ຕໍ່ໄປນີ້ເອີ້ນວ່າ “ຂະບວນການປະເມີນຄວາມພຽງພໍຂອງທຶນ” ແມ່ນການດຳເນີນການສ້າງນະໂຍບາຍ ແລະ ຂັ້ນຕອນ ໃນການຮັກສາຄວາມພຽງພໍຂອງທຶນ ແລະ ການບໍລິຫານຄວາມສ່ຽງ ໃຫ້ສອດຄ່ອງກັບ ຮູບແບບ, ຂະໜາດ, ລັກສະນະ ແລະ ຄວາມສັບສົນ ຂອງຜະລິດຕະພັນ ແລະ ການບໍລິການ ຂອງທະນາຄານທຸລະກິດ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ທະນາຄານທຸລະກິດ ໝາຍເຖິງ ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ທີ່ສ້າງຕັ້ງ ແລະ ດຳເນີນທຸລະກິດ ຢ່າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ;

2. ການທົດສອບພາວະເຄັ່ງຕຶງ (Stress Testing) ໝາຍເຖິງ ການທົດສອບຂໍ້ສົມມຸດຖານພາວະວິກິດ ທີ່ອາດເກີດຂຶ້ນຈິງ ໂດຍນຳໃຊ້ການປະເມີນຄວາມພຽງພໍຂອງທຶນ ເພື່ອຮັບມືກັບພາວະວິກິດດັ່ງກ່າວ;

3. ຄວາມສາມາດໃນການຮັບຄວາມສ່ຽງ (Risk Appetite) ໝາຍເຖິງ ລະດັບຂອງຄວາມສ່ຽງຕ່າງໆ ທີ່ທະນາຄານທຸລະກິດ ກຳນົດ ແລະ ສາມາດຮັບມືໄດ້;

4. ຄວາມສ່ຽງທີ່ສຳຄັນ ໝາຍເຖິງ ຄວາມສ່ຽງປະເພດຕ່າງໆ ທີ່ເກີດຂຶ້ນ ແລະ ມີຜົນກະທົບຕໍ່ການດຳເນີນທຸລະກິດ ໂດຍຂຶ້ນກັບຮູບແບບ ແລະ ລັກສະນະ ຂອງທະນາຄານທຸລະກິດ;

5. ຜູ້ບໍລິຫານລະດັບສູງ ໝາຍເຖິງ ສະມາຊິກສະພາບໍລິຫານ, ຄະນະກຳມະການຂອງສະພາບໍລິຫານ, ສະມາຊິກຄະນະກຳມະການຂອງສະພາບໍລິຫານ, ຄະນະອຳນວຍການຂອງທະນາຄານທຸລະກິດ ແລະ ຄະນະສາຂາທະນາຄານທຸລະກິດຕ່າງປະເທດ ຫຼື ທຽບເທົ່າຕຳແໜ່ງດັ່ງກ່າວ;

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 16 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ