私立教育法令
ດຳລັດວ່າດ້ວຍ ການສຶກສາພາກເອກະຊົນ
Private Education Decree
简介
该法令调整老挝境内私立教育的设立与运营,核心是规范国内外私人投资办学,明确教育机构类型、课程分类及遵循国家政策与法律的原则。
Summary
This decree governs the establishment and operation of private education in Laos, focusing on regulating domestic and foreign private investment in schools, clarifying types of educational institutions and course classifications, and adhering to national policies and laws.
ບົດສະຫຼຸບ
ດຳລັດນີ້ຄຸ້ມຄອງການສ້າງຕັ້ງ ແລະ ດຳເນີນງານການສຶກສາເອກະຊົນພາຍໃນ ສປປ ລາວ, ເນັ້ນໃສ່ການຄຸ້ມຄອງການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດໃນການສ້າງຕັ້ງໂຮງຮຽນ, ກຳນົດປະເພດສະຖາບັນການສຶກສາ, ການຈັດປະເພດຫຼັກສູດ ແລະ ຫຼັກການປະຕິບັດຕາມນະໂຍບາຍ ແລະ ກົດໝາຍແຫ່ງຊາດ.
条文
第ມາດຕາ 1条
第2条 私立教育
私立教育是指国家教育体系中由国内外私人根据教育和体育部门的许可进行投资的教育。
ພາສາລາວ (老挝语原文)
ມາດຕາ 2 ການສຶກສາພາກເອກະຊົນ
ການສຶກສາພາກເອກະຊົນ ແມ່ນ ການສຶກສາໃນລະບົບການສຶກສາແຫ່ງຊາດ ທີ່ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເປັນຜູ້ລົງທຶນ ຕາມການອະນຸຍາດຈາກຂະແໜງການສຶກສາທິການ ແລະ ກິລາ.
第ມາດຕາ 2条
第2条 词语解释
本法令中使用的词语具有以下含义:
1. 国际课程 指某一国家的课程,该课程得到国际认可;
2. 双语课程 指使用老挝语与外语相结合进行教学组织的课程,经教育和体育部批准;
3. 国民教育课程 指由教育和体育部制定和修订内容、确定教学组织形式,并获准在全国范围内使用的课程。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຫຼັກສູດນານາຊາດ ໝາຍເຖິງ ຫຼັກສູດການຮຽນ-ການສອນ ຂອງປະເທດໃດໜຶ່ງ ທີ່ເປັນທີ່ຍອມຮັບຈາກສາກົນ;
2. ຫຼັກສູດສອງພາສາ ໝາຍເຖິງ ຫຼັກສູດທີ່ນຳໃຊ້ພາສາລາວ ສອນຄູ່ກັບພາສາຕ່າງປະເທດ ເຂົ້າໃນລະບົບການຈັດຕັ້ງການຮຽນ-ການສອນ ຕາມການອະນຸມັດ ຂອງກະຊວງສຶກສາທິການ ແລະ ກິລາ;
3. ຫຼັກສູດການສຶກສາແຫ່ງຊາດ ໝາຍເຖິງ ຫຼັກສູດ ທີ່ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ສ້າງ ແລະ ປັບປຸງ ເນື້ອໃນ ແລະ ກຳນົດຮູບແບບການຈັດຕັ້ງການຮຽນ-ການສອນ ແລະ ໄດ້ຮັບການອະນຸມັດນຳໃຊ້ໃນຂອບເຂດທົ່ວປະເທດ.
第ມາດຕາ 3条
第4条 私立教育工作原则
私立教育工作的开展应遵循以下原则:
1. 符合国家路线、政策、法律、国家经济社会发展计划、国家人力资源开发战略以及教育和体育部门各时期的发展计划;
2. 保障按照教育和体育部制定的三个特征和五个教育基础组织教学;
3. 保障理论教学与实际操作相结合,取得良好效果;
4. 保障正确、透明、公正和可核查;
5. 保障人力资源开发能够满足劳动力市场需求,并吸引国内外投资。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການກ່ຽວກັບວຽກງານການສຶກສາພາກເອກະຊົນ
ການເຄື່ອນໄຫວວຽກງານການສຶກສາພາກເອກະຊົນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ແນວທາງ ນະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ຍຸດທະສາດພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ແລະ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ໃນແຕ່ລະໄລຍະ;
2. ຮັບປະກັນການຈັດຕັ້ງການຮຽນ-ການສອນ ຕາມ ສາມ ລັກສະນະ ແລະ ຫ້າ ຫຼັກມູນການສຶກສາ ທີ່ ກະຊວງສຶກສາທິການ ແລະ ກິລາ ວາງອອກ;
3. ຮັບປະກັນ ການຮຽນ-ການສອນ ທິດສະດີ ຄຽງຄູ່ກັບພາກປະຕິບັດຕົວຈິງ ໃຫ້ໄດ້ຮັບຜົນດີ;
4. ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;
5. ຮັບປະກັນການພັດທະນາຊັບພະຍາກອນມະນຸດ ທີ່ສາມາດຕອບສະໜອງກັບຄວາມຕ້ອງການ ຂອງ ຕະຫຼາດແຮງງານ ແລະ ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ.
第ມາດຕາ 4条
第4条 法令的适用范围
本法令适用于在老挝人民民主共和国境内从事和涉及私立教育工作的个人、法人、国家机关和私营组织,包括国内和国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້ດຳລັດ
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນ ກັບວຽກງານການສຶກສາພາກເອກະຊົນ ຢູ່ ສປປ ລາວ.
第ມາດຕາ 5条
第5条 私立教育机构
私立教育机构是组织教学、科研、培训、实践活动的场所,包括校内和校外,由学校、学院、研究院、大学以及促进教育的服务机构组成。
ພາສາລາວ (老挝语原文)
ມາດຕາ 5 ສະຖານການສຶກສາພາກເອກະຊົນ
ສະຖານການສຶກສາພາກເອກະຊົນ ແມ່ນບ່ອນຈັດຕັ້ງການຮຽນ-ການສອນ, ການຄົ້ນຄວ້າວິໄຈ, ການຝຶກອົບຮົມ, ການປະຕິບັດຕົວຈິງ ທັງໃນ ແລະ ນອກສະຖານການສຶກສາ ຊຶ່ງປະກອບດ້ວຍ ໂຮງຮຽນ, ວິທະຍາໄລ, ສະຖາບັນ, ມະຫາວິທະຍາໄລ ແລະ ສະຖານບໍລິການທີເປັນການສົ່ງເສີມດ້ານການສຶກສາ.
第ມາດຕາ 6条
第6条 私立教育机构类型
私立教育机构分为以下类型:
1. 儿童保育和发展机构,称为托儿所或儿童发展中心;
2. 幼儿教育教学机构,称为幼儿园;
3. 初等教育教学机构,称为完全小学;
4. 中等教育教学机构,称为初中、高中和完全中学;
5. 职业教育教学机构,称为培训中心、学校、学院和研究所;
6. 高等教育教学机构,称为学院、研究所和大学;
7. 校外教育教学机构。
除上述规定的私立教育机构类型外,还有经教育和体育部门许可的教育促进服务机构。
ພາສາລາວ (老挝语原文)
ມາດຕາ 6 ປະເພດສະຖານການສຶກສາພາກເອກະຊົນ
ສະຖານການສຶກສາພາກເອກະຊົນ ແບ່ງອອກເປັນປະເພດ ດັ່ງນີ້:
1. ສະຖານລ້ຽງເດັກ ແລະ ພັດທະນາເດັກ ເອີ້ນວ່າ ໂຮງລ້ຽງເດັກ ຫຼື ສູນພັດທະນາເດັກ;
2. ສະຖານການຮຽນ-ການສອນ ເດັກອະນຸບານ ເອີ້ນວ່າ ໂຮງຮຽນອະນຸບານ;
3. ສະຖານການຮຽນ-ການສອນ ຊັ້ນປະຖົມສຶກສາ ເອີ້ນວ່າ ໂຮງຮຽນປະຖົມສົມບູນ;
4. ສະຖານການຮຽນ-ການສອນ ຊັ້ນມັດທະຍົມສຶກສາ ເອີ້ນວ່າ ໂຮງຮຽນມັດທະຍົມຕອນຕົ້ນ, ໂຮງຮຽນມັດທະຍົມຕອນປາຍ ແລະ ໂຮງຮຽນມັດທະຍົມສົມບູນ;
5. ສະຖານການຮຽນ-ການສອນ ຂອງອາຊີວະສຶກສາ ເອີ້ນວ່າ ສູນຝຶກອົບຮົມ, ໂຮງຮຽນ, ວິທະຍາໄລ ແລະ ສະຖາບັນ;
6. ສະຖານການຮຽນ-ການສອນ ຂອງການສຶກສາຊັ້ນສູງ ເອີ້ນວ່າ ວິທະຍາໄລ, ສະຖາບັນ ແລະ ມະຫາວິທະຍາໄລ;
7. ສະຖານການຮຽນ-ການສອນ ການສຶກສານອກໂຮງຮຽນ.
ນອກຈາກປະເພດສະຖານການສຶກສາພາກເອກະຊົນ ທີ່ກຳນົດໄວ້ຂ້າງເທິງນີ້ ຍັງມີສະຖານບໍລິການທີ່ເປັນການສົ່ງເສີມດ້ານການສຶກສາ ຕາມການອະນຸຍາດ ຂອງຂະແໜງການສຶກສາທິການ ແລະ ກິລາ.
第ມາດຕາ 7条
第7条 私立教育投资
私立教育投资是指投资于设立各类教育机构、组织教学以及根据教育和体育部批准的课程提供教育服务,以向社会提供教育。
ພາສາລາວ (老挝语原文)
ມາດຕາ 7 ການລົງທຶນການສຶກສາພາກເອກະຊົນ
ການລົງທຶນການສຶກສາພາກເອກະຊົນ ແມ່ນ ການລົງທຶນໃສ່ການສ້າງຕັ້ງສະຖານການສຶກສາປະເພດຕ່າງໆ, ການຈັດຕັ້ງການຮຽນ-ການສອນ ແລະ ການບໍລິການຕ້ານການສຶກສາ ຕາມຫຼັກສູດ ທີ່ກະຊວງສຶກສາທິການ ແລະ ກິລາ ອະນຸມັດ ເພື່ອສະໜອງການສຶກສາ ໃຫ້ແກ່ສັງຄົມ.
第ມາດຕາ 8条
第8条 私人教育投资形式
私人教育投资有以下五种形式:
1. 境内或境外投资者的独资投资;
2. 境内投资者与境外投资者的合资投资;
3. 按合同的合资经营投资;
4. 国有企业与私营企业之间的合资投资;
5. 公共部门与私营部门之间的合资投资。
每种形式的私人教育投资应遵守投资促进法、相关法律和法规。
ພາສາລາວ (老挝语原文)
ມາດຕາ 8 ຮູບການລົງທຶນການສຶກສາພາກເອກະຊົນ
ຮູບການລົງທຶນການສຶກສາພາກເອກະຊົນ ມີ ຫ້າ ຮູບການ ດັ່ງນີ້:
1. ການລົງທຶນຝ່າຍດຽວ ຂອງຜູ້ລົງທຶນພາຍໃນ ຫຼື ຕ່າງປະເທດ;
2. ການລົງທຶນຮ່ວມລະຫວ່າງ ຜູ້ລົງທຶນພາຍໃນ ກັບຕ່າງປະເທດ;
3. ການລົງທຶນທຸລະກິດຮ່ວມຕາມສັນຍາ;
4. ການລົງທຶນຮ່ວມລະຫວ່າງ ລັດວິສາຫະກິດ ແລະ ວິສາຫະກິດເອກະຊົນ;
5. ການລົງທຶນຮ່ວມລະຫວ່າງ ພາກລັດ ແລະ ພາກເອກະຊົນ.
ການລົງທຶນການສຶກສາພາກເອກະຊົນ ໃນແຕ່ລະຮູບການ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
第ມາດຕາ 9条
第9条 私立教育投资活动
私立教育投资活动如下:
1. 学前教育,包括托儿所、幼儿园和儿童发展中心;
2. 普通教育,包括小学、初中、高中和普通职业学校;
3. 职业教育,包括培训中心、学校、学院和机构;
4. 高等教育,包括学院和大学;
5. 教育促进服务,包括外语教学、计算机教学、同等学历考试服务、咨询、教育交流。
教育活动的开展须按照教育和体育部规定的条件和标准执行。
ພາສາລາວ (老挝语原文)
ມາດຕາ 9 ກິດຈະການການລົງທຶນ ຂອງການສຶກສາພາກເອກະຊົນ
ກິດຈະການການລົງທຶນ ຂອງການສຶກສາພາກເອກະຊົນ ມີ ດັ່ງນີ້:
1. ການສຶກສາ ກ່ອນໄວຮຽນ ເປັນຕົ້ນ ໂຮງຮຽນລ້ຽງເດັກ, ໂຮງຮຽນອະນຸບານ ແລະ ສູນພັດທະນາເດັກ;
2. ສາມັນສຶກສາ ເປັນຕົ້ນ ໂຮງຮຽນປະຖົມສຶກສາ, ໂຮງຮຽນມັດທະຍົມຕອນຕົ້ນ, ໂຮງຮຽນມັດທະຍົມຕອນປາຍ ແລະ ໂຮງຮຽນສາມັນວິຊາຊີບ;
3. ອາຊີວະສຶກສາ ເປັນຕົ້ນ ສູນຝຶກອົບຮົມ, ໂຮງຮຽນ, ວິທະຍາໄລ ແລະ ສະຖາບັນ;
4. ການສຶກສາຊັ້ນສູງ ເປັນຕົ້ນ ສະຖາບັນ ແລະ ມະຫາວິທະຍາໄລ;
5. ການບໍລິການທີເປັນການສົ່ງເສີມດ້ານການສຶກສາ ເປັນຕົ້ນ ການສອນພາສາຕ່າງປະເທດ, ການສອນຄອມພິວເຕີ, ການບໍລິການສອບເສັງທຽບລະດັບ, ໃຫ້ຄຳປຶກສາ, ການແລກປ່ຽນທາງດ້ານການສຶກສາ.
ການດຳເນີນກິດຈະການການສຶກສາ ໃຫ້ປະຕິບັດຕາມເງື່ອນໄຂ ແລະ ມາດຕະຖານ ຂອງກະຊວງສຶກສາທິການ ແລະ ກິລາ ກຳນົດ.
第ມາດຕາ 10条
第10条 申请投资和设立私立教育机构
有意投资于租赁或特许经营业务(包括受控清单中的业务)的个人和法人,无论是国内还是国外,须按照《企业法》的规定向工业和贸易部门进行企业登记,并按照《投资促进法》的规定向计划和投资部门申请投资许可证。在获得企业登记证和投资许可证后,须向教育和体育部门申请设立私立教育机构。
有意投资于非租赁或特许经营业务且不在受控清单中的业务的个人和法人,无论是国内还是国外,须按照《企业法》的规定向工业和贸易部门进行企业登记。在获得企业登记证后,须向教育和体育部门申请设立私立教育机构。
各类清单中的业务项目另行规定。
ພາສາລາວ (老挝语原文)
ມາດຕາ 10 ການຂໍອະນຸຍາດລົງທຶນ ແລະ ສ້າງຕັ້ງສະຖານການສຶກສາພາກເອກະຊົນ
ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງລົງທຶນໃນກິດຈະການເຊົ່າ ຫຼື ສຳປະທານ ລວມທັງກິດຈະການໃນບັນຊີຄວບຄຸມ ໃຫ້ແຈ້ງຂຶ້ນທະບຽນວິສາຫະກິດນຳຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ແລະ ສະເໜີຂໍໃບອະນຸຍາດລົງທຶນນຳຂະແໜງການແຜນການ ແລະ ການລົງທຶນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ພາຍຫຼັງທີ່ໄດ້ຮັບໃບທະບຽນວິສາຫະກິດ ແລະ ໃບອະນຸຍາດລົງທຶນແລ້ວ ຕ້ອງຂໍອະນຸຍາດສ້າງຕັ້ງສະຖານການສຶກສາພາກເອກະຊົນນຳຂະແໜງການສຶກສາທິການ ແລະ ກິລາ.
ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງລົງທຶນໃນກິດຈະການທີ່ບໍ່ຢູ່ໃນບັນຊີເຊົ່າ ຫຼື ສຳປະທານ ແລະ ກິດຈະການບໍ່ຢູ່ໃນບັນຊີຄວບຄຸມ ໃຫ້ແຈ້ງຂຶ້ນທະບຽນວິສາຫະກິດນຳຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ. ພາຍຫຼັງທີ່ໄດ້ຮັບໃບທະບຽນວິສາຫະກິດແລ້ວ ຕ້ອງຂໍອະນຸຍາດສ້າງຕັ້ງສະຖານການສຶກສາພາກເອກະຊົນນຳຂະແໜງການສຶກສາທິການ ແລະ ກິລາ.
ສຳລັບລາຍການກິດຈະການແຕ່ລະປະເພດບັນຊີ ແມ່ນໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
第ມາດຕາ 11条
第11条 审议批准设立私立教育机构
在收到设立私立教育机构的申请及所附文件正确、齐全后,由教育和体育部门负责研究审议并按照规章规定予以答复。
ພາສາລາວ (老挝语原文)
ມາດຕາ 11 ການພິຈາລະນາການອະນຸຍາດສ້າງຕັ້ງສະຖານການສຶກສາພາກເອກະຊົນ
ພາຍຫຼັງໄດ້ຮັບຄຳຮ້ອງ ແລະ ເອກະສານປະກອບ ການຂໍອະນຸຍາດສ້າງຕັ້ງສະຖານການສຶກສາພາກເອກະຊົນ ຢ່າງຖືກຕ້ອງ ແລະ ຄົບຖ້ວນແລ້ວ ຂະແຫງການສຶກສາທິການ ແລະ ກິລາ ເປັນຜູ້ດົ້ນຄວ້າພິຈາລະນາ ແລະ ແຈ້ງຕອບ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການ.
第ມາດຕາ 12条
第12条 申请设立私立教育机构的条件
有意申请设立私立教育机构的个人和法人必须具备以下条件:
1. 个人:
1.1 具有学士或以上学历,有教育工作和教育管理经验;
1.2 有关于教育机构活动的经济分析报告;
1.3 有根据国家教育课程或经教育和体育部批准使用的国际课程;
1.4 有适合设立的地点,并持有土地证或其他证明所有权、租赁权或特许权的文件,包括租赁或特许合同,以及使用权和开展教育业务的权利,期限不少于十年;
1.5 有根据相关法律法规的建筑、改建或维修的批准文件;
1.6 有法律规定的财务状况;
1.7 未曾因故意犯罪被法院判处剥夺自由;
1.8 未曾被吊销设立教育机构的许可证;
对于外国投资者,必须获得相关部门的国外投资许可证,有老挝人担任副主任,与国内相关教育机构合作,并按规定提交其他文件。
2. 法人:
2.1 拟申请设立或扩大班级或私立教育机构分支的法人,应遵守教育和体育部规定的条件;
2.2 如果是基金会或协会,必须有董事会和所有成员的名单、国籍,并必须有正式的授权书;
2.3 按规定提交其他文件;
2.4 对于外国法人,还需提交以下附加文件:
- 其组织对合作发展教师的批准证明;
- 财务状况证明文件。
对于扩大或设立私立教育机构分支,私立教育业务的经营者也必须具备本条规定的条件。
ພາສາລາວ (老挝语原文)
ມາດຕາ 12 ເງື່ອນໄຂການຂໍອະນຸຍາດສ້າງຕັ້ງສະຖານການສຶກສາພາກເອກະຊົນ
ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຈຸດປະສົງ ຂໍອະນຸຍາດສ້າງຕັ້ງສະຖານການສຶກສາພາກເອກະຊົນ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ບຸກຄົນ:
1.1 ມີວຸດທິການສຶກສາລະດັບປະລິນຍາຕີ ຂຶ້ນໄປ, ມີປະສົບການກ່ຽວກັບວຽກງານການສຶກສາ ແລະ ການບໍລິຫານການສຶກສາ;
1.2 ມີບົດວິເຄາະເສດຖະກິດກ່ຽວກັບກິດຈະການ ຂອງສະຖານການສຶກສາ;
1.3 ມີຫຼັກສູດ ຕາມຫຼັກສູດການສຶກສາແຫ່ງຊາດ ຫຼື ຫຼັກສູດນາໆຊາດ ທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ຈາກກະຊວງສຶກສາທິການ ແລະ ກິລາ;
1.4 ມີສະຖານທີ່ສຳລັບການສ້າງຕັ້ງ ທີ່ເໝາະສົມ ໂດຍມີໃບຕາດິນ ຫຼື ຫຼັກຖານອື່ນ ທີ່ສະແດງກຳມະສິດ ຫຼື ສິດໃນການເປັນຜູ້ເຊົ່າ ຫຼື ໄດ້ຮັບສຳປະທານ ລວມທັງສັນຍາເຊົ່າ ຫຼື ສຳປະທານ ພ້ອມສິດການນຳໃຊ້ ແລະ ການດຳເນີນທຸລະກິດການສຶກສາບໍ່ຕໍ່າກວ່າ ສິບ ປີ;
1.5 ມີຫັງສືຮັບຮອງ ການກໍ່ສ້າງ, ການດັດແປງ ຫຼື ການສ້ອມແປງອາຄານ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;
1.6 ມີຖານະການເງິນ ຕາມກົດໝາຍ ທີ່ກຳນົດໄວ້;
1.7 ບໍ່ເຄີຍຖືກສານຕັດສິນລົງໂທດ ຕັດອິດສະລະພາບ ໃນສະຖານການກະທຳຜິດໂດຍເຈດຕະນາ;
1.8 ບໍ່ເຄີຍຖືກຖອນໃບອະນຸຍາດສ້າງຕັ້ງສະຖານການສຶກສາ;
ສຳລັບນັກລົງທຶນຕ່າງປະເທດ ຕ້ອງໄດ້ຮັບໃບອະນຸຍາດລົງທຶນຕ່າງປະເທດ ຈາກຂະແໜງການທີ່ກ່ຽວຂ້ອງ, ມີຄົນລາວເປັນຮອງຜູ້ອຳນວຍການ, ມີການຮ່ວມມືກັບສະຖານການສຶກສາພາຍໃນປະເທດທີ່ກ່ຽວຂ້ອງ ແລະ ປະກອບເອກະສານອື່ນ ຕາມລະບຽບການ.
2. ນິຕິບຸກຄົນ:
2.1 ນິຕິບຸກຄົນ ທີ່ຈະສະເໜີຂໍສ້າງຕັ້ງ ຫຼື ຂະຫຍາຍຊັ້ນຮຽນ ຫຼື ສາຂາສະຖານການສຶກສາເອກະຊົນ ໃຫ້ປະຕິບັດຕາມເງື່ອນໄຂ ທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດໄວ້;
2.2 ຖ້າເປັນມູນນິທິ ຫຼື ສະມາຄົມ ຕ້ອງມີບັນຊີລາຍຊື່, ສັນຊາດ ຂອງຄະນະກຳມະການ ແລະ ສະມາຊິກທຸກຄົນ ຕ້ອງມີຫັງສືມອບອຳນາດຢ່າງເປັນທາງການ;
2.3 ປະກອບເອກະສານອື່ນ ຕາມລະບຽບການ;
2.4 ສຳລັບນິຕິບຸກຄົນ ທີ່ເປັນຕ່າງປະເທດ ຍັງຕ້ອງປະກອບເອກະສານເພີ່ມ ດັ່ງນີ້:
- ໃບຢັ້ງຢືນການອະນຸຍາດຈາກການຈັດຕັ້ງຂອງຕົນ ສຳລັບຄູຮ່ວມພັດທະນາ;
- ເອກະສານຢັ້ງຢືນຖານະການເງິນ.
ສຳລັບການຂະຫຍາຍ ຫຼື ສ້າງຕັ້ງ ສາຂາສະຖານການສຶກສາພາກເອກະຊົນ ຜູ້ດຳເນີນກິດຈະການການສຶກສາພາກເອກະຊົນ ກໍ່ຕ້ອງມີເງື່ອນໄຂ ຕາມທີ່ໄດ້ກຳນົດໃນມາດຕານີ້.
本页展示前 12 条,全文共 50 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读