ຂໍ້ຕົກລົງວ່າດ້ວຍ ມາດຕະຖານຄວາມປອດໄພຂອງເຄື່ອງຝາກ ແລະ ຄວາມໄວຂອງການບໍລິການໄປສະນີ
邮件安全标准与邮政服务速度规定
Regulations on Mail Security Standards and Postal Service Speed
ບົດສະຫຼຸບ
ກົດໝາຍນີ້ກຳນົດມາດຕະຖານຄວາມປອດໄພສຳລັບການຫຸ້ມຫໍ່, ການບັນທຸກ, ແລະການຈັດຮຽງຈົດໝາຍ, ພ້ອມທັງມາດຕະຖານຄວາມໄວສຳລັບການບໍລິການທຳມະດາ ແລະດ່ວນ, ໃຊ້ກັບຜູ້ໃຫ້ບໍລິການ ແລະຜູ້ໃຊ້ບໍລິການໄປສະນີທຸກຄົນໃນລາວ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ມາດຕະຖານຄວາມປອດໄພຂອງເຄື່ອງຝາກ ແລະ ຄວາມໄວຂອງການບໍລິການໄປສະນີ
ມາດຕະຖານຄວາມປອດໄພຂອງເຄື່ອງຝາກທາງໄປສະນີ ແມ່ນ ຕົວຊີ້ວັດໃນການກວດກາ, ວັດແທກ, ຕີລາຄາ ແລະ ຈັດແບ່ງລະດັບຄຸນນະພາບ ຂອງການຫຸ້ມຫໍ່, ບັນຈຸ ແລະ ຈັດລຽງເຄື່ອງຝາກ ໃຫ້ເໝາະສົມກັບ ຊະນິດ, ປະເພດ, ຂະໜາດ, ນ້ຳໜັກ ຂອງເຄື່ອງຝາກ ເພື່ອປ້ອງກັນ ແລະ ຮັກສາ ບໍ່ໃຫ້ເຄື່ອງຝາກແຕກຫັກ, ຈີກ, ຂາດ, ຮົ່ວຊຶມ, ປ່ຽນຮູບ ຫຼື ເກີດຄວາມເສຍຫາຍ.
ມາດຕະຖານຄວາມໄວຂອງການບໍລິການໄປສະນີ ແມ່ນ ຕົວຊີ້ວັດໃນການກວດກາ, ວັດແທກ, ຕີລາຄາ ແລະ ຈັດແບ່ງລະດັບຄຸນນະພາບ ຂອງການຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ເຄື່ອງຝາກທາງໄປສະນີ ເພື່ອ ຮັບປະກັນການສົ່ງມອບເຄື່ອງຝາກ ຊຶ່ງກຳນົດໄວ້ໃນຂໍ້ກຳນົດ.
ມາດຕາ ມາດຕາ 2
ມາດຕາ 2
ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ສິ່ງຫຸ້ມຫໍ່ ໝາຍເຖິງ ວັດສະດຸ ຫຼື ພາຊະນະ ທີ່ໃຊ້ປົກປ້ອງສິ່ງຂອງຕ່າງໆ ເພື່ອຊ່ວຍປ້ອງກັນການກະທົບ, ສຽດສີ, ຮົ່ວຊຶມ ຫຼື ຄວາມເສຍຫາຍ ລະຫວ່າງການຂົນສົ່ງ ແລະ ເກັບມ້ຽນ ເປັນຕົ້ນ ແຜ່ນປລາສະຕິກກັນກະທົບ, ເຈ້ຍ, ເມັດໂຟມ, ແຜ່ນໂຟມ, ນວມຟອງນຳ, ຖົງລົມ ຫຼື ສິ່ງອື່ນ;
2. ບັນຈຸພັນ ໝາຍເຖິງ ສິ່ງທີ່ໃຊ້ບັນຈຸເຄື່ອງຝາກ ເພື່ອຊ່ວຍປ້ອງກັນຄວາມເສຍຫາຍ ແລະ ເຊື່ອມຄຸນນະພາບ ໃຫ້ສາມາດເກັບມ້ຽນ, ຂົນສົ່ງ ແລະ ຈຳໜ່າຍ ໄດ້ຢ່າງສະດວກ ແລະ ປອດໄພ ເປັນຕົ້ນ ຊອງ, ຖົງ, ກອງ, ຫີບ, ລັ່ງ ຫຼື ສິ່ງອື່ນ;
3. ການບໍລິການແບບທຳມະດາ ໝາຍເຖິງ ການບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ເຄື່ອງຝາກທາງໄປສະນີ ທີ່ມີລັກສະນະທົ່ວໄປ ແລະ ຈັດສົ່ງຕາມປົກກະຕິ;
4. ການບໍລິການແບບດ່ວນ ໝາຍເຖິງ ການບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ເຄື່ອງຝາກທາງໄປສະນີ ດ້ວຍຄວາມວ່ອງໄວ ທີ່ສາມາດຕິດຕາມໄດ້ ແລະ ຕ້ອງແຈກຢາຍໃຫ້ແກ່ຜູ້ຮັບເປັນການດ່ວນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 20 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ