乌多姆赛省通信信息技术服务经营规定
ຂໍ້ຕົກລົງວ່າດ້ວຍ ການດຳເນີນທຸລະກິດ ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຢູ່ແຂວງ ອຸດົມໄຊ
Regulations on the Operation of Communication Information Technology Services in Oudomxay Province
简介
该法规调整乌多姆赛省通信信息技术服务经营活动,明确ICT服务范围、术语定义、经营原则及许可条件,要求经营者须获部门许可并满足资金、人员等要求。
Summary
This regulation governs the operation of communication information technology services in Oudomxay Province, specifying the scope of ICT services, term definitions, operational principles, and licensing conditions, requiring operators to obtain departmental permits and meet capital and personnel requirements.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການດຳເນີນທຸລະກິດບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານໃນແຂວງອຸດົມໄຊ, ກຳນົດຂອບເຂດການບໍລິການ ICT, ຄຳນິຍາມຄຳສັບ, ຫຼັກການດຳເນີນທຸລະກິດ ແລະ ເງື່ອນໄຂການອະນຸຍາດ, ຮຽກຮ້ອງໃຫ້ຜູ້ປະກອບການຕ້ອງໄດ້ຮັບໃບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຕອບສະໜອງເງື່ອນໄຂດ້ານທຶນຮອນ ແລະ ບຸກຄະລາກອນ.
条文
第ມາດຕາ 1条
第2条 信息通信技术服务业务的经营
信息通信技术服务业务的经营是指提供进口、分销、咨询服务、培训、安全服务、软件创建和服务、安装和维修服务、互联网服务以及与信息通信技术相关的其他服务。
ພາສາລາວ (老挝语原文)
ມາດຕາ 2 ການດຳເນີນທຸລະກິດ ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ
ການດຳເນີນທຸລະກິດ ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແມ່ນການໃຫ້ບໍລິການນຳເຂົ້າ, ຈຳໜ່າຍ, ບໍລິການທີ່ປຶກສາ, ຝຶກອົບຮົມ, ບໍລິການຄວາມປອດໄພ, ສ້າງ ແລະ ບໍລິການຊອບແວ, ບໍລິການຕິດຕັ້ງ ແລະ ສ້ອມແປງ, ບໍລິການອິນເຕີເນັດ ແລະ ບໍລິການອື່ນ ທີ່ກ່ຽວຂ້ອງກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 信息通信技术或ICT 指用于创建电子信息系统、计算、排序、存储和通过通信网络交换信息的技术,包括计算机、电话、通信设备、广播设备、电视、网络及其他电子设备,以及相关服务;
2. 经营者 指经技术和通信部门许可,提供或经营与信息通信技术相关服务的个人、法人或组织;
3. ICT设备进口服务 指将ICT设备从国外带入国内,供个人、法人或老挝境内的组织使用或交付;
4. ICT设备分销服务 指将ICT设备批发或零售给老挝境内的个人、法人或组织;
5. ICT安装服务 指将ICT设备或软件安装到特定地点或计算机上,以便按特定目的使用,例如安装信号塔、服务器系统、互联网网络系统、计算机操作系统或闭路电视网络;
6. ICT维修服务 指维护和修理ICT设备或软件,例如修理计算机、网络系统或服务器系统,使其随时可用;
7. ICT咨询服务 指收集、分析数据,向个人、法人或组织提供ICT方面的咨询或帮助;
8. ICT培训服务 指开设短期ICT教学或培训课程,面向个人、法人或组织;
9. 软件创建和服务 指软件的创建、开发、分销和服务;
10. 互联网服务 指电信服务的一种形式,为用户提供通过有线或无线方式接入互联网的服务;
11. ICT安全服务 指为计算机网络、硬件设备、软件和信息提供安全服务;
12. 信息通信技术设备 指与信息通信技术相关的设备,例如计算机、笔记本电脑、平板电脑、智能手机、处理设备、存储设备、网络设备、互联网连接设备等;
13. 硬件 指计算机及其他电子设备的部件或组件,例如内存、显示器、键盘、打印机、电话、电视及其他相关设备;
14. 软件 指一组指令或程序,命令计算机或其他电子设备执行特定操作。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍສັບ
ຄຳສັບ ທີໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຫຼື ໄອຊີທີ ໝາຍເຖິງ ເຕັກໂນໂລຊີ ທີ່ຮັບໃຊ້ໃນການສ້າງ ຂໍ້ມູນ ຂ່າວສານ ເປັນລະບົບເອເລັກໂຕຣນິກ, ການຄຳນວນ, ການຈັດລຽງລຳດັບ, ການເກັບຮັກສາ ແລະ ການແລກປ່ຽນ ຂໍ້ມູນ ຂ່າວສານ ຜ່ານເຄືອຂ່າຍການສື່ສານ ເປັນຕົ້ນ ຄອມພິວເຕີ, ໂທລະສັບ, ອຸປະກອນສື່ສານ, ອຸປະກອນກະຈາຍສຽງ, ໂທລະພາບ, ເຄືອຂ່າຍ ແລະ ອຸປະກອນເອເລັກໂຕຣນິກອື່ນ ລວມທັງການບໍລິການຕ່າງໆ ທີ່ກ່ຽວຂ້ອງ;
2. ຜູ້ດຳເນີນທຸລະກິດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດຈາກຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນການໃຫ້ບໍລິການ ຫຼື ດຳເນີນທຸລະກິດ ທີ່ກ່ຽວຂ້ອງກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ;
3. ການບໍລິການນຳເຂົ້າອຸປະກອນໄອຊີທີ ໝາຍເຖິງ ການນຳເອົາອຸປະກອນໄອຊີທີຈາກຕ່າງປະເທດ ເຂົ້າມາພາຍໃນປະເທດ ເພື່ອນຳໃຊ້ ຫຼື ສົ່ງມອບໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງພາຍໃນ ສປປ ລາວ;
4. ການບໍລິການຈຳໜ່າຍອຸປະກອນໄອຊີທີ ໝາຍເຖິງ ການນຳເອົາອຸປະກອນໄອຊີທີ ອອກຂາຍສົ່ງ ຫຼື ຂາຍຍ່ອຍ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ພາຍໃນ ສປປ ລາວ;
5. ການບໍລິການຕິດຕັ້ງດ້ານໄອຊີທີ ໝາຍເຖິງ ການນຳເອົາອຸປະກອນໄອຊີທີ ຫຼື ຊອບແວຕິດຕັ້ງໃນສະຖານທີ່ໃດໜຶ່ງ ຫຼື ໃນເຄື່ອງຄອມພິວເຕີໃດໜຶ່ງ ເພື່ອສາມາດນຳໃຊ້ຕາມຈຸດປະສົງສະເພາະ ເປັນຕົ້ນ ການຕິດຕັ້ງເສົາສັນຍານ, ລະບົບເຊີເວີ, ລະບົບເຄືອຂ່າຍອິນເຕີເນັດ, ລະບົບປະຕິບັດການຄອມພິວເຕີ ຫຼື ເຄືອຂ່າຍກ້ອງວົງຈອນປິດ;
6. ການບໍລິການສ້ອມແປງດ້ານໄອຊີທີ ໝາຍເຖິງ ການບຳລຸງຮັກສາ, ສ້ອມແປງ ອຸປະກອນໄອຊີທີ ຫຼື ຊອບແວ ເປັນຕົ້ນ ການສ້ອມແປງ ເຄື່ອງຄອມພິວເຕີ, ລະບົບເຄືອຂ່າຍ ຫຼື ລະບົບເຊີເວີ ໃຫ້ພ້ອມໃຊ້ງານໄດ້ຕະຫຼອດເວລາ;
7. ການບໍລິການທີ່ປຶກສາດ້ານໄອຊີທີ ໝາຍເຖິງ ການເກັບກຳ, ວິເຄາະຂໍ້ມູນ ໃຫ້ຄຳປຶກສາ ຫຼື ໃຫ້ຄວາມຊ່ວຍເຫຼືອດ້ານໄອຊີທີຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
8. ການບໍລິການຝຶກອົບຮົມດ້ານໄອຊີທີ ໝາຍເຖິງ ການເປີດຫຼັກສູດການສິດສອນ ຫຼື ຝຶກອົບຮົມດ້ານໄອຊີທີໃນໄລຍະສັ້ນ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
9. ການສ້າງ ແລະ ບໍລິການຊອບແວ ໝາຍເຖິງ ການສ້າງ, ພັດທະນາ, ຈຳໜ່າຍ ແລະ ບໍລິການດ້ານຊອບແວ;
10. ການບໍລິການອິນເຕີເນັດ ໝາຍເຖິງ ຮູບແບບການບໍລິການໜຶ່ງ ຂອງການບໍລິການດ້ານໂທລະຄົມມະນາຄົມ ທີ່ສະໜອງການບໍລິການໃຫ້ແກ່ຜູ້ຊົມໃຊ້ ສາມາດເຂົ້າເຖິງອິນເຕີເນັດໄດ້ ດ້ວຍວິທີເຊື່ອມຕໍ່ແບບມີສາຍ ຫຼື ບໍ່ມີສາຍ;
11. ການບໍລິການຄວາມປອດໄພດ້ານໄອຊີທີ ໝາຍເຖິງ ການໃຫ້ບໍລິການດ້ານຄວາມປອດໄພ ຂອງເຄືອຂ່າຍຄອມພິວເຕີ, ລະບົບອຸປະກອນຮາດແວ, ຊອບແວ ແລະ ຂໍ້ມູນ ຂ່າວສານ;
12. ອຸປະກອນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ໝາຍເຖິງ ບັນດາອຸປະກອນ ທີ່ກ່ຽວຂ້ອງກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ເປັນຕົ້ນ ຄອມພິວເຕີ, ແລບທັອບ, ແທັບແລັດ, ສະມາດໂຟນ, ອຸປະກອນປະມວນຜົນ, ອຸປະກອນເກັບຂໍ້ມູນ, ອຸປະກອນເຄືອຂ່າຍ, ອຸປະກອນເຊື່ອມຕໍ່ອິນເຕີເນັດ ແລະ ອື່ນໆ;
13. ຮາດແວ ໝາຍເຖິງ ພາກສ່ວນ ຫຼື ອົງປະກອບຂອງຄອມພິວເຕີ ແລະ ອຸປະກອນເອເລັກໂຕຣນິກອື່ນ ເປັນຕົ້ນ ໜ່ວຍຄວາມຈຳ, ໜ້າຈໍ, ແປ້ນພິມ, ເຄື່ອງພິມ, ໂທລະສັບ, ໂທລະພາບ ແລະ ອຸປະກອນອື່ນ ທີ່ກ່ຽວຂ້ອງ;
14. ຊອບແວ ໝາຍເຖິງ ຊຸດຄຳສັ່ງ ຫຼື ໂປຣແກຣມ ທີ່ບັງຄັບຄອມພິວເຕີ ຫຼື ອຸປະກອນເອເລັກໂຕຣນິກອື່ນ ໃຫ້ປະຕິບັດງານສະເພາະໃດໜຶ່ງ.
第ມາດຕາ 3条
第4条 国家关于信息通信技术服务业务的政策
国家鼓励和促进个人、法人或组织,无论是国内还是国外,投资于信息通信技术服务业务的经营和发展,通过创造便利条件,依法依规给予政策。
国家鼓励和促进信息通信技术的研究、创新和发展,同时促进其在经济和社会发展中的服务和应用。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບການດຳເນີນທຸລະກິດບໍລິການດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ລັດຊຸກຍູ້ ແລະ ສົ່ງເສີມ ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການດຳເນີນທຸລະກິດ ບໍລິການ ແລະ ພັດທະນາ ດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ດ້ວຍການສ້າງເງື່ອນໄຂອຳນວຍຄວາມສະດວກ, ໃຫ້ນະໂຍບາຍຕາມກົດໝາຍ ແລະ ລະບຽບການ.
ລັດ ຊຸກຍູ້ ແລະ ສົ່ງເສີມ ການຄົ້ນຄວ້າ, ປະດິດສ້າງ ແລະ ພັດທະນາ ດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ພ້ອມທັງ ສົ່ງເສີມ ການບໍລິການ ແລະ ການນຳໃຊ້ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.
第ມາດຕາ 4条
第4条 关于经营信息技术、信息、新闻服务业务的原则
经营信息技术、信息、新闻服务业务必须遵循以下原则:
1. 符合路线、政策、宪法、法律、法规、战略、经济社会发展计划以及各时期信息技术、信息、新闻工作计划;
2. 保障党-国家、个人、法人或组织的秘密;
3. 保障质量、安全、快捷、透明和公正;
4. 在法律面前平等并在经营中公平竞争;
5. 保障国防-治安工作。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການກ່ຽວກັບການດຳເນີນທຸລະກິດບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ
ການດຳເນີນທຸລະກິດບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບແນວທາງ, ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ລະບຽບການ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການພັດທະນາວຽກງານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແຕ່ລະໄລຍະ;
2. ຮັບປະກັນຄວາມລັບຂອງພັກ-ລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
3. ຮັບປະກັນຄຸນນະພາບ, ຄວາມປອດໄພ, ຄວາມວ່ອງໄວ, ຄວາມໂປ່ງໃສ ແລະ ຍຸຕິທຳ;
4. ສະເໝີພາບຕໍ່ໜ້າກົດໝາຍ ແລະ ແຂ່ງຂັນຢ່າງເປັນທຳ ໃນການດຳເນີນທຸລະກິດ;
5. ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
第ມາດຕາ 5条
第5条 适用范围
本协议适用于在乌多姆赛省从事通信技术、信息、新闻服务业务的个人、法人或组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດ ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຢູ່ແຂວງອຸດົມໄຊ.
第ມາດຕາ 6条
第6条 经营信息技术、数据、新闻传播服务业务的条件
有意经营信息技术、数据、新闻传播服务业务的个人、法人或组织,无论是国内还是国外的,必须获得技术和通信部门的许可,并须具备以下条件:
1. 拥有充足的、适当的资金、办公室或场所、运输工具及服务设备,以执行各项工作;
2. 拥有具备信息技术、数据、新闻传播知识和经验的人员,数量与企业规模相适应;
3. 有明确且可行的经营计划;
4. 根据所提供的服务类型,有经济技术分析报告;
5. 按照相关法律法规,提交完整、正确的文件。
ພາສາລາວ (老挝语原文)
ມາດຕາ 6 ເງື່ອນໄຂ ການດຳເນີນທຸລະກິດ ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ດຳເນີນທຸລະກິດ ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຕ້ອງໄດ້ຮັບອະນຸຍາດຈາກ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຊຶ່ງຕ້ອງມີເງື່ອນໄຂ ດັ່ງນີ້:
1. ມີທຶນ, ສຳນັກງານ ຫຼື ສະຖານທີ່, ພາຫະນະຂົນສົ່ງ ແລະ ອຸປະກອນຮັບໃຊ້ ໃນການປະຕິບັດ ວຽກງານດ້ານຕ່າງໆ ຢ່າງພຽງພໍ ແລະ ເໝາະສົມ;
2. ມີບຸກຄະລາກອນ ທີ່ມີຄວາມຮູ້ ແລະ ມີປະສົບການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຈຳນວນທີ່ເໝາະສົມກັບຂະໜາດຂອງທຸລະກິດ;
3. ມີແຜນດຳເນີນທຸລະກິດຢ່າງຈະແຈ້ງ ແລະ ສາມາດປະຕິບັດໄດ້;
4. ມີບົດວິເຄາະເສດຖະກິດ-ເຕັກນິກ ຕາມແຕ່ລະປະເພດທີ່ໃຫ້ບໍລິການ;
5. ປະກອບເອກະສານ ໃຫ້ຄົບຖ້ວນ ແລະ ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.
第ມາດຕາ 7条
第7条 信息和通信技术服务业务类型
本协议规定的信息和通信技术服务业务类型如下:
1. 信息和通信技术设备进口服务;
2. 信息和通信技术设备分销服务;
3. 信息和通信技术咨询服务;
4. 信息和通信技术培训服务;
5. 信息和通信技术安全服务;
6. 软件开发和安装服务;
7. 信息和通信技术设备的安装、维修和维护服务;
8. 互联网服务;
9. 其他与信息和通信技术相关的服务。
ພາສາລາວ (老挝语原文)
ມາດຕາ 7 ປະເພດການດຳເນີນທຸລະກິດບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ
ປະເພດການດຳເນີນທຸລະກິດບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ທີ່ກຳນົດຢູ່ໃນຂໍ້ຕົກລົງສະບັບນີ້ ປະກອບມີດັ່ງນີ້:
1. ບໍລິການນຳເຂົ້າອຸປະກອນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ;
2. ບໍລິການຈຳໜ່າຍອຸປະກອນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ;
3. ບໍລິການທີ່ປຶກສາດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ;
4. ບໍລິການຝຶກອົບຮົມດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ;
5. ບໍລິການຄວາມປອດໄພດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ;
6. ບໍລິການພັດທະນາ ແລະ ຕິດຕັ້ງຊອບແວ;
7. ບໍລິການຕິດຕັ້ງ, ສ້ອມແປງ, ບຳລຸງຮັກສາອຸປະກອນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ;
8. ບໍລິການອິນເຕີເນັດ;
9. ບໍລິການອື່ນທີ່ກ່ຽວຂ້ອງກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ.
第ມາດຕາ 8条
第8条 技术标准
信息通信技术设备的技术标准是国际标准,用于检查和认证经科技通信部认可的信息通信技术设备。进口、分销和提供信息通信技术设备服务必须通过科技通信部的技术标准认证和认可。软件开发和服务的技术标准另行规定。
ພາສາລາວ (老挝语原文)
ມາດຕາ 8 ມາດຕະຖານເຕັກນິກ
ມາດຕະຖານເຕັກນິກ ອຸປະກອນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແມ່ນມາດຕະຖານສາກົນ ທີ່ນຳໃຊ້ໃນການກວດກາ ແລະ ຢັ້ງຢືນ ອຸປະກອນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຊຶ່ງຖືກຮັບຮອງ ໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ.
ອຸປະກອນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ທີ່ນຳເຂົ້າ, ຈຳໜ່າຍ ແລະ ໃຫ້ບໍລິການ ຕ້ອງຜ່ານ ການຢັ້ງຢືນ ແລະ ຮັບຮອງມາດຕະຖານເຕັກນິກ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ.
ມາດຕະຖານເຕັກນິກ ໃນການສ້າງ ແລະ ບໍລິການຊອບແວ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
第ມາດຕາ 9条
第9条 服务标准
从事通信、数据、信息技术服务业务的经营者必须保证服务质量,以便赋予用户要求修理、更换或取消该服务的权利,在保修期内,服务质量保证必须以书面文件形式作出。
ພາສາລາວ (老挝语原文)
ມາດຕາ 9 ມາດຕະຖານການໃຫ້ບໍລິການ
ຜູ້ດຳເນີນທຸລະກິດ ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຕ້ອງຮັບປະກັນຄຸນນະພາບ
ການບໍລິການໃຫ້ແກ່ຜູ້ໃຊ້ບໍລິການ ເພື່ອໃຫ້ສິດແກ່ຜູ້ໃຊ້ບໍລິການ ສາມາດຮຽກຮ້ອງ ໃຫ້ສ້ອມແປງ, ປ່ຽນແທນ
ຫຼື ຍົກເລີກການບໍລິການດັ່ງກ່າວ ຕາມໄລຍະເວລາຮັບປະກັນ, ການຮັບປະກັນຄຸນນະພາບ ການໃຫ້ບໍລິການ
ຕ້ອງມີເອກະສານເປັນລາຍລັກອັກສອນ.
第ມາດຕາ 10条
第10条 服务场所标准
服务场所、建筑物、楼房或房屋的标准必须遵守法律和法规,并得到相关部门的许可或认证。
ພາສາລາວ (老挝语原文)
ມາດຕາ 10 ມາດຕະຖານສະຖານທີ່ໃຫ້ບໍລິການ
ມາດຕະຖານສະຖານທີ່, ຕຶກ, ອາຄານ ຫຼື ເຄຫາສະຖານ ທີ່ໃຫ້ບໍລິການ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ພ້ອມທັງໄດ້ຮັບການອະນຸຍາດ ຫຼື ຢັ້ງຢືນ ຈາກຂະແໜງການທີ່ກ່ຽວຂ້ອງ.
第ມາດຕາ 11条
第11条 申请许可
个人、法人或组织,无论是国内还是国外,有意经营信息技术通信服务业务的,在从工业和贸易部门注册企业后,应携带企业注册证书和推荐信提交给技术和通信部门,以申请经营信息技术通信服务业务的许可。
提供信息技术通信服务且拥有多个分支机构的业务单位,必须按照其提供服务的分支机构数量申请许可。
信息技术通信服务业务经营许可证的有效期为一年。
ພາສາລາວ (老挝语原文)
ມາດຕາ 11 ການຂໍອະນຸຍາດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ດຳເນີນທຸລະກິດ ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ພາຍຫຼັງຂຶ້ນທະບຽນວິສາຫະກິດ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ ໃຫ້ນຳເອົາໃບທະບຽນວິສາຫະກິດ ແລະ ຫັງສືແນະນຳ ຍື່ນຕໍ່ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເພື່ອຂໍອະນຸຍາດດຳເນີນທຸລະກິດ ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ.
ຫົວໜ່ວຍທຸລະກິດ ທີ່ໃຫ້ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ທີ່ມີຫຼາຍສາຂາ ຕ້ອງໄດ້ຂໍອະນຸຍາດ ຕາມຈຳນວນສາຂາທີ່ຕົນເອງໃຫ້ບໍລິການ.
ໃບອະນຸຍາດດຳເນີນທຸລະກິດ ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ມີອາຍຸການນຳໃຊ້ ໜຶ່ງ ປີ.
第ມາດຕາ 12条
第12条 申请许可的方式
申请许可有以下两种方式:
1. 在省技术与通信厅、县技术与通信办公室或部门提交申请文件;
2. 通过电子许可系统或互联网提交申请文件。
ພາສາລາວ (老挝语原文)
ມາດຕາ 12 ວິທີການຂໍ້ອະນຸຍາດ
ການຂໍ້ອະນຸຍາດ ມີ ສອງ ວິທີ ດັ່ງນີ້:
1. ຍື່ນເອກະສານຂໍອະນຸຍາດ ຢູ່ທີ່ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ຫ້ອງການ ຫຼື ຫວຍງານເຕັກໂນໂລຊີ ແລະ ການສື່ສານ ເມືອງ;
2. ຍື່ນເອກະສານຂໍອະນຸຍາດ ດ້ວຍລະບົບອອກໃບອະນຸຍາດແບບເອເລັກໂຕຣນິກ ຫຼື ຜ່ານອິນເຕີເນັດ.
本页展示前 12 条,全文共 39 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读