ຂໍ້ຕົກລົງວ່າດ້ວຍ ສະຫຼາກສີຂຽວ
绿色标签协议
Green Label Agreement
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການຮັບຮອງ ແລະ ນຳໃຊ້ສະຫຼາກສີຂຽວສຳລັບຜະລິດຕະພັນພາຍໃນ ສປປ ລາວ, ເນັ້ນໃສ່ການກຳນົດເງື່ອນໄຂ, ຂັ້ນຕອນການຂໍ ແລະ ການອອກໃບຢັ້ງຢືນສຳລັບຜະລິດຕະພັນອຸດສາຫະກຳປຸງແຕ່ງທີ່ໄດ້ຮັບການຮັບຮອງວ່າເປັນມິດກັບສິ່ງແວດລ້ອມ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ສະຫຼາກສີຂຽວ
ສະຫຼາກສີຂຽວ ແມ່ນການຢັ້ງຢືນຜະລິດຕະພັນອຸດສາຫະກຳປຸງແຕ່ງ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຫຼື ມີຜົນກະທົບທາງລົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ເມື່ອທຽບກັບຜະລິດຕະພັນອື່ນ ທີ່ມີຄຸນຄ່າການນຳໃຊ້ຄືກັນ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜະລິດຕະພັນສະຫຼາກສີຂຽວ ໝາຍເຖິງ ຜະລິດຕະພັນທີ່ມີເງື່ອນໄຂໃນການໄດ້ຮັບການຢັ້ງຢືນສະຫຼາກສີຂຽວ ລວມທັງສິນຄ້າທີ່ຜະລິດຢູ່ພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດ;
2. ມາດຕະຖານສາກົນ ໝາຍເຖິງ ມາດຕະຖານທີ່ຖືກຮັບຮອງ ໂດຍອົງການມາດຕະຖານສາກົນ ແລະ ສາມາດໃຫ້ສາທາລະນະຊົນເຂົ້າເຖິງໄດ້;
3. ໃບຢັ້ງຢືນມາດຕະຖານສາກົນ ໝາຍເຖິງ ເອກະສານຢັ້ງຢືນມາດຕະຖານ ທີ່ອອກໂດຍອົງການຢັ້ງຢືນມາດຕະຖານສາກົນ ຫຼື ອົງການຢັ້ງຢືນມາດຕະຖານອື່ນ ທີ່ເປັນທີ່ຍອມຮັບໃນລະດັບພາກພື້ນ ແລະ ສາກົນ;
4. ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໝາຍເຖິງ ຜະລິດຕະພັນທີ່ມີຜົນກະທົບໜ້ອຍຕໍ່ສິ່ງແວດລ້ອມ ຕະຫຼອດວົງຈອນຊີວິດຂອງຜະລິດຕະພັນ;
5. ການປະເມີນວົງຈອນຜະລິດຕະພັນ ໝາຍເຖິງ ການປະເມີນໃນແຕ່ລະໄລຍະຂອງອາຍຸຜະລິດຕະພັນ ນັບແຕ່ຂະບວນການຜະລິດຮອດການຈຳໜ່າຍ ແລະ ການບໍລິການ;
6. ໃບຢັ້ງຢືນສະຫຼາກສີຂຽວ ໝາຍເຖິງ ເອກະສານການຢັ້ງຢືນສະຫຼາກສີຂຽວ ທີ່ໄດ້ຕາມມາດຕະຖານ ແລະ ເງື່ອນໄຂສະຫຼາກສີຂຽວສະເພາະຜະລິດຕະພັນນັ້ນໆ.
ມາດຕາ ມາດຕາ 3
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບຜະລິດຕະພັນສະຫຼາກສີຂຽວ ຢູ່ ສປປ ລາວ ບົນພື້ນຖານຄວາມສະໝັກໃຈ.
ຂໍ້ຕົກລົງສະບັບນີ້ ບໍ່ນຳໃຊ້ສຳລັບ ຜະລິດຕະພັນປະເພດອາຫານ, ເຄື່ອງດື່ມ ແລະ ຢາ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ