邮件安全标准与邮政服务速度规定

ຂໍ້ຕົກລົງວ່າດ້ວຍ ມາດຕະຖານຄວາມປອດໄພຂອງເຄື່ອງຝາກ ແລະ ຄວາມໄວຂອງການບໍລິການໄປສະນີ

Regulations on Mail Security Standards and Postal Service Speed

简介

该法规针对老挝邮政服务,规定了邮件包装、装载、排列的安全标准,以及普通与快递服务的速度标准,适用于所有邮政服务提供者和使用者。

Summary

This regulation governs Lao postal services, setting safety standards for mail packaging, loading, and sorting, as well as speed standards for regular and express services, applicable to all postal service providers and users.

ບົດສະຫຼຸບ

ກົດໝາຍນີ້ກຳນົດມາດຕະຖານຄວາມປອດໄພສຳລັບການຫຸ້ມຫໍ່, ການບັນທຸກ, ແລະການຈັດຮຽງຈົດໝາຍ, ພ້ອມທັງມາດຕະຖານຄວາມໄວສຳລັບການບໍລິການທຳມະດາ ແລະດ່ວນ, ໃຊ້ກັບຜູ້ໃຫ້ບໍລິການ ແລະຜູ້ໃຊ້ບໍລິການໄປສະນີທຸກຄົນໃນລາວ.

条文

第ມາດຕາ 1条

第2条 邮件安全标准和邮政服务速度标准
邮政邮件安全标准是指检查、测量、评估和划分邮件包装、封装和整理的质量等级的指标,以适合邮件的种类、类型、尺寸、重量,旨在防止和保护邮件不破裂、撕裂、破损、渗漏、变形或损坏。
邮政服务速度标准是指检查、测量、评估和划分邮件收寄、处理和投递的质量等级的指标,以确保邮件在规定时限内送达。

ພາສາລາວ (老挝语原文)

ມາດຕາ 2 ມາດຕະຖານຄວາມປອດໄພຂອງເຄື່ອງຝາກ ແລະ ຄວາມໄວຂອງການບໍລິການໄປສະນີ
ມາດຕະຖານຄວາມປອດໄພຂອງເຄື່ອງຝາກທາງໄປສະນີ ແມ່ນ ຕົວຊີ້ວັດໃນການກວດກາ, ວັດແທກ, ຕີລາຄາ ແລະ ຈັດແບ່ງລະດັບຄຸນນະພາບ ຂອງການຫຸ້ມຫໍ່, ບັນຈຸ ແລະ ຈັດລຽງເຄື່ອງຝາກ ໃຫ້ເໝາະສົມກັບ ຊະນິດ, ປະເພດ, ຂະໜາດ, ນ້ຳໜັກ ຂອງເຄື່ອງຝາກ ເພື່ອປ້ອງກັນ ແລະ ຮັກສາ ບໍ່ໃຫ້ເຄື່ອງຝາກແຕກຫັກ, ຈີກ, ຂາດ, ຮົ່ວຊຶມ, ປ່ຽນຮູບ ຫຼື ເກີດຄວາມເສຍຫາຍ.
ມາດຕະຖານຄວາມໄວຂອງການບໍລິການໄປສະນີ ແມ່ນ ຕົວຊີ້ວັດໃນການກວດກາ, ວັດແທກ, ຕີລາຄາ ແລະ ຈັດແບ່ງລະດັບຄຸນນະພາບ ຂອງການຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ເຄື່ອງຝາກທາງໄປສະນີ ເພື່ອ ຮັບປະກັນການສົ່ງມອບເຄື່ອງຝາກ ຊຶ່ງກຳນົດໄວ້ໃນຂໍ້ກຳນົດ.

第ມາດຕາ 2条

第2条
术语解释
本协议中使用的术语定义如下:

1. “包装材料”是指用于保护物品的材料或容器,以防止在运输和储存过程中发生碰撞、摩擦、渗漏或损坏,例如防撞塑料板、纸张、泡沫颗粒、泡沫板、海绵、气袋或其他物品;

2. “包装容器”是指用于盛装寄递物品,以帮助防止损坏和质量下降,便于储存、运输和销售,例如信封、袋子、盒子、箱子、篮子或其他物品;

3. “普通服务”是指具有一般性质并按常规方式寄递的邮政寄递物品的收寄、处理和投递服务;

4. “快递服务”是指以快速方式寄递邮政寄递物品,可追踪且必须立即投递给收件人的收寄、处理和投递服务。

ພາສາລາວ (老挝语原文)

ມາດຕາ 2
ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ສິ່ງຫຸ້ມຫໍ່ ໝາຍເຖິງ ວັດສະດຸ ຫຼື ພາຊະນະ ທີ່ໃຊ້ປົກປ້ອງສິ່ງຂອງຕ່າງໆ ເພື່ອຊ່ວຍປ້ອງກັນການກະທົບ, ສຽດສີ, ຮົ່ວຊຶມ ຫຼື ຄວາມເສຍຫາຍ ລະຫວ່າງການຂົນສົ່ງ ແລະ ເກັບມ້ຽນ ເປັນຕົ້ນ ແຜ່ນປລາສະຕິກກັນກະທົບ, ເຈ້ຍ, ເມັດໂຟມ, ແຜ່ນໂຟມ, ນວມຟອງນຳ, ຖົງລົມ ຫຼື ສິ່ງອື່ນ;

2. ບັນຈຸພັນ ໝາຍເຖິງ ສິ່ງທີ່ໃຊ້ບັນຈຸເຄື່ອງຝາກ ເພື່ອຊ່ວຍປ້ອງກັນຄວາມເສຍຫາຍ ແລະ ເຊື່ອມຄຸນນະພາບ ໃຫ້ສາມາດເກັບມ້ຽນ, ຂົນສົ່ງ ແລະ ຈຳໜ່າຍ ໄດ້ຢ່າງສະດວກ ແລະ ປອດໄພ ເປັນຕົ້ນ ຊອງ, ຖົງ, ກອງ, ຫີບ, ລັ່ງ ຫຼື ສິ່ງອື່ນ;

3. ການບໍລິການແບບທຳມະດາ ໝາຍເຖິງ ການບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ເຄື່ອງຝາກທາງໄປສະນີ ທີ່ມີລັກສະນະທົ່ວໄປ ແລະ ຈັດສົ່ງຕາມປົກກະຕິ;

4. ການບໍລິການແບບດ່ວນ ໝາຍເຖິງ ການບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ເຄື່ອງຝາກທາງໄປສະນີ ດ້ວຍຄວາມວ່ອງໄວ ທີ່ສາມາດຕິດຕາມໄດ້ ແລະ ຕ້ອງແຈກຢາຍໃຫ້ແກ່ຜູ້ຮັບເປັນການດ່ວນ.

第ມາດຕາ 3条

第4条
适用范围
本协议适用于在老挝人民民主共和国提供和使用邮政服务的个人、法人。

ພາສາລາວ (老挝语原文)

ມາດຕາ 4
ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ທີ່ໃຫ້ບໍລິການ ແລະ ໃຊ້ບໍລິການດ້ານໄປສະນີ ຢູ່ ສປປ ລາວ.

第ມາດຕາ 4条

第4条
邮寄物品安全标准
邮寄物品安全标准如下:
1. 邮寄物品包装安全;
2. 邮寄物品装载安全;
3. 包装排列安全。
邮寄物品包装安全
邮寄物品包装必须按照以下步骤进行:
1. 使用适合邮寄物品性质和类型的包装材料;
2. 包装要适合内部物品和运输条件;
3. 包装必须确保密封严密、牢固;
4. 贴全寄件人信息、收件人信息和物品信息;
5. 对于需要特殊保管或注意的邮寄物品,应贴上注意文字。

ພາສາລາວ (老挝语原文)

ມາດຕາ 4
ມາດຕະຖານຄວາມປອດໄພຂອງເຄື່ອງຝາກທາງໄປສະນີ
ມາດຕະຖານຄວາມປອດໄພຂອງເຄື່ອງຝາກທາງໄປສະນີ ມີ ດັ່ງນີ້:
1. ຄວາມປອດໄພການຫຸ້ມຫໍ່ເຄື່ອງຝາກ;
2. ຄວາມປອດໄພການບັນຈຸເຄື່ອງຝາກ;
3. ຄວາມປອດໄພການຈັດລຽງບັນຈຸພັນ.
ຄວາມປອດໄພການຫຸ້ມຫໍ່ເຄື່ອງຝາກ
ການຫຸ້ມຫໍ່ເຄື່ອງຝາກ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ນຳໃຊ້ວັດສະດຸຫຸ້ມຫໍ່ໃຫ້ເໝາະສົມກັບລັກສະນະ ແລະ ປະເພດຂອງເຄື່ອງຝາກ;
2. ຫຸ້ມຫໍ່ໃຫ້ເໝາະສົມກັບສິ່ງບັນຈຸພາຍໃນ ແລະ ສະພາບການຂົນສົ່ງ;
3. ການຫຸ້ມຫໍ່ ຕ້ອງຮັບປະກັນການປິດໃຫ້ແໜ້ນໜາ ແລະ ແຈບດີ;
4. ຕິດຂໍ້ມູນຜູ້ຝາກ, ຂໍ້ມູນຜູ້ຮັບ ແລະ ຂໍ້ມູນເຄື່ອງຝາກ ໃຫ້ຄົບຖ້ວນ;
5. ສຳລັບເຄື່ອງຝາກທີ່ຕ້ອງການຮັກສາ ຫຼື ລະມັດລະວັງເປັນພິເສດ ໃຫ້ຕິດຂໍ້ຄວາມລະວັງ.

第ມາດຕາ 5条

第5条 包裹包装安全
包裹包装必须遵守以下规定:

1. 将包裹按类型和目的地分类装入包装容器;

2. 将包裹装入包装容器必须符合管理机构规定的重量标准;

3. 封闭包装容器必须确保牢固,防止包裹在运输过程中脱落,并粘贴包裹信息标签,以便于追踪包裹。

ພາສາລາວ (老挝语原文)

ມາດຕາ 5 ຄວາມປອດໄພການບັນຈຸເຄື່ອງຝາກ
ການບັນຈຸເຄື່ອງຝາກ ຕ້ອງປະຕິບັດຕາມຂໍ້ກຳນົດດັ່ງນີ້:

1. ຄັດແຍກເຄື່ອງຝາກເຂົ້າໃນບັນຈຸພັນ ໃຫ້ຖືກຕາມປະເພດ ແລະ ປາຍທາງ;

2. ການບັນຈຸເຄື່ອງຝາກເຂົ້າໃນບັນຈຸພັນ ຕ້ອງໃຫ້ສອດຄ່ອງຕາມມາດຕະຖານນ້ຳໜັກ ທີ່ອົງການຄຸ້ມຄອງກຳນົດ;

3. ການປິດບັນຈຸພັນ ຕ້ອງຮັບປະກັນຄວາມແໜ້ນໜາ ບໍ່ໃຫ້ເຄື່ອງຝາກຫຼຸດອອກໃນລະຫວ່າງການຂົນສົ່ງ ແລະ ຕິດປ້າຍກຳກັບຂໍ້ມູນເຄື່ອງຝາກ ເພື່ອຄວາມສະດວກໃນເວລາຕິດຕາມເຄື່ອງຝາກ.

第ມາດຕາ 6条

第6条 包裹排列安全
包裹排列必须按照以下步骤进行:
1. 将包裹排列到运输车辆上时,必须小心且整齐地放置,将重量大且坚固的包裹放在底部,作为上部物品的承重基础;
2. 包裹排列必须与运输车辆的空间相适应,并按交付顺序排列,以便于查找和从运输车辆中取出;
3. 排列完成后,必须捆绑或覆盖牢固,以防止在运输过程中发生移动或掉落。

ພາສາລາວ (老挝语原文)

ມາດຕາ 6 ຄວາມປອດໄພການຈັດລຽງບັນຈຸພັນ
ການຈັດລຽງບັນຈຸພັນ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ການຈັດລຽງບັນຈຸພັນ ໃສ່ພາຫະນະຂົນສົ່ງ ຕ້ອງຈັດວາງດ້ວຍຄວາມລະມັດລະວັງ ແລະ ເປັນລະບຽບຮຽບຮ້ອຍ ໂດຍຈັດບັນຈຸພັນທີ່ມີນ້ຳໜັກຫຼາຍ ແລະ ແຂງແຮງໄວ້ດ້ານລຸ່ມ ເພື່ອເປັນຖານຮັບນ້ຳໜັກສິ່ງຂອງດ້ານເທິງ;
2. ການຈັດລຽງບັນຈຸພັນ ຕ້ອງໃຫ້ເໝາະສົມກັບພື້ນທີ່ ຂອງພາຫະນະຂົນສົ່ງ ແລະ ຈັດລຽງຕາມລຳດັບການສົ່ງມອບ ເພື່ອຄວາມສະດວກຕໍ່ການຄົ້ນຫາ ແລະ ນຳອອກຈາກພາຫະນະຂົນສົ່ງ;
3. ພາຍຫຼັງສຳເລັດການຈັດລຽງ ຕ້ອງມັດ ຫຼື ບົກຄຸມໃຫ້ແໜ້ນໜາ ເພື່ອປ້ອງກັນບໍ່ໃຫ້ເກີດການເຄື່ອນເຫັງ ຫຼື ຕົກຫຼົ່ມ ໃນລະຫວ່າງການຂົນສົ່ງ.

第ມາດຕາ 7条

第7条 邮政服务速度标准
邮政服务速度标准如下:
1. 普通服务标准;
2. 快递服务标准。

ພາສາລາວ (老挝语原文)

ມາດຕາ 7 ມາດຕະຖານຄວາມໄວຂອງການບໍລິການໄປສະນີ
ມາດຕະຖານຄວາມໄວຂອງການບໍລິການໄປສະນີ ມີ ດັ່ງນີ້:
1. ມາດຕະຖານການບໍລິການແບບທຳມະດາ;
2. ມາດຕະຖານການບໍລິການແບບດວນ.

第ມາດຕາ 8条

第8条 普通服务标准
普通服务标准必须按照以下规定的时间执行:

序号 | 服务区域 | 时限
1 | 起点至终点在同一省、万象市内 | 不超过3天
2 | 起点至终点在1区、2区、3区内 | 不超过4天
3 | 起点至终点在1区至2区和3区之间 | 不超过5天
4 | 起点至终点在2区和3区之间 | 不超过6天

ພາສາລາວ (老挝语原文)

ມາດຕາ 8 ມາດຕະຖານການບໍລິການແບບທຳມະດາ
ມາດຕະຖານການບໍລິການແບບທຳມະດາ ຕ້ອງປະຕິບັດຕາມໄລຍະເວລາທີ່ກຳນົດໄວ້ ດັ່ງນີ້:

ລຳດັບ | ພື້ນທີ່ບໍລິການ | ໄລຍະເວລາ
1 | ຕົ້ນທາງ ຫາ ປາຍທາງ ພາຍໃນແຂວງ, ນະຄອນຫຼວງວຽງຈັນ | ບໍ່ເກີນ 3 ວັນ
2 | ຕົ້ນທາງ ຫາ ປາຍທາງ ພາຍໃນ ເຂດ 1, ເຂດ 2, ເຂດ 3 | ບໍ່ເກີນ 4 ວັນ
3 | ຕົ້ນທາງ ຫາ ປາຍທາງ ລະຫວ່າງ ເຂດ 1 ຫາ ເຂດ 2 ແລະ ເຂດ 3 | ບໍ່ເກີນ 5 ວັນ
4 | ຕົ້ນທາງ ຫາ ປາຍທາງ ລະຫວ່າງ ເຂດ 2 ແລະ ເຂດ 3 | ບໍ່ເກີນ 6 ວັນ

第ມາດຕາ 9条

第9条 快递服务标准

快递服务标准必须按照以下规定的时间执行:

序号 | 服务区域 | 时限
1 | 始发地至目的地 在省、万象市内 | 不超过2天
2 | 始发地至目的地 在1区、2区、3区内 | 不超过3天
3 | 始发地至目的地 在1区至2区和3区之间 | 不超过4天
4 | 始发地至目的地 在2区和3区之间 | 不超过5天

ພາສາລາວ (老挝语原文)

ມາດຕາ 9 ມາດຕະຖານການບໍລິການແບບດວນ

ມາດຕະຖານການບໍລິການແບບດວນ ຕ້ອງປະຕິບັດຕາມໄລຍະເວລາທີ່ກຳນົດໄວ້ ດັ່ງນີ້:

ລຳດັບ | ພື້ນທີ່ບໍລິການ | ໄລຍະເວລາ
1 | ຕົ້ນທາງ ຫາ ປາຍທາງ ພາຍໃນແຂວງ, ນະຄອນຫຼວງວຽງຈັນ | ບໍ່ເກີນ 2 ວັນ
2 | ຕົ້ນທາງ ຫາ ປາຍທາງ ພາຍໃນ ເຂດ 1, ເຂດ 2, ເຂດ 3 | ບໍ່ເກີນ 3 ວັນ
3 | ຕົ້ນທາງ ຫາ ປາຍທາງ ລະຫວ່າງ ເຂດ 1 ຫາ ເຂດ 2 ແລະ ເຂດ 3 | ບໍ່ເກີນ 4 ວັນ
4 | ຕົ້ນທາງ ຫາ ປາຍທາງ ລະຫວ່າງ ເຂດ 2 ແລະ ເຂດ 3 | ບໍ່ເກີນ 5 ວັນ

第ມາດຕາ 10条

第10条 国内邮件投递区域的划定
国内邮件投递区域如下:
区域1 区域2 区域3
万象市 琅勃拉邦省 甘蒙省
万象省 沙耶武里省 沙湾拿吉省
波里坎赛省 乌多姆赛省 占巴塞省
川圹省 琅南塔省 沙拉湾省
赛宋奔省 波乔省 色贡省
华潘省 丰沙里省 阿速坡省

ພາສາລາວ (老挝语原文)

ມາດຕາ 10 ການກຳນົດເຂດແຈກຢາຍເຄືອງຝາກທາງໄປສະນີພາຍໃນປະເທດ
ເຂດແຈກຢາຍເຄືອງຝາກທາງໄປສະນີພາຍໃນປະເທດ ມີ ດັ່ງນີ້:
ເຂດ 1 ເຂດ 2 ເຂດ 3
ນະຄອນຫຼວງວຽງຈັນ ແຂວງ ຫຼວງພະບາງ ແຂວງ ຄຳມວນ
ແຂວງ ວຽງຈັນ ແຂວງ ໄຊຍະບຸລີ ແຂວງ ສະຫວັນນະເຂດ
ແຂວງ ບໍລິຄຳໄຊ ແຂວງ ອຸດົມໄຊ ແຂວງ ຈຳປາສັກ
ແຂວງ ຊຽງຂວາງ ແຂວງ ຫຼວງນ້ຳທາ ແຂວງ ສາລະວັນ
ແຂວງ ໄຊສົມບູນ ແຂວງ ບໍ່ແກ້ວ ແຂວງ ເຊກອງ
ແຂວງ ຫົວພັນ ແຂວງ ຜົ້ງສາລີ ແຂວງ ອັດຕະປື

第ມາດຕາ 11条

第11条 标准检查
标准检查必须按以下规定执行:
1. 管理机构的检查工作必须获得其上级的同意;
2. 检查必须准备检查工具、测量工具和检查结果数据收集表格,用于记录检查,并由检查员和被检查方签字确认;
3. 检查后,如果质量下降至80%以下,必须通知经营者召回,以便在六十天内完成整改;
4. 检查按照常规计划每年进行一次,定期执行,并有明确的时间安排。

ພາສາລາວ (老挝语原文)

ມາດຕາ 11 ການກວດກາມາດຕະຖານ
ການກວດກາມາດຕະຖານ ຕ້ອງປະຕິບັດ ດັ່ງນີ້:
1. ການດຳເນີນການກວດກາ ຂອງອົງການຄຸ້ມຄອງ ຕ້ອງມີຂໍ້ຕົກລົງຂອງຂັ້ນເທິງຖັດຕົນ;
2. ການກວດກາ ຕ້ອງກະກຽມເຄື່ອງມືໃນການກວດກາ, ວັດແທກ ແລະ ແບບຟອມເກັບກຳຂໍ້ມູນຜົນການກວດກາ ເພື່ອບັນທຶກການກວດກາ ໂດຍມີການເຊັນຮັບຮູ້ ລະຫວ່າງ ຜູ້ກວດກາ ແລະ ຜູ້ຖືກກວດກາ;
3. ພາຍຫຼັງກວດກາແລ້ວ ຫາກຄຸນນະພາບຫຼຸດ 80% ລົງມາ ຕ້ອງແຈ້ງການຫາຄືນຜູ້ປະກອບການ ເພື່ອປັບປຸງແກ້ໄຂ ໃຫ້ສຳເລັດພາຍໃນ ຫົກສິບ ວັນ;
4. ການກວດກາ ແມ່ນປະຕິບັດຕາມແຜນປົກກະຕິ 01 ຄັ້ງຕໍ່ປີ ໂດຍດຳເນີນໄປຕາມແຜນການ ຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ.

第ມາດຕາ 12条

第12条 邮件安全标准和邮政服务速度的认证
邮件安全标准和邮政服务速度的认证必须依据检查结果的质量如下:
1. 质量低于79.9%的,将不予认证标准;
2. 质量达到80%及以上的,将按照本协议第15条规定的水准予以认证。

ພາສາລາວ (老挝语原文)

ມາດຕາ 12 ການຢັ້ງຢືນມາດຕະຖານຄວາມປອດໄພຂອງເຄືອງຝາກ ແລະ ຄວາມໄວຂອງການບໍລິການໄປສະນີ
ການຢັ້ງຢືນມາດຕະຖານຄວາມປອດໄພຂອງເຄືອງຝາກ ແລະ ຄວາມໄວຂອງການບໍລິການໄປສະນີ ຕ້ອງອີງໃສ່ຄຸນນະພາບຂອງຜົນການກວດກາ ດັ່ງນີ້:
1. ຄຸນນະພາບ 79,9% ລົງມາ ຈະບໍ່ໄດ້ຮັບການຢັ້ງຢືນມາດຕະຖານ;
2. ຄຸນນະພາບ 80% ຂຶ້ນໄປ ຈະໄດ້ຮັບການຢັ້ງຢືນມາດຕະຖານ ຕາມລະດັບທີ່ກຳນົດໄວ້ໃນມາດຕາ 15 ຂອງຂໍ້ຕົກລົງສະບັບນີ້.

本页展示前 12 条,全文共 20 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译