ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ
货物出口与服务外汇收入管理规定
Regulations on the Administration of Goods Export and Service Foreign Exchange Income
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການບໍລິຫານລາຍຮັບເງິນຕາຕ່າງປະເທດຂອງຜູ້ສົ່ງອອກ, ກຳນົດອັດຕາສ່ວນຕ່ຳສຸດ ແລະ ໄລຍະເວລາໃນການນຳເງິນຕາຕ່າງປະເທດເຂົ້າມາລາວຕາມແຕ່ລະຂະແໜງການ, ແລະ ຮຽກຮ້ອງໃຫ້ຂາຍສ່ວນໜຶ່ງຂອງເງິນຕາຕ່າງປະເທດໃຫ້ແກ່ລະບົບທະນາຄານ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ
ການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ ແມ່ນການຈັດຕັ້ງປະຕິບັດບັນດາຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອໃຫ້ເງິນຕາຕ່າງປະເທດ ທີ່ໄດ້ຈາກການສົ່ງອອກ ເຂົ້າສູ່ລະບົບທະນາຄານ ແລະ ເສດຖະກິດ ຕາມລະບຽບການ.
ມາດຕາ ມາດຕາ 2
ມາດຕາ 53 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ຜູ້ສົ່ງອອກ, ທະນາຄານທຸລະກິດ ແລະ ບັນດາກົມຂອງທະນາຄານແຫ່ງ ສປປ ລາວ.
ມາດຕາ ມາດຕາ 3
ມາດຕາ 4 ລາຍຮັບເງິນຕາຕ່າງປະເທດຂອງຜູ້ສົ່ງອອກ
ລາຍຮັບເງິນຕາຕ່າງປະເທດຂອງຜູ້ສົ່ງອອກ ແມ່ນຈຳນວນເງິນຕາຕ່າງປະເທດທີ່ໄດ້ກຳນົດໄວ້ໃນສັນຍາຊື້ຂາຍສິນຄ້າ ແລະ ການບໍລິການ ທີ່ສົ່ງອອກ.
ພາຍຫຼັງສົ່ງອອກສິນຄ້າ ແລະ ການບໍລິການ ແລ້ວ ຜູ້ສົ່ງອອກ ຕ້ອງນຳລາຍຮັບເງິນຕາຕ່າງປະເທດ ທີ່ໄດ້ຈາກການສົ່ງອອກດັ່ງກ່າວ ເຂົ້າມາ ສປປ ລາວ ຜ່ານບັນຊີເງິນຝາກກ່ຽວກັບການນຳເຂົ້າ-ສົ່ງອອກ ຢູ່ທະນາຄານທຸລະກິດ ທີ່ທະນາຄານແຫ່ງ ສປປ ລາວ ໄດ້ອອກໃບຢັ້ງຢືນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 25 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ