ກົດໝາຍວ່າດ້ວຍ ສາທາລະນະສຸກ
公共卫生法
Public Health Law
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດລະບຽບການ ແລະ ມາດຕະການຕ່າງໆໃນຂົງເຂດສາທາລະນະສຸກ ເພື່ອແນໃສ່ປົກປ້ອງສຸຂະພາບຂອງປະຊາຊົນ ປ້ອງກັນພະຍາດ ແລະ ສົ່ງເສີມການພັດທະນາວຽກງານສາທາລະນະສຸກ. ກົດໝາຍສະບັບນີ້ໃຊ້ບັງຄັບກັບກິດຈະກຳທີ່ກ່ຽວຂ້ອງກັບສາທາລະນະສຸກ ກຳນົດພາລະບົດບາດຂອງອົງການຄຸ້ມຄອງທີ່ກ່ຽວຂ້ອງ ຄຸ້ມຄອງວຽກງານການບໍລິການສຸຂະພາບ ການປ້ອງກັນພະຍາດ ແລະ ການສົ່ງເສີມສຸຂະພາບ ພ້ອມທັງກຳນົດຂໍ້ກຳນົດກ່ຽວກັບການອະນຸຍາດ ແລະ ການຫ້າມທີ່ຈຳເປັນ ເພື່ອປົກປ້ອງຜົນປະໂຫຍດດ້ານສຸຂະພາບຂອງປະຊາຊົນ.
ມາດຕາ
ມາດຕາ 1
ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານສາທາລະນະສຸກ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນລະບົບ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ຮັບປະກັນໃຫ້ພົນລະເມືອງ ມີສຸຂະພາບດີ ແລະ ອາຍຸຍືນຍາວ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ມາດຕາ 2
ມາດຕາ 2 ສາທາລະນະສຸກ
ສາທາລະນະສຸກ ແມ່ນ ຂະບວນການນຳໃຊ້ ວິທະຍາສາດ, ສິລະປະ ແລະ ທັກສະ ໃນການບໍລິການສາທາລະນະສຸກ ແລະ ການສະໜັບສະໜູນການບໍລິການສາທາລະນະສຸກ ດ້ວຍການມີສ່ວນຮ່ວມຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ລັດ, ເອກະຊົນ, ສັງຄົມ ແລະ ຊຸມຊົນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 60 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ