商业银行内部资本充足评估程序规定

ຂໍ້ຕົກລົງວ່າດ້ວຍ ຂະບວນການປະເມີນຄວາມພຽງພໍຂອງທຶນ ພາຍໃນທະນາຄານທຸລະກິດ

Regulations on the Internal Capital Adequacy Assessment Procedures of Commercial Banks

简介

该法规要求商业银行建立内部资本充足评估程序,明确董事会与高管层的风险管理职责,并规定压力测试、风险偏好等核心要素的实施原则与组成部分。

Summary

This regulation requires commercial banks to establish internal capital adequacy assessment procedures, clearly defining the risk management responsibilities of the board of directors and senior management, and specifying the implementation principles and components of core elements such as stress testing and risk appetite.

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດໃຫ້ທະນາຄານການຄ້າສ້າງຂັ້ນຕອນການປະເມີນຄວາມພຽງພໍຂອງທຶນພາຍໃນ, ກຳນົດຄວາມຮັບຜິດຊອບດ້ານການບໍລິຫານຄວາມສ່ຽງຂອງຄະນະກຳມະການບໍລິຫານ ແລະ ຜູ້ບໍລິຫານລະດັບສູງ, ພ້ອມທັງກຳນົດຫຼັກການປະຕິບັດ ແລະ ອົງປະກອບຫຼັກເຊັ່ນ ການທົດສອບຄວາມກົດດັນ ແລະ ຄວາມມັກຄວາມສ່ຽງ.

条文

第ມາດຕາ 1条

第2条 商业银行内部资本充足评估程序
商业银行内部资本充足评估程序,以下简称“资本充足评估程序”,是指制定政策和程序以保持资本充足并进行风险管理,使其与商业银行的产品和服务的模式、规模、性质和复杂程度相一致。

ພາສາລາວ (老挝语原文)

ມາດຕາ 2 ຂະບວນການປະເມີນຄວາມພຽງພໍຂອງທຶນ ພາຍໃນທະນາຄານທຸລະກິດ
ຂະບວນການປະເມີນຄວາມພຽງພໍຂອງທຶນ ພາຍໃນທະນາຄານທຸລະກິດ ຕໍ່ໄປນີ້ເອີ້ນວ່າ “ຂະບວນການປະເມີນຄວາມພຽງພໍຂອງທຶນ” ແມ່ນການດຳເນີນການສ້າງນະໂຍບາຍ ແລະ ຂັ້ນຕອນ ໃນການຮັກສາຄວາມພຽງພໍຂອງທຶນ ແລະ ການບໍລິຫານຄວາມສ່ຽງ ໃຫ້ສອດຄ່ອງກັບ ຮູບແບບ, ຂະໜາດ, ລັກສະນະ ແລະ ຄວາມສັບສົນ ຂອງຜະລິດຕະພັນ ແລະ ການບໍລິການ ຂອງທະນາຄານທຸລະກິດ.

第ມາດຕາ 2条

第2条 术语解释
本协议中使用的术语定义如下:

1. 商业银行 指在老挝人民民主共和国依法设立并合法经营的商业银行及外国商业银行分行;

2. 压力测试 指通过评估资本充足率以应对可能发生的实际危机情景的假设测试;

3. 风险偏好 指商业银行确定并能够承受的各种风险水平;

4. 重大风险 指发生并对业务经营产生影响的各类风险,具体取决于商业银行的形式和性质;

5. 高级管理人员 指董事会成员、董事会专门委员会成员、商业银行行长及外国商业银行分行行长或同等职位。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ທະນາຄານທຸລະກິດ ໝາຍເຖິງ ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ທີ່ສ້າງຕັ້ງ ແລະ ດຳເນີນທຸລະກິດ ຢ່າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ;

2. ການທົດສອບພາວະເຄັ່ງຕຶງ (Stress Testing) ໝາຍເຖິງ ການທົດສອບຂໍ້ສົມມຸດຖານພາວະວິກິດ ທີ່ອາດເກີດຂຶ້ນຈິງ ໂດຍນຳໃຊ້ການປະເມີນຄວາມພຽງພໍຂອງທຶນ ເພື່ອຮັບມືກັບພາວະວິກິດດັ່ງກ່າວ;

3. ຄວາມສາມາດໃນການຮັບຄວາມສ່ຽງ (Risk Appetite) ໝາຍເຖິງ ລະດັບຂອງຄວາມສ່ຽງຕ່າງໆ ທີ່ທະນາຄານທຸລະກິດ ກຳນົດ ແລະ ສາມາດຮັບມືໄດ້;

4. ຄວາມສ່ຽງທີ່ສຳຄັນ ໝາຍເຖິງ ຄວາມສ່ຽງປະເພດຕ່າງໆ ທີ່ເກີດຂຶ້ນ ແລະ ມີຜົນກະທົບຕໍ່ການດຳເນີນທຸລະກິດ ໂດຍຂຶ້ນກັບຮູບແບບ ແລະ ລັກສະນະ ຂອງທະນາຄານທຸລະກິດ;

5. ຜູ້ບໍລິຫານລະດັບສູງ ໝາຍເຖິງ ສະມາຊິກສະພາບໍລິຫານ, ຄະນະກຳມະການຂອງສະພາບໍລິຫານ, ສະມາຊິກຄະນະກຳມະການຂອງສະພາບໍລິຫານ, ຄະນະອຳນວຍການຂອງທະນາຄານທຸລະກິດ ແລະ ຄະນະສາຂາທະນາຄານທຸລະກິດຕ່າງປະເທດ ຫຼື ທຽບເທົ່າຕຳແໜ່ງດັ່ງກ່າວ;

第ມາດຕາ 3条

第4条 资本充足评估程序的实施原则

在资本充足评估程序中,必须遵循以下原则:

1. 确保商业银行拥有高质量且符合标准的风险管理体系;

2. 与业务模式、规模和产品及服务的复杂性相适应;

3. 确保持续性并与商业银行的内部程序相一致;

4. 具有前瞻性,考虑可能发生的变化,根据风险特征和战略,以及外部环境的变化,并与商业银行的资本计划相一致;

5. 完整记录和保存关于资本充足评估程序的信息;

6. 建立能够反映实际情况、与现有资本水平相适应且足以覆盖商业银行各类风险的资本充足评估程序。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການການຈັດຕັ້ງປະຕິບັດຂະບວນການປະເມີນຄວາມພຽງພໍຂອງທຶນ

ໃນຂະບວນການປະເມີນຄວາມພຽງພໍຂອງທຶນ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

1. ຮັບປະກັນ ໃຫ້ທະນາຄານທຸລະກິດ ມີລະບົບການບໍລິຫານຄວາມສຽງ ທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານ;

2. ສອດຄອງກັບຮູບແບບການດຳເນີນທຸລະກິດ, ຂະໜາດ ແລະ ຄວາມສັບຊ້ອນ ຂອງຜະລິດຕະພັນ ແລະ ການບໍລິການ;

3. ຮັບປະກັນຄວາມຕໍ່ເນື່ອງ ແລະ ສອດຄອງກັບຂັ້ນຕອນພາຍໃນ ຂອງທະນາຄານທຸລະກິດ;

4. ມີລັກສະນະເບິງໄປຂ້າງໜ້າ (forward-looking) ໂດຍຄຳນຶງເຖິງການປ່ຽນແປງທີ່ອາດຈະເກີດຂຶ້ນ ຕາມລັກສະນະຄວາມສຽງ ແລະ ຍຸດທະສາດ ລວມທັງການປ່ຽນແປງຂອງສະພາບແວດລ້ອມພາຍນອກ ໂດຍສອດຄອງກັບແຜນທຶນ ຂອງທະນາຄານທຸລະກິດ;

5. ບັນທຶກ ແລະ ຈັດເກັບຂໍ້ມູນ ກ່ຽວກັບຂະບວນການປະເມີນຄວາມພຽງພໍຂອງທຶນ ຢ່າງຄົບຖ້ວນ;

6. ສ້າງຂະບວນການປະເມີນຄວາມພຽງພໍຂອງທຶນ ທີ່ສາມາດສະແດງເຖິງ ຄວາມເປັນຈິງ, ສອດຄ້ອງກັບລະດັບທຶນທີ່ມີ ແລະ ພຽງພໍໃນການຮອງຮັບກັບບັນດາຄວາມສຽງ ຂອງທະນາຄານທຸລະກິດ.

第ມາດຕາ 4条

第4条 适用范围
本协议适用于在老挝人民民主共和国境内运营的商业银行。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບການຄຸມຄອງທະນາຄານທຸລະກິດ ແລະ ທະນາຄານທຸລະກິດທີ່ເຄື່ອນໄຫວຢູ່ ສປປ ລາວ.

第ມາດຕາ 5条

第5条 资本充足评估程序的组成部分
资本充足评估程序有以下七个主要组成部分:
1. 董事会和高级管理层的治理;
2. 重要风险评估;
3. 风险计量方法;
4. 资本充足评估和计划制定;
5. 压力测试;
6. 监测和报告;
7. 独立审查。

ພາສາລາວ (老挝语原文)

ມາດຕາ 5 ອົງປະກອບຂອງຂະບວນການປະເມີນຄວາມພຽງພໍຂອງທຶນ
ຂະບວນການປະເມີນຄວາມພຽງພໍຂອງທຶນ ມີ ເຈັດ ອົງປະກອບຕົ້ນຕໍ ດັ່ງນີ້:
1. ການຄຸ້ມຄອງຂອງສະພາບໍລິຫານ ແລະ ຜູ້ບໍລິຫານລະດັບສູງ;
2. ການປະເມີນຄວາມສ່ຽງທີ່ສຳຄັນ;
3. ວິທີການວັດແທກປະລິມານຄວາມສ່ຽງ;
4. ການປະເມີນຄວາມພຽງພໍຂອງທຶນ ແລະ ການກຳນົດແຜນການ;
5. ການທົດສອບພາວະເຄັ່ງຕຶງ;
6. ການຕິດຕາມ ແລະ ການລາຍງານ;
7. ການທົບທວນທີ່ເປັນເອກະລາດ.

第ມາດຕາ 6条

第6条 董事会和高级管理层的管理
资本充足率评估流程的管理,董事会和高级管理层负有以下责任:
1. 董事会的责任:
- 确定资本充足率评估流程的战略、政策和关键要素,包括商业银行可接受的风险水平和范围、适当的资本充足率、压力测试框架,并确保上述要素保持一致;
- 批准商业银行的资本计划以支持正常情况,以及在危机情况下的应急计划;
- 批准适当的风险评估规章、手册和监测工具,以确保商业银行的运营在可接受的风险范围内,并与商业银行的战略计划保持一致;
- 批准资本充足率评估流程的运营计划,明确、透明地分配责任,并避免职能重复;
- 批准关于资本充足率评估流程的年度报告,提交给老挝中央银行;
- 促进和加强商业银行内部的风险控制,使其与资本充足率评估的战略、政策、流程和程序保持一致;
- 监督和推动高级管理层对资本充足率评估流程的实施。
2. 高级管理层的责任:
- 确定识别、衡量、管理和报告重大风险的方法;
- 评估影响商业银行资本水平的风险水平和趋势;
- 建立和发展风险管理体系,能够与维持资本充足率水平相联系,达到或超过规定要求,并与各时期的实际风险水平保持一致;
- 评估未来资本需求,使其与商业银行的业务计划和风险水平保持一致;
- 建立和发展内部控制和审计体系,以监督实施情况,使其与商业银行的手册或规章保持一致;
- 制定压力测试的规章或手册,涵盖商业银行的重大交易和风险水平;
- 任命负责压力测试、风险管理工具、偿付能力评估和运营的人员,包括维持资本充足率水平,具有前瞻性;
- 研究和学习,以深入理解资本充足率评估流程的内容和结构,确保其有效性;
- 向负责人员和相关人员进行宣传和培训,使其认识和理解资本充足率评估流程。
除上述规定的责任外,商业银行必须确定董事会和高级管理层在管理资本充足率评估流程中的角色和责任,以应对各方面的风险。

ພາສາລາວ (老挝语原文)

ມາດຕາ 6 ການຄຸ້ມຄອງຂອງສະພາບໍລິຫານ ແລະ ຜູ້ບໍລິຫານລະດັບສູງ
ການຄຸ້ມຄອງຂະບວນການປະເມີນຄວາມພຽງພໍຂອງທຶນ, ສະພາບໍລິຫານ ແລະ ຜູ້ບໍລິຫານລະດັບສູງ ມີຄວາມຮັບຜິດຊອບ ດັ່ງນີ້:
1. ຄວາມຮັບຜິດຊອບຂອງສະພາບໍລິຫານ:
- ກຳນົດ ຍຸດທະສາດ, ນະໂຍບາຍ ແລະ ອົງປະກອບທີ່ສຳຄັນ ຂອງຂະບວນການປະເມີນຄວາມພຽງພໍຂອງທຶນ ເປັນຕົ້ນ ລະດັບ ແລະ ຂອບເຂດຄວາມສ່ຽງ ທີ່ທະນາຄານທຸລະກິດສາມາດຍອມຮັບໄດ້, ອັດຕາສ່ວນຄວາມພຽງພໍຂອງທຶນທີ່ເໝາະສົມ, ກອບການທົດສອບພາວະເຄັ່ງຕຶງ ໂດຍຮັບປະກັນໃຫ້ອົງປະກອບດັ່ງກ່າວ ສອດຄ່ອງກັນ;
- ຮັບຮອງເອົາແຜນທຶນຂອງທະນາຄານທຸລະກິດ ເພື່ອຮອງຮັບສະພາບປົກກະຕິ ແລະ ແຜນສຸກເສີນ ໃນກໍລະນີພົບພາວະວິກິດ;
- ຮັບຮອງເອົາ ລະບຽບການ, ຄູ່ມື ການປະເມີນຄວາມສ່ຽງ ແລະ ເຄື່ອງມືຕິດຕາມທີ່ເໝາະສົມ ເພື່ອຮັບປະກັນ ໃຫ້ການດຳເນີນງານຂອງທະນາຄານທຸລະກິດ ຢູ່ໃນຂອບເຂດຄວາມສ່ຽງທີ່ສາມາດຍອມຮັບໄດ້ ແລະ ສອດຄ່ອງກັບແຜນຍຸດທະສາດ ຂອງທະນາຄານທຸລະກິດ;
- ຮັບຮອງເອົາແຜນດຳເນີນງານ ຂອງຂະບວນການປະເມີນຄວາມພຽງພໍຂອງທຶນ ໂດຍມີການມອບໝາຍຄວາມຮັບຜິດຊອບ ຢ່າງຈະແຈ້ງ, ໂປ່ງໃສ ແລະ ຫຼີກລ່ຽງການປະຕິບັດໜ້າທີ່ຊ້ຳຊ້ອນ;
- ຮັບຮອງເອົາບົດລາຍງານ ກ່ຽວກັບຂະບວນການປະເມີນຄວາມພຽງພໍຂອງທຶນ ປະຈຳປີ ເພື່ອນຳສົ່ງໃຫ້ທະນາຄານແຫ່ງ ສປປ ລາວ;
- ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງພາຍໃນທະນາຄານທຸລະກິດ ກ່ຽວກັບການຄວບຄຸມຄວາມສ່ຽງ ໃຫ້ສອດຄ່ອງກັບ ແຜນຍຸດທະສາດ, ນະໂຍບາຍ, ຂະບວນການ ແລະ ຂັ້ນຕອນການປະເມີນຄວາມພຽງພໍຂອງທຶນ;
- ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂະບວນການປະເມີນຄວາມພຽງພໍຂອງທຶນ ຂອງຜູ້ບໍລິຫານລະດັບສູງ.
2. ຄວາມຮັບຜິດຊອບຂອງຜູ້ບໍລິຫານລະດັບສູງ:
- ກຳນົດວິທີການ ລະບຸ, ວັດແທກ, ຈັດການ ແລະ ລາຍງານ ບັນດາຄວາມສ່ຽງທີ່ສຳຄັນ;
- ປະເມີນລະດັບ ແລະ ທ່າອ່ຽງຄວາມສ່ຽງ ທີ່ມີຜົນກະທົບຕໍ່ລະດັບທຶນຂອງທະນາຄານທຸລະກິດ;
- ສ້າງ ແລະ ພັດທະນາ ລະບົບການຄຸ້ມຄອງຄວາມສ່ຽງ ທີ່ສາມາດເຊື່ອມໂຍງກັບການຮັກສາລະດັບຄວາມພຽງພໍຂອງທຶນ ໃຫ້ໄດ້ຕາມລະບຽບການທີ່ກຳນົດ ຫຼື ສູງກວ່າ ແລະ ສອດຄ່ອງກັບລະດັບຄວາມສ່ຽງຕົວຈິງ ໃນແຕ່ລະໄລຍະ;
- ປະເມີນຄວາມຕ້ອງການທຶນໃນອະນາຄົດ ໃຫ້ສອດຄ່ອງກັບແຜນທຸລະກິດ ແລະ ລະດັບຄວາມສ່ຽງຂອງທະນາຄານທຸລະກິດ;
- ສ້າງ ແລະ ພັດທະນາ ລະບົບການຄວບຄຸມພາຍໃນ ແລະ ການກວດສອບ ເພື່ອຕິດຕາມການຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບຄູ່ມື ຫຼື ລະບຽບການ ຂອງທະນາຄານທຸລະກິດ;
- ສ້າງລະບຽບການ ຫຼື ຄູ່ມື ໃນການທົດສອບພາວະເຄັ່ງຕຶງໃຫ້ກວມເອົາທຸລະກຳ ແລະ ລະດັບຄວາມສ່ຽງທີ່ສຳຄັນ ຂອງທະນາຄານທຸລະກິດ;
- ແຕ່ງຕັ້ງພະນັກງານຮັບຜິດຊອບທົດສອບ ພາວະເຄັ່ງຕຶງ, ເຄື່ອງມືການບໍລິຫານຄວາມສ່ຽງ, ການປະເມີນຄວາມຖັນຄົງ ແລະ ການດຳເນີນງານ ລວມທັງການຮັກສາລະດັບຄວາມພຽງພໍຂອງທຶນ ໃຫ້ມີລັກສະນະເບິ່ງໄປຂ້າງໜ້າ;
- ສຶກສາ, ຄົ້ນຄວ້າ ເພື່ອໃຫ້ເຂົ້າໃຈເລິກເຊິ່ງ ຕໍ່ເນື້ອໃນ ແລະ ໂຄງສ້າງ ຂອງຂະບວນການປະເມີນຄວາມພຽງພໍຂອງທຶນ ໃຫ້ມີປະສິດທິຜົນ;
- ເຜີຍແຜ່ ແລະ ຝຶກອົບຮົມ ໃຫ້ພະນັກງານທີ່ຮັບຜິດຊອບ ແລະ ຜູ້ທີ່ກ່ຽວຂ້ອງ ໃຫ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຂະບວນການປະເມີນຄວາມພຽງພໍຂອງທຶນ.
ນອກຈາກຄວາມຮັບຜິດຊອບທີ່ໄດ້ກຳນົດໄວ້ຂ້າງເທິງ ທະນາຄານທຸລະກິດ ຕ້ອງກຳນົດ ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງ ສະພາບໍລິຫານ ແລະ ຜູ້ບໍລິຫານລະດັບສູງ ໃນການຄຸ້ມຄອງຂະບວນການປະເມີນຄວາມພຽງພໍຂອງທຶນ ເພື່ອຮອງຮັບຄວາມສ່ຽງໃນທຸກດ້ານ.

第ມາດຕາ 7条

第7条 重要风险评估
商业银行必须制定关于重要风险评估流程的规章和/或手册,内容应全面、紧凑,具有明确、高质量的评估流程,并与相关风险相一致,同时将各方面的风险纳入资本充足率评估流程。

重要风险评估流程必须能够覆盖以下主要风险:

1. 商业银行资本充足率协议中规定的风险、同一集团内的风险或具有类似特征的风险,例如信用集中风险;

2. 流动性风险、交易账户记录的汇率风险、战略风险、业务风险、监管风险、非信用集中风险、技术和信息安全风险、气候变化风险、反洗钱和打击恐怖融资风险;

3. 外部因素风险,例如来自监管机构、经济状况和经营环境的风险;

4. 根据商业银行运营性质的其他风险。

若发生战略计划、业务模式、新增产品、新服务或外部环境变化,商业银行必须重新审视其风险识别和评估,并更新与资本充足率评估流程相关的各项计划。

ພາສາລາວ (老挝语原文)

ມາດຕາ 7 ການປະເມີນຄວາມສ່ຽງທີ່ສຳຄັນ
ທະນາຄານທຸລະກິດ ຕ້ອງສ້າງລະບຽບການ ແລະ/ຫຼື ຄູ່ມື ກ່ຽວກັບຂະບວນການປະເມີນຄວາມສ່ຽງທີ່ສຳຄັນ ໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມ, ມີຂະບວນການປະເມີນຄວາມສ່ຽງທີ່ຊັດເຈນ, ມີຄຸນນະພາບ ແລະ ສອດຄ່ອງກັບຄວາມສ່ຽງດັ່ງກ່າວ ພ້ອມທັງລວມເອົາຄວາມສ່ຽງໃນແຕ່ລະດ້ານ ເຂົ້າໃນຂະບວນການປະເມີນຄວາມພຽງພໍຂອງທຶນ.

ຂະບວນການປະເມີນຄວາມສ່ຽງທີ່ສຳຄັນ ຕ້ອງສາມາດຄຸມຄວາມສ່ຽງຕົ້ນຕໍ ດັ່ງນີ້:

1. ຄວາມສ່ຽງທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍຄວາມພຽງພໍຂອງທຶນສຳລັບທະນາຄານທຸລະກິດ, ຄວາມສ່ຽງໃນກຸ່ມດຽວກັນ ຫຼື ຄວາມສ່ຽງທີ່ມີລັກສະນະຄ້າຍຄືກັນ ເປັນຕົ້ນ ຄວາມສ່ຽງຈຸດສຸມດ້ານສິນເຊື່ອ;

2. ຄວາມສ່ຽງດ້ານສະພາບຄ່ອງ, ຄວາມສ່ຽງດ້ານອັດຕາແລກປ່ຽນ ທີ່ບັນທຶກໃນບັນຊີການຄ້າ, ຄວາມສ່ຽງດ້ານຍຸດທະສາດ, ຄວາມສ່ຽງດ້ານທຸລະກິດ, ຄວາມສ່ຽງດ້ານລະບຽບການ, ຄວາມສ່ຽງຈຸດສຸມທີ່ບໍ່ແມ່ນສິນເຊື່ອ, ຄວາມສ່ຽງດ້ານເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ຄວາມສ່ຽງດ້ານການປ່ຽນແປງຂອງສະພາບດິນຟ້າອາກາດ, ຄວາມສ່ຽງດ້ານການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;

3. ຄວາມສ່ຽງຈາກປັດໄຈພາຍນອກ ເປັນຕົ້ນ ຈາກຜູ້ຕິດຕາມ ແລະ ຄຸ້ມຄອງ, ສະພາບເສດຖະກິດ ແລະ ສະພາບແວດລ້ອມໃນການດຳເນີນທຸລະກິດ;

4. ຄວາມສ່ຽງອື່ນ ຕາມລັກສະນະການດຳເນີນງານ ຂອງທະນາຄານທຸລະກິດ.

ກໍລະນີມີການປ່ຽນແປງ ແຜນຍຸດທະສາດ, ຮູບແບບທຸລະກິດ, ເພີ່ມຜະລິດຕະພັນ, ການບໍລິການໃໝ່ ຫຼື ການປ່ຽນແປງ ທີ່ເກີດຈາກສະພາບແວດລ້ອມພາຍນອກ ທະນາຄານທຸລະກິດຕ້ອງທົບທວນຄືນ ກ່ຽວກັບການກຳນົດ ແລະ ການປະເມີນຄວາມສ່ຽງຂອງຕົນ ພ້ອມທັງປັບປຸງແຜນການຕ່າງໆ ທີ່ຕິດພັນກັບຂະບວນການປະເມີນຄວາມພຽງພໍຂອງທຶນ.

第ມາດຕາ 8条

第8条 风险计量

在风险计量中,商业银行必须执行如下:

1. 主动确定衡量和评估各类风险的方法,使其符合商业银行的经营模式和规模。对于产品和服务多样化的商业银行,必须有复杂风险的衡量、评估方法,并能够控制各类风险;

2. 明确确定用于模型的主要指标和假设,清晰且与各类风险相符;

3. 员工和高层管理人员必须详细、全面地了解和理解使用外部系统或模型的情况;

4. 采用定量和定性相结合的风险和资本充足性评估方法。对于与定性相关的风险,如声誉风险、战略风险,无法采用定量评估形式的,必须采用定性评估方法,并结合其他信息进行补充评估;

5. 有系统的评估过程和充分的控制机制,以确保用于模型的数据质量。

ພາສາລາວ (老挝语原文)

ມາດຕາ 8 ການວັດແທກປະລິມານຄວາມສ່ຽງ

ໃນການວັດແທກປະລິມານຄວາມສ່ຽງ ທະນາຄານທຸລະກິດ ຕ້ອງປະຕິບັດ ດັ່ງນີ້:

1. ເປັນເຈົ້າການໃນການກຳນົດວິທີການວັດແທກ ແລະ ປະເມີນຄວາມສ່ຽງແຕ່ລະດ້ານ ໂດຍໃຫ້ສອດຄ່ອງກັບຮູບແບບການດຳເນີນທຸລະກິດ ແລະ ຂະໜາດຂອງທະນາຄານທຸລະກິດ. ສຳລັບທະນາຄານທຸລະກິດທີ່ມີຜະລິດຕະພັນ ແລະ ການບໍລິການທີ່ຫຼາກຫຼາຍ ຕ້ອງມີວິທີການວັດແທກ, ປະເມີນຄວາມສ່ຽງທີ່ສັບສົນ ແລະ ສາມາດຄວບຄຸມບັນດາຄວາມສ່ຽງໄດ້;

2. ກຳນົດຕົວຊີ້ວັດຕົ້ນຕໍ ແລະ ການຕັ້ງຂໍ້ສົມມຸດຖານ ທີ່ນຳໃຊ້ເຂົ້າໃນແບບຈຳລອງ ຢ່າງຊັດເຈນ ແລະ ສອດຄ່ອງກັບແຕ່ລະຄວາມສ່ຽງ;

3. ພະນັກງານ ແລະ ຜູ້ບໍລິຫານລະດັບສູງຕ້ອງ ຮັບຮູ້ ແລະ ທຳຄວາມເຂົ້າໃຈ ຢ່າງລະອຽດ, ຄົບຖ້ວນ ກໍລະນີນຳໃຊ້ລະບົບ ຫຼື ແບບຈຳລອງ ຈາກພາຍນອກ;

4. ນຳໃຊ້ວິທີການປະເມີນຄວາມສ່ຽງ ແລະ ຄວາມພຽງພໍຂອງທຶນ ທັງທາງດ້ານປະລິມານ ແລະ ຄຸນນະພາບ. ສຳລັບຄວາມສ່ຽງທີ່ຕິດພັນກັບດ້ານຄຸນນະພາບ ເປັນຕົ້ນ ຄວາມສ່ຽງດ້ານຊື່ສຽງ, ຄວາມສ່ຽງດ້ານຍຸດທະສາດ ທີ່ບໍ່ສາມາດນຳໃຊ້ຮູບແບບການປະເມີນດ້ານປະລິມານ ຕ້ອງນຳໃຊ້ວິທີການປະເມີນທາງດ້ານຄຸນນະພາບ ໂດຍເອົາຂໍ້ມູນດ້ານອື່ນມາສົມທົບເຂົ້າໃນການປະເມີນຕື່ມ;

5. ມີຂະບວນການປະເມີນທີ່ເປັນລະບົບ ແລະ ມີກົນໄກການຄວບຄຸມທີ່ພຽງພໍ ເພື່ອຮັບປະກັນດ້ານຄຸນນະພາບ ຂອງຂໍ້ມູນທີ່ນຳໃຊ້ເຂົ້າໃນແບບຈຳລອງ.

第ມາດຕາ 9条

第9条 资本充足评估与资本计划制定

商业银行必须拥有在数量和质量上均适当的资本,以能够应对其风险特征,同时确保除了根据关于商业银行资本充足率的协议所规定的资本外,商业银行还能够拥有应对可能发生的风险的资本。

商业银行必须确定、评估并维持资本充足水平,使其与资本充足评估过程中确定的资本水平相一致,并考虑重要因素、方针和方法,以适当评估现有风险和未来风险,具体如下:

1. 正常情况下的重大风险,商业银行必须按照法规和资本运用原则,维持最低资本充足水平,以应对本协议第8条所规定的重大风险;

2. 危机情况下的重大风险,来自压力测试结果,影响资本充足率,商业银行必须准备资本计划或增加资本以充分应对上述影响。

商业银行必须制定资本计划以应对正常情况,预测未来三年,并与财务预测计划、业务经营计划和可接受的风险水平相一致,依据影响资本充足率的压力测试结果。资本计划内容包括资本筹集战略计划、资本配置计划以及危机情况下的应急计划。

此外,商业银行必须确定增加资本的方法和程序,以符合资本计划,并准备应急计划以应对无法按原计划增加资本的情况。

ພາສາລາວ (老挝语原文)

ມາດຕາ 9 ການປະເມີນຄວາມພຽງພໍຂອງທຶນ ແລະ ການກຳນົດແຜນທຶນ

ທະນາຄານທຸລະກິດ ຕ້ອງມີທຶນທີ່ເໝາະສົມ ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອສາມາດຮອງຮັບກັບລັກສະນະຄວາມສ່ຽງຂອງຕົນ ພ້ອມທັງຮັບປະກັນວ່າ ນອກຈາກທຶນ ທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍຄວາມພຽງພໍຂອງທຶນສຳລັບທະນາຄານທຸລະກິດແລ້ວ ທະນາຄານທຸລະກິດ ຍັງສາມາດມີທຶນຮອງຮັບຄວາມສ່ຽງທີ່ອາດຈະເກີດຂຶ້ນ.

ທະນາຄານທຸລະກິດ ຕ້ອງກຳນົດ, ປະເມີນ ແລະ ຮັກສາລະດັບຄວາມພຽງພໍຂອງທຶນ ໃຫ້ສອດຄ່ອງກັບລະດັບທຶນທີ່ໄດ້ກຳນົດໄວ້ໃນຂະບວນການປະເມີນຄວາມພຽງພໍຂອງທຶນ ໂດຍພິຈາລະນາປັດໄຈສຳຄັນ, ແນວທາງ ແລະ ວິທີການໃນການປະເມີນຄວາມພຽງພໍຂອງທຶນ ໃຫ້ເໝາະສົມກັບຄວາມສ່ຽງທີ່ມີຢູ່ ແລະ ຄວາມສ່ຽງທີ່ຈະເກີດຂຶ້ນ ດັ່ງນີ້:

1. ຄວາມສ່ຽງທີ່ສຳຄັນພາຍໃຕ້ສະພາບປົກກະຕິ ຊຶ່ງທະນາຄານທຸລະກິດ ຕ້ອງປະຕິບັດຫຼັກການຮັກສາຄວາມພຽງພໍຂອງທຶນຂັ້ນຕໍ່າຕາມລະບຽບການ ແລະ ການນຳໃຊ້ທຶນ ເພື່ອຮອງຮັບຄວາມສ່ຽງທີ່ສຳຄັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງຂໍ້ຕົກລົງສະບັບນີ້;

2. ຄວາມສ່ຽງທີ່ສຳຄັນພາຍໃຕ້ພາວະວິກິດ ທີ່ມາຈາກຜົນການທົດສອບພາວະເຄັ່ງຕຶງ ທີ່ສົ່ງຜົນກະທົບຕໍ່ຄວາມພຽງພໍຂອງທຶນ ຊຶ່ງທະນາຄານທຸລະກິດ ຕ້ອງກະກຽມແຜນທຶນ ຫຼື ເພີ່ມທຶນໃຫ້ພຽງພໍ ເພື່ອຮອງຮັບຜົນກະທົບດັ່ງກ່າວ.

ທະນາຄານທຸລະກິດ ຕ້ອງສ້າງແຜນທຶນ ເພື່ອຮອງຮັບສະພາບປົກກະຕິ ໂດຍຄາດຄະເນໄລຍະ ສາມ ປີ ຕໍ່ໜ້າ ແລະ ສອດຄ່ອງກັບ ແຜນການຄາດຄະເນທາງການເງິນ, ແຜນການດຳເນີນທຸລະກິດ ແລະ ລະດັບຄວາມສ່ຽງທີ່ສາມາດຍອມຮັບໄດ້ ໂດຍອີງຕາມຜົນການທົດສອບພາວະເຄັ່ງຕຶງ ທີ່ສົ່ງຜົນກະທົບຕໍ່ກັບຄວາມພຽງພໍຂອງທຶນ. ເນື້ອໃນແຜນທຶນປະກອບມີ ແຜນຍຸດທະສາດໃນການລະດົມທຶນ, ການຈັດສັນທຶນ ແລະ ແຜນສຸກເສີນໃນກໍລະນີພົບພາວະວິກິດ.

ນອກຈາກນີ້, ທະນາຄານທຸລະກິດຕ້ອງກຳນົດວິທີການ ແລະ ຂະບວນການໃນການເພີ່ມທຶນ ໃຫ້ເປັນໄປຕາມແຜນທຶນ ແລະ ກະກຽມແຜນການສຸກເສີນ ເພື່ອຮອງຮັບກໍລະນີທີ່ບໍ່ສາມາດເພີ່ມທຶນໄດ້ຕາມແຜນການເບື້ອງຕົ້ນ.

第ມາດຕາ 10条

第10条 压力测试

在进行压力测试时,商业银行必须执行以下主要工作:

1. 具备资本充足性评估流程,确保严格的压力测试,并设定能够反映可能发生或预期市场状况变化从而对商业银行产生影响的假设条件;

2. 在正常情况或危机情况下进行适当的压力测试,以便能够看到可能发生的变化以及在稳定水平上仍能维持的点;

3. 分析压力测试对其财务状况的影响,包括当前和未来,特别是对资本及资本充足性的影响;

4. 在发生上述情况时进行压力测试;

5. 高级管理层直接参与确定压力测试目标、设定测试所用的情景和假设、讨论和审议压力测试结果、确定纠正措施并解决相关问题;

6. 在压力测试中使用正确和适当的情景和假设;

7. 接受独立和定期的审查;

8. 在提交给老挝人民民主共和国央行的资本充足性评估流程报告中,确定所使用的情景、假设以及压力测试结果。

ພາສາລາວ (老挝语原文)

ມາດຕາ 10 ການທົດສອບພາວະເຄັ່ງຕຶງ

ໃນການທົດສອບພາວະເຄັ່ງຕຶງ ທະນາຄານທຸລະກິດ ຕ້ອງປະຕິບັດຫ້າວຽກຕົ້ນຕໍ ດັ່ງນີ້:

1. ມີຂະບວນການປະເມີນຄວາມພຽງພໍຂອງທຶນ ໂດຍຮັບປະກັນການທົດສອບພາວະເຄັ່ງຕຶງທີ່ເຂັມງວດ ແລະ ມີການກຳນົດຂໍ້ສົມມຸດຖານ ທີ່ສາມາດສະແດງເຖິງສະຖານະການທີ່ຈະເປັນໄປໄດ້ ຫຼື ຄາດວ່າຈະມີການປ່ຽນແປງໃນສະພາບຕະຫຼາດ ທີ່ຈະສົ່ງຜົນກະທົບຕໍ່ທະນາຄານທຸລະກິດ;

2. ທົດສອບພາວະເຄັ່ງຕຶງ ໃຫ້ເໝາະສົມ ທັງໃນສະພາບປົກກະຕິ ຫຼື ກໍລະນີເກີດພາວະວິກິດ ເພື່ອໃຫ້ສາມາດເຫັນໄດ້ເຖິງສິ່ງທີ່ຈະມີການປ່ຽນແປງ ແລະ ຈຸດທີ່ຍັງຮັກສາໄດ້ໃນລະດັບທີ່ມີຄວາມໝັ້ນຄົງ;

3. ວິເຄາະຜົນກະທົບຈາກການທົດສອບພາວະເຄັ່ງຕຶງ ທີ່ມີຜົນຕໍ່ຖານະການເງິນຂອງຕົນ ທັງໃນປັດຈຸບັນ ແລະ ອະນາຄົດ ໂດຍສະເພາະຜົນກະທົບຕໍ່ທຶນ ແລະ ຄວາມພຽງພໍຂອງທຶນ;

4. ທົດສອບພາວະເຄັ່ງຕຶງ ເມື່ອເກີດສະພາວະດັ່ງກ່າວ;

5. ມີສ່ວນຮ່ວມໂດຍກົງຂອງຜູ້ບໍລິຫານລະດັບສູງ ໃນການກຳນົດຈຸດປະສົງການທົດສອບພາວະເຄັ່ງຕຶງ, ກຳນົດສະຖານະການ ແລະ ຂໍ້ສົມມຸດຖານ ທີ່ໃຊ້ໃນການທົດສອບ, ປຶກສາຫາລື ແລະ ພິຈາລະນາ ຕໍ່ກັບຜົນທີ່ໄດ້ຮັບຈາກການທົດສອບພາວະເຄັ່ງຕຶງ, ກຳນົດມາດຕະການແກ້ໄຂ ແລະ ຕົກລົງບັນຫາທີ່ກ່ຽວຂ້ອງ;

6. ນຳໃຊ້ສະຖານະການ ແລະ ຂໍ້ສົມມຸດຖານ ທີ່ຖືກຕ້ອງ ແລະ ເໝາະສົມ ເຂົ້າໃນການທົດສອບພາວະເຄັ່ງຕຶງ;

7. ໄດ້ຮັບການທົບທວນຢ່າງເອກະລາດ ແລະ ເປັນປົກກະຕິ;

8. ກຳນົດບັນດາສະຖານະການ, ຂໍ້ສົມມຸດຖານ ທີ່ນຳໃຊ້ ລວມທັງ ຜົນໄດ້ຮັບຈາກການທົດສອບພາວະເຄັ່ງຕຶງ ໃນບົດລາຍງານຂະບວນການປະເມີນຄວາມພຽງພໍຂອງທຶນ ທີ່ສົ່ງໃຫ້ທະນາຄານແຫ່ງ ສປປ ລາວ.

第ມາດຕາ 11条

第11条 监测与报告
商业银行必须建立严格的监测流程和管理机制,以确保数据的质量和完整性。商业银行必须具有规范、清晰且及时的监测与报告流程,以便能够评估因风险变化对资本充足性的影响,该流程应具有以下主要特征:
1. 董事会和高级管理人员必须定期收到风险信息报告,以便能够监测和审议:
- 重大风险的水平、趋势及其在正常和危机情况下对资本充足性的影响;
- 用于评估资本充足性影响的假设的适当性,以及用于资本充足性评估流程的数据的完整性和准确性;
- 通过比较现有资本与为覆盖正常、危机及压力测试结果下的所有风险而应额外储备的资本,评估资本充足性;
- 调整业务计划以符合现有资本充足性及未来需维持的资本充足性水平。
2. 部门或单位及专门负责人员必须执行:
- 全面、准确、易于理解且及时地准备、监测和报告风险及资本充足性信息,提交给董事会、高级管理人员及相关方;
- 准备、监测和报告未按计划执行的工作,并确定纠正方案,提交给高级管理人员审议。

ພາສາລາວ (老挝语原文)

ມາດຕາ 11 ການຕິດຕາມ ແລະ ການລາຍງານ
ທະນາຄານທຸລະກິດ ຕ້ອງສ້າງຂະບວນການຕິດຕາມ ແລະ ກົນໄກ ການຄຸ້ມຄອງທີ່ຮັດກຸມ ເພື່ອຮັບປະກັນດ້ານຄຸນນະພາບ ແລະ ຄວາມຄົບຖ້ວນຂອງຂໍ້ມູນ. ທະນາຄານທຸລະກິດ ຕ້ອງມີຂະບວນການຕິດຕາມ ແລະ ລາຍງານ ຢ່າງເປັນຮູບປະທຳ, ຊັດເຈນ ແລະ ທັນສະພາບການ ເພື່ອໃຫ້ສາມາດປະເມີນຜົນກະທົບຈາກການປ່ຽນແປງຄວາມສ່ຽງ ຕໍ່ກັບຄວາມພຽງພໍຂອງທຶນ ຊຶ່ງຂະບວນການດັ່ງກ່າວ ຕ້ອງມີລັກສະນະຕົ້ນຕໍ ດັ່ງນີ້:
1. ສະພາບໍລິຫານ ແລະ ຜູ້ບໍລິຫານລະດັບສູງ ຕ້ອງໄດ້ຮັບການລາຍງານຂໍ້ມູນຕ້ານຄວາມສ່ຽງ ຢ່າງເປັນປະຈຳ ເພື່ອໃຫ້ສາມາດຕິດຕາມ ແລະ ພິຈາລະນາ ຄື:
- ລະດັບ ແລະ ແນວໂນ້ມຂອງຄວາມສ່ຽງທີ່ສຳຄັນ ແລະ ຜົນກະທົບທີ່ມີຕໍ່ຄວາມພຽງພໍຂອງທຶນ ໃນສະພາບປົກກະຕິ ແລະ ພາວະວິກິດ;
- ຄວາມແທດເໝາະຂອງຂໍ້ສົມມຸດຖານ ທີ່ນຳໃຊ້ໃນການປະເມີນຜົນກະທົບຕໍ່ຄວາມພຽງພໍຂອງທຶນ, ຄວາມສົມບູນ ແລະ ຄວາມຖືກຕ້ອງຂອງຂໍ້ມູນ ທີ່ນຳໃຊ້ໃນຂະບວນການປະເມີນຄວາມພຽງພໍຂອງທຶນ;
- ຄວາມພຽງພໍຂອງທຶນ ໂດຍສົມທຽບລະຫວ່າງ ທຶນທີ່ມີໃນປັດຈຸບັນ ແລະ ທຶນທີ່ຄວນສຳຮອງເພີ່ມເຕີມ ເພື່ອຮອງຮັບຄວາມສ່ຽງທັງໝົດ ໃນສະພາບປົກກະຕິ, ພາວະວິກິດ ແລະ ຜົນການທົດສອບພາວະເຄັ່ງຕຶງ;
- ການປັບປຸງແຜນທຸລະກິດໃຫ້ສອດຄ່ອງກັບຄວາມພຽງພໍຂອງທຶນທີ່ມີຢູ່ ແລະ ລະດັບຄວາມພຽງພໍຂອງທຶນທີ່ຈຳເປັນຕ້ອງຮັກສາໃນອະນາຄົດ.
2. ພະແນກ ຫຼື ໜ່ວຍງານ ແລະ ພະນັກງານທີ່ຮັບຜິດຊອບສະເພາະ ຕ້ອງປະຕິບັດ ຄື:
- ກະກຽມ, ຕິດຕາມ ແລະ ລາຍງານຄວາມສ່ຽງ, ຄວາມພຽງພໍຂອງທຶນ ຢ່າງຄົບຖ້ວນ, ຖືກຕ້ອງ, ເຂົ້າໃຈງ່າຍ ແລະ ທັນກັບສະພາບການ ໃຫ້ແກ່ ສະພາບໍລິຫານ ແລະ ຜູ້ບໍລິຫານລະດັບສູງ ລວມທັງ ພາກສ່ວນທີ່ກ່ຽວຂ້ອງ;
- ກະກຽມ, ຕິດຕາມ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານທີ່ບໍ່ເປັນໄປຕາມແຜນ ໂດຍກຳນົດແນວທາງແກ້ໄຂ ເພື່ອສະເໜີຕໍ່ຜູ້ບໍລິຫານລະດັບສູງ ພິຈາລະນາ.

第ມາດຕາ 12条

第12条 独立审查
商业银行内部资本充足评估程序必须由未参与该评估程序初始制定和负责研究的部门或单位进行审查,或交由内部审计部门或单位进行审查,并可利用外部机构作为审查方,以确保审查的独立性。

负责审查资本充足评估程序的部门或单位必须具备相关技术知识和能力,以便能够有效地进行审查。

资本充足评估程序的审查频率取决于产品的形式、性质、规模和复杂性,但至少每年审查一次。

资本充足评估程序的审查必须考虑以下内容:

1. 是否符合老挝人民民主共和国银行的规定;
2. 风险识别程序的适当性;
3. 所使用数据的准确性和完整性;
4. 风险计量方法的适当性;
5. 压力测试、假设设定、测试所用数据的确定以及结果之间的合理性、清晰性和一致性。

负责审查资本充足评估程序的部门或单位必须直接向董事会报告,通过内部审计委员会。对商业银行风险数据、战略重点、业务计划、运营环境或其他因素的重大变更必须进行独立审查。

ພາສາລາວ (老挝语原文)

ມາດຕາ 12 ການທົບທວນທີ່ເປັນເອກະລາດ
ຂະບວນການປະເມີນຄວາມພຽງພໍຂອງທຶນພາຍໃນທະນາຄານທຸລະກິດ ຕ້ອງໄດ້ຮັບການທົບທວນຈາກໜ່ວຍງານ ຫຼື ພະແນກ ທີ່ບໍ່ໄດ້ດຳເນີນ ແລະ ຄະນະທີ່ຮັບຜິດຊອບຄົ້ນຄວ້າ ຂະບວນການປະເມີນດັ່ງກ່າວແຕ່ເບື້ອງຕົ້ນ ຫຼື ມອບໃຫ້ໜ່ວຍງານ ຫຼື ພະແນກກວດສອບພາຍໃນ ແລະ ສາມາດນຳໃຊ້ພາກສ່ວນພາຍນອກເປັນຜູ້ທົບທວນ ເພື່ອຮັບປະກັນຄວາມເປັນເອກະລາດໃນການທົບທວນ.

ພະແນກ ຫຼື ໜ່ວຍງານ ທີ່ຮັບຜິດຊອບທົບທວນຂະບວນການປະເມີນຄວາມພຽງພໍຂອງທຶນ ຕ້ອງມີຄວາມຮູ້, ຄວາມສາມາດ ດ້ານເຕັກນິກ ແລະ ວິຊາການທີ່ກ່ຽວຂ້ອງ ເພື່ອສາມາດດຳເນີນການທົບທວນໄດ້ຢ່າງມີປະສິດທິພາບ.

ຄວາມຖີ່ໃນການທົບທວນຂະບວນການປະເມີນຄວາມພຽງພໍຂອງທຶນ ແມ່ນຂຶ້ນກັບ ຮູບແບບ, ລັກສະນະ, ຂະໜາດ ແລະ ຄວາມສັບຊ້ອນຂອງຜະລິດຕະພັນ ແຕ່ຢ່າງໜ້ອຍຕ້ອງທົບທວນ ໜຶ່ງ ຄັ້ງຕໍ່ປີ.

ການທົບທວນ ຂະບວນການປະເມີນຄວາມພຽງພໍຂອງທຶນ ຕ້ອງພິຈາລະນາເນື້ອໃນຕໍ່ໄປນີ້:

1. ຄວາມສອດຄ່ອງກັບລະບຽບການຂອງທະນາຄານແຫ່ງ ສປປ ລາວ;
2. ຄວາມເໝາະສົມໃນຂະບວນການກຳນົດຄວາມສ່ຽງ;
3. ຄວາມຖືກຕ້ອງ ແລະ ຄວາມສົມບູນດ້ານຂໍ້ມູນທີ່ນຳໃຊ້;
4. ຄວາມເໝາະສົມໃນວິທີການວັດແທກປະລິມານຂອງຄວາມສ່ຽງ;
5. ຄວາມສົມເຫດສົມຜົນ, ຄວາມຊັດເຈນ ແລະ ຄວາມສອດຄ່ອງ ລະຫວ່າງ ການທົດສອບພາວະເຄັ່ງຕຶງ, ການຕັ້ງຂໍ້ສົມມຸດຖານ, ການກຳນົດຂໍ້ມູນທີ່ນຳໃຊ້ເຂົ້າໃນການທົດສອບ ແລະ ຜົນໄດ້ຮັບ.

ພະແນກ ຫຼື ໜ່ວຍງານ ທີ່ຮັບຜິດຊອບທົບທວນຂະບວນການປະເມີນຄວາມພຽງພໍຂອງທຶນ ຕ້ອງລາຍງານຜົນການທົບທວນໂດຍກົງ ໃຫ້ສະພາບໍລິຫານ ໂດຍຜ່ານຄະນະກຳມະການກວດສອບພາຍໃນ. ການປ່ຽນແປງທີ່ສຳຄັນຕໍ່ຂໍ້ມູນຄວາມສ່ຽງຂອງທະນາຄານທຸລະກິດ, ຈຸດສຸມຍຸດທະສາດ, ແຜນທຸລະກິດ, ສະພາບແວດລ້ອມໃນການດຳເນີນງານ ຫຼື ປັດໄຈອື່ນ ຕ້ອງໄດ້ຮັບການທົບທວນທີ່ເປັນເອກະລາດ.

本页展示前 12 条,全文共 16 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译