ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານຜະລິດຖ່ານ ແລະ ເຕົາເຜົາຖ່ານ

木炭生产与炭窑企业管理规定

Regulations on the Administration of Charcoal Production and Charcoal Kiln Enterprises

ບົດສະຫຼຸບ

ລະບຽບການນີ້ປັບປຸງການສ້າງຕັ້ງ, ດຳເນີນທຸລະກິດ ແລະ ຄຸ້ມຄອງໂຮງງານຜະລິດຖ່ານໄມ້ ແລະ ເຕົາເຜົາຖ່ານໃນ ສປປ ລາວ, ເນື້ອໃນຫຼັກແມ່ນຄຸ້ມຄອງແຫຼ່ງວັດຖຸດິບ, ຂະບວນການຜະລິດ, ການຂົນສົ່ງຜະລິດຕະພັນ ແລະ ການນຳເຂົ້າ-ສົ່ງອອກ ໃຫ້ສອດຄ່ອງກັບມາດຕະຖານເຕັກນິກ ແລະ ກົດໝາຍ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການຄຸ້ມຄອງ ໂຮງງານຜະລິດຖ່ານ ແລະ ເຕົາເຜົາຖ່ານ
ການຄຸ້ມຄອງ ໂຮງງານຜະລິດຖ່ານ ແລະ ເຕົາເຜົາຖ່ານ ແມ່ນການຄຸ້ມຄອງທາງດ້ານວັດຖຸດິບ, ການສ້າງຕັ້ງ, ການດຳເນີນກິດຈະການໂຮງງານ ໃຫ້ຖືກຕ້ອງ ຕາມມາດຕະຖານເຕັກນິກ ພ້ອມທັງ ຊຸກຍູ້ ຕິດຕາມ ແລະ ກວດກາ ໃຫ້ສອດຄ່ອງ ຕາມທີ່ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນຂໍ້ຕົກລົງ ສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ໂຮງງານຜະລິດຖ່ານ ໝາຍເຖິງ ໂຮງງານຜະລິດຖ່ານອັດເມັດ ແລະ ອັດແທ່ງ ທີ່ນຳເອົາ ໄມ້, ເສດໄມ້, ເສດພືດ ແລະ ຂີ້ເລື່ອຍ ມາປຸງແຕ່ງ ໃຫ້ເປັນຜະລິດຕະພັນຖ່ານອັດເມັດ ແລະ ຖ່ານອັດແທ່ງ ເພື່ອເປັນສິນຄ້າຈຳໜ່າຍພາຍໃນ ແລະ ສົ່ງອອກ;
2. ເຕົາເຜົາຖ່ານ ໝາຍເຖິງ ເຕົາເຜົາຖ່ານຂາວ, ເຕົາເຜົາຖ່ານດຳ ແບບຊົ່ວຄາວ ແລະ ເຕົາຖ່ານດຳ ແບບຄອບຄົວ ທີ່ມີລັກສະນະຫຼາຍຮູບແບບ ເຊັ່ນ ກໍ່ສ້າງດ້ວຍດິນໜຽວ, ດິນຈີ່, ກະປຸກເຫຼັກ, ຂີ້ເລື່ອຍ, ຂີ້ແກບ ແລະ ອື່ນໆ ເພື່ອເຮັດເຕົາຜະລິດຖ່ານເປັນສິນຄ້າ ແລະ ຮັບໃຊ້ຄອບຄົວ;
3. ເສດຖ່ານ ໝາຍເຖິງ ຖ່ານທີ່ແຕກມຸ່ນເປັນກ້ອນນ້ອຍ;

ມາດຕາ ມາດຕາ 3

ມາດຕາ 3 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະການໂຮງງານຜະລິດຖ່ານ ແລະ ເຕົາເຜົາຖ່ານ ຢູ່ ສປປ ລາວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 72 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ