绿色标签协议

ຂໍ້ຕົກລົງວ່າດ້ວຍ ສະຫຼາກສີຂຽວ

Green Label Agreement

简介

该协议调整老挝境内绿色标签产品的认证与使用,核心是规定加工工业产品获得环境友好认证的条件、申请程序及证书颁发步骤。

Summary

This agreement governs the certification and use of green label products in Laos, with core contents specifying conditions for obtaining environmentally friendly certification for processed industrial products, application procedures, and certificate issuance steps.

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການຮັບຮອງ ແລະ ນຳໃຊ້ສະຫຼາກສີຂຽວສຳລັບຜະລິດຕະພັນພາຍໃນ ສປປ ລາວ, ເນັ້ນໃສ່ການກຳນົດເງື່ອນໄຂ, ຂັ້ນຕອນການຂໍ ແລະ ການອອກໃບຢັ້ງຢືນສຳລັບຜະລິດຕະພັນອຸດສາຫະກຳປຸງແຕ່ງທີ່ໄດ້ຮັບການຮັບຮອງວ່າເປັນມິດກັບສິ່ງແວດລ້ອມ.

条文

第ມາດຕາ 1条

第2条 绿色标签
绿色标签是对加工工业产品的认证,该产品对环境友好或与其他具有相同使用价值的产品相比对环境的不利影响最小。

ພາສາລາວ (老挝语原文)

ມາດຕາ 2 ສະຫຼາກສີຂຽວ
ສະຫຼາກສີຂຽວ ແມ່ນການຢັ້ງຢືນຜະລິດຕະພັນອຸດສາຫະກຳປຸງແຕ່ງ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຫຼື ມີຜົນກະທົບທາງລົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ເມື່ອທຽບກັບຜະລິດຕະພັນອື່ນ ທີ່ມີຄຸນຄ່າການນຳໃຊ້ຄືກັນ.

第ມາດຕາ 2条

第2条 词语解释
本协议中使用的词语含义如下:
1. 绿色标签产品 指符合绿色标签认证条件的产品,包括国内生产和从国外进口的商品;
2. 国际标准 指由国际标准组织认可并可让公众获取的标准;
3. 国际标准认证证书 指由国际标准认证机构或其他在区域和国际层面被认可的认证机构出具的标准认证文件;
4. 环境友好产品 指在产品整个生命周期中对环境影响较小的产品;
5. 产品生命周期评估 指对产品从生产过程到分销和服务的各个阶段进行的评估;
6. 绿色标签证书 指根据特定产品的绿色标签标准和条件获得的绿色标签认证文件。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜະລິດຕະພັນສະຫຼາກສີຂຽວ ໝາຍເຖິງ ຜະລິດຕະພັນທີ່ມີເງື່ອນໄຂໃນການໄດ້ຮັບການຢັ້ງຢືນສະຫຼາກສີຂຽວ ລວມທັງສິນຄ້າທີ່ຜະລິດຢູ່ພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດ;
2. ມາດຕະຖານສາກົນ ໝາຍເຖິງ ມາດຕະຖານທີ່ຖືກຮັບຮອງ ໂດຍອົງການມາດຕະຖານສາກົນ ແລະ ສາມາດໃຫ້ສາທາລະນະຊົນເຂົ້າເຖິງໄດ້;
3. ໃບຢັ້ງຢືນມາດຕະຖານສາກົນ ໝາຍເຖິງ ເອກະສານຢັ້ງຢືນມາດຕະຖານ ທີ່ອອກໂດຍອົງການຢັ້ງຢືນມາດຕະຖານສາກົນ ຫຼື ອົງການຢັ້ງຢືນມາດຕະຖານອື່ນ ທີ່ເປັນທີ່ຍອມຮັບໃນລະດັບພາກພື້ນ ແລະ ສາກົນ;
4. ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໝາຍເຖິງ ຜະລິດຕະພັນທີ່ມີຜົນກະທົບໜ້ອຍຕໍ່ສິ່ງແວດລ້ອມ ຕະຫຼອດວົງຈອນຊີວິດຂອງຜະລິດຕະພັນ;
5. ການປະເມີນວົງຈອນຜະລິດຕະພັນ ໝາຍເຖິງ ການປະເມີນໃນແຕ່ລະໄລຍະຂອງອາຍຸຜະລິດຕະພັນ ນັບແຕ່ຂະບວນການຜະລິດຮອດການຈຳໜ່າຍ ແລະ ການບໍລິການ;
6. ໃບຢັ້ງຢືນສະຫຼາກສີຂຽວ ໝາຍເຖິງ ເອກະສານການຢັ້ງຢືນສະຫຼາກສີຂຽວ ທີ່ໄດ້ຕາມມາດຕະຖານ ແລະ ເງື່ອນໄຂສະຫຼາກສີຂຽວສະເພາະຜະລິດຕະພັນນັ້ນໆ.

第ມາດຕາ 3条

第4条 适用范围
本协议适用于在老挝人民民主共和国境内自愿从事和涉及绿色标签产品的个人、法人及组织。
本协议不适用于食品、饮料和药品类产品。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບຜະລິດຕະພັນສະຫຼາກສີຂຽວ ຢູ່ ສປປ ລາວ ບົນພື້ນຖານຄວາມສະໝັກໃຈ.
ຂໍ້ຕົກລົງສະບັບນີ້ ບໍ່ນຳໃຊ້ສຳລັບ ຜະລິດຕະພັນປະເພດອາຫານ, ເຄື່ອງດື່ມ ແລະ ຢາ.

第ມາດຕາ 4条

第4条 可获得绿色标签认证的加工工业产品条件
可获得绿色标签认证的加工工业产品必须符合以下条件:
1. 生产过程必须采取良好的环境管理措施,例如:大气污染物排放、废水、废弃物必须符合相关法律法规规定的标准;
2. 必须是对环境友好或与其他具有相同使用价值的产品相比对环境的影响最小的产品;
3. 必须是获得国家标准(NS)或国际标准认证的产品。
除上述条件外,还有针对每种产品的具体条件,另行规定。

ພາສາລາວ (老挝语原文)

ມາດຕາ 4 ເງື່ອນໄຂຜະລິດຕະພັນອຸດສາຫະກຳປຸງແຕ່ງ ທີ່ສາມາດໄດ້ຮັບການຢັ້ງຢືນສະຫຼາກສີຂຽວ
ຜະລິດຕະພັນອຸດສາຫະກຳປຸງແຕ່ງ ທີ່ສາມາດໄດ້ຮັບການຢັ້ງຢືນສະຫຼາກສີຂຽວ ຕ້ອງມີເງື່ອນໄຂ ດັງນີ້:
1. ຂະບວນການຜະລິດ ຕ້ອງມີມາດຕະການຄຸ້ມຄອງສິ່ງແວດລ້ອມທີ່ດີ ເປັນຕົ້ນ ການປ່ອຍມົນລະພິດທາງອາກາດ, ນ້ຳເປື້ອນ, ສິ່ງເສດເຫຼືອ ຕ້ອງຢູ່ໃນເກນມາດຕະຖານຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
2. ຕ້ອງເປັນຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມ ຫຼື ມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດເມື່ອທຽບກັບຜະລິດຕະພັນອື່ນທີ່ມີຄຸນຄ່າການນຳໃຊ້ດຽວກັນ;
3. ຕ້ອງເປັນຜະລິດຕະພັນທີ່ໄດ້ຮັບການຢັ້ງຢືນມາດຕະຖານແຫ່ງຊາດ (ມອ) ຫຼື ມາດຕະຖານສາກົນ.
ນອກຈາກເງື່ອນໄຂຂ້າງເທິງ, ຍັງມີເງື່ອນໄຂສະເພາະຂອງແຕ່ລະຜະລິດຕະພັນ ທີ່ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

第ມາດຕາ 5条

第5条 绿色标签认证申请
有意申请绿色标签认证者,须向省、首都的工业和贸易厅提交申请,并附上以下文件:
1. 按照工业和贸易厅印制的表格填写的申请表;
2. 企业登记证副本;
3. 工厂经营许可证副本;
4. 国家标准(ມລ)认证证书副本;
5. 关于生产工艺和环境管理措施的报告;
6. 授权书(如委托他人提交文件);
7. 商标注册证副本(如有);
8. 国际标准认证证书或优秀工业奖证书副本(如有)。

ພາສາລາວ (老挝语原文)

ມາດຕາ 5 ການສະເໜີຂໍຢັ້ງຢືນສະຫຼາກສີຂຽວ
ຜູ້ທີ່ມີຈຸດປະສົງຂໍການຢັ້ງຢືນສະຫຼາກສີຂຽວ ຕ້ອງຍື່ນຄຳຮ້ອງຕໍ່ກົມອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໂດຍປະກອບເອກະສານດັ່ງນີ້:
1. ໃບຄຳຮ້ອງ ຕາມແບບພິມຂອງກົມອຸດສາຫະກຳ;
2. ສຳເນົາໃບທະບຽນວິສາຫະກິດ;
3. ສຳເນົາໃບຢັ້ງຢືນດຳເນີນກິດຈະການໂຮງງານ;
4. ສຳເນົາໃບຢັ້ງຢືນມາດຕະຖານແຫ່ງຊາດ (ມລ);
5. ບົດລາຍງານ ກ່ຽວກັບຂະບວນການຜະລິດ ແລະ ມາດຕະການຄຸ້ມຄອງສິ່ງແວດລ້ອມ;
6. ໃບມອບສິດ ກໍລະນີໃຫ້ຜູ້ຕາງໜ້າຍື່ນເອກະສານ;
7. ສຳເນົາໃບຢັ້ງຢືນເຄື່ອງໝາຍການຄ້າ (ຖ້າມີ);
8. ສຳເນົາໃບຢັ້ງຢືນມາດຕະຖານສາກົນ ຫຼື ລາງວັນອຸດສາຫະກຳດີເດັ່ນ (ຖ້າມີ).

第ມາດຕາ 6条

第6条 审议颁发绿色标签证书的步骤如下:
1. 文件审查;
2. 实地检查;
3. 与相关方协商会议;
4. 颁发绿色标签证书。

ພາສາລາວ (老挝语原文)

ມາດຕາ 6 ການພິຈາລະນາອອກໃບຢັ້ງຢືນສະຫຼາກສີຂຽວ ມີຂັ້ນຕອນດັ່ງນີ້:
1. ການກວດກາດ້ານເອກະສານ;
2. ການກວດກາສະຖານທີ່ຕົວຈິງ;
3. ກອງປະຊຸມປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ;
4. ການອອກໃບຢັ້ງຢືນສະຫຼາກສີຂຽວ.

第ມາດຕາ 7条

第7条 文件审查
在申请绿色标签枪支认证的文件提交给工业司后,上述申请文件将进行文件正确性和完整性的审查,工业司作为主管部门与相关部门协调,进行实地跟踪检查。

对于通过省、首都工业与贸易厅提交的申请,在审查文件的正确性和完整性后,应将上述文件送交工业司审议并按程序进行。

如果发现文件不正确或不完整,必须在五个工作日内书面通知申请人,以便进行修改使其正确和完整。

ພາສາລາວ (老挝语原文)

ມາດຕາ 7 ການກວດກາດ້ານເອກະສານ
ພາຍຫຼັງເອກະສານຄຳຮ້ອງຂໍຢັ້ງປືນສະຫຼາກສີຂຽວ ໄດ້ຍື່ນຕໍ່ກົມອຸດສາຫະກຳ ເອກະສານຄຳຮ້ອງດັງກ່າວຈະດຳເນີນການກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານ ແລະ ກົມອຸດສາຫະກຳ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສະຖານທີ່ຕົວຈິງ.

ສຳລັບຄຳຮ້ອງ ທີ່ຍືນຜ່ານພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ພາຍຫຼັງກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານ ໃຫ້ນຳສົ່ງເອກະສານດັງກ່າວ ໃຫ້ກົມອຸດສາຫະກຳ ເພື່ອພິຈາລະນາ ແລະ ດຳເນີນຕາມຂັ້ນຕອນ.

ຖ້າເຫັນວ່າເອກະສານບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ຍືນຄຳຮ້ອງຊາບພາຍໃນ ຫ້າ ວັນລັດຖະການ ເພື່ອປັບປຸງໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

第ມາດຕາ 8条

第8条 实地检查
工业司协调相关部门进行实地跟踪检查,以评估是否符合可获绿色标签认证的加工工业产品条件,应在十个工作日内进行。
实地跟踪检查必须有记录,如果实地检查结果认为尚未符合条件,必须提出改进建议并明确时限。
在经营者按照建议完成改进后,应通知工业司,以便协调相关部门进行再次跟踪检查并制作改进结果记录。
检查内容包括:环境管理检查、工厂技术标准检查和产品质量检查。

ພາສາລາວ (老挝语原文)

ມາດຕາ 8 ການກວດກາສະຖານທີ່ຕົວຈິງ
ກົມອຸດສາຫະກຳ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສະຖານທີ່ຕົວຈິງ ເພື່ອປະເມີນຄວາມສອດຄ່ອງຕາມເງື່ອນໄຂຜະລິດຕະພັນອຸດສາຫະກຳປຸງແຕ່ງ ທີ່ສາມາດໄດ້ຮັບການປັ້ງຢືນສະຫຼາກສີຂຽວ ໃຫ້ດຳເນີນການພາຍໃນ ສິບ ວັນລັດຖະການ.
ການລົງຕິດຕາມກວດກາສະຖານທີ່ຕົວຈິງ ຕ້ອງມີບົດບັນທຶກ, ຫາກຜົນການລົງກວດກາສະຖານທີ່ຕົວຈິງ ເຫັນວ່າຍັງບໍ່ໄດ້ຕາມເງື່ອນໄຂ ຕ້ອງແນະນຳເພື່ອປັບປຸງແກ້ໄຂ ແລະ ກຳນົດເວລາທີ່ຊັດເຈນ.
ພາຍຫຼັງຜູ້ປະກອບການປັບປຸງສຳເລັດຕາມຄຳແນະນຳແລ້ວ ໃຫ້ສະເຫີຫາກົມອຸດສາຫະກຳ ເພື່ອປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາດືນ ແລະ ເຮັດບົດບັນທຶກຜົນການປັບປຸງ.
ເນື້ອໃນການກວດກາປະກອບມີ ການກວດກາດ້ານການຄຸ້ມຄອງສິ່ງແວດລ້ອມ, ກວດກາດ້ານມາດຕະຖານເຕັກນິກໂຮງງານ ແລະ ກວດກາຄຸນນະພາບຜະລິດຕະພັນ.

第ມາດຕາ 9条

第9条 环境管理检查
环境管理检查是对工厂实施控制、管理和减少污染及废物措施的检查,包括空气污染、废水、废物、噪音等,经营者必须设计并安装处理系统或采取适当措施,以确保工厂的生产过程不超过标准值,并且不对环境和社会造成影响。对于已获得国际环境标准(ISO 14001)认证且有效期尚余一年的工厂,将不进行环境检查。

ພາສາລາວ (老挝语原文)

ມາດຕາ 9 ການກວດກາດ້ານການຄຸ້ມຄອງສິ່ງແວດລ້ອມ
ການກວດກາດ້ານການຄຸ້ມຄອງສິ່ງແວດລ້ອມ ແມ່ນການກວດກາການຈັດຕັ້ງປະຕິບັດມາດຕະການຄວບຄຸມ, ຄຸ້ມຄອງ ແລະ ຫຼຸດຜ່ອນມົນລະພິດ ແລະ ສິ່ງເສດເຫຼືອຂອງໂຮງງານ ເປັນຕົ້ນ ມົນລະພິດທາງອາກາດ, ນ້ຳເປື້ອນ, ສິ່ງເສດເຫຼືອ, ສຽງດັງ ຊຶ່ງຜູ້ດຳເນີນທຸລະກິດຕ້ອງອອກແບບ ແລະ ຕິດຕັ້ງລະບົບບຳບັດ ຫຼື ມີມາດຕະການທີ່ເໜາະສົມ ເພື່ອຮັບປະກັນວ່າຂະບວນການຜະລິດຂອງໂຮງງານບໍ່ເກີນຄ່າມາດຕະຖານ ແລະ ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
ສຳລັບໂຮງງານໄດ້ຮັບການຢັ້ງຢືນມາດຕະຖານສາກົນດ້ານສິ່ງແວດລ້ອມ (ISO 14001) ທີ່ຍັງມີອາຍຸນຳໃຊ້ຢ່າງຫ້ອຍຫ່ອງປີ, ຈະບໍ່ໄດ້ລົງກວດກາດ້ານສິ່ງແວດລ້ອມ.

第ມາດຕາ 10条

第10条 工厂技术标准检查
工厂技术标准的检查应按照关于工厂的协议及相关规定所确定的内容执行。对于已获得国际标准质量管理体系认证(ISO 9001)且有效期至少还有一年的工厂,将不进行工厂技术标准检查。

ພາສາລາວ (老挝语原文)

ມາດຕາ 10 ການກວດກາມາດຕະຖານເຕັກນິກໂຮງງານ
ການກວດກາມາດຕະຖານເຕັກນິກໂຮງງານ ໃຫ້ປະຕິບັດຕາມເນື້ອໃນທີ່ໄດ້ກຳນົດໄວ້ໃນ ຂໍ້ຕົກລົງວ່າດ້ວຍໂຮງງານ ແລະ ລະບຽບການທີ່ກ່ຽວຂ້ອງ.
ສຳລັບໂຮງງານທີ່ໄດ້ຮັບການຢັ້ງຢືນມາດຕະຖານສາກົນ ດ້ານລະບົບການຄຸ້ມຄອງຄຸນນະພາບ (ISO 9001) ທີ່ຍັງມີອາຍຸນຳໃຊ້ຢ່າງໜ້ອຍ ໜຶ່ງ ປີ ຈະບໍ່ໄດ້ລົງກວດກາມາດຕະຖານເຕັກນິກໂຮງງານ.

第ມາດຕາ 11条

第11条 绿色标签产品质量检查
绿色标签产品质量检查是指根据国家标准和每种产品的具体条件,对产品的条件和质量进行检查。

ພາສາລາວ (老挝语原文)

ມາດຕາ 11 ການກວດກາຄຸນນະພາບຜະລິດຕະພັນສະຫຼາກສີຂຽວ
ການກວດກາຄຸນນະພາບຜະລິດຕະພັນສະຫຼາກສີຂຽວ ແມ່ນ ການກວດກາເງື່ອນໄຂ ແລະ ຄຸນນະພາບຂອງຜະລິດຕະພັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕະຖານແຫ່ງຊາດ ແລະ ເງື່ອນໄຂສະເພາະຂອງແຕ່ລະຜະລິດຕະພັນ.

第ມາດຕາ 12条

第12条 与相关部门召开协商会议
在文件审查和实地检查后,工业局必须在五个工作日内与相关部门召开协商会议,以审议批准绿色标签产品。

ພາສາລາວ (老挝语原文)

ມາດຕາ 12 ກອງປະຊຸມປຶກສາຫາລືກັບພາກສ່ວນກ່ຽວຂ້ອງ
ພາຍຫຼັງການກວດກາດ້ານເອກະສານ ແລະ ສະຖານທີ່ຕົວຈິງ ກົມອຸດສາຫະກຳ ຕ້ອງດຳເນີນການເປີດ
ກອງປະຊຸມປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງ ພາຍໃນ ຫ້າ ວັນລັດຖະການ ເພື່ອພິຈາລະນາຮັບຮອງ
ຜະລິດຕະພັນສະຫຼາກສີຂຽວ.

本页展示前 12 条,全文共 30 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译