陆路运输车辆驾驶证管理规定

ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໃບຂັບຂີ່ຍານພາຫະນະຂົນສົ່ງທາງບົກ

Regulations on the Administration of Road Transport Vehicle Driving Licenses

简介

该法规调整老挝境内陆路运输车辆驾驶证的管理活动,核心内容涵盖考试、颁发、监督及使用原则,并明确驾驶证种类与分类标准。

Summary

This regulation governs the management of driving licenses for land transport vehicles in Laos, with core contents covering examination, issuance, supervision, and usage principles, and specifying types and classification standards of driving licenses.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການດຳເນີນການຈັດການໃບຂັບຂີ່ລົດຂົນສົ່ງທາງບົກພາຍໃນປະເທດລາວ, ເນື້ອໃນຫຼັກປະກອບດ້ວຍຫຼັກການສອບເສັງ, ອອກໃບອະນຸຍາດ, ຕິດຕາມກວດກາ ແລະ ນຳໃຊ້, ພ້ອມທັງກຳນົດປະເພດ ແລະ ມາດຕະຖານການຈັດແບ່ງໃບຂັບຂີ່.

条文

第ມາດຕາ 1条

第2条 陆路运输车辆驾驶执照的管理
陆路运输车辆驾驶执照的管理是指对考试、颁发驾驶执照、控制和监督陆路运输车辆驾驶执照的使用,确保其符合许可类型的正确性的过程。

ພາສາລາວ (老挝语原文)

ມາດຕາ 2 ການຄຸ້ມຄອງໃບຂັບຂີ່ຍານພາຫະນະຂົນສົ່ງທາງບົກ
ການຄຸ້ມຄອງໃບຂັບຂີ່ຍານພາຫະນະຂົນສົ່ງທາງບົກ ແມ່ນ ຂະບວນການພິຈາລະນາ ກ່ຽວກັບການສອບເສັງ, ອອກໃບຂັບຂີ່, ຄວບຄຸມ ແລະ ຕິດຕາມກວດກາການນຳໃຊ້ໃບຂັບຂີ່ຍານພາຫະນະຂົນສົ່ງທາງບົກ ໃຫ້ຖືກຕ້ອງຕາມປະເພດການອະນຸຍາດ.

第ມາດຕາ 2条

第5条 驾驶执照管理工作的原则
驾驶执照管理应遵循以下原则:
1. 在全国范围内实行集中统一管理;
2. 确保透明、公正和可核查;
3. 确保全国范围内的驾驶执照考试标准统一;
4. 确保通过实际考试向个人颁发驾驶执照。

ພາສາລາວ (老挝语原文)

ມາດຕາ 5 ຫຼັກການກ່ຽວກັບວຽກງານຄຸ້ມຄອງໃບຂັບຂີ່
ການຄຸ້ມຄອງໃບຂັບຂີ່ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
2. ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;
3. ຮັບປະກັນການສອບເສັງໃບຂັບຂີ່ຍານພາຫະນະ ໃຫ້ເປັນມາດຕະຖານດຽວກັນ ໃນຂອບເຂດທົ່ວປະເທດ;
4. ຮັບປະກັນການອອກອະນຸຍາດໃບຂັບຂີ່ຍານພາຫະນະ ໃຫ້ບຸກຄົນ ໂດຍຜ່ານການສອບເສັງຕົວຈິງ.

第ມາດຕາ 3条

第3条 适用范围

本协议适用于在老挝人民民主共和国境内与陆路机动车驾驶证管理工作相关的个人、法人及国内外组织。

ພາສາລາວ (老挝语原文)

ມາດຕາ 3 ຂອບເຂດການນຳໃຊ້ຂໍຕົກລົງ

ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບວຽກງານຄຸ້ມຄອງໃບຂັບຂີ່ຍານພາຫະນະທາງບົກ ຢູ່ ສປປ ລາວ.

第ມາດຕາ 4条

第4条 驾驶证种类
老挝人民民主共和国的驾驶证有以下三种:
1. 民用驾驶证;
2. 国际驾驶证;
3. 外国及国际驾驶证在老挝使用的认可证明。

ພາສາລາວ (老挝语原文)

ມາດຕາ 4 ປະເພດໃບຂັບຂີ່ຍານພາຫະນະ
ໃບຂັບຂີ່ຍານພາຫະນະຂອງ ສປປ ລາວ ມີ ສາມ ປະເພດ ດັ່ງນີ້:
1. ໃບຂັບຂີ່ຍານພາຫະນະພົນລະເຮືອນ;
2. ໃບຂັບຂີ່ລະຫວ່າງປະເທດ;
3. ໃບຢັ້ງຢືນການນຳໃຊ້ໃບຂັບຂີ່ຕ່າງປະເທດ ແລະ ສາກົນ ຢູ່ ສປປ ລາວ.

第ມາດຕາ 5条

第5条 民用车辆驾驶证种类
民用车辆驾驶证有以下五种:
1. 摩托车、三轮车、轮式拖拉机及挂车;
2. 轻型汽车;
3. 载货汽车;
4. 客运汽车;
5. 牵引车。

ພາສາລາວ (老挝语原文)

ມາດຕາ 5 ຊະນິດໃບຂັບຂີ່ຍານພາຫະນະພົນລະເຮືອນ
ໃບຂັບຂີ່ຍານພາຫະນະພົນລະເຮືອນ ມີ ຫ້າ ຊະນິດ ດັງນີ້:
1. ລົດຈັກ ສອງລໍ້, ສາມລໍ້, ລົດໄຖນາທີ່ແກ່ລໍ້ ແລະ ລົດຕ໋ອກໆ;
2. ລົດເບົາ;
3. ລົດບັນທຸກສິນຄ້າ;
4. ລົດຂົນສົ່ງຜູ້ໂດຍສານ;
5. ລົດລາກ.

第ມາດຕາ 6条

第6条 摩托车、手扶拖拉机和四轮拖拉机的驾驶证,有以下4种:
1. 排量不超过125cc的两轮摩托车;
2. 排量125cc以上的两轮摩托车;
3. 私人三轮摩托车、两轮和三轮客运摩托车;
4. 手扶拖拉机和四轮拖拉机。

ພາສາລາວ (老挝语原文)

ມາດຕາ 6 ໃບຂັບຂີ່ລົດຈັກ, ລົດໄຖນາທີ່ແກ່ລໍ່ ແລະ ລົດຕ໋ອກໆ 4, ມີ 4 ປະເພດ ດັ່ງນີ້:
1. ລົດຈັກສອງລໍ້ ຄວາມແຮງບໍ່ເກີນ 125 ຊີຊີ;
2. ລົດຈັກສອງລໍ້ ຄວາມແຮງ ແຕ່ 125 ຊີຊີ ຂຶ້ນໄປ;
3. ລົດຈັກສາມລໍ້ສ່ວນຕົວ, ລົດສອງລໍ້ ແລະ ສາມລໍ້ໂດຍສານ;
4. ລົດໄຖນາທີ່ແກ່ລໍ່ ແລະ ລົດຕ໋ອກໆ.

第ມາດຕາ 7条

第7条 轻型汽车驾驶证
轻型汽车驾驶证允许驾驶轻型汽车,其总重量不超过3,500公斤,座位数不超过9个(包括驾驶员)。

ພາສາລາວ (老挝语原文)

ມາດຕາ 7 ໃບຂັບຂີລົດເບົາ
ໃບຂັບຂີລົດເບົາອະນຸຍາດໃຫ້ຂັບຂີຍານພາຫະນະປະເພດລົດເບົາ ທີ່ມີນ້ຳໜັກລວມບໍ່ເກີນ 3.500 ກິໂລກຣາມ ແລະ ບໍ່ເກີນ 9 ບ່ອນນັ່ງລວມທັງຜູ້ຂັບຂີ່.

第ມາດຕາ 8条

第8条 货物运输驾驶证分为以下三类:
1. 总重量从3,500公斤到7,500公斤的货物运输车;
2. 总重量超过7,500公斤到15,000公斤的货物运输车;
3. 总重量超过15,000公斤的货物运输车。

ພາສາລາວ (老挝语原文)

ມາດຕາ 8 ໃບຂັບຂີ່ລົດຂົນສົ່ງສິນຄ້າ ມີສາມປະເພດດັ່ງນີ້:
1. ລົດຂົນສົ່ງສິນຄ້ານໍ້າໜັກລວມ ແຕ່ 3.500 ກິໂລກຣາມ ຫາ 7.500 ກິໂລກຣາມ;
2. ລົດຂົນສົ່ງສິນຄ້ານໍ້າໜັກລວມ ເກີນກວ່າ 7.500 ກິໂລກຣາມ ຫາ 15.000 ກິໂລກຣາມ;
3. ລົດຂົນສົ່ງສິນຄ້ານໍ້າໜັກລວມ ເກີນກວ່າ 15.000 ກິໂລກຣາມ.

第ມາດຕາ 9条

第9条 运输车辆驾驶证

ພາສາລາວ (老挝语原文)

ມາດຕາ 9 ໃບຂັບຂີ່ລົດຂົນສົ່ງ

第ມາດຕາ 10条

第10条 拖车驾驶证
拖车驾驶证有以下两种类型:
1. 轻型汽车、货运汽车和客运汽车,其总重量不超过750公斤;
2. 货运汽车,其总重量超过750公斤。

ພາສາລາວ (老挝语原文)

ມາດຕາ 10 ໃບຂັບຂີ່ລົດລາກ
ໃບຂັບຂີ່ລົດລາກມີສອງປະເພດດັ່ງນີ້:
1. ລົດເບົາ, ລົດຂົນສົ່ງສິນຄ້າ ແລະ ລົດຂົນສົ່ງຜູ້ໂດຍສານ ທີ່ມີນໍ້າໜັກລວມບໍ່ເກີນ 750 ກິໂລກຣາມ;
2. ລົດຂົນສົ່ງສິນຄ້າ ທີ່ມີນໍ້າໜັກລວມເກີນກວ່າ 750 ກິໂລກຣາມ.

第ມາດຕາ 11条

第11条 民用车辆驾驶许可考试条件
老挝公民、无国籍人、外国人和居住或履行职务在老挝人民民主共和国的外国人,有意参加民用车辆驾驶许可考试的,必须具备以下全部条件:
1. 参加民用车辆驾驶许可考试者的年龄:
- 第1类:须年满15周岁以上;
- 第1.1类、第4.2类、第3类和第6类:须年满18周岁以上;
- 第6类:须年满21周岁以上;
- 第7类:须年满23周岁以上,且须持有第8类驾驶执照至少2年;
- 第1类:须年满25周岁以上,且须持有第6类驾驶执照至少2年;
- 第01类:须年满25周岁以上,且须持有第7类驾驶执照至少2年;
- 第602类:须年满28周岁以上,且须持有第1类驾驶执照至少2年;
- 第b类:须年满28周岁以上,且须持有第01类驾驶执照至少2年;
- 第e类:须年满25周岁以上,且须持有第8类、第7类或第6类驾驶执照至少2年;
- 第61类:须年满28周岁以上,且须持有第001类驾驶执照至少2年;
2. 必须身体健康,如听力良好、视力良好、非色盲、非精神失常,须有医院或省、首都车辆和驾驶管理办公室(有专门检查设备)出具的健康检查证明;
3. 必须通过公共工程和运输部门或驾校的理论培训,适用于第4.2类;
4. 第8类、第6类、第7类、第5类必须按照公共工程和运输部门许可的驾校课程学习;
5. 理论部分必须通过计算机系统考试,实际操作部分必须在模拟交通场地的考场进行考试。
除上述条件外,残疾人还须具备以下附加条件:
1. 有卫生部康复医疗中心出具的身体功能能力评估证明;
2. 能够使用自己已改装、安装辅助设备以适应身体功能能力的车辆参加学习并通过考试。
对于第4.2类,无需参加实际操作考试,通过公共工程和运输部门课程培训并通过理论考试的,直接颁发驾驶执照。

ພາສາລາວ (老挝语原文)

ມາດຕາ 11 ເງື່ອນໄຂການສອບເສັງເອົາໃບອະນຸຍາດຂັບຂີ່ຍານພາຫະນະພົນລະເຮືອນ
ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ ທີ່ດຳລົງຊີວິດ ຫຼື ປະຕິບັດຫ້າທີ່ຢູ່ ສປປ ລາວ ທີ່ມີຈຸດປະສົງຢາກສອບເສັງເອົາໃບອະນຸຍາດຂັບຂີ່ຍານພາຫະນະພົນລະເຮືອນ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
1. ອາຍຸຂອງຜູ້ສອບເສັງເອົາໃບຂັບຂີ່ຍານພາຫະນະພົນລະເຮືອນ:
- ປະເພດ 1: ຕ້ອງມີອາຍຸຄົບ 15 ປີ ຂຶ້ນໄປ;
- ປະເພດ 1.1, 4.2, 3 ແລະ 6: ຕ້ອງມີອາຍຸຄົບ 18 ປີ ຂຶ້ນໄປ;
- ປະເພດ 6: ຕ້ອງມີອາຍຸຄົບ 21 ປີ ຂຶ້ນໄປ;
- ປະເພດ 7: ຕ້ອງມີອາຍຸຄົບ 23 ປີ ຂຶ້ນໄປ ແລະ ຕ້ອງມີໃບຂັບຂີ່ປະເພດ 8 ມາກ່ອນຢ່າງໜ້ອຍ 2 ປີ;
- ປະເພດ 1: ຕ້ອງມີອາຍຸຄົບ 25 ປີ ຂຶ້ນໄປ ແລະ ຕ້ອງມີໃບຂັບຂີ່ປະເພດ 6 ມາກ່ອນຢ່າງໜ້ອຍ 2 ປີ;
- ປະເພດ 01: ຕ້ອງມີອາຍຸຄົບ 25 ປີ ຂຶ້ນໄປ ແລະ ຕ້ອງມີໃບຂັບຂີ່ປະເພດ 7 ມາກ່ອນຢ່າງໜ້ອຍ 2 ປີ;
- ປະເພດ 602: ຕ້ອງມີອາຍຸຄົບ 28 ປີ ຂຶ້ນໄປ ແລະ ຕ້ອງມີໃບຂັບຂີ່ປະເພດ 1 ມາກ່ອນຢ່າງໜ້ອຍ 2 ປີ;
- ປະເພດ ຂ: ຕ້ອງມີອາຍຸຄົບ 28 ປີ ຂຶ້ນໄປ ແລະ ຕ້ອງມີໃບຂັບຂີ່ປະເພດ 01 ມາກ່ອນຢ່າງໜ້ອຍ 2 ປີ;
- ປະເພດ ແ: ຕ້ອງມີອາຍຸຄົບ 25 ປີ ຂຶ້ນໄປ ແລະ ຕ້ອງມີໃບຂັບຂີ່ປະເພດ 8, 7 ຫຼື 6 ມາກ່ອນຢ່າງໜ້ອຍ 2 ປີ;
- ປະເພດ 61: ຕ້ອງມີອາຍຸຄົບ 28 ປີ ຂຶ້ນໄປ ແລະ ຕ້ອງມີໃບຂັບຂີ່ປະເພດ 001 ມາກ່ອນຢ່າງໜ້ອຍ 2 ປີ;
2. ຕ້ອງມີສຸຂະພາບແຂງແຮງດີ ເຊັ່ນ ຫູໄດ້ຍິນດີ, ສາຍຕາດີ, ບໍ່ບອດສີ, ບໍ່ເປັນຄົນເສຍຈິດ ໂດຍໃຫ້ມີໃບຢັ້ງຢືນກວດກາສຸຂະພາບຈາກໂຮງໝໍ ຫຼື ຫ້ອງການຄຸ້ມຄອງພາຫະນະ ແລະ ການຂັບຂີ່ ສຳລັບແຂວງ, ນະຄອນຫຼວງ ທີ່ມີເຄື່ອງກວດກາສະເພາະ;
3. ຕ້ອງຜ່ານການຝຶກອົບຮົມພາກທິດສະດີ ຈາກຂະແໜງການໂຍທາທິການ ແລະ ຂົນສົ່ງ ຫຼື ໂຮງຮຽນສອນຂັບລົດ ສຳລັບປະເພດ 4.2;
4. ປະເພດ 8, 6, 7, 5 ຕ້ອງໄດ້ເຂົ້າຮຽນຕາມຫຼັກສູດຂອງໂຮງຮຽນສອນຂັບລົດ ທີ່ໄດ້ຮັບອະນຸຍາດຈາກຂະແໜງການໂຍທາທິການ ແລະ ຂົນສົ່ງ;
5. ພາກທິດສະດີຕ້ອງສອບເສັງດ້ວຍລະບົບຄອມພິວເຕີ ແລະ ພາກປະຕິບັດຕົວຈິງຕ້ອງສອບເສັງຢູ່ເດີ່ນທີ່ເປັນແບບສວນຈະລາຈອນ.
ນອກຈາກເງື່ອນໄຂ ທີ່ໄດ້ກຳນົດໄວ້ຂ້າງເທິງ ສຳລັບຜູ້ພິການຍັງຕ້ອງມີເງື່ອນໄຂເພີ່ມເຕີມ ດັ່ງນີ້:
1. ມີໃບຢັ້ງຢືນການປະເມີນຄວາມສາມາດດ້ານຫ້າທີ່ການຂອງອົງຄະຈາກສູນການແພດຟື້ນຟູຫ້າທີ່ການ, ກະຊວງສາທາລະນະສຸກ;
2. ສາມາດນຳໃຊ້ຍານພາຫະນະຂອງຕົນ ທີ່ໄດ້ປັບປຸງ, ຕິດຕັ້ງ ອຸປະກອນເສີມຕາມຄວາມສາມາດດ້ານຫ້າທີ່ການຂອງອົງຄະ ເຂົ້າໃນການຮຽນ ແລະ ຜ່ານການສອບເສັງ.
ສຳລັບ 4.2 ຈະບໍ່ໄດ້ສອບເສັງພາກປະຕິບັດຕົວຈິງ ຜ່ານການຝຶກອົບຮົມຕາມຫຼັກສູດຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຜ່ານການສອບເສັງພາກທິດສະດີ ຈະອອກໃບຂັບຂີ່ ໃຫ້ເລີຍ.

第ມາດຕາ 12条

第12条 民用车辆驾驶执照考试程序
驾驶执照考试程序如下:
1. 对于第4类民用车辆驾驶执照:
- 向省、首都的车辆管理和驾驶管理处或县、镇、市的交通工程和运输办公室提交申请;
- 来自驾校的理论和实践培训证书,按照课程进行,或通过交通工程和运输部门的培训;
- 身份证或户口簿复印件。对于外国人,必须持有在老挝人民民主共和国的居留许可或工作许可至少三个月;
- 组织理论和实践考试。
2. 对于第8类车辆驾驶执照:
- 向省、首都的车辆管理和驾驶管理处提交申请;
- 持有经交通工程和运输部门批准的驾校颁发的驾驶课程结业证书;
- 身份证或户口簿复印件。对于外国人,必须持有在老挝人民民主共和国的居留许可或工作许可至少三个月;
- 持有健康检查证明;
- 年龄符合本决定第12条的规定;
- 组织理论和实践考试。
对于残疾人,还需持有卫生部功能康复中心出具的功能能力评估证书,证明其能够按照申请考试的类型参加驾驶执照考试。

ພາສາລາວ (老挝语原文)

ມາດຕາ 12 ຂັ້ນຕອນການສອບເສັງເອົາໃບຂັບຂີ່ຍານພາຫະນະພົນລະເຮືອນ
ການສອບເສັງເອົາໃບຂັບຂີ່ຍານພາຫະນະ ມີຂັ້ນຕອນ ດັ່ງນີ້:
1. ສຳລັບໃບຂັບຂີ່ຍານພາຫະນະພົນລະເຮືອນປະເພດ 4:
- ຍື່ນຄຳຮ້ອງຕໍ່ກອງຄຸ້ມຄອງຍານພາຫະນະ ແລະ ການຂັບຂີ່ ແຂວງ, ນະຄອນຫຼວງ ຫຼື ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ, ນະຄອນ;
- ໃບຢັ້ງຢືນການຝຶກອົບຮົມຈາກໂຮງຮຽນສອນຂັບລົດ ພາກທິດສະດີ ແລະ ປະຕິບັດຕົວຈິງຕາມຫຼັກສູດ ຫຼື ຜ່ານການຝຶກອົບຮົມຈາກຂະແໜງການໂຍທາທິການ ແລະ ຂົນສົ່ງ;
- ສຳເນົາບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ. ສຳລັບຄົນຕ່າງປະເທດ ຕ້ອງມີໃບອະນຸຍາດພັກເຊົາ ຫຼື ອາໄສ ຫຼື ໃບອະນຸຍາດເຮັດວຽກ ຢູ່ ສປປລາວ ຢ່າງໜ້ອຍ ສາມ ເດືອນ;
- ຈັດຕັ້ງການສອບເສັງພາກທິດສະດີ ແລະ ປະຕິບັດຕົວຈິງ.
2. ສຳລັບໃບຂັບຂີ່ຍານພາຫະນະປະເພດ 8:
- ຍື່ນຄຳຮ້ອງຕໍ່ກອງຄຸ້ມຄອງຍານພາຫະນະ ແລະ ການຂັບຂີ່ ແຂວງ, ນະຄອນຫຼວງ;
- ມີໃບຢັ້ງຢືນຈົບຫຼັກສູດການຮຽນຂັບລົດຈາກໂຮງຮຽນສອນຂັບລົດທີ່ໄດ້ຮັບອະນຸຍາດຈາກຂະແໜງການໂຍທາທິການ ແລະ ຂົນສົ່ງ;
- ສຳເນົາບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ. ສຳລັບຄົນຕ່າງປະເທດ ຕ້ອງມີໃບອະນຸຍາດພັກເຊົາ ຫຼື ໃບອະນຸຍາດເຮັດວຽກ ຢູ່ ສປປລາວ ຢ່າງໜ້ອຍ ສາມ ເດືອນ;
- ມີໃບຢັ້ງຢືນກວດກາສຸຂະພາບ;
- ມີອາຍຸຕາມທີ່ກຳນົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້;
- ຈັດຕັ້ງການສອບເສັງພາກທິດສະດີ ແລະ ປະຕິບັດຕົວຈິງ.
ສຳລັບຜູ້ພິການ ຍັງຕ້ອງມີໃບຢັ້ງຢືນການປະເມີນຄວາມສາມາດດ້ານໜ້າທີ່ການຂອງອົງຄະຈາກສູນການແພດຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ວ່າສາມາດສອບເສັງເອົາໃບຂັບຂີ່ຕາມປະເພດທີ່ຂໍສອບເສັງ.

本页展示前 12 条,全文共 33 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译