货物出口与服务外汇收入管理规定

ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ

Regulations on the Administration of Goods Export and Service Foreign Exchange Income

简介

该法规调整出口商的外汇收入管理,规定不同行业将外汇汇入老挝的最低比例和期限,并要求向银行体系出售部分外汇。

Summary

This regulation governs the management of foreign exchange income of exporters, stipulating minimum ratios and time limits for repatriating foreign exchange to Laos by different industries and requiring the sale of part of the foreign exchange to the banking system.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການບໍລິຫານລາຍຮັບເງິນຕາຕ່າງປະເທດຂອງຜູ້ສົ່ງອອກ, ກຳນົດອັດຕາສ່ວນຕ່ຳສຸດ ແລະ ໄລຍະເວລາໃນການນຳເງິນຕາຕ່າງປະເທດເຂົ້າມາລາວຕາມແຕ່ລະຂະແໜງການ, ແລະ ຮຽກຮ້ອງໃຫ້ຂາຍສ່ວນໜຶ່ງຂອງເງິນຕາຕ່າງປະເທດໃຫ້ແກ່ລະບົບທະນາຄານ.

条文

第ມາດຕາ 1条

第1条 出口货物和服务所得外汇收入的管理
出口货物和服务所得外汇收入的管理是指组织实施各项原则、规章和措施,以使从出口获得的外汇按照规章进入银行和经济体系。

ພາສາລາວ (老挝语原文)

ມາດຕາ 1 ການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ
ການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ ແມ່ນການຈັດຕັ້ງປະຕິບັດບັນດາຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອໃຫ້ເງິນຕາຕ່າງປະເທດ ທີ່ໄດ້ຈາກການສົ່ງອອກ ເຂົ້າສູ່ລະບົບທະນາຄານ ແລະ ເສດຖະກິດ ຕາມລະບຽບການ.

第ມາດຕາ 2条

第53条 适用范围
本协议适用于出口商、商业银行以及老挝人民民主共和国银行各部门。

ພາສາລາວ (老挝语原文)

ມາດຕາ 53 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ຜູ້ສົ່ງອອກ, ທະນາຄານທຸລະກິດ ແລະ ບັນດາກົມຂອງທະນາຄານແຫ່ງ ສປປ ລາວ.

第ມາດຕາ 3条

第4条 出口商的外汇收入
出口商的外汇收入是指在出口货物和服务的买卖合同中规定的外币金额。
在出口货物和服务后,出口商必须将通过该出口获得的外汇收入通过商业银行中与进出口有关的存款账户汇入老挝人民民主共和国,该商业银行须经老挝人民民主共和国银行出具证明。

ພາສາລາວ (老挝语原文)

ມາດຕາ 4 ລາຍຮັບເງິນຕາຕ່າງປະເທດຂອງຜູ້ສົ່ງອອກ
ລາຍຮັບເງິນຕາຕ່າງປະເທດຂອງຜູ້ສົ່ງອອກ ແມ່ນຈຳນວນເງິນຕາຕ່າງປະເທດທີ່ໄດ້ກຳນົດໄວ້ໃນສັນຍາຊື້ຂາຍສິນຄ້າ ແລະ ການບໍລິການ ທີ່ສົ່ງອອກ.
ພາຍຫຼັງສົ່ງອອກສິນຄ້າ ແລະ ການບໍລິການ ແລ້ວ ຜູ້ສົ່ງອອກ ຕ້ອງນຳລາຍຮັບເງິນຕາຕ່າງປະເທດ ທີ່ໄດ້ຈາກການສົ່ງອອກດັ່ງກ່າວ ເຂົ້າມາ ສປປ ລາວ ຜ່ານບັນຊີເງິນຝາກກ່ຽວກັບການນຳເຂົ້າ-ສົ່ງອອກ ຢູ່ທະນາຄານທຸລະກິດ ທີ່ທະນາຄານແຫ່ງ ສປປ ລາວ ໄດ້ອອກໃບຢັ້ງຢືນ.

第ມາດຕາ 4条

第4条 将外汇收入汇入老挝人民民主共和国的比例和期限

出口商必须将货物和服务的外国付款存入与进出口有关的存款账户,付款期限为买卖合同规定的付款日,但不得超过一百八十(180)天。其中,各部门必须按照最低比例和规定期限将外汇收入汇入老挝人民民主共和国,具体如下:

1. 矿业部门:百分之八十五(85%)在九十(90)天内,自出口之日起计算;

2. 服务业部门:百分之八十(80%)在六十(60)天内,自出口之日起计算;

3. 农业部门:百分之七十五(75%)在六十(60)天内,自出口之日起计算;

4. 其他部门:百分之七十(70%)在九十(90)天内,自出口之日起计算;

5. 电力部门:百分之二十(20%)在一百八十(180)天内,自出口之日起计算。

如果出口商无法按照最低比例和规定期限将外汇收入汇入老挝人民民主共和国,必须向外汇管理司提交相关文件进行证明,以便酌情考虑处理。

将外汇收入汇入老挝人民民主共和国的最低比例和期限的确定将根据各部门的特殊条件定期调整,由外汇管理司研究并提交老挝人民民主共和国银行行长批准。

ພາສາລາວ (老挝语原文)

ມາດຕາ 4 ອັດຕາສ່ວນ ແລະ ກຳນົດເວລາ ໃນການນຳລາຍຮັບເງິນຕາຕ່າງປະເທດເຂົ້າມາ ສປປ ລາວ

ຜູ້ສົ່ງອອກ ຕ້ອງຮັບຊຳລະຄ່າສິນຄ້າ ແລະ ການບໍລິການ ກັບຕ່າງປະເທດ ເຂົ້າບັນຊີເງິນຝາກກ່ຽວກັບການນຳເຂົ້າ-ສົ່ງອອກ ພາຍໃນວັນຊຳລະທີ່ໄດ້ກຳນົດໄວ້ໃນສັນຍາຊື້ຂາຍ ແຕ່ບໍ່ເກີນ ໜຶ່ງຮ້ອຍແປດສິບ (180) ວັນ. ໃນນັ້ນ, ແຕ່ລະຂະແໜງການຕ້ອງນຳລາຍຮັບເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ຕາມອັດຕາສ່ວນຕໍ່າສຸດ ແລະ ຕາມໄລຍະເວລາທີ່ກຳນົດ ດັ່ງນີ້:

1. ຂະແໜງການບໍ່ແຮ່: ແປດສິບຫ້າສ່ວນຮ້ອຍ (85%) ພາຍໃນກຳນົດເວລາ ເກົ້າສິບ (90) ວັນ ນັບແຕ່ວັນທີ່ສົ່ງອອກ;

2. ຂະແໜງການບໍລິການ: ແປດສິບສ່ວນຮ້ອຍ (80%) ພາຍໃນກຳນົດເວລາ ຫົກສິບ (60) ວັນ ນັບແຕ່ວັນທີ່ສົ່ງອອກ;

3. ຂະແໜງການກະສິກຳ: ເຈັດສິບຫ້າສ່ວນຮ້ອຍ (75%) ພາຍໃນກຳນົດເວລາ ຫົກສິບ (60) ວັນ ນັບແຕ່ວັນທີ່ສົ່ງອອກ;

4. ຂະແໜງການອື່ນ: ເຈັດສິບສ່ວນຮ້ອຍ (70%) ພາຍໃນກຳນົດເວລາ ເກົ້າສິບ (90) ວັນ ນັບແຕ່ວັນທີ່ສົ່ງອອກ;

5. ຂະແໜງການໄຟຟ້າ: ຊາວສ່ວນຮ້ອຍ (20%) ພາຍໃນກຳນົດເວລາ ຮ້ອຍແປດສິບ (180) ວັນ ນັບແຕ່ວັນທີ່ສົ່ງອອກ.

ກໍລະນີ ຜູ້ສົ່ງອອກ ບໍ່ສາມາດນຳລາຍຮັບເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ຕາມອັດຕາສ່ວນຕໍ່າສຸດ ແລະ ຕາມໄລຍະເວລາທີ່ກຳນົດ ຕ້ອງນຳເອົາເອກະສານທີ່ກ່ຽວຂ້ອງ ມາຢັ້ງຢືນກັບກົມຄຸ້ມຄອງເງິນຕາຕ່າງປະເທດ ເພື່ອພິຈາລະນາໄລ່ລຽງຕາມຄວາມເໝາະສົມ.

ການກຳນົດອັດຕາສ່ວນຕໍ່າສຸດ ແລະ ກຳນົດເວລາ ໃນການນຳລາຍຮັບເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ຈະມີການປ່ຽນແປງໃນແຕ່ລະໄລຍະ ຕາມເງື່ອນໄຂຈຸດພິເສດ ຂອງແຕ່ລະຂະແໜງການ ໂດຍໃຫ້ກົມຄຸ້ມຄອງເງິນຕາຕ່າງປະເທດ ເປັນຜູ້ຄົ້ນຄວ້າ ແລະ ສະເໜີຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕົກລົງ.

第ມາດຕາ 5条

第5条 出售外汇收入
出口商必须将出口所得的外汇收入出售给老挝人民民主共和国的银行系统,按照《外汇管理法》第12条的规定执行。

ພາສາລາວ (老挝语原文)

ມາດຕາ 5 ການຂາຍລາຍຮັບເງິນຕາຕ່າງປະເທດ
ຜູ້ສົ່ງອອກ ຕ້ອງຂາຍລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ໃຫ້ລະບົບທະນາຄານຢູ່ ສປປ ລາວ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 12 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ.

第ມາດຕາ 6条

第6条 向银行体系出售外币的比例

向银行体系出售外币的比例是指出口商的外币金额与其带入老挝的出口收入价值的比例,出口商有义务向老挝境内的银行体系出售外币,以平衡社会的外币,旨在维护货币稳定并加强国际收支状况。

出口商必须按照最低比例,并在每次进出口相关存款账户收到外币收入之日起不超过三(3)个工作日的期限内,按以下各行业出售出口外币收入:

1. 矿业:最低比例将收入带入老挝的百分之三十五(35%);

2. 农业:最低比例将收入带入老挝的百分之三十(30%);

3. 电力行业:最低比例将收入带入老挝的百分之二十(20%);

4. 服务业:最低比例将收入带入老挝的百分之二十(20%);

5. 其他行业:最低比例将收入带入老挝的百分之二十(20%)。

出口商可以向商业银行出售超过本条第二款规定的最低比例的外币。如果出口商出售超过最低比例的外币,商业银行应保留以平衡必要的外币需求,用于支付商品和服务。

如果出口商未出售外币或未按本条第二款规定的最低比例和期限足额出售外币,在下一个工作日,商业银行必须通知出口商,然后进行购买外币以补足。

对于从国外进口产品且未经加工、改进或改变商品或部分加工(根据外汇管理司规定)的出口所得外币收入,应出售给老挝银行体系任意金额,或在老挝境内有使用需求时出售。

ພາສາລາວ (老挝语原文)

ມາດຕາ 6 ອັດຕາສ່ວນໃນການຂາຍເງິນຕາຕ່າງປະເທດໃຫ້ລະບົບທະນາຄານ

ອັດຕາສ່ວນໃນການຂາຍເງິນຕາຕ່າງປະເທດໃຫ້ລະບົບທະນາຄານ ແມ່ນຈຳນວນເງິນຕາຕ່າງປະເທດຂອງຜູ້ສົ່ງອອກ ທຽບໃສ່ມູນຄ່າລາຍຮັບຈາກການສົ່ງອອກທີ່ໄດ້ນຳເຂົ້າມາ ສປປ ລາວ ຊຶ່ງຜູ້ສົ່ງອອກມີພັນທະໃນການຂາຍເງິນຕາຕ່າງປະເທດ ໃຫ້ລະບົບທະນາຄານຢູ່ ສປປ ລາວ ເພື່ອດຸ່ນດ່ຽງເງິນຕາຕ່າງປະເທດໃຫ້ກັບສັງຄົມ ແນໃສ່ຮັກສາສະຖຽນລະພາບເງິນຕາ ແລະ ສ້າງຄວາມເຂັ້ມແຂງ ຖານະການຊຳລະກັບຕ່າງປະເທດ.

ຜູ້ສົ່ງອອກ ຕ້ອງຂາຍລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກ ຕາມອັດຕາສ່ວນຕໍ່າສຸດ ແລະ ພາຍໃນກຳນົດເວລາສູງສຸດບໍ່ເກີນ ສາມ (3) ວັນລັດຖະການ ນັບແຕ່ວັນທີ່ລາຍຮັບເງິນຕາຕ່າງປະເທດ ເຂົ້າບັນຊີເງິນຝາກກ່ຽວກັບການນຳເຂົ້າ-ສົ່ງອອກ ແຕ່ລະຄັ້ງ ຕາມແຕ່ລະຂະແໜງການ ດັ່ງນີ້:

1. ຂະແໜງການບໍ່ແຮ່: ສາມສິບຫ້າສ່ວນຮ້ອຍ (35%) ຂອງອັດຕາສ່ວນຕໍ່າສຸດໃນການນຳລາຍຮັບ ເຂົ້າມາ ສປປ ລາວ;

2. ຂະແໜງການກະສິກຳ: ສາມສິບສ່ວນຮ້ອຍ (30%) ຂອງອັດຕາສ່ວນຕໍ່າສຸດໃນການນຳລາຍຮັບ ເຂົ້າມາ ສປປ ລາວ;

3. ຂະແໜງການໄຟຟ້າ: ຊາວສ່ວນຮ້ອຍ (20%) ຂອງອັດຕາສ່ວນຕໍ່າສຸດໃນການນຳລາຍຮັບ ເຂົ້າມາ ສປປ ລາວ;

4. ຂະແໜງການບໍລິການ: ຊາວສ່ວນຮ້ອຍ (20%) ຂອງອັດຕາສ່ວນຕໍ່າສຸດໃນການນຳລາຍຮັບ ເຂົ້າມາ ສປປ ລາວ;

5. ຂະແໜງການອື່ນ: ຊາວສ່ວນຮ້ອຍ (20%) ຂອງອັດຕາສ່ວນຕໍ່າສຸດໃນການນຳລາຍຮັບ ເຂົ້າມາ ສປປ ລາວ.

ຜູ້ສົ່ງອອກ ສາມາດຂາຍເງິນຕາຕ່າງປະເທດ ໃຫ້ແກ່ທະນາຄານທຸລະກິດ ເກີນອັດຕາສ່ວນຕໍ່າສຸດ ທີ່ໄດ້ກຳນົດໄວ້ໃນວັກສອງຂອງມາດຕານີ້. ກໍລະນີຜູ້ສົ່ງອອກ ຂາຍເງິນຕາຕ່າງປະເທດ ເກີນອັດຕາສ່ວນຕໍ່າສຸດ ແມ່ນໃຫ້ທະນາຄານທຸລະກິດ ຮັກສາໄວ້ ດຸ່ນດ່ຽງຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອຊຳລະສິນຄ້າ ແລະ ການບໍລິການ ທີ່ຈຳເປັນ.

ກໍລະນີຜູ້ສົ່ງອອກ ບໍ່ຂາຍເງິນຕາຕ່າງປະເທດ ຫຼື ຂາຍເງິນຕາຕ່າງປະເທດບໍ່ຄົບຖ້ວນ ຕາມອັດຕາສ່ວນຕໍ່າສຸດ ແລະ ກຳນົດເວລາ ຊຶ່ງໄດ້ກຳນົດໄວ້ໃນວັກສອງຂອງມາດຕານີ້ ໃນວັນລັດຖະການຖັດມາ, ທະນາຄານທຸລະກິດ ຕ້ອງແຈ້ງຜູ້ສົ່ງອອກ ແລ້ວດຳເນີນການຊື້ເງິນຕາຕ່າງປະເທດ ໃຫ້ຄົບຖ້ວນ.

ລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກຜະລິດຕະພັນນຳເຂົ້າຈາກຕ່າງປະເທດ ທີ່ບໍ່ໄດ້ຜ່ານການແປຮູບ, ປັບປຸງ ຫຼື ປ່ຽນແປງ ສິນຄ້າ ຫຼື ແປຮູບສ່ວນໃດສ່ວນໜຶ່ງ ຕາມທີ່ກົມຄຸ້ມຄອງເງິນຕາຕ່າງປະເທດ ກຳນົດ ແມ່ນໃຫ້ຂາຍເງິນຕາຕ່າງປະເທດໃຫ້ແກ່ລະບົບທະນາຄານ ສປປ ລາວ ຈຳນວນໃດໜຶ່ງ ຫຼື ເມື່ອມີຄວາມຕ້ອງການນຳໃຊ້ ຢູ່ພາຍໃນ ສປປ ລາວ.

第ມາດຕາ 7条

第7条 向老挝中央银行出售外币
从出口商处购买外币的商业银行,必须将该外币出售给老挝中央银行,出售金额至少为其从出口商处购买的最低比例百分之三十(30%),通过银行服务司系统在购买当日或下一个工作日进行。
出口商可以通过向外汇管理司申报意向,并通过商业银行向老挝中央银行出售外币。

ພາສາລາວ (老挝语原文)

ມາດຕາ 7 ການຂາຍເງິນຕາຕ່າງປະເທດໃຫ້ແກ່ທະນາຄານແຫ່ງ ສປປ ລາວ
ທະນາຄານທຸລະກິດ ທີ່ໄດ້ຊື້ເງິນຕາຕ່າງປະເທດ ຈາກຜູ້ສົ່ງອອກ ຕ້ອງຂາຍເງິນຕາຕ່າງປະເທດດັ່ງກ່າວ ໃຫ້ທະນາຄານແຫ່ງ ສປປ ລາວ ໃນຈຳນວນຢ່າງຫ້ອຍ ສາມສິບສ່ວນຮ້ອຍ (30%) ຂອງອັດຕາສ່ວນຕຳສຸດ ທີ່ຕົນໄດ້ເກັບຊື້ຈາກຜູ້ສົ່ງອອກ ໂດຍດຳເນີນຜ່ານລະບົບຂອງກົມບໍລິການທະນາຄານ ພາຍໃນວັນທີ່ເກັບຊື້ ຫຼື ວັນລັດຖະການຖັດມາ.
ຜູ້ສົ່ງອອກ ສາມາດຂາຍເງິນຕາຕ່າງປະເທດ ໃຫ້ແກ່ທະນາຄານແຫ່ງ ສປປ ລາວ ດ້ວຍການແຈ້ງເຈດຈຳນົງຕໍ່ ກົມຄຸ້ມຄອງເງິນຕາຕ່າງປະເທດ ແລະ ດຳເນີນການຂາຍຜ່ານທະນາຄານທຸລະກິດ ໃຫ້ທະນາຄານແຫ່ງ ສປປ ລາວ.

第ມາດຕາ 8条

第8条 用于买卖外币的汇率
用于买卖外币的汇率,应执行如下:

1. 从出口商购买外币的商业银行,应按照商业银行每日确定的买入汇率执行,并严格遵守老挝人民民主共和国银行颁布的关于确定汇率的协议;

2. 老挝人民民主共和国银行从商业银行购买外币,按照

ພາສາລາວ (老挝语原文)

ມາດຕາ 8 ອັດຕາແລກປ່ຽນທີ່ນຳໃຊ້ໃນການຊື້-ຂາຍເງິນຕາຕ່າງປະເທດ
ອັດຕາແລກປ່ຽນທີ່ນຳໃຊ້ໃນການຊື້-ຂາຍເງິນຕາຕ່າງປະເທດ ໃຫ້ປະຕິບັດດັ່ງນີ້:

1. ທະນາຄານທຸລະກິດທີ່ຊື້ເງິນຕາຕ່າງປະເທດຈາກຜູ້ສົ່ງອອກ ໃຫ້ປະຕິບັດຕາມອັດຕາຊື້ທີ່ທະນາຄານທຸລະກິດກຳນົດໃນແຕ່ລະວັນ ໂດຍສອດຄ່ອງກັບຂໍ້ຕົກລົງວ່າດ້ວຍການກຳນົດອັດຕາແລກປ່ຽນທີ່ທະນາຄານແຫ່ງ ສປປ ລາວ ວາງອອກຢ່າງເຂັ້ມງວດ;

2. ທະນາຄານແຫ່ງ ສປປ ລາວ ທີ່ຊື້ເງິນຕາຕ່າງປະເທດຈາກທະນາຄານທຸລະກິດ ຕາມທີ່ໄດ້ກຳນົດໄວ້ໃນ

第ມາດຕາ 9条

第9条 相关方的权利和义务
相关方享有和履行本协议及相关法律规定的权利和义务。

ພາສາລາວ (老挝语原文)

ມາດຕາ 9 ສິດ ແລະ ໜ້າທີ່ ຂອງພາກສ່ວນທີ່ກ່ຽວຂ້ອງ
ພາກສ່ວນທີ່ກ່ຽວຂ້ອງ ມີສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້ ແລະ ກົດໝາຍທີ່ກ່ຽວຂ້ອງ.

第ມາດຕາ 10条

第10条 外汇管理司的权利和义务
在管理货物出口和服务出口的外汇收入方面,外汇管理司享有以下权利和履行以下义务:
1. 研究关于出口商外汇收入管理的政策和法规,提交给老挝人民民主共和国银行行长审议;
2. 研究条件并鼓励出口商向老挝人民民主共和国境内的商业银行出售外汇;
3. 研究关于确定出口商现金形式外汇收入比例的通知和指导意见,以及计算出口商外汇销售义务比例的方法;
4. 监督和检查商业银行从出口商购买外汇以及向老挝人民民主共和国银行出售外汇的情况;
5. 鼓励商业银行对向其出售外汇的出口商实施适当的政策;
6. 与相关部门协调,研究暂停不将外汇收入带入老挝人民民主共和国并拒绝出售外汇的出口商的货物和服务出口;
7. 定期汇总、分析和报告关于货物出口和服务出口的外汇收入买卖情况给老挝人民民主共和国银行行长委员会;
8. 在其职权范围内对违反本协议者采取措施;
9. 与银行服务司、商业银行管理司和货币政策司交换信息并协调管理货物出口和服务出口的外汇收入;
10. 行使法律和法规规定的其他权利和履行其他义务。

ພາສາລາວ (老挝语原文)

ມາດຕາ 10 ສິດ ແລະ ໜ້າທີ່ ຂອງກົມຄຸ້ມຄອງເງິນຕາຕ່າງປະເທດ
ໃນການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ, ກົມຄຸ້ມຄອງເງິນຕາຕ່າງປະເທດ ມີສິດ ແລະ ໜ້າທີ່ ດັ່ງນີ້:
1. ຄົ້ນຄວ້າ ນະໂຍບາຍ ແລະ ນິຕິກຳ ກ່ຽວກັບການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຂອງຜູ້ສົ່ງອອກ ເພື່ອສະເໜີຜູ້ວ່າການທະນາຄານແຫ່ງ ສປປ ລາວ ພິຈາລະນາ;
2. ຄົ້ນຄວ້າ ເງື່ອນໄຂ ແລະ ຊຸກຍູ້ ໃຫ້ຜູ້ສົ່ງອອກ ຂາຍເງິນຕາຕ່າງປະເທດ ໃຫ້ແກ່ທະນາຄານທຸລະກິດ ຢູ່ ສປປ ລາວ;
3. ຄົ້ນຄວ້າ ແຈ້ງການ, ຄຳແນະນຳ ກ່ຽວກັບການກຳນົດອັດຕາສ່ວນລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກໃນຮູບແບບເງິນສົດ ຂອງຜູ້ສົ່ງອອກ ແລະ ວິທີການຄິດໄລ່ອັດຕາສ່ວນພັນທະການຂາຍເງິນຕາຕ່າງປະເທດ ຂອງຜູ້ສົ່ງອອກ;
4. ຕິດຕາມ ກວດກາ ທະນາຄານທຸລະກິດ ໃນການເກັບຊື້ເງິນຕາຕ່າງປະເທດ ຈາກຜູ້ສົ່ງອອກ ແລະ ການຂາຍເງິນຕາຕ່າງປະເທດ ໃຫ້ແກ່ທະນາຄານແຫ່ງ ສປປ ລາວ;
5. ຊຸກຍູ້ທະນາຄານທຸລະກິດ ໃນການຈັດຕັ້ງປະຕິບັດນະໂຍບາຍທີ່ເໝາະສົມ ໃຫ້ແກ່ຜູ້ສົ່ງອອກ ທີ່ຂາຍເງິນຕາຕ່າງປະເທດ ໃຫ້ແກ່ຕົນ;
6. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າໂຈະການສົ່ງອອກສິນຄ້າ ແລະ ການບໍລິການ ຕໍ່ຜູ້ສົ່ງອອກ ທີ່ບໍ່ນຳລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າມາ ສປປ ລາວ ແລະ ປະຕິເສດການຂາຍເງິນຕາຕ່າງປະເທດ;
7. ສັງລວມ, ວິເຄາະ ແລະ ລາຍງານ ກ່ຽວກັບການຊື້ ຂາຍ ລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ ໃຫ້ຄະນະຜູ້ວ່າການທະນາຄານແຫ່ງ ສປປ ລາວ ຢ່າງເປັນປົກກະຕິ;
8. ນຳໃຊ້ມາດຕະການຕໍ່ຜູ້ລະເມີດຂໍ້ຕົກລົງສະບັບນີ້ ຕາມຂອບເຂດສິດຂອງຕົນ;
9. ແລກປ່ຽນຂໍ້ມູນ ແລະ ປະສານສົມທົບ ກັບກົມບໍລິການທະນາຄານ, ກົມຄຸ້ມຄອງທະນາຄານທຸລະກິດ ແລະ ກົມນະໂຍບາຍເງິນຕາ ໃນການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ;
10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

第ມາດຕາ 11条

第11条 银行服务司的权利和义务

在对货物出口和服务出口的外汇收入进行管理时,银行服务司享有以下权利和承担以下义务:

1. 按照规定通过商业银行购买出口商的外汇;

2. 定期收集、汇总和分析来自货物出口和服务出口的外汇买卖数据,并向老挝人民民主共和国银行行长委员会报告;

3. 与外汇管理司、商业银行监管司和货币政策司交换信息并协调合作,以管理货物出口和服务出口的外汇收入;

4. 行使法律和法规规定的其他权利和履行其他义务。

ພາສາລາວ (老挝语原文)

ມາດຕາ 11 ສິດ ແລະ ໜ້າທີ່ ຂອງກົມບໍລິການທະນາຄານ

ໃນການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ, ກົມບໍລິການທະນາຄານ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ເກັບຊື້ເງິນຕາຕ່າງປະເທດຂອງຜູ້ສົ່ງອອກ ຜ່ານທະນາຄານທຸລະກິດ ຕາມລະບຽບການ;

2. ເກັບກຳ, ສັງລວມ ແລະ ວິເຄາະ ຂໍ້ມູນ ການຊື້ ຂາຍ ເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ ໃຫ້ຄະນະຜູ້ວ່າການທະນາຄານແຫ່ງ ສປປ ລາວ ຢ່າງເປັນປົກກະຕິ;

3. ແລກປ່ຽນຂໍ້ມູນ ແລະ ປະສານສົມທົບກັບ ກົມຄຸ້ມຄອງເງິນຕາຕ່າງປະເທດ, ກົມຄຸ້ມຄອງທະນາຄານທຸລະກິດ ແລະ ກົມນະໂຍບາຍເງິນຕາ ໃນການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ;

4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

第ມາດຕາ 12条

第12条 货币司的权利和义务
在管理来自货物出口和服务的外汇收入方面,货币司享有以下权利和义务:
1. 研究汇率政策,使其与各时期对外贸易和服务的动态相适应;
2. 每周向外汇管理司提供关于来自货物出口和服务的外汇收入汇入老挝人民民主共和国、汇率以及商业银行从出口商购买外汇的价值的信息;
3. 收集、汇总和分析商业银行从出口商购买外汇的数据;
4. 与外汇管理司、商业银行管理司和银行服务司在管理来自货物出口和服务的外汇收入方面交换信息和协调合作;
5. 行使法律和法规规定的其他权利和履行其他义务。

ພາສາລາວ (老挝语原文)

ມາດຕາ 12 ສິດ ແລະ ໜ້າທີ່ ຂອງກົມນະໂຍບາຍເງິນຕາ
ໃນການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ, ກົມນະໂຍບາຍເງິນຕາ ມີສິດ ແລະ ໜ້າທີ່ ດັ່ງນີ້:
1. ຄົ້ນຄວ້ານະໂຍບາຍອັດຕາແລກປ່ຽນ ໃຫ້ສອດຄ່ອງເໝາະສົມກັບສະພາບການເຄື່ອນໄຫວການຄ້າ ແລະ ການບໍລິການ ກັບຕ່າງປະເທດ ໃນແຕ່ລະໄລຍະ;
2. ສະຫງວນຂໍ້ມູນກ່ຽວກັບການໂອນລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ ເຂົ້າມາ ສປປ ລາວ, ອັດຕາແລກປ່ຽນ ແລະ ມູນຄ່າການຊື້ເງິນຕາຕ່າງປະເທດ ຈາກຜູ້ສົ່ງອອກຂອງທະນາຄານທຸລະກິດ ໃຫ້ແກ່ກົມຄຸ້ມຄອງເງິນຕາຕ່າງປະເທດ ປະຈຳອາທິດ;
3. ເກັບກຳ, ສັງລວມ ແລະ ວິເຄາະ ຂໍ້ມູນ ການເກັບຊື້ເງິນຕາຕ່າງປະເທດຈາກຜູ້ສົ່ງອອກ ນຳທະນາຄານທຸລະກິດ;
4. ແລກປ່ຽນຂໍ້ມູນ ແລະ ປະສານສົມທົບກັບ ກົມຄຸ້ມຄອງເງິນຕາຕ່າງປະເທດ, ກົມຄຸ້ມຄອງທະນາຄານທຸລະກິດ ແລະ ກົມບໍລິການທະນາຄານ ໃນການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການ;
5. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

本页展示前 12 条,全文共 25 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译