乌多姆赛省电力服务、建设与安装管理规定
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ການບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພາຍໃນແຂວງ ອຸດົມໄຊ
Regulations on the Administration of Electricity Services, Construction, and Installation in Oudomxay Province
简介
该法规调整乌多姆赛省电力服务、建设与安装活动,核心是规范电力经营许可的颁发、监督及检查,确保电力使用安全、节约、高效并符合技术标准。
Summary
This regulation governs electricity services, construction, and installation activities in Oudomxay Province, focusing on regulating the issuance, supervision, and inspection of electricity business licenses to ensure safe, economical, and efficient electricity use in compliance with technical standards.
ບົດສະຫຼຸບ
ລະບຽບການນີ້ປັບປຸງການບໍລິການໄຟຟ້າ, ການກໍ່ສ້າງ ແລະ ຕິດຕັ້ງໃນແຂວງອຸດົມໄຊ, ເນື້ອໃນຫຼັກແມ່ນຄຸ້ມຄອງການອອກໃບອະນຸຍາດປະກອບການໄຟຟ້າ, ການຕິດຕາມ ແລະ ກວດກາ ເພື່ອຮັບປະກັນການນຳໃຊ້ໄຟຟ້າຢ່າງປອດໄພ, ປະຢັດ, ມີປະສິດທິພາບ ແລະ ສອດຄ່ອງກັບມາດຕະຖານເຕັກນິກ.
条文
第ມາດຕາ 1条
第2条 电力服务、建设和安装的管理
电力服务、建设和安装的管理是指运用各项原则、规章、条件和程序,向有意投资电力经营的个人、法人或组织颁发电力经营许可,包括对电力经营单位的经营活动进行监督、检查、促进和鼓励,以确保技术活动符合老挝电力技术标准、国际标准,电力使用充足、安全、节约、高效,并符合老挝人民民主共和国的法律法规。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງ ການບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ
ການຄຸ້ມຄອງການບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ແມ່ນການນຳໃຊ້ບັນດາຫຼັກການ, ລະບຽບການ, ເງື່ອນໄຂ ແລະ ຂັ້ນຕອນ ເພື່ອອະນຸຍາດດຳເນີນທຸລະກິດໄຟຟ້າ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງໃນການລົງທຶນກ່ຽວກັບການດຳເນີນທຸລະກິດໄຟຟ້າ ລວມທັງການຕິດຕາມ, ກວດກາ, ຊຸກຍູ້, ສົ່ງເສີມ ການດຳເນີນທຸລະກິດ ຂອງບັນດາຫົວໜ່ວຍທຸລະກິດໄຟຟ້າ ເພື່ອໃຫ້ການເຄື່ອນໄຫວທາງດ້ານວິຊາການຖືກຕ້ອງຕາມມາດຕະຖານເຕັກນິກໄຟຟ້າຂອງລາວ, ມາດຕະຖານສາກົນ, ການນຳໃຊ້ໄຟຟ້າຢ່າງພຽງພໍ, ປອດໄພ, ປະຢັດ, ມີປະສິດທິຜົນ ແລະ ສອດຄ່ອງກັບລະບຽບກົດໝາຍ ຂອງ ສປປ ລາວ.
第ມາດຕາ 2条
第2条 词语解释
本协议中使用的词语具有以下含义:
1. 电力经营许可证 指能源和矿产部门向个人、法人或国内外组织颁发的证明其在乌多姆赛省境内依法依规从事电力业务的权利和义务的文件;
2. 个人 指依法注册企业的任何人,例如:有名称、办公场所、资产和资本,有系统的管理组织,按企业形式对债务承担责任,具有行使权利和履行义务的法律能力,依法作为原告或被告;
3. 法人 指依法注册企业并具有完整要素的商业实体,例如:有名称、办公场所、资产和资本,有系统的管理组织,按企业形式对债务承担责任,具有行使权利和履行义务的法律能力,依法作为原告或被告;
4. 组织 指依法依规设立的国家组织、集体或社会组织;
5. 国内投资者 指在老挝人民民主共和国设立并经营业务的个人、老挝或外国法人;
6. 外国投资者 指进入老挝人民民主共和国投资的外国法人;
7. 业务扩展 指在已获准经营的电力业务基础上增加电力业务项目;
8. 生产 指发电、生产电力设备和电力构件;
9. 销售 指销售电能以及销售电力设备和电力构件;
10. 电力构件 指电线杆、电线、灯泡、变压器等;
11. 独立发电业务 指私人全额投资或与国有企业合作以营利为目的的电力项目或电力业务,独立于作为该省主要电力生产商和供应商的国有企业;
12. BOO 指建设、拥有、运营;
13. BOT 指建设、运营、移交;
14. 千伏(kV) 指电压单位;
15. 千瓦(kW) 指功率单位;
16. 办公场所 指用于为电力经营提供便利和适宜条件的场所,用作经营和管理电力业务的行政和管理地点;
17. 服务设备 指用于电力经营的工具和测量仪器,与申请经营的业务相关,以使电力经营高效、符合技术标准并安全;
18. 被许可人 指本协议规定的电力经营许可证上列名的人。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ໃບອະນຸຍາດດຳເນີນທຸລະກິດໄຟຟ້າ ໝາຍເຖິງ ເອກະສານຢັ້ງຢືນສິດ ແລະ ພັນທະ ໃນການປະກອບກິດຈະການໄຟຟ້າ ທີ່ຂະແໜງການພະລັງງານ ແລະ ບໍ່ແຮ່ ອອກໃຫ້ກັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເພື່ອດຳເນີນທຸລະກິດໄຟຟ້າຢູ່ພາຍໃນແຂວງອຸດົມໄຊ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
2. ບຸກຄົນ ໝາຍເຖິງ ບຸກຄົນໃດໜຶ່ງ ທີ່ຂຶ້ນທະບຽນວິສາຫະກິດຖືກຕ້ອງຕາມກົດໝາຍ ເຊັ່ນ: ມີຊື່, ສະຖານທີ່ຕັ້ງສຳນັກງານຫ້ອງການ, ມີຊັບສົມບັດ ແລະ ທຶນ, ມີການຈັດຕັ້ງຄຸ້ມຄອງບໍລິຫານທີ່ເປັນລະບົບ, ມີຄວາມຮັບຜິດຊອບຕໍ່ໜີ້ສິນຕາມຮູບແບບວິສາຫະກິດ, ມີຄວາມສາມາດທາງດ້ານກົດໝາຍໃນການປະຕິບັດສິດ ແລະ ພັນທະ, ເປັນໂຈດ ຫຼື ຈຳເລີຍຕາມທີ່ກົດໝາຍໄດ້ກຳນົດ;
3. ນິຕິບຸກຄົນ ໝາຍເຖິງ ຫົວໜ່ວຍທຸລະກິດທີ່ຂຶ້ນທະບຽນວິສາຫະກິດຖືກຕ້ອງຕາມກົດໝາຍ ແລະ ມີອົງປະກອບທີ່ສົມບູນ ເຊັ່ນ: ມີຊື່, ສະຖານທີ່ຕັ້ງສຳນັກງານຫ້ອງການ, ມີຊັບສົມບັດ ແລະ ທຶນ, ມີການຈັດຕັ້ງຄຸ້ມຄອງບໍລິຫານທີ່ເປັນລະບົບ, ມີຄວາມຮັບຜິດຊອບຕໍ່ໜີ້ສິນຕາມຮູບແບບວິສາຫະກິດ, ມີຄວາມສາມາດທາງດ້ານກົດໝາຍ ໃນການປະຕິບັດສິດ ແລະ ພັນທະ, ເປັນໂຈດ ຫຼື ຈຳເລີຍຕາມກົດໝາຍໄດ້ກຳນົດ;
4. ການຈັດຕັ້ງ ໝາຍເຖິງ ການຈັດຕັ້ງຂອງລັດ, ລວມທັງ ຫຼື ສັງຄົມທີ່ໄດ້ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
5. ຜູ້ລົງທຶນພາຍໃນ ໝາຍເຖິງ ບຸກຄົນ, ນິຕິບຸກຄົນລາວ ຫຼື ຕ່າງປະເທດ ທີ່ສ້າງຕັ້ງ ແລະ ເຄື່ອນໄຫວດຳເນີນທຸລະກິດຢູ່ ສປປ ລາວ;
6. ຜູ້ລົງທຶນຕ່າງປະເທດ ໝາຍເຖິງ ນິຕິບຸກຄົນຕ່າງປະເທດທີ່ເຂົ້າມາລົງທຶນຢູ່ ສປປ ລາວ;
7. ການຂະຫຍາຍກິດຈະການ ໝາຍເຖິງ ການເພີ່ມເຕີມບັນດາລາຍການກິດຈະການໄຟຟ້າ ຈາກກິດຈະການທີ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດໄຟຟ້າຜ່ານມາ;
8. ການຜະລິດ ໝາຍເຖິງ ການຜະລິດກະແສໄຟຟ້າ, ການຜະລິດອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ;
9. ການຈຳໜ່າຍ ໝາຍເຖິງ ການຈຳໜ່າຍພະລັງງານໄຟຟ້າ ແລະ ຈຳໜ່າຍອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ;
10. ອຸປະກອນປະກອບສ້າງທາງດ້ານໄຟຟ້າ ໝາຍເຖິງ ເສົາໄຟ, ສາຍໄຟ, ດອກໄຟ, ຫໍແປງໄຟຟ້າ ແລະ ອື່ນໆ;
11. ທຸລະກິດຜະລິດໄຟຟ້າສະເພາະ ໝາຍເຖິງ ໂຄງການໄຟຟ້າ ຫຼື ທຸລະກິດໄຟຟ້າ ທີ່ເອກະຊົນລົງທຶນທັງໝົດ ຫຼື ຮ່ວມມືກັບລັດວິສາຫະກິດ ເພື່ອຫວັງຜົນກຳໄລ ເຊິ່ງເປັນເອກະລາດຈາກລັດວິສາຫະກິດທີ່ເປັນຜູ້ຜະລິດ ແລະ ຜູ້ສະໜອງໄຟຟ້າຕົ້ນຕໍຂອງແຂວງ;
12. ບີໂອໂອ (BOO) ໝາຍເຖິງ ກໍ່ສ້າງ, ເປັນເຈົ້າຂອງ ແລະ ດຳເນີນງານ;
13. ບີໂອທີ (BOT) ໝາຍເຖິງ ກໍ່ສ້າງ, ດຳເນີນງານ ແລະ ມອບໂອນ;
14. ກິໂລໂວນ (kV) ໝາຍເຖິງ ຫົວໜ່ວຍແຮງດັນໄຟຟ້າ;
15. ກິໂລວັດ (kW) ໝາຍເຖິງ ຫົວໜ່ວຍກຳລັງໄຟຟ້າ;
16. ສະຖານທີ່ຕັ້ງຫ້ອງການ ໝາຍເຖິງ ສະຖານທີ່ ທີ່ນຳໃຊ້ເພື່ອເປັນບ່ອນອຳນວຍຄວາມສະດວກ ແລະ ມີຄວາມເໝາະສົມໃນການດຳເນີນທຸລະກິດໄຟຟ້າ ເພື່ອນຳໃຊ້ເປັນບ່ອນບໍລິຫານ ແລະ ຄຸ້ມຄອງໃນການດຳເນີນທຸລະກິດໄຟຟ້າ;
17. ເຄື່ອງອຸປະກອນຮັບໃຊ້ ໝາຍເຖິງ ເຄື່ອງມື ແລະ ເຄື່ອງວັດແທກ ທີ່ຮັບໃຊ້ເຂົ້າໃນການດຳເນີນທຸລະກິດໄຟຟ້າ ທີ່ກ່ຽວຂ້ອງກັບກິດຈະການທີ່ຂໍອະນຸຍາດດຳເນີນ ເພື່ອໃຫ້ການດຳເນີນທຸລະກິດໄຟຟ້າ ມີປະສິດທິຜົນສູງ, ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ມີຄວາມປອດໄພ;
18. ຜູ້ໄດ້ຮັບໃບອະນຸຍາດ ໝາຍເຖິງ ຜູ້ທີ່ມີຊື່ຢູ່ໃນໃບອະນຸຍາດດຳເນີນທຸລະກິດໄຟຟ້າຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
第ມາດຕາ 3条
第3条 电力服务、建设和安装管理政策
乌多姆赛省政府鼓励、促进个人、法人或组织,无论是国内还是国外,投资于乌多姆赛省内的电力服务、建设和安装业务,以满足该省人民生活和社会经济发展的需求。省政府依法保护电力用户和投资者的合法权益。
ພາສາລາວ (老挝语原文)
ມາດຕາ 3 ນະໂຍບາຍການຄຸ້ມຄອງ ການບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ
ອົງການປົກຄອງແຂວງອຸດົມໄຊຊຸກຍູ້, ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດລົງທຶນໃສ່ກິດຈະການ ການບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພາຍໃນແຂວງອຸດົມໄຊ ເພື່ອຕອບສະໜອງຄວາມຕ້ອງການໃຫ້ແກ່ການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ.
ອົງການປົກຄອງແຂວງ ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງຜູ້ຊົມໃຊ້ໄຟຟ້າ ແລະ ຜູ້ລົງທຶນຕາມກົດໝາຍ ແລະ ລະບຽບການກຳນົດໄວ້.
第ມາດຕາ 4条
第4条 电力服务、建设和安装管理工作的原则
电力服务、建设和安装管理工作应遵循以下原则:
1. 符合各省的经济社会发展规划、战略、法律、发展计划以及各时期的国防和安全保障;
2. 保护国家、投资者和电力用户的权益;
3. 保障社会稳定、安全、公平、透明、公开、公正和可核查;
4. 充分、安全、节约和高效地使用电力;
5. 各组织及相关行业,包括企业单位、服务经营者、服务使用者,必须严格遵守本协议的规定。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການວຽກງານຄຸ້ມຄອງ ການບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ
ຫຼັກການຄຸ້ມຄອງ ການບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໃຫ້ປະຕິບັດຫຼັກການ ດັ່ງນີ້:
1. ສອດຄ່ອງກັບແນວທາງນະໂຍບາຍ, ຍຸດທະສາດ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນແຕ່ລະໄລຍະ;
2. ປົກປ້ອງສິດຜົນປະໂຫຍດຂອງລັດ, ຂອງຜູ້ລົງທຶນ ແລະ ຜູ້ຊົມໃຊ້ໄຟຟ້າ;
3. ຮັບປະກັນຄວາມສະຫງົບ, ປອດໄພ, ສະເໝີພາບຂອງສັງຄົມ, ໂປ່ງໃສ, ເປີດເຜີຍ, ຍຸຕິທຳ ແລະ ສາມາດກວດສອບໄດ້;
4. ນຳໃຊ້ໄຟຟ້າຢ່າງພຽງພໍ, ປອດໄພ, ປະຢັດ ແລະ ມີປະສິດທິຜົນ;
5. ການຈັດຕັ້ງ ກໍຄືຂະແໜງການທີ່ກ່ຽວຂ້ອງ ນັບທັງຫົວໜ່ວຍທຸລະກິດ, ຜູ້ປະກອບການທີ່ໃຫ້ບໍລິການ, ຜູ້ໃຊ້ບໍລິການ ຕ້ອງມີສ່ວນຮ່ວມໃນການເຄົາລົບ ແລະ ປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັມງວດ.
第ມາດຕາ 5条
第5条 对外关系
与外国就电力工作进行联系或合作,通过交流经验、信息、人力资源开发、科学技术、技术,根据能源和矿业部或省级行政机构的授权。
ພາສາລາວ (老挝语原文)
ມາດຕາ 5 ການພົວພັນຕ່າງປະເທດ
ການພົວພັນ ຫຼື ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານທາງດ້ານໄຟຟ້າ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ພັດທະນາບຸກຄະລະກອນ, ເຕັກນິກວິທະຍາສາດ, ເຕັກໂນໂລຊີ ຕາມການມອບໝາຍຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ຫຼື ອົງການປົກຄອງແຂວງ.
第ມາດຕາ 6条
第6条 适用范围
本协议适用于个人、法人及组织,包括国内和国外的所有从事与电力服务、建设和安装相关活动的各方,以及乌多姆赛省内的用户。
ພາສາລາວ (老挝语原文)
ມາດຕາ 6 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທຸກພາກສ່ວນ ທີ່ເຄື່ອນໄຫວດຳເນີນກິດຈະການກ່ຽວຂ້ອງກັບການບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ລວມທັງຜູ້ຊົມໃຊ້ ຢູ່ພາຍໃນແຂວງອຸດົມໄຊ.
第ມາດຕາ 7条
第7条 电力服务
是指提供或销售电力设备、电力工程建设、安装、维护、检查、修理电力、提供关于设备、电力工程建设的建议、收取电费、提供信息以及为电力供应商和用户提供便利。
ພາສາລາວ (老挝语原文)
ມາດຕາ 7 ການບໍລິການໄຟຟ້າ
ແມ່ນການສະໜອງ ຫຼື ຈຳໜ່າຍອຸປະກອນການປະກອບສ້າງທາງດ້ານໄຟຟ້າ, ການກໍ່ສ້າງ, ຕິດຕັ້ງ, ບຳລຸງຮັກສາ, ກວດກາ, ສ້ອມແປງໄຟຟ້າ, ໃຫ້ຄຳແນະນຳກ່ຽວກັບອຸປະກອນ, ສິ່ງປະກອບສ້າງດ້ານໄຟຟ້າ, ເກັບເງິນຄ່າກະແສໄຟຟ້າ, ໃຫ້ຂໍ້ມູນຂ່າວສານ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ສະໜອງ ແລະ ຜູ້ຊົມໃຊ້ໄຟຟ້າ.
第ມາດຕາ 8条
第8条 电力建设 是指电力系统的建设,如:中压电网、低压电网、安装变压器和/或发电电源。
ພາສາລາວ (老挝语原文)
ມາດຕາ 8 ການກໍ່ສ້າງໄຟຟ້າ ແມ່ນ ການກໍ່ສ້າງລະບົບໄຟຟ້າເຊັ່ນ: ຕາຂ່າຍໄຟຟ້າແຮງດັນກາງ, ແຮງດັນຕໍ່າ, ຕິດຕັ້ງໝໍ້ແປງ ແລະ/ຫຼື ແຫຼ່ງຜະລິດພະລັງງານໄຟຟ້າ.
第ມາດຕາ 9条
第9条 电气安装
是指在建筑物、住宅内安装电气设备,包括修理电气系统和修理通用电器,使其符合老挝电气技术标准,该标准规定于经修订的第19/NA号《电气法》中,日期为2017年5月9日。
ພາສາລາວ (老挝语原文)
ມາດຕາ 9 ການຕິດຕັ້ງໄຟຟ້າ
ແມ່ນ ການຕິດຕັ້ງອຸປະກອນໄຟຟ້າໃນອາຄານ, ທີ່ຢູ່ອາໄສ, ລວມທັງການສ້ອມແປງລະບົບໄຟຟ້າ ແລະ ສ້ອມແປງເຄື່ອງໃຊ້ໄຟຟ້າທົ່ວໄປໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກໄຟຟ້າຂອງລາວ ທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍໄຟຟ້າ (ສະບັບປັບປຸງ) ເລກທີ 19/ສພຊ. ລົງວັນທີ 9 ພຶດສະພາ 2017.
第ມາດຕາ 10条
第10条 申请经营电力业务的条件
从事一般电力服务、建设和安装业务的人员必须具备以下条件:
1) 必须拥有相关学历的技术人员、经验或拥有精通其将要从事的业务的人员;
2) 拥有稳定的财务状况证明,与其将要经营的业务相称;
3) 拥有合适的办公场所,且不对周围环境和社会造成影响;
4) 拥有充足的设备;
5) 从工业和贸易部门获得的企业注册证书,符合关于企业的第33/NA号法律(2022年12月29日)的规定;
6) 除上述条件外,申请设立和经营电力企业的人员必须拥有位于乌多姆赛省内的常设办事处,用作管理和运营场所,办事处内必须配备适合其业务的办公设备。
从事特定发电业务的人员必须具备以下条件:
1) 获得省级人民议会主席的投资许可,拥有项目开发合同(#M4),最终可行性研究报告认证文件(FS M5);
2) 来自自然资源和环境部门的环境影响认证文件;
3) 来自能源和矿产部的初步设计(30%)认证文件;
4) 从工业和贸易部门获得的企业注册证书,符合关于企业的第33/NA号法律(2022年12月29日)的规定;
5) 拥有合适的办公场所,且不对周围环境和社会造成影响;
6) 拥有充足的办公设备和电话以便联系;
7) 将要担任公司董事或经理的人员不得有犯罪记录。
获得输电线路项目开发的人员必须具备以下条件:
1) 必须获得能源和矿产部及相关部委的电力业务经营许可,符合相关法律法规;
2) 必须拥有相关部委关于项目工作范围的书面文件;
3) 必须在项目所在地设有代表处,作为协调场所。
ພາສາລາວ (老挝语原文)
ມາດຕາ 10 ເງື່ອນໄຂການຂໍອະນຸຍາດດຳເນີນທຸລະກິດໄຟຟ້າ
ຜູ້ທີ່ຈະດຳເນີນທຸລະກິດບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າທົ່ວໄປ ຕ້ອງມີເງື່ອນໄຂດັ່ງນີ້:
1) ຕ້ອງມີວິຊາການທີ່ມີວຸດທິການສຶກສາທີ່ກ່ຽວຂ້ອງ, ມີປະສົບການ ຫຼື ມີບຸກຄະລາກອນທີ່ຊຳນານງານກ່ຽວກັບກິດຈະການທີ່ຕົນຈະດຳເນີນ;
2) ມີໃບຢັ້ງຢືນຖານະທາງດ້ານການເງິນທີ່ໜັ້ນຄົງ ສົມຄູ່ກັບທຸລະກິດທີ່ຕົນຈະດຳເນີນ;
3) ມີສະຖານທີ່ຫ້ອງການທີ່ເໜາະສົມ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມອ້ອມຂ້າງ;
4) ມີອຸປະກອນຮັບໃຊ້ພຽງພໍ;
5) ໃບທະບຽນວິສາຫະກິດ ຈາກຂະແໜງອຸດສາຫະກຳ ແລະ ການຄ້າຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ ເລກທີ 33/ສພຊ, ລົງວັນທີ 29/12/2022;
6) ເງື່ອນໄຂອື່ນທີ່ຈຳເປັນນອກຈາກເງື່ອນໄຂທີ່ກ່າວມາຂ້າງເທິງ ຜູ້ຮ້ອງຂໍສ້າງຕັ້ງ ແລະ ດຳເນີນວິສາຫະກິດໄຟຟ້າ ຕ້ອງມີສຳນັກງານຖາວອນ ຂອງຕົນຕັ້ງຢູ່ພາຍໃນແຂວງອຸດົມໄຊ ເພື່ອນຳໃຊ້ເປັນສະຖານທີ່ບໍລິຫານ ແລະ ດຳເນີນວຽກງານ, ພາຍໃນສຳນັກງານຕ້ອງປະກອບມີເຄື່ອງຮັບໃຊ້ຫ້ອງການຕາມຄວາມເຫາະສົມກັບກິດຈະການຂອງຕົນ.
ຜູ້ທີ່ຈະດຳເນີນທຸລະກິດຜະລິດໄຟຟ້າສະເພາະ ຕ້ອງມີເງື່ອນໄຂດັ່ງນີ້:
1) ໄດ້ຮັບອະນຸຍາດລົງທຶນຈາກ ປະທານ ຄລທ ຂັ້ນແຂວງ, ມີສັນຍາພັດທະນາໂຄງການ (#ມ4), ເອກະສານຢັ້ງຢືນບົດສຶກສາຄວາມເປັນໄປໄດ້ຂັ້ນສຸດທ້າຍ (ແິໂຫຊໄ ມ5);
2) ເອກະສານຢັ້ງຢືນຜົນກະທົບຕໍ່ສິ່ງແວດລ້ອມຈາກຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
3) ເອກະສານຢັ້ງຢືນການອອກແບບຂັ້ນຕົ້ນ (30) ຈາກກະຊວງພະລັງງານ ແລະ ບໍ່ແຮ່;
4) ໃບທະບຽນວິສາຫະກິດ ຈາກຂະແໜງອຸດສາຫະກຳ ແລະ ການຄ້າ ຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ ເລກທີ 33/ສພຊ, ລົງວັນທີ 29/12/2022;
5) ມີສະຖານທີ່ຕັ້ງຫ້ອງການທີ່ເໝາະສົມ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມອ້ອມຂ້າງ;
6) ມີເຄື່ອງຮັບໃຊ້ຫ້ອງການພຽງພໍ ແລະ ໂທລະສັບ ເພື່ອຕິດຕໍ່ພົວພັນ;
7) ຜູ້ທີ່ຈະເປັນອຳນວຍການ ຫຼື ຜູ້ຈັດການ ບໍລິສັດ ຈະຕ້ອງບໍ່ເຄີຍຕ້ອງໂທດ.
ຜູ້ທີ່ໄດ້ຮັບການພັດທະນາໂຄງການສາຍສົ່ງໄຟຟ້າ ຕ້ອງມີເງື່ອນໄຂດັ່ງນີ້:
1) ຕ້ອງໄດ້ຮັບອະນຸຍາດດຳເນີນກິດຈະການໄຟຟ້າ ຈາກກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງທີ່ກ່ຽວຂ້ອງ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
2) ຕ້ອງມີເອກະສານທີ່ກ່ຽວກັບຂອບເຂດວຽກຂອງໂຄງການຈາກກະຊວງທີ່ກ່ຽວຂ້ອງເປັນລາຍລັກອັກສອນ;
3) ຕ້ອງມີຫ້ອງການຕົວແທນໃນທ້ອງຖິ່ນທີ່ໂຄງການຕັ້ງຢູ່ ເພື່ອເປັນສະຖານທີ່ໃນການປະສານງານ.
第ມາດຕາ 11条
第11条 电力业务经营程序
一般电力服务、建设和安装业务的许可申请程序
对于将要从事电力服务、建设和安装业务的个人、法人或组织,必须到工业和贸易部门进行企业登记,然后在开展其电力业务之前,必须获得能源和矿产部门的电力经营许可。
特定电力生产业务的许可申请程序
从事特定电力生产业务的国有和私营项目开发商,无论是BOT(建设-经营-移交)模式还是BOO(建设-拥有-经营)模式,必须按照2017年5月9日第19/NA号《电力法(修订版)》第62条的规定设立项目公司。项目公司在获得投资许可证和企业登记证后,必须向能源和矿产部门提交电力业务经营许可申请,然后才能签署特许权协议(对于BOT模式的电力生产业务)或项目管理协议(对于BOO模式的电力生产业务),并且必须获得能源和矿产部门的特定电力生产业务经营许可。
ພາສາລາວ (老挝语原文)
ມາດຕາ 11 ຂັ້ນຕອນການດຳເນີນທຸລະກິດໄຟຟ້າ
ຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າທົ່ວໄປ
ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຈະດຳເນີນທຸລະກິດບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຕ້ອງໄປຂຶ້ນໃບທະບຽນວິສາຫະກິດນຳຂະແໜງອຸດສາຫະກຳ ແລະ ການຄ້າ, ແລ້ວກ່ອນຈະດຳເນີນທຸລະກິດໄຟຟ້າຂອງຕົນ ຕ້ອງໄດ້ຮັບອະນຸຍາດດຳເນີນກິດຈະການໄຟຟ້າ ນຳຂະແໜງພະລັງງານ ແລະ ບໍ່ແຮ່.
ຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດຜະລິດໄຟຟ້າສະເພາະ
ຜູ້ພັດທະນາໂຄງການ ທັງພາກລັດ ແລະ ເອກະຊົນ ທີ່ດຳເນີນທຸລະກິດຜະລິດໄຟຟ້າສະເພາະ ທັງຮູບແບບ ບີໂອທິ (BOT) ແລະ ບີໂອໂອ (BOO) ຕ້ອງໄດ້ສ້າງຕັ້ງ ບໍລິສັດໂຄງການຂຶ້ນຕາມທີ່ໄດ້ລະບຸໄວ້ໃນມາດຕາ 62 ຂອງກົດໝາຍໄຟຟ້າ (ສະບັບປັບປຸງ) ສະບັບເລກທີ 19/ສພຊ, ລົງວັນທີ 9 ພຶດສະພາ 2017, ບໍລິສັດໂຄງການ ພາຍຫຼັງທີ່ໄດ້ຮັບໃບອະນຸຍາດລົງທຶນ ແລະ ໃບທະບຽນວິສາຫະກິດ ແລ້ວຕ້ອງປະກອບຄຳຮ້ອງຂໍອະນຸຍາດດຳເນີນທຸລະກິດໄຟຟ້າ ນຳຂະແໜງການພະລັງງານ ແລະ ບໍ່ແຮ່ ກ່ອນຈະເຊັນສັນຍາສຳປະທານ (ສຳລັບທຸລະກິດຜະລິດໄຟຟ້າຮູບແບບ ບີໂອທີ) ຫຼື ສັນຍາຄຸ້ມຄອງໂຄງການ (ສຳລັບທຸລະກິດຜະລິດໄຟຟ້າ ຮູບແບບ ບີໂອໂອ) ຕ້ອງໄດ້ຮັບອະນຸຍາດດຳເນີນທຸລະກິດຜະລິດໄຟຟ້າສະເພາະຈາກຂະແໜງການພະລັງງານ ແລະ ບໍ່ແຮ່.
第ມາດຕາ 12条
第12条 文件准备 以申请经营电力业务
符合本协议第11条规定条件的个人、法人,有意设立和经营第2类、第3类电力业务以及装机容量低于5兆瓦的发电项目,应准备以下文件:
对于一般电力服务业务
1) 经营电力业务许可申请表(按表格01-1填写);
2) 经济评估报告(按表格02-1填写);
3) 公司内部规章(按商业部门认可的内容);
4) 工作安全规程(按表格04-1填写);
5) 董事或经理、股东及主要技术人员的地址证明或身份证复印件;
6) 拟任董事或经理、股东及主要技术人员的简历(如业主);
7) 董事或经理、股东及主要技术人员的学历证明,与申请经营的电力业务相关;
8) 人民法院出具的不超过3个月的犯罪记录证明;
9) 公司办公地点平面图及办公室租赁合同(如为租赁办公室);
10) 工业和商业部门的企业登记证复印件;
11) 董事或经理的照片(彩色,尺寸3x4,共3张);
12) 公司设立合同(如为合资公司);
13) 持股规定(按商业部门认可的内容)。
在文件准备正确并完整符合上述清单后,应提交文件
ພາສາລາວ (老挝语原文)
ມາດຕາ 12 ການປະກອບເອກະສານ ເພື່ອຂໍດຳເນີນທຸລະກິດໄຟຟ້າ
ບຸກຄົນ, ນິຕິບຸກຄົນທີ່ມີເງື່ອນໄຂຕາມທີ່ກຳນົດໄວ້ໃນມາດຕາ 11 ຂອງຂໍ້ຕົກລົງສະບັບນີ້ ທີ່ມີຈຸດປະສົງຢາກສ້າງຕັ້ງ ແລະ ດຳເນີນທຸລະກິດໄຟຟ້າ ປະເພດຊັ້ນ 2, ຊັ້ນ 3 ແລະ ໂຄງການຜະລິດພະລັງງານໄຟຟ້າທີ່ມີກຳລັງຕິດຕັ້ງຕໍ່າກວ່າ 5 ເມກາວັດ ລົງມາ ໃຫ້ປະກອບເອກະສານ ດັ່ງນີ້:
ສຳລັບທຸລະກິດບໍລິການໄຟຟ້າທົ່ວໄປ
1) ໃບຄຳຮ້ອງຂໍອະນຸຍາດດຳເນີນທຸລະກິດໄຟຟ້າ (ຂຽນຕາມແບບຟອມ ທີ 01-1);
2) ບົດປະເມີນຜົນທາງດ້ານເສດຖະກິດ (ຂຽນຕາມແບບຟອມ 02-1);
3) ກົດລະບຽບພາຍໃນຂອງບໍລິສັດ (ເອົາຕາມທີ່ການຄ້າຮັບຮອງ);
4) ລະບຽບວ່າດ້ວຍຄວາມປອດໄພໃນການປະຕິບັດວຽກງານ (ຂຽນຕາມແບບຟອມ ທີ 04-1);
5) ໃບຢັ້ງຢືນທີ່ຢູ່ ຫຼື ສຳເນົາບັດປະຈຳຕົວ ຂອງອຳນວຍການ ຫຼື ຜູ້ຈັດການ, ຜູ້ຖືຫຸ້ນ ແລະ ວິຊາການຫຼັກ;
6) ຊີວະປະຫວັດຫຍໍ້ ສຳລັບຜູ້ທີ່ຈະເປັນອຳນວຍການ ຫຼື ຜູ້ຈັດການ, ຜູ້ຖືຫຸ້ນ ແລະ ວິຊາການຫຼັກ (ເຊັ່ນເຈົ້າຂອງ);
7) ໃບຢັ້ງຢືນຄຸນວຸດທິການສຶກສາ ຂອງອຳນວຍການ ຫຼື ຜູ້ຈັດການ, ຜູ້ຖືຫຸ້ນ ແລະ ວິຊາການຫຼັກທີ່ກ່ຽວຂ້ອງກັບກິດຈະການ ທີ່ຂໍອະນຸຍາດດຳເນີນທຸລະກິດໄຟຟ້າ;
8) ໃບແຈ້ງໂທດ ເລກ 3 ບໍ່ເກີນ 3 ເດືອນ ຈາກສານປະຊາຊົນ;
9) ແຜນຜັງທີ່ຕັ້ງຫ້ອງການ ຂອງບໍລິສັດ ແລະ ສັນຍາເຊົ່າຫ້ອງການ (ກໍລະນີເຊົ່າຫ້ອງການ);
10) ສຳເນົາໃບທະບຽນວິສາຫະກິດ ຈາກຂະແໜງອຸດສາຫະກຳ ແລະ ການຄ້າ;
11) ຮູບອຳນວຍການ ຫຼື ຜູ້ຈັດການ (ຮູບສີ ຂະໜາດ 3x4 ຈຳນວນ 3 ໃບ);
12) ສັນຍາສ້າງຕັ້ງບໍລິສັດ (ຖ້າເປັນບໍລິສັດຮ່ວມຫຸ້ນ);
13) ກົດລະບຽບການຖືຫຸ້ນ (ຕາມທີ່ຂະແໜງການຄ້າຮັບຮອງ).
ພາຍຫຼັງທີ່ປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນຕາມລາຍການຂ້າງເທິງແລ້ວ ໃຫ້ຍື່ນເອກະສານ
本页展示前 12 条,全文共 51 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读