建筑控制法规协议

ຂໍ້ຕົກລົງວ່າດ້ວຍ ກົດຄວບຄຸມອາຄານ

Building Control Regulations Agreement

简介

该法规调整老挝境内受控建筑的规划、施工、使用及管理活动,核心内容为建筑分级、设计审查、施工监督及使用期安全检查。

Summary

This regulation governs the planning, construction, use, and management of controlled buildings in Laos, with core content including building classification, design review, construction supervision, and safety inspections during use.

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງກິດຈະກຳການວາງແຜນ, ການກໍ່ສ້າງ, ການນຳໃຊ້ ແລະ ການຄຸ້ມຄອງ ອາຄານທີ່ຖືກຄຸ້ມຄອງ ພາຍໃນ ສປປ ລາວ, ເນື້ອໃນຫຼັກແມ່ນການຈັດປະເພດອາຄານ, ການກວດສອບການອອກແບບ, ການຕິດຕາມການກໍ່ສ້າງ ແລະ ການກວດສອບຄວາມປອດໄພໃນລະຫວ່າງການນຳໃຊ້.

条文

第ມາດຕາ 1条

第2条 建筑管控
建筑管控是指对原则、规章、技术标准以及建筑活动、管理和使用受控建筑的操作措施进行检查和批准,以确保受控建筑稳固、安全,保障居民、使用者、残疾人和老年人的便利、舒适、美观,与周围环境协调,维护城市景观和环境保护。

ພາສາລາວ (老挝语原文)

ມາດຕາ 2 ການຄວບຄຸມອາຄານ
ການຄວບຄຸມອາຄານ ແມ່ນການກວດກາ ແລະ ການຮັບຮອງ ຫຼັກການ, ລະບຽບການ, ມາດຕະຖານເຕັກນິກ ແລະ ມາດຕະການດຳເນີນງານໃນກິດຈະການກໍ່ສ້າງ, ການຄຸ້ມຄອງ ແລະ ການນຳໃຊ້ອາຄານຄວບຄຸມ ເພື່ອໃຫ້ອາຄານຄວບຄຸມມີຄວາມໝັ້ນຄົງ, ປອດໄພ ຂອງຜູ້ຢູ່ອາໄສ, ຜູ້ຊົມໃຊ້, ຜູ້ພິການ ແລະ ຜູ້ອາຍຸສູງ ມີຄວາມສະດວກສະບາຍ, ສວຍງາມ ກົມກືນກັບສະພາບແວດລ້ອມອ້ອມຂ້າງ, ຮັກສາທັດສະນີຍະພາບຂອງຕົວເມືອງ ແລະ ການປົກປັກຮັກສາສິ່ງແວດລ້ອມ.

第ມາດຕາ 2条

第2条 术语解释
本法中使用的术语定义如下:
1. “施工”是指实施建造、安装、修理、拆除、扩建、翻新、改造、修复建筑物的任何部分或全部,以及改变使用用途。
2. “施工监督”是指从开工之日起至竣工之日止,对施工进度进行定期检查。
3. “建筑高度”是指从与地面接触的最底层地面至建筑物最高层天花板之间的距离。
4. “建筑师”是指在建筑学领域拥有学士学位、经过两年实习、是老挝建筑师和土木工程师协会成员并在老挝建筑师和土木工程师委员会注册执业的人员。
5. “底层”是指建筑物的第一层,必须高出地面至少150厘米。
6. “检查员”是指由具有管辖权的地方政府任命为检查员或受委托进行检查的人员。
7. “墙”是指用于遮挡、分隔空间或作为屏障的垂直部分。
8. “楼板或楼层”是指建筑物中位于某一层上表面与上一层或屋顶上表面之间的部分。
9. “工程师”是指在工程领域拥有学士学位、经过两年实习、是老挝建筑师和土木工程师协会成员并在老挝建筑师和土木工程师委员会注册执业的人员。
10. “建筑物”是指具有永久或半永久结构的构筑物,为居住或其他目的而建造,包括基础、柱、梁、墙、屋顶、楼梯等。
11. “管制建筑”是指可容纳大量人员的大型建筑、高度超过20米的建筑,对居民和社会的生命财产具有高风险。
12. “基础”是指建筑物用于将荷载传递到地面的部分。
13. “结构”是指建造、施工、建筑物或由各部分连接成确定形状的发明或组装物。
14. “施工图”是指包含按比例清晰绘制的图纸并规定各种技术标注的文件,用于新建建筑物或改建现有建筑物。
15. “平面图”是指从上方观看的任何图纸。
关于结构安全和防火安全的术语解释分别在附件2和附件3中规定。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນກົດໝາຍວ່າດ້ວຍການຄຸມຄອງອາຄານສະບັບນີ້ມີຄວາມໝາຍດັ່ງນີ້:
1. ການກໍ່ສ້າງ ໝາຍເຖິງ ການຈັດຕັ້ງປະຕິບັດການກໍ່ສ້າງ, ການຕິດຕັ້ງ, ການສ້ອມແປງ, ການທຸບຖິ້ມ, ການຕໍ່ເຕີມ, ການປັບປຸງ, ການດັດແປງ, ການຟື້ນຟູສ່ວນໃດໜຶ່ງ ຫຼື ທັງໝົດຂອງອາຄານ, ການປ່ຽນແປງຈຸດປະສົງການນຳໃຊ້.
2. ການຕິດຕາມກວດກາການກໍ່ສ້າງ ໝາຍເຖິງ ການກວດກາເປັນແຕ່ລະໄລຍະຂອງຄວາມຄືບໜ້າວຽກງານກໍ່ສ້າງຈາກວັນເລີ່ມຕົ້ນຈົນຮອດວັນສຳເລັດ.
3. ຄວາມສູງຂອງອາຄານ ໝາຍເຖິງ ໄລຍະຈາກພື້ນຂອງຊັ້ນລຸ່ມສຸດທີ່ຕິດກັບພື້ນດິນ ຫາ ເພດານຊັ້ນສູງສຸດຂອງອາຄານ.
4. ສະຖາປະນິກ ໝາຍເຖິງ ບຸກຄົນທີ່ມີການສຶກສາລະດັບປະລິນຍາຕີ ໃນສາຂາສະຖາປັດຕະຍະກຳ ທີ່ຜ່ານການຝຶກງານ ສອງ ປີ, ເປັນສະມາຊິກ ສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາ ລາວ ແລະ ຂຶ້ນທະບຽນວິຊາຊີບກັບສະພາສະຖາປະນິກ ແລະ ວິສະວະກອນໂຍທາ ລາວ.
5. ຊັ້ນຕິດດິນ ໝາຍເຖິງ ຊັ້ນທີໜຶ່ງຂອງອາຄານ ຕ້ອງໃຫ້ສູງກວ່າລະດັບພື້ນດິນຢ່າງໜ້ອຍ 150 ຊັງຕີແມັດ.
6. ຜູ້ກວດກາ ໝາຍເຖິງ ບຸກຄົນທີ່ຖືກແຕ່ງຕັ້ງໂດຍອົງການປົກຄອງທ້ອງຖິ່ນທີ່ມີສິດອຳນາດໃຫ້ເປັນຜູ້ກວດກາ ຫຼື ຜູ້ທີ່ໄດ້ຮັບການມອບໝາຍໃຫ້ກວດກາ.
7. ຝາ ໝາຍເຖິງ ສ່ວນທາງຕັ້ງທີ່ໃຊ້ໃນການປິດບັງ, ແບ່ງແຍກພື້ນທີ່ ຫຼື ເປັນຮົ້ວກັນ.
8. ພື້ນ ຫຼື ຊັ້ນ ໝາຍເຖິງ ພາກສ່ວນໜຶ່ງຂອງອາຄານທີ່ຢູ່ລະຫວ່າງພື້ນຜິວດ້ານເທິງຂອງຊັ້ນໃດໜຶ່ງ ແລະ ພື້ນຜິວດ້ານເທິງຂອງຊັ້ນ ຫຼື ຫຼັງຄາທີ່ຢູ່ເທິງຖັດຂຶ້ນໄປ.
9. ວິສະວະກອນ ໝາຍເຖິງ ບຸກຄົນທີ່ມີລະດັບການສຶກສາປະລິນຍາຕີ ໃນສາຂາວິສະວະກຳ ທີ່ຜ່ານການຝຶກງານ ສອງ ປີ, ເປັນສະມາຊິກ ສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາ ລາວ ແລະ ຂຶ້ນທະບຽນວິຊາຊີບກັບສະພາສະຖາປະນິກ ແລະ ວິສະວະກອນໂຍທາ ລາວ.
10. ອາຄານ ໝາຍເຖິງ ສິ່ງປຸກສ້າງທີ່ມີໂຄງສ້າງຖາວອນ ຫຼື ເຄິ່ງຖາວອນ ຊຶ່ງໄດ້ປຸກສ້າງເພື່ອ ເປັນທີ່ຢູ່ອາໄສ ຫຼື ຈຸດປະສົງອື່ນ ໂດຍປະກອບມີ ຮາກຖານ, ເສົາ, ຄານ, ຝາ, ຫຼັງຄາ, ຂັ້ນໄດ ແລະ ອື່ນໆ.
11. ອາຄານຄວບຄຸມ ໝາຍເຖິງ ອາຄານຂະໜາດໃຫຍ່ທີ່ມີຄວາມສາມາດບັນຈຸຄົນໄດ້ຈຳນວນຫຼວງຫຼາຍ ອາຄານທີ່ສູງກວ່າ 20 ແມັດ ຂຶ້ນໄປ, ມີຄວາມສ່ຽງສູງຕໍ່ຊີວິດ ແລະ ຊັບສິນຂອງຜູ້ຢູ່ອາໄສ ແລະ ສັງຄົມ.
12. ຮາກຖານ ໝາຍເຖິງ ສ່ວນຂອງອາຄານທີ່ໃຊ້ເພື່ອສົ່ງນ້ຳໜັກຂອງອາຄານລົງສູ່ພື້ນດິນ.
13. ໂຄງສ້າງ ໝາຍເຖິງ ສິ່ງທີ່ປຸກສ້າງ, ກໍ່ສ້າງ, ອາຄານ ຫຼື ສິ່ງທີ່ປະດິດຂຶ້ນ ຫຼື ປະກອບຂຶ້ນດ້ວຍສ່ວນຕ່າງໆທີ່ຕໍ່ເຂົ້າກັນເປັນຮູບຊົງທີ່ແນ່ນອນ.
14. ແຜນຜັງການກໍ່ສ້າງ ໝາຍເຖິງ ເອກະສານທີ່ປະກອບດ້ວຍແບບແຕ້ມທີ່ແຕ້ມຕາມມາດຕາສ່ວນຢ່າງຈະແຈ້ງ ແລະ ກຳນົດໝາຍເຕັກນິກຕ່າງໆ ເພື່ອຈຸດປະສົງການປຸກສ້າງອາຄານໃໝ່ ຫຼື ການດັດແປງອາຄານເກົ່າທີ່ມີຢູ່ແລ້ວ.
15. ແຜນຜັງພື້ນ ໝາຍເຖິງ ແບບແຕ້ມໃດໜຶ່ງ, ຊຶ່ງເບິ່ງມາຈາກດ້ານເທິງ.
ການອະທິບາຍຄຳສັບກ່ຽວກັບຄວາມປອດໄພຕ້ານໂຄງສ້າງ ແລະ ດ້ານອັກຄີໄພ ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 2 ແລະ 3 ຕາມລຳດັບ.

第ມາດຕາ 3条

第4条 建筑控制原则
建筑控制必须遵循以下原则:
1. 必须检查所有设计文件,在提交施工许可申请前检查并确认图纸的正确性;
2. 必须检查施工是否符合建筑法规和技术标准,施工完成后必须检查并确认该建筑物的正确性;
3. 在管理建筑使用期间,必须检查并确认建筑状况、建筑内部便利设施系统及安全系统。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການຄວບຄຸມອາຄານ
ການຄວບຄຸມອາຄານຕ້ອງປະຕິບັດຕາມຫຼັກການດັ່ງນີ້:
1. ຕ້ອງກວດກາທຸກເອກະສານຂອງການອອກແບບ, ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງແບບແຜນຜັງ ກ່ອນນຳສະເໜີຂໍອະນຸຍາດກໍ່ສ້າງ;
2. ຕ້ອງກວດກາການກໍ່ສ້າງໃຫ້ສອດຄ່ອງກັບກຳນົດໝາຍ ແລະ ມາດຕະຖານເຕັກນິກຂອງການກໍ່ສ້າງ ເມື່ອການກໍ່ສ້າງໄດ້ສຳເລັດແລ້ວ ຕ້ອງກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງສິ່ງກໍ່ສ້າງນັ້ນ;
3. ຕ້ອງກວດກາ ແລະ ຢືນຢັນ ກ່ຽວກັບສະພາບຂອງອາຄານ, ລະບົບອຳນວຍຄວາມສະດວກພາຍໃນອາຄານ ແລະ ລະບົບຄວາມປອດໄພ ໃນເວລາຄຸ້ມຄອງການນຳໃຊ້ອາຄານ.

第ມາດຕາ 4条

第4条 适用范围
本协议适用于国家和其他经济部门在全国范围内对受控建筑物的建设、维护、修缮以及使用管理。对于已经建成的受控建筑物,必须进行检查并采取措施,使其根据建筑物的实际条件和状况进行调整。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ການກໍ່ສ້າງ, ການບູລະນະຮັກສາ ແລະ ສ້ອມແປງ ແລະ ການຄຸ້ມຄອງ ການນຳໃຊ້ອາຄານຄວບຄຸມ ທັງພາກລັດ ແລະ ພາກສ່ວນເສດຖະກິດອື່ນໆ ໃນຂອບເຂດທົ່ວປະເທດ. ສຳລັບອາຄານປະເພດຄວບຄຸມທີ່ໄດ້ກໍ່ສ້າງມາກ່ອນແລ້ວ ຕ້ອງໄດ້ດຳເນີນການກວດກາ ແລະ ມີມາດຕະການດັດປັບໃຫ້ສອດຄ່ອງຕາມເງື່ອນໄຂ ແລະ ສະພາບການຕົວຈິງຂອງອາຄານ.

第ມາດຕາ 5条

第5条 受控建筑的类型

受控建筑根据其规模、高度和使用风险特征分为以下三类:

1. 按面积分类的建筑:小于400平方米、400平方米至10,000平方米、10,000平方米至30,000平方米以及大于30,000平方米;

2. 按高度分类的建筑:低于10米、10米至20米、20米至100米以及大于100米;

3. 有风险的建筑按照本协议第8条的规定执行。

ພາສາລາວ (老挝语原文)

ມາດຕາ 5 ປະເພດຂອງອາຄານຄວບຄຸມ

ອາຄານຄວບຄຸມ ຈັດແບ່ງອອກເປັນ ສາມ ປະເພດ ໂດຍອີງຕາມ ຂະໜາດ, ຄວາມສູງ ແລະ ລັກສະນະຄວາມສ່ຽງໃນການນຳໃຊ້ ດັ່ງນີ້:

1. ອາຄານແບ່ງຕາມເນື້ອທີ່: ນ້ອຍກວ່າ 400 ຕາແມັດ, ແຕ່ 400 ຕາແມັດ ຫາ 10,000 ຕາແມັດ, ແຕ່ 10,000 ຕາແມັດ ຫາ 30,000 ຕາແມັດ ແລະ ຫຼາຍກວ່າ 30,000 ຕາແມັດ;

2. ອາຄານແບ່ງຕາມຄວາມສູງ: ຕ່ຳກວ່າ 10 ແມັດ, ແຕ່ 10 ແມັດ ຫາ 20 ແມັດ, ແຕ່ 20 ແມັດ ຫາ 100 ແມັດ ແລະ ຫຼາຍກວ່າ 100 ແມັດ;

3. ອາຄານທີ່ມີຄວາມສ່ຽງ ແມ່ນນຳໃຊ້ຕາມ ມາດຕາ 8 ຂອງຂໍ້ຕົກລົງສະບັບນີ້.

第ມາດຕາ 6条

第6条 建筑分级
建筑分级根据以下等级,依据建筑的高度和建筑面积如下:
等级1:使用面积小于400平方米,建筑高度不超过10米的建筑。
等级2:使用面积在400平方米至10,000平方米之间,建筑高度在10米至20米之间的建筑。
等级3:使用面积在10,000平方米至30,000平方米之间,建筑高度在20米至100米之间的建筑。
等级4:使用面积大于30,000平方米,建筑高度超过100米的建筑。
详细规定见附件1。

ພາສາລາວ (老挝语原文)

ມາດຕາ 6 ການຈັດລະດັບອາຄານ
ການຈັດລະດັບອາຄານ ແມ່ນອີງຕາມລະດັບຕ່າງໆຕໍ່ໄປນີ້ ໂດຍອີງຕາມຄວາມສູງ ແລະ ເນື້ອທີ່ພື້ນຂອງອາຄານ ດັ່ງນີ້:
ລະດັບ 1: ອາຄານທີ່ມີເນື້ອທີ່ນຳໃຊ້ ໜ້ອຍກວ່າ 400 ຕາແມັດ, ຄວາມສູງອາຄານບໍ່ເກີນ 10 ແມັດ.
ລະດັບ 2: ອາຄານທີ່ມີເນື້ອທີ່ນຳໃຊ້ ລະຫວ່າງ 400 ຕາແມັດ ຫາ 10,000 ຕາແມັດ, ຄວາມສູງອາຄານ ລະຫວ່າງ 10 ແມັດ ຫາ 20 ແມັດ.
ລະດັບ 3: ອາຄານທີ່ມີເນື້ອທີ່ນຳໃຊ້ ລະຫວ່າງ 10,000 ຕາແມັດ ຫາ 30,000 ຕາແມັດ, ຄວາມສູງອາຄານ ລະຫວ່າງ 20 ແມັດ ຫາ 100 ແມັດ.
ລະດັບ 4: ອາຄານທີ່ມີເນື້ອທີ່ນຳໃຊ້ ຫຼາຍກວ່າ 30,000 ຕາແມັດ, ອາຄານທີ່ມີຄວາມສູງ ເກີນກວ່າ 100 ແມັດ.
ລາຍລະອຽດ ກຳນົດໄວ້ໃນເອກະສານຊ້ອນທ້າຍ 1.

第ມາດຕາ 7条

第7条 危险建筑
危险建筑是指服务于大量人员的建筑、未归类为大型建筑和高层建筑的建筑、其任何部分用于公共用途的建筑,例如会议室或多功能厅、娱乐场所、电影院、体育场、表演看台、体育看台、机场旅客候机楼建筑和公共交通客运站建筑、工业建筑、易燃物品仓库、易爆危险物品仓库以及其他建筑。受控建筑和危险建筑的分类在附件中规定。

ພາສາລາວ (老挝语原文)

ມາດຕາ 7 ອາຄານທີ່ມີຄວາມສ່ຽງ
ອາຄານທີ່ມີຄວາມສ່ຽງ ແມ່ນອາຄານຮັບໃຊ້ຄົນຈຳນວນຫຼາຍ, ອາຄານທີ່ບໍ່ໄດ້ຈັດເຂົ້າໃນປະເພດອາຄານຂະໜາດໃຫຍ່ ແລະ ອາຄານສູງ, ອາຄານທີ່ມີສ່ວນໃດສ່ວນໜຶ່ງຂອງອາຄານນຳໃຊ້ສຳລັບ ສາທາລະນະ ເຊັ່ນ ຫ້ອງຊຸມນຸມ ຫຼື ອາເນກປະສົງ, ສະຖານບັນເທິງ, ໂຮງສາຍຮູບເງົາ, ສະໜາມກິລາ, ບ່ອນນັ່ງຊົມການສະແດງ, ບ່ອນນັ່ງຊົມກິລາ, ອາຄານຫ້ອງໂຖງສຳລັບຜູ້ໂດຍສານຢູ່ສະໜາມບິນ ແລະ ອາຄານສະຖານີຂົນສົ່ງຜູ້ໂດຍສານມວນຊົນ, ອາຄານອຸດສາຫະກຳ, ສາງເກັບວັດຖຸໄວໄຟ, ວັດຖຸທີ່ມີຄວາມສ່ຽງຕໍ່ການລະເບີດ ແລະ ອາຄານອື່ນ. ການຈັດແບ່ງປະເພດ ອາຄານຄວບຄຸມ ແລະ ອາຄານທີ່ມີຄວາມສ່ຽງ ໄດ້ກຳນົດໄວ້ ໃນເອກະສານຊ້ອນທ້າຍ.

第ມາດຕາ 8条

第8条 调整和改变受控建筑的使用
受控建筑可以根据业主的目的进行调整以适应情况、改变使用目标,例如增加或减少楼层。改变使用目标是指从一个目的改变为另一个目的。所有调整和改变必须由建筑师和工程师进行勘察设计,并由合法的勘察设计公司认证。在进行调整、改变受控建筑之前,必须获得受控建筑管理和检查机构的许可。

ພາສາລາວ (老挝语原文)

ມາດຕາ 8 ການດັດປັບ ແລະ ປ່ຽນແປງການນຳໃຊ້ອາຄານ
ອາຄານຄວບຄຸມ ອາດສາມາດດັດປັບໃຫ້ເຂົ້າກັບສະພາບ, ປ່ຽນແປງເປົ້າໝາຍການນຳໃຊ້ ອີງຕາມຈຸດປະສົງຂອງເຈົ້າຂອງອາຄານ ເປັນຕົ້ນ ການເພີ່ມຊັ້ນຂຶ້ນ ຫຼື ຫຼຸດຊັ້ນລົງ. ການປ່ຽນແປງເປົ້າໝາຍການນຳໃຊ້ ແມ່ນການປ່ຽນແປງຈາກຈຸດປະສົງໜຶ່ງເປັນອີກຈຸດປະສົງໜຶ່ງ. ທຸກການດັດປັບ ແລະ ປ່ຽນແປງຕ້ອງໄດ້ສຳຫຼວດ-ອອກແບບ ໂດຍສະຖາປະນິກ ແລະ ວິສະວະກອນ ແລະ ຢັ້ງຢືນຈາກບໍລິສັດສຳຫຼວດ-ອອກແບບ ທີ່ຖືກຕ້ອງຕາມກົດໝາຍ. ກ່ອນຈະດຳເນີນການດັດປັບ, ປ່ຽນແປງອາຄານຄວບຄຸມ ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງ ແລະ ກວດກາອາຄານຄວບຄຸມ.

第ມາດຕາ 9条

第9条 受控建筑勘察设计的一般原则
所有类型的受控建筑必须进行勘察、设计并计算结构系统和其他必要系统,同时研究评估对自然环境和社区的影响,并须遵循以下原则:
1. 受控建筑的设计必须由依法成立的建筑咨询公司进行;
2. 受控建筑必须符合规定的设计技术标准、城市规划以及施工管理规定;
3. 设计必须依据实际勘察数据,包括地理、地质及其他数据;
4. 列入施工活动清单的受控建筑必须根据第224/MPT号协议(2019年1月31日)关于施工管理的规定进行环境影响评估;
5. 所有勘察设计文件、报告和估价单必须由建筑师、工程师、设计师、专家、检查员认证,并须经勘察设计公司批准。环境影响评估报告必须由依法设立的组织进行。

ພາສາລາວ (老挝语原文)

ມາດຕາ 9 ຫຼັກການທົ່ວໄປຂອງການສຳຫຼວດ-ອອກແບບອາຄານຄວບຄຸມ
ອາຄານຄວບຄຸມທຸກປະເພດ ຕ້ອງສຳຫຼວດ-ອອກແບບ ແລະ ຄິດໄລ່ ລະບົບໂຄງສ້າງ ແລະ ລະບົບອື່ນໆ ທີ່ຈຳເປັນ, ພ້ອມທັງສຶກສາປະເມີນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ຊຶ່ງຕ້ອງປະຕິບັດຕາມຫຼັກການດັ່ງນີ້:
1. ອາຄານຄວບຄຸມ ຕ້ອງໄດ້ດຳເນີນການອອກແບບໂດຍ ບໍລິສັດທີ່ປຶກສາ ດ້ານເຄຫາສະຖານທີ່ຖືກຕ້ອງຕາມກົດໝາຍ;
2. ອາຄານຄວບຄຸມ ຕ້ອງຖືກຕ້ອງຕາມ ມາດຕະຖານເຕັກນິກຂອງການອອກແບບ, ແຜນຜັງຕົວເມືອງ ແລະ ລະບຽບການຄຸ້ມຄອງການກໍ່ສ້າງ ທີ່ກຳນົດ;
3. ການອອກແບບ ຕ້ອງປະຕິບັດຕາມຂໍ້ມູນທີ່ໄດ້ສຳຫຼວດຕົວຈິງ ເປັນຕົ້ນ ຂໍ້ມູນທາງດ້ານພູມສາດ ທໍລະນີສາດ ແລະ ອື່ນໆ;
4. ອາຄານຄວບຄຸມທີ່ຢູ່ໃນບັນຊີຂອງກິດຈະການກໍ່ສ້າງ ຕ້ອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຕາມ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການກໍ່ສ້າງ ສະບັບເລກທີ 224/ຍທຂ, ລົງວັນທີ 31 ມັງກອນ 2019;
5. ທຸກເອກະສານ ສຳຫຼວດ-ອອກແບບ, ບົດລາຍງານ ແລະ ໃບປະເມີນລາຄາ ຕ້ອງໄດ້ຢັ້ງຢືນຈາກ ສະຖາປະນິກ ແລະ ວິສະວະກອນ, ຜູ້ອອກແບບ, ຜູ້ຊ່ຽວຊານ, ຜູ້ກວດກາ ແລະ ຕ້ອງໄດ້ຮັບຮອງຈາກບໍລິສັດ ສຳຫຼວດ-ອອກແບບ. ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຕ້ອງໄດ້ດຳເນີນໂດຍອົງການຈັດຕັ້ງ ທີ່ມີສິດຕາມກົດໝາຍ.

第ມາດຕາ 10条

第10条 控制建筑勘察设计文件的提交
控制建筑的勘察设计文件必须提交给建设管理机构,包括以下内容:
1. 勘察设计文件、工程报告;
2. 建筑平面图;
3. 结构工程图;
4. 电气、机械、给排水及卫生系统图;
5. 消防系统图;
6. 材料、设备、工具、施工及安装的技术规范;
7. 估价单。

ພາສາລາວ (老挝语原文)

ມາດຕາ 10 ການນຳສະເໜີເອກະສານສຳຫຼວດ-ອອກແບບອາຄານຄວບຄຸມ
ເອກະສານສຳຫຼວດ-ອອກແບບອາຄານຄວບຄຸມ ຕ້ອງນຳສະເໜີຕໍ່ອົງການຄຸ້ມຄອງການກໍ່ສ້າງ ຊຶ່ງປະກອບມີ ລາຍການ ດັ່ງນີ້:
1. ເອກະສານການສຳຫຼວດ-ອອກແບບ, ບົດລາຍງານທາງດ້ານວິສະວະກຳ;
2. ແຜນຜັງທາງດ້ານສະຖາປັດຕະຍະກຳ;
3. ແຜນຜັງໂຄງສ້າງທາງດ້ານວິສະວະກຳ;
4. ແຜນຜັງລະບົບ ໄຟຟ້າ, ກົນຈັກ, ນ້ຳປະປາ ແລະ ສຸຂາພິບານ;
5. ແຜນຜັງລະບົບການປ້ອງກັນອັກຄີໄພ;
6. ກຳນົດໝາຍເຕັກນິກຂອງວັດສະດຸ, ອຸປະກອນ, ເຄື່ອງມື, ການກໍ່ສ້າງ ແລະ ການຕິດຕັ້ງ;
7. ໃບປະເມີນລາຄາ.

第ມາດຕາ 11条

第11条 规定建筑材料使用的技术标准

规定用于受控建筑工程的建筑材料的技术标准,例如钢筋、型钢、水泥、碎石、卵石和砂,必须保证建筑物的质量、安全、耐久性和使用寿命。建筑材料的质量必须符合国家技术标准。如果材料的技术标准未在国家技术标准中规定,允许采用国际技术标准或某个可信赖国家的标准。

ພາສາລາວ (老挝语原文)

ມາດຕາ 11 ກຳນົດມາດຕະຖານເຕັກນິກການນຳໃຊ້ວັດສະດຸກໍ່ສ້າງ

ກຳນົດມາດຕະຖານເຕັກນິກຂອງວັດສະດຸທີ່ນຳໃຊ້ເຂົ້າໃນການກໍ່ສ້າງອາຄານຄວບຄຸມ ເຊັ່ນ ເຫຼັກເສີມ, ເຫຼັກຮູບປະພັນ, ຊີມັງ, ຫີນແຮ່, ຫີນຂົບ ແລະ ຊາຍ ຕ້ອງຮັບປະກັນດ້ານຄຸນນະພາບ, ຄວາມປອດໄພ, ຄວາມທົນທານ ແລະ ອາຍຸການນຳໃຊ້ຂອງອາຄານ. ຄຸນນະພາບຂອງວັດສະດຸກໍ່ສ້າງ ຕ້ອງໃຫ້ໄດ້ຕາມມາດຕະຖານເຕັກນິກແຫ່ງຊາດ. ໃນກໍລະນີ ກຳນົດມາດຕະຖານເຕັກນິກຂອງວັດສະດຸບໍ່ໄດ້ກຳນົດໄວ້ໃນມາດຕະຖານເຕັກນິກແຫ່ງຊາດ ອະນຸຍາດໃຫ້ນຳໃຊ້ມາດຕະຖານເຕັກນິກສາກົນ ຫຼື ມາດຕະຖານຂອງປະເທດໃດໜຶ່ງທີ່ເຊື່ອຖືໄດ້.

第ມາດຕາ 12条

第12条 装饰材料使用的技术标准

装饰用成品材料的技术标准,用于室内装饰必须耐用、易于维护、对居住者安全且适合使用功能,具体如下:

1. 禁止在疏散楼梯中使用易燃装饰材料;
2. 禁止使用粉尘或粉末状材料,如石棉、硅藻土或玻璃纤维,除非此类材料已被包装或覆盖;
3. 应使用反射率不超过30%的材料装饰建筑外墙;
4. 构成大型建筑外墙的玻璃必须使用钢化玻璃、热强化玻璃、夹层玻璃或安全玻璃,以避免玻璃破碎时伤人。如果使用不耐外部冲击的玻璃,则必须有防止玻璃碎片掉落至建筑外地面的防护措施,以防玻璃破碎时对生命和财产造成损害。

ພາສາລາວ (老挝语原文)

ມາດຕາ 12 ກຳນົດມາດຕະຖານເຕັກນິກການນຳໃຊ້ວັດສະດຸຕົບແຕ່ງ

ກຳນົດມາດຕະຖານເຕັກນິກຂອງວັດສະດຸສຳເລັດຮູບ ສຳລັບຕົບແຕ່ງພາຍໃນຕ້ອງມີຄວາມທົນທານ, ການບຳລຸງຮັກສາໄດ້ງ່າຍ, ມີຄວາມປອດໄພຕໍ່ຜູ້ຢູ່ອາໄສ ແລະ ເໝາະສົມກັບໜ້າທີ່ນຳໃຊ້ ດັ່ງນີ້:

1. ບໍ່ອະນຸຍາດໃຫ້ນຳໃຊ້ວັດສະດຸຕົບແຕ່ງທີ່ຕິດເຊື້ອໄຟງ່າຍ ໃນຂັ້ນໄດໜີໄຟ;
2. ບໍ່ອະນຸຍາດໃຫ້ນຳໃຊ້ ວັດສະດຸທີ່ເປັນຝຸ່ນລະອອງ ຫຼື ແປ້ງ ເຊັ່ນ ໃຍຫີນ, ເຊລີກາ ຫຼື ໃຍແກ້ວ ຍົກເວັ້ນແຕ່ມີການຫຸ້ມຫໍ່ ຫຼື ປົກບິດວັດສະດຸດັ່ງກ່າວ;
3. ໃຫ້ນຳໃຊ້ວັດສະດຸທີ່ມີອັດຕາການສະທ້ອນແສງສູງສຸດບໍ່ເກີນ 30 ສ່ວນຮ້ອຍມາຕົບແຕ່ງຝາດ້ານນອກຂອງອາຄານ;
4. ແກ້ວທີ່ປະກອບເປັນຝາດ້ານນອກຂອງອາຄານຂະໜາດໃຫຍ່ ຕ້ອງນຳໃຊ້ແກ້ວເດືອບ, ແກ້ວອົບ, ແກ້ວຫຼາຍຊັ້ນ ຫຼື ແກ້ວນິລະໄພ ເພື່ອຫຼີກເວັ້ນບໍ່ໃຫ້ຄົນບາດເຈັບໃນເວລາແກ້ວແຕກ. ຫາກວ່າໃຊ້ແກ້ວທີ່ບໍ່ທົນທານຕໍ່ການກະທົບຈາກພາຍນອກ ແມ່ນຕ້ອງມີສິ່ງປ້ອງກັນການຕົກຂອງແກ້ວສູ່ພື້ນດິນດ້ານນອກຂອງອາຄານ ໃນກໍລະນີແກ້ວແຕກເພື່ອຫຼີກລ່ຽງບໍ່ໃຫ້ເກີດຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນ.

本页展示前 12 条,全文共 84 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译