木炭生产与炭窑企业管理规定
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານຜະລິດຖ່ານ ແລະ ເຕົາເຜົາຖ່ານ
Regulations on the Administration of Charcoal Production and Charcoal Kiln Enterprises
简介
该法规调整老挝境内木炭生产厂与炭窑的设立、运营及管理活动,核心内容为规范原材料来源、生产流程、产品运输及进出口,确保符合技术标准与法律要求。
Summary
This regulation governs the establishment, operation, and management of charcoal production plants and kilns in Laos, with core contents regulating raw material sources, production processes, product transportation, and import/export to ensure compliance with technical standards and legal requirements.
ບົດສະຫຼຸບ
ລະບຽບການນີ້ປັບປຸງການສ້າງຕັ້ງ, ດຳເນີນທຸລະກິດ ແລະ ຄຸ້ມຄອງໂຮງງານຜະລິດຖ່ານໄມ້ ແລະ ເຕົາເຜົາຖ່ານໃນ ສປປ ລາວ, ເນື້ອໃນຫຼັກແມ່ນຄຸ້ມຄອງແຫຼ່ງວັດຖຸດິບ, ຂະບວນການຜະລິດ, ການຂົນສົ່ງຜະລິດຕະພັນ ແລະ ການນຳເຂົ້າ-ສົ່ງອອກ ໃຫ້ສອດຄ່ອງກັບມາດຕະຖານເຕັກນິກ ແລະ ກົດໝາຍ.
条文
第ມາດຕາ 1条
第2条 木炭生产厂和木炭窑的管理
木炭生产厂和木炭窑的管理是指对原材料、设立、工厂运营进行管理,使其符合技术标准,并促进、监督和检查其符合法律法规的规定。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງ ໂຮງງານຜະລິດຖ່ານ ແລະ ເຕົາເຜົາຖ່ານ
ການຄຸ້ມຄອງ ໂຮງງານຜະລິດຖ່ານ ແລະ ເຕົາເຜົາຖ່ານ ແມ່ນການຄຸ້ມຄອງທາງດ້ານວັດຖຸດິບ, ການສ້າງຕັ້ງ, ການດຳເນີນກິດຈະການໂຮງງານ ໃຫ້ຖືກຕ້ອງ ຕາມມາດຕະຖານເຕັກນິກ ພ້ອມທັງ ຊຸກຍູ້ ຕິດຕາມ ແລະ ກວດກາ ໃຫ້ສອດຄ່ອງ ຕາມທີ່ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.
第ມາດຕາ 2条
第2条 词语解释
本协议中使用的词语具有以下含义:
1. 木炭生产厂 指将木材、木屑、植物残渣和锯末加工成木炭颗粒和木炭块产品的工厂,用于国内销售和出口;
2. 炭窑 指临时性的白炭窑、黑炭窑以及家庭式黑炭窑,有多种形式,如用粘土、砖、铁桶、锯末、稻壳等建造,用于生产木炭作为商品和家庭使用;
3. 碎炭 指破碎成小块的木炭;
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນຂໍ້ຕົກລົງ ສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ໂຮງງານຜະລິດຖ່ານ ໝາຍເຖິງ ໂຮງງານຜະລິດຖ່ານອັດເມັດ ແລະ ອັດແທ່ງ ທີ່ນຳເອົາ ໄມ້, ເສດໄມ້, ເສດພືດ ແລະ ຂີ້ເລື່ອຍ ມາປຸງແຕ່ງ ໃຫ້ເປັນຜະລິດຕະພັນຖ່ານອັດເມັດ ແລະ ຖ່ານອັດແທ່ງ ເພື່ອເປັນສິນຄ້າຈຳໜ່າຍພາຍໃນ ແລະ ສົ່ງອອກ;
2. ເຕົາເຜົາຖ່ານ ໝາຍເຖິງ ເຕົາເຜົາຖ່ານຂາວ, ເຕົາເຜົາຖ່ານດຳ ແບບຊົ່ວຄາວ ແລະ ເຕົາຖ່ານດຳ ແບບຄອບຄົວ ທີ່ມີລັກສະນະຫຼາຍຮູບແບບ ເຊັ່ນ ກໍ່ສ້າງດ້ວຍດິນໜຽວ, ດິນຈີ່, ກະປຸກເຫຼັກ, ຂີ້ເລື່ອຍ, ຂີ້ແກບ ແລະ ອື່ນໆ ເພື່ອເຮັດເຕົາຜະລິດຖ່ານເປັນສິນຄ້າ ແລະ ຮັບໃຊ້ຄອບຄົວ;
3. ເສດຖ່ານ ໝາຍເຖິງ ຖ່ານທີ່ແຕກມຸ່ນເປັນກ້ອນນ້ອຍ;
第ມາດຕາ 3条
第3条 适用范围
本协议适用于在老挝人民民主共和国境内从事木炭生产厂和木炭窑活动的个人、法人及组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະການໂຮງງານຜະລິດຖ່ານ ແລະ ເຕົາເຜົາຖ່ານ ຢູ່ ສປປ ລາວ.
第ມາດຕາ 4条
第4条 木材和木炭产品的管理
木材和木炭产品的管理包括以下活动:
1. 用于生产木炭的原材料来源;
2. 为开采生产木炭的木材而进行的勘察;
3. 制定和批准开采生产木炭的木材的计划;
4. 开采生产木炭的木材;
5. 木材和木炭的运输;
6. 木材和木炭产品的进口和过境;
7. 木炭产品的出口。
ພາສາລາວ (老挝语原文)
ມາດຕາ 4 ການຄຸ້ມຄອງ ໄມ້ ແລະ ຜະລິດຕະພັນຖ່ານ
ການຄຸ້ມຄອງ ໄມ້ ແລະ ຜະລິດຕະພັນຖ່ານ ປະກອບດ້ວຍ ກິດຈະການ ດັ່ງນີ້:
1. ແຫຼ່ງວັດຖຸດິບ ທີ່ນຳມາຜະລິດຖ່ານ;
2. ການສຳຫຼວດ ເພື່ອຂຸດຄົ້ນໄມ້ຜະລິດຖ່ານ;
3. ການສ້າງແຜນ ແລະ ການອະນຸມັດແຜນຂຸດຄົ້ນໄມ້ຜະລິດຖ່ານ;
4. ການຂຸດຄົ້ນໄມ້ຜະລິດຖ່ານ;
5. ການເຄື່ອນຍ້າຍ ໄມ້ ແລະ ຖ່ານ;
6. ການນຳເຂົ້າ ແລະ ສົ່ງຜ່ານ ໄມ້ ແລະ ຜະລິດຕະພັນຖ່ານ;
7. ການສົ່ງອອກ ຜະລິດຕະພັນຖ່ານ.
第ມາດຕາ 5条
第5条 用于生产木炭的原材料
国家允许使用来自已登记或认证的人工林以及位于有分配计划的用材林区、基础设施建设区、林地转换区、国家分配给村庄使用并已依法正确授予土地使用权的天然林中的原材料来生产木炭。
用于生产白炭的薪材,应在有分配计划的用材林区、基础设施建设区、林地转换区、国家分配给村庄使用并已依法正确授予土地使用权的林区内进行。
用于生产黑炭的天然林,应在政府批准的基础设施建设开发区和林地转换区内进行,这些区域必须经过详细明确的森林调查,以及个人、法人或组织依法正确使用的私有土地区域。
对于用于生产机制炭和成型炭的原材料,允许使用小木材、木屑、植物残渣、炭屑和来自木材加工厂的锯末以及其他原材料残渣。
ພາສາລາວ (老挝语原文)
ມາດຕາ 5 ແຫຼ່ງວັດຖຸດິບ ທີ່ນຳມາຜະລິດຖ່ານ
ລັດ ອະນຸຍາດໃຫ້ນຳໃຊ້ວັດຖຸດິບ ມາຜະລິດຖ່ານ ຈາກ ປ່າປູກ ທີ່ໄດ້ຂຶ້ນທະບຽນ ຫຼື ຢັ້ງຢືນໄມ້ປູກ ແລະ ໄມ້ທຳມະຊາດ ທີ່ນອນໃນເຂດປ່າຜະລິດ ທີ່ມີແຜນຈັດສັນ, ໃນເຂດກໍ່ສ້າງພື້ນຖານໂຄງລ່າງ, ເຂດການຫັນປ່ຽນທີ່ດິນປ່າໄມ້, ເຂດປ່າໄມ້ ທີ່ລັດຈັດສັນໃຫ້ບ້ານນຳໃຊ້ ແລະ ໄດ້ມອບສິດນຳໃຊ້ທີ່ດິນ ຢ່າງຖືກຕ້ອງຕາມກົດໝາຍ.
ໄມ້ຕື້ວ ທີ່ນຳມາຜະລິດຖ່ານຂາວ ໃຫ້ດຳເນີນໃນເຂດປ່າຜະລິດ ທີ່ມີແຜນຈັດສັນ, ເຂດກໍ່ສ້າງພື້ນຖານໂຄງລ່າງ, ເຂດຫັນປ່ຽນທີ່ດິນປ່າໄມ້, ເຂດປ່າໄມ້ ທີ່ລັດຈັດສັນໃຫ້ບ້ານນຳໃຊ້ ແລະ ໄດ້ມອບສິດນຳໃຊ້ທີ່ດິນ ຢ່າງຖືກຕ້ອງຕາມກົດໝາຍ.
ໄມ້ທຳມະຊາດ ທີ່ນຳມາຜະລິດຖ່ານດຳ ໃຫ້ດຳເນີນໃນເຂດພັດທະນາກໍ່ສ້າງພື້ນຖານໂຄງລ່າງ ແລະ ເຂດຫັນປ່ຽນທີ່ດິນປ່າໄມ້ ທີ່ໄດ້ຮັບອະນຸຍາດຈາກ ລັດຖະບານ ຊຶ່ງໄດ້ຜ່ານການສຳຫຼວດປ່າຢ່າງລະອຽດຈະແຈ້ງ ແລະ ເຂດທີ່ດິນທີ່ເປັນກຳມະສິດ ນຳໃຊ້ທີ່ດິນຢ່າງຖືກຕ້ອງ ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ.
ສຳລັບ ວັດຖຸດິບ ທີ່ນຳມາຜະລິດຖ່ານ ອັດເມັດ ແລະ ອັດແທ່ງ ອະນຸຍາດໃຫ້ນຳໃຊ້ ໄມ້ນ້ອຍ, ເສດໄມ້, ເສດພືດ, ເສດຖ່ານ ແລະ ຂີ້ເລື່ອຍ ຈາກ ໂຮງງານປຸງແຕ່ງໄມ້ ແລະ ເສດວັດຖຸດິບອື່ນ.
第ມາດຕາ 6条
第6条 为生产木炭而采伐木材的勘察
为生产木炭而对天然林中生长的藤条和其他木材进行勘察,应在有分配计划的用材林区、基础设施建设区、林地转变区、国家分配给村庄使用的林区、个人、法人或组织的土地(国家已依法授予土地使用权)内进行,并采用系统抽样(系统抽样)或非系统抽样(非系统抽样)进行勘察,以评估木材数量。对于勘察的分级,应按照各时期规定的森林勘察协议执行。
对于已正确登记或认证的人工林,位于个人、法人或组织的土地上,无需进行勘察和按技术程序申请许可即可采伐,但在采伐前,必须携带人工林登记证或人工林认证以证明所有权,同时向县级农业和林业办公室报告并通知采伐地点、树种、采伐株数,以便跟踪和收集数据。
ພາສາລາວ (老挝语原文)
ມາດຕາ 6 ການສຳຫຼວດ ເພື່ອຂຸດຄົ້ນໄມ້ຜະລິດຖ່ານ
ການສຳຫຼວດໄມ້ຕິ້ວ ແລະ ໄມ້ອື່ນໆ ທີ່ເກີດຕາມປ່າທຳມະຊາດ ເພື່ອຜະລິດຖ່ານ ໃຫ້ດຳເນີນໃນເຂດປ່າຜະລິດ ທີ່ມີແຜນຈັດສັນ, ເຂດກໍ່ສ້າງພື້ນຖານໂຄງລ່າງ, ເຂດຫັນປ່ຽນທີ່ດິນປ່າໄມ້, ເຂດປ່າໄມ້ ທີ່ລັດຈັດສັນໃຫ້ບ້ານນຳໃຊ້, ເຂດທີ່ດິນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລັດໄດ້ມອບສິດນຳໃຊ້ທີ່ດິນ ໃຫ້ປ່າງຖືກຕ້ອງຕາມກົດໝາຍ ແລະ ໃຫ້ສຳຫຼວດສຸ່ມດອນຕົວປ່າງ ແບບເປັນລະບົບ (ຣ75ໄ6ກ1ຊໄໄດ) ຫຼື ບໍ່ເປັນລະບົບ (ໄຂກຜົດເກ) ເພື່ອປະເມີນບໍລິມາດໄມ້. ສຳລັບ ການແບ່ງຂັ້ນການສຳຫຼວດ ໃຫ້ປະຕິບັດຕາມ ຂໍ້ຕົກລົງ ວ່າດ້ວຍການສຳຫຼວດປ່າໄມ້ ທີ່ກຳນົດໄວ້ ໃນແຕ່ລະໄລຍະ.
ສຳລັບ ໄມ້ປູກ ທີ່ຢູ່ໃນທີ່ດິນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຂຶ້ນທະບຽນ ຫຼື ຢັ້ງຢືນໄມ້ປູກຢ່າງຖືກຕ້ອງແລ້ວ ສາມາດຕັດໄດ້ ໂດຍບໍ່ຈຳເປັນສຳຫຼວດ ແລະ ຂໍອະນຸຍາດ ຕາມຂັ້ນຕອນທາງດ້ານວິຊາການ ແຕ່ກ່ອນຈະຕັດນັ້ນ ຕ້ອງນຳເອົາໃບທະບຽນປ່າປູກ ຫຼື ຢັ້ງຢືນໄມ້ປູກ ເພື່ອຢັ້ງຢືນກຳມະສິດ ພ້ອມທັງລາຍງານ ແລະ ແຈ້ງສະຖານທີ່ ຊະນິດພັນໄມ້, ຈຳນວນຕົ້ນໄມ້ທີ່ຈະຕັດ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ເພື່ອຕິດຕາມ ແລະ ເກັບກຳຂໍ້ມູນ.
第ມາດຕາ 7条
第7条 采伐林木生产木炭计划的制定和批准
采伐林木生产木炭计划的制定和批准,执行如下:
1. 省级农林厅根据本协议第7条规定的实际调查数据,制定采伐林木生产木炭的计划,然后于每年9月30日前提交给林业局;
2. 林业局研究汇总各省、万象市的年度采伐计划,向农林部报告,以便提交政府审议批准年度采伐林木生产木炭的计划;
3. 农林部发出通知,将年度采伐林木生产木炭的计划下达给省级农林厅,按照政府的批准组织实施,并通知相关部门知悉;
4. 省级农林厅根据农林部的通知,颁发采伐林木生产木炭的许可证。
对于从个人、法人或组织拥有所有权的土地上采伐的、用于生产白炭的树木,这些树木是经过种植和恢复,并已登记或有合法证明的,则无需按照技术程序向政府或农林部申请采伐计划批准,但必须向县级农林办公室报告木材数量信息。
ພາສາລາວ (老挝语原文)
ມາດຕາ 7 ການສ້າງແຜນ ແລະ ການອະນຸມັດແຜນຂຸດຄົ້ນໄມ້ຜະລິດຖ່ານ
ການສ້າງແຜນ ແລະ ການອະນຸມັດແຜນຂຸດຄົ້ນໄມ້ຜະລິດຖ່ານ ໃຫ້ປະຕິບັດ ດັ່ງນີ້:
1. ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ສ້າງແຜນຂຸດຄົ້ນໄມ້ເພື່ອຜະລິດຖ່ານ ບົນພື້ນຖານຂໍ້ມູນສຳຫຼວດຕົວຈິງ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ຈາກນັ້ນສົ່ງໃຫ້ ກົມປ່າໄມ້ ກ່ອນວັນທີ 30 ກັນຍາ ຂອງທຸກໆປີ;
2. ກົມປ່າໄມ້ ຄົ້ນຄວ້າ ສັງລວມ ແຜນຂຸດຄົ້ນໄມ້ ປະຈຳປີ ຂອງບັນດາແຂວງ, ນະຄອນຫຼວງວຽງຈັນ ລາຍງານຫາ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອສະເໜີລັດຖະບານ ພິຈາລະນາອະນຸມັດແຜນການຂຸດຄົ້ນໄມ້ ເພື່ອຜະລິດຖ່ານ ປະຈຳປີ;
3. ກະຊວງກະສິກຳ ແລະ ປ່າໄມ້ ອອກແຈ້ງການ ມອບແຜນການຂຸດຄົ້ນໄມ້ ເພື່ອຜະລິດຖ່ານ ປະຈຳປີ ໃຫ້ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຈັດຕັ້ງປະຕິບັດຕາມການອະນຸມັດຂອງລັດຖະບານ ພ້ອມທັງແຈ້ງໃຫ້ຂະແໜງການທີ່ກ່ຽວຂ້ອງ ຊາບ;
4. ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ອອກໃບອະນຸຍາດຂຸດຄົ້ນໄມ້ເພື່ອຜະລິດຖ່ານ ຕາມແຈ້ງການຂອງກະຊວງກະສິກຳ ແລະ ປ່າໄມ້.
ສຳລັບໄມ້ຕົ້ນ ເພື່ອຜະລິດຖ່ານຂາວ ທີ່ຂຸດຄົ້ນຈາກທີ່ດິນທີ່ເປັນກຳມະສິດຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ປູກ ແລະ ຟື້ນຟູ ໂດຍໄດ້ຂຶ້ນທະບຽນ ຫຼື ຫຼັກຖານຖືກຕ້ອງແລ້ວ ນັ້ນ ບໍ່ຈຳເປັນຂໍອະນຸມັດແຜນການຂຸດຄົ້ນ ຈາກ ລັດຖະບານ ຫຼື ກະຊວງກະສິກຳ ແລະ ປ່າໄມ້ ຕາມຂັ້ນຕອນທາງດ້ານວິຊາການ ແຕ່ຕ້ອງໄດ້ລາຍງານຂໍ້ມູນບໍລິມາດໄມ້ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ຊາບ.
第ມາດຕາ 8条
第8条 采伐薪材
从基础设施建设区域、林地转换区域采伐薪材和其他树种,应当按照批准的采伐配额计划具体实施,根据每个实际项目进行,并由林业部门监督,经省级农林厅确认。
国家分配给村庄使用的林区可以全年进行采伐,但必须获得采伐计划批准,并由林业部门监督,经省级农林厅确认。
对于从已登记或正确认证的人工林和森林恢复区采伐的薪材,林主可以全年采伐,无需申请采伐计划批准,但须经县级农林办公室检查和认证。
ພາສາລາວ (老挝语原文)
ມາດຕາ 8 ການຂຸດຄົ້ນໄມ້ຜະລິດຖ່ານ
ການຂຸດຄົ້ນໄມ້ຕີ້ວ ແລະ ໄມ້ຊະນິດອື່ນ ຈາກ ເຂດກໍ່ສ້າງພື້ນຖານໂຄງລ່າງ, ເຂດທັນປ່ຽນທີ່ດິນປ່າໄມ້ ແມ່ນໃຫ້ຈັດຕັ່ງປະຕິບັດຕາມແຜນການອະນຸມັດໂກຕາຂຸດຄົ້ນ ເປັນອັນສະເພາະ ຕາມແຕ່ລະໂດງການຕົວຈິງ ແລະ ມີການຕິດຕາມກວດກາຈາກ ຂະແໜງປ່າໄມ້ ໂດຍຢັ້ງຢືນຈາກ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ.
ເຂດປ່າໄມ້ ທີ່ລັດຈັດສັນໃຫ້ບ້ານນຳໃຊ້ ສາມາດດຳເນີນໄດ້ຕະຫຼອດປີ ແຕ່ຕ້ອງໄດ້ຮັບການອະນຸມັດ ແຜນການຂຸດຄົ້ນ ແລະ ມີການຕິດຕາມກວດກາຈາກ ຂະແໜງປ່າໄມ້ ໂດຍຢັ້ງຢືນຈາກ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ.
ສຳລັບ ໄມ້ຕີ້ວ ທີ່ຂຸດຄົ້ນຈາກ ປ່າປູກ ແລະ ເຂດຟື້ນຟູປ່າ ທີ່ໄດ້ຂຶ້ນທະບຽນ ຫຼື ຢັ້ງຢືນຢ່າງຖືກຕ້ອງ ແລ້ວ, ເຈົ້າຂອງປ່າປູກ ສາມາດຂຸດຄົ້ນໄດ້ຕະຫຼອດປີ ບໍ່ຈຳເປັນຕ້ອງຂໍອະນຸມັດແຜນຂຸດຄົ້ນ ແຕ່ໃຫ້ມີການກວດກາ ແລະ ຢັ້ງຢືນ ຈາກຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ.
第ມາດຕາ 9条
第9条 木材和木炭的运输
在基础设施建设区、林地转换区、国家分配给村庄使用的林区采伐的柚木和其他树种的木材,在省内县与县之间的运输,必须有县级农林办公室按照Kym 01表格出具的运输文件;
省与省之间或国内跨省的木材运输,必须有省级农林厅按照Kym 02表格出具的运输文件。
个人、法人或组织从人工林采伐的柚木和其他树种木材,已种植并恢复森林,且已正确登记或认证的,在省内运输无需申请许可,但必须携带登记证或认证文件通知县级农林办公室。
颗粒炭、棒状炭和白炭的国内运输,由县级农林办公室出具运输许可证,但必须先按规定履行各项义务;运输许可证按照Kyt 1表格出具;出口国外则由省级农林厅按照Kyt 2表格出具运输许可证。
用于商业目的的黑炭运输,数量在20至40袋或0.5至2吨之间的,由县级农林办公室按照Kytd 01.01表格出具运输许可证;超过40袋或2吨以上的,由省级农林厅按照Kytd 01.02表格出具运输许可证。但黑炭必须有合法来源、年度木材采伐配额、采伐许可证、购销合同,并按规定缴纳自然资源费和相关税费。
对于用于消费的黑炭运输,无需申请运输许可证,但不得超过20袋或0.5吨。
ພາສາລາວ (老挝语原文)
ມາດຕາ 9 ການເຄື່ອນຍ້າຍ ໄມ້ ແລະ ຖ່ານ
ການເຄື່ອນຍ້າຍໄມ້ຕື້ວ ແລະ ໄມ້ຊະນິດອື່ນ ທີ່ຂຸດຄົ້ນຢູ່ໃນ ເຂດກໍ່ສ້າງພື້ນຖານໂຄງລ່າງ, ເຂດປ່ຽນທີ່ດິນປ່າໄມ້, ເຂດປ່າໄມ້ ທີ່ລັດຈັດສັນໃຫ້ບ້ານນຳໃຊ້, ການເຄື່ອນຍ້າຍ ລະຫວ່າງ ເມືອງຕໍ່ເມືອງ ພາຍໃນແຂວງ ຕ້ອງມີເອກະສານເຄື່ອນຍ້າຍຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ຕາມແບບພິມ ຄຍມ 01,
ສ່ວນການເຄື່ອນຍ້າຍໄມ້ ລະຫວ່າງ ແຂວງ ຫາ ແຂວງ ຫຼື ພາຍໃນປະເທດ ຕ້ອງມີເອກະສານເຄື່ອນຍ້າຍ ຈາກ
ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຕາມແບບພິມ ຄຍມ 02.
ໄມ້ຕື້ວ ແລະ ໄມ້ຊະນິດອື່ນ ທີ່ຂຸດຄົ້ນຈາກປ່າປູກຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໄດ້ປູກ
ແລະ ຟື້ນຟູປ່າ ໂດຍໄດ້ຂຶ້ນທະບຽນ ຫຼື ຢັ້ງຢືນຢ່າງຖືກຕ້ອງແລ້ວ ບໍ່ຈຳເປັນຂໍອະນຸຍາດເຄື່ອນຍ້າຍພາຍໃນ
ແຂວງ ແຕ່ຕ້ອງເອົາໃບທະບຽນ ຫຼື ໃບຢັ້ງຢືນ ແຈ້ງຕໍ່ ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ຊາບ.
ການເຄື່ອນຍ້າຍຖ່ານ ອັດເມັດ, ອັດແທ່ງ ແລະ ຖ່ານຂາວ ພາຍໃນປະເທດ ແມ່ນ ຫ້ອງການກະສິກຳ
ແລະ ປ່າໄມ້ ຂັ້ນເມືອງ ອອກໃບອະນຸຍາດເຄື່ອນຍ້າຍ ແຕ່ຕ້ອງປະຕິບັດພັນທະຕ່າງໆ ໃຫ້ຖືກຕ້ອງຕາມລະ
ບຽບການກ່ອນ, ການອອກໃບອະນຸຍາດເຄື່ອນຍ້າຍ ຕາມແບບພິມ ຄຍຖ 1, ອອກຕ່າງປະເທດ ແມ່ນ ພະ
ແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ອອກໃບອະນຸຍາດເຄື່ອນຍ້າຍ ຕາມແບບພິມ ຄຍຖ 2.
ການເຄື່ອນຍ້າຍຖ່ານດຳ ເພື່ອທຸລະກິດພາຍໃນປະເທດ ຈຳນວນ 20 ຫາ 40 ເປົາ ຫຼື 0.5 ຫາ 2 ໂຕນ
ແມ່ນ ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ອອກອະນຸຍາດເຄື່ອນຍ້າຍ ຕາມແບບພິມ ຄຍຖດ 01.01,
ຖ້າຫຼາຍກວ່າ ຈຳນວນ 40 ເປົາ ຫຼື 2 ໂຕນຂຶ້ນໄປ ແມ່ນ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ອອກອະນຸ
ຍາດເຄື່ອນຍ້າຍ ຕາມແບບພິມ ຄຍຖດ 01.02. ແຕ່ຕ້ອງແມ່ນຖ່ານດຳ ທີ່ມີແຫຼ່ງທີ່ມາຖືກຕ້ອງ, ມີໂກຕາຂຸດ
ຄົ້ນໄມ້ ປະຈຳປີ, ມີໃບອະນຸຍາດຂຸດຄົ້ນ, ມີສັນຍາ ຊື້-ຂາຍ ແລະ ປະຕິບັດພັນທະຄ່າຊັບພະຍາກອນທຳມະ
ຊາດ, ຄ່າອາກອນຕ່າງໆ ຕາມລະບຽບການທີ່ກ່ຽວຂ້ອງ ທີ່ໄດ້ກຳນົດໄວ້ໃນແຕ່ລະໄລຍະ.
ສຳລັບ ການເຄື່ອນຍ້າຍຖ່ານດຳ ເພື່ອການຊົມໃຊ້ ແມ່ນບໍ່ຈຳເປັນຂໍໃບອະນຸຍາດເຄື່ອນຍ້າຍ ແຕ່ບໍ່ໃຫ້
ເກີນ ຈຳນວນ 20 ເປົາ ຫຼື 0.5 ໂຕນ.
第ມາດຕາ 10条
第10条 木材和木炭产品的进口与过境
政府允许进口国内无法供应的木材,但须有原产国的来源证明,并须获得农林部门的许可。
政府允许进口成品木炭产品以满足国内使用需求,但须有原产国的来源证明,并须获得农林部林业局的许可。
政府允许颗粒炭、棒炭和白炭的过境,但须遵守相关法律和法规在各时期的规定。
ພາສາລາວ (老挝语原文)
ມາດຕາ 10 ການນຳເຂົ້າ ແລະ ສົ່ງຜ່ານ ໄມ້ ແລະ ຜະລິດຕະພັນຖ່ານ
ລັດຖະບານ ອະນຸຍາດນຳເຂົ້າໄມ້ ທີ່ບໍ່ສາມາດສະໜອງພາຍໃນປະເທດໄດ້ ແຕ່ຕ້ອງມີໃບຢັ້ງຢືນແຫຼ່ງທີ່ມາຈາກປະເທດຕົ້ນທາງ ແລະ ໄດ້ຮັບອະນຸຍາດຈາກ ຂະແໜງການກະສິກຳ ແລະ ປ່າໄມ້.
ລັດຖະບານ ອະນຸຍາດນຳເຂົ້າຜະລິດຕະພັນຖ່ານ ສຳເລັດຮູບ ເພື່ອຕອບສະໜອງຄວາມຕ້ອງການໃນການນຳໃຊ້ພາຍໃນ ແຕ່ຕ້ອງມີໃບຢັ້ງຢືນແຫຼ່ງທີ່ມາຈາກປະເທດຕົ້ນທາງ ແລະ ໄດ້ຮັບອະນຸຍາດຈາກ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້.
ລັດຖະບານ ອະນຸຍາດໃຫ້ສົ່ງຜ່ານຖ່ານ ອັດເມັດ, ອັດແທ່ງ ແລະ ຖ່ານຂາວ ໂດຍໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ກຳນົດໄວ້ໃນແຕ່ລະໄລຍະ.
第ມາດຕາ 11条
第11条 木炭产品的出口
政府鼓励出口木炭产品,如木炭颗粒、木炭棒和白炭,但必须向省级农林厅申请出口许可证,按照ຄຍຖ 02表格办理,以便于跟踪和收集数据。政府严禁将黑炭出口到国外。
ພາສາລາວ (老挝语原文)
ມາດຕາ 11 ການສົ່ງອອກຜະລິດຕະພັນຖ່ານ
ລັດຖະບານ ສົ່ງເສີມການສົ່ງອອກຜະລິດຕະພັນຖ່ານ ອັດເມັດ, ອັດແທ່ງ ແລະ ຖ່ານຂາວ ແຕ່ຕ້ອງຂໍໃບອະນຸຍາດສົ່ງອອກ ຈາກ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຕາມແບບພິມ ຄຍຖ 02 ເພື່ອສະດວກໃນການຕິດຕາມ ແລະ ເກັບກຳຂໍ້ມູນ. ລັດຖະບານ ບໍ່ອະນຸຍາດ ໃຫ້ສົ່ງອອກຖ່ານດຳ ໄປຕ່າງປະເທດ ຢ່າງເດັດຂາດ.
第ມາດຕາ 12条
第12条 木炭生产厂类型
木炭生产厂分为以下两(2)种类型:
1. 颗粒木炭生产厂;
2. 棒状木炭生产厂。
ພາສາລາວ (老挝语原文)
ມາດຕາ 12 ປະເພດໂຮງງານຜະລິດຖ່ານ
ໂຮງງານຜະລິດຖ່ານ ໄດ້ແບ່ງອອກເປັນ ສອງ (2) ປະເພດ ດັ່ງນີ້:
1. ໂຮງງານຜະລິດຖ່ານ ອັດເມັດ;
2. ໂຮງງານຜະລິດຖ່ານ ອັດແທ່ງ.
本页展示前 12 条,全文共 72 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读