工厂环境与安全管理部门规定
ຂໍ້ຕົກລົງວ່າດ້ວຍ ໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ
Regulations on the Administration of Factory Environment and Safety Departments
简介
该法规调整老挝加工工业工厂的环境与安全管理活动,核心内容为规定高、中风险工厂必须设立专门部门,并明确其人员配置与具体职责。
Summary
This regulation governs environmental and safety management activities in processing industrial factories in Laos, with core content requiring high- and medium-risk factories to establish dedicated departments and specifying their staffing and specific duties.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງກິດຈະກຳການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພຂອງໂຮງງານອຸດສາຫະກຳປຸງແຕ່ງຢູ່ລາວ, ເນື້ອໃນຫຼັກກຳນົດໃຫ້ໂຮງງານທີ່ມີຄວາມສ່ຽງສູງ ແລະ ປານກາງຕ້ອງຕັ້ງໜ່ວຍງານສະເພາະ ແລະ ກຳນົດການຈັດວາງບຸກຄະລາກອນ ແລະ ໜ້າທີ່ສະເພາະຂອງມັນ.
条文
第ມາດຕາ 1条
第2条 工厂环境与安全管理部门
工厂环境与安全管理部门是负责管理、监督、检查和解决工厂环境与安全问题的部门。
ພາສາລາວ (老挝语原文)
ມາດຕາ 2 ຫ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ
ຫ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ແມ່ນຫ່ວຍງານຄຸ້ມຄອງ, ຕິດຕາມ ກວດກາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ແລະ ຄວາມປອດໄພຂອງໂຮງງານ.
第ມາດຕາ 2条
第2条 术语解释
本协议中的术语定义如下:
1. 加工工业工厂 指用于进行生产、加工、转化原材料或半成品从原始状态变为新产品,通过使用机器或人力,经过生产、组装、修理、修复、改进、包装、分类或再加工过程的建筑物或场所;
2. 环境管理 指确定并实施预防、减少工厂运营产生的污染和废物的措施,包括监测和解决所产生的影响问题;
3. 安全管理 指预防劳动事故,保障劳动安全与卫生;
4. 污染 指化学物质、灰尘、烟雾,包括声音、光线、气味、振动,在土壤、水、空气中污染,其浓度值超过环境标准;
5. 污染处理系统 指处理、减少或消除工厂产生的污染的过程,包括方法和机器或设备,例如:废水处理系统、空气污染处理和危险废物清除;
6. 环境与安全管理人员 指负责工厂环境与安全工作的人员,由工厂经营者任命;
7. 工厂环境与安全管理负责人 指由工厂经营者任命,并经过工业司、工业和贸易部培训成为工厂环境与安全管理负责人的人员。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
ຄຳສັບໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ໂຮງງານອຸດສາຫະກຳປຸງແຕ່ງ ໝາຍເຖິງ ອາຄານ ຫຼື ສະຖານທີ່ ເພື່ອດຳເນີນກິດຈະການຜະລິດ, ປຸງແຕ່ງ, ແປຮູບ ວັດຖຸດິບ ຫຼື ວັດຖຸເຄິ່ງສຳເລັດຮູບ ຈາກສະພາບເດີມໄປສູ່ຜະລິດຕະພັນໃໝ່ ດ້ວຍການນຳໃຊ້ເຄື່ອງຈັກ ຫຼື ແຮງງານຄົນ ໂດຍຜ່ານຂະບວນການຜະລິດ, ປະກອບ, ສ້ອມແປງ, ຟື້ນຟູ, ປັບປຸງ, ບັນຈຸ, ຄັດແຍກ ຫຼື ປຸງແຕ່ງຄືນໃໝ່;
2. ການຄຸ້ມຄອງສິ່ງແວດລ້ອມ ໝາຍເຖິງ ການກຳນົດ ແລະ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຫຼຸດຜ່ອນມົນລະພິດ ແລະ ສິ່ງເສດເຫຼືອຈາກການດຳເນີນກິດຈະການໂຮງງານ, ລວມທັງການຕິດຕາມກວດກາ ແລະ ແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນ;
3. ການຄຸ້ມຄອງຄວາມປອດໄພ ໝາຍເຖິງ ການປ້ອງກັນອຸປະຕິເຫດແຮງງານ ແລະ ການຮັບປະກັນຄວາມປອດໄພ ແລະ ສຸຂະອະນາໄມດ້ານແຮງງານ;
4. ມົນລະພິດ ໝາຍເຖິງ ທາດເຄມີ, ຝຸ່ນ, ຄວັນ, ລວມທັງ ສຽງ, ແສງ, ກິ່ນ, ການສັ່ນສະເທືອນ ທີ່ປົນເປື້ອນໃນດິນ, ນ້ຳ, ອາກາດ ທີ່ມີຄ່າຄວາມເຂັ້ມຂຸ້ນ ເກີນມາດຕະຖານສິ່ງແວດລ້ອມ;
5. ລະບົບບຳບັດມົນລະພິດ ໝາຍເຖິງ ຂະບວນການ ບຳບັດ, ຫຼຸດຜ່ອນ ຫຼື ກຳຈັດມົນລະພິດທີ່ເກີດຈາກໂຮງງານ, ຊຶ່ງປະກອບດ້ວຍວິທີການ ແລະ ເຄື່ອງຈັກ ຫຼື ອຸປະກອນຕ່າງໆ ຕົວຢ່າງ: ລະບົບບຳບັດນໍ້າເສຍ, ມົນລະພິດທາງອາກາດ ແລະ ການກຳຈັດສິ່ງເສດເຫຼືອທີ່ເປັນອັນຕະລາຍ;
6. ພະນັກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ໝາຍເຖິງ ບຸກຄະລາກອນ ທີ່ຮັບຜິດຊອບວຽກງານສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ແລະ ໄດ້ຮັບການແຕ່ງຕັ້ງ ໂດຍຜູ້ດຳເນີນກິດຈະການໂຮງງານ;
7. ຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ໝາຍເຖິງ ບຸກຄະລາກອນ ໄດ້ຮັບການແຕ່ງຕັ້ງ ໂດຍຜູ້ດຳເນີນກິດຈະການໂຮງງານ ແລະ ຜ່ານການຝຶກອົບຮົມເປັນຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ຈາກກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国境内从事加工工业工厂活动的个人、法人及组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ຢູ່ ສປປ ລາວ.
第ມາດຕາ 4条
第4条 必须设立环境与安全管理部门的生产加工厂
必须设立环境与安全管理部门的工厂包括:具有高、中等级环境风险的生产加工厂。
高、中、低等级环境风险的生产加工厂在关于生产加工厂环境风险等级划分的协议中规定。
对于低等级环境风险的生产加工厂,不必设立工厂环境与安全部门,但必须配备至少一名具有专业知识或经过环境与安全培训的工厂环境与安全管理人员。
ພາສາລາວ (老挝语原文)
ມາດຕາ 4 ໂຮງງານອຸດສາຫະກຳປຸງແຕ່ງທີ່ຕ້ອງສ້າງຕັ້ງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ
ໂຮງງານອຸດສາຫະກຳປຸງແຕ່ງທີ່ຕ້ອງສ້າງຕັ້ງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ມີຄື: ໂຮງງານອຸດສາຫະກຳປຸງແຕ່ງທີ່ມີຄວາມສ່ຽງດ້ານສິ່ງແວດລ້ອມລະດັບສູງ ແລະ ກາງ.
ໂຮງງານອຸດສາຫະກຳປຸງແຕ່ງທີ່ມີຄວາມສ່ຽງດ້ານສິ່ງແວດລ້ອມລະດັບສູງ, ລະດັບກາງ ແລະ ລະດັບຕ່ຳ ໄດ້ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງ.
ສຳລັບໂຮງງານອຸດສາຫະກຳປຸງແຕ່ງທີ່ມີຄວາມສ່ຽງດ້ານສິ່ງແວດລ້ອມລະດັບຕ່ຳ ບໍ່ຈຳເປັນຕ້ອງສ້າງຕັ້ງໜ່ວຍງານສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ແຕ່ຕ້ອງມີພະນັກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ທີ່ມີຄວາມຮູ້ວິຊາສະເພາະ ຫຼື ຜ່ານການຝຶກອົບຮົມ ກ່ຽວກັບສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ຢ່າງໜ້ອຍໜຶ່ງຄົນ.
第ມາດຕາ 5条
第5条 工厂环境与安全管理部门
工厂环境与安全管理部门包括:
1. 加工工业企业董事会为部门负责人;
2. 工厂环境与安全管理人员必须至少有两名以上,其中必须有一名以上经过培训并获得工业和贸易部工业司认证为工厂环境与安全负责人。
ພາສາລາວ (老挝语原文)
ມາດຕາ 5 ຫ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ
ຫ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ປະກອບມີ:
1. ຄະນະອຳນວຍການຂອງໂຮງງານອຸດສາຫະກຳປຸງແຕ່ງ ເປັນຫົວໜ້າຫ່ວຍງານ;
2. ພະນັກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ຕ້ອງມີຢ່າງໜ້ອຍ ສອງ ຄົນຂຶ້ນໄປ, ຊຶ່ງໃນນັ້ນຕ້ອງມີ ໜຶ່ງ ຄົນຂຶ້ນໄປ ທີ່ໄດ້ຜ່ານການຝຶກອົບຮົມ ແລະ ໄດ້ຮັບການຮັບຮອງເປັນຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ຈາກກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ.
第ມາດຕາ 6条
第6条 工厂环境与安全管理部门职责
工厂环境与安全管理部门具有以下职责:
1. 全面负责工厂环境与安全管理;
2. 研究、探讨、确定工厂环境与安全管理的方法和措施;
3. 制定并组织实施管理计划,监督、检查和解决工厂环境与安全问题;
4. 配合并便利工业官员监督、检查和解决工厂发生的环境与安全问题;
5. 协调相关部门实施工厂环境与安全工作;
6. 监督和检查工厂生产过程中燃料、水和原材料的使用;
7. 维护和修理污染处理系统和废物处理系统,使其正常运行;
8. 准备环境与安全突发事件的应对和响应措施;
9. 监督、检查、测量和记录工厂运营产生的污染和废物数据;
10. 控制水、空气和废物污染处理系统的运行,使其符合法律法规规定的标准,包括维护和修理上述处理系统使其正常运行;
11. 提高工厂内部员工对环境与安全工作实施的认识和能力;
12. 响应工厂运营引起的环境与安全突发事件;
13. 编制工厂环境与安全工作实施报告,每周向工厂厂长报告一次;
14. 根据部门负责人的指导,依法依规履行其他职责。
ພາສາລາວ (老挝语原文)
ມາດຕາ 6 ໜ້າທີ່ ແລະ ຄວາມຮັບຜິດຊອບຂອງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ
ໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານມີໜ້າທີ່ ແລະ ຄວາມຮັບຜິດຊອບດັ່ງນີ້:
1. ຮັບຜິດຊອບລວມໃນການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພຂອງໂຮງງານ;
2. ສຶກສາ, ຄົ້ນຄວ້າ, ກຳນົດວິທີການ ແລະ ມາດຕະການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພຂອງໂຮງງານ;
3. ສ້າງ ແລະ ຈັດຕັ້ງປະຕິບັດແຜນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ແລະ ຄວາມປອດໄພຂອງໂຮງງານ;
4. ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກ ໃຫ້ແກ່ເຈົ້າໜ້າທີ່ອຸດສາຫະກຳ ເພື່ອຕິດຕາມ, ກວດກາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ແລະ ຄວາມປອດໄພ ທີ່ເກີດຂຶ້ນຢູ່ໂຮງງານ;
5. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕໍ່ກັບການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ແລະ ຄວາມປອດໄພຂອງໂຮງງານ;
6. ຕິດຕາມ ແລະ ກວດກາ ການນຳໃຊ້ເຊື້ອເພີງ, ນ້ຳ ແລະ ວັດຖຸດິບເຂົ້າໃນຂະບວນການຜະລິດຂອງໂຮງງານ;
7. ບຳລຸງຮັກສາ ແລະ ປັບປຸງແກ້ໄຂ ລະບົບບຳບັດມົນລະພິດ ແລະ ການກຳຈັດສິ່ງເສດເຫຼືອໃຫ້ໃຊ້ງານໄດ້ຢ່າງເປັນປົກກະຕິ;
8. ກະກຽມມາດຕະການແກ້ໄຂ ແລະ ຕອບໂຕ້ເຫດສຸກເສີນດ້ານສິ່ງແວດລ້ອມ ແລະ ຄວາມປອດໄພ;
9. ຕິດຕາມ, ກວດກາ, ວັດແທກ ແລະ ບັນທຶກຂໍ້ມູນມົນລະພິດ ແລະ ສິ່ງເສດເຫຼືອ ທີ່ເກີດຈາກການດຳເນີນກິດຈະການໂຮງງານ;
10. ຄວບຄຸມການດຳເນີນງານຂອງລະບົບບຳບັດມົນລະພິດ ທາງນ້ຳ, ອາກາດ ແລະ ສິ່ງເສດເຫຼືອ ໃຫ້ໄດ້ມາດຕະຖານຕາມກົດໝາຍ ແລະ ລະບຽບການກຳນົດ, ລວມທັງບຳລຸງຮັກສາ ແລະ ປັບປຸງແກ້ໄຂ ລະບົບບຳບັດດັ່ງກ່າວໃຫ້ໃຊ້ງານໄດ້ຢ່າງເປັນປົກກະຕິ;
11. ສ້າງຄວາມຮັບຮູ້ ແລະ ຄວາມອາດສາມາດແກ່ພະນັກງານພາຍໃນໂຮງງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ;
12. ຕອບໂຕ້ເຫດສຸກເສີນດ້ານສິ່ງແວດລ້ອມ ແລະ ຄວາມປອດໄພ ທີ່ເກີດຈາກການດຳເນີນກິດຈະການໂຮງງານ;
13. ສ້າງບົດລາຍງານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພຂອງໂຮງງານ ເພື່ອລາຍງານຕໍ່ຜູ້ອຳນວຍການໂຮງງານ ໜຶ່ງ ຄັ້ງຕໍ່ອາທິດ;
14. ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບອື່ນ ຕາມການຊີ້ນຳຂອງຫົວໜ້າໜ່ວຍງານໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.
第ມາດຕາ 7条
第7条 工厂环境与安全负责人培训参与者的条件
参加工厂环境与安全负责人培训的人员必须具备以下任一条件:
1. 具有环境、安全、化学、卫生工程、药学、生物、物理、工厂管理或相关专业的高等教育学历;
2. 是工厂环境与安全管理人员;
3. 具有至少三年与环境及安全工作相关的工作经验。
ພາສາລາວ (老挝语原文)
ມາດຕາ 7 ເງື່ອນໄຂຜູ້ເຂົ້າຮ່ວມຝຶກອົບຮົມຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ
ຜູ້ເຂົ້າຮ່ວມຝຶກອົບຮົມຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ຕ້ອງມີເງື່ອນໄຂໃດໜຶ່ງ ດັ່ງນີ້:
1. ມີວຸດທິການສຶກສາລະດັບຊັ້ນສູງຂຶ້ນໄປ ໃນສາຂາວິຊາສະເພາະດ້ານສິ່ງແວດລ້ອມ, ຄວາມປອດໄພ, ເຄມີ, ວິສະວະກຳສຸຂາພິບານ, ການຢາ, ຊີວະ, ຟີຊິກ, ຄຸ້ມຄອງໂຮງງານ ຫຼື ສາຂາອື່ນທີ່ກ່ຽວຂ້ອງ;
2. ເປັນພະນັກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ;
3. ມີປະສົບການເຮັດວຽກກ່ຽວຂ້ອງກັບວຽກງານດ້ານສິ່ງແວດລ້ອມ ແລະ ຄວາມປອດໄພ ມາແລ້ວ ຢ່າງໜ້ອຍ ສາມ ປີຂຶ້ນໄປ.
第ມາດຕາ 8条
第8条 培训文件准备
有意参加工厂环境与安全主管培训的人员,应向工业司提交申请文件,具体如下:
1. 按照工业司规定格式的申请书;
2. 高等学历证书复印件,或至少三年环境与安全经验证明复印件;
3. 个人简历;
4. 工厂的推荐信(如为工厂正式员工)。
ພາສາລາວ (老挝语原文)
ມາດຕາ 8 ການປະກອບເອກະສານຝຶກອົບຮົມ
ຜູ້ທີ່ມີຈຸດປະສົງເຂົ້າຮ່ວມຝຶກອົບຮົມຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ໃຫ້ປະກອບເອກະສານຍື່ນຄຳຮ້ອງຕໍ່ກົມອຸດສາຫະກຳ ດັ່ງນີ້:
1. ຄຳຮ້ອງຕາມແບບພິມຂອງກົມອຸດສາຫະກຳ;
2. ສຳເນົາໃບປະກາດສະນີຍະບັດຊັ້ນສູງຂຶ້ນໄປ ຫຼື ສຳເນົາໃບຢັ້ງຢືນປະສົບການດ້ານສິ່ງແວດລ້ອມ ແລະ ຄວາມປອດໄພ ຢ່າງໜ້ອຍ ສາມ ປີ;
3. ຊີວະປະຫວັດຫຍໍ້;
4. ໃບນຳສົ່ງຈາກໂຮງງານ (ກໍລະນີເປັນພະນັກງານປະຈຳຂອງໂຮງງານ).
第ມາດຕາ 9条
第9条 工厂环境与安全负责人的培训
工厂环境与安全负责人的培训必须每年至少组织一次培训,由工业司提前至少一个月发出培训通知。
工厂环境与安全负责人的培训将按照特定课程进行,培训结束后必须进行水平考试,并必须达到规定的目标水平,工业司才能在考试通过之日起五个工作日内颁发工厂环境与安全负责人证书。考试未通过者,将进行登记、重新培训和考试。
工厂环境与安全负责人培训的内容规定在培训课程手册中,并将定期进行更新。
ພາສາລາວ (老挝语原文)
ມາດຕາ 9 ການຝຶກອົບຮົມຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ
ການຝຶກອົບຮົມຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ຕ້ອງດຳເນີນການຈັດຝຶກອົບຮົມ ຢ່າງໜ້ອຍ ໜຶ່ງ ຄັ້ງຕໍ່ປີ ໂດຍກົມອຸດສາຫະກຳ ຈະດຳເນີນການອອກແຈ້ງການກ່ຽວກັບການຝຶກອົບຮົມລ່ວງໜ້າຢ່າງໜ້ອຍ ໜຶ່ງ ເດືອນ.
ການຝຶກອົບຮົມຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ຈະດຳເນີນຕາມຫຼັກສູດສະເພາະ, ພາຍຫຼັງສຳເລັດການຝຶກອົບຮົມ ຕ້ອງໄດ້ມີການສອບເສັງວັດລະດັບ ແລະ ຕ້ອງຜ່ານຕາມລະດັບຄາດໝາຍທີ່ກຳນົດໄວ້, ກົມອຸດສາຫະກຳ ຈຶ່ງສາມາດອອກໃບຢັ້ງຢືນເປັນຜູ້ຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ໃຫ້ພາຍໃນ ຫ້າ ວັນລັດຖະການ ນັບແຕ່ມື້ສອບເສັງຜ່ານ. ກໍລະນີສອບເສັງບໍ່ຜ່ານ ຈະໄດ້ລົງທະບຽນ, ຝຶກອົບຮົມ ແລະ ສອບເສັງຄືນໃໝ່.
ສຳລັບເນື້ອໃນການຝຶກອົບຮົມເປັນຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ໄດ້ກຳນົດໄວ້ໃນປຶ້ມຫຼັກສູດການຝຶກອົບຮົມ, ຊຶ່ງຈະມີການພັດທະນາ ເປັນແຕ່ລະໄລຍະ.
第ມາດຕາ 10条
第10条 工厂环境与安全管理员证书
工厂环境与安全管理员证书是由工业司颁发的、证明完成工厂环境与安全管理培训的人员的认证文件,有效期为五年。
有效期届满后,应进行重新登记、培训和考试。
ພາສາລາວ (老挝语原文)
ມາດຕາ 10 ໃບຢັ້ງຢືນເປັນຜູ້ຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ
ໃບຢັ້ງຢືນເປັນຜູ້ຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ແມ່ນໜັງສືຢັ້ງຢືນການຮັບຮອງ ຜູ້ທີ່ສຳເລັດການຝຶກອົບຮົມຜູ້ຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ອອກໃຫ້ໂດຍກົມອຸດສາຫະກຳ ຊຶ່ງມີອາຍຸການນຳໃຊ້ ຫ້າ ປີ.
ພາຍຫຼັງໝົດອາຍຸການນຳໃຊ້ ຈະໄດ້ລົງທະບຽນ, ຝຶກອົບຮົມ ແລະ ສອບເສັງຄືນໃໝ່.
第ມາດຕາ 11条
第11条 加工工业企业经营者的权利
加工工业企业经营者享有以下权利:
1. 依照法律和规章开展环境和工厂安全工作;
2. 任命、变更或撤销工厂环境和安全管理人员;
3. 依照相关法律和规章获得对其合法权利和利益的保护;
4. 获取有关环境和工厂安全管理的资讯;
5. 鼓励员工参加工厂环境和安全管理能力建设培训;
6. 行使法律和规章规定的其他权利。
ພາສາລາວ (老挝语原文)
ມາດຕາ 11 ສິດຂອງຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ
ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ມີສິດດັ່ງນີ້:
1. ເຄື່ອນໄຫວວຽກງານສິ່ງແວດລ້ອມ ແລະ ຄວາມປອດໄພໂຮງງານ ຕາມກົດໝາຍ ແລະ ລະບຽບການ;
2. ແຕ່ງຕັ້ງ, ປ່ຽນແປງ ຫຼື ຍົກເລີກພະນັກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ;
3. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
4. ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພໂຮງງານ;
5. ສົ່ງເສີມພະນັກງານເຂົ້າຮ່ວມຝຶກອົບຮົມສ້າງຄວາມອາດສາມາດໃນການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ;
6. ນຳໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
第ມາດຕາ 12条
第12条 加工工业企业运营者的义务
加工工业企业运营者负有以下义务:
1. 严格遵守关于环境和工厂安全的法律法规;
2. 设立工厂常设的环境与安全部门;
3. 定期对其工厂内的员工和劳动者进行环境管理与安全培训;
4. 自本协议生效之日起两年内,聘请工厂常设的环境与安全管理负责人;
5. 在十五天内向工业司报告工厂常设环境与安全人员的任命、变更或解雇;
6. 监督、检查和评估其工厂环境与安全部门的工作实施情况;
7. 对因工厂环境与安全影响造成的所有损害承担责任;
8. 配合并为国家工作人员履行职责提供便利;
9. 每六个月和每年按分级汇总向工业和贸易部门报告工厂环境与安全管理工作的实施情况;
10. 履行法律和法规规定的其他义务。
ພາສາລາວ (老挝语原文)
ມາດຕາ 12 ພັນທະຂອງຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ
ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ມີ ພັນທະ ດັ່ງນີ້:
1. ເຄົາລົບ ແລະ ປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບສິ່ງແວດລ້ອມ ແລະ ຄວາມປອດໄພໂຮງງານ ຢ່າງເຂັມງວດ;
2. ສ້າງຕັ້ງໜ່ວຍງານສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ;
3. ຈັດຝຶກອົບຮົມດ້ານການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ໃຫ້ພະນັກງານ ແລະ ຜູ້ອອກແຮງງານ ເປັນປົກກະຕິຢູ່ໃນໂຮງງານຂອງຕົນ;
4. ຈັດຈ້າງຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ພາຍຫຼັງ ສອງ ປີ ນັບຕັ້ງແຕ່ຂໍ້ຕົກລົງສະບັບນີ້ມີຜົນສັກສິດ;
5. ແຈ້ງໃຫ້ກົມອຸດສາຫະກຳ ກ່ຽວກັບການແຕ່ງຕັ້ງ, ປ່ຽນແປງ ຫຼື ຍົກເລີກ ພະນັກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ພາຍໃນ ສິບ ຫ້າ ວັນ;
6. ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານຂອງຕົນ;
7. ຮັບຜິດຊອບຕໍ່ຜົນເສຍຫາຍທັງໝົດທີ່ເກີດຈາກຜົນກະທົບດ້ານສິ່ງແວດລ້ອມ ແລະ ຄວາມປອດໄພຂອງໂຮງງານ;
8. ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກແກ່ເຈົ້າໜ້າທີ່ລັດ ໃນການປະຕິບັດໜ້າທີ່;
9. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ໃຫ້ຂະແໜງການອຸດສາຫະກຳ ແລະ ການຄ້າ ປະຈຳ ຫົກ ເດືອນ ແລະ ໜຶ່ງ ປີ ຕາມການແບ່ງຂັ້ນຕຸ່ມດອງ;
10. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
本页展示前 12 条,全文共 22 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读