ຄຳສັ່ງວ່າດ້ວຍ ການເພີ້ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານທະບຽນສານ
关于加强法院登记工作的指令
Directive on Strengthening Court Registration Work
ບົດສະຫຼຸບ
ຄຳສັ່ງນີ້ຮຽກຮ້ອງໃຫ້ບັນດາພະແນກການ ແລະ ບຸກຄົນໃນແຂວງໄຊຍະບູລີ ປະຕິບັດຕາມກົດໝາຍວ່າດ້ວຍການຈົດທະບຽນສານ ຢ່າງເຂັ້ມງວດ, ບັງຄັບໃຫ້ເອກະສານເຊັ່ນ: ສັນຍາ ແລະ ພິນັຍກຳມະສິດ ຕ້ອງໄດ້ຮັບການຮັບຮອງຈາກອົງການຈົດທະບຽນ, ແລະ ກຳນົດພາລະບົດບາດຂອງອົງການຕຸລາການໃນການຕິດຕາມກວດກາ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງ ໄຊຍະບູລີ ເລກທີ .2 7. .... /ຈຂ.ຊຍ
>
ຄຳສັງ
" ພ 2“. ຂ -> . +ໄ
ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ ຕ໋ວຽກງານທະບຽນສານ
ເຖິງ: ຫົວຫ້າພະແນກການ, ອົງການ,ກົມກອງອ້ອມຂ້າງແຂວງ, ເຈົ້າເມືອງ 11 ເມືອງ
- ອີງຕາມ ກົດໝາຍວ່າການປົກຄອງທ້ອງຖິ່ນ ສະບັບເລກທີ 69/ສພຊ, ລົງວັນທີ 15 ທັນວາ 2015;
- ອີງຕາມ ກົດໝາຍວ່າດ້ວຍທະບຽນສານ ສະບັບເລກທີ 24/ສພຊ, ລົງວັນທີ 29 ທັນວາ 2022;
- ອີງຕາມ ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທະບຽນສານ ສະບັບເລກທີ 1786/ກຍ, ລົງວັນທີ 28 ທັນວາ 2023;
- ອີງຕາມ ຫັງສືສະເຫີຂອງພະແນກຍຸຕິທຳ ສະບັບເລກທີ...ມ114....../ພຍທ, ລົງວັນທີ .:ຖີນ+ .4. ງ.ງ
ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍທະບຽນສານ ແມ່ນມີຄວາມສຳຄັນຫຼາຍໃນການປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ສັງຄົມມີຄວາມຍຸຕິທຳ. ຜ່ານການຈັດຕັ້ງປະຕິບັດຕົວຈິງຍັງມີຫຼາຍພາກສ່ວນ ນັບທັງພາກລັດ, ເອກະຊົນທີ່ຍັງບໍ່ທັນຮັບຮູ້ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນ, ຜົນປະໂຫຍດທີ່ໄດ້ຮັບຈາກການຢັ້ງຢືນຂອງອົງການທະບຽນສານ ແລະ ຍັງບໍ່ທັນເຂົ້າໃຈແຈ້ງລະຫວ່າງ ພາລະບົດບາດ, ສິດໜ້າທີ່ຂອງອົງການທະບຽນສານ ແລະ ສານປະຊາຊົນ. ຄວາມສຳຄັນຕໍ່ການຢັ້ງຢືນຂອງອົງການທະບຽນສານ ຫຼາຍພາກສ່ວນຍັງຖືເບົາ, ບໍ່ນຳເອົາສັນຍາ ຫຼື ເອກະສານມາຢັ້ງຢືນຄວາມຖືກຕ້ອງນຳອົງການທະບຽນສານ ຊຶ່ງເຫັນວ່າ ມີຫຼາຍສັນຍາ ຫຼື ເອກະສານບໍ່ຖືກຕ້ອງຕາມຄວາມເປັນຈິງ ແລະ ກົດໝາຍ ຈຶ່ງພາໃຫ້ ມີຂໍ້ຂັດແຍ່ງ ຫຼື ເກີດຄະດີຂຶ້ນ.
ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຂອງສັງຄົມ ກ່ຽວກັບວຽກທະບຽນສານ ແລະ ເຮັດໃຫ້ກົດໝາຍວ່າດ້ວຍທະບຽນສານໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວແຂວງ.
ເຈົ້າແຂວງ ອອກຄຳສັ່ງ:
1. ໃຫ້ບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ອົງການປົກຄອງເມືອງ, ພາກສ່ວນທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍທະບຽນສານ ແລະ ນິຕິກຳກ່ຽວກັບວຽກງານທະບຽນສານຢ່າງເຂັ້ມງວດ;
2. ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາກລັດ ແລະ ເອກະຊົນ ຕ້ອງເອົາສັນຍາ ຫຼື ເອກະສານປະເພດຕ່າງໆ ໄປຢັ້ງຢືນນຳ ອົງການທະບຽນສານ ບ່ອນທີ່ຕົນອາໄສຢູ່ ຫຼື ບ່ອນທີ່ໃກ້ຄຽງ ຫຼື ບ່ອນປະຕິບັດສັນຍາ ຫຼື ບ່ອນອະສັງຫາລິມະຊັບຕັ້ງຢູ່ ຊຶ່ງປະກອບມີ: ສັນຍາ, ພິໄນກຳ, ກຳມະສິດກ່ຽວກັບຊັບເດີມ, ສິນສົມສ້າງ ຫຼື ຊັບຮ່ວມ, ເອກະສານ
ສະບັບສຳເນົາຖ່າຍ, ລາຍເຊັນ ຫຼື ໂປ້ມື, ຮູບຖ່າຍສົມທຽບກັບຕົວບຸກຄົນ, ເວລາ ແລະ ສະຖານທີ່ຍື່ນເອກະສານ, ການແປພາສາ, ເອກະສານກ່ຽວກັບມູນມໍລະດົກ, ເອກະສານອື່ນໆ ຕາມມາດຕາ 9 ຂອງກົດໝາຍວ່າດ້ວຍທະບຽນສານ;
3. ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກແຜນການ ແລະ ການລົງທຶນ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕ້ອງເອົາສັນຍາຊື້-ຂາຍ, ແລກປ່ຽນ, ເຊົ່າຊື້, ມອບ ແລະ ໂອນພາຫະນະທີ່ມີການຂຶ້ນທະບຽນ; ສັນຍາຊື້-ຂາຍ, ແລກປ່ຽນ, ເຊົ່າ, ມອບ ແລະ ໂອນອະສັງຫາລິມະຊັບ; ສັນຍາກູ້ຢືມທີ່ມີການຄ້າປະກັນດ້ວຍອະສັງຫາລິມະຊັບ ຫຼື ພາຫະນະທີ່ມີທະບຽນ; ສັນຍາຮຸ້ນສ່ວນ; ສັນຍາຊື້-ຂາຍ, ມອບໂອນຮຸ້ນ ຫຼື ກິດຈະການທຸກປະເພດ; ສັນຍາສຳປະທານ
ຕ້ອງມາຢັ້ງຢືນນຳອົງການທະບຽນສານ ຕາມມາດຕາ 10 ຂອງກົດໝາຍວ່າດ້ວຍທະບຽນສານ. ສຳລັບ ພະແນກການອື່ນ ທີ່ມີຈຸດປະສົງຈະເຮັດສັນຍາປະເພດຕ່າງໆ ຕ້ອງມາຢັ້ງຢືນນຳອົງການທະບຽນສານ;
4. ໃຫ້ບັນດາພະແນກການ, ອົງການກົມກອງອ້ອມຂ້າງແຂວງ, ອົງການປົກຄອງເມືອງທີ່ມີຈຸດປະສົງໃນການເຮັດສັນຍາປະເພດຕ່າງໆ ລະຫວ່າງ ອົງການປົກຄອງແຂວງ, ອົງການປົກຄອງເມືອງ ເຊັນກັບພາກສ່ວນອື່ນ ຕ້ອງໃຫ້ຂະແໜງຍຸຕິທຳ ເຂົ້າຮ່ວມແຕ່ເບື້ອງຕົ້ນ ເພື່ອເຮັດສັນຍາໃຫ້ມີຄວາມຖືກຕ້ອງ, ສອດຄ່ອງຕາມຫຼັກການໃນການເຮັດສັນຍາ;
5. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາກລັດ ແລະ ເອກະຊົນ ທີ່ນຳເອົາສັນຍາ ຫຼື ເອກະສານອື່ນ ມາຢັ້ງຢືນນຳອົງການທະບຽນສານ ຕ້ອງຈ່າຍຄ່າທຳນຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດຂອງປະທານປະເທດ ທີ່ປະກາດໃຊ້ແຕ່ລະໄລຍະ;
6. ໃຫ້ຂະແໜງຍຸຕິທຳ ຊຸກຍູ້ ແລະ ປະສານສົມທົບ ກັບບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ອົງການປົກຄອງເມືອງ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທະບຽນສານ, ຄຳສັ່ງ ແລະ ນິຕິກຳທີ່ກ່ຽວຂ້ອງກັບວຽກງານທະບຽນສານ ໃຫ້ຮັບຮູ້, ເຂົ້າໃຈເຖິງຄວາມໝາຍ ຄວາມສຳຄັນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກການຢັ້ງຢືນທະບຽນສານ;
7. ໃຫ້ຄະນະພັກ, ຄະນະນຳອົງການປົກຄອງເມືອງ ເອົາໃຈໃສ່ ໃກ້ຊິດຕິດແທດ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃນດ້ານຕ່າງໆ ໃຫ້ວຽກງານທະບຽນສານ ເປັນຕົ້ນ: ງົບປະມານ, ສະຖານທີ່, ພາຫະນະ, ອຸປະກອນຮັບໃຊ້ ທີ່ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ. ພ້ອມກັນນັ້ນ ກໍເປັນການຄຸ້ມຄອງຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ;
8. ມອບໃຫ້ຂະແໜງຍຸຕິທຳ ເປັນເສນາທິການໃຫ້ແກ່ອົງການປົກຄອງ ແລະ ເປັນເຈົ້າການໃນການຊຸກຍູ້, ປະສານສົມທົບ, ຕິດຕາມ, ກວດກາ ການປະຕິບັດວຽກງານທະບຽນສານໃຫ້ໄດ້ຮັບຜົນດີ;
9. ໃຫ້ອົງການທະບຽນສານແຕ່ລະຂັ້ນສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານທະບຽນສານໃຫ້ສາຍຕັ້ງ, ສາຍຂວາງຢ່າງເປັນປົກກະຕິ;
10. ບັນດາທ່ານຫົວຫ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ບັນດາເຈົ້າເມືອງ, ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມື ໃນການຈັດຕັ້ງປະຕິບັດຄຳສັງສະບັບນີ້ ຢ່າງເຂັ້ມງວດ.
ຄຳສັງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ຄຳສັງສະບັບນີ້ປ່ຽນແທນຄຳສັງສະບັບເລກທີ 126/ຈຂ.ຊຍ, ລົງວັນທີ 8 ພຶດສະພາ 2020./
ພົງສະຫວັນ ສິດທະວົງ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ