陆路车辆号牌号码拍卖协议
ຂໍ້ຕົກລົງວ່າດ້ວຍ ການປະມູນເລກປ້າຍທະບຽນຍານພາຫະນະທາງບົກ
Land Vehicle License Plate Auction Agreement
简介
该法规调整老挝陆路机动车号牌拍卖活动,核心是规定拍卖原则、适用范围及特殊号牌类型,确保拍卖透明公正。
Summary
This regulation governs the auction of land motor vehicle license plates in Laos, with core provisions on auction principles, scope, and special plate types to ensure transparency and fairness.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການປະມູນປ້າຍທະບຽນລົດຈັກທາງບົກພາຍໃນ ສປປ ລາວ, ເນັ້ນໃສ່ການກຳນົດຫຼັກການປະມູນ, ຂອບເຂດການນຳໃຊ້ ແລະ ປະເພດປ້າຍພິເສດ, ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ.
条文
第ມາດຕາ 1条
第1条 目的
本协议规定了关于陆路机动车号牌拍卖的原则和规章,以使该拍卖在全国范围内高效、有效且统一,旨在确保准确性、透明度、公正性和可核查性,为国家经济-社会发展做出贡献。
ພາສາລາວ (老挝语原文)
ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ ແລະ ລະບຽບການ ກ່ຽວກັບການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ເພື່ອໃຫ້ການປະມູນດັງກ່າວ ມີປະສິດທິພາບ, ປະສິດທິຜົນ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ ແລະ ສາມາດກວດສອບໄດ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
第ມາດຕາ 2条
第2条 陆地车辆牌照号码拍卖
陆地车辆牌照号码拍卖是指从本协议规定的陆地车辆牌照号码的底价中,以最高价格竞争,使个人和法人希望获得所有权和使用权。
ພາສາລາວ (老挝语原文)
ມາດຕາ 2 ການປະມູນເລກປ້າຍທະບຽນຍານພາຫະນະທາງບົກ
ການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ແມ່ນ ການແຂ່ງຂັນເອົາລາຄາສູງສຸດ ຈາກລາຄາກາງທີ່ກຳນົດຂອງເລກປ້າຍທະບຽນຍານພາຫະນະທາງບົກ ໃນຂໍ້ຕົກລົງສະບັບນີ້ ທີ່ ບຸກຄົນ ແລະ ນິຕິບຸກຄົນ ຕ້ອງການໄດ້ສິດໃນການຄອບຄອງ ແລະ ນຳໃຊ້.
第ມາດຕາ 3条
第3条 词语解释
本协议中使用的词语含义如下:
1. 陆路车辆登记牌 指由公共工程与运输部规定并批准发放的,包含代码、字母、数字和标志的牌子;
2. 四同数字 指陆路车辆登记牌号码中四位数字相同;
3. 四顺数字 指陆路车辆登记牌号码中四位数字连续;
4. 成对相同数字 指陆路车辆登记牌号码中左边两位数字相同且右边两位数字相同;
5. 成对包围数字 指陆路车辆登记牌号码中四位数字,最左边和最右边数字相同,中间两位数字成对;
6. 成对交替数字 指陆路车辆登记牌号码中第一位数字与第三位数字相同,第二位数字与第四位数字相同;
7. 后三同数字 指陆路车辆登记牌号码中左边为单个数字,末尾三位数字相同;
8. 千位数字 指陆路车辆登记牌号码中三位数字末尾为零。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ປ້າຍທະບຽນຍານພາຫະນະທາງບົກ ໝາຍເຖິງ ແຜ່ນປ້າຍທີ່ປະກອບດ້ວຍ ລະຫັດ ຕົວອັກສອນ, ຕົວເລກ ແລະ ເຄື່ອງໝາຍ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ກຳນົດ ແລະ ອະນຸຍາດອອກໃຫ້;
2. ເລກສີ່ຕົວຄືກັນ ໝາຍເຖິງ ເລກປ້າຍທະບຽນຍານພາຫະນະທາງບົກ ທີ່ມີຕົວເລກ ສີ່ຕົວຄືກັນ;
3. ເລກລຽງສີ່ຕົວ ໝາຍເຖິງ ເລກປ້າຍທະບຽນຍານພາຫະນະທາງບົກ ທີ່ມີຕົວເລກ ສີ່ຕົວລຽງກັນ;
4. ເລກຄູ່ຄືກັນ ໝາຍເຖິງ ເລກປ້າຍທະບຽນຍານພາຫະນະທາງບົກ ທີ່ມີຕົວເລກ ທາງເບື້ອງຊ້າຍຄູ່ກັນ ແລະ ທາງເບື້ອງຂວາຄູ່ກັນ;
5. ເລກຄູ່ຫາມກັນ ໝາຍເຖິງ ເລກປ້າຍທະບຽນຍານພາຫະນະທາງບົກ ທີ່ມີຕົວເລກ ສີ່ຕົວ ຊຶ່ງມີຕົວເລກດ້ານຊ້າຍສຸດ ແລະ ດ້ານຂວາສຸດ ເປັນຕົວເລກດຽວກັນ ແລະ ຕົວເລກທາງກາງເປັນເລກຄູ່;
6. ເລກຄູ່ສະຫຼັບກັນ ໝາຍເຖິງ ເລກປ້າຍທະບຽນຍານພາຫະນະທາງບົກ ທີ່ມີຕົວເລກລຳດັບທີໜຶ່ງຄືກັບຕົວເລກລຳດັບທີສາມ ແລະ ຕົວເລກລຳດັບທີສອງຄືກັບຕົວເລກລຳດັບທີສີ່;
7. ເລກສາມຕົວຫຼັງຄືກັນ ໝາຍເຖິງ ເລກປ້າຍທະບຽນຍານພາຫະນະທາງບົກ ທີ່ມີຕົວເລກ ເບື້ອງຊ້າຍເປັນຕົວເລກດ່ຽວ ແລະ ລົງທ້າຍຕົວເລກສາມຕົວຄືກັນ;
8. ເລກຫຼັກພັນ ໝາຍເຖິງ ເລກປ້າຍທະບຽນຍານພາຫະນະທາງບົກ ທີ່ມີຕົວເລກ ສາມຕົວເລກ ລົງທ້າຍເປັນເລກສູນ.
第ມາດຕາ 4条
第4条 陆路机动车号牌号码拍卖原则
陆路机动车号牌号码拍卖应遵循以下原则:
1. 符合相关法律法规;
2. 确保在全国范围内集中统一管理;
3. 公开、公正、可核查。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການກ່ຽວກັບການປະມູນເລກປ້າຍທະບຽນຍານພາຫະນະທາງບົກ
ການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;
2. ຮັບປະກັນການຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ມີຄວາມໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້.
第ມາດຕາ 4条
第4条 适用范围
本协议适用于从事和涉及摩托车和轻型汽车类陆路机动车车牌号码拍卖的个人、法人和组织。
本协议不涵盖国家行政、临时、国际组织和国防-安全力量类陆路机动车车牌号码。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້ຂໍ້ຕົກລົງ
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ແລະ ພົວພັນກັບ ການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ປະເພດ ລົດຈັກ ແລະ ລົດເບົາ.
ຂໍ້ຕົກລົງສະບັບນີ້ ບໍ່ກວມເອົາ ເລກປ້າຍທະບຽນຍານພາຫະນະທາງບົກ ປະເພດປ້າຍ ບໍລິຫານຂອງລັດ, ຊົ່ວຄາວ, ອົງການຈັດຕັ້ງສາກົນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
第ມາດຕາ 5条
第5条 用于拍卖的陆路车辆牌照类型
用于拍卖的摩托车和轻型汽车牌照有以下三种类型:
1. 老挝私人;
2. 外国私人;
3. 百分之百企业。
ພາສາລາວ (老挝语原文)
ມາດຕາ 5 ປະເພດປ້າຍທະບຽນຍານພາຫະນະທາງບົກ ສຳລັບການປະມູນ
ປ້າຍທະບຽນຍານພາຫະນະທາງບົກ ປະເພດ ລົດຈັກ ແລະ ລົດເບົາ ສຳລັບການປະມູນ ມີ ສາມປະເພດ ດັ່ງນີ້:
1. ເອກະຊົນລາວ;
2. ເອກະຊົນຕ່າງດ້າວ;
3. ທຸລະກິດ ຮ້ອຍສ່ວນຮ້ອຍ 100%.
第ມາດຕາ 6条
第6条 陆路车辆登记号牌号码的拍卖方式
陆路车辆登记号牌号码的拍卖,应当以公开拍卖的方式进行,通过远程方式参与拍卖,由拍卖组织委员会和参与拍卖者进行。
ພາສາລາວ (老挝语原文)
ມາດຕາ 6 ວິທີການປະມູນເລກປ້າຍທະບຽນຍານພາຫະນະທາງບົກ
ການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ໃຫ້ດຳເນີນດ້ວຍວິທີການປະມູນເປີດກວ້າງແບບເຊິ່ງໜ້າ ແລະ ເຂົ້າຮ່ວມການປະມູນແບບທາງໄກ ໂດຍຄະນະກຳມະການຈັດຕັ້ງການປະມູນ ແລະ ຜູ້ເຂົ້າຮ່ວມການປະມູນ.
第ມາດຕາ 7条
第7条 用于拍卖的陆路车辆牌照号码
用于拍卖的陆路车辆牌照号码如下:
1. 四位相同数字;
2. 四位连续数字;
3. 成对相同数字;
4. 成对对称数字;
5. 成对交替数字;
6. 后三位相同数字;
7. 千位数字。
对于摩托车类陆路车辆牌照号码,仅拍卖四位相同数字。
关于用于拍卖的各类陆路车辆牌照号码数量的详细规定,见附件1和2。
ພາສາລາວ (老挝语原文)
ມາດຕາ 7 ເລກປ້າຍທະບຽນຍານພາຫະນະທາງບົກ ສຳລັບການປະມູນ
ເລກປ້າຍທະບຽນຍານພາຫະນະທາງບົກ ສຳລັບການປະມູນ ມີດັ່ງນີ້:
1. ເລກສີ່ຕົວຄືກັນ;
2. ເລກລຽງສີ່ຕົວ;
3. ເລກຄູ່ຄືກັນ;
4. ເລກຄູ່ຫາມກັນ;
5. ເລກຄູ່ສະຫຼັບກັນ;
6. ເລກສາມຕົວຫຼັງຄືກັນ;
7. ເລກຫຼັກພັນ.
ສຳລັບເລກປ້າຍທະບຽນຍານພາຫະນະທາງບົກ ປະເພດລົດຈັກ ຈະປະມູນສະເພາະແຕ່ ເລກສີ່ຕົວຄືກັນ.
ລາຍລະອຽດກ່ຽວກັບຈຳນວນເລກປ້າຍທະບຽນຍານພາຫະນະທາງບົກແຕ່ລະປະເພດ ທີ່ກຳນົດເຂົ້າໃນການປະມູນ ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 1 ແລະ 2.
第ມາດຕາ 8条
第8条 陆路车辆牌照号码拍卖条件
需要拍卖陆路车辆牌照号码的个人和法人必须符合以下条件:
1. 是老挝公民、外国人或持有在老挝人民民主共和国有效营业执照的人;
2. 持有户口簿或身份证或营业执照作为证明;
3. 在参加拍卖前按照本协议附件规定的金额缴纳现金保证金。
ພາສາລາວ (老挝语原文)
ມາດຕາ 8 ເງື່ອນໄຂການປະມູນເລກປ້າຍທະບຽນຍານພາຫະນະທາງບົກ
ບຸກຄົນ ແລະ ນິຕິບຸກຄົນ ທີ່ຕ້ອງການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຕ້ອງມີເງື່ອນໄຂດັ່ງນີ້:
1. ເປັນພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຜູ້ທີ່ມີໃບທະບຽນວິສາຫະກິດຖືກຕ້ອງ ຢູ່ ສປປ ລາວ;
2. ມີ ສຳມະໂນຄົວ ຫຼື ບັດປະຈຳຕົວ ຫຼື ໃບທະບຽນວິສາຫະກິດ ຢັ້ງຢືນ;
3. ມີເງິນສົດວາງຄຳປະກັນ ກ່ອນເຂົ້າຮ່ວມການປະມູນໃນມູນຄ່າ ຕາມທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 9条
第9条 陆路车辆牌照号码拍卖组织委员会
陆路车辆牌照号码拍卖组织委员会是负责组织实际拍卖的机构,由公共工程与运输部部长根据运输司司长的提议任命。
陆路车辆牌照号码拍卖组织委员会由以下人员组成:
1. 省、首都公共工程与运输厅厅长担任主席;
2. 省、首都公安指挥部副指挥长担任副主席;
3. 省、首都公共工程与运输厅陆路运输处处长担任委员;
4. 省、首都公共工程与运输厅组织行政与检查处处长担任委员;
5. 省、首都公共工程与运输厅车辆与驾驶管理处处长担任委员。
陆路车辆牌照号码拍卖组织委员会可以任命秘书处协助工作,以组织拍卖。
ພາສາລາວ (老挝语原文)
ມາດຕາ 9 ຄະນະກຳມະການຈັດຕັ້ງການປະມູນເລກປ້າຍທະບຽນຍານພາຫະນະທາງບົກ
ຄະນະກຳມະການຈັດຕັ້ງການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ແມ່ນ ການຈັດຕັ້ງທີ່ຮັບຜິດຊອບໃນການຈັດການປະມູນຕົວຈິງ ຊຶ່ງຖືກແຕ່ງຕັ້ງ ໂດຍລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຕາມການສະເໜີຂອງຫົວໜ້າກົມຂົນສົ່ງ.
ຄະນະກຳມະການຈັດຕັ້ງການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ປະກອບດ້ວຍ:
1. ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ ເປັນຫົວໜ້າຄະນະ;
2. ຮອງຫົວໜ້າກອງບັນຊາປ້ອງກັນຄວາມສະຫງົບ ແຂວງ, ນະຄອນຫຼວງ ເປັນຮອງຫົວໜ້າຄະນະ;
3. ຫົວໜ້າຂະແໜງຂົນສົ່ງທາງບົກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ ເປັນຄະນະ;
4. ຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ ແລະ ກວດກາ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ ເປັນຄະນະ;
5. ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ ເປັນຄະນະ.
ຄະນະກຳມະການຈັດຕັ້ງການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ສາມາດແຕ່ງຕັ້ງກອງເລຂາຊ່ວຍວຽກ ເພື່ອຈັດຕັ້ງການປະມູນ.
第ມາດຕາ 10条
第10条 陆路机动车号牌拍卖组织委员会的权限和职责
陆路机动车号牌拍卖组织委员会有以下权限和职责:
1. 准备拍卖中使用的相关文件;
2. 向相关个人、法人发出通知,以参与竞拍并支付其拍得的陆路机动车号牌费用;
3. 制定陆路机动车号牌拍卖活动的行动计划及预算,以报请上级批准;
4. 与相关部门协调,组织陆路机动车号牌拍卖;
5. 组织并实际进行拍卖;
6. 收取拍卖所得款项;
7. 每次将陆路机动车号牌拍卖所得款项上交给省、市公共工程与运输厅;
8. 收集和汇总拍卖结果;
9. 每次拍卖结束后,总结并向运输司报告拍卖组织情况。
ພາສາລາວ (老挝语原文)
ມາດຕາ 10 ສິດ ແລະ ຫ້າທີ່ ຂອງຄະນະກຳມະການຈັດຕັ້ງການປະມູນເລກປ້າຍທະບຽນຍານພາຫະນະທາງບົກ
ຄະນະກຳມະການຈັດຕັ້ງການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ມີ ສິດ ແລະ ຫ້າທີ່ ດັ່ງນີ້:
1. ກະກຽມເອກະສານທີ່ກ່ຽວຂ້ອງ ທີ່ຈະນຳໃຊ້ ໃນການປະມູນ;
2. ອອກແຈ້ງການໃຫ້ບຸກຄົນ, ນິຕິບຸກຄົນ ທີ່ກ່ຽວຂ້ອງ ເພື່ອເຂົ້າຮ່ວມແຂ່ງຂັນການປະມູນ ແລະ ຊຳລະເງິນຄ່າເລກປ້າຍທະບຽນຍານພາຫະນະທາງບົກ ທີ່ຕົນປະມູນໄດ້;
3. ສ້າງແຜນການເຄື່ອນໄຫວ ແລະ ແຜນງົບປະມານ ໃນການຈັດຕັ້ງການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ເພື່ອຂໍອະນຸມັດຈາກຂັ້ນເທິງ;
4. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງການປະມູນເລກປ້າຍທະບຽນຍານພາຫະນະທາງບົກ;
5. ຈັດຕັ້ງ ແລະ ດຳເນີນການປະມູນຕົວຈິງ;
6. ຮັບເງິນທີ່ໄດ້ຈາກການປະມູນ;
7. ມອບເງິນທີ່ໄດ້ຮັບຈາກການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ ທຸກຄັ້ງ;
8. ເກັບກຳ ແລະ ສັງລວມຜົນການປະມູນ;
9. ສະຫຼຸບ ແລະ ລາຍງານກ່ຽວກັບການຈັດຕັ້ງການປະມູນ ໃຫ້ກົມຂົນສົ່ງ ທຸກຄັ້ງ ພາຍຫຼັງສຳເລັດການປະມູນ.
第ມາດຕາ 11条
第11条 申请组织陆路车辆牌照号码拍卖
每次拍卖,省、首都公共工程与运输厅必须汇总将要拍卖的陆路车辆牌照号码数量,然后向运输司申请批准组织拍卖。
对于将要拍卖的陆路车辆牌照号码,应按照老挝字母顺序排列,这些字母尚未用于各类陆路车辆登记,不得跳过字母顺序,以满足使用者的需求。
ພາສາລາວ (老挝语原文)
ມາດຕາ 11 ການຂໍອະນຸຍາດຈັດຕັ້ງການປະມູນເລກປ້າຍທະບຽນຍານພາຫະນະທາງບົກ
ການປະມູນແຕ່ລະຄັ້ງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ ຕ້ອງສັງລວມຈຳນວນເລກປ້າຍທະບຽນຍານພາຫະນະທາງບົກທີ່ຈະປະມູນ ແລ້ວຂໍອະນຸຍາດດຳເນີນການຈັດຕັ້ງການປະມູນ ນຳກົມຂົນສົ່ງ ເພື່ອພິຈາລະນາ.
ສຳລັບເລກປ້າຍທະບຽນຍານພາຫະນະທາງບົກທີ່ຈະປະມູນ ໃຫ້ລຽງໄປຕາມລຳດັບຕົວອັກສອນລາວ ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນຍານພາຫະນະທາງບົກ ແຕ່ລະປະເພດ ໂດຍບໍ່ໃຫ້ຂ້າມລຳດັບຕົວອັກສອນ ໄປຕາມຄວາມຕ້ອງການຂອງຜູ້ຊົມໃຊ້.
本页展示前 12 条,全文共 23 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读