ດຳລັດວ່າດ້ວຍ ການສຶກສາພາກເອກະຊົນ

私立教育法令

Private Education Decree

ບົດສະຫຼຸບ

ດຳລັດນີ້ຄຸ້ມຄອງການສ້າງຕັ້ງ ແລະ ດຳເນີນງານການສຶກສາເອກະຊົນພາຍໃນ ສປປ ລາວ, ເນັ້ນໃສ່ການຄຸ້ມຄອງການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດໃນການສ້າງຕັ້ງໂຮງຮຽນ, ກຳນົດປະເພດສະຖາບັນການສຶກສາ, ການຈັດປະເພດຫຼັກສູດ ແລະ ຫຼັກການປະຕິບັດຕາມນະໂຍບາຍ ແລະ ກົດໝາຍແຫ່ງຊາດ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການສຶກສາພາກເອກະຊົນ
ການສຶກສາພາກເອກະຊົນ ແມ່ນ ການສຶກສາໃນລະບົບການສຶກສາແຫ່ງຊາດ ທີ່ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເປັນຜູ້ລົງທຶນ ຕາມການອະນຸຍາດຈາກຂະແໜງການສຶກສາທິການ ແລະ ກິລາ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຫຼັກສູດນານາຊາດ ໝາຍເຖິງ ຫຼັກສູດການຮຽນ-ການສອນ ຂອງປະເທດໃດໜຶ່ງ ທີ່ເປັນທີ່ຍອມຮັບຈາກສາກົນ;
2. ຫຼັກສູດສອງພາສາ ໝາຍເຖິງ ຫຼັກສູດທີ່ນຳໃຊ້ພາສາລາວ ສອນຄູ່ກັບພາສາຕ່າງປະເທດ ເຂົ້າໃນລະບົບການຈັດຕັ້ງການຮຽນ-ການສອນ ຕາມການອະນຸມັດ ຂອງກະຊວງສຶກສາທິການ ແລະ ກິລາ;
3. ຫຼັກສູດການສຶກສາແຫ່ງຊາດ ໝາຍເຖິງ ຫຼັກສູດ ທີ່ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ສ້າງ ແລະ ປັບປຸງ ເນື້ອໃນ ແລະ ກຳນົດຮູບແບບການຈັດຕັ້ງການຮຽນ-ການສອນ ແລະ ໄດ້ຮັບການອະນຸມັດນຳໃຊ້ໃນຂອບເຂດທົ່ວປະເທດ.

ມາດຕາ ມາດຕາ 3

ມາດຕາ 4 ຫຼັກການກ່ຽວກັບວຽກງານການສຶກສາພາກເອກະຊົນ

ການເຄື່ອນໄຫວວຽກງານການສຶກສາພາກເອກະຊົນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງກັບ ແນວທາງ ນະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ຍຸດທະສາດພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ແລະ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ໃນແຕ່ລະໄລຍະ;

2. ຮັບປະກັນການຈັດຕັ້ງການຮຽນ-ການສອນ ຕາມ ສາມ ລັກສະນະ ແລະ ຫ້າ ຫຼັກມູນການສຶກສາ ທີ່ ກະຊວງສຶກສາທິການ ແລະ ກິລາ ວາງອອກ;

3. ຮັບປະກັນ ການຮຽນ-ການສອນ ທິດສະດີ ຄຽງຄູ່ກັບພາກປະຕິບັດຕົວຈິງ ໃຫ້ໄດ້ຮັບຜົນດີ;

4. ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;

5. ຮັບປະກັນການພັດທະນາຊັບພະຍາກອນມະນຸດ ທີ່ສາມາດຕອບສະໜອງກັບຄວາມຕ້ອງການ ຂອງ ຕະຫຼາດແຮງງານ ແລະ ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 50 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ